ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2008 | ມີ 18 ຄຳເຫັນ ແລະ 0 trackback(s)


ສອງສ່ຽວ ແກ້ວ ແລະ ມີ ນັ່ງລົມກັນຢູ່ທີ່ກ້ອງຮົ່ມໄມ້ໜ້າບ້ານ


ແກ້ວ: ເຮີ່ຍ ! ມີ ສິ່ງທຳອິດທີ່ເມຍໂຕມັກເຮັດໃນຍາມມື້ເຊົ້າແມ່ນຫຍັງ?


ມີ: ເມຍເຮົາເບາະ ! ສິ່ງທີ່ລາວມັກເຮັດຫຼັງຈາກຕື່ນນອນມາແມ່ນໄຂ ແລະ ອັດປະຕູຫ້ອງຢ່າງແຮງ


ແລ້ວເມຍໂຕເດສ່ຽວ?


ແກ້ວ: ເມຍເຮົາເບາະ!

 

ລາວມັກຝົນປາຍລິ້ນຂອງລາວໃຫ້ແຫຼມຄົມ

 

 

ຫ້າ ຫ້າ ຫ້າ ຫົວໃຫ້ແນ່.........

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2008 | ມີ 15 ຄຳເຫັນ ແລະ 0 trackback(s)

ຄຳແພງ ຫາກໍ່ແຕ່ງດອງມາໄດ້ບໍ່ພໍເທົ່າໃດເດືອນ ນາງກໍ່ມານັ່ງຈົ່ມທຸກຈົ່ມຍາກສູ່ໝູ່ຟັງວ່າ:

 

" ສ່ຽວເອີຍ ເຮົາເກືອບເປັນລົມເມື່ອຊວດຮູ້ເມື່ອວ່າຜົວຂອງເຮົາເປັນຄົນຂີ້ຕົວະຫຼອກລວງ "

 

ອ້າວ! ແລ້ວໂຕຮູ້ໄດ້ແນວໃດລະສ່ຽວ ? ໝູ່ລາວຖາມ

 

ວັນທິດຫຼັງຜ່ານມາຜົວເຮົາບອກວ່າລາວໄປກິນລ້ຽງກັບ ທ້າວຈັນ

 

ພະນັກງານພະແນກດຽວກັບເຮົາ,

 

ແຕ່ຕົວຈິງແລ້ວແມ່ນເຮົາເອງທີ່ໄປກັບທ້າວຈັນ

 

?????????????

 

wunwan

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຈາກພາກທີ່ໜຶ່ງ ເລົ່າຕໍ່ກັນເລີຍເນາະພີ່ນ້ອງ ອາດຈະຍາວແດ່ ໝັ່ນກໍ່ອ່ານ ຄ້ານກໍ່ບໍ່ອ່ານ ບໍ່ວ່າກັນ

 

ຕັ້ງແຕ່ອົກຫັກມາ ໂນ່ກໍ່ມີແຕ່ຊຶມເສົ້າທຸກໆວັນ, ໝູ່ເພື່ອນທຸກຄົນຍິ່ງຮູ້ສຶກເປັນຫວ່ງໂນ່ຫຼາຍ, ແຕ່ກໍ່ບໍ່ຮູ້ສາເຫດ ຖາມຫຍັງໂນ່ກໍ່ບໍ່ບອກ,

ພວກເຂົາຈຶ່ງພາກັນເດົາເອົາວ່າຄົງເປັນເພາະ ດາວ ແນ່ນອນ, ພວກໝູ່ເພື່ອນໄດ້ພາກັນພະຍາຍາມຖາມດາວ, ແຕ່ດາວກໍ່ບໍ່ໄດ້ໃຫ້ຄຳຕອບແຕ່ຢ່າງໃດ,

ມີແຕ່ບອກວ່າຝາກເບິ່ງແຍງໂນ່ແດ່

ອາທິດໜ້າຈະເສັງແລ້ວໃດ໋ໂນ່ເປັນຫຍັງໂຕຄືບໍ່ເບິ່ງບົດຮຽນແດ່ວະສ່ຽວ,

ມີຫຍັງກໍ່ປຶກສານຳໝູ່ຄູ່ແມ, ເກັບໄວ້ຄົນດຽວມັນກໍ່ທຸກຢູ່ຄົນດຽວ

ເຮົາມາຮຽນໜັງສືເດີ້ສ່ຽວ ຢ່າໃຫ້ເລື່ອງອື່ນມາເຮັດໃຫ້ການຮຽນຂອງໂຕເສຍແມ 

ວັນໄຊ ເວົ້າປອບໃຈໂນ່ດ້ວຍຄວາມເປັນຫວ່ງໃນຖານະເພື່ອນຮັກກັນ

ການສອບເສັງໄປຮຽນຕໍ່ຈີນໄດ້ກ້າວເຂົ້າມາເຖິງ

ດາວ ! ທີ່ເຈົ້າຈາກຂ້ອຍໄປກໍ່ເພາະວ່າຂ້ອຍມັນຈົນແມ່ນບໍ?

ຖ້າຫາກມື້ນີ້ຂ້ອຍມີທຸກສິ່ງທຸກຢ່າງເຈົ້າກະຄືຊິມາອວຍພອນໃຫ້ຂ້ອຍໃນວັນສອບເສັງໃນຄັ້ງນີ້

ເຖິງແມ່ນວ່າວັນນີ້ຂ້ອຍຈະບໍ່ມີເຈົ້າຢູ່ຄຽງຂ້າງກໍ່ຕາມແຕ່ຂ້ອຍກໍ່ຈະຕ້ອງກ້າວເດີນໄປທາງໜ້າ,

ດາວ ! ຂ້ອຍຈະເຮັດໃຫ້ເຈົ້າໄດ້ເຫັນວ່າຄົນຈົນໆຄົນນີ້, ຄົນທີ່ເຈົ້າຖິ້ມໄປ, ເຖິງຈະອົກຫັກເສຍໃຈເທົ່າໃດ,

ຂ້ອຍກໍ່ຈະບໍ່ຍອມຖິ້ມຄວາມຝັນ ແລະ ອຸດົມການຂອງຂ້ອຍ,

ດາວ ! ເຖິງວັນນີ້ເຈົ້າຈະຈາກຂ້ອຍໄປແຕ່ຂ້ອຍກໍ່ຍັງຫວັງວ່າວັນໜຶ່ງເຮົາອາດຈະກັບມາພົບກັນອີກ

ໃນວັນທີ່ຂ້ອຍມີທຸກສິ່ງທຸກຢ່າງ

ອ້າວ ! ໂນ່ ນັ່ງຄຶດຫຍັງຢູ່ນີ້ໄປ໋ ໄປ ໃກ້ຊິຮອດໂມງເສັງແລ້ວເດ ວັນໄຊຮ້ອງມາໃສ່ພ້ອມທັງຍ່າງຂຶ້ນຫ້ອງ

 

ຫຼັງຈາກການສອບເສັງສິ້ນສຸດລົງ, ຜົນປະກົດອອກມາວ່າໂນ່ຕິດອັນດັບຕົ້ນໆຂອງລາຍຊື່ນັກສຶກສາທີ່ເສັງໄດ້

 

ການສຶກສາທີ່ປະເທດຈີນເປັນເວລາຫຼາຍເດືອນຜ່ານໄປ ໂນ່ໄດ້ຕັ້ງໃຈໃສ່ການຮ່ຳຮຽນເປັນຢ່າງດີ, ຜົນການຮຽນຂອງລາວດີຂຶ້ນເລື້ອຍໆ

ຈົນໝູ່ຄູ່ໃຜໆກໍ່ຍ້ອງ,

ຢູ່ມາວັນໜຶ່ງໂນ່ກໍ່ໄດ້ຮັບຂ່າວຈາກໝູ່ ວ່າດາວໄດ້ແຕ່ງງານແລ້ວ,

ຄວາມຫວັງທີ່ຂ້ອຍຈະໄດ້ພົບກັບເຈົ້າອີກມັນຄືຊິເປັນໄປບໍ່ໄດ້ແລ້ວແມ່ນບໍດາວ ? ໂນ່ ພຶມພຳອອກມາພ້ອມຢາດນ້ຳຕາໄຫຼອາບໜ້າ

ຄວາມຮູ້ສຶກເຈັບປວດມັນໄດ້ກັບຄືນມາຫາໂນ່ອີກຄັ້ງໜຶ່ງ, ເປັນເວລາຫຼາຍວັນກວ່າທີ່ລາວຈະທຳໃຈໄດ້

 

 

ແຕ່ໂຊກຮ້າຍກໍ່ບໍ່ໄດ້ຢູ່ກັບໂນ່ສະເໝີໄປ

ຢູ່ທີ່ສະຖາບັນການສຶກສານີ້ເອງໄດ້ເຮັດໃຫ້ໂນ່ພົບກັນຜູ້ຍິງຄົນໜຶ່ງ, ເປັນນັກສຶກສາຈາກປະເທດລາວຄືກັນ

ໃຈ ເປັນນັກຮຽນທຶນຄືກັນກັບໂນ່, ຖານະຄອບຄົວປານກາງ, ໄດ້ທຶນມາຮຽນຍ້ອນຄວາມຮູ້ຄວາມສາມາດຂອງຕົນເອງ

ລາວເປັນຄົນງາມແບບທຳມະຊາດບໍ່ແພ້ດາວແຟນເກົ່າຂອງໂນ່ເລີຍ, ໃຈ ເປັນຄົນອາລົມດີ, ຕະຫຼົກເປັນບາງເວລາ,ມັກມ່ວນຊື່ນ,

ດ້ວຍເຫດນີ້ຈຶ່ງເຮັດໃຫ້ໂນ່ຜູ້ທີ່ມີແຕ່ຄວາມງຽບເຫງົາເພາະບໍ່ເຄີຍລືມຄົນຮັກເກົ່າ, ຮູ້ສຶກມີຄວາມສຸກທີ່ຢູ່ກັບນາງ,

ຄວາມໃກ້ຊິດສະໜິດສະໜົມກັນຈາກໝູ່ເພື່ອນນັບມື້ນັບຫຼາຍຂຶ້ນໄດ້ເຮັດໃຫ້ກໍ່ເກີດເປັນຄວາມຮັກ,

 

ວັນເວລາຜ່ານໄປ ຄວາມຮັກ ແລະ ຄວາມຫວັງດີທີ່ ໃຈ ມີໃຫ້ ໂນ່ໄດ້ເຮັດໃຫ້ຫົວໃຈທີ່ເຄີຍເຈັບປວດແລະແສນທໍລະມານ

ມາເປັນເວລາຫຼາຍປີນັ້ນໄດ້ກັບຄືນມາມີຊີວິດຊີວາໃໝ່ອີກຄັ້ງໜຶ່ງ

 

ເມື່ອເສັ້ນທາງການສຶກສາສິ້ນສຸດລົງ ຜົນຕອບແທນກໍ່ຄືໃບປະກາດທີ່ໄດ້ຮັບມາເພື່ອເປັນການຢັ້ງຢືນເຖິງຜົນສຳເລັດ

ຫຼັງຈາກຮຽນຈົບແລ້ວ ໂນ່ ກໍ່ໄດ້ກັບມາປະເທດລາວ, ຕັ້ງຈິດຕັ້ງໃຈໃສ່ວຽກງານ ເປັນເວລາ ສອງປີ ແລ້ວກໍ່ໄດ້ແຕ່ງງານກັບໃຈ

 

ສຸດທ້າຍວັນນີທີ່ຂ້ອຍລໍຄອຍມັນກໍ່ມາເຖິງ, ແຕ່ຄົນທີ່ຮ່ວມພາຂວັນນຳຂ້ອຍພັດບໍ່ແມ່ນເຈົ້າຊ້ຳດາວ,

 

ແຕ່ຂ້ອຍກໍ່ຈະຮັກ ແລະ ເບິ່ງແຍງລາວໄປຕະຫຼອດຊີວິດຂອງຂ້ອຍ, ມາເຖິງວັນນີ້ຂ້ອຍຄິດວ່າຂ້ອຍຄວນຈະຂອບໃຈເຈົ້າທີ່ຖິ້ມຂ້ອຍໄປ

ເຮັດໃຫ້ຂ້ອຍໄດ້ພົບກັບຄວາມສຳເລັດ, ແລະ ໄດ້ພົບກັບຄົນທີ່ຮັກຂ້ອຍຢ່າງແທ້ຈິງ

ຄອບຄົວທີ່ອົບອຸ່ນ, ຄອບຄົວທີ່ເຕັມໄປດ້ວຍຄວາມຮັກ, ສິ່ງນີ້ລະທີ່ຂ້ອຍລໍຄອຍມາເປັນເວລາຍາວນານ

 (ໂນ່ຄິດຢູ່ໃນໃຈຂະນະທີ່ກຳລັງກຽມຕົວເຂົ້າພິທີແຕ່ງງານ)

 

 

 

 

 

 

ຈົບແລ້ວເດີພີ່ນ້ອງທັງຫຼາຍ

ຜິດພາດປະການໃດຂໍອະໄພມານະທີ່ນີ້ດ້ວຍ

 

 

ຂຽນໂດຍ wunwan

 

 

 

 


ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2008 | ມີ 29 ຄຳເຫັນ ແລະ 0 trackback(s)

ຢ່າຄິດເລິກເດີ່ພີ່ນ້ອງ ອ່ານເບິ່ງດີໆກ່ອນເດີ້

 

ຟັງເພງຢູ່ດີໆ ກໍ່ໄດ້ຍິນເພງໜຶ່ງທີ່ຟັງແລ້ວຮູ້ສຶກວ່າມັນກິນໃຈຫຼາຍ

ກໍ່ເລີຍຢາກຈະຂຽນບົດຄວາມໜຶ່ງຂຶ້ນມາ

 

 ຫຼາຍຄົນເມື່ອເຕີບໃຫຍ່ເປັນຜູ້ໃຫຍ່ແລ້ວ, ຈະບໍ່ມັກໃຫ້ມີໃຜມາບອກມາສອນຕົນເອງ,

 

" ຂ້ອຍໃຫຍ່ແລ້ວ ບໍ່ຕ້ອງມາບອກຂ້ອຍບໍ່ມັກ"

ຄຳນີ້ບາງຄົນອາດຈະເຄີຍເວົ້າເມື່ອເວລາທີ່ພໍ່ແມ່ກ່າວຄຳຕັກເຕືອນ,

 

ແຕ່ບາງຄົນກໍ່ອາດຈະບໍ່ເຄີຍເວົ້າ

 

ຖ້າຫາກທ່ານເຄີຍເວົ້າຄຳນີ້ ຢາກໃຫ້ທ່ານຄິດຫວນຄືນເຖິງເລື່ອງລາວຕ່າງໆທີ່ຜ່ານມາເບິ່ງ

 

ທ່ານເຄີຍຄິດບໍວ່າກ່ອນທີ່ຈະມາເປັນທ່ານໃນວັນນີ້,

 

ມີໃຜຄົນໜຶ່ງທີ່ຕ້ອງເມື່ອຍແລະທຸກຍາກລຳບາກເທົ່າໃດເພື່ອໃຫ້ທ່ານໄດ້ມີວັນນີ້,

 

ມີໃຜຄົນໜຶ່ງທີ່ຄອຍເຮັດທຸກສິ່ງທຸກຢ່າງເພື່ອທ່ານ, ຄອຍເຊັດຕົນໂຕໃນເວລາທີ່ທ່ານເປັນໄຂ້,

 

ຄອຍຫົ່ມຜ້າໃຫ້ໃນເວລາທີ່ທ່ານນອນໜາວ, ໃຜຄົນໜຶ່ງຄອຍໃຫ້ກຳລັງໃຈໃນເວລາທີ່ທ່ານທໍ້ແທ້,

 

ຄອຍປົກປ້ອງທ່ານຈາກອັນຕລາຍຕ່າງໆນາໆ, ຄອຍຫາເຂົ້າຫານ້ຳໃຫ້ທ່ານກິນ...............

 

ຄົນໆນັ້ນເຂົາບໍ່ຮູ້ລ່ວງໜ້າເລີຍວ່າເມື່ອທ່ານເຕີບໃຫຍ່ຂຶ້ນມາທ່ານຈະເປັນແນວໃດ,

 

ຄົນໆນັ້ນເຂົາບໍ່ໄດ້ຫວັງຫຍັງຫຼາຍຈາກຕົວທ່ານເລີຍ,

 

ສິ່ງທີ່ເຂົາຄົນນັ້ນຫວັງກໍ່ຄືຢາກເຫັນທ່ານເປັນຄົນດີ, ຢາກເຫັນທ່ານມີຊີວິດທີ່ດີ,

 

ຢາກເຫັນທ່ານມີຄວາມສຸກ.


ສະນັ້ນກ່ອນທີ່ທ່ານຈະຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ

 

ຢາກໃຫ້ທ່ານຄິດກ່ອນທີ່ທ່ານຈະກ້າວຍ່າງບາດຕີນຂອງທ່ານອອກໄປເຮັດສິ່ງໆນັ້ນ,

 

ຢາກໃຫ້ທ່ານຄິດສະເໝີວ່າ ຕີນທີ່ທ່ານກຳລັງໃຊ້ຍ່າງ, ໃຊ້ຢຽບໂລກໜ່ວຍນີ້,

 

ໃຊ້ພາທ່ານໄປໃນທຸກທີ່ຢູ່ຕອນນີ້

ແຕ່ກ່ອນໜ້ານັ້ນມີຄົນທີ່ຮັກທ່ານທີ່ສຸດ ຈູບມັນດ້ວຍຄວາມຮັກ,

 

ຄວາມຫ່ວງໄຍ ແລະ ຖະນຸຖະໜອມເປັນຢ່າງດີ

 

ຄົນໆນັ້ນຫວັງຢູ່ສະເໝີວ່າ ສອງຕີນນ້ອຍໆທີ່ເຂົາຈູບມັນນັ້ນ,

 

ເມື່ອເຕີບໃຫຍ່ຂຶ້ນມາແລ້ວຈະ່ເຮັດໃນສິ່ງທີ່່ດີ ແລະ ມີປະໂຫຍດແກ່ສັງຄົມ

 

ສິ່ງນີ້ເທົ່ານັ້ນລະທີ່ເຂົາຄົນນັ້ນຕ້ອງການ


ໃນວັນນີ້ທ່ານໄດ້ຄິດເຖິງຈຸດນີ້ ຫຼື ບໍ່, ຖ້າຫາກຍັງຂໍໃຫ້ທ່ານຄິດຫວນຄືນອີກຈັກຄັ້ງໜຶ່ງ ໄດ້ ຫຼື ບໍ໋ ?

 

 

 

ຜິດພາດປະການດ ຂໍອະໄພມານະທີ່ນີ້ດ້ວຍ

 

ດ້ວຍຮັກແລະຫ່ວງໄຍ

 

ຂຽນໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນີ້້ເປັນເລື່ອງຄວາມຮັກຂອງຄົນສອງຄົນ ທີ່ຖານະແຕກຕ່າງກັນ


ຮັກຂອງເຂົາເຈົ້າທັງສອງຈະສົມຫວັງ ຫຼື ບໍ່ມາຊ່ວຍກັນລຸ້ນເດີພີ່ນ້ອງພັນລາວ


ຢູ່ທີ່ສວນສາທາລະນະແຄມແມ່ນ້ຳຂອງ


ໂນ່ ! ຂ້ອຍຄິວ່າເຮົາສອງຄົນເລີກກັນເທາະ, ເລື່ອງລະຫວ່າງເຈົ້າ ແລະ ຂ້ອຍມັນຄືຊິເປັນໄປບໍ່ໄດ້ແລ້ວ  ດາວ ເວົ້າອອກມາພ້ອມກັບນ້ຳຕາ

ດາວ ! ເປັນຫຍັງເຈົ້າຈຶ່ງວ່າຈັ່ງຊັ້ນ, ເຈົ້າກໍ່ຮູ້ວ່າຂ້ອຍຮັກເຈົ້າຫຼາຍເທົ່າໃດ, ຂ້ອຍຂໍຮ້ອງລະດາວ ເຈົ້າຢ່າເວົ້າຄຳນີ້ອີກໄດ້ບໍ, ເຈົ້າຮູ້ບໍວ່າຂ້ອຍເຈັບປວດເທົ່າໃດທີ່ໄດ້ຍິນຄຳໆນີ້, ດາວ ! ! ຂ້ອຍຮັກເຈົ້າຄົນດຽວ ແລະມີເຈົ້າພຽງຄົນດຽວເຈົ້າກໍ່ຮູ້  ໂນ່ ເວ້າອອກມາດ້ວຍສີໜ້າທີ່ແສນເສົ້າ ພ້ອມທັງນ້ຳຕາຊຶມ

ດາວ:  ແຕ່ຂ້ອຍເມື່ອຍນະໂນ່, ຄວາມຮັກຂອງເຮົານັບວັນຍິ່ງຈະມີບັນຫາຫຼາຍຂຶ້ນທຸກວັນ.

ໂນ່ : ດາວ ! ແຕ່ເຮົາສັນຍາແລ້ວວ່າຈະພາກັນສູ້ໃຫ້ຜ່ານຜ່າອຸປະສັກໄປນຳກັນ, ແຕ່ເປັນຫຍັງມື້ນີ້ເຈົ້າຈຶ່ງເວົ້າແບບນີ້

ດາວ: ໂນ່, ຂ້ອຍຖາມແນ່, ມື້ນີ້ເຈົ້າໄປໃສມາລະ, ໝູ່ຂ້ອຍບອກວ່າເຫັນເຈົ້າໄປກັບຜູ້ຍິງຄົນໜຶ່ງ, ວັນເສົາກ່ອນເຂົາກໍ່ວ່າເຫັນເຈົ້າໄປດື່ມເບຍຢູ່ຮ້ານຈົນມຶນເມົາ.

ໂນ່: ດາວ ! ຍິງຄົນນັ້ນເປັນໝູ່ຮຽນຫ້ອງດຽວກັນທຳມະດາ, ມັນບໍ່ແມ່ນດັ່ງທີ່ເຈົ້າຄິດເຈົ້າກໍ່ຮູ້

ໂນ່ ຄິດຢູ່ໜ້ອຍໜຶ່ງແລ້ວເວົ້າອອກມາ ດາວ! ທີ່ເຈົ້າເວົ້າມານີ້ເພາະຢາກເລີກັບຂ້ອຍແມ່ນບໍ?, ເປັນເພາະຂ້ອຍເປັນຄົນຈົນແມ່ນບໍ?

ແມ່ນແລ້ວ ຂ້ອຍມັນບໍ່ມີຫຍັງເລີຍ, ຖານະຄອບຄົວກໍ່ພໍສ່ຳນັ້ນ ແຕກຕ່າງກັບເຈົ້າ, ເຈົ້າຄືຊິເບື່ອຂ້ອຍແລ້ວແມ່ນບໍ?

ໂນ່ທັງເວົ້າທັງນ້ຳຕາຊຶມເບົ້າ

ມັນບໍ່ແມ່ນແນວນັ້ນ, ຂ້ອຍບໍ່ໄດ້ສົນໃຈເລື່ອງນັ້ນເຈົ້າກໍ່ຮູ້ ............ດາວເວົ້າໄດ້ພຽງແຕ່ເທົ່ານັ້ນ, ນາງບໍ່ສາມາດເວົ້າຫຍັງຕໍ່ໄປໄດ້ອີກ. ເມື່ອໂທລະສັບດັງຂຶ້ນ

ໂນ່ຂ້ອຍຈະກັບບ້ານກ່ອນເດີ,​ ເບິ່ງແຍງໂຕເອງດີໆລະ, ຂ້ອຍເປັນຫວ່ງ... ດາວເວົ້າອອກມາພ້ອມກັບນ້ຳຕາໄຫຼລິນລົງມາເທິງໃບໜ້າ, ເມື່ອເວົ້າສຸດ ດາວກໍ່ຍ່າງຂຶ້ນລົດ ກັບບ້ານໄປ  ປ່ອຍໃຫ້ໂນ່ຢູ່ຄົນດຽວຕາມລຳພັງ.

ຄືນນີ້ໂນ່ນອນບໍ່ລັບມົດຄືນ, ເບິ່ງຄືວ່າໂລກນີ້ບໍ່ມີຫຍັງເຫຼືອເລີຍ, ຊີວິດຄືກັບວ່າຂາດສິ່ງໃດສິ່ງໜຶ່ງໄປ, ຮ່າງກາຍກໍ່ອ່ອນເພຍໄປໝົດ, ເຂົ້ານ້ຳກໍ່ກິນບໍ່ລົງເລີຍ

ເໝືອນກັບວ່າຄວາມອ້າງວ້າງ, ຄວາມງຽບເຫງົາມັນຈເຂົ້າມາໂຮມຢູ່ທີ່ໂນ່ພຽງຄົນດຽວ

 

ໂນ່ ແລະ ດາວ ເປັນຄູ່ຮັກກັນມາໄດ້ 1 ປີແລ້ວ, ແຕ່ເນື່ອງຈາກວ່າຖານະຄອບຄົວແຕກຕ່າງກັນ, ດາວເປັນລູກສາວດຽວຂອງຄອບຄົວ, ປ້າພັນ ແລະ ລຸງ ສອນ ເຊິ່ງເປັນຄົນຮັ່ງມີທີ່ສຸດໃນບ້ານນັ້ນກໍ່ວ່າໄດ້

ໂນ່ເປັນນັກຮຽນທຶນຈາກຕ່າງແຂວງ, ໄດ້ທຶນການສຶກສາຈາກລັດຖະບານມາຮຽນກຽມ, ແຕ່ເນື່ອງຈາກວ່າໂນ່ເກີດມາໃນຄອບຄົວທຸກຈົນຈຶ່ງເຮັດໃຫ້ພໍ່ແມ່ຂອງດາວ ບໍ່ພໍໃຈທີ່ດາວ ຄົບກັບໂນ່, ຈຶ່ງໄດ້ຫ້າມບໍ່ໃຫ້ດາວມາພົວພັນກັບໂນ່ອີກ,  ຊ້ຳບໍ່ພໍ ຍັງມີຜູ້ຊາຍທີ່ມີຖານະໜ້າຕາດີມາສົນໃຈດາວອີກ, ພໍ່ແມ່ຂອງດາວກໍ່ເຫັນພ້ອມຢາກໃຫ້ດາວຄົບກັບຊາຍຄົນນັ້ນ, ແຕ່ດາວເອງກໍ່ບໍ່ໄດ້ຮັກຜູ້ຊາຍຄົນນັ້ນ ຄືກັບທີ່ດາວຮັກໂນ່ເລີຍ, ທຸກຄັ້ງທີ່ຈະມາພົບກັບໂນ່ດາວກໍ່ໄດ້ລັກມາຫາເພາະຖ້າພໍ່ແມ່ຮູ້ດາວຈະຖືກຮ້າຍ

ເຖິງຈະມີອຸປະສັກຫຼາຍຢ່າງເຂົ້າມາແຕ່ກໍ່ບໍ່ໄດ້ເຮັດໃຫ້ຄວາມຮັກຂອງເຂົາເຈົ້າທັງສອງສັ່ນຄອນແຕ່ຢ່າງໃດ, ມີແຕ່ຍິ່ງເຮັດໃຫ້ຮັກກັນຫຼາຍຂຶ້ນ

ແຕ່ມາເຖິງມື້ນີ້ ດາວ ໄດ້ຕັດສິນໃຈເວົ້າຄຳນີ້ອອກມາຈາກປາກຂອງນາງເຊິ່ງສາເຫດມາຈາກອັນໃດ ໂນ່ບໍ່ຮູ້ເລີຍ

ດາວ ! ດາວ ! ເປັນຫຍັງມື້ນີ້ເຈົ້າຈຶ່່ງເວົ້າຄຳນີ້ອອກມາ! ຂ້ອຍບໍ່ເຊື່ອວ່າຍ້ອນຂ້ອຍໄປກັບໝູ່ຜູ້ຍິງຄົນນັ້ນຈະເຮັດໃຫ້ເຈົ້າເວົ້າຄຳນີ້ອອກມາ,

ດາວ! ຫຼືວ່າເຈົ້າບໍ່ຮັກຂອ້ຍແລ້ວ ໂນ່ໄດ້ແຕ່ພຶມພຳຖາມຕົວເອງດ້ວຍຄວາມເຈັບປວດທີ່ອອກມາຈາກຫົວໃຈ, ຄືນນັ້ນທັງຄືນໂນ່ໄດ້ໂທຫາດາວຕັ້ງຫຼາຍເທື່ອແຕ່ດາວກໍ່ປິດເຄື່ອງ

ພໍຮຸ່ງເຊົ້າມາໂນ່ໄດ້ຕັດສິນໃຈໄປຫາດາວຢູ່ບ້ານ, ແຕ່ຄົນໃນຄອບຄົວກໍ່ບອກວ່າດາວບໍ່ຢູ່, ບໍ່ຮູ້ວ່າໄປໃສ. ແລ້ວກໍ່ບອກໂນ່ວ່າບໍ່ຕ້ອງມາຫາດາວອີກ.

ໂນ່ຮູ້ແລ້ວວ່າເຂົາເຈົ້າຕົວະແຕ່ຈະເຮັດແນວໃດໄດ້, ໄດ້ແຕ່ຍ່າງກັບບ້ານດ້ວຍຄວາມຜິດຫວັງ, ດັ່ງເຊັ່ນຄົນໄຮ້ວິນຍານ

ການສອບເສັງໄປຈີນຈະເລີ່ມໃນອາທິດໜ້ານີ້ແລ້ວ, ແຕ່ໂນ່ຍັງບໍ່ມີກະຈິດກະໃຈຈະຮຽນໜັງສືຊ້ຳ, ທຸກມື້ກໍ່ໄດ້ແຕ່ນັ່ງໃຈລອຍໄປລອຍມາ ບາງເທື່ອກໍ່ນຳ້ຕາໄຫຼ, ໝູ່ໃນຫ້ອງພັກດຽວກັນກໍ່ສົງໄສວ່າໂນ່ເປັນຫຍັງຄືມາແປກແທ້, ປົກກະຕິແລ້ວໂນ່ເປັນຄົນມັກຮຽນໜັງສືເອົາແທ້ເອົາວ່າ, ແຕ່ໜຶ່ງອາທິດຜ່ານມານີ້ແຮ່ງໃກ້ຊິເສັງໂນ່ຊ້ຳພັດບໍ່ຈັບຮອດປຶ້ມມາອ່ານຊ້ຳ, ໝູ່ທຸກຄົນພາກັນຖາມໂນ່ກໍ່ບໍ່ໄດ້ເວົ້າຫຍັງສູ່ຟັງຫຼາຍມີແຕ່ບອກວ່າມີບັນຫາໜ້ອຍໜຶ່ງເທົ່ານັ້ນ


 

ເສັ້ນທາງການສຶກສາ ແລະ ຄວາມຮັກຂອງໂນ່ຈະເປັນແນວໃດ ຕິດຕາມອ່ານໃນຕອນຕໍ່ໄປເດີພີ່ນ້ອງ

ຢາກໃຫ້ຊີວິດຂອງໂນ່ເປັນແນວໃດກໍ່ສາມາດອອກຄວາມເຫັນມາໄດ້ເດີ


ຂຽນໂດຍ wunwan


ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

 

 

ຄວາມເປັນມາຂອງວັນ Christmas

 

ຄຳວ່າ Christmas ມາຈາກພາສາອັງກິດ ບູຮານວ່າ Christes Maesse ແປວ່າ “ ບູຊາມິສຊາຂອງພະຄີຣສຕະເຈົ້າ

ຊຶ່ງພົບເຫັນເປັນຄັ້ງທຳອິດໃນ ເອກະສານບູຮານທີ່ເປັນພາສາອັງກິດໃນປີ ຄ.ສ 1038 ແລະ ໃນປະຈຸບັນຄຳນີ້ກໍ້ໄດ້ປ່ຽນມາເປັນຄຳວ່າ Christmas

ເທດສະການ Christmas ຫຼື  X’Mas ກົງກັບວັນທີ່ 25 ທັນວາ ຂອງທຸກໆປີ, ຊຶ່ງວັນທີ່ 25 ທັນວານັ້ນເປັນວັນເກີດຂອງພ ຣະເຢຊູຄຣີສ ສາດສະດາ ແຫ່ງສາສະໜາຄຣີສ  ໂດຍອົງພຣະຄຣີສ ໄດ້ປະສູດຢູ່ເມືອງເບັດເລເຮັມ ແລະ ເຕີບໃຫຍ່ຢູ່ເມືອງ ນາຊາເລດ

ເຊິ່ງປະຈຸບັນກໍ່ຄືປະເທດ ອິດສະລາເອລ

ຕາມຫຼັກຖານໃນພະຄຳພີໄດ້ບັນທຶກວ່າ ພຣະເຢຊູຄຣີສ ເຈົ້າປະສູດໃນສະໄໝທີ່ຈັກກະພັດ ຊີຊາ ອອກກຸດສະຕຸ ແຫ່ງອານາຈັກໂລມັນເຊິ່ງເພິ່ນໄດ້ສັ່ງໃຫ້

ຈົດທະບຽນສຳມະໂນຄົວທົ່ວທັງແຜ່ນດິນໂດຍຝ່າຍຄີລີນີອັສເຈົ້າເມືອງຊີເລຍກໍ່ຮັບນະໂຍບາຍໄປປະຕິບັດໃຫ້ມີການຈົດທະບຽນສຳມະໂນຄົວທົ່ວທັ້ງອານາ

ເຂດ, ແຕ່ໃນພະຄຳພີບໍ່ໄດ້ລະບຸວ່າພຣະເຢຊູປະສູດວັນຫຼືເດືອນອັນໃດເລີຍ.

ທາງດ້ານນັກປະຫວັດສາດກໍ່ມີຄວາມເຫັນທີ່ແຕກຕ່າງອອກໄປໂດຍໄດ້ວິເຄາະວ່າ, ທີຈິງແລ້ວມື້ວັນທີ 25 ທັນວາ ເປັນວັນທີ່ຈັກກະພັດເອົາເລລຽນແຫ່ງ

ໂລມັນກຳນົດໃຫ້ເປັນວັນສະຫຼອງວັນເກີດຂອງສຸລິຍະເທບຕັ້ງແຕ່ປີ ຄ.ສ.274, ຄົນໂລມັນສ່ວນຫຼາຍນັບຖືເທບພະເຈົ້າສະຫຼອງໃນມື້ນີ້ກໍ່ຄືກັບວ່າເປັນວັນ

ສະຫຼອງຂອງຈັກກະພັດໄປໃນໂຕນຳພ້ອມ, ເພາະຈັກກະພັດກໍ່ປຽບໄດ້ວ່າເປັນດວງຕາເວັນທີ່ໃຫ້ຄວາມແຈ້ງສະຫວ່າງແກ່ຊີວິດມະນຸດ, ແຕ່ວ່າພວກຄົນ 

ຄຣີສທີ່ຢູ່ໃນຈັກກະພັດໂລມັນລວມທັງຄົນໂລມັນທີ່ປ່ຽນໄປນັບຖືສາສະໜາຄຣີສອຶດອັດໃຈທີ່ຈະສະຫຼອງວັນເກີດຂອງສຸລິຍະເທບຈຶ່ງຫັນມາສະຫຼອງວັນເກີດຂອງ 

ພຣະເຢຊູເຊິ່ງປຽບທຽບດັ່ງແສງສະຫວ່າງຂອງໂລກ ແລະ ຄືກັບເດືອນທີ່ເປັນແສງສະຫວ່າງໃນຕອນກາງຄືນແທນ, ຫຼັງຈາກທີ່ພວກຄົນຄຣີສ

ຖືກຄວບຄຸມເສລີພາບທາງສາສະໜາຕັ້ງແຕ່ປີ ຄ.ສ.64-313 ຈົນເຖິງວັນທີ 25 ທັນວາ ປີ ຄ.ສ 330 ຜູ້ຄົນຊາວຄຣີສຈຶ່ງໄດ້ເລີ່ມສະເຫຼີມສະຫຼອງວັນ

Christmas ຢ່າງເປັນທາງການ ແລະ ເປີດເຜີຍ.

 

ເທດສະການ ຄຣີສມາສ ຈຶ່ງເປັນວັນແຫ່ງການສະເຫຼີມສະຫຼອງວັນປະສູດຂອງພຣະເຢຊູຄຣີສ ແລະ ເປັນການສະຫຼອງຄວາມຮັກທີ່ພະເຈົ້າມີຕໍ່ມະນຸດ

 ໂລກເຮົາໂດຍພະເຈົ້າໄດ້ສົ່ງລູກຊາຍຂອງພະອົງຄື “ພຣະເຢຊູ” ລົງມາເກີດເປັນມະນຸດ ເພື່ອຊ່ວຍໄຖ່ບາບ ແລະຊ່ວຍໃຫ້ມະນຸດໂລກຫຼຸດພົ້ນຈາກການ

 ເຮັດຊົ່ວນັ້ນເອງ, ດັ່ງນັ້ນໃນມື້ນີ້ຖືວ່າເປັນມື້ທີ່ມີຄວາມໝາຍສຳຄັນຫຼາຍສຳຫຼັບຜູ້ທີ່ນັບຖືສາສະໜາຄຣີສທົ່ວໂລກ ແລະມີການສົ່ງບັດອວຍພອນ, ໃຫ້ຂອງ

 ຂັວນແກ່ກັນແລະກັນ ລວມທັງປະດັບປະດາຕົກແຕ່ງບ້ານເຮືອນດ້ວຍແສງໄຟ ແລະ ຕົ້ນຄຣີສມາສ ຢ່າງຈົບງາມ.

 

 

ອົງປະກອບໃນງານວັນ ຄຣີສ໌ມາສ໌

 

1.   ຊັນຕາຄຣອສ໌

 

2.   ຖົງຕີນ

 

3.   ຕົ້ນ ຄຣີສ໌ມາສ໌

 

4.   ຕົ້ນຮອນລີ

 

5.   ດອກໄມ້ ຄຣີສ໌ມາສ໌ ຫຼື Poindettia

 

6.   ດອກ ຄຣີສ໌ມາສ໌ Christmas Rose

 

7.   ເພງວັນຄຣີສ໌ມາສ໌

 

8.   ຄຳອວຍພອນວັນຄຣີສ໌ມາສ໌

 

9.   ສີປປະຈຳວັນຄຣີສ໌ມາສ໌

 

   - ສີແດງ: ເປັນສີຂອງໝາກຮອນລີ່ ຫຼື ຊັນຕາຄອສ໌, ເປັນສີຂອງເດືອນທັນວາ

 

   - ສີຂຽວ: ເປັນສີຂອງຕົ້ນໄມ້, ສັນຍາລັກຂອງທຳມະຊາດ

 

   - ສີຂາວ: ເປັນສີຂອງຫິມະ ແລະ ເປັນສັນຍາລັກຂອງສາສະໜາ

 

   - ສີທອງ: ເປັນສີຂອງທຽນ ແລະ ດວງດາວ, ເປັນສັນຍາລັກຂອງຕາເວັນ ແລະ ແສງສະຫວ່າງ

 

10. ການເຮັດມິສຊາທ່ຽງຄືນ

 

11. ທຽນ ແລະ ພວງມາໄລ

 

12. ລະຄັງວັນຄຣີສ໌ມາສ໌

 

13. ດາວ

 

14. ເຄື່ອງປະດັບ ແລະ ແອັບເປິ້ນ

15. ຂອງຂວັນວັນຄຣີສ໌ມາສ໌

 

 

 

 

 

 

ແປມາຈາກ www.kapook.com

 

 

ໂດຍ wunwan

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເນື່ອງໃນວັນ Christmas ແລະ ວັນປີໃໝ່ສາກົນທີ່ຈະມາເຖິງນີ້

wunwan ເອງກະມີພຽງແຕ່ຄຳອວຍພອນນີ້ລະທີ່ຈະມອບໃຫ້ໝູ່ເພື່ອນສະມາຊິກພັນລາວທຸກໆຄົນ

ຂໍອວຍພອນ                   ເປັນຄຳກອນວີ່ວອນມາ

ເຖິງບັນດາ                      ໝູ່ເພື່ອນພັນລາວນີ້

ຂໍຈົງໃຫ້                          ມີຄວາມສຸກໃນທຸກທີ່

ທັງປີນີ້                            ປີໜ້າ ແລະ ຕະຫຼອດໄປ

 

ຂໍໃຫ້ແຄ້ວ                       ໃຫ້ຄາດພະຍາດໂລຄາ

ສຸກອຸລາ                         ເກັ່ງກ້າວິຊາຄວາມຮູ້

ຂໍຈົງໃຫ້                          ຄວາມທຸກໃຈຢ່າເຫຼືອຢູ່

ໃຫ້ໝູ່ຄູ່                           ທຸກໆຄົນຢ່າໝົ່ນໃຈ   ແທ້ແລ້ວ

 

ແຫວນແລະແກ້ວ             ເງິນຄຳເຂົ້າມາຫາ

ໂຊກດີມາ                        ວາດສະໜາໃຫ້ດີຂຶ້ນ

ນອນຫຼັບແລ້ວ                 ຝັນວ່າໄດ້ຈັບເງິນໝື່ນ

ຍາມຕື່ນຂຶ້ນ                    ເງິນໝື່ນໝາຍກາຍເປັນ ຮ້ອຍລ້ານ ພຸ້ນແລ

 

ເວົ້າແທ້ໆ                       ອອກຈາກໃຈຂອງ ວັນວານ

ດົນບັນດານ                   ໃຫ້ເປັນແທ້ດັ່ງໃຈໝາຍ

ໃຫ້ໝູ່ເພື່ອນ                   ມີຄວາມສຸກທັ້ງກາຍໃຈ

ສິ່ງທີ່ໝາຍ                     ວາດຫວັງໄວ້ໃຫ້ເປັນຈິງ  ແທ້ໆເນີ

ແຕ່ງໂດຍ wunwan 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຕອນສຸດທ້າຍແລ້ວເນາະບາດນີ້ ກ່ອນເລື່ອງຊິຈົບຢາກໃຫ້ລອງເດົາເບິ່ງດູວ່າເລື່ອງລາວຂອງ ທ້າວ ວົງ ຈະຈົບແບບໃດ ??

 

  

 

ເຂົ້າເລື່ອງກັນເລີຍເນາະພີ່ນ້ອງ

 

 

 

ຫຼັງຈາກທີ່ທ້າວວົງໄດ້ລົງໄປເຮັດວຽກຕ່າງແຂວງຢູ່ໝູ່ບ້ານແຫ່ງໜຶ່ງໃນເຂດຊົນນະບົດ

ລາວກໍໄດ້ພົບກັບສາວນ້ອຍຄົນໜຶ່ງທີ່ໜ້າຮັກ….ໜ້າຮັກ, ກະຄືຈັ່ງວ່າຫັ້ນລະມັນເປັນສັນດານຂອງຜູ້ຊາຍເຈົ້າຊູ້ຫັ້ນນາ, ເຫັນຄົນງາມຍາມໃດລະຫົວພະຍານາກຂຶ້ນ

 

ນາງ ມອນ ສາວນ້ອຍນັກຮຽນມໍປາຍປີສຸດທ້າຍຖືໄດ້ວ່າເປັນຄົນງາມເກືອບວ່າທີ່ສຸດໃນໂຮງຮຽນຂອງບ້ານທີ່ທ້າວວົງລົງໄປເຮັດວຽກ

ຄືວ່າຫັ້ນແລສັນຊາດທະຍານຂອງຜູ້ຊາຍເຈົ້າຊູ້ເນາະ, ເຫັນຄົນງາມກະຢາກໄດ້ມາເປັນແຟນ,

ດັ່ງນັ້ນທ້າວວົງລາວກໍ່ຈຶ່ງໄດ້ໄປຫຼິ້ນເຮືອນສາວມອນຜູ້ໜ້າຮັກເປັນປະຈຳ, ຫຼາຍມື້ຫຼາຍວັນຈົນວ່າທາງພໍ່ແມ່ຂອງມອນໄວ້ເນື້ອເຊື່ອໃຈ, ປະໃຫ້ໄປໃສມາໃສນຳກັນ,

ຫຼາຍເດືອນຜ່ານພົ້ນໄປລາຍທາງໃນກໍ່ເຜີຍອອກມາ, ສາວມອນກະເລີຍພາດທ່າໃຫ້ທ້າວວົງໄປຈົນໄດ້

ຄືວ່າລະເດັກນ້ອຍບ້ານນອກບ້ານນາເນາະຊິວ່າລະກະເຊື່ອຄົນງ່າຍແດ່, ພາດພັ້ງຈົນວ່າມີລູກມີເຕົ້ານຳກັນ,

ທ້າວວົງລາວກະຊິໃຊ້ວິທີເກົ່າທີ່ເຄີຍເຮັດກັບນາງປູມາ, ພະຍາຍາມຈະໜີແຕ່ບໍ່ເປັນຈັ່ງບຸນ, ທາງພໍ່ແມ່ຂອງມອນບໍ່ຍອມຈະເອົາເລື່ອງຈົນເຖິງທີ່ສຸດ,

 

ຫາກໍ່ຮຽນຈົບມາເຮັດວຽກໃໝ່ໆອັນໃດກະຍັງບໍ່ທັນມີຊ້ຳ, ສຸດທ້າຍທ້າວວົງກະຕ້ອງໄດ້ແຕ່ງງານກັບມອນໂດຍຫຼີກລ່ຽງບໍ່ໄດ້, ຖ້າບໍ່ແຕ່ງກໍ່ຕ້ອງໄດ້ອອກຈາກວຽກ, ຖ້າອອກວຽກລະຊິເອົາຫຍັງກິນລະ.

 

ເບິ່ງກະຄືວ່າບາບກຳມັນຈະນຳມາທັນ, ເມຍຂອງວົງ ນາງມອນຊ້ຳເປັນໂລກຫົວໃຈ, ຖ້າມີປາກມີສຽງກັບທ້າວວົງຍາມໃດເປັນວ່າໄດ້ເຂົ້າໂຮງໝໍ, ທ້າວວົງກະເລີຍຕ້ອງໄດ້ເອົາໃຈເມຍເປັນພິເສດ, ໄດ້ເຮັດທຸກສິ່ງທຸກຢ່າງໃຫ້ເມຍດັ່ງທີ່ບໍ່ເຄີຍເຮັດມາກ່ອນ, ສ່ຳກັບວ່າເມຍເປັນແມ່ພຸ້ນລະ,

 

ທ້າວວົງແຕ່ງງານມາໄດ້ໜຶ່ງປີປາຍກໍ່ໄດ້ກຳເນີດລູກສາວເປັນຄົນທຳອິດ, ແທນທີ່ຈະດີໃຈທີ່ໄດ້ລູກແຕ່ກໍ່ບໍ່ເປັນດັ່ງນັ້ນລູກເກີດອອກມາກະບໍ່ສົມບູນແບບ, ເກີດກ່ອນກຳນົດ, ຊ້ຳບໍ່ພໍເມຍກໍ່ປ່ວຍອີກ, ທ້າວວົງກະເລີຍຕ້ອງໄດ້ເຮັດວຽກໜັກຂຶ້ນໜັກຂຶ້ນ ລະກະໜັກຂຶ້ນເລື້ອຍໆ ເພື່ອຫາເງິນມາຮັກສາເມຍ ແລະ ລ້ຽງດູເບິ່ງແຍງລູກ.

 

 

 

       *

       *

       *

 

 

ຈາກວັນເປັນເດືອນຈາກເປັນປີ ການເວລາຜ່ານພົ້ນ 20 ປີພົ້ນຜ່ານ,

ມື້ໜຶ່ງໃນລະດູໜາວເດືອນຈຽງເດືອນຍີ່

ທີ່ເຮືອນຂອງທ້າວວົງ

  

 

 

ແມ່ນຫຍັງມິ່ງແກ້ວ ລູກເວົ້າຫຍັງມື້ກີ້ນີ້? ທ້າວວົງຖາມລູກສາວດ້ວຍຄວາມໃຈຮ້າຍດັງອອກມານອກເຮືອນ

 

 

 

 

"ລູກຊິອອກໂຮງຮຽນນະພໍ່ ຕອນນີ້ລູກຕັ້ງທ້ອງໄດ້ 3 ເດືອນກ່ວາແລ້ວ" ມິ່ງແກ້ວຕອບພໍ່ດ້ວຍນ້ຳຕາທັງສັ່ນທັງເຊັນ

 

 

ເມື່ອໄດ້ຍິນແນວນັ້ນທ້າວວົງນັ່ງຊຸດລົງກັບຕັ່ງລ່ອຍໄປໝົດກະດູກກະດ້ຽວປາກບໍ່ອອກ

ຊິຮ້າຍລູກກໍ່ບໍ່ໄດ້ຢ້ານລູກສາວຈະຄິດສັ້ນຄືດັ່ງແມ່ຂອງມັນ, ຄົນແຮ່ງບໍ່ສົມບູນປານໃດ

 

ຄືນນັ້ນທັງຄືນ ທ້າວວົງນອນບໍ່ຫຼັບໝົດຄືນໄດ້ແຕ່ພຶມພຳກັບຕົນເອງ

ໂອ້ເວນກຳແທ້ໆ ແມ່ນຫຍັງກັນນີ້, ສິ່ງທີ່ຂ້ອຍຢ້ານມັນຄືເກີດຂຶ້ນໄວແທ້, ທຸກສິ່ງທຸກຢ່າງທີ່ບໍ່ດີເກີດຂຶ້ນມາກໍ່ເພາະຕົວຂ້ອຍເອງແທ້ໆເລີຍ

ຟ້າເອີຍເປັນຫຍັງຈຶ່ງທໍລະມານຂ້ອຍແບບນີ້, ເມຍກໍ່ຕາຍຈາກ, ລູກສາວດຽວກໍ່ຮຽນບໍ່ຈົບ, ວຽກເຮັດກໍ່ບໍ່ມີອາໄສນາມູນຕອນດຽວກໍ່ຂາຍສົ່ງລູກຮຽນ ສຸດທ້າຍລູກກໍ່ຮຽນບໍ່ຈົບຊ້ຳ

ເປັນຫຍັງຊີວິດຂ້ອຍຈຶ່ງເປັນແນວນີ້, ນີ້ບໍທີ່ເຂົາເອີ້ນວ່າເວນກຳນຳທັນ, ຖ້າມື້ນັ້ນຂ້ອຍບໍ່ນອກໃຈດວງ, ຂ້ອຍບໍ່ເຮັດແບບນັ້ນກັບປູ ຂ້ອຍກໍ່ຄືຊິບໍ່ໄດ້ມາເຮັດວຽກຢູ່ນີ້, ແລ້ວຂ້ອຍກໍ່ຄືຊິບໍ່ມາມີຊີວິດແບບນີ້

ດວງ ດວງ ! ! ທ້າວວົງອຸທານອອກມາ

ອ້າຍຂໍໂທດ, ຖ້າຫາກຍ້ອນເວລາກັບໄປໄດ້ອ້າຍຈະບໍ່ນອກໃຈເຈົ້າ, ທັ້ງທີ່ເຈົ້າຮັກແລະຊ່ວຍເຫຼືອອ້າຍທຸກຢ່າງແຕ່ເປັນຫຍັງອ້າຍຈຶ່ງຫັກຫຼັງເຈົ້າໄດ້

ທຸກຄັ້ງທີ່ອ້າຍບໍ່ສະບາຍ, ອ້າຍມີບັນຫາ ມີເຈົ້າຄອຍຢູ່ຄຽງຂ້າງອ້າຍບໍ່ເຄີຍຮ້າຍ, ບໍ່ເຄີຍເວົ້າຫຍັງໃຫ້ອ້າຍອຸກໃຈ, ຍາມອ້າຍຫິວເຈົ້າກໍ່ຫາອາຫານມາສູ່ກິນ, ແຕ່ມື້ນີ້ອ້າຍແຕ່ງງານແລ້ວແທນທີ່ອ້າຍຈະມີຄວາມສຸກແຕ່ເປັນຫຍັງອ້າຍກໍ່ຫາຄວາມສຸກບໍ່ໄດ້ເລີຍ

ມີລູກກໍ່ເປັນແບບນີ້, ຄືຊິເປັນເວນເປັນກຳທີ່ອ້າຍໄດ້ເຮັດກັບ ນ້ອງ ແລະ ນາງປູ ໄວ້ມັນນຳມາທັນອ້າຍແລ້ວດວງ

ທ້າວວົງທັງເວົ້າທັງນ້ຳຕາໄຫຼອອກມາດ້ວຍຄວາມເຈັບປວດ

 

 

 

ແລະແລ້ວອີກສອງປີຕໍ່ມາ ທ້າວວົງ ກໍ່ສິ້ນລົມຫາຍໃຈເພາະຕອມໃຈ

 

 

ນີ້ລະເພິ່ນວ່າເວນກຳມີຈິງ, ບາງຄົນກໍ່ອາດຈະເຊື່ອແຕ່ບາງຄົນກະບໍ່ເຊື່ອ

ມື້ນີ້ສິ່ງທີ່ເຮົາເຮັດລົງໄປມັນອາດຍັງບໍ່ຕອບກັບມາທັນທີ ແຕ່ມື້ໃດມື້ໜຶ່ງສິ່ງເຫຼົ່ານັ້ນມັນກໍ່ຈະມາຫາເຮົາເອງ

ເວລາເດີນໜ້າໄປເລື້ອຍໆບໍ່ມີທາງຍ້ອນກັບໄປໄດ້ ຖ້າບໍ່ຢາກເວົ້າຄຳວ່າ  ມັນສວາຍເກີນໄປແລ້ວ   ກໍ່ຄວນຈະຄິດໃຫ້ດີກ່ອນທີ່ຈເຮັດສິ່ງໃດລົງໄປ

 

ຈົ່ງຢ່າເຮັດອັນໃດກ່ອນຄິດ           ແຕ່ຈົ່ງຄິດກ່ອນຈິ່ງຄ່ອຍລົງມືເຮັດ

 

 


 

ຜິດພາດປະການໃດກະຂໍອະໄພມານະທີ່ນີ້ດ້ວຍ

ຂໍຂອບໃຈໃນທຸກຄຳຕຳນິຕິຕຽນ alt

 

 

 ຂຽນໂດຍ wunwan

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມາຕໍ່ກັນເລີຍເນາະ 

 

ມື້ໜຶ່ງຂະນະທີ່ດວງກຳລັງຈະຂຶ້ນຫ້ອງຮຽນເພື່ອສອບເສັງ ນາງປູໄດ້ມາຫາລາວ ແລ້ວກໍ່ເລົ່າເລື່ອງທຸກຢ່າງໃຫ້ດວງຟັງ.

ວົງບອກຂ້ອຍວ່າເຈົ້າບໍ່ຍອມປ່ອຍລາວ, ລາວເວົ້າວ່າຖ້າລາວແຕ່ງງານກັບຂ້ອຍເຈົ້າຈະຂ້າຕົວຕາຍ,

ເປັນຫຍັງເຈົ້າຈຶ່ງເຮັດແນວນີ້, ບໍ່ຄິດເຫັນໃຈຂ້ອຍເລີຍບໍດວງ?

ນາງ ປູເວົ້າອອກມາພ້ອມກັບນ້ຳຕາ

ນາງດວງ ໄດ້ແຕ່ອື້ງ ແລ້ວເວົ້າອອກມາວ່າ ຂ້ອຍມີເສັງໄປກ່ອນເດີ ເລື່ອງຂອງເຈົ້າກັບອ້າຍວົງ ບໍ່ກ່ຽວຫຍັງກັບຂ້ອຍ, ຢ່າມາຖິ້ມໂທດໃສ່ຂ້ອຍ ຂ້ອຍບໍ່ຮູ້ເລື່ອງ, ເຈົ້າສອງຄົນຈະເປັນແນວໃດບໍ່ໄດ້ກ່ຽວຫຍັງກັບຂ້ອຍ

ລະອີກຢ່າງຂ້ອຍບໍ່ໄດ້ເປັນຄົນໄປຫຍຸ້ງກັບອ້າຍວົງເລີຍ, ມີແຕ່ລາວຫັ້ນລະມາວົນວາຍນຳຂ້ອຍ

ເຈົ້າມາກະດີລະ ກະລຸນາບອກລາວວ່າຢ່າມາຫຍຸ້ງກັບຂ້ອຍອີກເດີ. ເວົ້າສຸດດວງກໍ່ຍ່າງຂຶ້ນຫ້ອງຮຽນໄປດ້ວຍໄປໜ້າທີ່ປຽກໄປດ້ວຍນ້ຳຕາແຫ່ງຄວາມເສຍໃຈ

ເປັນຫຍັງເຮົາຕ້ອງມາຜິດກັບຜູ້ຍິງຄົນນັ້ນຍ້ອນຜູ້ຊາຍບໍ່ດີຄືອ້າຍວົງນັ້ນ ດວງເວົ້າພຶມພຳຖາມຕົວເອງ ຢູ່ຄົນດຽວ?

 

ເມື່ອປູໄດ້ຮູ້ຄວາມຈິງຈາກປາກຂອງຄົນທີ່ວົງບອກວ່າ ເຂົາບໍ່ຍອມປ່ອຍລາວ ທີ່ຈິງແລ້ວ ທີ່ທ້າວວົງອ້າງເຫດຜົນທຸກຢ່າງມາກໍ່ເພາະບໍ່ຢາກແຕ່ງງານກັບຕົນເອງ,  ຫຼາຍວັນເມື່ອເຫັນວົງບໍ່ມາຫາ

ນາງປູກໍ່ໄດ້ພະຍາຍາມໂທຫາທ້າວວົງ ເປັນ ຊາວ ສາມສິບສາຍແຕ່ທ້າວວົງກໍ່ບໍ່ອມຮັບ ແລະສຸດທ້າຍກໍ່ປິດເຄື່ອງໃສ່

ນາງປູເສຍໃຈຫຼາຍບໍ່ຮູແນວຈະເຮັດຈຶ່ງໄດ້ສົ່ງຂໍ້ຄວາມຝາກໄວ້ ເນື້ອໃນຂໍ້ຄວາມຂຽນວ່າ: ວົງ ຖ້າເຈົ້າບໍ່ມາພົລຂ້ອຍມື້ອື່ນເຊົ້າເວລາ  ສີ່ໂມງ ແລງເຈົ້າກໍ່ຈະບໍ່ເຫັນຂ້ອຍອີກເລີຍໃນຊາດນີ້'

ມື້ໃໝ່ໄດ້ມາເຖິງ, ເມື່ອຮອດເວລານັດໝາຍບໍ່ເຫັນວົງມາ ປູໄດ້ຕັດສິນໃຈດັບຊີວິດຂອງຕົນເອງດ້ວຍເຊືອກຜູກໃສ່ຕົ້ນໄມ້ ແຕ່ບັງເອີນ ພໍ່ ແມ່ ຂອງປູມາພົບເຫັນ ແລະ ຊ່ວຍໄວ້ທັນເວລາ,

 

ຕັ້ງແຕ່ມື້ນັ້ນມາປູກໍ່ເອົາແຕ່ນັ່ງຊຶມເສົ້າການຮຽນກໍ່ບໍ່ຫົວໃສ່ໃຈຊາຫຍັງເລີຍ........

ພໍ່ກັບແມ່ຂອງປູກໍ່ບໍ່ຈັກວ່າຊິເວົ້າຊິຮ້າຍໃຫ້ລູກແນວໃດ, ຄັນຊິດ່າຊິຮ້າຍກໍ່ຢ້າລູກຄິດສັ້ນອີກ, ໄດ້ແຕ່ປ່ອຍປະໃຫ້ເປັນໄປແບບນັ້ນ

ວັນໜຶ່ງ ຂະນະທີ່ແມ່ສາຍ ແມ່ຂອງປູນັ່ງຢ່ໜ້າລະບຽງເຮືອນ, ປູໄດ້ຍ່າງອອກມາຫາແມ່ ແລະ ເວົ້າກັບແມ່ວ່າ:

ແມ່ ລູກຂໍໂທດ, ລູກບໍ່ດີເອງຈະໂທດໃຜກະບໍ່ໄດ້, ຜິດທີລູກບໍ່ລະວັງຕົວເອງປະໃຫ້ເລື່ອງທຸກຢ່າງມັນຮ້າຍແຮງຈົນເຖິງຂັ້ນນີ້,

ມາເຖິງມື້ນີ້ທຸກຢ່າງມັນຫຼ້າມັນສວາຍເກີນໄປແລ້ວ ລູກເສຍໃຈຫຼາຍທີ່ເຮັດໃຫ້ແມ່ ແລະ ພໍ່ຕ້ອງເສຍໃຈ, ປູເວົ້າອອກມາພ້ອມກັບນ້ຳຕາທີ່ອາບລົງໃບໜ້າ

" ຢ່າມັນເທາະລູກເລື່ອງມັນຜ່ານມາແລ້ວ, ບໍ່ຕ້ອງຄິດຫຍັງຫຼາຍ, ຂໍໃຫ້ລູກແມ່ເຂັ້ມແຂງ ແລະ ຕັ້ງຈິດຕັ້ງໃຈໃໝ່, ບໍ່ຄິດສັ້ນອີກກໍ່ເປັນພໍ " ແມ່ສາຍເວົ້າປອບໃຈລູກສາວດ້ວຍຄວາມຮັກ ແລະ ອີ່ດູຕົນລູກສາວ

ປູໄດ້ແຕ່ສະອື້ນໄຫ້ ແລະຄຳນຶງຢູ່ໃນໃຈວ່າ ໃນໂລກນີ້ຄືຊິບໍ່ມີຮັກໃດເທົ່າກັບຮັກຂອງແມ່ອີກແລ້ວ, ຄວາມຮັກຈາກຄົນອື່ນບໍ່ໄດ້ ສ້ຽວໜຶ່ງຂອງແມ່ເລີຍ

" ລູກໃຫ້ສັນຍາວ່າຕໍ່ໄປລູກຈະບໍ່ຄິດສັ້ນອີກແລ້ວ ຂໍໃຫ້ແມ່ບໍ່ຕ້ອງເປັນຫວ່ງລູກ " ປູເວົ້າອອກມາຢ່າງໜັກແໜ້ນ

 

 

ສ່ວນທ້າວວົງເຖິງວ່າຈະຮູ້ເລື່ອງແຕ່ລາວກໍ່ບໍ່ໄດ້ເອົາຫົວໃສ່ໃຈຊາຫຍັງ, ບໍ່ເຄີຍຄິດທີ່ຈະມາເບິ່ງ ນາງປູເລີຍແມ່ນແຕ່ໜ້ອຍດຽວເລີຍ

 

ທາງດ້ານນາງດວງ ນັບຕັ້ງແຕ່ວັນນັ້ນຊີວິດກໍ່ເໝືອນກັບວ່າບໍ່ມີຫຍັງເລີຍ ສິ່ງທີ່ຫວັງທຸກຢ່າງຈົບລົງແບບບໍ່ໜ້າເຊື່ອ

ບໍ່ເຄີຍຄິດມາກ່ອນວ່າຄົນທີ່ສັນຍາວ່າຈະເບິ່ງແຍງນາງໄປຕະຫຼອດຊີວິດ ກໍ່ກັບກາຍມາເປັນຄົນທີ່ທຳຮ້າຍນາງໃຫ້ເຈັບປວດໄປຕະຫຼອດຊີວິດແບບນີ້

ແຕ່ລະມື້ແຕ່ລະວັນ ດວງກໍ່ຢູ່ໄປພໍແລ້ວມື້ແລ້ວວັນແບບຄົນບໍ່ມີຈິດວິນຍານນັ້ນລະ.

 

ທາງດ້ານທ້າວວົງຫຼັງຈາກຈົບການສຶກສາ ລາວກໍ່ໄດ້ໄປເຮັດວຽກຕ່າງແຂວງ ແລະ ແລ້ວລາວກໍ່ໄດ້ພົບກັບຜູ້ຍິງຄົນໜຶ່ງ 

ເປັນສາວນັກຮຽນມໍປາຍ ໜ້າຕາໜ້າຮັກກກກກກກກ ໜ້າຮັກ

 

 

ເລື່ອງລາວຂອງທ້າວວົງຈະເປັນແນວໃດ ຕິດຕາມຕອນຕໍ່ໄປເດີ້ພີ່ນ້ອງ

 

 

ຂຽນໂດຍ wunwan

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັກຂຽນມືສະໝັກຫຼິ້ນ ໃຫ້ຄຳເຫັນແນ່ເດີພີ່ນ້ອງພັນລາວທັງຫຼາຍ

ມື້ນີ້ຂໍເນື້ອທີ່ຢູ່ພັນລາວຈັກຫຼາຍຂໍຂຽນເລື່ອງກ່ຽວກັບຜູ້ຊາຍຫຼາຍໃຈຄົນໜຶ່ງເລື່ອງມີຄືດັ່ງຕໍ່ໄປນີ້:

ເຮົາເລີກກັນເທາະ ຢູ່ໄປກໍ່ບໍ່ມີຫຍັງດີຂຶ້ນເລີຍ, ຫຼາຍຄັ້ງແລ້ວທີ່ຂ້ອຍໃຫ້ອະໄພເຈົ້າແຕ່ກະບໍ່ເຫັນເຈົ້າຈະປ່ຽນແປງຕົນເອງເລີຍ  ນາງດວງ(ນາມສົມມຸດ)ນັກສຶກສາປີ 4 ເວົ້າອອກມາດ້ວຍຄວາມເຫຼືອອົດ

ບໍ່ ຈັ່ງໃດຂ້ອຍກະບໍ່ເລີກກັບເຈົ້າ ຂ້ອຍຮັກເຈົ້າໄດ້ຍິນບໍ?  ທ້າວ ວົງ ນັກສຶກສາມະຫາໄລ ປີສຸດທ້າຍເອີ່ຍຂຶ້ນດ້ວຍນ້ຳສຽງອ້ອນວອນ

ທ້າວ ວົງ ແລະ ນາງດວງ ເປັນແຟນກັນມາໄດ້ 3 ປີກວ່າແລ້ວ, ມາມື້ນີ້ເປັນເທື່ອທີ່ເທົ່າໃດແລ້ວກໍ່ນັບບໍ່ໄດ້ທີ່ດວງເອີ່ຍຄຳວ່າເລີກອອກມາຈາກປາກຂອງນາງ

ສາເຫດກໍ່ເນື່ອງມາຈາກວ່າທ້າວວົງເອງ, ຫຼັງຈາກທີ່ທັງສອງຄົນຄົບກັນມາໄດ້ສອງປີ ທ້າວວົງໄດ້ໄປບ້ານຂອງດວງແລ້ວໃຫ້ສັນຍາກັບພໍ່ແມ່ຂອງດວງວ່າຈະເບິ່ງແຍງດວງເປັນຢ່າງດີ, ແຕ່ມາຮອດມື້ນີ້ທ້າວວົງຊ້ຳພັດໄປມືີສຳພັນກັບຍິງຄົນອື່ນ ເຊິ່ງມີນາມວ່າ ປູ, ເປັນນັກສຶກສາປີ 3 ຮຽນສາຍພິເສດ, ຄົນນະຄອນຫຼວງ

ທ້າວວົງໄດ້ລັກມັກຮັກກັບນາງປູຫຼັງຈາກທີ່ຄົບກັບດວງໄດ້ພຽງແຕ່ 2 ປີ ແຕ່ທ້າວວົງກໍ່ໄດ້ປົກປິດບໍ່ໃຫ້ດວງຮູ້ເປັນເວລາ 1 ປີເຕັມ, ສຸດທ້າຍກະຈັ່ງວ່າຫ້ັນລະເທວະດາຂາຍໜ້າ ດວງກໍ່ເລີຍຮູ້ເລື່ອງ

ແຕ່ທ້າວວົງກໍ່ບອກແຕ່ວ່າບໍ່ໄດ້ຮັກປູ ພຽງແຕ່ເປັນນ້ອງຮັກຊື່ໆ, ແຕ່ແລ້ວເຫດການທີ່ດວງຢ້ານກໍ່ໄດ້ເກີດຂຶ້ນເມື່ອມື້ນີ້ດວງໄດ້ຮູ້ຄວາມຈິງທຸກຢ່າງວ່າ ທ້າວວົງໄດ້ມີສຳພັນກັບປູ ຈົນມີລູກໄດ້ສອງເດືອນແລ້ວ

ດວງເສຍໃຈຫຼາຍ ທຸກວັນຄືນມີແຕ່ນຳຕານອງໜ້າ, ອີກບໍ່ພໍເທົ່າໃດອາທິດທ້າວວົງກໍ່ຈະແຕ່ງງານແລ້ວ,

ອ້າຍຂໍໂທດດວງ ແຕ່ຈັ່ງໃດອ້າຍກໍ່ບໍ່ແຕ່ງງານກັບປູເດັດຂາດ ອ້າຍບໍ່ໄດ້ຮັກລາວເລີຍ,

ດວງ ຍົກໂທດໃຫ້ອ້າຍເທາະ ອ້າຍຜິດໄປແລ້ວ ອ້າຍສັນຍາວ່າຕໍ່ໄປອ້າຍຈະບໍ່ເຮັດແນວນີ້ອີກ ທ້າວ ວົງເວົ້າອອກມາດ້ວຍຄວາມສຳນຶກຜິດ

ເລື່ອງຂອງເຮົາມັນເປັນໄປບໍ່ໄດ້ແລ້ວລະອ້າຍວົງ ອ້າຍຈະເຮັດແນວໃດ, ໃນເມື່ອອ້າຍກຳລັງຈະມີລູກກັບຍິງຄົນນັ້ນ ແລ້ວອ້າຍກໍ່ກຳລັງຈະແຕ່ງງານ

ນ້ອງຄິດວ່າເຮົາບໍ່ຕ້ອງພົບກັນອີກເປັນດີທີ່ສຸດ  ເມື່ອເວົ້ຈົບແລ້ວ ດວງກໍ່ຫັນຫຼັງຈາກໄປ ປ່ອຍໃຫ້ວົງນັ່ງເອົາມືຄຸມຂະໝັບຄິດຢູ່ຄົນດຽວ

 

ອີກດ້ານໜຶ່ງ ນາງປູ ກໍ່ໄດ້ຮູ້ຄວາມຈິງວ່າທ້າວວົງມີຄົນຮັກແລ້ວ ແຕ່ມາຫຼອກລວງຕົນເອງ ລາວໄດ້ແຕ່ນອນໄຫ້ຢູ່ໃນຫ້ອງຄົນດຽວ, ຂ້ອຍຈະເຮັດແນວໃດດີ, ຮຽນຍັງບໍ່ທັນຈົບຊ້ຳຍັງອີກຕັ້ງສອງປີ, ຈະຮຽນຕໍ່ກໍ່ບໍ່ໄດ້ແລ້ວ ອາຍໝູ່, ທຸກວັນນີ້ກໍ່ບໍ່ຮູ້ຈະເອົາໜ້າໄປໄວ້ໃສ່ແລ້ວ, ຖ້າຈະເອົາລູກອອກກໍ່ຢ້ານບາບ ຂ້ອຍຈະເຮັດແນວໃດດີ ຂ້ອຍຈະເຮັດແນວໃດດີ ປູໄດ້ແຕ່ພຶມພຳຢູ່ຄົນດຽວ

 

ທ້າວວົງຄິດໜັກຫາວິທີທາງອອກເພາະຍງຮຽນບໍ່ທັນຈົບຈະໃຫ້ອອກໄປເອົາເມຍໄດ້ຈັ່ງໃດ, ຫຼັງຈາກນັ້ນທ້າວວົງໄດ້ຕັດສິນໃຈພາປູໄປໂຮງໝໍແລ້ວກໍ່ຫາວິທີເຮັດໃຫ້ປູເອົາລູກອອກ, ໂດຍການໃຫ້ໝໍບອກວ່າລູກໃນທ້ອງບໍສົມບູນ, ເມື່ອເປັນແນວນັ້ນປູເອງກໍ່ໄດ້ເອົາລູກອອກ, ກະຄືຈັ່ງວ່າຫ້ັນລະເນາະເມື່ອບໍ່ມີລູກແລ້ວ ທ້າວວົງລາວກໍ່ສະບາຍໃຈ ໃກ້ຈະຮອດມື້ແຕ່ງກໍ່ບອກວ່າຕອນນີ້ຍັງບໍ່ພ້ອມ ເອົາໄວ້ຮຽນຈົບກ່ອນ, ແບບນີ້ຕະຫຼອດ

 

ທາງດ້ານ ນາງດວງ ແຕ່ລະວັນກະບໍ່ມີກະຈິດກະໃຈເຮັດອັນໃດເລີຍການຮຽນກໍ່ບໍ່ຄ່ອຍສົນໃຈເອົາແຕ່ນັ່ງຄິດລະກະນ້ຳຕາໄຫຼ

ດວງ ດວງ ສຽງເອີ້ນມາແຕ່ໄກຂອງຊາຍຄົນໜຶ່ງ

ດວງອ້າຍຂໍໂທດເຮົາກັບມາເປັນຄືເກົ່າໄດ້ບໍ? ອ້າຍບໍ່ໄດ້ແຕ່ງງານແລ້ວ, ທາງນັ້ນເຂົາເຈົ້າຍົກເລີກແລ້ວ ທ້າວ ວົງເວົ້າອອກມາແບບໜ້າຕາເສີຍ

ແລ້ວລູກເດລະ,ດວງຖາມອອກມາດ້ວຍຄວາມສົງໃສ

ລູກບໍ່ມີແລ້ວ ຄືວ່າລູກບໍ່ສົມບູນກະເລີຍບໍ່ໄດ້ເອົາໄວ້ ອີກຢ່າງທາງນັ້ນເຂົາກະບໍ່ໄດ້ຄິດຫຍັງຫຼາຍກັບເລື່ອງແນວນີ້ ທ້າວ ວົງເວົ້າອອກມາແບບໜ້າຕາເສີຍ

ເນື່ອງຈາກຄວາມຮັກທີ່ມີຢູ່ ດວງພ້ອມຈະໃຫ້ອະໄພຄົນຮັກຂອງນາງສະເໝີຂໍພຽງແຕ່ເຂົາຜູ້ນັ້ນກັບຕົວກັບໃຈ ຫຼາຍອາທິດຜ່ານໄປທັງສອງກໍ່ກັບມາຄືນດີກັນອີກຄັ້ງໜຶ່ງ

ແຕ່ສິ່ງທີ່ດວງຄິດກໍ່ບໍ່ເປັນດັ່ງນັ້ນເມື່ອລາວໄດ້ຮູ້ຄວາມຈິງວ່າ ທ້າວວົງຕົວະລາວເລື່ອງທີ່ວ່າເລີກກັບປູແລ້ວ

ເຫດການຮັກສາມເສົ້າຈະເປັນແນວໃດ ຕິດຕາມຕອນຕໍ່ໄປເດີພີ່ນ້ອງ ມື້ນີ້ຄິດບໍ່ອອກວ່າຈະຂຽນແນວໃດຕໍ່

 

 

ຢາກໃຫ້ເລື່ອງຈົບແບບໃດກະອອກຄຳເຫັນໄດ້ເດີພີ່ນ້ອງພັນລາວຜູ້ໜ້າຮັກທັງຫຼາຍalt

 

ຂຽນໂດຍ wunwan

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2008 | ມີ 27 ຄຳເຫັນ ແລະ 0 trackback(s)


ຫຼາຍຄົນອາດຈະເຄີຍເວົ້າອອກມາວ່າ: "ເປັນຫຍັງຈຶ່ງບໍ່ມີໃຜເຂົ້າໃຈຂ້ອຍເລີຍ "

 

ຫຼາຍຄົນອາດເຄີຍພົບກັບບັນຫາຕ່າງໆໃນຊີວິດ ຫຼື ບາງຄົນອາດຈະບໍ່ເຄີຍພົບກໍ່ຕາມ, ເມື່ອເວລາມີບັນຫາທີ່ໜັກໜ່ວງກໍ່ມັກຈະຫາຄົນປຶກສາ,

ແຕ່ບາງເທື່ອສິ່ງທີ່ເຮົາຫວັງມັນກໍ່ບໍ່ອາດຈະເປັນໄດ້ດັ່ງໃຈສະເໝີໄປ, ບາງເທື່ອເວລາເຮົາເວົ້າຫຍັງອອກໄປກໍ່ບໍມີໃຜເຂົ້າໃຈເຮົາເລີຍ,

ຢາກໃຫ້ໝູ່ເພື່ອນເຂົ້າໃຈວ່າຢ່າໄປຮຽກຮ້ອງໃຫ້ໃຜມາເຂົ້າໃຈເຮົາເລີຍ ເພາະແມ່ນແຕ່ຕົວເຮົາເອງກໍ່ຍັງບໍ່ອາດຈະເຂົ້າໃຈຕົນເອງໄດ້ໝົດທຸກຢ່າງ

ແລ້ວເຫດໃດຄົນອື່ນໆເຂົາຈະມາເຂົ້າໃຈເຮົາ, ລອງຄິດກົງກັນຂ້າມເບິ່ງ ຂະໜາດຕົວເຮົາເອງຍັງບໍ່ສາມາດທີ່ຈະເຂົ້າໃຈຄົນອື່ນໄດ້

ແລ້ວຄົນອື່ນຈະມາເຂົ້າໃຈໃນຕົວເຮົາໄດ້ຢ່າງໃດ.

ການທີ່ຈະຮູ້ຈັກ ແລະເ ຂົ້າໃຈຕົນເອງມັນກໍ່ຍາກພໍແລ້ວ ແລ້ວການທີ່ຈະໃຫ້ໄປເຂົ້າໃຈຄົນອື່ນ ມັນກໍ່ຍາກຫຼາຍກວ່າ


    ຈົ່ງຢ່າຄິດຫຍັງຫຼາຍ ແລະ ຢ່າຫວັງຫຍັງຫຼາຍຈາກຄົນອື່ນ, ການທີ່ບໍ່ມີໃຜເຂົ້າໃຈກໍ່ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດຢູ່ໃນໂລກນີ້ໄດ້

ຈົ່ງທຳໃຈ ແລະ ຍອມຮັບໃນຄວາມເປັນຈິງນັ້ນເທີ້ນ.

ບາງຄົນອາດເຄີຍເຮັດຜິດພາດມາໃນຊີວິດເຊິ່ງບາງເທື່ອກໍ່ຖືກສັງຄົມລັງກຽດ, ສັງຄົມບໍ່ຍອມຮັບ.

ກໍ່ມາຄິດອຸກອັ່ງໃຈຢູ່ແບບນັ້ນບໍ່ຍອມໃຫ້ອະໄພຕົວເອງເລີຍຖ້າຄົນໃດຫາກຄິດແບບນັ້ນຂໍຈົ່ງໃຫ້ຄິດວ່າ

ຖ້າເຮົາບໍ່ໃຫ້ອະໄພຕົນເອງ ເຮັດຕົນເອງໃຫ້ເປັນຄົນດີ ແລ້ວ ຄົນອື່ນໃຜເລີຍຈະມາໃຫ້ອະໄພເຮົາລະ

ເຖິງແມ່ນວ່າມໍລະສຸມຊີວິດຈະເຂົ້າມາຫາເຮົາຫຼາຍເທົ່າໃດກໍ່ຂໍຈົ່ງຢ່າທໍ້ແທ້, ຢ່າສິ້ນຫວັງ,

ເຖິງແມ່ນວ່າຈະບໍ່ມີໃຜເຂົ້າໃຈເຮົາ, ກໍ່ຢ່າໄປຮ້າຍເຂົາເລີຍ, ຖ້າຈິດໃຈເຮົາສະຫງົບເປັນສຸກແລ້ວ ທຸກສິ່ງຢ່າງມັນກໍ່ຈະດີເອງນັ້ນລະ

 

 

 

 

ດ້ວຍຮັກ ແລະ ຫວ່ງໄຍໝູ່ເພື່ອນໝົດທຸກຄົນ


ຂຽນໂດຍ wunwan

 

ຜິດພາດປະການໃດຂໍອະໄພມານະທີ່ນີ້ດ້ວຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ບໍ່ຮູ້ວ່າມີຄົນເອົາມາຂຽນແລ້ວຫຼືຍັງຖ້າມີຄົນຂຽນແລ້ວກະບໍ່ເປັນຫຍັງ

ຢາກຂຽນແຕ່ດົນແຕ່ອິນເຕີເນັດມີບັນຫາກະເລີຍຫາກໍ່ຊິໄດ້ມາຂຽນ


ເລື່ອງມີຢູ່ວ່າ ມື້ນັ້ນ ວັນທີ 9/12/2008 ຖ້າຈື່ບໍ່ຜິດ


ຂະນະທີ່ຂ້ອຍກຳລັງຂັບລົດກັບຈາກວຽກໃກ້ຈະຮອດບ້ານແລ້ວ ໄດ້ເຫັນຜູ້ຄົນເປັນຈຳນວນຫຼວງຫຼາຍ

ພາກັນຫຸ້ມຢູ່ແຄມຂອງ, ຂ້າພະເຈົ້າແປກໃຈຫຼາຍໆກັບຮອດບ້ານປຸບກໍ່ຖາມຂ່າວຄາວກັບຄົນຢູ່ເຮືອນ

ໄດ້ຂ່າວມາວ່າມີຄົນຕາຍຈົມນ້ຳວ່າຊັ້ນ, ເປັນນັກຮຽນຜູ້ຊາຍຂອງໂຮງຮຽນປາກປາສັກນີ້ລະ, ເພິ່ນເລົ່າວ່າຜູ້ເຄາະຮ້າຍກັບໝູ່ຄົນໜຶ່ງໄດ້ພາກັນໄປຫາຄວ່າງແຫຢູ່ແຄມນ້ຳຂອງ,

ຢູ່ດີໆຊາຍຜູ້ນັ້ນກະຈົມນ້ຳໄປໂດຍບໍ່ມີການເອີ້ນໃຫ້ຄົນໃດຊ່ວຍເລີຍ, ສ່ວນອີກຄົນລອດຊີວິດ. ນ້ອງຊາຍຂ້ອຍເລົ່າວ່າຂະນະທີ່ລາວກຳລັງຫາປາຢູ່ໄດ້ເຫັນເຫດກການລາວກັບໝູ່ຈຶ່ງພາກັນຂີ່ເຮືອໄປຊ່ວຍ

ແຕ່ກໍ່ບໍສາມາດຊ່ວຍໄດ້ທັນ, ເຂົາເຈົ້າໄດ້ພາກັນເອົາມອງກວດກໍ່ບໍ່ເຫັນ, ຈົນວ່າຄ້ອຍຄ່ຳຈຶງໄດ້ເຫັນສົບນັກຮຽນຄົນນັ້ນ, ໃຜຈະໄປເຊື່ອວ່າຄົນລອຍນ້ຳເປັນຈະຈົມນ້ຳຕາຍໄດ້ ທັງໆທີ່ນ້ຳຂອງໃນຕອນນັ້ນກໍ່ແຫ້ງຫຼາຍແລະນ້ຳກໍ່ບໍ່ໄດ້ຟອງຫຍັງ, ຫຼາຍຄົນກໍ່ເຊື່ອວ່າແມ່ນມີເຈົ້າມີຈອມເອົາ,ເຫດການນີ້ເຮັດໃຫ້ຂ້ອຍເຊື່ອເລື່ອງສິ່ງທີ່ຕາບໍ່ເຫັນເກືອບເຕັມ 100% ເລີຍ

ສົງສານແຕ່ພໍ່ແມ່ຂອງນັກຮຽນຄົນນັ້ນ, ສົ່ງລູກມາຮຽນຫວັງຈະໄດ້ເພິ່ງຊ້ຳພັດມາຈາກໄປແບບນີ້ alt

 

ຂ້ອຍບໍ່ຮູ້ວ່າສາເຫດການຕາຍຂອງນັກຮຽນຄົນນັ້ນຍ້ອນຫຍັງກັນແທ້

 

ຜູ້ໃດຮູ້ເຫັນເຫດການນີ້ດີກະມາເລົ່າສູ່ຟັງແນ່ເດີ

 


ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນເວລາທີ່ໃຜກໍ່ຕາມຕ້ອງປະສົບກັບຄວາມຜິດຫວັງຢ່າງໜັກ, ຊີວິດຄືກັບວ່າມັນຈະຕົກລົງໄປຢູ່ລຸ່ມກົ້ນເຫວພຸ້ນລະ,

ບໍ່ຮູ້ສະຕາກຳໃນວິນາທີຕໍ່ໜ້າຊ້ຳ,ຄວາມຄິດຄວາມຮູ້ສຶກໃນເວລານັ້ນກໍ່ບໍ່ແຕກຕ່າງກັນຫຼາຍພໍເທົ່າໃດ, ຄວາມສັບສົນວຸ່ນວາຍບໍ່ມີຈຸເລີ່ມຕົ້ນແລະຫາຈຸດຈົບບໍ່ໄດ້, ບໍ່ມີຄຳອະທິບາຍ, ບໍ່ມີຄຳຕອບ....

ຢູ່ໃນໃຈກໍ່ມັກຈະຖາມຕົວເອງຕະຫຼອດວ່າ:​ "ເປັນຫຍັງຈຶ່ງເປັນແນວນີ້?"

ຄວາມຮູ້ສຶກຂອງການບໍ່ມີໃຜໃນການປະສົບບັນຫາຮ້າຍແຮງທີ່ສຸດໃນຊີວິດ, ເຖິງແມ່ນວ່າໃນຍາມທີ່ເຮົາຢືນຢູ່ໃຈກາງຜູ້ຄົນທີ່ຫຼວງຫຼາຍກໍ່ຍັງຮູ້ສຶກວ່າບໍ່ມີໃຜຮັບຮູ້ເຖິງ

ຄວາມຮູ້ສຶກພາຍໃນໃຈຂອງເຮົາມີແຕ່ເຮົາຄົນດຽວເທົ່ານັ້ນເອງ, ບ່ອນນີ້ເອງທີ່ຖືວ່າມັນເປັນຈຸດເລີ່ມຕົ້ນຂອງການທີ່ເຮົາຈະພົບເຫັນໃຜບາງຄົນທີ່ສຳຄັນທີ່ສຸດໃນຊີວິດ

ເຊິ່ງກໍ່ແມ່ນ:  ຕົວເຮົາເອງ,

ມະນຸດທຸກຄົນຕ່າງກໍ່ຕໍ່ສູ້ເພື່ອການມີຊີວິດຢູ່ຕາມສັນຊາດທະຍານ, ນອກຈາກຜູ້ທີ່ບໍ່ມີຄວາມຫວັງເທົ່ານັ້ນ ແລະ ແມ່ນແຕ່ຈຸດໆໜຶ່ງທີ່ລາວອາດຈະຕ້ອງກັບມາເລີ່ມຕົ້ນນັບໃໝ່ອີກເທື່ອໜຶ່ງ,

ຖ້າຄິດໃຫ້ດີໆນັ້ນລະຄືຈຸດເລີ່ມຕົ້ນທີ່ແທ້ຈິງຂອງຄົນເຮົາ,

ການເບິ່ງເຫັນສັດຈະທຳທີ່ວ່າ: " ເວລາທີ່ເຮົາເກີດມາເຮົາກໍ່ໄດ້ເອົາຫຍັງມານຳເລີຍ

ຕອນເຮົາຕາຍໄປເຮົາກໍ່ບໍ່ໄດ້ເອົາຫຍັງໄປນຳເລີຍ"

ຫາກຕອນນີ້ເຮົາບໍ່ມີຫຍັງເຮົາກໍ່ບໍ່ໄດ້ເສຍຫຍັງໄປເລີຍມີແຕ່ເທົ່າທຶນເທົ່ານັ້ນ....

ມັນກໍ່ບໍ່ໝາຍຄວາມວ່າເຮົາຈະຖິ້ມທຸກໆຢ່າງເພື່ອກັບໄປຫາຈຸດເລີ່ມຕົ້ນ,​ແຕ່ຖ້າຈະມີໃຜບາງຄົນຄິດວ່າ ການທີ່ຕົນເອງບໍ່ມີຫຍັງແລ້ວຖືວ່າເປັນຄວາມໂຊກຮ້າຍທີ່ສຸດໃນຊີວິດ

ກໍ່ຢາກໃຫ້ຄິດກັບຫຼັງໄປເບິ່ງໃນທາງທີ່ກົງກັນຂ້າມທີ່ເຈົ້າບໍ່ເຄີຍເບິ່ງມັນແດ່

ເຈົ້າອາດຈະໄດ້ອັນໃດດີໆທີ່ເຊື່ອງຢູ່ທາງໃນກໍ່ເປັນໄດ້, ມັນເປັນເລື່ອງທຳມະດາສຳຫຼັບຄົນທີ່ຄິດວ່າຕົວເອງບໍ່ມີແລ້ວບັງເອີນມື້ນີ້

ກະບໍ່ມີຫຍັງອີກ ເຊິ່ງກໍ່ມັກຄິດວ່າຕົວເອງໄດ້ສູນເສຍທຸກຢ່າງໄປແລ້ວໂດຍລືມຄິດໄປວ່າບໍ່ມີອັນໃດທີ່ເປັນຂອງເຮົາເລີຍ, ມີແຕ່ຢ່າງດຽວທີ່ແມ່ນຂອງເຮົານັ້ນກໍ່ຄືຄວາມຄິດ ແລະ ຈິດໃຈຂອງເຮົາເທົ່ານັ້ນເອງ,

ດັ່ງນັ້ນການທີ່ໄດ້ຮູ້ຈັກລົດຊາດຂອງການບໍ່ມີຫຍັງເລີຍນັ້ນ ມັນເປັນຈຸດເລີ່ມຕົ້ນຂອງການມີທຸກສິ່ງທຸກຢ່າງ, ຈົ່ງຢ່າໄດ້ຍຶດຕິດອັນໃດຫຼາຍເລີຍ ທຸກຢ່າງມັນມີໄດ້ມີເສຍ, ມີຂຶ້ນມີລົງ, ມີເຂົ້າມີອອກ, ມີທຸກມີສຸກ, ມີບວກມີລົບ.

ໃນເວລານີ້ເຮົາອາດຢືນຢູ່ໃນດ້ານລົບຂອງຊີວິດ

ແຕ່ນັ້ນກໍ່ເປັນສິ່ງທີ່ສະແດງວ່າ:​ ອີກບໍ່ດົນດ້ານບວກຂອງຊີວິດກຳລັງຈະມາຫາເຮົາ,

ເປັນຫຍັງເຮົາບໍ່ເຮັດໃຈໃຫ້ສະບາຍເພື່ອຖ້າຮັບມັນລະ???




ບົດຄວາມດີໆຈາກ ທຳດີດັອດຄັອມ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ນີ້ ວວ ມີຄຳທວາຍຢາກຈະມາທວາຍໝູ່ເພື່ອນຢູ່ພັນລາວລອງເບິ່ງ

ຄຳທວາຍຄື: ແມ່ນຫຍັງ ສອງຢ່າງທີ່ຄົນເຮົາບໍ່ເຄີຍກິນກ່ອນເຂົ້າເຊົ້າ ???

 

ເປັນຈັ່ງໃດກະລອງເຂົ້າມາຕອບເບິ່ງເນາະ ຖືກບໍ່ຖືກ ວວ ຊິບອກນຳຫຼັງ    ອິອິອິ

 

 

ຕິກ.ຕັອກ... ຕິກ ຕັອກ.......

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງຮຽນ ມໍ6 ກ ຂອງໂຮງຮຽນມັດທະຍົມແຫ່ງໜຶ່ງ

ເກືອບທຸກໆມື້ທີ່ທ້າວ ວຽງ ມັກຫຼຽວຄືນຫຼັງໃນເວລາທີ່ນັ່ງຮຽນຢູ່

ເຊິ່ງຢູ່ທາງຫຼັງຂອງລາວແມ່ນນາງວັນ

ນາງ ວັນ ອົດສົງໃສບໍ່ໄດ້ຈຶ່ງໄດ້ຖາມ ທ້າວ ວຽງ ວ່າ:  ເຈົ້າສົນໃຈຂ້ອຍແມ່ນບໍ ວຽງ ?

ວຽງ: ບໍ່ນາ ແມ່ນຫຍັງຢູ່ດີໆກະມາເວົ້າວ່າຂ້ອຍສົນໃຈເຈົ້າ?

ວັນ: ບໍ່ຕ້ອງປາກແຂັງ, ສົນໃຈຂ້ອຍກະເວົ້າມາຕາມຕົງໂລດ

ວຽງ: ບໍ່ນາ?

ວັນ: ຖ້າເຈົ້າບໍ່ສົນໃຈຂ້ອຍ ແລ້ວເປັນຫຍັງທຸກໆມື້ເຈົ້າຈຶ່ງມັກຫຼຽວຄືນຫຼັງໄປເບິ່ງຂ້ອຍລະ??

 

 

 

 

 

 

 

ວຽງ: ຂ້ອຍຫຼຽວເບິ່ງ ໂມງທີ່ແຂວນຢູ່ຝາຕ່າງຫາກ

 

ວັນ:​ ແຕ໋ວໆໆໆໆ...! ! ! ???

 

 

ຫົວຊ່ວຍແນ່ 5555

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ຢູ່ທີ່ຮ້ານກາແຟແຄມຂອງແຫ່ງໜຶ່ງ....

ບຸນມີ: ສ່ຽວ ກັນລະບໍ່ຈັກແນວຊິເຮັດແລ້ວນຳເມຍນີ້ນະ ກັນລະບໍ່ໄດ້ຫຼັບໄດ້ນອນເລີຍ

ທອງມາ: ອ້າວ! ! ! ເປັນຫຍັງລະເຮີ້ຍ

ບຸນມີ: ກັນລະເມື່ອຍນຳເມຍກັນນີ້ນະ ແຕ່ລະມື້ມາລະມີແຕ່ຈົ່ມກັບຈົ່ມ

ທອງມາ: ລະໂຕໄປເຮັດຫຍັງໃຫ້ລາວຈົ່ມກະດັດກະດໍ້ລະ

ບຸນມີ: ກັນກະບໍ່ໄດ້ເຮັດອັນເລີນາສ່ຽວມີແຕ່ກິນເຫຼົ້າເມົາຊື່ໆ

ທອງມາ: ອ້າວ ບັກນີ້ກະດາຍ ແນວວ່າກິນເມົາເມືອຕະຫຼອດລາວກະຈົ່ມລະເນາະ

ບຸນມີ: ເອີສ່ຽວ ໂຕພໍມີວິທີຊ່ວຍກັນແດ່ບໍເຮີ້ຍ,

ກັນເຫັນໂຕກິນເມົາເມືອຍາມໃດບໍ່ເຫັນເມຍໂຕຊິຮ້າຍຈັກເທື່ອ

ມີວິທີດີໆແນວໃດກະບອກດຽວແດ່ແມ?

ທອງມາ: ໂອ້ຍ! ! ມັນຊິຍາກຫຍັງສ່ຽວ ຄັນໂຕບໍ່ຢາກໃຫ້ລາວຮ້າຍ ລາວຈົ່ມ

ບຸນມີ: ເຮັດແນວໃດລະສ່ຽວ??

 

 

 

ທອງມາ: ໂຕກະເອົາລາວມາກິນນຳຊັ້ນລະບໍ

 

ບຸນມີ: .......???????

 

 

5555 555

ຂໍອະໄພຫຼາຍໆໃນຄຳເວົ້າບາງຄຳທີ່ບໍ່ສຸພາບ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກອນນີ້ແຕ່ງບໍ່ຖືກຫຼັກການໃດໆເລີຍ ແຕ່ຢາກຈະແຕ່ງມັນອອກມາ

ເພື່ອເປັນກຳລັງໃຈໃຫ້ແກ່ ຄົນທີ່ເຄີຍຜິດຫວັງ ແລະ ຕົວເອງ  ອິອິອິ

ເຖິງແມ່ນວ່າ            ຊີວິດຈະແສນເສົ້າ

ເຖິງແມ່ນວ່າ            ຄວາມເຫງົາບໍ່ຈາງຫາຍ

ເຖິງແມ່ນວ່າ            ວັນນີ້ເຈົ້າຈາກໄປ

ເຖິງຢ່າງໃດ            ຫົວໃຈຂ້ອຍບໍ່ທໍ້ຖອຍ

 

ເຖິງວ່າຂ້ອຍ           ຈະເຈັບຢູ່ແບບນີ້

ເຖິງບໍ່ມີ                  ຄົນທີ່ມາຄຽງຂ້າງ

ເຖິງຈະທຸກ             ຈະເສົ້າໝອງທຸກກ້າວຍ່າງ

ເຖິງອ້າງວ້າງ          ແຕ່ໃຈຍັງສູ້ຕໍ່ໄປ

 

ເຖິງຢ່າງໃດ           ຫົວໃຈຂ້ອຍບໍ່ຍອມແພ້

ເຖິງອ່ອນແອ         ເຖິງທໍ້ແທ້ໃນບາງເທື່ອ

ເຖິງແມ່ນວ່າ          ຊີວິດນີ້ຈະແສນເບື່ອ

ເຈັບພັນເທື່ອ         ກໍ່ບໍ່ເບື່ອຈະທຳດີ..........

 


ແຕ່ງໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ມີທ່ານນັກປາດຫຼາຍທ່ານກ່າວໄວ້ວ່າ ເວົ້າງ່າຍ...ເຮັດຍາກ

 

ມັນເປັນບົດຮຽນທີ່ມີຄວາມສຳຄັນຫຼາຍສຳລັບຍຸກປະຈຸບັນ ໂດຍບໍ່ຕ້ອງມີການພິສູດ

 

ບາງເທື່ອຄົນຢູ່ໃນໂລກໜ່ວຍນີ້ມີການກະທຳທີ່ແຕກຕ່າງກັນອອກໄປ

 

ບາງຄົນມັກເວົ້າ.....ແຕ່ບໍ່ມັກລົງມືເຮັດ

 

ບາງຄົນບໍ່ມັກເວົາ..... ແຕ່ມັກລົງມືເຮັດ

 

ບາງຄົນເວົ້າໄດ້, ເຮັດໄດ້ຕາມທີ່ເວົ້າ

 

ບາງຄົນບໍ່ເວົ້າ, ບໍ່ເຮັດ, ບໍ່ສ້າງປະໂຫຍດອັນໃດເລີຍ

 

ປະໃຫ້ຊີວິດເປັນໄປຕາມເວນຕາມກຳ

 

ຫຼາຍຄົນເຂົ້າໃຈວ່າ ການກະທຳສຳຄັນກວ່າຄຳເວົ້າ

 

ເພາະຖ້າເວົ້າຢ່າງດຽວ ອາດຈະເຮັດໃນສິ່ງທີ່ຕົນເອງເວົ້າບໍ່ໄດ້ກໍ່ມີຫຼາຍ

 

ບາງເທື່ອການມິດງຽບຢູ່ຊື່ໆ

 

ໂດຍບໍ່ເວົ້າຫຍັງເລີຍກະດີ...ເປັນບາງໂອກາດ... ບາງເວລາ


ບາງເທື່ອຕ້ອງການຄຳຕອບ...ແຕ່ກໍ່ບໍ່ຕອບ...ບໍ່ເວົ້າຫຍັງເລີຍ


ແລະ ເວົ້າວ່າ ບໍ່ມີເຫດຜົນຫຍັງທີ່ຕ້ອງຕອບ.


ບາງຄົນເຂົ້າໃຈຜິດວ່າ

 

ຢ່າເວົ້າຫຍັງໃຫ້ເມັນເມື່ອຍເທາະ ເສຍເວລາລ້າໆ

 

ເຮົາລົງມືເຮັດເລີຍດີກວ່າ

 

ແບບຢ່າງທີ່ດີພຽງອັນດຽວ ມີຄຸນຄ່າ ແລະ ສຳຄັນຫຼາຍກວ່າຄຳເວົ້າຕັ້ງຫຼາຍຮ້ອຍຫຼາຍພັນຄຳ

 

ແຕ່ແບບຢ່າງທີ່ບໍ່ດີ ພຽງແຕ່ຢ່າງດຽວ ກໍ່ບໍ່ມີຄຸນຄ່າອັນໃດເລີຍ

 

ຖ້າປຽບທຽບກັບຄຳແນະນຳພຽງແຕ່ຄຳດຽວທີ່ສາມາດປ່ຽນແປງຄວາມຄິດ ແລະ ຊີວິດທີ່ດີງາມ

 

 

ດັ່ງນັ້ນ: ບໍ່ວ່າຈະເປັນການເວົ້າ ຫຼື ການກະທຳ


ການເປັນແບບຢ່າງທີ່ດີ ຈຶ່ງມີຄຸນຄ່າງາມທີ່ສຸດ


ທັງການເວົ້າ ແລະ ການປະຕິບັດທີ່ດີງາມໃນຊີວິດ


ຈົ່ງຢຸດ ການເວົ້າທີ່ບໍ່ມີສາລະ ບໍ່ປະໂຫຍດຫຍັງ, ຢຸດການເວົ້າຂົ່ມເພິ່ນຍໍໂຕ


ຈົ່ງຢຸດການກະທຳທີ່ກໍ່ໃຫ້ເກີດໂທດ, ເກີດຄວາມເສຍຫາຍ


ແລະ ຫັນມາສ້າງແບບຢ່າງທີ່ດີ ຈັກ ໜຶ່ງ ຢ່າງໃນຊີວິິດ


ຊຶ່ງຈະນຳເອົາຄຳເວົ້າຄຳແນະນຳທີ່ດີມາລົງມືປະຕິບັດ


ເຮົາຈຶ່ງຈະໄດ້ຊື່ວ່າ ເປັນຄົນທີ່ສ້າງສັນສັງຄົມ


ໃຫ້ເປັນຕາຢາກຢູ່ຕໍ່ໄປ

 

 

 

ອ່ານແລ້ວເຫັນວ່າມັນຄັກດີກະເລີຍເອົາມາປັນໝູ່ເພືອນອ່ານນຳ

 

 

ຂໍຂອບໃຈບົດຂຽນດີໆ ຈາກ ທຳມະດີລີ່ເວີລີ່

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມື້ນີ້ກໍ່ຄືມື້ທີ່ຜ່ານມາ, ຂ້ອຍໄດ້ລົງໄປຫາປາດ້ວຍການໄຫຼມອງຢູ່ທີ່ນ້ຳຂອງ ໜ້າເຮືອນຂ້ອຍເອງ


ຂະນະທີ່ຂ້ອຍກຳລັງສາວມອງຂຶ້ນເຮືອ, ຂ້ອຍມີຄວາມຮູ້ສຶກວ່າມອງຂອງຂ້ອຍມັນໜັກຫຼາຍ,


ຂ້ອຍຄິດໃນໃຈວ່າຕ້ອງໄດ້ປາໃຫຍ່ແນ່ນອນ,ຂ້ອຍພະຍາຍາມສາວມອງຂຶ້ນມາໝົດເຫື່ອໝົດແຮງ,


ແລະແລ້ວຂ້ອຍກໍ່ເຫັນໂຕສີຂາວໆຕິດຢູ່ນຳມອງຂ້ອຍ, ຂ້ອຍພະຍາຍາມດຶງມາໃກ້ໆ ...ໃກ້ເຂົ້າມາ ....ໃກ້ເຂົ້າມາ....


ຂ້ອຍຄິດຢູ່ໃນໃຈວ່າ :ໂອ້ ມື້ນີ້ຊິໄດ້ຈັກໂລນໍ? ປາເພາະ ຫຼື ປາລີງນໍ? ຄິດດີໃຈຢູ່ຮຸ່ມໆ


ແລະ ແລ້ວຂ້ອຍກໍ່ດຶງມັນຂຶ້ນມາເທິງເຮືອ


ໂອ້ !​!​!​ພະເຈົ້າ ຈອສສສສສສສສສ ຂ້ອຍອຸທານອອກມາບັກແຮງໆ ດ້ວຍຄວາມຕົກໃຈຢ່າງແຮງ



ຄົນຕາຍໄຫຼນ້ຳ.........ຂ້ອຍອຸທານອອກມາຄ່ອຍໆ


ແຕ່ຂ້ອຍກໍ່ພະຍາຍາມແຂງໃຈໄວ້


ຂ້ອຍໄດ້ຕັດສິນໃຈເອົາຄົນນັ້ນໄປປະໄວ້ແຄມຕາຝັ່ງດ້ວຍຄວາມຢ້ານກົວ


ແລວກໍ່ກັບຂຶ້ນເມືອເຮືອນດ້ວຍຄວາມຫວາດກົວເລີຍ. ພໍຮຸ່ງເຊົ້າຂຶ້ນມາຂ້ອຍກັບມາເບິ່ງກໍ່ບໍ່ເຫັນແລ້ວ


ໄດ້ແຕ່ຄິດວ່າມັນຄືຊິໄຫຼໄປກັບນ້ຳແລ້ວປານນີ້



ສາທຸເດີ ........ຢ່າມາຫຼອກມາຫຼອນເດີ



 

 


ນີ້ແມ່ນເລື່ອງຈິງ ທີ່ເກີດຂຶ້ນກັບຄົນໄທບ້ານຂ້ອຍ



ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 13 ຄຳເຫັນ ແລະ 0 trackback(s)


ມະລິ: ເຮົາຕັດສິນໃຈແລ້ວ ວ່າເຮົາຊິເລີກກັບແຟນເຮົາຄົນນີ້ແທ້ໆ


ນາລີ: ອ້າວ ! ! ! ເປັນຫຍັງລະສ່ຽວ


ມະລິ: ເຮົາອົດບໍ່ໄດ້ແລ້ວແຟນເຮົາລາວເປັນຄົນຂີ້ຖີ່ໂພດນະ


ນາລີ: ອ້າວ !​! ! ກະດຽວວ່າລາວກະເປັນແນວນີ້ມາແຕ່ດົນແລ້ວ, ໂຕກະດຽວວ່າຮູ້ຢູ່ ຄົບກັນມາກະຫຼາຍປີແລ້ວ


ມະລິ: ກະຍ້ອນວ່າດຽວນີ້ ລາວແຮ່ງຂີ້ຖີ່ກວ່າເກົ່າອີກຫັ້ນລະ


ນາລີ: ????alt??????

 

 

ຮາາາາາາາາາາາາາາ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ສອງສ່ຽວ ນີ ແລະ  ຈ້ອນ

ນີ : ສ່ຽວ ເຮົາລະບໍ່ມັກຜູ້ບ່າວໂຕເລີຍ ລາວເປັນຫຍັງເກາະ

ຈ້ອນ: ເປັນຫຍັງສ່ຽວ?

ນີ: ເຮົາເຫັນແຟນໂຕຍາມໃດກະບໍ່ເຫັນລາວຍິ້ມໃສ່ເຮົາຈັກເທື່ອເບິ່ງຄືຄົນຂາດມາລະຍາດນີ້ລະ

ຈ້ອນ: ໂອ້ຍມັນບໍ່ແມ່ນດອກສ່ຽວ ລາວຂາດແຂ້ວເບື້ອງເທິງສອງເຫຼັ້ມຕ່າງຫາກ

 

ຮາໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຄັດລອກມາສຳຫຼັບໝູ່ເພື່ອນຜູ້ທີ່ກຳລັງທໍ້ແທ້ ສິ້ນຫວັງ ໝົດກຳລັງໃຈ

 

ໃນຊ່ວງເວລາທີ່ຜານມາຂອງຊີວິດ, ຫຼາຍຄົນກໍ່ຜ່ານບົດຮຽນຊີວິດມາຫຼາຍຈົນນັບບໍຖ້ວນແລ້ວ


ທັງບົດຮຽນຂອງຄວາມຜິດຫວັງ, ບົດຮຽນແຫ່ງການທໍ້ແທ້ແພ້ຊີວິດ


ແລະບົດຮຽນແຫ່ງຄວາມສຳເລັດບໍ່ວ່າຈະເປັນບົດຮຽນແບບໃດກໍ່ຕາມ ເມື່ອເຮົາເກີດຄວາມຜິດຫວັງທໍ້ແທ້ໃນຊີວິດ

ເຮົາຕ້ອງພະຍາຍາມປັບໃຈ, ວາງໃຈໃຫ້ຖືກ ດ້ວຍວິທີການຄຶດ ທີ່ຈະປັບປ່ຽນຊີວິດຂອງເຮົາໃຫ້ມີກຳລັງໃຈສູ້ຕໍ່ໄປ,

4 ວິທີທີ່ຈະສ້າງພະລັງໃຈໃຫ້ສູ້ຄື

ວິທີທີ່ 1 : ຄິດແບບກົງກັນຂ້າມກັບຄວາມຮູ້ສຶກໃນຂະນະນັ້ນ


ຖ້າທຸກກໍ່ຄຶດຊອກຫາສ້າງສຸກ,,ຖ້າຍາກກໍ່ຄຶດແບບງ່າຍໆ, ຖ້າມີບັນຫາກໍ່ຄຶດແກ້ບັນຫາ

ວິທີທີ່ 2 : ຄິດແບບສ້າງກຳລັງໃຈເຊັ່ນ:


ປອບໃຈຕົນເອງທຸກຄັ້ງເກີດຄວາມທໍ້ແທ້ ,ຜິດຫວັງບອກໂຕເອງສະເໝີວ່າຕ້ອງເຮັດໄດ້ ແລະ

 

ຕ້ອງເຮັດໄດ້ຢ່າງແນ່ນອນ,ເຮົາຕ້ອງເຮັດໄດ້ຢ່າງແນ່ນອນທີ່ສຸດ ບໍ່ມີຄຳວ່າເຮັດບໍ່ໄດ້,

 

ທ່ອງຈື່ໄວ້ໃນໃຈວ່າ...ບໍ່ມີ, ບໍ່ເປັນ, ບໍ່ເມື່ອຍ, ບໍ່ທຸກ, ບໍ່ທໍ້, ບໍ່ມີບັນຫາ.

ວິທີທີ່ 3 :
ຄິດແບບມີເປົ້າໝາຍຊີວິດທີ່ແນ່ນອນ, ແນ່ວແນ່ເດັດດ່ຽວ
ຫາກບໍ່ປະສົບຜົນສຳເຫຼັດກໍ່ຈະບໍ່ເລີກລົ້ມຄວາມພະຍາຍາມ, ຈົ່ງສູ້ຕໍ່ໄປຈົນກວ່າຈະປະສົບຜົນສຳເຫຼັດ

 

ເຖິງວ່າຈະເປັນວິນາທີສຸດທ້າຍຂອງລົມຫາຍໃຈກໍ່ຕາມ,

ວິທີທີ່ 4: ຄິດເລື່ອງໃຫຍ່ໆ ຢ່າຄິດແບບນ້ອຍໆ:


ເບິ່ງບັນຫາອອກ ,ແກ້ບັນຫາເປັນ, ຄິດການໃຫຍ່, ໃຊ້ຄົນເປັນ, ຮູ້ເຫັນຕາມຄວາມຖືກຕ້ອງ,

 

ມຸ່ງປອງດອງຮັກສານ້ຳໃຈ, ສ້າງມິດຕະພາບ, ຢ່າລືມວ່າແຮ່ງສູງແຮ່ງໜາວ

 

ຕ້ອງຄິດດີ,ເວົ້າດີ, ເຮັດດີ ທຸກບ່ອນທຸກເວລາ

ດັ່ງນັ້ນຖ້າທໍ້ແທ້ໝົດຫວັງໃນຊີວິດຈົ່ງພະຍາຍາມຄິດໃຫ້ໃຈສູ້

ຢ່າຄິກວ່າເຮົາເຮັດບໍ່ໄດ້.........ຖ້າເຮົາຍັງບໍ່ໄດ້ລົງມືເຮັດ.


ຢ່າທໍ້ແທ້....ຖ້າເຮົາຍັງບໍ່ໄດ້ພະຍາຍາມ


ຢ່າສິ້ນຫວັງ......ຖ້າເຮົາຍັງມີກຳລັງໃຈ


ຢ່າແພ້ຊີວິດ....ຖ້າໃຈຂອງເຮົາຍັງມີຫວັງ


ຈົ່ງຢ່າທຳລາຍຄວາມຫວັງ.........ຍ້ອນການດູໝິ່ນຕົນເອງວ່າ ເຮົາເຮັດບໍ່ໄດ້



ທີ່ມາ ທຳມະດີລີເວີລີ ດັອດຄັອມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ບາງສິ່ງບາງຢ່າງ ບາງເທື່ອກະເບິ່ງວ່ານ້ອຍໆບໍ່ມີຄວາມສຳຄັນຫຍັງ

 

ແຕ່ໃນຈຳນວນ ຂອງບາງສິ່ງບາງຢ່າງ ທີ່ເບິ່ງວ່ານ້ອຍໆ ອາດຈະໃຫ້ຄຸນຄ່າ

 

ແລະ ມີຄວາມສຳຄັນ ແກ່ຫຼາຍໆຄົນ ທີ່ເບິ່ງເຫັນຄຸນຄ່າຂອງມັນ

 

ສິ່ງຂອງບາງຢ່າງອາດເບິ່ງວ່າມີຄຸນຄ່າ, ມີລາຄາຕໍ່ຄົນໜຶ່ງ ແຕ່ອີກກັບຄົນໜຶ່ງແລ້ວບໍ່ມີຄຸນຄ່າຫຍັງເລີຍ

 

ກໍ່ຄືກັບເວລາທີ່ຄົນເຮົາຫິວ ຕ້ອງການນ້ຳ, ຕ້ອງການອາຫານການກິນ ແຕ່ເຮົາເອົາເສື້ອຜ້າອາພອນ

 

ຫຼື ເພັດນິນຈິນດາໃຫ້ ມັນກໍ່ບໍ່ມີຄຸນຄ່າຫຍັງ,ເພາະປະໂຫຍດທີ່ຈະເກີດໃນຂະນະນັ້ນມັນມີຄຸນຄ່າແຕກຕ່າງກັນ.

 

ລາວຕ້ອງການ ອາຫານ ຫຼື ນ້ຳເພື່ອຢຸດຄວາມຫິວ ແຕ່ເຮົາພັດເອົາ ສິ່ງທີ່ລາວໃຊ້ປະໂຫຍດບໍ່ໄດ້ເລີຍໃນຂະນະນັ້ນ

 

ສິ່ງຂອງທີ່ມີຄ່າເຫຼົ່ານັ້ນບໍ່ອາດຊ່ວຍດັບຄວາມຫິວຂອງລາວຜູ້ນັ້ນໄດ້ເລີຍໃນຂະນະນັ້ນ.

 

ຄົນເຮົາບໍ່ຄວນຈະເບິ່ງກັນທີ່ວັດຖຸພາຍນອກ

 

ເພາະຄວາມຈິງແລ້ວ ສິ່ງຂອງບາງຢ່າງ ອາດເບິ່ງວ່າຍິ່ງໃຫຍ່ ມີຄຸນຄ່າມະຫາສານ ແຕ່ມັນກໍ່ອາດບໍ່ຈຳເປັນສຳຫຼັບຄົນອີກຄົນໜຶ່ງ

 

ແຕ່ຂອງບາງຢ່າງທີ່ເບິ່ງວ່ານ້ອຍໆແຕ່ມັນມີຄຸນຄ່າ ແລະ ປະໂຫຍດຫຼາຍຕໍ່ກັບຜູ້ທີ່ຕ້ອງການຢ່າງແທ້ຈິງ

 

ດັ່ງນັ້ນ ທຸກໆຢ່າງ ອາດຈະບໍ່ແມ່ນທຸກໆສິ່ງ, ທຸກໆສິ່ງອາດຈະເປັນໄດ້ທຸກໆຢ່າງ ຈະຫຼາຍ ຫຼື ໜ້ອຍບໍ່ສຳຄັນ


ແຕ່ສຳຄັນຢູ່ວ່າ: ຂອງສິ່ງນັ້ນຈະໃຊ້ໃຫ້ເກີດປະໂຫຍດ, ເກີດຄຸນຄ່າໄດ້ຫຼາຍໜ້ອຍສ່ຳໃດໃນເວລາທີ່ຈຳເປັນຕ້ອງການໃຊ້ຕ່າງຫາກ

 



  ຄັດຈາກ http://www.dhammadelivery.com/story-detail.php?sto_id=267

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 11 ຄຳເຫັນ ແລະ 0 trackback(s)


ມື່ອ ນາງຈັນ ຮູ້ຄວາມຈິງວ່າແຟນຂອງໂຕເອງບໍ່ຊື່ສັດຕໍ່ລາວ,ໄປມີຜູ້ສາວໃໝ່


ນາງຈຶ່ງໄດ້ຖາມແຟນຂອງນາງວ່າ:


 

 

ນາງຈັນ: ອ້າຍກິ ເປັນຫຍັງອ້າຍຈຶ່ງຢາກໄປມີຜູ້ສາວໃໝ່?

 

ຫຼືວ່າອ້າຍອີ່ມອ້າຍເບື່ອນ້ອງແລ້ວບໍ?



ທ້າວ ກິ: ບໍ່ແມ່ນດອກນ້ອງ

 

ຍ້ອນວ່າອ້າຍຍັງບໍ່ທັນອີ່ມນີ້ລະ ອ້າຍຈຶ່ງຢາກມີຄົນໃໝ່



55555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ມາອີກແລ້ວ ມາໃນຮູບແບເກົ່າໆອີກແລ້ວ ຂ້ອຍ

 

 

ຂະນະທີ່ສອງສ່ຽວ ທ້າວນ້ອຍ ແລະ ທ້າວ ແກ່ນກຳລັງພາກັນໄປກ້ານກົບຢູ່ທົ່ງນາແຄມບ້ານ

 

ທ້າວນ້ອຍ: ແກ່ນ ເຈົ້າຢ້ານ ຄວາມສູງບໍ?


ທ້າວແກ່ນ: ບໍ່ ຂ້ອຍບໍ່ຢ້ານຄວາມສູງ


ທ້າວນ້ອຍ: ເຈົ້າຢ້ານ ຟ້າຮ້ອງ ຟ້າເຫຼື້ອມບໍ?


ທ້າວແກ່ນ: ບໍ່ ຂ້ອຍບໍ່ຢ້ານ


ທ້າວນ້ອຍ: ຄັນຊັ້ນເຈົ້າກະຕ້ອງຢ້ານຜີ ແລະ ງູ ແນ່ນອນ ແມ່ນບໍ?


ທ້າວແກ່ນ: ບໍ່ນາ ຂ້ອຍບໍ່ຢ້ານຫຍັງທັງນັ້ນ




ທ້າວນ້ອຍ: ສະແດງວ່າໃນໂລກນີ້ ເຈົ້າບໍ່ຢ້ານຫຍັງທັງໝົດ




ນອກຈາກເມຍເຈົ້າແມ່ນບໍ?

 

 

ຈົບ .....ຮະຮະຮະ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ຈ່ອຍ:  ໝູ ແມ່ນຫຍັງ ໜ້າໂຕຄືວ່າບວມຊ້ຳຂຽວແນວນັ້ນ

ໝູ: ມື້ວານນີ້ເຮົາໄປຫາຜູ້ສາວເຮົາມາ

ຈ່ອຍ: ແລ້ວເປັນຫຍັງ?

ໝູ: ກະເຮົາໄປຊ້າ ລາວລະເອົານ້ຳສາດໃສ່ເຮົາດ້ວຍຄວາມໃຈຮ້າຍ

ຈ່ອຍ: ສາດນ້ຳໃສ່ມັນກະປຽກຊື່ໆຕິບໍອັນນີ້ແມ່ນຫຍັງຄືມາຊ້ຳໝົດໜ້າ

 

'

'

'

'

'

'

'

'

'

ໝູ: ຂອງແນວວ່ານ້ຳມັນມາພ້ອມກັບຄຸສ່ຽວເອີຍ

ຈ່ອຍ: ????????

 

 

555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 8 ຄຳເຫັນ ແລະ 0 trackback(s)


ອັນນີ້ກະເປັນເລື່ອງກ່ຽວກັບຜົວໆເມຍໆເນາະ

 

 

ວຽງ: ເມື່ອເວລາເຮົາມີປາກສຽງກັບທ້າວຜົວ ເຮົາມັກຈະເປັນຜູ້ໃຊ້ຄຳເວົ້າຕັດສິນເດັດຂາດຢູ່ສະເໝີ


ວອນ: ເຮົາພູມໃຈທີ່ໄດ້ຍິນເລື່ອງນີ້, ໂຕພໍບອກເຮົາໄດ້ແດ່ບໍວ່າ ໂຕມີເຄັດລັບແນວໃດ?


ວຽງ: ມັນງ່າຍໆດອກ ພຽງແຕ່ເຮົາອອກປາກ ຂໍໂທດລາວ


555555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ແພງ: " ຜູ້ຊາຍຂີ້ຮ້າຍຂີ້ເຮິນັ່ງຢູ່ແຈຫັ້ນແມ່ນໃຜຫວະສ່ຽວ"  ແພງຖາມສ່ຽວຂອງນາງ

ວິ: "ເປັນຫຍັງ? ຫັ້ນລະຜົວເຮົາ"

ແພງ: " ໂອ! ! ເຮົາບໍ່ໄດ້ໝາຍເຖິງລາວ (ແພງ ພະຍາຍາມແກ້ໂຕ) ເຮົາໝາຍເຖິງຜູ້ຊາຍຄົນທີ່ນັ່ງຖັດໄປຫັ້ນຕ່າງຫາກ"

ວິ: "ນັ້ນຄືລູກຊາຍເຮົາ"

 

ແພງ ??????????alt

 

 

 

 

ອ່ານແລ້ວຕັ້ງຊື່ເລື່ອງໃຫ້ແນ່ເດີໝູ່ເພື່ອນທັງຫຼາຍ 5555555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 6 ຄຳເຫັນ ແລະ 0 trackback(s)


ຫຼັງຈາກການກວດສຸຂະພາບຂອງນັກທຸລະກິດເປັນທີ່ຮຽບຮ້ອຍແລ້ວ


ທ່ານໝໍກໍ່ເອີ່ຍຂຶ້ນວ່າ: ເຈົ້າສະສົມຄວາມຄຽດໄວ້ພາຍໃນຫຼາຍໂພດແລ້ວ,


ຂໍໃຫ້ເຈົ້າຈົ່ງພະຍາຍາມເຮັດໃຈໃຫ້ສະບາຍ, ຢ່າເອົາບັນຫາຫຍຸ້ງຍາກຈິດໃຈຂຶ້ນຕຽງນອນນຳ"


"ໂອຍ!!!! ແນວນັ້ນມັນເປັນໄປບໍ່ໄດ້ດອກທ່ານໝໍ ເມຍຂ້ອຍມັນບໍ່ຍອມແຍກຕຽງນອນດອກ" ນັກທຸລະກິດວ່າ

 

                                             

                                                          555555555555555555

 

ຄັດຈາກ ປື້ມຕະຫຼົກ

 

 


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າ:

ລຸງ ຄຳ ລາວຢາກບວດເປັນພະ ສະນັ້ນລາວຈິ່ງໄດ້ເຂົ້າໄປວັດ ແລ້ວເວົ້າກັບທ່ານເຈົ້າອາວາດວັດ

ຈົ້າອາວາດວັດ: ຖ້າເຈົ້າຢາກບວດເປັນພະເຈົ້າຈະຕ້ອງໃຫ້ສັນຍາສາບານວ່າໃນໄລຍະທີເຈົ້າມາຢູ່ທີ່ນີ້ເຈົ້າຈະຢູ່ແບບມິດງຽບ

 

ແລະກໍ່ ສາມາດເວົ້າໄດ້ພຽງແຕ່ ສອງຄຳເທົ່ານັ້ນໃນໄລຍະເວລາ ທຸກໆ 3 ປີ

 

ລຸງ ຄຳ ກໍ່ເຫັນດີນຳທ່ານເຈົ້າອາວາດວັດ

 

ຫຼັງຈາກນັ້ນ 3 ປີທຳອິດ ທ່ານເຈົ້າອາວາດກໍ່ມາຫາລາວ ແລະ ຖາມວ່າ

" ຄຳເວົ້າສອງຄຳຂອງເຈົ້າແມ່ນຫຍັງ ?"

 

ລຸງ ຄຳ ຕອບວ່າ " food cold ອາຫານເຢັນ"

 

ອີກສາມປີຕໍ່ມາ ທ່ານເຈົ້າອາວາດກໍ່ມາຫາລຸງ ຄຳ ອີກແລ້ວຖາມວ່າ " ຄຳເວົ້າສອງຄຳຂອງເຈົ້າແມ່ນຫຍັງ ?"

 

ລຸງ ຄຳ ຕອບວ່າ "Robe dirty!  ເຄື່ອງນຸ່ງເປື້ອນ"

 

ອີກສາມປີຕໍ່ມາ ທ່ານເຈົ້າອາວາດກໍ່ມາຫາລຸງ ຄຳ ອີກແລ້ວຖາມວ່າຄຳຖາມເກົ່າວ່າ " ຄຳເວົ້າສອງຄຳຂອງເຈົ້າແມ່ນຫຍັງ ?"

 

ລຸງ ຄຳ ກໍ່ຕອບວ່າ"I quit! ຂ້ອຍຂໍລາອອກ"

 

ເມື່ອໄດ້ຍິນແນວນັ້ນເຈົ້າອາວາດວັດກໍ່ເວົ້າວ່າ

 

" ດີຫຼາຍ, ຂ້ອຍບໍ່ຕົກໃຈເລີຍທີ່ເຈົ້າເວົ້າແນວນີ້

ເພາະຕະຫຼອດເວລາທີ່ເຈົ້າມາຢູ່ທີ່ນີ້ເຈົ້າບໍ່ໄດ້ເຮັດຫຍັງເລີຍ ມີແຕ່ຈົ່ມຢ່າງດຽວ"

 

 

                           ?????????????

 

 

ແປຈາກ www.manythings.org

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

ຊ່າງໄມ້ຄົນໜຶ່ງໃນຂະນະທີ່ລາວກຳລັງເຮັດວຽກຢູ່ໄດ້ມີກົບໂຕໜຶ່ງແລ່ນຜ່ານໜ້າລາວໄປ ລາວຈຶ່ງໄດ້ຈັບເອົາກົບຕົວນັ້ນຍັດໃສ່ຖົງໂສ້ງໄວ້

 

ກົບ: ຊ່າງໄມ້ ຖ້າເຈົ້າປ່ອຍຂ້ອຍອອກໄປຂ້ອຍຈະຊອກສາວງາມໆມາໃຫ້ເຈົ້າ

 

ຊ່າງໄມ້ ຈັບເອົາກົບອອກມາຈາກຖົງ ຍິ້ມໜ້ອຍໜຶ່ງແລ້ວກໍ່ຍັດໃສ່ຖົງຄືນ


ກົບ : ຊ່າງໄມ້ ຖ້າເຈົ້າປ່ອຍຂ້ອຍອອກໄປຂ້ອຍຈະໃຫ້ເຈົ້າຫອມແກ້ມບາດໜຶ່ງ

 

ຊ່າງໄມ້ ຈັບເອົາກົບອອກມາຈາກຖົງ ຍິ້ມໜ້ອຍໜຶ່ງແລ້ວກໍ່ຍັດໃສ່ຖົງຄືນ

 

ກົບ: ຖ້າເຈົ້າປ່ອຍຂ້ອຍອອກໄປຂ້ອຍຈະຍອມເປັນເມຍເຈົ້າ

 

ຊ່າງໄມ້ ຈັບເອົາກົບອອກມາຈາກຖົງ ຍິ້ມໜ້ອຍໜຶ່ງແລ້ວກໍ່ຍັດໃສ່ຖົງຄືນອີກ

 

ກົບ: ນີ້ຊ່າງໄມ້ ເຈົ້າຮູ້ບໍຂ້ອຍນີ້ງາມທີ່ສຸດໃນປັດຕະພີແຕ່ເປັນຫຍັງເຈົ້າຈຶ່ງບໍ່ຢາກໄດ້ຂ້ອຍ

 

ຊ່າງໄມ້ຈັບເອົາກົບອອກມາຍິ້ມແລ້ວເວົ້າວ່າ ເຈົ້າເຫັນບໍຂ້ອຍຄາວຽກ ຂ້ອຍມີວຽກຫຼາຍໆ

 

ຄົງບໍ່ມີເວລາໃຫ້ຜູ້ສາວຄົນໃດດອກ

 

ກົບ ??????????


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

ອີກມູມໜຶ່ງຂອງຄວາມຮູ້ສຶກ ໝູ່ເພື່ອນຫຼາຍຄົນກໍ່ອາດຈະເຄີຍຮູ້ສຶກແບບນີ້ ຫລື ບາງຄົນກໍ່ອາດບໍ່ເຄີຍ

"ຮູ້ສຶກເຫງົາ ຮູ້ສຶກເສົ້າເໝືອນຢູ່ຕົວຄົນດຽວໃນໂລກອັນກ້ວາງໃຫຍ່ໄພສານແຫ່ງນີ້ "

ຊີວິດຄົນມີຫຼາກຫຼາຍສີສັນ, ມີຫຼາກຫຼາຍດ້ານ, ມີທັງທຸກທັງສຸກໄປພ້ອມໆກັນ, ບາງຊ່ວງເວລາກໍ່່ຜ່ານໄປໄວ ບາງຊ່ວງເວລາກໍ່ຜ່ານໄປຊ້າ

ໂດຍສະເພາະແມ່ນຊ່ວງເວລາທີ່ຮູ້ສຶກວ່າຢູ່ຄົນດຽວໂດດດ່ຽວບໍ່ມີໃຜ, ຄວາມມິດງຽບຄວາມເຫງົາຫງອຍມັນເຮັດໃຫ້ຈິດໃຈແສນຫົດຫູ່,

ເຖິງແມ່ນວ່າຈະພະຍາຍາມເຮັດໃຫ້ຈິດໃຈແຈ່ມໃສແຕ່ກໍ່ບໍ່ໄດ້ຊ່ວຍໃຫ້ຄວາມເຫງົາມັນອອກໄປຈັກເທື່ອເລີຍ

ເວລາແຫ່ງຄວາມເສົ້າເປັນຫຍັງມັນຈຶ່ງຢູ່ກັບຄົນເຮົາດົນກວ່າເວລາແຫ່ງຄວາມສຸກ,

 

ເຖິງເວລາຈະຜ່ານໄປດົນແສນນານແລ້ວກໍ່ຕາມແຕ່ຄວາມເຈັບປວດຈາກການສູນເສຍຍັງບໍ່ເຄີຍຈືດຈາງໄປເລີຍ

 

ຄົນທີ່ຮັກເຮົາເປັນຫຍັງເຂົາຈຶ່ງຕ້ອງຈາກເຮົາໄປແບບບໍ່ມີວັນຫວນກັບມາອີກເລີຍ ເຫຼືອໄວ້ພຽງແຕ່ຄວາມຫວ່າງເປົ່າບໍ່ມີຫຍັງ,

 

ນອກຈາກຄວາມເສຍໃຈທີ່ບໍ່ໄດ້ຕອບແທນບຸນຄຸນ ຂອງພໍ່ເຖົ້າຜູ້ແສນຮັກແພງ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໂລກປະຈຸບັນທີກຳລັງພັດທະນາຢ່າງບໍ່ຢຸດຢັ້ງເຮັດໃຫ້ຫຼາຍຄົນແລ່່ນຕາມມັນໄປນຳ

 

ວັດຖຸເງິນຄຳເປັນສິ່ງສຳຄັນສຳຫຼັບຄົນໃນປະຈຸບັນນີ້ ເຊັ່ນດຽວກັນກັບພັນ(ນາມສົມມຸດ), ແຕ່ກ່ອນພັນມີແຟນຢູ່ແລ້ວແລະຄົບກັນມາເປັນເວລາຕັ້ງຫຼາຍປີ, ພັນກັບແຟນຂອງລາວຮັກກັນຫຼາຍໆ ແຕ່ເນື່ອງຈາກທາງຄອບຄົວຂອງພັນບໍ່ມັກດັ່ງນັນ ພໍ່ແມ່ຂອງລາວຈຶ່ງບອກໃຫ້ລາວເລີກ, ແຕ່ພັນກໍ່ບໍ່ຍອມເລີກຈັກເທື່ອ, ແຟນຂອງພັນກໍ່ຮັກພັນຫຼາຍໆ ລາວຈະເອົາຂອງຂວັນໃຫ້ພັນໃນທຸກໆທ້າຍເດືອນເພື່ອຢ້ຳເຕືອນວ່າ ຄົບກັນໄດ້ຈັກເດືອນແລ້ວ, ແຕ່ລາວເປັນຄົນບໍ່ຄ່ອຍດຸໝັ່ນປານໃດ, ກິນເຫຼົ້າເກັ່ງ, ຮຽນໜັງສືກໍ່ບໍ່ໄດ້ເລື່ອງ, ບໍ່ເອົາໃຈໃສ່ໃນການຮ່ຳຮຽນພໍປານໃດ ແຕ່ຈັ່ງໃດພັນກໍ່ຍັງຮັກລາວ, ມື້ໜຶ່ງພັນໄດ້ຕັດສິນໃຈບອກກັບແຟນຂອງລາວວ່າ ຖ້າຫາກວ່າ ໄລ(ແຟນຂອງພັນ) ບໍ່ປັບປຸງຕົນເອງແລະຕັ້ງຈິດຕັ້ງໃຈໃໝ່ ເຮົາສອງຄົນຄົງຈະໄປກັນບໍ່ໄດ້, ໄລຮັບປາກ ແຕ່ແລ້ວກໍ່ເຮັດບໍ່ໄດ້ຈັກເທື່ອ, ພັນຈຶ່ງໄດ້ຕັດສິນໃຈບອກເລີກເນື່ອງຈາກທົນການຮ້າຍດ່າຂອງພໍ່ແມ່ບໍ່ໄຫວ, ຕັ້ງແຕ່ວັນນັ້ນມາໄລກໍ່ມີແຕ່ຄວາມໂສກເສົ້າແຕ່ໄລກໍ່ບໍ່ເຄີຍລືມທີ່ຈະເອົາຂອງຂວັນມາໃຫ້ພັນໃນທຸກໆເດືອນ.

ການເວລາເຮັດໃຫ້ຄົນເຮົາປ່ຽນໄປ, ພັນພົບກັບຜູ້ຊາຍຄົນໜຶ່ງທີ່ເຂົາມີຄອບຄົວແລ້ວ, ແຕ່ຄືວ່າຫັ້ນລະເງິນສາມາດເຮັດໃຫ້ຄົນເຮົາປ່ຽນໄປ, ຜູ້ຊາຍຄົນນັ້ນເຖິງຈະມີຄອບຄົວແລ້ວແຕ່ກໍ່ຍັງເຈົ້າຊູ້ ມາຄົບກັບພັນເປັນຈິງເປັນຈັງ ຈົນວ່າໄດ້ເລີກກັບພັນລະຍາຂອງຕົນເອງ, ມາເຖິງຕອນນີ້ຄອບຄົວຂອງພັນບໍ່ໄດ້ຫ້າມຫຍັງເພາະວ່າແຟນໃໝ່ມີເງິນ, ເປັນຄົນຮັ່ງມີ, ພັນເອງກໍ່ບໍ່ໄດ້ຮັກຜູ້ຊາຍຄົນນີ້ເລີຍແຕ່ລາວກໍ່ຄົບໄປພຽງເພື່ອເງິນເທົ່ານັ້ນ, ຕອນນີ້ພັນມີທຸກສິ່ງທຸກຢ່າງ ຢາກໄດ້ຫຍັງ ແຟນໃໝ່ກໍ່ຫາມາໃຫ້ໄດ້ໝົດ, ແຕ່ລາວບໍ່ເຄີຍຮັກຊາຍຄົນນີ້ເລີຍ. ທີ່ຄົບກັບຊາຍຄົນນີ້ແມ່ນເພື່ອເງິນຢ່າງດຽວ ແບບວ່າມີເງິນກໍ່ມີຮັກຫັ້ນນາ

 

ໝູ່ເພື່ອນມີຄວາມຄິດແນວໃດກ່ຽວກັບເລືອງນີ້:

 

 

ເລື່ອງນີ້ເປັນເລື່ອງຈິງທີ່ເກີດຂຶ້ນໃນລະຫວ່າງ 2 ປີຜ່ານມາແລ້ວ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງນີ້ເປັນເລື່ອງຂອງຄົນໆໜຶ່ງ ທີ່ຂ້ອຍຢາກເອົາມາເລົ່າສູ່ໝູ່ເພືອນຟັງເພື່ອເປັນບົດຮຽນ

ເລື່ອງນີ້ເກີດຂຶ້ນໃນລະຫວ່າງປີ 2004 ນີ້ລະຖ້າຈື່ບໍ່ຜິດ

ແກ້ວ(ນາມສົມມຸດ) ເປັນລູກຊາຍກົກຂອງ ລຸງທອງມີ , ຄອບຄົວລຸງທອງມີເປັນຄອບຄົວທີ່ມີຖານະພໍປະມານ ບໍ່ຮັ່ງບໍ່ມີ ແຕ່ກໍ່ບໍ່ເຖິງຂັ້ນເຂົ້າຂາດແລງແກງຂາດໝໍ້. ນອກຈາກລູກຊາຍແລ້ວ ລຸງທອງມີຍັງມີລູກສາວອີກສອງຄົນ, ລູກຊາຍກົກທ້າວແກ້ວອາຍຸອານາມກະໄດ້ປະມານ 20 ປີ ແຕ່ຄວາມຈະເລີນທາງດ້ານຈິດໃຈກະສິປະມານ 15 ປີນີ້ລະ, ແກ້ວເປັນຄົນໃຈເດັດ, ໃຈໂຫດ ແລະອ່ອນໄຫວເປັນບາງເວລາ, ຂີ້ຄ້ານຮຽນໜັງສື, ໂດຍສະເພາະນັບຕັ້ງແຕ່ຄົບກັບໝູ່ທີ່ຊື່ທ້າວ ດຳ, ແກ້ວຍິ່ງບໍ່ຟັງຄວາມໃຜເລີຍ,ຍາມໃດກໍ່ໄປນຳແຕ່ທ້າວດຳ ພໍ່ແມ່ເວົ້າຫຍັງກໍ່ບໍ່ຟັງ, ຈົນບາງເທື່ອກໍ່ຜິດຖຽງກັບພໍ່ຢ່າງຮຸນແຮງ, ລຸງທອງມີອຸກໃຈຫຼາຍທີ່ເຫັນລູກຊາຍເປັນແນວນີ້ ລາວໄດ້ພະຍາຍາມສືບຫາສາເຫດທີ່ເຮັດໃຫ້ລູກຂອງລາວປ່ຽນໄປຈຶ່ງໄດ້ຮູ້ວ່າ ແກ້ວຕິດຢາ, ເຊິ່ງແມ່ນທ້າວດຳເປັນຄົນເອົາມາປັນແກ້ວສູບກິນ. ລຸງທອງມີແລະເມຍບໍ່ຮູ້ຈະເຮັດແນວໃດ ເວົ້າແນວໃດ ແກ້ວກໍ່ບໍຍອມເລີກ, ຄິດຈົນວ່າຫົວຊິແຕກ ຈົນຮ່າງກາຍຈ່ອຍຜອມ ແລະ ເຈັບປ່ວຍລົງ, ນັບມື້້ແກ້ວກໍ່ຍິງຖະຫຼຳເລິກເຂົ້າໄປເລື້ອຍໆ, ເຂົ້າຂອງຕ່າງໆຢູ່ໃນເຮືອນແກ້ວກໍ່ລັກເອົາໄປຂາຍຈົນໝົດ ຈົນເກືອບບໍ່ມີຫຍັງເລີຍ, ຈົນວັນໜຶ່ງລຸງທອງມີທົນເຫັນລູກຂອງຕົນເອງເປັນແນວນີ້ຕໍ່ໄປບໍ່ໄຫວຈຶ່ງໄດ້ແຈ້ງຕຳຫຼວດຈັບລູກຊາຍຕົນເອງເຂົ້າຄຸກ,

ເປັນເວລາຫຼາຍປີທີ່ແກ້ວເຂົ້າໄປນອນຢູ່ໃນຄຸກ ແຕ່ລຸງທອງມີພ້ອມດ້ວຍເມຍແລະລູກສາວກໍ່ໄດ້ມາສົ່ງເຂົ້າສົ່ງນ້ຳເປັນປະຈຳບໍ່ໄດ້ຂາດ,

ໄລຍະເວລາໃນການລົງໂທດຈຳຄຸກສິ້ນສຸດລົງ ແກ້ວກັບເມືອເຮືອນຫາພໍ່ແມ່. ຫວັງວ່າຈະກັບຕົວເປັນຄົນດີ ແຕ່ແລ້ວລາວກໍ່ໄດ້ຮັບຂ່າວຮ້າຍ, ພໍ່ຂອງແກ້ວປ່ວຍເປັນໂລກຫົວໃຈຍ້ອນຄິດຫຼາຍເລື່ອງລູກຊາຍ, ເງິນຄຳທີ່ຫາມາໄດ້ກໍ່ເອົາໄປຖົມໃສ່ຄະດີລູກຊາຍຈົນໝົດ, ເຮືອນຊານທີ່ເຄີຍມີຢູ່ມີກິນກໍ່ຂາດໆເຂີນໆ, ເມື່ອເຫັນສະພາບຄອບຄົວແນວນີ້ແກ້ວກໍ່ນ້ຳຕາໄຫຼອາບແກ້ມ ຮ້ອງໄຫ້ດ້ວຍຄວາມເສຍໃຈ, ລາວໃຫ້ສັນຍາກັບພໍ່ແມ່ວ່າຕໍ່ໄປຈະຕັ້ງຈິດຕັ້ງໃຈກັບຕົວເປັນຄົນດີ

ຕັ້ງແຕ່ວັນນັ້ນມາແກ້ວກໍ່ຕັ້ງໃຈເຮັດວຽກຫາເງິນຫາເພືອມາລ້ຽງຄອບຄົວ, ເຖິງວ່າການສຶກສາຂອງລາວຈະບໍ່ຈົບມໍ 6 ແຕ່ລາວກໍ່ທຸ່ມເທເຫື່ອແຮງແລະຄວາມສາມາດທີ່ມີເພື່ອຊອກຫາເງິນຄຳມາຈຸນເຈືອຄອບຄົວ ແລະເຮັດໃຫ້ຄອບຄົວດີຂຶ້ນ

ແກ້ວເອີຍມັນບໍ່ຫຼ້າບໍ່ສວາຍດອກທີ່ລູກຈະເປັນຄົນດີເຖິງວ່າລູກຈະເປັນແນວໃດ ພໍ່ແລະແມ່ກໍ່ຍັງຮັກ ແລະ ເປັນຫ່ວງເປັນໄຍລູກສະເໝີດ(ລຸງທອງມີ ເວົ້າພ້ອມກັບນ້ຳຕາເຕັມເບົ້າ)

ຄົນເຮົາທຸກຄົນເກີດມາ ບໍ່ມີໃຜທີ່ບໍ່ເຄີຍເຮັດຜິດ, ແຕ່ຖ້າຮູ້ວ່າຕົນເອງເຮັດຜິດແລ້ວຮູ້ຈັກແກ້ໄຂແລະປັບປຸງຕົວເອງກໍ່ດີແທ້ແລ

ດັ່ງຄຳທີ່ເພິ່ນວ່າ ຄົນສະຫຼາດຈະບໍ່ເຮັດຜິດຊ້ຳຄືນອັນເກົ່າທີ່ເຂົາເຄີຍເຮັດມາ

ເປັນຈັ່ງໃດອ່ານແລ້ວມີຄວາມເຫັນແນວໃດແດ່ໝູ່ເພື່ອນທັງຫຼາຍ.............

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຈົ້າເຄີຍໃຫ້ອະໄພສັດຕູຜູ້ທີ່ເຄີຍທຳຮ້າຍເຈົ້າບໍ?

 

ເລື່ອງນີ້ຍາວແດ່ຈັກໜ້ອຍແຕ່ກະລອງອ່ານໃຫ້ຈົບເດີພີ່ນ້ອງ ເຜື່ອວ່າມັນຈະໃຫ້ຂໍ໊ຄິດດີໆແດ່ຈັກເລັກຈັກໜ້ອຍເນາະ

 

ຮັກ ຫຼື ຊັງເທົ່າທຽມກັນ ໝາຍເຖິງ ແມ່ນແຕ່ສັດຕູຄູ່ອາຄາດຕໍ່ກັນກໍ່ຕ້ອງປະຕິບັດຕໍ່ເຂົາເຈົ້າຄືກັບຄົນທີ່ຕົນເອງຮັກ

 

     ເລື່ອງນີ້ມັນເປັນຄະຕິປະຈຳໃຈຂອງຊາວພຸດເຮົາ, ບາງເທື່ອເຈົ້າກໍ່ອາດຈະເຂົ້າໃຈ ແຕ່ຖ້າເຈົ້າໄດ້ປະສົບພົບພໍ້ກັບສັດຕູຄູ່ອາຄາດຂອງເຈົ້າ

 

ມັນກໍ່ຍາກທີ່ຈະປະຕິບັດຕໍ່ກັບຄົນນັ້ນຄືກັບຄົນທີ່ເຈົ້າຮັກ. ໃນສະໄໝກ່ອນຢູ່ປະເທດອິນເດຍ ມີປະເທດນ້ອຍໆທີ່ອ່ອນແອປະເທດໜຶ່ງ,

 

ຕໍ່ມາປະເທດດັ່ງກ່າວໄດ້ຖືກຄຸກຄາມຈາກປະເທດໃຫຍ່ປະທດໜຶ່ງ ຊຶ່ງເປັນປະເທດໃກ້ຄຽງກັນເຂົ້າຍຶດຄອງ.

 

ໃນຕອນທີ່ພະເຈົ້າແຜ່ນດິນຂອງປະເທດນ້ອຍນັ້ນຖືກນຳໂຕໄປປະຫານຊີວິດນັ້ນ ເຈົ້າຊີວິດໄດ້ເວົ້າກັບລູກຊາຍວ່າ

 

"ເຈົ້າຢ່າເບິ່ງ(ການປະຫານ)ດົນເກີນໄປ ແລະ ຢ່າໃຈຮ້ອນວູ່ວາມ, ຄວາມແຄ້ນຈະໝົດໄປເພາະການບໍ່ຄິດຄຽດແຄ້ນ "

 

ຕໍ່ມາລູກຊາຍຂອງເຈົ້າແຜ່ນດິນກໍ່ໄດ້ຖືກປ່ອຍຕຕົວໃຫ້ລອດຊີວິດມາ ແຕ່ລາວກໍ່ໄດ້ຄິດຄຽດແຄ້ນໃນໃຈຢູ່ຕະຫຼອດເວລາ.

 

ຕໍ່ມາບໍ່ດົນໂອກາດກໍ່ມາຮອດ. ພະອົງໄດ້ໄປເຮັດວຽກຢູ່ໃນປະເທດໃຫຍ່ນັ້ນ ແລະ ຍັງເປັນທີ່ໄວ້ເນື້ອເຊື່ອໃຈຂອງເຈົ້າແຜ່ນອົງນັ້ນ

 

ຈົນສະໜິດສະໜົມກັນ ມື້ໜຶ່ງເຈົ້າແຜ່ນດິນໄດ້ເດີນທາງອອກໄປລ່າສັດ ດ້ວຍຄວາມອິດເມື່ອຍຈາກການເດີນທາງອັນຍາວໄກ

 

ພະອັງກໍ່ຈຶ່ງໄດ້ຊົງບັນທົມຫຼັບຢູ່ເທິງຕັກຂອງ ຣາສະໂອລົດອົງນີ້, ນີ້ມັນເປັນໂອກາດດີຫຼາຍທີ່ຈະແກ້ແຄ້ນແທນພະບິດາ

 

ດ້ວຍເຫດນັ້ນຣາສະໂອລົດ ຈຶ່ງໄດ້ຊັກເອົາດາບອອກມາ ຈີ້ໃສ່ຄໍຂອງເຈົ້າແຜ່ນອົງນັ້ນ, ແຕ່ໃນຊົ່ວຂະນະໜຶ່ງ

 

ພະອົງກໍ່ຊົງຄຶດຄະນຶງເຖິງຄຳເວົ້າຂອງພະບິດາທີ່ສັ່ງໄວ້, ຈຶ່ງເຮັດໃຫ້ພະອົງເກີລັງເລໃຈ ແລະ ເມື່ອນພະເຈົ້າແຜ່ນດິນຕື່ນຈາກບັນທົມ

 

ພະອົງກໍ່ໄດ້ສະລະພາບເລື່ອງລາວທັງໝົດໃຫ້ພະເຈົ້າແຜ່ນດິນຮູ້, ເມື່ອພະເຈົ້າແຜ່ນດິນຮູ້ແນວນັ້ນ ກໍ່ປາບປື້ມດີໃຈຍິ່ງນັກ ແລະ

 

ກໍ່ໄດກໃຫ້ອະໄພແກ່ເລື່ອງທີ່ເກີດຂຶ້ນ ແລະກໍ່ໄດ້ສົ່ງຕົວ ຣາສະໂອຣົດ ກັບປະເທດເພື່ອຄວາມສະຫງົບສຸກຂອງທັງສອງຝ່າຍ.

 

ຢ່າເບິ່ງດົນເກີນໄປ ໝາຍເຖິງ ຢ່າຄິດຄຽດແຄ້ນຢູ່ໃນໃຈຕະຫຼອດໄປ

 

ຢ່າໃຈຮ້ອນວູ່ວາມ ໝາຍຄວາມວ່າ ຢ່າຫຸນຫັນພັນແລ່ນຈົນທຳລາຍມິດຕະພາບທີ່ມີຕໍ່ກັນ

 

ເຊັ່ນວ່າການບໍ່ຄິດຄຽດແຄ້ນມັນເປັນເລື່ອງທີ່ເຮັດໄດ້ຍາກຫຼາຍ

 

ໃນການປະຊຸມທີ່ລອສແອງເຈີລີສ ຄັ້ງໜຶ່ງຕົວແທນຈາກສີລັງກາຊຶ່ງເປັນເມືອງພຸດໄດ້ກ່າວໃນທີ່ປະຊຸມວ່າ

 

"ເວນກຳຢູ່ໄດ້ຍ້ອນມີເວນມີກຳ,  ເວນກຳຈະໝົດໄປໄດ້ເພາະບໍ່ມີເວນກຳ" ແລະພະຍາຍາມປົກປ້ອງຍີ່ປຸ່ນທີ່ແພ້ຕໍ່ສົງຄາມຢ່າງເຕັມທີ່

 

 

 

ຂໍຂອບໃຈ ຂໍ້ຄວາມດີໆຈາກ ທຳດີດັອດເນັດ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ເລື່ອງມີຢູ່ວ່າ

 

ເຊົ້າມື້ໜຶ່ງ ມີຜູ້ຊາຍຄົນໜຶ່ງຍ່າງອອກມາແຍງລົດກະບະຂອງລາວທີ່ຫາກໍ່ຊື້ມາໃໝ່

 

ແຕ່ແລ້ວລາວກໍ່ຕ້ອງຕົກໃຈຢ່າງແຮງເມື່ອເຫັນລູກຊາຍຂອງຕົນກຳລັງເອົາກ້ອນຂີ້ຫີນທັບລົດຫຼິ້ນຈົນລົດບຸ້ມບ້ຽວ

 

ແລະແຕກຫັກເພພັງໝົດ

 

ລາວໄດ້ຍູ້ລູກຊາຍອອກຢ່າງແຮງແລ້ວເອົາກ້ອນຫີນນັ້ນທັບມືລູກຊາຍຂອງຕົນຈົນກະດູກມຸ່ນອຸ້ຍປຸ້ຍ

 

ຫຼັງຈາກລະງັບສະຕິອາລົມໄດ້ລາວກໍ່ຟ້າວເອົາລູກໄປໂຮງໝໍ,

 

ໝໍໄດ້ພະຍາຍາມຊ່ວຍຈົນສຸດຄວາມສາມາດ

 

ແຕ່ກໍ່ບໍ່ສາມາດທີ່ຈະກູ້ເອົາກະດູກທີ່ແຕກອອກເປັນຕ່ອນໆນັ້ນໃຫ້ກັບມາເປັນຄືເກົ່າໄດ້

 

ໝໍໄດ້ຕັດສິນໃຈຕັດນິ້ວມືຂອງລູກຊາຍຂອງລາວຖິ້ມທັງ 10 ນິ້ວ

 

ເມື່ອເດັກນ້ອຍຄົນນັ້ນຮູ້ເມື່ອຄີງຂຶ້ນມາຈຶ່ງເວົ້າກັບພໍ່ແບບໄຮ້ດຽງສາວ່າ

 

" ພໍ່ລູກຂໍໂທດ ລູກເສຍໃຈເລື່ອງລົດຂອງພໍ່ ແຕ່ດົນປານໃດທີ່ນິ້ວມືຂອງລູກມັນຊິປົ່ງຂຶ້ນມາເປັນຄືເກົ່າ"

 

 

"

 

"

 

"

 

" ພໍ່ອຶ້ງ... ມິດຢູ່ບໍ່ຕອບຫຍັງຈັກຄວາມ

 

ພໍກັບເຮືອນໄປກໍ່ຂ້າຕົວເອງຕາຍ

 

 

ລົດກະບະເປ່ເພສາມາດສ້ອມແປງໄດ້

 

ແຕ່ກະດູກທີ່ແຕກຫັກ ແລະ ຫົວໃຈທີ່ເຈັບປວດ ຍາກທີ່ຈະຮັກສາຢຽວຢາ

 

ຄົນເຮົາທຸກຄົນຜິດພາດໄດ້ ແຕ່ການກະທຳທ່ເກີດຂຶ້ນຍ້ອນຄວາມໂມໂຫໂທໂສ ຈະຕິດຢູ່ກັບເຮົາໄປຕະຫຼອດການ

 

ແລະ ຍັງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍອີກ

 

 

ສະນັ້ນ ຈົ່ງມີສະຕິ ຕຶກຕອງ ພິຈາລະນາໃຫ້ດີກ່ອນທີ່ຈະກະທຳສິ່ງໃດລົງໄປ

 

 

 

 

                                

 

 

 

 

 

ເລື່ອງຈິງທີ່ເກີດຂຶ້ນໃນ ອາເມລິກາ

 

ຄັດຈາກ ທຳມະດີລິເວີລີ່

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
          ເປັນຫຍັງຄົນທີ່ເຮົາຮັກຫຼາຍທີ່ສຸດເຮົາຈຶ່ງເກງໃຈໜ້ອຍທີ່ສຸດ

          ຂ້ອຍເຊື່ອວ່າຫຼາຍຄົນກໍ່ມັກເປັນຄືກັນ  ເຮົາຍອມອ່ອນນ້ອມຖ່ອມຕົນ, ເວົ້າຈາອ່ອນຫວານມ່ວນຫູ ແລະ

ເຂົ້າໃຈງ່າຍໆ ກັບຄົນອື່ນ ແຕ່ກັບຄົນທີ່ເຮົາຮັກ ແນ່ນອນເຮົາເປັນໂຕຂອງໂຕເອງໄດ້ຫຼາຍທີ່ສຸດ


ແຕ່ບາງເທື່ອເຮົາກໍ່ລືມໃສ່ໃຈກັບ ຄວາມຮູ້ສຶກຂອງເຂົາເຈົ້າ ໂດຍເອົາອາລົມຂອງໂຕເອງເປັນສ່ວນຫຼາຍ,


ເຮົາເກງໃຈຄົນອື່ນທີ່ເຂົາບໍ່ໄດ້ຮູ້ສຶກອັນໃດກັບເຮົາເລີຍ

ແຕ່ກັບຄົນທີ່ເຂົາຮັກເຮົາ ແລະ ເຮົາກໍ່ຮັກເຂົາ
ບາງເທື່ອເຮົາກໍ່ເຮັດອີຫຍັງໂດຍບໍ່ເກງໃຈເຂົາເລີຍ.

          ເຊິ່ງບໍ່ໄດ້ໝາຍເຖິງແຕ່ແຟນເທົ່ານັ້ນ ແຕ່ຍັງໝາຍເຖິງພໍ່ແມ່ຂອງເຮົາອີກດ້ວຍ.  ເຮົາເຮັດດີ, ເວົ້າດີ ກັບຫຼາຍຄົນ

ແຕ່ກັບຄົນທີ່ເຮົາເອີ້ນວ່າ ເປັນຄົນກັນເອງ ເຮົາພັດບໍ່ຄ່ອຍໄດ້ເຮັດຫຍັງໃຫ້ເຂົາເຈົ້າພູມໃຈ ຫຼື

ບາງເທື່ອກໍ່ບໍ່ສົນໃຈຄວາມຮູ້ສຶກຂອງເຂົາເຈົ້າຊ້ຳ. 

ຕົວຢ່າງ: ຄົນເຮົາຕອນຫາກໍ່ຈີບກັນໃໝ່ກໍ່ເອົາອົກເອົາໃຈໃສ່ສາລະພັດອັນພັນແນວ ແຕ່ພໍໄດ້ເປັນແຟນກັນແລ້ວ

ຝ່າຍຍິງຈະຮູ້ສຶກເລີຍວ່າຝ່າຍຊາຍເອົາໃຈລາວໜ້ອຍລົງ ແລະ ຫັນໄປເອົາໃຈຕົວເອງຫຼາຍຂຶ້ນ,

ຄຳເວົ້າຫວານໆກໍ່ເລີ່ມຈະບໍ່ໄດ້ຍິນຄືແຕ່ກ່ອນ. 
        
ຂ້ອຍຢາກໃຫ້ຄົນທີ່ຮັກກັນນັ້ນເບິ່ງອີກຝ່າຍໜຶ່ງວ່າ ເປັນຄົນພິເສດ ເພາະມີໜ້ອຍຄົນທີ່ຈະເກີດມາໃຫ້ເຮົາຮັກໄດ້ແບບນີ້,

ສິ່ງທີ່ປະຕິບັດຕໍ່ກັນກໍ່ຄວນຈະພິເສດກວ່າຄົນອື່ນ, ພິເສດທັງການໃຫ້ ແລະ ການຮັບ.


         ທ່ານລອງຕອບຄຳຖາມເບິ່ງດຸວ່າ  ລະຫວ່າງຄົນອື່ນກັບຄົນພິເສດເຮົາຈະເບິ່ງໄປທີ່ຜູ້ໃດ,

ທ່ານຈະຕ້ອງການຄົນໃດຫຼາຍກວ່າກັນ................................................






ຄັດຈາກ http://www.dhammadelivery.com/webboard.php?action=show&id=5430
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2008 | ມີ 9 ຄຳເຫັນ ແລະ 0 trackback(s)


ພອນ:  ຂ້ອຍມີລູກຊາຍທີ່ສົມບູນແບບທີ່ສຸດ

ບ້ຽວ: ລາວສູບຢາບໍ?

ພອນ: ບໍ່ ລາວບໍ່ສູບຢາ

ບ້ຽວ: ລາວດື່ມເຫຼົ້າບໍ?

ພອນ: ບໍ່.

ບ້ຽວ: ລາວມັກຂາດໂຮງຮຽນບໍ?

ພອນ: ບໍ່
ບ້ຽວ: ລາວມັກມາເຮືອນເດິກບໍ?
ພອນ: ບໍ່

ບ້ຽວ: ຂ້ອຍເດົາເບິ່ງນີ້ ເຈົ້າມີລູກຊາຍທີ່ແສນດີອີຫຼີ

ບ້ຽວ: ລູກເຈົ້າລາວອາຍຸຈັກປີແລ້ວ?
                         !

                         !

                         !

                         !
                        
                        !



ພອນ: ວັນພຸດໜ້ານີ້ກະຄົບ 6 ເດືອນພໍດີ

                                       alt



ອິ ອິ ອິ ໆໆໆໆໆໆໆ ຍິ້ມມື້ລະໜ້ອຍ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ສະບາຍດີໝູ່ເພື່ອນທຸກ.......ໆ ຄົນ ມື້ນີ້ ຂພຈ ເອງມີເລື່ອງມາຂຽນໃຫ້ອ່ານເລັກໆນ້ອຍໆ ຖ້າມັນຊ້ຳກະບອກແດ່ເດີ .....

            ຊາຍຄົນໜຶ່ງຮັບສາຍໂທລະສັບຈາກທ່ານໝໍ
 

ທ່ານໝໍ: ຂ້ອຍມີຂ່າວດີ ແລະ ຂ່າວຮ້າຍຈະບອກເຈົ້າ
ຄົນເຈັບຊຶງຢູ່ບຶດໜຶ່ງແລ້ວຕອບວ່າ : ຕົກລົງ!   ກະລຸນາບອກຂ່າວດີໃຫ້ຂ້ອຍຟັງກ່ອນ
ທ່ານໝໍ: ຂ່າວດີກະຄືວ່າ...............ເຈົ້າຈະມີຊີວິດຢູ່ໄດ້ອີກພຽງແຕ່ 24 ຊົ່ວໂມງເທົ່ານັ້ນ
ຄົນເຈັບ: Oh no!........ ຖ້ານີ້ແມ່ນຂ່າວດີ ແລ້ວຂ່າວຮ້າຍແມ່ນຫຍັງລະ ?



ທ່ານໝໍ: ຂ່າວຮ້າຍກໍ່ຄືວ່າ..............








ຂ້ອຍລືມບອກເຈົ້າແຕ່ມື້ວານນີ້


ຍິ້ມມື້ລະໜ້ອຍ ......ຮິ ຮິ ໆໆໆໆໆໆໆໆໆ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ທ້າວ ສອນ ອາຍຸ 38 ປີແລ້ວແຕ່ລາວຍັງເປັນໂສດຢູ່, ມື້ໜຶ່ງລາວໄດ້ພົບກັບເພື່ອນເກົ່າຊື່ວ່າທ້າວ ແສງ

ສອນ: " ອ່າວແສງ ບໍ່ໄດ້ພົບກັນດົນແລ້ວ ເປັນຈັ່ງໃດໂຕສະບາຍດີບໍ? "

ແສງ: " ສະບາຍດີຢູ່ ໂຕເດເປັນຈັ່ງໃດໂຕເອົາເມຍລະເບາະເຮີ່ຍ  ? "

ສອນ: " ຍັງບໍ່ທັນເອົາສ່ຽວເອີຍ "

ແສງ: " ອ່າວເປັນຫຍັງໂຕຍັງບໍ່ເອົາເມຍປານນີ້? ຫຼືວ່າໂຕຍັງບໍ່ພົບຜູ້ຍິງທີ່ຈະມາເປັນເມຍທີ່ດີຂອງໂຕບໍ? "

ສອນ: " ຄວາມຈິງແລ້ວ ເຮົາກະຄົບກັບຜູ້ຍິງຫຼາຍຄົນລະເຮົາກະຢາກເອົາເຂົາເຈົ້າ, ແຕ່ເມື່ອເຮົາພາເຂົາເຈົ້າໄປພົບພໍ່ກັບແມ່, ແມ່ເຮົາພັດບໍ່ມັກພວກເຂົາ."

ແສງຄິດຢູ່ບຶດໜຶ່ງແລ້ວເວົ້າວ່າ: " ອື..!!  ເຮົາມີວິທີແກ້ໄຂທີ່ດີສ່ຽວ, ໂຕຕ້ອງຊອກເອົາຜູ້ຍິງທີ່ຄືກັບແມ່ຂອງໂຕ "

ສອງສາມເດືອນຕໍ່ມາແສງ ແລະ ສອນ ພົບກັນອີກເທື່ອໜຶ່ງ
ແສງຖາມສອນວ່າ: " ເຮີ່ຍ ແສງ ໂຕພົບຜູ້ຍິງຄົນນັ້ນແລ້ວບໍ? ແລ້ວແມ່ຂອງໂຕກະມັກລາວຢູ່ບໍສ່ຽວ? "

ສອນເຮັດໜ້າຫຍຸ້ງແລ້ວຕອບວ່າ
" ເອີ ! ! ! ເຮົາພົບແລ້ວຜູ້ຍິງຄົນນັ້ນຫັ້ນນະ , ລາວຄ້າຍຄືແມ່ຂອງເຮົາທີ່ສຸດ. ໂຕຮູ້ບໍ! ແມ່ຂອງເຮົາມັກລາວທີ່ສຸດເລີຍ."

ແສງ " ແລ້ວໂຕໄດ້ເອົາລາວບໍລະ? "

ສອນ "ບໍ່ "

ແສງ " ເປັນຫຍັງ ? ມີບັນຫາຫຍັງອີກລະສ່ຽວ "









ສອນ " ພໍ່ຂອງເຮົາບໍ່ມັກລາວ "




 alt ເອິກໆໆໆໆໆໆໆໆໆ ........
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
ເນື່ອງຈາກວ່າເອື້ອຍຂອງທ້າວໄໝເກີດລູກ ທ້າວມິ່ງຈຶ່ງໄດ້ມາຢ້ຽມຢາມ
ໄໝ: ອ່າວ ມິ່ງສ່ຽວມາມາ ໆ ເບິ່ງນີ້ ລູກຂອງເອື້ອຍເຮົາເປັນຕາຮັກຕາແພງອີຫຼີ
ມິ່ງ: ໂອ້ ຈັ່ງແມ່ນເປັນຕາຮັກນໍສ່ຽວ
ມິ່ງ: ເກີດໄດ້ຈັກມື້ແລ້ວນິ
ໄໝ: ໄດ້ 2 ອາທິດແລ້ວເດ
ມິ່ງ: ຫຼານເພິ່ນຊືຈັ່ງໃດບໍສ່ຽວ ?
ໄໝ: ບໍ່ຮູ້ເຮົາບໍ່ເຂົ້າໃຈພາສາທີ່ຫຼານເຮົາເວົ້າຈັກແມ່ນລາວເວົ້າຫຍັງ.

altaltaltalt


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ຕ້ອງຄິດສະເໝີວ່າຕົນເອງຜິດທີ່ໄປຜິດຖຽງກັບໝູ່ ຖ້າມື້ນັ້ນເຮົາຫາກຄວບຄຸມສະຕິ, ອາລົມ ແລະ ການກະທຳໄດ້ ໝູ່ຜູ້ນັ້ນກໍ່ຄືຊິບໍ່ສ້າງຄວາມຄັບແຄ້ນໃຈໄວ້ກັບຕົນເອງ ແລະ ພະຍາຍາມທີ່ຈະເຮັດໃຫ້ເຮົາຄືນ, ຖ້າຮູ້ແນວນີ້ຕ້ອງພະຍາຍາມຝຶກຄວບຄຸມ ແລະ ຮັກສາຈິດໃຈຕົນເອງໃຫ້ດີຢູ່ສະເໝີ, ຢ່າຍອມໃຫ້ອາລົມມາຄວບຄຸມຈິດໃຈຂອງເຮົາ, ກະແມ່ນຢູ່ດອກທ່ີການເວົ້ານັ້ນມັນງ່າຍແຕ່ເວລາປະຕິບັດມັນຍາກ ແຕ່ເຮົາກໍ່ຄວນຈະພະຍາຍາມເຮັດໃຫ້ມັນໄດ້
ເໝືອນດັ່ງຄຳທີ່ວ່າ ການເອົາຊະນະຄົນອື່ນໄດ້ນັ້ນມັນໜ້າຊື່ນຊົມຍິນດີ ແຕ່ການເອົາຊະນະໃຈຕົນເອງໄດ້ແມ່ນປະເສີດຍິ່ງກວ່າ
 ຄົນເຮົາທຸກຄົນເກີດມາຄວນຈະມີຄວາມເມດຕາ, ກະລຸນາ, ມຸທິຕາ ແລະ ອຸເບກຂາ
ຈິ່ງຈະສາມາດຢູ່ຢ່າງມີຄວາມສຸກຢ່າງແທ້ຈິງໄດ້

ນັບ 1 ເຖິງ 100 ກ່ອນຈຶ່ງໃຊ້ກຳລັງຕັດສິນບັນຫາ

alt