ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງນີ້ເປັນເລື່ອງຂອງຄົນໆໜຶ່ງ ທີ່ຂ້ອຍຢາກເອົາມາເລົ່າສູ່ໝູ່ເພືອນຟັງເພື່ອເປັນບົດຮຽນ

ເລື່ອງນີ້ເກີດຂຶ້ນໃນລະຫວ່າງປີ 2004 ນີ້ລະຖ້າຈື່ບໍ່ຜິດ

ແກ້ວ(ນາມສົມມຸດ) ເປັນລູກຊາຍກົກຂອງ ລຸງທອງມີ , ຄອບຄົວລຸງທອງມີເປັນຄອບຄົວທີ່ມີຖານະພໍປະມານ ບໍ່ຮັ່ງບໍ່ມີ ແຕ່ກໍ່ບໍ່ເຖິງຂັ້ນເຂົ້າຂາດແລງແກງຂາດໝໍ້. ນອກຈາກລູກຊາຍແລ້ວ ລຸງທອງມີຍັງມີລູກສາວອີກສອງຄົນ, ລູກຊາຍກົກທ້າວແກ້ວອາຍຸອານາມກະໄດ້ປະມານ 20 ປີ ແຕ່ຄວາມຈະເລີນທາງດ້ານຈິດໃຈກະສິປະມານ 15 ປີນີ້ລະ, ແກ້ວເປັນຄົນໃຈເດັດ, ໃຈໂຫດ ແລະອ່ອນໄຫວເປັນບາງເວລາ, ຂີ້ຄ້ານຮຽນໜັງສື, ໂດຍສະເພາະນັບຕັ້ງແຕ່ຄົບກັບໝູ່ທີ່ຊື່ທ້າວ ດຳ, ແກ້ວຍິ່ງບໍ່ຟັງຄວາມໃຜເລີຍ,ຍາມໃດກໍ່ໄປນຳແຕ່ທ້າວດຳ ພໍ່ແມ່ເວົ້າຫຍັງກໍ່ບໍ່ຟັງ, ຈົນບາງເທື່ອກໍ່ຜິດຖຽງກັບພໍ່ຢ່າງຮຸນແຮງ, ລຸງທອງມີອຸກໃຈຫຼາຍທີ່ເຫັນລູກຊາຍເປັນແນວນີ້ ລາວໄດ້ພະຍາຍາມສືບຫາສາເຫດທີ່ເຮັດໃຫ້ລູກຂອງລາວປ່ຽນໄປຈຶ່ງໄດ້ຮູ້ວ່າ ແກ້ວຕິດຢາ, ເຊິ່ງແມ່ນທ້າວດຳເປັນຄົນເອົາມາປັນແກ້ວສູບກິນ. ລຸງທອງມີແລະເມຍບໍ່ຮູ້ຈະເຮັດແນວໃດ ເວົ້າແນວໃດ ແກ້ວກໍ່ບໍຍອມເລີກ, ຄິດຈົນວ່າຫົວຊິແຕກ ຈົນຮ່າງກາຍຈ່ອຍຜອມ ແລະ ເຈັບປ່ວຍລົງ, ນັບມື້້ແກ້ວກໍ່ຍິງຖະຫຼຳເລິກເຂົ້າໄປເລື້ອຍໆ, ເຂົ້າຂອງຕ່າງໆຢູ່ໃນເຮືອນແກ້ວກໍ່ລັກເອົາໄປຂາຍຈົນໝົດ ຈົນເກືອບບໍ່ມີຫຍັງເລີຍ, ຈົນວັນໜຶ່ງລຸງທອງມີທົນເຫັນລູກຂອງຕົນເອງເປັນແນວນີ້ຕໍ່ໄປບໍ່ໄຫວຈຶ່ງໄດ້ແຈ້ງຕຳຫຼວດຈັບລູກຊາຍຕົນເອງເຂົ້າຄຸກ,

ເປັນເວລາຫຼາຍປີທີ່ແກ້ວເຂົ້າໄປນອນຢູ່ໃນຄຸກ ແຕ່ລຸງທອງມີພ້ອມດ້ວຍເມຍແລະລູກສາວກໍ່ໄດ້ມາສົ່ງເຂົ້າສົ່ງນ້ຳເປັນປະຈຳບໍ່ໄດ້ຂາດ,

ໄລຍະເວລາໃນການລົງໂທດຈຳຄຸກສິ້ນສຸດລົງ ແກ້ວກັບເມືອເຮືອນຫາພໍ່ແມ່. ຫວັງວ່າຈະກັບຕົວເປັນຄົນດີ ແຕ່ແລ້ວລາວກໍ່ໄດ້ຮັບຂ່າວຮ້າຍ, ພໍ່ຂອງແກ້ວປ່ວຍເປັນໂລກຫົວໃຈຍ້ອນຄິດຫຼາຍເລື່ອງລູກຊາຍ, ເງິນຄຳທີ່ຫາມາໄດ້ກໍ່ເອົາໄປຖົມໃສ່ຄະດີລູກຊາຍຈົນໝົດ, ເຮືອນຊານທີ່ເຄີຍມີຢູ່ມີກິນກໍ່ຂາດໆເຂີນໆ, ເມື່ອເຫັນສະພາບຄອບຄົວແນວນີ້ແກ້ວກໍ່ນ້ຳຕາໄຫຼອາບແກ້ມ ຮ້ອງໄຫ້ດ້ວຍຄວາມເສຍໃຈ, ລາວໃຫ້ສັນຍາກັບພໍ່ແມ່ວ່າຕໍ່ໄປຈະຕັ້ງຈິດຕັ້ງໃຈກັບຕົວເປັນຄົນດີ

ຕັ້ງແຕ່ວັນນັ້ນມາແກ້ວກໍ່ຕັ້ງໃຈເຮັດວຽກຫາເງິນຫາເພືອມາລ້ຽງຄອບຄົວ, ເຖິງວ່າການສຶກສາຂອງລາວຈະບໍ່ຈົບມໍ 6 ແຕ່ລາວກໍ່ທຸ່ມເທເຫື່ອແຮງແລະຄວາມສາມາດທີ່ມີເພື່ອຊອກຫາເງິນຄຳມາຈຸນເຈືອຄອບຄົວ ແລະເຮັດໃຫ້ຄອບຄົວດີຂຶ້ນ

ແກ້ວເອີຍມັນບໍ່ຫຼ້າບໍ່ສວາຍດອກທີ່ລູກຈະເປັນຄົນດີເຖິງວ່າລູກຈະເປັນແນວໃດ ພໍ່ແລະແມ່ກໍ່ຍັງຮັກ ແລະ ເປັນຫ່ວງເປັນໄຍລູກສະເໝີດ(ລຸງທອງມີ ເວົ້າພ້ອມກັບນ້ຳຕາເຕັມເບົ້າ)

ຄົນເຮົາທຸກຄົນເກີດມາ ບໍ່ມີໃຜທີ່ບໍ່ເຄີຍເຮັດຜິດ, ແຕ່ຖ້າຮູ້ວ່າຕົນເອງເຮັດຜິດແລ້ວຮູ້ຈັກແກ້ໄຂແລະປັບປຸງຕົວເອງກໍ່ດີແທ້ແລ

ດັ່ງຄຳທີ່ເພິ່ນວ່າ ຄົນສະຫຼາດຈະບໍ່ເຮັດຜິດຊ້ຳຄືນອັນເກົ່າທີ່ເຂົາເຄີຍເຮັດມາ

ເປັນຈັ່ງໃດອ່ານແລ້ວມີຄວາມເຫັນແນວໃດແດ່ໝູ່ເພື່ອນທັງຫຼາຍ.............

Delicious Digg Fark Twitter