ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຮູ້ບໍວ່າຄົນເຮົາມີເວລາຢູ່ໃນໂລກນີ້ຄົນລະຈັກປີ

ຊີວິດຂອງເຮົານັ້ນມັນແສນສັ້ນກວ່າຢາດນ້ຳໝອກທີ່ຄ້າງໃນໃບໄມ້ຊ້ຳ ຈະຕາຍມື້ນີ້ ມື້ອື່ນຫຼືມື້ໃດ

ບໍ່ມີໃຜຄົນໃດຮູ້ລ່ວງໜ້າເລີຍ ຖ້າເຮົາໃຊ້ເວລາອັນແສນສັ້ນໄປມົວແຕ່ຫຼັບໆຕື່ນໆ

ຢູ່ໃນຄວາມ ຮັກ, ໂລບ, ໂກດ, ຫຼົງ ອິດສາຄົນນັ້ນ, ປື້ມຄົນນີ້, ອິດສາເຈົ້ານາຍ

ໃສ່ຮ້າຍລູກນ້ອງ ປົກປ້ອງພາບພົດ, ຄົນຮຸ່ນໃໝ່ຫຼົງໄຫຼໃນເປືອກຂອງຊີວິດ

ໂດຍລືມໄປເລີຍ ວ່າ ແມ່ນຫຍັງຄືສິ່ງທີ່ຕົນເອງຄວນເຮັດຢ່າງແທ້ຈິງ

ຄິດເບິ່ງດຸວ່າເຮົາຈະຂາດທຶນຫຼາຍເທົ່າໃດ?. ມີບົດກະວີຂອງນັກກະວີທ່ານໜຶ່ງກ່າວວ່າ

”ນ້ຳໄຫຼອາຍຸໄຂກໍ່ໄຫຼລົງ ໃບໄມ້ຫຼົ່ນຊີວິດກໍ່ຮ້າງຢ່າງຄວາມຝັນ

ຂ້າຊີວາຄືຂ້າຄືນວັນ ຈະກຳນັນໂລກນີ້ມີງານໃດ“ 

ຄົນເຮົາບໍ່ຄວນຂ້າເວລາອັນສູງຄ່າດ້ວຍການປ່ອຍຕົວປ່ອຍໃຈໃຫ້ຕົກເປັນທາດ

ຂອງຄວາມມັກ, ຄວາມຊັງຫຼາຍເກີນໄປ ເພາະຖ້າເຮົາແລ່ນຕາມກິເລດ

ກິເລດກໍ່ຈະພາເຮົາແລ່ນໄປເຮັດສິ່ງນັ້ນ ສິ່ງນີ້ ຕໍ່ໄປບໍ່ຮູ້ຈົບ, ກິເລດມັນບໍ່ເຄີຍເມື່ອຍ

ແຕ່ໃຈຄົນເຮົາຫັ້ນຕິຈະເມື່ອຍໜັກໜາສາຫັດເທົ່າໃດກໍ່ບໍ່ຮູ້, ເຮົາຄວນຈະຄິດໃໝ່ວ່າ

ເຮົາບໍ່ໄດ້ເກີດມາເພື່ອທີ່ຈະມັກ ຫຼື ບໍ່ມັກໃຜ ຫຼື ເພື່ອທີ່ຈະໃຫ້ໃຜມາຮັກ ຫຼື ຊັງ

ແຕ່ເຮົາເກີດມາຢູ່ໃນໂລກນີ້ເພື່ອເຮັດໃນສິ່ງທີ່ດີທີ່ສຸດທີ່ມະນຸດຄົນໜຶ່ງຄວນຈະເຮັດ

ເອົາເວລາທີ່ຮູ້ສຶກບໍ່ດີກັບຄົນອື່ນນັ້ນຫັນກັບມາເບິ່ງໂຕເອງດີກວ່າ

ຊີວິດນີ້ເຮົາມີອັນໃດແດ່ທີ່ເປັນແກ່ນສານ ມີວຽກຫຍັງແດ່ທີ່ເຮົາຄວນເຮັດ

ນອກຈາກນັ້ນກໍ່ຄວນເບິ່ງກວ້າງອອກໄປອີກວ່າ ເຮົາໄດ້ເຮັດຫຍັງໃຫ້ແກ່ໂລກແນ່ແລ້ວ

ຄົນທຸກຄົນນັ້ນມີຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວເອງ ຖ້າເຮົາເລືອກເບິ່ງແຕ່ດ້ານເສຍ

ຂອງເຂົາເຈົ້າ ຈິດໃຈຂອງເຮົາກໍ່ມີແຕ່ຈະຮ້ອນຮົນ ໝົ່ນໝອງ

ເວລາທີ່ເຮົາເສຍໄປເພາະມົວແຕ່ໄປສົນໃຈດ້ານບໍ່ດີຂອງຄົນອື່ນ

ກໍ່ເປັນເວລາທີ່ເສຍໄປໂດຍໄຮ້ປະໂຫຍດ

ບາງທີຄົນທີ່ເຮົາລັກເບິ່ງ ແລະ ລັກຮູ້ສຶກບໍ່ດີກັບເຂົາເຈົ້ານັ້ນ

ເຂົາເຈົ້າອາດບໍ່ຮູ້ສຶກອີຫຍັງເລີຍກັບເຮົາກໍ່ເປັນໄດ້

ເຮົາເຜົາຕົວເອງຢູ່ຝ່າຍດຽວດ້ວຍຄວາມຫງຸດຫງິດ, ຂັດເຄືອງ ແລະ ອາລົມເສຍ

ມື້ນັ້ນມື້ນີ້ຢູ່ພໍສຳ່ານັ້ນ ສະພາບຈິດໃຈແບບນີ້ບໍ່ເຄີຍເຮັດໃຫ້ໃຜມີຄຸນນະພາບຊີວິດດີຂຶ້ນມາເລີຍ

ລອງປ່ຽນວິທີຊີວິດ ວິທີມອງໂລກໃໝ່ຈະດີກວ່າ

ຄິດສາວ່າຄົນເຮົາບໍ່ມີໃຜດີພ້ອມ ຫຼື ຊົ່ວຈົນບໍ່ມີບ່ອນຕິໄປໝົດດອກ

ເຮົາຢູ່ໃນໂລກກັນຄົນລະບໍ່ພໍເທົ່າໃດປີ ບໍ່ດົນກໍ່ລົ້ມຫາຍຕາຍຈາກກັນໄປໝົດແລ້ວ

ຈະມາເສຍເວລາກັບເລື່ອງໄຮ້ປະໂຫຍດເຮັດຫຍັງ ອັນໃດທີ່ຄວນເຮັດກໍ່ຟ້າວເຮັດສາ

ປ່ອຍວາງແນ່ກໍ່ດີ ຄວາມໂມໂຫ ຄວາມຊັງ ນັ້ນບໍ່ມີຄຸນຄ່າຫຍັງຕໍ່ຊີວິດອັນແສນຈະສັ້ນນີ້ເລີຍ

ຍ່າງໄປທາງໜ້າໄປຫາສິ່ງທີ່ມີຄຸນຄ່າໃຫ້ຊີວິດດີງາມດີກວ່າ

ວິທີທີ່ແນະນຳທັງໝົດນັ້ນ ນັກພາວະນາເອີ້ນວ່າ ” ການກັບມາຢູ່ກັບໂຕເອງ “

ໝາຍຄວາມວ່າ ຖ້າເຮົາຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງຢູ່ກັບຄົນທີ່ເຮົາບໍ່ມັກ

ແທນທີ່ຈະປ່ອຍໃຈໃຫ້ຢູ່ກັບຄວາມຮູ້ສຶກບໍ່ດີນັ້ນຕະຫຼອດໄປ ກໍ່ຄວນຫຼຽວກັບເຂົ້າມາ ”ເບິ່ງດ້ານໃນ“

ແກ້ໄຂທີ່ໂຕເອງ ຢ່າໄປມຸ່ງແກ້ໄຂທີ່ຄົນອື່ນ ເພາະຖ້າພະຍາຍາມແກ້ໄຂຄົນອື່ນ

ມັນກໍ່ຍິ່ງຈະຫຍຸ້ງໄປກັນໃຫຍ່, ຍິ່ງເຮົາໃຫ້ຄວາມສຳຄັນກັບຄົນທີ່ເຮົາຊັງຫຼາຍເທົ່າໃດ

ສະພາບຈິດໃຈກໍ່ຍິ່ງຈະບໍ່ດີລົງເທົ່ານັ້ນ

ວິທີທີ່ດີທີ່ສຸດໃນການຢູ່ກັບຄົນທີ່ເຮົາຮູ້ສຶກບໍ່ດີ ຫຼື ເປັນສັດຕູກັນກໍ່ຄື

ການດຶງຄວາມຮູ້ສຶກຈາກເຂົາເຈົ້າມາຢູ່ໃນຕົວເຮົາທຸກຂະນະ ຫຼື ຖ້າບໍ່ດັ່ງນັ້ນ

ກໍ່ຍ້າຍຕົວເອງອອກໄປຈາກສະພາບແວດລ້ອມທີ່ບໍ່ດີນັ້ນໃຫ້ໄວທີ່ສຸດ

ຢ່າຢູ່ດົນເກີນໄປຈົນຄວາມທຸກນັ້ນບົ່ມເປັນໜອງ ຫຼື ເປັນມະເຮັງຮ້າຍໃນອາລົມ

ປັດສະຍາຈີນບອກວ່າ ” ຖ້າມີພູຜາຂວາງທາງທ່ານຢູ່ທາງໜ້າ

ຢ່າໄດ້ເສຍເວລາຍ້າຍພູຜາ ແຕ່ຈົ່ງຍ້າຍຕົວເອງ“

ດັ່ງນັ້ນ ເຮົາຄວນຈະຍ້າຍພູຜາທີ່ຢູ່ທາງໃນ ຫຼື ຈະຍ້າຍພູຜາທີ່ຢູ່ທາງນອກຕົວເຮົາ?

 

ທີ່ມາ www.dhammadelivery.com/story-detail.php

Delicious Digg Fark Twitter