ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ເລື່ອງ ຍ້າວຍາວ ຖ້າຄ້ານບໍ່ອ່ານກະບໍ່ເປັນຫຍັງເດີພີ່ນ້ອງ

 

ຈະເວົ້າວ່າຊີວິດນີ້ເກີດມາໃຊ້ເວນເກີດມາໃຊ້ກຳມັນກະຄືຊິແມ່ນສຳລັບເດັກຍິງຄົນນີ້

ແຫຼ້ ເດັກນ້ອຍຄົນໜຶ່ງທີ່ອາໄສຢູ່ບ້ານນອກຄອກຄະນາ, ພໍ່ແມ່ມີອາຊີບເປັນປະຊາຊົນທຳມະດາ,

ເຮັດໄຮ່ເຮັດນາເຊິ່ງມີເນື້ອທີ່ແຕ່ໜ້ອຍດຽວ, ແຕ່ລະປີເຂົ້າທີ່ໄດ້ຮັບຈາກການເຮັດໄຮ່ເຮັດນາຮອດບໍ່ພໍກິນຊ້ຳ

ແຫຼ້ເປັນລູກສາວກົກ, ມີນ້ອງຊາຍສອງຄົນ ແລະ ນ້ອງສາວຫຼ້າຄົນໜຶ່ງ,

ພໍອາຍຸຍ່າງເຂົ້າ 8 ປີ ແມ່ຂອງແຫຼ້ກໍ່ເສຍຊີວິດດ້ວຍໂລກລິ້ນຫົວໃຈຮົ່ວ,

ປ່ອຍໃຫ້ແຫຼ້ ກັບ ພໍ່ ແລະ ນ້ອງໆພາກັນຢູ່ພຽງລຳພັງ.

ເມື່ອບໍ່ມີແມ່ຄອບຄົວກະຄືກັບວ່າຂາດຫຼັກຂາດເສົາໃຫ້ເພິ່ງພິງ

ພໍ່ຂອງແຫຼ້ເປັນຄົນຂີ້ຄ້ານແດ່, ຫຼັງຈາກເມຍຕາຍໄປລາວກະບໍ່ໄດ້ວ່າຊິມີຈິດມີໃຈຫາຢູ່ຫາກິນມາລ້ຽງລູກ

ແຕ່ລະມື້ລະວັນກະເອົາແຕ່ກິນເຫຼົ້າລະກະເລາະກາງບ້ານຢູ່ພໍສ່ຳນັ້ນ

ຫຼາຍວັນຜ່ານໄປເງິນຄຳທີ່ເຫຼືອຢູ່ຈາກການເຮັດງານສົບເມຍລາວກໍ່ເອົາມາຖົມໃສ່ເຫຼົ້າຈົນໝົດ

ແຫຼ້ຜູ້ເປັນເອື້ອຍກົກຈຶ່ງໄດ້ຕັດສິນໃຈອອກໂຮງຮຽນເພື່ອເຂົ້າປ່າຫາຢູ່ຫາກິນ, ຫາເກັບຜັກຫັກໜໍ່, ເອົາຮາກໄມ້ຮາກຢາ.....ເມື່ອຫາມາໄດ້ກໍ່ຕ້ອງໄດ້ເອົາໄປຂາຍຢູ່ຕະຫຼາດຝັ່ງໄທພຸ້ນຂ້າມນ້ຳຂອງທີ່ແສນກວ້າງໄປເພື່ອເອົາເງິນມາຊື້ຢາ,

ຊຶ້ເຂົ້າ, ຊື້ເຂົ້າຕົ້ມເຂົ້າໜົມ ແລະ ອາຫານການກິນຕ່າງໆມາລ້ຽງນ້ອງທັງສາມ ແລະ ພໍ່,

ເງິນທີເຫຼືອມາທັງໝົດກໍເອົາໃຫ້ພໍ່ເກັບໄວ້ໃຊ້ໃນຍາມຈຳເປັນ

ຄືກັບວ່າວາດສະໜາບໍ່ເຂົ້າຂ້າງນາງນ້ອຍແຫຼ້ຜູ້ໜ້າສົງສານຊ້ຳ

ເງິນທີ່ຫາມາໄດ້ຝາກພໍ່ໄວ້ພໍຍາມຈຳເປັນໃຊ້ຖາມເອົານຳພໍ່ຊ້ຳພັດວ່າບໍ່ມີ, ເອົາໄປກິນເຫຼົ້າໝົດ

ນອກຈາກພໍ່ແລ້ວ ນອກສາວຫຼ້າຂອງນາງເຊິ່ງມີອາຍຸພຽງແຕ່ 2 ປີນັ້ນ, ທຸກໆຄືນກໍ່ເອົາແຕ່ຮ້ອງໄຫ້ຫາແມ່

ກວ່າທີ່ຈະອອຍໃຫ້ເຊົາໄດ້ກໍ່ວ່າຈົນເດິກຈົນດື່ນພຸ້ນລະ

ໄທບ້ານກໍ່ພາກັນຊ່ວຍຍື່ນຂອງຢູ່ຂອງກິນໃຫ້ນາງນ້ອຍແຫຼ້ບໍ່ໄດ້ຂາດ,

ແຕ່ກະຄືວ່າຫັ້ນລະຄອບຄົວບ້ານນອກກະຊ່ວຍກັນໄດ້ເລັກໆນ້ອຍໆຫັ້ນລະ

ເມື່ອປ້າຂອງແຫຼ້ເຫັນນ້ອງເຂີຍຕົນເອງເປັນແບບນີ້ອົດບໍ່ໄດ້ຈຶ່ງໄດ້ເອີ້ນນ້ອງເຂີຍມາລົມ

ເມື່ອຖືກອົບຮົມບົ່ມສອນແທນທີ່ລາວຈະປ່ຽນແປງຊ້ຳພັດຫອບເຄື່ອງຂອງໜີຈາກລູກທັງສີ່ກັບໄປບ້ານເກີດຕົວເອງຈ້ອຍເລີຍ

ຕອນນີ້ເຮືອນຫຼັງກະຕູບນ້ອຍໆແຄມທົ່ງນາກະເຫຼືອພຽງແຕ່ສີ່ເອື້ອຍນ້ອງເທົ່ານັ້ນ

ເມື່ອເປັນດັ່ງນັ້ນປ້າຂອງນາງນ້ອຍແຫຼ້ກໍ່ຮັບເອົາຫຼານທັງສີ່ໄປລ້ຽງ

ແຫຼ້ອາໄສຢູ່ນຳປ້າກໍ່ໄດ້ເຮັດວຽກເຮັດງານທຸກຢ່າງຊ່ວຍປ້າ,

ຫຼັງຈາກຢູ່ນຳປ້າໄດ້ປະມານສອງເດືອນພໍ່ຂອງນາງນ້ອຍແຫຼ້ກໍ່ກັບມາບ້ານ

ມາຂາຍດິນ ແລະ ເຮືອນກະຕູບນ້ອຍໆອັນນັ້ນ, ນາງນ້ອຍແຫຼ້ບໍ່ຢາກຂາຍແຕ່ລູກກໍ່ຕ້ອງຟັງຄວາມພໍ່ຫັ້ນລະ

ເດັກນ້ອຍອາຍຸດ້າມ 8 ປີ ຊິຖຽງຜູ້ໃຫຍ່ກໍ່ບໍ່ໄດ້

ຫຼັງຈາກຂາຍດິນແລ້ວ ພໍ່ກໍ່ໄດ້ພາແຫຼ້ ແລະ ນ້ອງໆໄປຢູ່ບ້ານເກີດຂອງພໍ່ນຳກັນ

ເມື່ອມາຮອດບ້ານພໍ່ນາງນ້ອຍແຫຼ້ຈຶ່ງໄດ້ຮູ້ວ່າພໍ່ຂອງຕົນຂາຍດິນຂາຍເຮືອນ ເພື່ອເອົາເງິນມາໃຫ້ເມຍໃໝ່

ນາງນ້ອຍແຫຼ້ທຸກໃຈຫຼາຍ, ມາຢູ່ນຳແມ່ນ້າເພິ່ນໃຊ້ວຽກໜັກເອົາແທ້ເອົາວ່າ, ນ້ອງຊາຍຜູ້ຖັດຍັງນ້ອຍໆກະຕ້ອງໄດ້ເຮັດວຽກນຳອີກ

ບໍ່ຈັກກ້ານກົບກ້ານຂຽດ, ຫາຢູ່ຫາກິນ, ວຽກໄຮ່ວຽກນາ, ວຽກເຮືອນວຽກຊານ, ເຮັດໝົດທຸກຢ່າງ

ລວມທັງຫາຂອງໄປຂາຍຢູ່ຕະຫຼາດ, ໄດ້ເງິນມາກະແມ່ໃໝ່ເອົາໝົດ

ສອງປີເຕັມທີ່ນາງນ້ອຍແຫຼ້ຢູ່ກັບແມ່ນ້າ, ນາງນ້ອຍແຫຼ້ຈຶ່ງໄດ້ຕັດສິນໃຈໄປເຮັດວຽກຕ່າງບ້ານຕ່າງເມືອງ

ກະຄືປະເທດໄທຫັ້ນລະຕອນນັ້ນອາຍຸກະປະມານ 10 ປີນີ້ລະ

ໄປເຮັດວຽກໄດ້ເງິນກະຝາກມາໃຫ້ນ້ອງໃຊ້, ໃຫ້ພໍ່ສ້າງເຮືອນໃໝ່

ຊີວິດການເຮັດວຽກຢູ່ເມືອງໄທມັນຈັ່ງແມ່ນທຸກແທ້ໆ, ຖືກເຂົາປ້ອຍເຂົາດ່າທຸກມື້,

ເຮັດວຽກບໍ່ໄດ້ພັກໄດ້ຜ່ອນພໍທໍ່ໃດ, ນອນມື້ໜຶ່ງກະບໍ່ຮອດ 4 ຊົ່ວໂມງຊ້ຳ

ຫຼັງຈາກເຮັດວຽກຢູ່ເມືອງໄທໄດ້ 5 ປີ ກໍ່ພໍດີໃຫຍ່ເປັນສາວ

ລາວໄດ້ກັບມາບ້ານ ແລະ ໄດ້ແຕ່ງງານກັບຊາຍຄົນໜຶ່ງຢູ່ບ້ານດຽວກັນ, ຍຶດອາຊີບເຮັດໄຮ່ເຮັດນາ,

ລະກະຮັບພາລະເບິ່ງແຍງສົ່ງເສຍນ້ອງຮຽນໄປນຳ

 

ຕັ້ງແຕ່ນັ້ນມາຂ້ອຍເອງກະຍັງບໍ່ທັນໄດ້ເຫັນນາງນ້ອຍແຫຼ້ຄົນນັ້ນອີກເລີຍວ່າລາວເປັນແນວໃດແລ້ວ

ແຕ່ຂ້ອຍຍັງຈື່ບໍ່ລືມໃນມື້ນັ້ນ, ຕອນຂ້ອຍຮຽນຢູ່ ມໍ 4ນີ້ລະ

ນາງນ້ອຍແຫຼ້ເອົາໝາກແຕງໄຮ່ມາໃຫ້ສູ່ຂ້ອຍກິນແລ້ວເວົ້າອອກມາດ້ວຍສີນ້າເສົ້າໝອງວ່າ

ຂ້ອຍຢາກຮຽນໜັງສືຄືເຈົ້າເດ ແຕ່ຂ້ອຍຄືຊິບໍ່ໄດ້ຮຽນແລ້ວ, ເອື້ອຍຕັ້ງໃຈຮຽນໃຫ້ສູງໆເດີ້

ຄິດເຖິງຄຳນີ້ຍາມໃດລະຍັງຄິດລະອາຍໃຈຢູ່ທີ່ໂຕເອງບໍ່ຕັ້ງໃຈຮຽນໜັງສື

 

ຢາກໃຫ້ໝູ່ເພື່ອນສະມາຊິກພັນລາວຜູ້ທີ່ມີໂອກາດໄດ້ສຶກສາຮ້ຳຮຽນຕັ້ງໃຈໃສ່ໃນໂອກາດນັ້ນຫຼາຍໆ

 

 

 

ໂອ້ຍ ! ! !ຂຽນຍາວໂພດລະຂ້ອຍນະ

 

 

 

 

ຂຽນໂດຍ wunwan 

Delicious Digg Fark Twitter