ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຕອນສຸດທ້າຍແລ້ວເນາະບາດນີ້ ກ່ອນເລື່ອງຊິຈົບຢາກໃຫ້ລອງເດົາເບິ່ງດູວ່າເລື່ອງລາວຂອງ ທ້າວ ວົງ ຈະຈົບແບບໃດ ??

 

  

 

ເຂົ້າເລື່ອງກັນເລີຍເນາະພີ່ນ້ອງ

 

 

 

ຫຼັງຈາກທີ່ທ້າວວົງໄດ້ລົງໄປເຮັດວຽກຕ່າງແຂວງຢູ່ໝູ່ບ້ານແຫ່ງໜຶ່ງໃນເຂດຊົນນະບົດ

ລາວກໍໄດ້ພົບກັບສາວນ້ອຍຄົນໜຶ່ງທີ່ໜ້າຮັກ….ໜ້າຮັກ, ກະຄືຈັ່ງວ່າຫັ້ນລະມັນເປັນສັນດານຂອງຜູ້ຊາຍເຈົ້າຊູ້ຫັ້ນນາ, ເຫັນຄົນງາມຍາມໃດລະຫົວພະຍານາກຂຶ້ນ

 

ນາງ ມອນ ສາວນ້ອຍນັກຮຽນມໍປາຍປີສຸດທ້າຍຖືໄດ້ວ່າເປັນຄົນງາມເກືອບວ່າທີ່ສຸດໃນໂຮງຮຽນຂອງບ້ານທີ່ທ້າວວົງລົງໄປເຮັດວຽກ

ຄືວ່າຫັ້ນແລສັນຊາດທະຍານຂອງຜູ້ຊາຍເຈົ້າຊູ້ເນາະ, ເຫັນຄົນງາມກະຢາກໄດ້ມາເປັນແຟນ,

ດັ່ງນັ້ນທ້າວວົງລາວກໍ່ຈຶ່ງໄດ້ໄປຫຼິ້ນເຮືອນສາວມອນຜູ້ໜ້າຮັກເປັນປະຈຳ, ຫຼາຍມື້ຫຼາຍວັນຈົນວ່າທາງພໍ່ແມ່ຂອງມອນໄວ້ເນື້ອເຊື່ອໃຈ, ປະໃຫ້ໄປໃສມາໃສນຳກັນ,

ຫຼາຍເດືອນຜ່ານພົ້ນໄປລາຍທາງໃນກໍ່ເຜີຍອອກມາ, ສາວມອນກະເລີຍພາດທ່າໃຫ້ທ້າວວົງໄປຈົນໄດ້

ຄືວ່າລະເດັກນ້ອຍບ້ານນອກບ້ານນາເນາະຊິວ່າລະກະເຊື່ອຄົນງ່າຍແດ່, ພາດພັ້ງຈົນວ່າມີລູກມີເຕົ້ານຳກັນ,

ທ້າວວົງລາວກະຊິໃຊ້ວິທີເກົ່າທີ່ເຄີຍເຮັດກັບນາງປູມາ, ພະຍາຍາມຈະໜີແຕ່ບໍ່ເປັນຈັ່ງບຸນ, ທາງພໍ່ແມ່ຂອງມອນບໍ່ຍອມຈະເອົາເລື່ອງຈົນເຖິງທີ່ສຸດ,

 

ຫາກໍ່ຮຽນຈົບມາເຮັດວຽກໃໝ່ໆອັນໃດກະຍັງບໍ່ທັນມີຊ້ຳ, ສຸດທ້າຍທ້າວວົງກະຕ້ອງໄດ້ແຕ່ງງານກັບມອນໂດຍຫຼີກລ່ຽງບໍ່ໄດ້, ຖ້າບໍ່ແຕ່ງກໍ່ຕ້ອງໄດ້ອອກຈາກວຽກ, ຖ້າອອກວຽກລະຊິເອົາຫຍັງກິນລະ.

 

ເບິ່ງກະຄືວ່າບາບກຳມັນຈະນຳມາທັນ, ເມຍຂອງວົງ ນາງມອນຊ້ຳເປັນໂລກຫົວໃຈ, ຖ້າມີປາກມີສຽງກັບທ້າວວົງຍາມໃດເປັນວ່າໄດ້ເຂົ້າໂຮງໝໍ, ທ້າວວົງກະເລີຍຕ້ອງໄດ້ເອົາໃຈເມຍເປັນພິເສດ, ໄດ້ເຮັດທຸກສິ່ງທຸກຢ່າງໃຫ້ເມຍດັ່ງທີ່ບໍ່ເຄີຍເຮັດມາກ່ອນ, ສ່ຳກັບວ່າເມຍເປັນແມ່ພຸ້ນລະ,

 

ທ້າວວົງແຕ່ງງານມາໄດ້ໜຶ່ງປີປາຍກໍ່ໄດ້ກຳເນີດລູກສາວເປັນຄົນທຳອິດ, ແທນທີ່ຈະດີໃຈທີ່ໄດ້ລູກແຕ່ກໍ່ບໍ່ເປັນດັ່ງນັ້ນລູກເກີດອອກມາກະບໍ່ສົມບູນແບບ, ເກີດກ່ອນກຳນົດ, ຊ້ຳບໍ່ພໍເມຍກໍ່ປ່ວຍອີກ, ທ້າວວົງກະເລີຍຕ້ອງໄດ້ເຮັດວຽກໜັກຂຶ້ນໜັກຂຶ້ນ ລະກະໜັກຂຶ້ນເລື້ອຍໆ ເພື່ອຫາເງິນມາຮັກສາເມຍ ແລະ ລ້ຽງດູເບິ່ງແຍງລູກ.

 

 

 

       *

       *

       *

 

 

ຈາກວັນເປັນເດືອນຈາກເປັນປີ ການເວລາຜ່ານພົ້ນ 20 ປີພົ້ນຜ່ານ,

ມື້ໜຶ່ງໃນລະດູໜາວເດືອນຈຽງເດືອນຍີ່

ທີ່ເຮືອນຂອງທ້າວວົງ

  

 

 

ແມ່ນຫຍັງມິ່ງແກ້ວ ລູກເວົ້າຫຍັງມື້ກີ້ນີ້? ທ້າວວົງຖາມລູກສາວດ້ວຍຄວາມໃຈຮ້າຍດັງອອກມານອກເຮືອນ

 

 

 

 

"ລູກຊິອອກໂຮງຮຽນນະພໍ່ ຕອນນີ້ລູກຕັ້ງທ້ອງໄດ້ 3 ເດືອນກ່ວາແລ້ວ" ມິ່ງແກ້ວຕອບພໍ່ດ້ວຍນ້ຳຕາທັງສັ່ນທັງເຊັນ

 

 

ເມື່ອໄດ້ຍິນແນວນັ້ນທ້າວວົງນັ່ງຊຸດລົງກັບຕັ່ງລ່ອຍໄປໝົດກະດູກກະດ້ຽວປາກບໍ່ອອກ

ຊິຮ້າຍລູກກໍ່ບໍ່ໄດ້ຢ້ານລູກສາວຈະຄິດສັ້ນຄືດັ່ງແມ່ຂອງມັນ, ຄົນແຮ່ງບໍ່ສົມບູນປານໃດ

 

ຄືນນັ້ນທັງຄືນ ທ້າວວົງນອນບໍ່ຫຼັບໝົດຄືນໄດ້ແຕ່ພຶມພຳກັບຕົນເອງ

ໂອ້ເວນກຳແທ້ໆ ແມ່ນຫຍັງກັນນີ້, ສິ່ງທີ່ຂ້ອຍຢ້ານມັນຄືເກີດຂຶ້ນໄວແທ້, ທຸກສິ່ງທຸກຢ່າງທີ່ບໍ່ດີເກີດຂຶ້ນມາກໍ່ເພາະຕົວຂ້ອຍເອງແທ້ໆເລີຍ

ຟ້າເອີຍເປັນຫຍັງຈຶ່ງທໍລະມານຂ້ອຍແບບນີ້, ເມຍກໍ່ຕາຍຈາກ, ລູກສາວດຽວກໍ່ຮຽນບໍ່ຈົບ, ວຽກເຮັດກໍ່ບໍ່ມີອາໄສນາມູນຕອນດຽວກໍ່ຂາຍສົ່ງລູກຮຽນ ສຸດທ້າຍລູກກໍ່ຮຽນບໍ່ຈົບຊ້ຳ

ເປັນຫຍັງຊີວິດຂ້ອຍຈຶ່ງເປັນແນວນີ້, ນີ້ບໍທີ່ເຂົາເອີ້ນວ່າເວນກຳນຳທັນ, ຖ້າມື້ນັ້ນຂ້ອຍບໍ່ນອກໃຈດວງ, ຂ້ອຍບໍ່ເຮັດແບບນັ້ນກັບປູ ຂ້ອຍກໍ່ຄືຊິບໍ່ໄດ້ມາເຮັດວຽກຢູ່ນີ້, ແລ້ວຂ້ອຍກໍ່ຄືຊິບໍ່ມາມີຊີວິດແບບນີ້

ດວງ ດວງ ! ! ທ້າວວົງອຸທານອອກມາ

ອ້າຍຂໍໂທດ, ຖ້າຫາກຍ້ອນເວລາກັບໄປໄດ້ອ້າຍຈະບໍ່ນອກໃຈເຈົ້າ, ທັ້ງທີ່ເຈົ້າຮັກແລະຊ່ວຍເຫຼືອອ້າຍທຸກຢ່າງແຕ່ເປັນຫຍັງອ້າຍຈຶ່ງຫັກຫຼັງເຈົ້າໄດ້

ທຸກຄັ້ງທີ່ອ້າຍບໍ່ສະບາຍ, ອ້າຍມີບັນຫາ ມີເຈົ້າຄອຍຢູ່ຄຽງຂ້າງອ້າຍບໍ່ເຄີຍຮ້າຍ, ບໍ່ເຄີຍເວົ້າຫຍັງໃຫ້ອ້າຍອຸກໃຈ, ຍາມອ້າຍຫິວເຈົ້າກໍ່ຫາອາຫານມາສູ່ກິນ, ແຕ່ມື້ນີ້ອ້າຍແຕ່ງງານແລ້ວແທນທີ່ອ້າຍຈະມີຄວາມສຸກແຕ່ເປັນຫຍັງອ້າຍກໍ່ຫາຄວາມສຸກບໍ່ໄດ້ເລີຍ

ມີລູກກໍ່ເປັນແບບນີ້, ຄືຊິເປັນເວນເປັນກຳທີ່ອ້າຍໄດ້ເຮັດກັບ ນ້ອງ ແລະ ນາງປູ ໄວ້ມັນນຳມາທັນອ້າຍແລ້ວດວງ

ທ້າວວົງທັງເວົ້າທັງນ້ຳຕາໄຫຼອອກມາດ້ວຍຄວາມເຈັບປວດ

 

 

 

ແລະແລ້ວອີກສອງປີຕໍ່ມາ ທ້າວວົງ ກໍ່ສິ້ນລົມຫາຍໃຈເພາະຕອມໃຈ

 

 

ນີ້ລະເພິ່ນວ່າເວນກຳມີຈິງ, ບາງຄົນກໍ່ອາດຈະເຊື່ອແຕ່ບາງຄົນກະບໍ່ເຊື່ອ

ມື້ນີ້ສິ່ງທີ່ເຮົາເຮັດລົງໄປມັນອາດຍັງບໍ່ຕອບກັບມາທັນທີ ແຕ່ມື້ໃດມື້ໜຶ່ງສິ່ງເຫຼົ່ານັ້ນມັນກໍ່ຈະມາຫາເຮົາເອງ

ເວລາເດີນໜ້າໄປເລື້ອຍໆບໍ່ມີທາງຍ້ອນກັບໄປໄດ້ ຖ້າບໍ່ຢາກເວົ້າຄຳວ່າ  ມັນສວາຍເກີນໄປແລ້ວ   ກໍ່ຄວນຈະຄິດໃຫ້ດີກ່ອນທີ່ຈເຮັດສິ່ງໃດລົງໄປ

 

ຈົ່ງຢ່າເຮັດອັນໃດກ່ອນຄິດ           ແຕ່ຈົ່ງຄິດກ່ອນຈິ່ງຄ່ອຍລົງມືເຮັດ

 

 


 

ຜິດພາດປະການໃດກະຂໍອະໄພມານະທີ່ນີ້ດ້ວຍ

ຂໍຂອບໃຈໃນທຸກຄຳຕຳນິຕິຕຽນ alt

 

 

 ຂຽນໂດຍ wunwan

 

 

 

Delicious Digg Fark Twitter