ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2009 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຫັນຫຼາຍທ່ານເພື່ອນພັນລາວ ຂຽນລະບາຍເລື່ອງຄວາມຮັກທີ່ບໍ່ສົມຫວັງປານໃດ. ຂພຈ ບັງເອີນໄປອ່ານພົບ ບັນດານິດໃສຂອງຜູ້ຊາຍທີ່ແມ່ຍິງຄວນຫຼີກໃຫ້ໄກ ແຕ່ບໍ່ຮູ້ວ່າມັນຈະຖືກ ແລະ ໄດ້ຜົນ ຫຼືບໍ່? ກະຊ່ວຍກັນໃຫ້ຄຳເຫັນນຳກັນເນາະ.  ລະກະຕ້ອງຂໍໂທດເພື່ອນຊາຍເດີ ຖ້າຫາກມີຂໍ້ໃດທີ່ເຕະຕ້ອງ, ໃຫ້ຊ່ວຍອອກຄຳເຫັນນຳກັນ.

1. ຊາຍຄົນນັ້ນເຊື່ອວ່າການສົ່ງເສີມແມ່ຍິງ ຄືການເປີດໂອກາດໃຫ້ແມ່ຍິງເຮັດວຽກນອກບ້ານ, ໃນບ້ານ, ໃນຄົວ ແລະ ທຸກຢ່າງ ໂດຍຜູ້ຊາຍຄວນຢູ່ເສີຍໆ ເພື່ອໃຫ້ແມ່ຍິງໄດ້ສະແດງພະລັງແມ່ຍິງຍຸກໄໝ່ໄດ້ເຕັມທີ່.

2. ເຂົາບອກວ່າຮັກເຈົ້າທຸກໆມື້ ແຕ່ບໍ່ເຄີຍຄິດທີ່ຈະຊ່ວຍຫຍັງເລີຍ.

3. ເຂົາບໍ່ເຂົ້າໃຈຄຳວ່າສາມີ ແລະ ແຟນຕ່າງກັນແນວໃດ.

4. ແມ່ເຈົ້າຖາມວ່າ: ຍາມໃດຈະມາຂໍ ແຕ່ເຂົາກັບເຮັດຄືຫູບໍ່ໄດ້ຍິນ.

5. ກິກເຂົາໂທມາບອກວ່າ: ມື້ຄືນນີ້ເຂົາໄປຫຼີ້ນນຳຂ້ອຍ.

6. ເຈົ້າໜີ້ການພະນັນກຳລັງຕາມລ່າຕົວເຂົາ.

7. ຜູ້ຊາຍທີ່ບອກວ່າຈະປະເມຍມາຫາເຈົ້າ ເພາະທີ່ທົນຢູ່ກັນທຸກມື້ນີ້ບໍ່ແມ່ນຮັກ ແຕ່ເພາະອີ່ຕົນລູກ.

8. ເຂົາເຊື່ອວ່າເງິນຄຳ ບໍ່ເປັນປັດໃຈສຳຄັນຂອງຄວາມຮັກ ເພາະສະນັ້ນອາຫານມື້ນີ້ໃຜຈ່າຍກໍ່ຄືກັນ.

9. ເຂົາເປັນຜູ້ຊາຍທີ່ເຊື່ອວ່າ ການມີກິກເປັນລາບອັນປະເສີດ ເພື່ອເປັນການສະແດງຄວາມເປັນລູກຜູ້ຊາຍ ແຟນຄວນພູມໃຈ.

10. ເຂົາຮູ້ຈັກເຄື່ອງໃຊ້ຊື່ດັງທຸກຍີ່ຫໍ້ ແຕ່ງຕົວສຸດແມນ ແລະ ມີໝູ່ສະໜິດໜ້າຫຼໍ່ ເອີ້ນເຈົ້າລັບຫຼັງວ່າ ນາງມານ.

11. ເຂົາບໍ່ເຄີຍພາເຈົ້າໄປແນະນຳໃຫ້ຄົນໃນຄອບຄົວເຂົາຮູ້ເລີຍ ແລະ ອອກອາການບໍ່ພໍໃຈທຸກຄັ້ງທີ່ເຈົ້າຊວນມາເຮືອນ.

12. ອາຍຸໃກ້ຈະ 30 ຢູ່ແລ້ວ ແຕ່ຍັງຂໍເງິນແມ່ໃຊ້.

13. ເຂົາມັກຖາມເຈົ້າວ່າ ສົມບັດຢູ່ເຮືອນເຈົ້າມີຫຍັງແດ່, ສຸຂະພາບພໍ່ແມ່ເຈົ້າເປັນແນວໃດ?

14. ໝາຂອງເຈົ້າຊັງເຂົາສຸດໆ ແຕ່ພໍເຂົາເຂົ້າໃກ້ມັນກັນຢ້ານສຸດໆ.

15. ເຂົາຫົວຂວັນທີ່ເຈົ້າບອກວ່າໝູ່ຂອງເຂົາສົ່ງດອກໄມ້ມາຈີບ.

16. ເຂົາຂັບລົດຂອງເຈົ້າພາກິກໄປທ່ຽວ.

17. ເຂົາມັກຍືມເງິນເຈົ້າຕະຫຼອດ ແຕ່ບໍ່ເຄີຍສົ່ງຄືນ.

18. ເຂົາບອກເຈົ້າວ່າ ການແຕ່ງງານເປັນເລື່ອງຂອງຄົນບໍ່ເຊື່ອໝັ້ນໃນຄວາມຮັກ ຖ້າເຮົາຮັກກັນແທ້ການແຕ່ງງານບໍ່ເປັນເລື່ອງສຳຄັນ.

19. ໝູ່ຂອງເຂົາເບິ່ງເຈົ້າຢ່າງເວດທະນາ ເມື່ອເຂົາແນະນຳວ່າເຈົ້າແມ່ນແຟນເຂົາ.

ມີຫຍັງທີ່ເພື່ອຄິດວ່າບໍ່ເໝາະສົມກໍ່ຕຳນິໃຫ້ແນ່ເດີ!

Delicious Digg Fark Twitter