ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2013 | ມີ 13 ຄຳເຫັນ ແລະ 0 trackback(s)

 ເມື່ອເວົ້າລວມແລ້ວຄົນລາວສ່ວນຫຼວງຫຼາຍຍັງຂາດທັກສະໃນການໃຊ້ພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ ຜູ້ໄດ້ພາສາອັງກິດສ່ວນຫຼວງຫຼາຍແມ່ນ ນອນຢູ່ໃນເມືອງໃຫຍ່ ສ່ວນປະຊາຊົນໃນຊົນນະບົດເກືອບຮ້ອຍສ່ວນຮ້ອຍແມ່ນບໍ່ຮູ້ເລີຍ. ທ່ານວ່າພາສາອັງກິດມີຄວາມຈຳເປັນບໍ່ສຳລັບຄົນລາວພວກເຮົາ. ຖ້າຈຳເປັນພວກເຮົາຊິມີຫົນທາງໃດ ເພື່ອເຮັດໃຫ້ນັກຮຽນລາວໄດ້ມີຄວາມສາມາດປາກເວົ້າພາສານີ້ໃຫ້ຫຼາຍຂຶ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ພຣະພຸດທະອົງຊົງກ່າວໄວ້ວ່າ: ສະຫວັນເປັນທີ່ຢູ່ຂອງຜູ້ສ້າງຄວາມດີ ສ່ວນນະຮົກກໍ່ເປັນທີ່ຢູ່ຂອງຜູ້ທີ່ກະທຳກຳຊົ່ວ

ພຣະພຸດທະອົງຊົງຢັ້ງຢືນວ່າມີຈິງ ບໍ່ແມ່ນອີງນິຍາຍ ແຕ່ເຮົາທັງຫລາຍຜູ້ເກີດໃຫມ່ໃຫຍ່ຕາມຫລັງ ຕ່າງກໍ່ພາກັນສົງໃສ

ບາງພ່ອງກໍ່ວ່າຈິງ ບາງພ່ອງກໍ່ວ່າບໍ່ຈິງ. ແລ້ວທ່ານຊິຄິດແນວໃດກັບບັນຫານີ້. ຊ່ວຍຊີ້ແນະດ້ວຍຈະເປັນພະຄຸນຢ່າງສູງ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ເພື່ອນແທ້ມີລັກສະນະຄືແນວໃດຊ່ວຍກະລຸນາອະທິບາຍຂະຫຍາຍຄວາມໃຫ້ຮູ້ນຳແດ່ດຸ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳທີ່ວ່າເປັນຄົນດີນີ້ໃຜໆກໍ່ຈະເຄີຍໄດ້ຍິນໄດ້ຟັງມາຫຼາຍຕໍ່ຫຼາຍແລ້ວ. ແຕ່ໃນທີ່ນີ້ຂ້າພະເຈົ້າຢາກຈະຖາມວ່າໃນເບື້ອງຕົ້ນລະດັບປະຖົມຂອງຄວາມດີມີຫຍັງແດ່.ໃນລະດັບກາງເດມີຫຍັງແດ່.

ແລະສູງໄປກ່ວານັ້ນມີຫຍັງແດ່...ຂໍໃຫ້ຜູ້ທີ່ມີຄວາມເຂົ້າໃຈຫຼືຕາມທັດສະນະຂອງຕົນເອງວ່າຄວນຈະເປັນແນວໃດສາມາດມີຄວາມຄິດຄວາມເຫັນໄດ້ແບບບໍ່ຈຳກັດ.ຜິດບໍ່ວ່າກັນ 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນເຮົາເກີດມາໃນໂລກນີ້ຕ່າງກໍ່ມີຄວາມຮັກເຊັ່ນ: ຮັກພໍ່ຮັກແມ່ ຮັກຍາດຕິພີ່ນ້ອງ ຮັກຄູບາອາຈານ ຮັກເພື່ອນສະນິດມິດສະຫາຍ ຮັກເຊື້ອສາຍວົງວານ ຮັກເຜົ່າພັນວົງສາຄະນາຍາດ ຮັກຊູ້ຮັກແຟນ ຮັກບ່າວຮັກສາວ ຮັກລູກຮັກເມຍ ຮັກປະເທດຊາດ ຮັກບ້ານເກີດເມືອງນອນ ຮັກໃນສາດສະໜາ ຮັກລົດຮັກເຮືອ ຮັກຮ້ອຍແປດພັນປະການ ເລົ່ານັ້ນແມ່ນຮັກໃດທີ່ ປະເສີດເລີດກ່ວາຮັກທັງມວນ ແລະ ໃນໃຈຂອງທ່ານແມ່ນໃຜທີ່ຄອງອັນດັບໜຶ່ງຢູ່ໃນໃຈຂອງທ່ານ. ກະລຸນາຊ່ວຍປະກອບຄຳເຫັນ ຜິດຖືກບໍ່ວ່າກັນ. ຂອບໃຈລ່ວງໜ້າດ້ວຍ.