ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກີດມາເປັນຄົນກໍ່ຕ້ອງຮູ້ຈັກປຸງຊີວິດ ການປຸງຊີວິດກໍ່ຄື ປຸງອາລົມຂອງໂຕເອງ

ເພື່ອຈະເຂົ້າໄປຢູ່ກັບຄົນອື່ນ ກໍ່ໃຫ້ຄິດເຖິງແກງ ຄິດເຖິງຂອງກິນທີ່ເຮົາກິນກັບເຂົ້າ

ມັນຈະມີລົດຊາດດຽວບໍ່ໄດ້ ຄົນທີ່ມີອາລົມດຽວເຂົາເອີ້ນວ່າ ” ຄົນທີ່ບໍ່ຮູ້ຈັກປຸງຊີວິດ

ບາງຄົນມີອາລົມສົ້ມຈີດ: ຄືເປັນຄົນແກ່ນກ້າວ ເຂົາເອີ້ນ ” ແກ່ແດດ, ແກ່ລົມ, ແກ່ແຕງ, ແກ່ນ້ຳເຕົ້າ

ແກ່ເພາະກິນເຂົ້າ ເຖົ້າເພາະຢູ່ດົນ” ຄົນທີ່ມີອາລົມສົ້ມຈີດຢູ່ກັບໃຜບໍ່ໄດ້.

ບາງຄົນເຄັມຈັດ: ຄືບໍ່ໃຊ້ຈ່າຍ, ຄົນຂີ້ຖີ່ຂີ້ໜຽວ ເອີ້ນວ່າເຄັມ ບໍ່ມັກໃຊ້ຈ່າຍຫຍັງເລີຍ.

ທ່ານທັງຫຼາຍຄິດເບິ່ງເກືອຫັ້ນດູ ກ້ອນໃຫຍ່ເທົ່າໃດກໍ່ຍິ່ງເຄັມຫຼາຍເທົ່ານັ້ນ ແລ້ວບາງຄົນທີ່ເຄັມພີລຶກພີໂລ

ໃຜຄົບຫາສະມາຄົມນຳເຂົາກໍ່ຈະຮູ້ສຶກເຄັມໄປນຳ ກໍ່ຄືບໍ່ມີການເສຍສະຫຼະຫຍັງທັງສິ້ນ.

ບາງຄົນກໍ່ຫວານເກີນ ມັກມາກຫຼາຍໃຈໂດຍບໍ່ເລືອກໄວອາຍຸຂອງຕົນເອງ ແລະ ບໍ່ເລືອກວ່າໃຜເປັນໃຜ

ທີ່ເຂົາເຈົ້າເວົ້າວ່າຜູ້ຊາຍຈັບເບິ່ງແມ່ຍິງແລ້ວບໍ່ມີຫາງເປັນອັນວ່າໃຊ້ໄດ້ ເປັນແບບນ້ີກໍ່ຫວານເກີນໄປ

ຈົນເປັນທີ່ບໍ່ໄວ້ວາງໃຈ ຄົນທັງຫຼາຍກໍ່ລະແວງ ລະວັງວ່າຄົນໆນີ້ມີນິໄສເຈົ້າຊູ້ຫຼາຍໃຈ.

ບາງຄົນກໍ່ລົດຊາດເຜັດຈັດ: ຄືຂ້ອນຂ້າງຂີ້ຮ້າຍໂມໂຫງ່າຍ ໃຈໂຫດຫ້ຽມ ການທີ່ເປັນຄົນໃຈຮ້າຍ

ຈະໄປຢູ່ກັບໃຜໄດ້ ມັນເຜັດໂພດໃຜກໍ່ຕ້ອງບອກວ່າບໍ່ໄຫວ ບໍ່ໄຫວ ຄືຄົນຜູ້ນີ້ ບໍ່ໄຫວແທ້ໆ ເຜັດໂພດ.

ບາງຄົນກໍ່ຈືດເກີນໄປ: ອາລົມຈືດເກີນໄປຢູ່ກັບໃຜ ໃຜກໍ່ຮູ້ສຶກບໍ່ມີຄວາມມ່ວນຊື່ນ

ມີຄວາມຮູ້ສຶກຊີ່ໆເສີຍໆຈືດຊືດ ຊີວິດບໍ່ມີຫຍັງໜ້າຕື່ນເຕັ້ນ ແລະ ບໍ່ຢາກຢູ່ນຳເລີຍ

ດັ່ງນັ້ນ, ພວກເຮົາທັງຫຼາຍຈຶ່ງເອົາລົດຊາດທັງຫຼາຍນີ້ມາລວມກັນ

ປຸງເປັນລົດຊາດ, ເອົາສົ້ມ, ຫວານ, ມັນ, ເຄັມ, ເຜັດ, ຈືດ ມາລວມເຂົ້າກັນ

ກໍ່ເປັນແກງໝໍ້ໜຶ່ງທີ່ບໍລິໂພກໄດ້ ແລະ ແຊບນົວ.

ຄົນເຮົາກໍ່ເຊັ່ນດຽວກັນຕ້ອງຮູ້ຈັກ ປຸງອາລົມ ຫຼາຍໆສະຖານະການ

ຈຶ່ງຈະເປັນຊີວິດທີ່ເຮັດໃຫ້ຄົນອື່ນສາມາດບໍລິໂພກໄດ້ ກໍ່ຄືສາມາດຢູ່ຮ່ວມກັບເຮົາໄດ້


ໝູ່ເພື່ອນອ້າຍນ້ອງພັນລາວເຮົາເດ ມີສູດປຸງຂອງຊີວິດແນວໃດແດ່?


ທີ່ມາ: dhammadelivery.com