ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
          ເປັນຫຍັງຄົນທີ່ເຮົາຮັກຫຼາຍທີ່ສຸດເຮົາຈຶ່ງເກງໃຈໜ້ອຍທີ່ສຸດ

          ຂ້ອຍເຊື່ອວ່າຫຼາຍຄົນກໍ່ມັກເປັນຄືກັນ  ເຮົາຍອມອ່ອນນ້ອມຖ່ອມຕົນ, ເວົ້າຈາອ່ອນຫວານມ່ວນຫູ ແລະ

ເຂົ້າໃຈງ່າຍໆ ກັບຄົນອື່ນ ແຕ່ກັບຄົນທີ່ເຮົາຮັກ ແນ່ນອນເຮົາເປັນໂຕຂອງໂຕເອງໄດ້ຫຼາຍທີ່ສຸດ


ແຕ່ບາງເທື່ອເຮົາກໍ່ລືມໃສ່ໃຈກັບ ຄວາມຮູ້ສຶກຂອງເຂົາເຈົ້າ ໂດຍເອົາອາລົມຂອງໂຕເອງເປັນສ່ວນຫຼາຍ,


ເຮົາເກງໃຈຄົນອື່ນທີ່ເຂົາບໍ່ໄດ້ຮູ້ສຶກອັນໃດກັບເຮົາເລີຍ

ແຕ່ກັບຄົນທີ່ເຂົາຮັກເຮົາ ແລະ ເຮົາກໍ່ຮັກເຂົາ
ບາງເທື່ອເຮົາກໍ່ເຮັດອີຫຍັງໂດຍບໍ່ເກງໃຈເຂົາເລີຍ.

          ເຊິ່ງບໍ່ໄດ້ໝາຍເຖິງແຕ່ແຟນເທົ່ານັ້ນ ແຕ່ຍັງໝາຍເຖິງພໍ່ແມ່ຂອງເຮົາອີກດ້ວຍ.  ເຮົາເຮັດດີ, ເວົ້າດີ ກັບຫຼາຍຄົນ

ແຕ່ກັບຄົນທີ່ເຮົາເອີ້ນວ່າ ເປັນຄົນກັນເອງ ເຮົາພັດບໍ່ຄ່ອຍໄດ້ເຮັດຫຍັງໃຫ້ເຂົາເຈົ້າພູມໃຈ ຫຼື

ບາງເທື່ອກໍ່ບໍ່ສົນໃຈຄວາມຮູ້ສຶກຂອງເຂົາເຈົ້າຊ້ຳ. 

ຕົວຢ່າງ: ຄົນເຮົາຕອນຫາກໍ່ຈີບກັນໃໝ່ກໍ່ເອົາອົກເອົາໃຈໃສ່ສາລະພັດອັນພັນແນວ ແຕ່ພໍໄດ້ເປັນແຟນກັນແລ້ວ

ຝ່າຍຍິງຈະຮູ້ສຶກເລີຍວ່າຝ່າຍຊາຍເອົາໃຈລາວໜ້ອຍລົງ ແລະ ຫັນໄປເອົາໃຈຕົວເອງຫຼາຍຂຶ້ນ,

ຄຳເວົ້າຫວານໆກໍ່ເລີ່ມຈະບໍ່ໄດ້ຍິນຄືແຕ່ກ່ອນ. 
        
ຂ້ອຍຢາກໃຫ້ຄົນທີ່ຮັກກັນນັ້ນເບິ່ງອີກຝ່າຍໜຶ່ງວ່າ ເປັນຄົນພິເສດ ເພາະມີໜ້ອຍຄົນທີ່ຈະເກີດມາໃຫ້ເຮົາຮັກໄດ້ແບບນີ້,

ສິ່ງທີ່ປະຕິບັດຕໍ່ກັນກໍ່ຄວນຈະພິເສດກວ່າຄົນອື່ນ, ພິເສດທັງການໃຫ້ ແລະ ການຮັບ.


         ທ່ານລອງຕອບຄຳຖາມເບິ່ງດຸວ່າ  ລະຫວ່າງຄົນອື່ນກັບຄົນພິເສດເຮົາຈະເບິ່ງໄປທີ່ຜູ້ໃດ,

ທ່ານຈະຕ້ອງການຄົນໃດຫຼາຍກວ່າກັນ................................................






ຄັດຈາກ http://www.dhammadelivery.com/webboard.php?action=show&id=5430
Delicious Digg Fark Twitter