ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

alt

ການຫຼິ້ນກີລາ ເປັນການຫຼິ້ນເພື່ອສຸຂະພາບ ແລະ ມິດຕະພາບ ຖ້າຈະເວົ້າກໍເປັນຮູບແບບໜຶ່ງແຫ່ງການແລກປ່ຽນທາງ ການ ທູດ ເປັນການລອງແຮງໃນ ການໃຊ້ຄວາມສາມາດດ້ານຕ່າງໆທີ່ບົ່ງບອກຕາມປະເພດກີລາ ການຫຼິ້ນກີລາແມ່ນ ການ ຫຼິ້ນ ຢູ່ໃນບ່ອນທີ່ມີຄົນເບິ່ງ ຖ້າມີຄົນເບິ່ງແນ່ນອນຕ້ອງມີຄົນເຊຍ ມີ ຄົນເຊຍຢູ່ຂ້າງໜຶ່ງ ຍ່ອມຈະຕ້ອງມີຄົນເຊຍ ຢູ່ອີກ ຂ້າງໜຶ່ງ ທັງນີ້ກໍເພື່ອເປັນການສ້າງຂວັນກໍາລັງໃຈໃຫ້ຜູ້ເຂົ້າແຂ່ງຂັນໄດ້ບຸກໜ້າບືນຕົວໃຊ້ທຸກກຳລັງແຮງ ແລະ ຫົວຄິດປະດິດ ສ້າງ ເພື່ອນໍາເອົາໄຊຊະນະມາສູ່ຕົນເອງ ໝູ່ຄະນະ ແລະ ປະເທດຊາດ.

"ມິດຕະພາບຕ້ອງມາກ່ອນ ໄຊຊະນະກໍສໍາຄັນ" ເປັນຄຳຂວັນໜຶ່ງທີ່ນັກກີລາຕ້ອງເອົາໃຈໃສ່ສະເໝີ ເພາະທັງໃຫ້ໄດ້ຄວາມ ສາມັກຄີ ມິດຕະພາບກັບ ປະເທດໃນພາກພື້ນ ແລະ ທັງໃຫ້ໄດ້ໄຊຊະນະ ດັ່ງນັ້ນ ຕ້ອງຄໍານຶງເຖິງ 2 ຢ່າງ ຄື: ຈະຕ້ອງ ເຝິກຊ້ອມໃຫ້ດີໃຫ້ເກັ່ງ ທັງຮູ້ຈັກຈຸດຢືນຂອງມິດຕະພາບ ເໝືອນກັນ ໂດຍສະເພາະການແຂ່ງຂັນຊີເກມເຊິ່ງລາວເຮົາ ເປັນ ເຈົ້າພາບຄັ້ງທໍາອິດນີ້ ຈະຕ້ອງມຸ່ງເນັ້ນເຖິງໄຊຊະນະ ເພື່ອເປັນຂອງຕ້ອນແກ່ຊາວລາວ ເຊັ່ນດຽວກັນກໍໃຫ້ໄດ້ມິດຕະພາບ ເພື່ອດູດດຶງນັກກີລາ ແລະ ຜູ້ຄົນໃນປະເທດພາກພື້ນນີ້ໄດ້ເດີນທາງມາທ່ອງທ່ຽວຢ້ຽມຢາມ ຫຼື ເຮັດທຸລະກິດນໍາກັນ ຕ່າງ ຝ່າຍຕ່າງມີຜົນຄືເຮັດກັນມາແລ້ວ ຍ້ອນແນວນັ້ນ ກອງເຊຍກໍເປັນສ່ວນໜຶ່ງທີ່ຊ່ວຍກະຕຸ້ນຄວາມແຂງແກ່ນຂອງນັກກີລາ ໃຫ້ສູ້ຈົນເຖິງທີ່ສຸດ ການເຊຍລາວ ສູ່ໄຊຊະນະ ເປັນບັນຫາສໍາຄັນ ມັນສະແດງອອກເຖິງຈິດໃຈຮັກຊາດ ແຕ່ບໍ່ຄວນເຊຍ ກາຍເຖືອດ ຫຼື ຮັກຊາດແບບຄັບແຄບ ນັ້ນເຫັນວ່າບໍ່ເາະສົມ ຄວນເຊຍຕາມເກມ ແລະ ໃຫ້ກຽດຄູ່ແຂ່ງຂັນ ບໍ່ຄວນເວົ້າ ເປື້ອນ ເວົ້າສົມທຽບ ຫຼື ສະແດງອອກເຖິງການຍຸແຍ່ກໍ່ກວນ ເຮັດໃຫ້ນັກກີລາເກີດອາລົມປະທະ ຫຼື ຫຼິ້ນນອກເກມໃສ່ກັນ ຕ້ອງເຊຍແບບຜູ້ໃຫຍ່ ແບບຄົນມີຄວາມສີວິໄລ ແຕ່ບໍ່ແມ່ນເຊຍໃຫ້ປະຫັດປະຫານຈົນເຖິງຂັ້ນ ສອງຝ່າຍຕ້ອງຮັບຄວາມ ເຈັບປວດ ຕາມໆກັນໄປ ນັ້ນເຫັນວ່າບໍ່ເາະສົມ ໃນສາຍຕາຂອງປະເທດອື່ນ ແລະ ສາກົນ ທີ່ບໍ່ມີສ່ວນກ່ຽວຂ້ອງ ຖ້າເຂົາເບິ່ງດ້ວຍສາຍຕາແຫ່ງຄວາມເປັນກາງ ກໍຈະເຫັນຈະຮູ້ວ່າໃຜຜິດໃຜຖືກ.

alt

 

ຍົກຕົວຢ່າງໃນບາງກໍລະນີທີ່ເຫັນໃນຂ່າວເຕະບານຂອງປະເທດເອີຣົບ ຖ້າຜູ້ເຊຍປ້ອຍດ່າ ແຖມຍັງແກ່ວງວັດຖຸໃສ່ນັກກີລາ ຫຼື ທຸບຕີນັກກີລາ ເພິ່ນ ກໍຈະລົງໂທດທິມທີ່ເປັນຕົ້ນຕໍ ໂດຍຖ້າເຕະບານ ກໍເຕະບານບໍ່ໃຫ້ຄົນເຂົ້າເບິ່ງ ຖ້ານັກກີລາຄົນໃດຖືກ ຂາເຊຍອີກຝ່າຍໜຶ່ງຍົວະເຍົ້າແກ່ວງວັດຖຸໃສ່ ແຕ່ຜູ້ ເປັນກໍລະນີອົດບໍ່ໄດ້ ແລ້ວແກ່ວງສິ່ງນັ້ນໃສ່ຜູ້ຊົມໂດຍບໍ່ຮູ້ວ່າມາຈາກ ໃສຄືນ ກໍຍິ່ງເປັນໂທດ ໃຫ້ ແລະ ລົງແຂ່ງຂັນຫຼາຍຄັ້ງຕາມຄວາມຜິດໜັກເບົາ.

ໃນຖານະກອງເຊຍຂອງປະເທດເຈົ້າພາບ ແນ່ນອນການເຊຍລາວສູ່ໄຊຊະນະມີຄວາມຈໍາເປັນ ດັ່ງນັນ ຕ້ອງເຊຍໆເຖິງທີ່ສຸດ ແຕ່ເຊຍໃຫ້ຖືກຕ້ອງ ບໍ່ໃຫ້ມີ ຜົນກະທົບຕໍ່ນັກກີລາ ບໍ່ໃຫ້ເສຍກຽດສັກສີຂອງຄໍາວ່າ: ເຈົ້າພາບ ແນ່ນອນຜົນສຳເລັດກໍຕ້ອງ ໄດ້ທັງສອງດ້ານ ຄື: ໄຊຊະນະການແຂ່ງຂັນ ໄດ້ທັງຈິດໃຈ ມິດຕະພາບ ລະຫວ່າງປະຊາຊາດໃນພາກພື້ນອາຊຽນອີກດ້ວຍ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 22-10-2009

Delicious Digg Fark Twitter