ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

alt

ໃນຕອນບ່າຍຂອງວັນທີ 1 ຕຸລານີ້ ທ່ານ ພອນເພັດ ຄິວລະວົງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ປະທານຄະນະຮັບຜິດຊອບຕ້ານໄພພິບັດ ແຂວງເຊກອງ ໄດ້ລົງກວດກາຄວາມເສຍຫາຍຈາກໄພນ້ຳຖ້ວມຢູ່ເທດສະບານ ເມືອງກະລຶມ ຊຶ່ງຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນ ປະມານ 10 ຕື້ກວ່າກີບ ປະຊາຊົນ ແລະ ພະນັກງານຜູ້ທີ່ປະສົບ ເຄາະຮ້າຍ ຂາດທີ່ຢູ່ອາໄສ ແລະ ຂາດອາຫານການກິນຫຼາຍກວ່າ 100 ຄົນ.

ທ່ານ ນີສອນ ວີອິນຢາວ ເຈົ້າເມືອງກະລຶມ ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ເວລາ 15 ໂມງ ຫາ 23 ໂມງ ຂອງວັນທີ 29 ກັນຍາຜ່ານມາ ນ້ຳເຊກອງໄດ້ຍື່ງຂື້ນ ຄາດຄະເນວ່ານາໜື່ງຕໍ່ 3 ແມັດ ຈົນກາຍລະດັບອັນຕະລາຍ ຊຶ່ງນ້ຳໄດ້ຖ້ວມ ແລະ ພັດຊຸເຮືອນຂອງປະຊາຊົນ ສະເພາະໃນເທດສະບານເມືອງ ຈຳນວນ 2 ບ້ານ ຄື: ບ້ານແກ້ງກຸຍ ແລະ ບ້ານແກ້ງກຽນ ເສຍຫາຍ ຈຳນວນ 27 ຫຼັງ ແລະ ເສຍຫາຍທີ່ພໍໃຊ້ການໄດ້ 19 ຫຼັງ ພິເສດອາຄານຫ້ອງການ ໂຮງຮຽນ ໂຮງໝໍ ເຮືອນ ພັກໂສດຂອງພະນັກງານເສຍຫາຍຈຳນວນ 11 ຫຼັງ ສິ່ງທີ່ຫຼໍ່ແຫຼມແມ່ນອາຄານຂອງໂຮງໝໍ ນອກຈາກບໍ່ຄົງຄວາມສະພາບ ເດີມແລ້ວ ອຸປະກອນການແພດ ຢາປົວພະຍາດຖືກກະແສນ້ຳພັດໄປຈົນໝົດ ປະເມີນຄວາມເສຍຫາຍໃນເບື້ອງຕົ້ນຫຼາຍກວ່າ 10 ຕື້ກີບ.

ປະຈຸບັນ ເມືອງກະລຶມຕ້ອງການຊ່ວຍເຫຼືອ ຄື: ເຂົ້າກິນ ອາຫານ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ອຸປະກອນການແພດ ຢາປົວ ພະຍາດ ຜ້າເຕັ້ນ ແລະ ພາຫະນະຂົນສົ່ງ ຊຶ່ງຈຳນວນທີ່ວ່ານີ້ທາງແຂວງເຊກອງໄດ້ຕອບສະໜອງສ່ວນໜື່ງແລ້ວ ຊຶ່ງໄດ້ ຂົນສົ່ງເຂົ້າສານໜຽວ ແກັດມີ່ ນ້ຳດື່ມ ເກືອ ປາກະປ໋ອງ ແລະ ອື່ນໆຈຳນວນ 3 ຖ້ຽວບິນ ແລະ ມອບເງິນສົດ 10 ລ້ານກີບ ເພື່ອຊ່ວຍບັນເທົາໃນເບື້ອງຕົ້ນ.

ເຈົ້າເມືອງກະລຶມ ລາຍງານຕື່ມວ່າ: ໃນ 2 ມື້ຜ່ານມາ ທາງຄະນະພັກຄະນະປົກຄອງເມືອງໄດ້ແກ້ໄຂເບື້ອງຕົ້ນ ເຊັ່ນ: ແຕ່ລະຫ້ອງການໃຫ້ພະນັກງານພຽງແຕ່ 1 ຄົນ ປະຈຳການ ສ່ວນໂຮງຮຽນແມ່ນໃຫ້ຢຸດການຮຽນ-ການສອນໝົດອາທິດ ໂດຍສຸມກຳລັງ ເພື່ອຊ່ວຍຄອບຄົວຜູ້ປະສົບໄພ ນອກນີ້ກໍໄດ້ແກ້ໄຂເຂົ້າກິນໂດຍກູ້ຢືມເອົາເຂົ້າມາແຈກຢາຍກ່ອນ ສະເພາະ ຄອບຄົວຜູ້ທີ່ປະສົບໄພຮ້າຍແຮງ ສະເພາະໃນວັນທີ 2 ຕຸລາ ຈະມີແຜນແຈກຢາຍ 2 ກຳລັງລົງກວດກາຄວາມເສຍຫາຍ ຢູ່ດ້ານເທິງ ແລະ ດ້ານລຸ່ມຂອງເມືອງ ຊຶ່ງຄາດຄະເນວ່າ ຈະມີເຖິງ 11 ບ້ານໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມໃນຄັ້ງນີ້ ໃນນີ້ ບ້ານທີ່ເປັນຈຸດຫຼໍ່ແຫຼມດ້ານເທິງຂອງເມືອງມີ 3 ບ້ານຄື: ບ້ານກລຸງ ບ້ານບາກ ແລະ ບ້ານຕະຫວາງໃໝ່ ສ່ວນດ້ານ ລຸ່ມຂອງເມືອງກໍມີ 3 ບ້ານຄື: ບ້ານຕຼາກ ບ້ານປາກໄຕຼ ແລະ ບ້ານຫາດແປ້.

ທ່ານ ຄໍາພັນ ວົງດາລາ ຮອງເລຂາພັກເມືອງກະລຶມ ໄວອາຍຸ 61 ປີ ເວົ້າສູ່ຟັງວ່າ ນັບແຕ່ເກີດມາບໍ່ເຄີຍເຫັນປະກົດການ ເຊັ່ນນີ້ມາກ່ອນ ນີ້ເປັນຄັ້ງປະຫວັດສາດທີ່ກໍ່ໃຫ້ເກີດຄວາມເສຍຫາຍ ເມື່ອຖາມວ່າ ສັດລ້ຽງຂອງປະຊາຊົນເສຍຫາຍຈຳນວນ ເທົ່າໃດ? ທ່ານຕອບວ່າ ບໍ່ທັນໄດ້ຂໍ້ມູນລະອຽດເທື່ອ ສະເພາະຄອບຄົວຂອງຂ້າພະເຈົ້າມີງົວ 9 ໂຕ ມັດໄວ້ໃນຄອກເສຍຫາຍ ທັງໝົດ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 6-10-2009

Delicious Digg Fark Twitter