ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ພຣະພຸດທະອົງຊົງກ່າວໄວ້ວ່າ: ສະຫວັນເປັນທີ່ຢູ່ຂອງຜູ້ສ້າງຄວາມດີ ສ່ວນນະຮົກກໍ່ເປັນທີ່ຢູ່ຂອງຜູ້ທີ່ກະທຳກຳຊົ່ວ

ພຣະພຸດທະອົງຊົງຢັ້ງຢືນວ່າມີຈິງ ບໍ່ແມ່ນອີງນິຍາຍ ແຕ່ເຮົາທັງຫລາຍຜູ້ເກີດໃຫມ່ໃຫຍ່ຕາມຫລັງ ຕ່າງກໍ່ພາກັນສົງໃສ

ບາງພ່ອງກໍ່ວ່າຈິງ ບາງພ່ອງກໍ່ວ່າບໍ່ຈິງ. ແລ້ວທ່ານຊິຄິດແນວໃດກັບບັນຫານີ້. ຊ່ວຍຊີ້ແນະດ້ວຍຈະເປັນພະຄຸນຢ່າງສູງ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳທີ່ວ່າເປັນຄົນດີນີ້ໃຜໆກໍ່ຈະເຄີຍໄດ້ຍິນໄດ້ຟັງມາຫຼາຍຕໍ່ຫຼາຍແລ້ວ. ແຕ່ໃນທີ່ນີ້ຂ້າພະເຈົ້າຢາກຈະຖາມວ່າໃນເບື້ອງຕົ້ນລະດັບປະຖົມຂອງຄວາມດີມີຫຍັງແດ່.ໃນລະດັບກາງເດມີຫຍັງແດ່.

ແລະສູງໄປກ່ວານັ້ນມີຫຍັງແດ່...ຂໍໃຫ້ຜູ້ທີ່ມີຄວາມເຂົ້າໃຈຫຼືຕາມທັດສະນະຂອງຕົນເອງວ່າຄວນຈະເປັນແນວໃດສາມາດມີຄວາມຄິດຄວາມເຫັນໄດ້ແບບບໍ່ຈຳກັດ.ຜິດບໍ່ວ່າກັນ