ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ການຈະລອງ "ຮັກໃຜຈັກຄົນມັນບໍ່ແມ່ນເລື່ອງຍາກຫຍັງເລີຍແຕ່ມັນກໍ່ບໍ່ແມ່ນເລື່ອງງ່າຍເຊັ່ນດຽວກັນທີ່ເຮົາຈະຕ້ອງທຳໃຈຍອມຮັບກັບຄວາມຮູ້ສຶກທີ່ກຳລັງຈະເກິດຂຶ້ນຕາມມາ ຖ້າສິ່ງທີ່ຕາມມາເປັນຄວາມຮູ້ສຶກດີໆ ແນ່ນອນເຈົ້າຕ້ອງ ແຮັປປີ້ ແຕ່ຖ້າບໍ່ແມ່ນລະ "ແປກ" ເລີຍລະບໍ່ເປັນຫຍັງຂອງແບບນີ້ມັນຜິດພາດກັນໄດ້ເອົາເປັນວ່າວິນາທີນີ້ໃຫ້ເຮົາບອກ ກັບຕົວເອງວ່າ "ຢ່າຢ້ານ" ຊີວິດມີອິດສະຫຼະ ບໍ່ມີໃຜຫ້າມບໍ່ໃຫ້ເຮົາຮັກໃຜໄດ້ ນອກຈາກຫົວໃຈດວງນ້ອຍໆ ຂອງເຮົາເອງ ຢາກເຮັດຫຍັງກໍ່ເຮັດ ຢາກບອກຫຍັງກໍ່ບອກເວລາບໍ່ ເຄີຍຖ້າໃຜ ກ້າໆແນ່ ແລ້ວຄ່ອຍໆ ບອກເຂົາໄປ ເຂົາຄິດແບບໄດເຂົາຈະຕອບເອງ ຖ້າຍັງອັ້ມອື້ງຢູ່ ກໍ່ບອກໄດ້ຄຳດຽວວ່າ ມຄປດ. ແນ່ນອນ ສິ່ງທີ່ເຈົ້າຕ້ອງເຮັດກໍ່ຄືຖ້າຮັບກັບຄຳ ຕອບທີ່ເຈົ້າຈະວິເຄາະໄດ້ເອງຈາກບົດທົດສອບຂອງເຈົ້າ ອາດຈະຢັ້ງຢືນລົງໄປບໍ່ໄດ້ວ່ານີ້ຄືຄຳຕອບສຸດທ້າຍ ແຕ່ສ່ວນຫນຶ່ງມັນຈະແນະນຳເຈົ້າໄດ້ວ່າເຈົ້າຄວນເດິນເກມຕໍ່ໄປຢ່າງໃດດີ.

 

Delicious Digg Fark Twitter