ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມື້ໜຶ່ງຂະນະທີ່ຂ້ອຍຢືນຖ້າລົດຢູ່ແຄມທາງ ຢູ່ດີໆກໍ່ມີຍິງຄົນໜຶ່ງອາຍຸປະມານ 40 ປາຍປີນີ້ລະ

ຈູງລົດຮອນດາດຣີມສີຂາວແດງ ຕິດປ້າຍໂລໂກ້ ມຊ ຢູ່ທາງໂກບລົດເບື້ອງໜ້າ

ລາວຈູງລົດນັ້ນມາດ້ວຍຄວາມອິດເມື່ອຍເມື່ອມາຮອດບ່ອນຂ້ອຍຢືນຢູ່

ລາວກໍ່ຢຸດລົດແລ້ວຍໍມືຂຶ້ນນົບທັງເວົ້າຂຶ້ນມາວ່າ:

ນາງເອີຍລົດແມ່ນ້ຳມັນໝົດ ແມ່ຂໍເງິນແນ່ຈັກສິບພັນກີບ ແມ່ລືມເອົາກະເປົາເງິນມາ

ຂ້ອຍຕົກສະເງີ້ຢູ່ຄາວໜຶ່ງບໍ່ຈັກຊີຕອບແນວໃດ

ແລ້ວຍິງຄົນນັ້ນກໍ່ເວົ້າຂຶ້ນອີກທັງນົບທັງໄຫວ້ ໃນຂະນະນັ້ນເອງ

ໂທລະສັບຂອງຂ້ອຍກໍ່ດັງຂຶ້ນ ເປັນສັນຍານບອກວ່າຜູ້ທີ່ມາຮັບນັ້ນມາຮອດແລ້ວ

ດ້ວຍຄວາມຟ້າວຟັ່ງແລະຄວາມຄິດທີ່ວ່າ ກ້າຂໍກະກ້າໃຫ້ຂ້ອຍກໍ່ເລີຍເອົາເງິນໃຫ້ຍິງຄົນນັ້ນໄປ

10.000 ກີບ ຕາມທີ່ລາວຂໍໂດຍບໍ່ໄດ້ຄິດຫຍັງຫຼາຍ

ເພາະໂຕເອງກໍ່ເຄີຍພົບສະຖານະການລືມກະເປົາເງິນແລ້ວນ້ຳມັນໝົດເຊັ່ນກັນ

ຫຼັງຈາກນັ້ນ 2 ມື້ຕໍ່ມາ, ມີໝູ່ຄົນໜຶ່ງເລົ່າເລື່ອງໃຫ້ຟັງວ່າ:

ຂະນະທີ່ລາວນັ່ງກິນເຝີຢູ່ຮ້ານ ກໍ່ໄດ້ມີແມ່ຍິງຄົນໜຶ່ງມາຂໍເງິນ 10.000 ກີບ ເພື່ອໄປຈອດຕີນລົດ

ບອກວ່າບໍ່ໄດ້ເອົາກະເປົາເງິນມາ, ແຕ່ໝູ່ຂອງຂ້ອຍລາວຮູ້ທັນວ່າຕ້ອງແມ່ນພວກຂີ້ຕົວະ

ລາວກໍ່ເລີຍເວົ້າໄປວ່າ ຈອດຕີນລົດຈັກ 5.000 ກີບ ກໍ່ພໍແລ້ວ ແຕ່ຍິງຄົນນັ້ນກໍ່ຍັງຊູຊີຊິເອົາ ສິບພັນ

ໝູ່ຂ້ອຍກໍ່ເລີຍຍິ່ງເຂົ້າໃຈຖືກວ່າແມ່ນພວກຕົ້ມຕົວະ  ລາວກໍ່ເລີຍເວົ້າໃຫ້ຍິງຄົນນັ້ນ

ແລ້ວລາວກໍ່ເລີຍວ່າ : ຂ້ອຍເຮັດວຽກໝົດມື້ໝົດເວັນໄດ້ເງິນແຕ່ໜ້ອຍດຽວ,

ອັນນີ້ບໍ່ຮອດ 1 ນາທີ່ເຈົ້າຈະມາຂໍເປັນ 10.000 ພຸ້ນຫວາ

ຂ້ອຍຊິໃຫ້ເຈົ້າ 2.000 ກີບ. ຖ້າເຈົ້າຍັງຊູຊີຂ້ອຍຊິແຈ້ງຕຳຫຼວດຈັບ (ໝູ່ຂ້ອຍວ່າ)

ຍິງຄົນນັ້ນກໍ່ຊູຊີເວົ້າອີກວ່າ ຄັນຊັ້ນໃຫ້ຂ້ອຍ 5.000 ສາ,

ບໍ່ ຂ້ອຍຊິໃຫ້ເຈົ້າສອງພັນເຈົ້າຊິເອົາບໍ? ຖ້າບໍ່ເອົາລະກະແລ້ວ

ຍິງຄົນນັ້ນກໍ່ເຮັດບໍ່ພໍໃຈ ແລ້ວກໍ່ຍ່າງໜີໄປ.

 

ໂອ້! ຂ້ອຍຖືກຕົວະເຕັມໆເລີຍ ສັງຄົມທຸກມື້ນີ້ມັນຈັ່ງແມ່ນຫາຄວາມຈິງໃຈຕໍ່ກັນຍາກແທ້ໆ

ໝູ່ເພື່ອນເດຄິດວ່າຍິງຄົນນັ້ນແມ່ນຄົນຕົ້ມຕົວະຫຼອກເອົາເງິນຄົນບໍ?

 

ຈັ່ງໃດກໍ່ໃຫ້ລະວັງໄວ້ເດີ້ ດຽວຈັກໜ້ອຍຊິກາຍເປັນຄົນໃຈດີຢາກເຮັດບຸນຊ້ຳພັດກາຍເປັນການສະໜັບສະໜູນຄົນເຮັດບໍ່ດີຊ້ຳ

 



ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຢູ່ທີ່ໂຮງຮຽນເຂດຊົນນະບົດແຫ່ງໜຶ່ງ

ເມື່ອສຽງກະແລັ໋ງດັງຂຶ້ນແລ້ວ ນັກຮຽນທຸກຄົນກໍ່ພາກັນແລ່ນເຂົ້າຫ້ອງຢ່າງໄວວາ

ສາວຄູ ແກ້ວຄູສອນປະຈຳຫ້ອງປໍ 3 ກໍ່ຍ່າງໄປຂຶ້ນຫ້ອງ ກວດຊື່ນັກຮຽນທຸກຄົນປະກົດວ່າຍັງຂາດ

ທ້າວ ດຳ ແລະ ທ້າວ ຂາວສາວຄູກໍ່ຖາມບັນດານັກຮຽນໃນຫ້ອງແຕ່ກໍ່ບໍ່ມີໃຜຮູ້

ທັນໃດນັ້ນບໍ່ດົນ ທ້າວດຳກັບທ້າວຂາວກໍ່ແລ່ນຫົວຊຸກຫົວຊຸນມາ ພ້ອມທັງຕົນໂຕເປິເປື້ອນ

 

ດຳ,ຂາວ: ສະບາຍດີເອື້ອຍຄູ ພວກນ້ອງຂໍເຂົ້າຫ້ອງ

ສາວຄູ: ທ້າວດຳ ທ້າວຂາວ ເປັນຫຍັງພວກນ້ອງຄືມາຊ້າແທ້?

ດຳ: ຕອນພວກນ້ອງຍ່າງມາໂຮງຮຽນກຳລັງວ່າຊິຂ້າມຂົວພັດມີແມ່ປ້າອັນໜຶ່ງລາວກຳລັງຊິຂ້າມຂົວເອົາເຄື່ອງໄປຂາຍ

ສາວຄູ: ພວກນ້ອງກໍ່ເລີຍໃຫ້ລາວຂ້າມກ່ອນ?

ຂາວ: ໂດຍແມ່ນແລ້ວ

ສາວຄູ: ລະເປັນຫຍັງຄືພາກັນປຽກໝົດໂຕແນວນີ້

ດຳ: ພໍດີເຄື່ອງຂອງແມ່ຕູ້ນັ້ນຕົກ

ສາວຄູ: ພວກນ້ອງກໍ່ເລີຍລຸຍນ້ຳໄປເອົາໃຫ້ລາວ?

ຂາວ: ໂດຍ ແມ່ນແລ້ວ

ສາວຄູ: ແຕ່ເປັນຫຍັງຄືມີຂີ້ຕົມເປື້ອນເຕັມຫົວແນວນີ້

ດຳ,ຂາວ: ຄືວ່າແມ່ປ້ານັ້ນເອົາເຄື່ອງໃຫ້ພວກນ້ອງ ເພື່ອຕອບແທນທີ່ພວກນ້ອງຊ່ວຍ

ສາວຄູ: ໂອ້! ດີໆ ເປັນຄົນດີກໍ່ຕ້ອງໄດ້ຮັບຜົນຕອບແທນດີໆ ແຕ່ຄູຍັງສົງໄສລະມັນກ່ຽວຫຍັງກັບຂີ້ຕົມໃນຫົວ

ດຳ, ຂາວ: ປ້ານັ້ນເອົາໃຫ້ແຕ່ອັນດຽວ

 

 

 

 

 

 

ພວກນ້ອງກະເລີຍຍາດກັນຈົນເປັນແນວນີ້

 

ສາວຄູ: ????????

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຮູ້ບໍວ່າຄົນເຮົາມີເວລາຢູ່ໃນໂລກນີ້ຄົນລະຈັກປີ

ຊີວິດຂອງເຮົານັ້ນມັນແສນສັ້ນກວ່າຢາດນ້ຳໝອກທີ່ຄ້າງໃນໃບໄມ້ຊ້ຳ ຈະຕາຍມື້ນີ້ ມື້ອື່ນຫຼືມື້ໃດ

ບໍ່ມີໃຜຄົນໃດຮູ້ລ່ວງໜ້າເລີຍ ຖ້າເຮົາໃຊ້ເວລາອັນແສນສັ້ນໄປມົວແຕ່ຫຼັບໆຕື່ນໆ

ຢູ່ໃນຄວາມ ຮັກ, ໂລບ, ໂກດ, ຫຼົງ ອິດສາຄົນນັ້ນ, ປື້ມຄົນນີ້, ອິດສາເຈົ້ານາຍ

ໃສ່ຮ້າຍລູກນ້ອງ ປົກປ້ອງພາບພົດ, ຄົນຮຸ່ນໃໝ່ຫຼົງໄຫຼໃນເປືອກຂອງຊີວິດ

ໂດຍລືມໄປເລີຍ ວ່າ ແມ່ນຫຍັງຄືສິ່ງທີ່ຕົນເອງຄວນເຮັດຢ່າງແທ້ຈິງ

ຄິດເບິ່ງດຸວ່າເຮົາຈະຂາດທຶນຫຼາຍເທົ່າໃດ?. ມີບົດກະວີຂອງນັກກະວີທ່ານໜຶ່ງກ່າວວ່າ

”ນ້ຳໄຫຼອາຍຸໄຂກໍ່ໄຫຼລົງ ໃບໄມ້ຫຼົ່ນຊີວິດກໍ່ຮ້າງຢ່າງຄວາມຝັນ

ຂ້າຊີວາຄືຂ້າຄືນວັນ ຈະກຳນັນໂລກນີ້ມີງານໃດ“ 

ຄົນເຮົາບໍ່ຄວນຂ້າເວລາອັນສູງຄ່າດ້ວຍການປ່ອຍຕົວປ່ອຍໃຈໃຫ້ຕົກເປັນທາດ

ຂອງຄວາມມັກ, ຄວາມຊັງຫຼາຍເກີນໄປ ເພາະຖ້າເຮົາແລ່ນຕາມກິເລດ

ກິເລດກໍ່ຈະພາເຮົາແລ່ນໄປເຮັດສິ່ງນັ້ນ ສິ່ງນີ້ ຕໍ່ໄປບໍ່ຮູ້ຈົບ, ກິເລດມັນບໍ່ເຄີຍເມື່ອຍ

ແຕ່ໃຈຄົນເຮົາຫັ້ນຕິຈະເມື່ອຍໜັກໜາສາຫັດເທົ່າໃດກໍ່ບໍ່ຮູ້, ເຮົາຄວນຈະຄິດໃໝ່ວ່າ

ເຮົາບໍ່ໄດ້ເກີດມາເພື່ອທີ່ຈະມັກ ຫຼື ບໍ່ມັກໃຜ ຫຼື ເພື່ອທີ່ຈະໃຫ້ໃຜມາຮັກ ຫຼື ຊັງ

ແຕ່ເຮົາເກີດມາຢູ່ໃນໂລກນີ້ເພື່ອເຮັດໃນສິ່ງທີ່ດີທີ່ສຸດທີ່ມະນຸດຄົນໜຶ່ງຄວນຈະເຮັດ

ເອົາເວລາທີ່ຮູ້ສຶກບໍ່ດີກັບຄົນອື່ນນັ້ນຫັນກັບມາເບິ່ງໂຕເອງດີກວ່າ

ຊີວິດນີ້ເຮົາມີອັນໃດແດ່ທີ່ເປັນແກ່ນສານ ມີວຽກຫຍັງແດ່ທີ່ເຮົາຄວນເຮັດ

ນອກຈາກນັ້ນກໍ່ຄວນເບິ່ງກວ້າງອອກໄປອີກວ່າ ເຮົາໄດ້ເຮັດຫຍັງໃຫ້ແກ່ໂລກແນ່ແລ້ວ

ຄົນທຸກຄົນນັ້ນມີຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວເອງ ຖ້າເຮົາເລືອກເບິ່ງແຕ່ດ້ານເສຍ

ຂອງເຂົາເຈົ້າ ຈິດໃຈຂອງເຮົາກໍ່ມີແຕ່ຈະຮ້ອນຮົນ ໝົ່ນໝອງ

ເວລາທີ່ເຮົາເສຍໄປເພາະມົວແຕ່ໄປສົນໃຈດ້ານບໍ່ດີຂອງຄົນອື່ນ

ກໍ່ເປັນເວລາທີ່ເສຍໄປໂດຍໄຮ້ປະໂຫຍດ

ບາງທີຄົນທີ່ເຮົາລັກເບິ່ງ ແລະ ລັກຮູ້ສຶກບໍ່ດີກັບເຂົາເຈົ້ານັ້ນ

ເຂົາເຈົ້າອາດບໍ່ຮູ້ສຶກອີຫຍັງເລີຍກັບເຮົາກໍ່ເປັນໄດ້

ເຮົາເຜົາຕົວເອງຢູ່ຝ່າຍດຽວດ້ວຍຄວາມຫງຸດຫງິດ, ຂັດເຄືອງ ແລະ ອາລົມເສຍ

ມື້ນັ້ນມື້ນີ້ຢູ່ພໍສຳ່ານັ້ນ ສະພາບຈິດໃຈແບບນີ້ບໍ່ເຄີຍເຮັດໃຫ້ໃຜມີຄຸນນະພາບຊີວິດດີຂຶ້ນມາເລີຍ

ລອງປ່ຽນວິທີຊີວິດ ວິທີມອງໂລກໃໝ່ຈະດີກວ່າ

ຄິດສາວ່າຄົນເຮົາບໍ່ມີໃຜດີພ້ອມ ຫຼື ຊົ່ວຈົນບໍ່ມີບ່ອນຕິໄປໝົດດອກ

ເຮົາຢູ່ໃນໂລກກັນຄົນລະບໍ່ພໍເທົ່າໃດປີ ບໍ່ດົນກໍ່ລົ້ມຫາຍຕາຍຈາກກັນໄປໝົດແລ້ວ

ຈະມາເສຍເວລາກັບເລື່ອງໄຮ້ປະໂຫຍດເຮັດຫຍັງ ອັນໃດທີ່ຄວນເຮັດກໍ່ຟ້າວເຮັດສາ

ປ່ອຍວາງແນ່ກໍ່ດີ ຄວາມໂມໂຫ ຄວາມຊັງ ນັ້ນບໍ່ມີຄຸນຄ່າຫຍັງຕໍ່ຊີວິດອັນແສນຈະສັ້ນນີ້ເລີຍ

ຍ່າງໄປທາງໜ້າໄປຫາສິ່ງທີ່ມີຄຸນຄ່າໃຫ້ຊີວິດດີງາມດີກວ່າ

ວິທີທີ່ແນະນຳທັງໝົດນັ້ນ ນັກພາວະນາເອີ້ນວ່າ ” ການກັບມາຢູ່ກັບໂຕເອງ “

ໝາຍຄວາມວ່າ ຖ້າເຮົາຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງຢູ່ກັບຄົນທີ່ເຮົາບໍ່ມັກ

ແທນທີ່ຈະປ່ອຍໃຈໃຫ້ຢູ່ກັບຄວາມຮູ້ສຶກບໍ່ດີນັ້ນຕະຫຼອດໄປ ກໍ່ຄວນຫຼຽວກັບເຂົ້າມາ ”ເບິ່ງດ້ານໃນ“

ແກ້ໄຂທີ່ໂຕເອງ ຢ່າໄປມຸ່ງແກ້ໄຂທີ່ຄົນອື່ນ ເພາະຖ້າພະຍາຍາມແກ້ໄຂຄົນອື່ນ

ມັນກໍ່ຍິ່ງຈະຫຍຸ້ງໄປກັນໃຫຍ່, ຍິ່ງເຮົາໃຫ້ຄວາມສຳຄັນກັບຄົນທີ່ເຮົາຊັງຫຼາຍເທົ່າໃດ

ສະພາບຈິດໃຈກໍ່ຍິ່ງຈະບໍ່ດີລົງເທົ່ານັ້ນ

ວິທີທີ່ດີທີ່ສຸດໃນການຢູ່ກັບຄົນທີ່ເຮົາຮູ້ສຶກບໍ່ດີ ຫຼື ເປັນສັດຕູກັນກໍ່ຄື

ການດຶງຄວາມຮູ້ສຶກຈາກເຂົາເຈົ້າມາຢູ່ໃນຕົວເຮົາທຸກຂະນະ ຫຼື ຖ້າບໍ່ດັ່ງນັ້ນ

ກໍ່ຍ້າຍຕົວເອງອອກໄປຈາກສະພາບແວດລ້ອມທີ່ບໍ່ດີນັ້ນໃຫ້ໄວທີ່ສຸດ

ຢ່າຢູ່ດົນເກີນໄປຈົນຄວາມທຸກນັ້ນບົ່ມເປັນໜອງ ຫຼື ເປັນມະເຮັງຮ້າຍໃນອາລົມ

ປັດສະຍາຈີນບອກວ່າ ” ຖ້າມີພູຜາຂວາງທາງທ່ານຢູ່ທາງໜ້າ

ຢ່າໄດ້ເສຍເວລາຍ້າຍພູຜາ ແຕ່ຈົ່ງຍ້າຍຕົວເອງ“

ດັ່ງນັ້ນ ເຮົາຄວນຈະຍ້າຍພູຜາທີ່ຢູ່ທາງໃນ ຫຼື ຈະຍ້າຍພູຜາທີ່ຢູ່ທາງນອກຕົວເຮົາ?

 

ທີ່ມາ www.dhammadelivery.com/story-detail.php

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2010 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ຖ້າເວົ້າເຖິງເລື່ອງລາມົກແລ້ວມັນບໍ່ຄ່ອຍຈະມີສ່ວນດີເລີຍເນາະອ້າຍນ້ອງພັນລາວວ່າບໍ

 

 “ກຳ​ຂອງ​ຊ່າງຖ່າຍໜັງ​ລາມົກ” ນີ້ກໍ່ເປັນບົດເລື່ອງອັນໜຶ່ງທີ່ເປັນຄະຕິສອນໃຈ

 

ໃຫ້ແກ່ບຸກຄົນໃດໜຶ່ງກໍ່ເປັນໄດ້, ລອງອ່ານໆເບິ່ງເນາະ.

 

 

ທ້າວຫລີ່ ມີ​ອາຊີບ​ເປັນ​ຄົນ​ສາຍ​ໜັງ​ລາມົກ ​ໂດຍ​ໄດ້​ກຳ​ໄລ​ຈາກ​ການ​ຖ່າຍ​ໜັງ​ລາມົກ​

ເລີຍ​ໄປ​ທັດສະນາ​ຈອນ​ສະຖາ​ນທີ່​ຕ່າງໆ​ມີ​ຊີວິດຢູ່​ສະບາຍດີ.

ທ້າວຫລີ່​ ມີ​ລູກ​ສາວ​ຄົນ​ໜຶ່ງ ອາຍຸ 14 ປີ ກໍາລັງຮຽນ​ຢູ່​ຊັ້ນມັດທະຍົມ ຢູ່ດີໆ​ເກີດ​ມີ​

ອາການ​ທ້ອງ​ຂຶ້ນຕອນ​ທຳ​ອິດ​ເຂົ້າ​ໃຈ​ວ່າ​ເປັນຫວັດ ຫຼັງ​ຈາກ​ແພດ​ໄດ້​ກວດ​ຮັກສາ​ພົບ​ວ່າ​ລາວ​ຕັ້ງ​ຄັນ

ທ້າວ​ຫລີ່​ກັບ​ພັນ​ລະ​ຍາ​ທຸກ​ໃຈ​ຫຼາຍ ສອບ​ຖາມ​ຈົນ​ໄດ້​ຮູ້​ສາເຫດ​ວ່າ ​ໝູ່​ສະ​ໜິດ​ຂອງ​ທ້າວ​ຫລີ່​​ໄດ້​ສວຍ​

ໂອກາດ​ສາຍ​ໜັງ​ລາມົກ​ໃຫ້​ລູກ​ສາວ​​ພວກເຂົາ​ເບິ່​ງ ຕອນ​ທ້າວ​ຫລີ່​ກັບ​ພັນ​ລະ​ຍາ​ບໍ່ຢູ່​ເຮືອນ ​

ໃນ​ທີ່​ສຸດກໍ່​ໄດ້​ຂົ່ມຂືນ​ລາວ ຈາກ​ເຫດການ​ຄັ້ງນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ທີ່​ຢືດອາຊີບ​ກ່ຽວ​ກັບ​

ກາມ​ລາມົກ​ນັ້ນຜົນ​ນັ້ນຍ່ອມ​ສະທ້ອນ​ກັບ​ເຂົ້າຫາ​ຕົວ​ເຂົາ​ເອງ.

 


ຄັດຈາກ ຄໍາພີລະກາມ 1

ຮູບປະກອບຈາກ Google

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ວວ ມີເລື່ອງມາໃຫ້ອ່ານເບິ່ງເນາະ ສຳຫຼັບຜູ້ທີ່ມີຄວາມສົນໃຈກໍ່ລອງໆອ່ານກັນເບິ່ງ


ບາງເທື່ອເລື່ອງເລົ່ານີ້ມັນອາດຈະມີປະໂຫຍດໃນການດຳລົງຊີວິດຂອງເຮົາໃນປະຈຸບັນກໍ່ເປັນໄດ້

 

ກາມຕັນຫາ​ເປັນຄວາມ​ຊົ່ວ​ອັນ​ດັບ​ທຳ​ອິດຂອງ​ຜົນ​ແຫ່ງ​ກຳ​ໃນ​ປະຈຸ​ບັນ


ຂ້ອຍ​​ເລີ່ມ​ຊັກ​ວ່າວ​ຕັ້ງ​ແຕ່​ຂ້ອຍ​ຮຽນ​ຢູ່​ຊັ້ນປະ​ຖົມ ບ່ອນ​ໃຕ້​ງ່າມ​ຂາ​ຂອງຂ້ອຍ​ບໍ່​ສະອາ​ດສະນັ້ນພາ​

ໃຫ້​​ເກີດ​ໂລກ​ຕ່າງໆ ຕອນຢູ່​ມັດທະ ຍົມ​ປີ​ທີ​ 2 ຂ້ອຍ​ເລີ່ມ​ຄົບ​ເພື່ອນ​ຍິງ ໝົດ​ມື້​ລຸ່ມ​ຫຼົງ​ຢູ່​ກັບ​ຕັນ

ຫາ​ຈົນ​ຮ່າງກາຍ​ອ່ອນ​​ເພຍ​ນອນ​ບໍ່​ຫຼັບ ຝັນ​ປຽກ ຫຼັງ​ຈົບ​ການ​ສຶກສາ​ອອກມາ​ເຮັດ​ວຽກ

ຮ່າງກາຍ​ຊຸດ​ໂຊມ​ລົງ​ຫຼາຍ​ຕ້ອງ​ກິນ​ຢາ​ບຳລຸງ​ຕ​ະຫຼອດ​ເວລາ ແຕ່ຮ່າງກາຍ​ກໍ່​ບໍ່​ສາມາດ​ກັບ​ຄືນ​

ມາ​ຄື​ເກົ່າ​ຄວາມ​ສົມບູນ​ຂອງ​ຮ່າງກາຍ​ເຫຼືອ​ພຽງ​ເສດ​ໜຶ່ງສ່ວນ​ສາມ​ຂອງ​ຄົນ​ໜຸ່ມ​ທົ່ວ​ໄປ

ບໍ່​ກິນ​ຢາ​ບຳລຸງ​ກໍ່​ບໍ່​ໄດ້ ​ເມື່ອ​ອາ​ຍຸ 18 ປີ​​ໄດ້​ຄົບ​ເພື່ອນ​ຍິງ​ອີກ​ຄົນຂ້ອຍ​ຍັງ​ຈົມ​ປັກ​

ຢູ່​ກັບ​ກາມມະລົມ.

 

ເພື່ອນຍິງ​ສອງ​ຄົນ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຂ້ອຍ​ຈ່ອຍ​ຜອມໂລກ​ຕ່າງໆ​ຕາມ​ມາແຕ່ລະມື້ຮູ້ສຶກ

ອ່ອນເພຍຢາກນອນຕະຫຼອດເວລາແຕ່ນອນກໍ່ນອນບໍ່ຫຼັບກາບໄຫວ້ສິ່ງສັກສິດ ຫຼື

ຫາໝໍກວດກໍ່ບໍ່ໄດ້ຊ່ອຍຫຍັງໃຫ້ດີຂຶ້ນ ວາມຝັນທີ່ເຄີຍຄາດຫວັງໄວ້ໄດ້ຫຼົ່ນຫາຍໄປ

ກິນຢາຄືກິນເຂົ້າ ຊ້ຳຍັງຕ້ອງເຮັດວຽກໝົດມື້ຄວາມທຸກທໍລະມານຍາກທີ່ຈະບັນລະຍາຍ

ຄວາມຄິດທີ່ຈະຂ້າໂຕຕາຍມີຢູ່ໃນສະໝອງເລື້ອຍໆ ​ແຕ່ຂ້ອຍຮັກ​ພໍ່​ແມ່​ຂ້ອຍ​ບໍ່​ຢາກ​

ຈາກ​ໄປ​ຈາກ​ທ່ານ ​ແລະ ​ຕົວ​ເອງ​ກໍ່​ຢ້ານ​ຕາຍ​ຄື​ກັນ ຈຶ່ງ​ຍອມ​ທົນ​ທຸກ​ໄປ​ເລື້ອຍໆ.

 

ພໍ​ອາຍຸ 20 ປີ ຂ້ອຍ​ມີ​ໂອກາດ​ອ່ານໜັງສື​ທຳ​ມະ ຮູ້​ເລື່ອງກົດ​ແຫ່ງ​ກຳ​ເຂົ້າ​ໃຈ​ວ່າ​ຄົນ​

ເຮົາ​ຕ້ອງ​ດິ້ນຮົນ​ຢູ່​ໃນ​ທະ​ເລ​ທຸກ ຄວາມ​ຄິດ​ຂອງ​ຂ້ອຍ​ເລີ່ມຜັນປ່ຽນ ມັນ​ເປັນ​ການ​ຫັກ​ເຫ​

ໃນຊີວິດ​ຂອງ​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ເຖິງ​ແມ້ນຄວາ​ມດີ​ອັນ​ນ້ອຍ​ໜຶ່ງກໍ່​ບໍ່​ຄວນ​ປ່ອຍປະ ​

ແຕ່​ສຸຂະພາບ​ຕົວ​ເອງ​ມີ​ບັນຫາ​ຫິວ​ນອນ​ຕະຫຼອດ​ເວລາຄວາມ​ຄິດ​ທີ່​ຈະ​ເປັນ​ຄົນ​ດີ​ຍັງ

​ເປັນ​ແຕ່​ຄວາມ​ຝັນ​ເທົ່າ​ນັ້ນ.

 

 ພໍ​ອາ​ຍຸ 21 ຂ້ອຍ​ໄດ້​ພົບ​ກັບ​ອາຈານ​ຄົນ​ໜຶ່ງທີ່​ສາມາດ​ແນມ​ເຫັນ​ດ້ວຍ​ວິນ​ຍານ​ເຂົາ​

ບອກ​ວ່າ ສຸຂະພາບ​ຂອງ​ຂ້ອຍ​ໂຊມ​ກວ່າ​ຜູ້​ສູງ​ອາຍຸ​ອີກ ຫາກ​ບໍ່​ໄດ້​ກິນ​ຢາ ​ຊີວິດ​ຈະ​ຈົບ

​ສິ້ນ​ລົງທັນທີ ​ເຂົາ​ເປັນ​ໝໍ​ທີ່​ເກັ່ງ​ຫຼາຍ​ແຕ່​ບໍ່​ສາມາດ​ຮັກສາ​ໂລກ​ຂອງ​ຂ້ອຍ​ໄດ້​.

  

ປະມານ​ໜຶ່ງປີ​ທີ່​ຜ່ານ​ໄປ (ອາຍຸ 26) ຂ້ອຍ​ເລີ່ມ​ສຶກສາ​ພະ​ທຳ​ຢ່າງ​ຈິງ​ຈັງ ​

ເລື່ອງ​ອະດີດ​ຖື​ວ່າ​ໄດ້​ຕາຍ​ຈາກ​ໄປ​ແລ້ວ ​ເລື່ອງອະນາ​ຄົດ​ຖື​ວ່າ​ໄດ້​ເກີດ​ຂຶ້ນ​ມາ​ໃໝ່​ແລ້ວ

ຊີວິດ​ຂອງ​ຂ້ອຍ​ເຖິງ​ຈະ​ລຳບາກ​ຫຼາຍ​ແຕ່​ຂ້ອຍ​ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ

ຖ້າ​ຂ້ອຍ​ປະກອບ​ກຳ​ດີ​ສະ​ໝ່ຳ​ສະ​ເໝີບຸນກຸສົນທີ່ເຮັດຢູ່ທຸກມື້ທຸກວັນການໄປຫາໝໍກິນຢາ

​ແລະ​ ຮັກສາ​ໂຕ​ໃຫ້​ດີ​ເຊື່ອ​ວ່າ​ສຸ​ຂະພາບຈະ​ຄ່ອຍໆ​ດີ​ຂຶ້ນ ຢ່າງ​ໜ້ອຍ​ຄວາມ

​ເຈັບ​ປວດ​ກໍ່​ຫຼຸດໜ້ອຍ​ຖອຍ​ລົງ ຕອນ​ນີ້​ຂ້ອຍ​ເລີ່ມ​ຝຶກ​ນັ່ງ​ສະມາທິ​ ແລະ​ ກິນ​ອາຫານ​ເຈ.

 

ຄວາມ​ທໍລະມານ​ທີ່​ມີ​ມາ​ສິບ​ກວ່າ​ປີ ​ເຮັດ​ໃຫ້​ຂ້ອຍ​ເຂົ້າ​ໃຈ​ເຖິງ​ໂທດ​ຂອງ​ການລຸ່ມ​ຫຼົງ​

ໃນ​ກາມມະລົມ​ເປັນ​ການ​ຍາກ​ທີ່​ຈະ​ໃຫ້​ຫຼຸດດພົ້ນອອກ​ຈາກ​ທ​ະ​ເລ​ທຸກ​ ມີ​ຢູ່​ທາງ​ດຽວ

​ຄື​ປະ​ພຶດຕົນ​ຢູ່​ໃນ​ສິນ​ໃນ​ທຳ ໝັ່ນ​ສະ​ສົມ​ບຸນ​ບາ​ລະ​ມີ. ຂ້ອຍ​ຫວັງ​ວ່າ​ເລື່ອງ​ຂອງ​ຂ້ອຍ​

ຈະ​ເປັນ​ຄະຕິ​ເຕືອນ​ໃຈ​ແກ່ມວນມະນຸດໂລກ​ໃຫ້​ລະເວັ້ນກາ​ມຕັນຫາ​ເພື່ອ​ຮັກສາ​ສຸຂະພາບ

​ຊີວິດ​ຄົນ​ເຮົາ​ມີ​ເວລາ​ຈຳກັດ ຄວນ​ເຮັດ​ປະ​ໂຫຍ​ດ​ແກ່​ສ່ວນ​ລວມ​ໃຫ້​​ເຮັດ​ຢູ່​ເລື້ອຍໆ ​

ໂອກາດ​ທີ່​ຈະ​ມີ​ສຸຂະພາບ​ແຂງ​ແຮງ​ຄື​ຊິ​ບໍ່​ໄກ​ເກີນ​ຍື້ເຖິງຂໍ​ໃຫ້​ທຸກ​ຄົນ​ຈົ່ງ​ໄດ້

ລະວັງດ້ວຍເທີ້ນ.

 


ດ້ວຍຮັກ ແລະ ຫວັງດີ ຈາກ ວວ

 

ທີ່ມາ: (ຄັດຈາກປຶ້ມທຳມະ “ ຄຳພີລະກາມ 1”)

ຮູບປະກອບຈາກ Google

 ໝາຍເຫດ: ຂ້ອຍໃນທີ່ນີ້ບໍ່ໄດ້ໝາຍເຖິງ ວວ ເດີ້ ແຕ່ໝາຍເຖິງເຈົ້າຂອງເລື່ອງນີ້  ອິອິ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກໍ່ລອງໆອ່ານກັນເບິ່ງເນາະ ສຳຫຼັບອ້າຍນ້ອງຊາຍທີ່ມັກກາຍເປັນນັກລ່າຍິງສາວ


 

ບາບ​ ​ແລະ ສຳນຶກ​ບາບ

ຂ້ອຍຍອມຮັບ​ວ່າ ຂ້ອຍ​ເປັນ​ຜີ​ສາດ​ເປັນ​ຜີ​ຜູ້ຍິງ​​ເປັນ​ຄົນ​ຊົ່ວ​ຊ້າ​ຕໍ່າຊາມ​ເພາະ​ຂ້ອຍ​ໄດ້ ​ທຳລາຍ​ຜູ້ຍິງ​ດີໆ

​ເປັນຈຳນວນ​ຫຼວງຫຼາຍ​ ຂ້ອຍ​ເອງ​ເວລານີ້ບໍ່ຮູ້ ຈະຕ້ອງປະຕິບັດຕົນແນວໃດຈຶ່ງຈະຊົດໃຊ້ບາບກຳ

ທີ່ຂ້ອຍເຄີຍສ້າງໄວ້.ມື້ນີ້ກຳໄດ້ສະໜອງຕົວຂ້ອຍແລ້ວຫວັງວ່າຊາວໂລກຈະເບິ່ງຂ້ອຍເປັນຕົວຢ່າງ

ຢ່າໄດ້ເດີນທາງຜິດຄືຈັ່ງຂ້ອຍ ​ເຊິ່ງກວ່າຈະສຳນຶກຜິດ​ກໍ່​ສວຍ​ເກີນ​ແກ້​ເສຍແລ້ວ. ເມື່ອ​ ຂ້ອຍ​ຍັງ​ໜຸ່ມຢູ່

ຂ້ອຍມີບຸກຄະລິກ​ສະຫງ່າ​ງາມ ວາ​ຈາ​ດີ​ ຖ້າ​ຂ້ອຍ​ພົບ​ເຫັນ​ຍິງ​ສາວ​ທີ່​ຖືກ​ໃຈ ຂ້ອຍ​ຈະ​ເຂົ້າ​ໄປ​ຕີ​ສະ​ໜິດ​

ແລະ​ ໃຫ້​ພວກ​ເຂົາ​ກິນ​ໝາ​ກຝະລັ່ງເຊິ່ງ​ເຮັດ​ຂຶ້ນ​ພິ​ເສດ ​ເມື່ອ​ພວກ​ເຂົາ​ກິນ​ເຂົ້າ​ໄປ​ແລ້ວ

ຈະ​ມີ​ອາການ​ສະລືມສະ​ລື ​ແລ້ວ​ກໍ່​ເສຍ​ຄວາມ​ບໍລິສຸດ​ໃຫ້​ຂ້ອຍ.

      ເດັກ​ຜູ້ຍິງ​ບາງ​ຄົນ​ເຫັນ​ວ່າ​ຈັ່ງ​ໃດ​ກໍ່​ເສຍທ່າ​ໃຫ້​ຂ້ອຍ​ແລ້ວ ຍິນ​ດີ​ຈະ​ແຕ່ງງານ​ກັບ​ຂ້ອຍ

ຂ້ອຍ​ກໍ່​ທຳທ່າ​ດີ​ໃຈ​ຈະ​ໄດ້​ເສບ​ສຸກ​ຈາກ​ຮ່າງກາຍ​ຂອງ​ພວກ​ເຂົາ​ເລື້ອຍໆ ​ເມື່ອ​ພວກ​ເຂົາ​ຕັ້ງ​ຄັນ

ຂ້ອຍ​ກໍ່​ຫາ​ເລື່ອງ​ຕີ​ຈາກ​ແລ້ວ​ພວ​ກ​ເຂົາ​ກໍ່​ຫາ​ທາງ​ອອກ​ໂດຍ​ຍອມ​ແຕ່ງງານ​ ກັບ​ທະຫານ​ທີ່​ກິນ​

ເບ້ຍ​ບຳນານ​ແລ້ວ ​ເມື່ອອອກ​ລູກ​ແລ້ວ​ເພື່ອ​ຄວາມ​ຢູ່​ລອດ ຈຶ່ງ​ມາ​ມີ​ອາຊີ​ບ​ເປັນ​​ໂສ​ເພນີ ຜູ້ຍິງ​ບາງ​

ຄົນ​ບໍ່​ຍອມ​ໃຫ້​ຂ້ອຍ​ປະ​ຖິ້ມ​ເຂົາຈຶ່ງຕາມຕື້ຕະຫຼອດເວລາ ເພື່ອຕັດບັນຫາຫຍຸ້ງຍາກ ຂ້ອຍຫັນ

ໄປທ່ຽວ​ຮ້ານ​ສາວ​ກອດ ຂ້ອຍ​ຕ້ອງການ​ຫາ​ວິທີ​ເອົາ​ເງິ​ນມາ​ໃຊ້ ​ແມ່​ໄດ້​ຕາຍ​ໄປ​ເຫິງ​​ແລ້ວ

ສ່ວນ​ພໍ່​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງວຽກ​ງານ​ຫຍຸ້ງຍາກ​ຫຼາຍ ​ເມື່ອຂ້ອຍ​ຫາ​ຂໍ້​ອ້າງ​ຂໍ​ເງິນພໍ່​ບໍ່​ເຄີຍ​

ສອບ​ຖາມ​ລາຍ​ລະອຽດ ​ໃຫ້​ເງິນຕາມ​ຂໍ​ທຸກ​ເທື່ອ. ມີ​ຄົນ​ເຄີຍ​ເວົ້າ​ເລື່ອງ​ກົດ​ແຫ່ງ​ກຳ​ໃຫ້​ຟັງ

​ແຕ່​ຂ້ອຍ​ບໍ່​ເຊື່ອ​ຂ້ອຍ​ຄິດ​ວ່າ​ນັ້ນ​ເປັນ​ເລື່ອງ​ງົມ​ງວຍ​ເພາະ​ທາງ​ ວິທະຍາສາດ

​ບໍ່​ສາມາດ​ພິສູດ​ໄດ້ ຍັງ​ມີ​ບາງ​ຄົນ​ເວົ້າ​ເຖິງ​ຜີ​ສາງ​ເທວະ​ ດາຂ້ອຍ​ກໍ່ຖາມ​ເຂົາ​ວ່າ

“​ເຈົ້າ​ເຄີຍ​ພົບ​ເຫັນ​ແລ້ວ​ບໍ່ ຖ້າ​ບໍ່​ເຄີຍ​ພົບ​​ເຫັນ​​ໄປ​ເວົ້າ​ເຮັດ​ຫຍັງ?”ບາງ​ຄົນ​ເວົ້າ​ເຖິງ​ຄຸນ​ນະ​ທຳ

ຂ້ອຍ​ກໍ່​ ຖາມ​ວ່າ “ຄຸນ​ນະ​ທຳ​ຕິດ​ຊິງ​ຂາຍ​ໄດ້​ເທົ່າ​ໃດ?” ຂ້ອຍ​ບໍ່​ ເຊື່ອ​ກົດ​ແຫ່ງ​ກຳ

ຂ້ອຍ​ຍັງ​ໃຊ້​ຊີວິດ​ອັນ​ຊົ່ວ​ຊ້າ​ຕໍ່​ໄປ. ຂ້ອຍ​ເປັນ​ຄົນ​ຫົວ​ດື້ ບໍ່​ຮັບ​ຟັງ​ຄຳ​ຊີ້​ນຳ​ຂອງ​ຜູ້​ອື່ນ ​

ເມື່ອ​ເຫດ​ຮ້າຍ​ເກີດ​ຂຶ້ນ​ຂ້ອຍ​ຈື່ງ​ຕິ​ໝູ່ຄູ່​ວ່າ ​ເປັ​ນຫຍັງ​ບໍ່​ແນະນຳ​ຂ້ອຍ​ອ່ານໜັງສື​ທຳ​ມະ ໜັງສື​ທຳ​ມະ

​ເທົ່າ​ນັ້ນທີ່​ຈະ​​ໃຫ້​ແສງ​ ສະຫວ່າງ​ຂ້ອຍ​ໄດ້. ອາດ​ເປັນ​ເພາະ​ຂ້ອຍ​ບໍ່​ໄດ້​ສ້າງ​ບຸນ​ ໄວ້​ຕັ້ງ​ແຕ່​ຊາ​ດກ່ອນ

ຈຶ່ງ​ພາດ​ໂອກາດ​ທີ່​ຈະ​ໄດ້​ສຶກສາ​ທຳ​ມະ ບັດ​ນີ້​ຂ້ອຍ​ຫວັງ​ວ່າຄວາ​ມສຳນຶກ​ຜິດ​ຂອງ​ຂ້ອຍ​ຈະ​ເຮັດ​ໃຫ້

​ມວນມະນຸດໂລກລະວັງ ອາດ​ຫຼຸດບາບກຳ​ຂອງ​ຂ້ອຍ​ທີ່ໄດ້​ກໍ່ຂຶ້ນ​ ກໍ່​ໄດ້.

       ຈື່​ໄດ້​ວ່າ​ຕອນ​ບາ​ບກຳ​ເລີ່ມ​ສະໜອງ ​ບໍ່​ມີ​ລາງ​ເຕືອນ​ໄພ ເຊົ້າມື້​ໜຶ່ງ​ເມື່ອ​ຂ້ອຍ​ຕື່ນ​ນອນ​ປາກົດ​ວ່າ​

ຕົ້ນຂາຊ່ວງ​ເທິງຂອງ​ຂ້ອຍ​ ມີ​ເມັດ​​ແຂງ​ເກີດ​ຂຶ້ນ​ໝູ່​ເວົ້າສະ​ເໝີ ​ວ່າ ​ຊາຍ​ທີ່​ມັກ​ສຳ​ສ່ອນ​ມັກ​ຈະ​ຕິດ​ໂລກ

​ຝີ​ໝາກມ່ວງ​ເປັນ​ສິ່ງ​ທີ່​ຫຼີກ​ລ່ຽງ​ ບໍ່​ໄດ້ດັ່ງນັ້ນຂ້ອຍ​ບໍ່​ໄດ້​ໃຫ້​ຄວາມ ​ສຳຄັນ​ກັບ​ມັນ​ເລີຍ ​ໄປ​ຫາ​ຊື້​ຢາ​

ຕາມ​ຮ້ານ​ມາ​ກິນ​ ອາການ​ດີ​ຂຶ້ນ​ແນ່ ໜັກ​ກວ່າ​ເກົ່າ​ແນ່​ເປັນ​ຢູ່​ແບບ​ນັ້ນ 10 ກວ່າ​ມື້​ອາການ​ໂລກ​ບໍ່

ພຽງ​ບໍ່​ເຊົ່າ ພັດ​ລາມ​ໄປ​ທົ່ວ​ຮ່າງກາຍ ​ເລີ່ມ​ມີ​ຜືນ​ແດງ​ຂຶ້ນ​ຕາມ​ໂຕ​ທັງ​ຄັນ​ທັງ​ເຈັບ ພຽງ​ໄປ​ເກົາ​

ໜ້ອຍ​ໜຶ່ງນ້ຳ​ເຫຼືອງ​ ກໍ່​ໄຫຼອອກມາບາງ​ເທື່ອ​ກໍ່​ເຈັບ​ປວ​ດຫຼາຍ ຟ້າວ​ໄປ​ຫາ​ໝໍ ໝໍ​ບອກ​ຂ້ອຍ​ວ່າ

ນັ້ນບໍ່​ແມ່ນ​ກຳມະ​ໂລກ​ທຳ​ມະ​ດາ ຫາກ​ແຕ່​ເປັນ​ໂລ​ກຊີ​ຟິລິດ​ຊະນິດ​ຮ້າຍ​ ແຮງ ໝໍ​ສັກ​ຢາ​ ແລະ ​

ໃຫ້​ຢາ​ເມືອ​ກິນທັງຍັງເຕືອນດ້ວຍຄວາມຫວັງດີວ່າ “ຄົນ​ໜຸ່ມ​ຄວນ​ຮັກສາ​ໂຕ​ເປັນ​ໂລກ​ຊະນິດ​

ນີ້​ແລ້ວ​ຄວນ​ຢຸດ​ເຊົາສຳ​ສ່ອນ​​ເດີ້ ຖ້າ​ປະ​ມາດ​ອາດ​ເຖິງ​ແກ່​ຊີວິດ​ໄດ້”.

ຂ້ອຍຮັກສາ​ມາ​ສິບ​ກວ່າ​ມື້ ​ເບິ່ງພາຍ​ນອກ​ກໍ່​ວ່າ​ເຊົາ​ເປັນປົກະຕິ ​ເລີຍ​ບໍ່​ຕ້ອງ​ໄປ​ຫາ​ໝໍ​ທີ​ໂຮງໝໍ​ສັກ​ຢາ

ຫຼື ​ກິນ​ຢາ​ອີກ ຈິດ​ໃຈ​ກໍ່ເລີ່ມ​ເບີກບານ​ຂື້ນ. ການໄດ້​ຮັບ​ບົດຮຽນ​ນີ້​ເຮັດ​ໃຫ້​ຂ້ອຍ​ເຊົາ​ສຳ​ສ່ອນ​

ໄລຍະ​ໜຶ່ງ​ແລ້ວ​ຄວາມ​ ຢ້ານ​ກໍ່​ເລີ່ມ​ຈາງ​ຫາຍ​​ໄປ​ ຂ້ອຍ​ເລີ່ມ​ອອກ​ໄປ​ທ່ຽວ​ຕາມ​ຜັບ ​

ໄນ​ຄັບ​ແລ້ວ​ກໍ່​ພາ​ກິ໋ກ​ໄປ​ຫຼັບ​ນອນ ຫາ​ຄວາມ​ສຳລານ​ເຊັ່ນ​ນີ້​ປະມານ​ເດືອນ​ກວ່າໆ​ກາມມະ​ໂລກ

​ທີ່​ເຂົ້າ​ໃຈວຽນກັບມາເປັນອີກ ອອກດອກ​ບານ​ສະພັ່ງ​ທົ່ວ​ຮ່າງກາຍ ​ເລີ່ມ​ວິນ​ຫົວ ຄວາມ​ຮູ້ສຶກ​ເສີຍ​ຊາ

ຮ່າງກາຍ​ເລີ່ມ​ເຢັນ​ຊາ ອາການ​ໜັກ​ກວ່າ​ເທື່ອ​ກ່ອນ​ນີ້​ຫຼາຍ​ ຈຶ່ງ​ຮູ້​ວ່າ​ອາການ​ໜັກ​ໜ່ວງ​ແລ້ວ

ພີ່ນ້ອງ​ຟ້າ​ວ ພາ​ໄປ​ຮັກສາ​ທີ່ໂຮງໝໍ. ຫຼັງ​ຈາກ​ກວດ​ເຊັກ​ແລ້ວ​ໝໍ​ໄດ້​ບອກ​ວ່າ ​ເປັນ​ໂລກ​ຊີ​ຟິດລິດ​

ຂັ້ນທີ​ສອງ​ແລ້ວ ເທື່ອກ່ອນ​ຍັງ​ບໍ່​ເຊົາ​ຂາດ​ແຕ່ໄປ​ທ່ຽວ​ຕໍ່ ​ເລີຍ​ໄປ​ຕິດ​ເຊື້ອ​ໂລກ​ມາ​ອີກ​ບັດ​ນີ້

​ເຊື້ອ​ໂລກ​ໄດ້​ແຊກ​ຊືມ​ເຂົ້າ​ໄປ​ໃນ​ເສັ້ນ​ເລືອດ​ແລ້ວ ລະບົບ​ປະສາດ​ຖືກ​ກະທົບກະ​ເທືອ​ນ

ເຖິງ​ຂັ້ນ​ເປັນ​ຂັ້ນຕາຍ​ເທົ່າ​ກັນ ຫວັງ​ໃຫ້​ເຊົາ​ຂາດ​ຄົງ​ເປັນ​ໄປ​ບໍ່​ໄດ້ ພຽງ​ຂໍ​ໃຫ້​ຮັກສາ​ຊີວິດ​ລອດ​ໄດ້​

ກໍ່​ນັບ​ວ່າ​ເປັນ​ບຸນ​ແລ້ວ.

ອາການ​ເລີ່ມຮຸນແຮງຂຶ້ນ​ທຸກ​ມື້ ຜື່ນ​ແດງ​ເລີ່ມ​ແຕກ​ກາຍ​ເປັນ​​ແຜ​ເປັນ ​ຜົມ​ເທິງ​ຫົວ​ເລີ່ມຫຼົ່ນ

​ໃບ​ໜ້າ, ​ດັງ​ເລີ່ມ​ເນົ່າ​ເປື່ອຍໝໍ​ ພະຍາຍາມ​​ໃຫ້ການ​ຮັກສາ ​ໂອ້....ພ​ະ​ເຈົ້າ ຄົນທີ​ມີ​ຜິວພັນ​

ລະ​ອຽດຂາວ​ສະອາດ​ໃບ​ໜ້າ​ສະຫງ່າ​ງາມ​ຮ່າງກາຍ​ລ່ຳ​າສັນນະ​ນີ້​ໄດ້​ກາຍ​ເປັນ​ຊາກສົບ​ທີ່​ຍ່າງ​ໄດ້ !

ຂ້ອຍແນມ​ເບິ່ງຮູບ​ຖ່າຍ​ສະ​ໄໝ​ເປັນ​​ເດັກນ້ອຍ ຂາວໆ​ອ້ວນໆ​ເປັນຕາ​ໜ້າຮັກໄຮ້​ດຽງສາ

ແຕ່​ຂ້ອຍ​ໃນ​ທຸກ​ມື້​ນີ້​ບໍ່​ຜິດ​ຫຍັງ​ ກັບ​ປີສາດ ​ໃຜ​ເຫັນ​ໃຜ​ກໍ່ຢ້ານ ຊີວິດ​ໄດ້​ປ່ຽນຈາກ​ໜ້າ​ມື​ເປັນ​

ຫຼັງ​ມື ​ເຖິງ​ແມ້ນວ່າ​ມື້​ນີ້​ຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ​ແຕ່​ດ້ານ​ຈິດ​ໃຈ​ທົນ​ ທຸກທໍລະມານຫຼາຍຄືຈັ່ງຕົກ

ນະລົກອະເວຈີຢ່າງໃດຢ່າງນັ້ນແລ້ວ.

ມື້ນີ້ຂ້ອຍໄດ້ຂຽນຄຳສາລະພາບຈາກສ່ວນເລິກຂອງຫົວໃຈດ້ວຍມືທີ່ສັ່ນຍຶກຍັກ ຂ້ອຍຫວັງວ່າ

ບົດຄວາມນີ້ຈະສາມາດຊ່ອຍໃຫ້ຂ້ອຍໄດ້ໄຖ່ບາບໄດ້ແນ່ ແລະ ກໍ່ຫວັງວ່າຄົນທີ່ກຳລັງຍ່າງຢູ່ເທິງ

ເສັ້ນທາງບາບຈະສາມາດຕື່ນຈາກຄວາມຝັນ ຕັດສິນໃຈເຊົາລະຄວາມຊົ່ວທີ່ເຄີຍເຮັດ

ຫັນມາໃຊ້ຊີວິດໃຫມ່ເພື່ອຄວາມສຸກໃນອານາຄົດເຖີດ.

 (ຄັດ​ຈາກ​ ນິຕະຍາ​ສານ​ເຊິ່ງທຽນ)

 


ດ້ວຍຮັກ ແລະ ຫວັງດີຈາກ ວວ

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພໍ່ແລະແມ່ .......ບໍ່ມີເງິນທອງ .......ຈະກອງໃຫ້

ຈົ່ງຕັ້ງໃຈ..........ພາກພຽນ...........ຮຽນໜັງສື

ເອົາວິຊາ..........ຄວາມຮູ້...............ເປັນຄູ່ມື

ເພື່ອຍຶດຖື........ເປັນຫຼັກໝັ້ນ........ຫຼໍ່ລ້ຽງກາຍ

 

ພໍ່ ແລະ ແມ່..... ມີແຕ່...................ຈະແກ່ເຖົ້າ

ຈະລ້ຽງເຈົ້າ......ເລື້ອຍໄປ.............ນັ້ນຢ່າໝາຍ

ໃຊ້ວິຊາ............ຊ່ວຍຕົນ.............ຈົນວັນຕາຍ

ເຈົ້າສະບາຍ......ພໍ່ແມ່..................ກໍ່ພໍໃຈ

 

ຊີວິດຄົນ..........ບາງຄົນ............ບໍ່ຄິດພໍ້

ຄຳແມ່ພໍ່...........ເວົ້າຈາ..............ເຮັດແໜງໜ່າຍ

ເຮັດລຳຄານ......ໜວກຫູ..........ຍ່າງໜີໄປ

ບາດເພິ່ນຫາຍ....ຈາກໄປ..........ນ້ຳຕາລິນ


ຍາມພໍ່ຮ້າຍ..........ແມ່ດ່າ...........ເຮັດໜ້າຍູ້

ເອົາແຕ່ໝູ່............ແຕ່ເພື່ອນ......ເປັນແກນໃຫຍ່

ພໍ່ແມ່ເວົ້າ.............ບໍ່ເຄີຍ.............ຈະໃສ່ໃຈ

ຜິດພາດໄປ.........ຈຶ່ງໄດ້.............ຄິດຄ່ຳຄວນ

 

ໂດຍ ວວ ວັນວານ

ເຊີນທ່ານຜູ້ອ່ານຕຳນິຕິຕຽນເດີ້    

 


ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບໍ່ມີຫຍັງດອກ ພຽງແຕ່ຢາກເອົາມາໃຫ້ອ່ານກັນຫຼິ້ນໆ


ຍິງ: ຄິດຮອດຄົນໄກ

ຄິດຮອດເດ..ຄິດຮອດເຈົ້າ.................ຄົນທີ່ຢູ່ແດນໄກ
                   ຄົນທີ່ໄປຈາກກັນ...........ແຕ່ຕອນເຍົານັ້ນ
                   ຄວາມຜູກພັນຄາວກີ້.... ທີ່ເຄີຍມີຍັງຈື່
                   ຍິນຂ່າວລືອວນອ້າຍ......ຫ່າງນ້ອງໄປຕ່າງແດນ.ຊ້ຳເດ

ອ້າຍເອີຍ....ອ້າຍຍັງຄິດຮອດນ້ອງ....ນາງນີ້ຢູ່ຫຼືໃດ
                  ຫຼືໄປມີຄົນຄວງ..............ພາດແຂນຍ່າງຍ້າຍ
                  ຫຼືອ້າຍໄລລືມນ້ອງ..........ນວນອານົງຄົນເກົ່າ
                  ເຈົ້າລືມກັນຈົນສິ້ນ...........ບໍ່ຖະຫວິນແລ້ວຊັ້ນບໍ....


ອ້າຍເອີຍ.....ນາງນີ້ຍັງຈຳໝັ້ນ................ສັນຍາຮັກເຍົາໄວ
                  ຍັງບໍ່ເຄີຍລະລືມ.................ສັນຍາຖຽງນານ້ອຍ
                  ຍັງຄອງຄອຍຫາເຈົ້າ...........ເຊົ້າຄ່ຳແລງບໍ່ຫ່າງ
                  ຫວັງຢາກເຫັນອວນອ້າຍ.....ມາຄຽງໃກ້ດັ່ງເດີມ...ອ້າຍເອີຍ..

ຊາຍ: ສຽງຄວນຈາກຄົນໄກ

 
ຄິດເດຄິດຮອດບ້ານ..........ສະຖານຖິ່ນດິນນາ
ຈາກມານານນັບປີ...............ຢາກຕ່າວຄືນເມືອຫາເຈົ້າ
ຍັງເປັນເງົາຄຽງຂ້າງ............ພາບຄວາມຫຼັງຄາວຄັ້ງກ່ອນ
ຄິດຮອດເດ.....ຕອນທີ່ຄຽງຄູ່ນ້ອງ....... ຖຽງນານັ້ນ ອ້າຍບໍ່ລືມ  ດອກນາ


  ຄວາມຈຳເປັນບັງຄັບໃຫ້........ຕ້ອງຈຳຈາກໄລໜີ
ມາອາໃສບ້ານເມືອງເຂົາ..........ເຫງົາຫົວໃຈບໍ່ມີເອື້ອນ
ແນມແສງເດືອນເທິງຟ້າ...........ຄຳ່ມາໄດ້ແຕ່ຫ່ວງ
ດວງນີອອນແສງເຈີດຈ້າ...........ບໍ່ຫາຍເສົ້າຄິດຮອດນາງ
 

ອ້າຍຜູ້ຢູ່ທາງພີ້.................ຊິຕັ້ງຕໍ່ການງານ
ນານບໍ່ເກີນອີກປີ..............ຊິຕ່າວຄືນເມືອບ້ານ
ຍັງຈົດຈຳຄຳໝັ້ນ...............ສັນຍາເຮົາຢູ່ເດີ້ອຸ່ນ
ຄັ້ນວ່າບຸນຄາດສ້າງ..........ຄົງສົມແມ້ງດັ່ງປະສົງ ແທ້ແລ້ວ
 

ຢ້ານແຕ່ນ້ອງນັ້ນແລ້ວ......ຊິລືມອ້າຍຊາຍຄົນຈົນ
ຢ້ານມີຄົນຄອຍເອົາໃຈ......ສັ່ງຄວາມໃດໄດ້
ເຂົາເຂົ້າມາຊິດໃກ້.............ຢ້ານໃຈນາງເລີ່ມປ່ຽນ

ຢ້ານຫຼາຍເດ່ ....ຍາມເມື່ອມາຮອດບ້ານ....ເຫັນຄົນນັ້ງຄຽງຂ້າງເຈົ້າ......ຄົນນັ້ນນ້ອງເອີ້ນວ່າແຟນ..............

ຍິງ:

ນ້ອງຍັງຄົງຈຳໝັ້ນ............ສັນຍາຮັກຢູ່ຖຽງນາ
ຄອງຄອຍວັນເວລາ...........ພີ່ຊາຍກັບຄືນຢ້າວ
ສາວຍັງຄົງຄອຍຖ້າ...........ເຖິງເວລາຜັນປ່ຽນ
ຍັງວົນວຽນຄິດຮອດເຈົ້າ......ທຸກແລງເຊົ້າຢູ່ບໍ່ວາຍ ອ້າຍເອີຍ

ຢ້ານເດຢ້ານອວນອ້າຍ.......ມີຮັກໃໝ່ໃຈສອງ
ລືມຫ້ວຍຄອງໜອງປາ.......ໄຮ່ນາສວນທາງບ້ານ
ລືມເຮືອນຮ້ານຫຼັງນ້ອຍ.......ມີກອຍໃຈເຮືອນຫຼັງໃຫຍ່
ລືມລະໄລນາງນ້ອງ.............ຜູ້ກຳເນີດຈາກດິນຕົມ ...ນີ້ເດ

ອ້າຍຜູ້ຢູ່ທາງພີ້....................ບໍ່ມີຂ່າວສົ່ງມາ
ວັນເວລາເປັນປີ...................ຈົດໝາຍບໍ່ມີໃຫ້
ແຕ່ໃນໃຈນາງນ້ອງ..............ຍັງຄົງຄອງໝັ້ນແກ່ນ
ພີ່ຢູ່ແດນໄກນັ້ນ...................ຈະຮັກໝັ້ນຢູ່ບໍເດ...


ຊາຍ:

ຈິງບໍ່ເດຄຳເວົ້າ....................ຫວານເປັນເລົາເຂົ້າມາໃສ່  ແທ້ເດ່
ວ່າຄິດຮອດຕັ້ງແຕ່ອ້າຍ.......ຊາຍທາງພີ້ບໍ່ປຽນແປງ
ບໍ່ແມ່ນມາຖະແຫລງຕ່ອຍ....ອອຍໃຈຊາຍໃຫ້ຫລົງເຊື່ອ  ບໍເດ
ຕົວະໃຫ້ຟັນຕົວະເພີ້............ລະເມີຮ້ອງເພາະຫ່ວງຫາ

ອ້າຍຜູ້ມາຢູ່ພີ້......................ຍັງຮັກໜຶ່ງບໍມີສອງ
ແມ່ນມີສາວປອງໝາຍ.........ອ້າຍບໍ່ສົນພໍໜ້ອຍ
ຫົວໃຈຊາຍດວງນີ້...............ມອບໃຫ້ນາງມື້ກ່ອນຈາກ ພຸ້ນເດ
ມາກໍ່ມາຕັ້ງແຕ່ກາຍ....ສ່ວນວ່າໃຈຮ້າງໆ.....ຊາຍວາງໄວ້ຢູ່ບ້ານນາ (ລືມ...)

ຄິດເຫັນຕັ້ງແຕ່ຫນ້າ............ຄິດຮອດທຸກລົມຫາຍໃຈ
ຢາກສົ່ງຂ່າວໄປຫາ..............ແຕ່ເວລາບໍ່ທັນຫວ້າງ
ງານມັນຄອຍຄຸມເຂັ້ມ...........ທັ້ງເຈົ້ານາຍບໍ່ເຄີຍຂາດ
ຫາໂອກາດມື້ລະນ້ອຍ........ຫລີກສາຍຕາຫາບ່ອນຫວ້າງ.......ຊິຂຽນສົ່ງແມ່ນຂ່າວມາ ດອກນາ


ຍິງ:

ນາງເວົ້າຈິງຍິ່ງແທ້.............ຄຳສັນຍາບໍ່ເຄີຍລືມ ແທ້ໃດ
ຍັງຈົດນຳນ້ຳຄຳ................ວ່າເວົ້າກັນຄາວກີ້
ຢ້ານແຕ່ອວນພີ່ອ້າຍ..........ຫຼາຍໃຈມີຄົນອື່ນ
ຄືນວັນວ່າງານລົ້ນ.............ແມ່ນຈິງແທ້ຫຼືໃດ...ຊາຍເອີຍ

ທຸກວັນຄືນຄອງຖ້າ............ຈົດໝາຍຮັກແດນໄກ
ບໍ່ມີໃຜລ່ວງເຫັນ...............ຢາດນ້ຳຕາລິນຍ້ອຍ
ຍັງຄອງຄອຍອວນອ້າຍ....ເຖິງຂ່າວຄາວບໍ່ມີສົ່ງ
ຍັງຄົງນັ່ງຈໍ້ກໍ້....................ລໍຖ້າອ້າຍໃຕ້ຖຽງນາ...ນີ້ແລ້ວ

ອ້າຍຜູ້ຢູ່ທາງພີ້.................ຈະຄືເກົ່າຫຼືໃດ
ຢ້ານຕວົະໃຫ້ນາງຄອງ......ບໍ່ໝາຍປອງຄືນບ້ານ
ວ່າແຕ່ງານຫຼາຍຫຍຸ້ງ.........ຄຸງຄໍຫອຍບໍ່ມີຫວ່າງ
ເປັນຂໍ້ອ້າງບອກນ້ອງ........ຄວາມຈິງແທ້ເພິ່ນລືມ...ບໍ່ຈັກແລ

ນ້ອງຜູ້ຢູ່ທາງພີ້.................ມີຮັກໜຶ່ງໃຈດຽວ
ຊາຍໃດມາກ່ຽວພັນ...........ກໍ່ຫັນໜີເມີນໜ້າ
ສັນຍາຍັງໜຽວແໜ້ນ........ຄອຍຄົນແດນໄກຢູ່
ພູຜາພັງທະລາຍລົ້ມ........ແຕ່ໃຈນາງຮັກໝັ້ນ......ພີ່ຊາຍນັ້ນບໍ່ວາງ ແທ້ດາຍ

 

ກອນຂອງ Lem

ພໍໄດ້ຍິນນາງເວົ້າ................ອ້າຍໂລດຊື່ນໃນຫົວໃຈ ແທ້ເດ່
ສຳລັບຊາຍກໍ່ຄືກັນ..............ບໍ່ເຄີຍຜັນແປປີ້ນ
ແມ່ນເອົາດິນແລະຟ້າ................ມາຊັ່ງຊາບໍ່ປຸນປຽບ
ທຽບກັບຮັກມີຕໍ່ເຈົ້າ................ພູເຂົານັ້ນບໍ່ຫນັກປານ ພຸ້ນແລ້ວ

ນ້ອງເອີຍ! ບໍ່ຕ້ອງຢ້ານ...............ວ່າອວນພີ່ຊິໃຈສອງ
ໃຫ້ນ້ອງຄອງຄວາມຮັກ...............ສອງຄົນເຮົາເອົາໄວ້
ຊາຍຄືຈັ່ງອວນອ້າຍ......................ບໍ່ແມ່ນຊາຍແກມແຮ່
ຊາຍ! ກໍ່ຫາກແມ່ນຊາຍແທ້ໆ...........ຕົມແຮ່ແມ່ນບໍ່ມີ ດອກນາ

ອ້າຍຜູ້ຢູ່ທາງພີ້...............................ນັ້ງກໍ່ຄິດນອນກໍ່ຝັນ
ຢາກເມືອຫາຈອມຂວັນ.....................ສາວບ້ານນາຄົນເຄີຍໃກ້
ເຖິງຂ່າວຄາວນານສົ່ງໃຫ້....................ແຕ່ຫົວໃຈຍັງຮັກຢູ່
ຮັກຜູ້ດຽວຄືຫມ່ອມຊູ້......................ບໍ່ມີມື້ຊິປ່ຽນຜັນ ແທ້ດາຍ

ບໍ່ແມ່ນອ້າຍມາກ່າວອ້າງ......................ພຽງບອກນ້ອງໃຫ້ເຊື່ອໃຈ
ງານມັນຫລາຍອີຫລີ..........................ຈິ່ງບໍ່ມີຂ່າວຄາວໃຫ້
ອາໃສຄວາມຮູ້ຫນ່ອຍ........................ມາຂາຍແຮງລູກຈ້າງເພິ່ນ
ສູ້ກັບງານເພື່ອແລກເງິນ.....ແຖມເຈົ້ານາຍສັ່ງຊີ້.....ບໍ່ມີມື້ໄດ້ພັກເຊົາ ແທ້ແລ້ວ

 

 

ທີ່ມາ http://mahasan.com/forum/index.php?topic=524.0

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ




       ພູມໃຈທີ່ໄດ້ເກີດເປັນຄົນ

ພູມໃຈເກີດມາໄດ້.........ຄົບຖ້ວນສາມສິບສອງ
ໃຈບໍ່ມີມົວໝອງ…………..ບໍ່ສົມປອງຫວັງໄວ້
ໃນຄວາມຈິງທຸກດ້ານ…...ເຫດການໃນຊີວິດ
ສິ່ງທີ່ຄິດວາດໄວ້………....ບໍ່ອາດໄດ້ດັ່ງໝາຍ ກໍ່ຕາມທ້ອນ

ທີ່ໄດ້ເກີດມາແລ້ວ…….....ຢູ່ໃນແຜ່ນດິນຄົນ
ຕົນຕັ້ງຕໍ່ເຮັດດີ…………...ກໍ່ຫາກດີເມືອໜ້າ
ເອງບໍ່ພາເອງພົ້ນ………...ໃຜຊິມາຊູເທີດ
ໄດ້ເກີດເປັນຄົນແລ້ວ…....ຂໍໃຫ້ພາກພູມໃຈ ..ເຈົ້າເອີຍ

ພໍໃຈສິ່ງທີ່ໄດ້………….....ພູມໃຈສິ່ງທີ່ມີ
ໃຈຕົນກໍ່ສຸກຂີ………......ບໍ່ມີກັງວົນຮ້ອນ
ໃນໂລກຮ່ອນຫາໄດ້….....ຊີວິດໃດບໍ່ພົບທຸກ
ສິ່ງໃດທຸກພານພໍ້…….....ຂໍໃຫ້ຄິດວ່າເປັນກຳ ທ່ານເອີຍ

ທີ່ໃດຈະຫາໄດ້…………...ຄວາມສຸກຄົບບໍລິບູນ ບໍ່ມີແລ້ວ
ຕົນເອງເປັນຄົນຫາ………ຊອກມາກໍ່ຫາກໄດ້
ເອງເອງເອົາແຕ່ຮ້ອງ.....ປານໃດຈຶ່ງຊິຮັ່ງ
ມີ
ແລ້ວຍັງຢາກໄດ້………..ເຫດໃດເດ້ຊິສຸກໃຈ


ເປັນມະນຸດເຮົານີ້…………ຢາກບໍ່ມີເມືອງພໍ

ຄົນຂໍທານກໍ່ຢາກມີ……….ຄົນດີໆກໍ່ຢາກໄດ້
ໂຊກບໍ່ໄປດີດ້ວຍ………...ກໍ່ຢາກລວຍນຳໝູ່
ດີແຕ່ຊູຊີສ້າງ…………....ຫວັງຮັ່ງແຕ່ຢ່າງດຽວ ທຸກຕື່ມແລ


ທີ່ໃດໆກໍ່ສຸກໄດ້………...ຫາກໃຈຮູ້ພຽງພໍ
ສຸດ
ຂໍກໍ່ສຸດໃຫ້…………...ສຸດໄປກໍ່ຢຸດຢັ້ງ
ໃນເມື່ອຍັງເວົ້າໄດ້……....ລົມຫາຍໃຈມີຢູ່
ໂລກ
ມີໃຫ້ຮຽນຮູ້………..ຢ່າຊູຄິດແຕ່ຢາກກິນ.

 

       
ເປັນຈັ່ງໃດ ອ່ານແລ້ວ ໃຫ້ຄຳເຫັນແນ່ເດີ້


  ໂດຍ: ວວ ວັນວານ