ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນເວລາທີ່ໃຜກໍ່ຕາມຕ້ອງປະສົບກັບຄວາມຜິດຫວັງຢ່າງໜັກ, ຊີວິດຄືກັບວ່າມັນຈະຕົກລົງໄປຢູ່ລຸ່ມກົ້ນເຫວພຸ້ນລະ,

ບໍ່ຮູ້ສະຕາກຳໃນວິນາທີຕໍ່ໜ້າຊ້ຳ,ຄວາມຄິດຄວາມຮູ້ສຶກໃນເວລານັ້ນກໍ່ບໍ່ແຕກຕ່າງກັນຫຼາຍພໍເທົ່າໃດ, ຄວາມສັບສົນວຸ່ນວາຍບໍ່ມີຈຸເລີ່ມຕົ້ນແລະຫາຈຸດຈົບບໍ່ໄດ້, ບໍ່ມີຄຳອະທິບາຍ, ບໍ່ມີຄຳຕອບ....

ຢູ່ໃນໃຈກໍ່ມັກຈະຖາມຕົວເອງຕະຫຼອດວ່າ:​ "ເປັນຫຍັງຈຶ່ງເປັນແນວນີ້?"

ຄວາມຮູ້ສຶກຂອງການບໍ່ມີໃຜໃນການປະສົບບັນຫາຮ້າຍແຮງທີ່ສຸດໃນຊີວິດ, ເຖິງແມ່ນວ່າໃນຍາມທີ່ເຮົາຢືນຢູ່ໃຈກາງຜູ້ຄົນທີ່ຫຼວງຫຼາຍກໍ່ຍັງຮູ້ສຶກວ່າບໍ່ມີໃຜຮັບຮູ້ເຖິງ

ຄວາມຮູ້ສຶກພາຍໃນໃຈຂອງເຮົາມີແຕ່ເຮົາຄົນດຽວເທົ່ານັ້ນເອງ, ບ່ອນນີ້ເອງທີ່ຖືວ່າມັນເປັນຈຸດເລີ່ມຕົ້ນຂອງການທີ່ເຮົາຈະພົບເຫັນໃຜບາງຄົນທີ່ສຳຄັນທີ່ສຸດໃນຊີວິດ

ເຊິ່ງກໍ່ແມ່ນ:  ຕົວເຮົາເອງ,

ມະນຸດທຸກຄົນຕ່າງກໍ່ຕໍ່ສູ້ເພື່ອການມີຊີວິດຢູ່ຕາມສັນຊາດທະຍານ, ນອກຈາກຜູ້ທີ່ບໍ່ມີຄວາມຫວັງເທົ່ານັ້ນ ແລະ ແມ່ນແຕ່ຈຸດໆໜຶ່ງທີ່ລາວອາດຈະຕ້ອງກັບມາເລີ່ມຕົ້ນນັບໃໝ່ອີກເທື່ອໜຶ່ງ,

ຖ້າຄິດໃຫ້ດີໆນັ້ນລະຄືຈຸດເລີ່ມຕົ້ນທີ່ແທ້ຈິງຂອງຄົນເຮົາ,

ການເບິ່ງເຫັນສັດຈະທຳທີ່ວ່າ: " ເວລາທີ່ເຮົາເກີດມາເຮົາກໍ່ໄດ້ເອົາຫຍັງມານຳເລີຍ

ຕອນເຮົາຕາຍໄປເຮົາກໍ່ບໍ່ໄດ້ເອົາຫຍັງໄປນຳເລີຍ"

ຫາກຕອນນີ້ເຮົາບໍ່ມີຫຍັງເຮົາກໍ່ບໍ່ໄດ້ເສຍຫຍັງໄປເລີຍມີແຕ່ເທົ່າທຶນເທົ່ານັ້ນ....

ມັນກໍ່ບໍ່ໝາຍຄວາມວ່າເຮົາຈະຖິ້ມທຸກໆຢ່າງເພື່ອກັບໄປຫາຈຸດເລີ່ມຕົ້ນ,​ແຕ່ຖ້າຈະມີໃຜບາງຄົນຄິດວ່າ ການທີ່ຕົນເອງບໍ່ມີຫຍັງແລ້ວຖືວ່າເປັນຄວາມໂຊກຮ້າຍທີ່ສຸດໃນຊີວິດ

ກໍ່ຢາກໃຫ້ຄິດກັບຫຼັງໄປເບິ່ງໃນທາງທີ່ກົງກັນຂ້າມທີ່ເຈົ້າບໍ່ເຄີຍເບິ່ງມັນແດ່

ເຈົ້າອາດຈະໄດ້ອັນໃດດີໆທີ່ເຊື່ອງຢູ່ທາງໃນກໍ່ເປັນໄດ້, ມັນເປັນເລື່ອງທຳມະດາສຳຫຼັບຄົນທີ່ຄິດວ່າຕົວເອງບໍ່ມີແລ້ວບັງເອີນມື້ນີ້

ກະບໍ່ມີຫຍັງອີກ ເຊິ່ງກໍ່ມັກຄິດວ່າຕົວເອງໄດ້ສູນເສຍທຸກຢ່າງໄປແລ້ວໂດຍລືມຄິດໄປວ່າບໍ່ມີອັນໃດທີ່ເປັນຂອງເຮົາເລີຍ, ມີແຕ່ຢ່າງດຽວທີ່ແມ່ນຂອງເຮົານັ້ນກໍ່ຄືຄວາມຄິດ ແລະ ຈິດໃຈຂອງເຮົາເທົ່ານັ້ນເອງ,

ດັ່ງນັ້ນການທີ່ໄດ້ຮູ້ຈັກລົດຊາດຂອງການບໍ່ມີຫຍັງເລີຍນັ້ນ ມັນເປັນຈຸດເລີ່ມຕົ້ນຂອງການມີທຸກສິ່ງທຸກຢ່າງ, ຈົ່ງຢ່າໄດ້ຍຶດຕິດອັນໃດຫຼາຍເລີຍ ທຸກຢ່າງມັນມີໄດ້ມີເສຍ, ມີຂຶ້ນມີລົງ, ມີເຂົ້າມີອອກ, ມີທຸກມີສຸກ, ມີບວກມີລົບ.

ໃນເວລານີ້ເຮົາອາດຢືນຢູ່ໃນດ້ານລົບຂອງຊີວິດ

ແຕ່ນັ້ນກໍ່ເປັນສິ່ງທີ່ສະແດງວ່າ:​ ອີກບໍ່ດົນດ້ານບວກຂອງຊີວິດກຳລັງຈະມາຫາເຮົາ,

ເປັນຫຍັງເຮົາບໍ່ເຮັດໃຈໃຫ້ສະບາຍເພື່ອຖ້າຮັບມັນລະ???




ບົດຄວາມດີໆຈາກ ທຳດີດັອດຄັອມ

Delicious Digg Fark Twitter