ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໂປຣດໃຊ້ ວິຈະຣະນະຍານ ໃນການອ່ານ

ຄົນສອງຄົນກວ່າຈະໄດ້ມາພົບແລະຜູກພັນກັນໃນທີ່ສຸດ ນີ້ບໍ່ແມ່ນເລື່ອງງ່າຍໆເລີຍ ທັ້ງນີ້ ມີຄວາມເຊື່ອຢູ່ຢ່າງຫນຶ່ງ ບອກວ່າມີຫຍັງບາງຢ່າງຢູ່ເທິງຟ້ານັ້ນ ກຳລັງກຳນົດໃຫ້ເຮົາພົບກັບເຂົາຫລື ຈະພົບພຽງເພື່ອຜ່ານ ຫລືພົບເພື່ອຈາກ ກັນຂຶ້ນຢູ່ກັບບຸນວາສະໜາຂອງຄົນທັງສອງຄົນຜູ້ນັ້ນທີ່ເຮັດບຸນມາຮ່ວມກັນ ມີຜູ້ເຄີຍເວົ້າມາວ່າ ຄົນເຮົາທຸກຄົນມີພົມລິຂິຕເປັນຂອງຕົວເອງ ໃຜກໍ່ຕາມທີ່ຜ່ານເຂົ້າມາໃນຊີວິດຂອງເຈົ້າແລ້ວ ເຂົາຈະວົນວຽນຢູ່ຢ່າງນັ້ນໄປຕລອດ ອາດຈະປ່ຽນຮູບລັກສະນະ ແຕ່ຈິຕໃຈຍັງເປັນດວງເກົ່າສະເໝີໄປ ຄິດໄດ້ແບບນີ້ ຫົວໃຈເຈົ້າອາດຈະເປັນສຸກຫຼາຍຂຶ້ນ ເພາະຈະເຮັດໃຫ້ເຈົ້າບໍ່ຍຶດຖືຄອບຄອງໃຜມາເປັນຂອງເຈົ້າ ບໍ່ແມ່ນວ່າບໍ່ມີສິດທິ ແຕ່ມີບາງສິ່ງບາງຢ່າງຂີດເສັ້ນຊະຕາເຈົ້າໄວ້ຮຽບຮ້ອຍແລ້ວ ເຖິງຢ່າງໃດກໍ່ຕາມ ຖ້າເຈົ້າເປັນເນື້ອຄູ່ກັນ ຈັ່ງໃດກໍ່ຕ້ອງຫມຸນມາພົບກັນຢູ່ເລື້ອຍໆ ແຕ່ແມ່ນຫຍັງລະຈະເຮັດໃຫ້ເຈົ້າໃດ້ຮູ້ປິດສະໜາທີ່ເກິດຂຶ້ນເມື່ອຊາດກ່ອນ ແລ້ວສົ່ງຜົນມາເຖິງຊາດນີ້ໃດ້ດີໄປກວ່າຄວາມຮູ້ສຶກຫຼືລາງບອກເຫດບາງຢ່າງທີ່ເຈົ້າເທົ່ານັ້ນຈະບອກໃດ້ດ້ວຍຕົວເອງ

Delicious Digg Fark Twitter