ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພຮະເຈົ້າຟ້າງຸ່ມມະຫາຣາຊ
ຫນຶ່ງ ! ..... ໃນວິຣະກະສັດຜູ້ຍິ່ງໃຫຍ່ ຈະໄດ້ເອົາມາບັນຍາຍເປັນກາບກອນ
ໃຫ້ທ່ານທັງຫລາຍໄດ້ອ່ານ ຖ້າຫາກຜິດພາດປະການໃດ ກໍ່ຂໍອະໄພນຳທ່ານຜູ້ຮູ້ຜູ້ສຳນານໃນເຊີງກາບກອນ
ໄວ້ໃນທີ່ນີ້ດ້ວຍ ອີກປະການຫນຶ່ງຫາກຂາດຕົກບົກຜ່ອງບ່ອນໃດ ຂໍທ່ານຜູ້ອ່ານກະຣຸນາເຕີມໃຫ້ດ້ວຍ ຂໍຂອບໃຈ...!

*-ຫນຶ່ງ ! ໃນຄຳປະກາດກ້ອງ......................ປະຫວັດສາດຂານເຖິງ
ເປັນຕຳນານອັກສອນຄຳ...........................ໂລກກ່າວຍໍນິຍົມຍ້ອງ
ບົນສີລາຈາຣຶກແຕ້ມ................................ເປັນລາຍມືສະຫລັກຂີດ
ວີຣະບູຣຸດ ວິຣະກະສັດກຽດກ້ອງ..................ນາມບໍ່ສິ້ນຊື່ບໍ່ສູນ

*-ປະເທດຈີນມີ ”ຈິນຊີຮ່ອງເຕ້”....................ທີ່ໂລກກ່າວຂານເຖິງ
ສ້າງກຳແພງເມືອງຈີນ..............................ລັ່ນລືສະເທືອນກ້ອງ
ວັນເວລາຫມູນເຄື້ອນ................................ເດືອນປີຈະແປປ່ຽນ
ຊື່ຈິນຊີຮ່ອງເຕ້.......................................ຍັງຢືນຢັ້ງຢູ່ນິຣັນ

*- ” ກິ່ງກິດສະຄານ” ຄົນຜູ້ນີ້.......................ເກີນກວ່າທຳມະດາ
ເລື່ອງການເສິກສົງຄາມ............................ເກັ່ງແຂງສະກັນກ້າ
ຄວບມ້າລຸຍເດີນຫນ້າ...............................ຂ້າເສິກເຫັນຈົນຕົວສັ່ນ
ຊາວມົງໂກນຄົນນັກສູ້...............................ບູຊານ້ອມຈາຣຶກຄຸນ

*- ຫນຶ່ງ ! ໃນຊາຕພະມ້າ...........................ເຂົາຊື່ ”ບູເລັງນອງ”
ໃນສະຫມອງຊາວເມືອງ.............................ຈື່ບໍ່ລືມຫລົງໄດ້
ເປັນນັກສູ້ຖັນແຖວຫນ້າ.............................ຈົນມີສົມຍານາມວ່າ
ຜູ້ຊະນະສິບທິດພິຊິດສູ້.............................ຊາວພະມ້າຊື່ນຊົມ

*-ມາຮອດເບື້ອງບ່ອນບັ້ນ...........................ຊາຕຊື່ໄທສະຫຍາມ
ກ່ອນນັ້ນຊື່ວ່າສຸໂຂໄທ..............................ເຫຕການພາຍໃນວຸ້ນ
”ຂຸນຣາມຄຳແຫງ” ເດີນນຳຫນ້າ..................ຂ້າສັດຕູກູ້ຊາຕ
ປະຫວັດສາດຈາຣຶກໄວ້............................ໃຜບໍ່ຮູ້ໃຫ້ອ່ານຄືນ

*- ຫນື່ງ ! ໃນຄົນເກັ່ງກ້າ...........................ບ້ານເພິ່ນເມືອງເຂົາ
ບ້ານເຮົາປະເທດລາວ.............................ແຜ່ນແຫລມສຸວັນນະພູມພື້ນ
ກໍ່ຍັງມີຄົນກ້າ........................................ ວິຣະກະສັດຫມາຍເລກຫນື່ງ
ຊື່ວ່າ: ພຮະເຈົ້າຟ້າງຸ່ມມະຫາຣາຊ !
ຫລືເຈົ້າຟ້າແຫລ່ງຫລ້າທໍລະນີ ເລືອດນັກສູ້....ຜູ້ໂຮມທ້ອນແຜ່ນດິນ !

*- ດ້ວຍກົນລະຍຸດຍອດຢ້ຽມ......................ແສນສະຫລາດຄົມແຫລມ
ຮູ້ອີງໃສ່ປະຊາຊົນ..................................ເປັນພະລັງແຮງກ້າ
ຮູ້ອ່ານການໄກກວ້າງ..............................ຮູ້ຈັງຫວະຮູ້ໂອກາດ
ຮູ້ເຫຕການຮອບຂ້າງ..............................ໄທ-ພະມ້າ-ຫວຽດ-ຈີນ

*- ”ໄມ້ອ່ອນ” ປຸກປ່າວເອີ້ນ........................ປູກໃຈຊາຕເຈຣະຈາ
ໃຊ້ສົງຄາມຈິຕຕະວິທະຍາ.......................ຫວ່ານໂຄສະນາພ້ອມ
”ໄມ້ແຂງ” ຫົວເມືອງໃດຖາມທ້າ................ບໍ່ຍິນຍອມແຂງຂໍ່
ພຣະອົງງ້າວງັດຂ້າ...............................ຟັນຄໍຟົ້ງຂາດສະເດັນ

*- ອານາຈັກໃຫຍ່ນ້ອຍ..........................ທີ່ແຍກແບ່ງບໍ່ລວມສູນ
ຕ່າງກົ້ມຫົວສະຫຍົບຍອມ........................ເຂົ້າຮ່ວມມືໂຮມຕຸ້ມ
ບາງຫົວເມືອງບໍ່ຫານສູ້...........................ສົ່ງສານຕຣາຣາຊະທູດ
ຜູກໄມຕຣີກອດກ້ຽວ..............................ຖານເຮືອນໄກ້ມໍ່ກັນ

*- ຄວາມເປັນຫນື່ງ ! ຍິ່ງໃຫຍ່ແທ້...............ພຸ່ງແຜ່ກະຈາຍໄກ
ເຈົ້າຟ້າງຸ່ມວິຣະກະສັດ...........................ຊື່ສຽງສົມແທ້
ໂຮບທາງເຫືນອໂຮບທາງໄຕ້...................ແດນແກວໄມ້ລົ້ມແບ່ງ
ສິບສອງຈຸໄທສາຍພູຫລວງກາດກັ້ນ...........ສິບສອງປັນນາລື້ຢຽບເຖິງ

*- ຢຶດລ້ານນາເມືອງໃຫຍ່ນ້ອຍ.................ຊຽງໃຫມ່ຊຽງແສນ
ແລ້ວວາງແຜນຂ້າມຂອງບຸກ....................ລ່ອງເຮືອລອຍນ້ຳ
ແລ້ວຍົກພົນທະຫານຂື້ນ.........................ຕີຮ້ອຍເອັດຕີໂຄຣາດ
ດົງພະຍາໄຟກີ້ກ່ອນນັ້ນ.........................ເຂົາເອີ້ນວ່າລາວ...

*- ນີ້ຄືໜຶ່ງ ! ໜຶ່ງ ! ໜຶ່ງ ! ແທ້ !.................ໜຶ່ງ ! ຍອດກະສັດລາວ
ທຸກສະໜາມການຮົບ............................ນັ່ງງອຍຄໍຊ້າງ
ງ້າວຟາດຟັນປະຊັນສູ້...........................ບໍ່ມີຄຳວ່າເສັຍທ່າ
ໄຊຊະນະສິບທິດໄຊຊະນະຮອບດ້ານ..........ບໍ່ເຄີຍແພ້ພ່າຍສະໜາມ

*- ດຽວນີ້ຮູບຫລໍ່ປັ້ນ..............................ຢືນສະຫງ່າຢ່າງຄົນຫານ
ເອີ້ນວ່າອານຸສາວະຣີ.............................ວິຣະກະສັດຄົນກ້າ
ເຈົ້າຟ້າງຸ່ມວິຣະກຳສ້າງ..........................ວາງລາຍມືເປັນສີຊາຕ
ທ້ອນໂຮມຫົວເມືອງໃຫຍ່ນ້ອຍ !
ປະກາດເປັນອານາຈັກລ້ານຊ້າງ................ລວມສູນເຂົ້າເປັນຫນື່ງດຽວ !

*- ຈາກຮູບຫລອມຫລໍ່ປັ້ນ.........................ຢືນເດັ່ນຢູ່ຫລັກສອງ
ນີ້ແຫລະບ່ອນສະຫລອງໄຊງາມ.................ປ່າວສຽງໄຊໂຍຮ້ອງ
ກິນເຈັດວັນກິນເຈັດມື້..............................ສະຫລອງໄຊຊະນະໃຫຍ່
ເມືອງວຽງຈັນຄຶກກ້ອງ.............................ສະຫລອງຍິ້ມມ່ວນໃຈ

*- ຈາກປາຍມືນິ້ວຊີ້................................ທີ່ແນເນັ່ງດ້ວຍມືຂວາ
ອາດເປັນຄຳຖາມເຖິງ.............................ພວກລູກຫລານໃນວັນນີ້
ບອກວ່າ: ສະໄຫມພຣະອົງປົກຄອງບ້ານ........ແຜ່ນດິນລາວສຸດກວ້າງໃຫຍ່
ອານາຈັກລ້ານຊ້າງມີແມ່ຂອງລ່ອງກ້ຽວ.........ໄຫລລ້ຽວຜ່າກາງ

*- ຕົກມາຮອດມື້ນີ້..................................ຜືນແຜ່ນອານາຈັກ
ລ້ານຊ້າງພູເຂົາຂຽວ...............................ຍືດເຍືອຍາວກວ້າງ
ອົກກູເອີຍ ! ແມ່ຂອງນ້ຳ............................ເຫລືອໄຫລລຽບຊ້າຍຝັ່ງ
ບາດວ່າຝາກຝັ່ງນັ້ນ...............................ແມ່ນໃຜແຍ້ງແບ່ງໄປ ?

*- ມໍຣະດົກຕອນສຸດທ້າຍ.........................ໃຫ້ຫວງຮັກເອົາເດີ !
ຄຳວ່າ ! ລາວ !ລາວ ! ລາວ !....................ໃຫ້ຄູ່ຄົງຄຽງຟ້າ
ຫລຽວຄືນຫລັງຕາມອງຫນ້າ.....................ອ່ານທວນຄືນປະຫວັດສາດ
ພຣະຍາເມືອງເຫັນແກ່ທ້ອງ.......................ເມືອງບ້ານຊິຈຸ່ມຈົມ

*- ສັທທາເດ ! ຮູບຫລໍ່ປັ້ນ.........................ອົງເອກກະສັດລາວ ຮຽມເອີຍ !
ເຈົ້າຟ້າຫລ້າທໍຣະນີສີສັຕຕະນາຄະນະຫຸດ......ບູຣຸດລາວຄົນກ້າ
ຈາກສາຍຕາພຣະອົງທ່ານ........................ຄົມແຫລມເຂັ້ມຂາດ
ສັທທາຄວາມເກັ່ງກ້າ...............................ສັທທາເຫລື້ອມທ່ານພຣະອົງ

*- ພຣະອົງເປັນແວ່ນແຈ້ງ.........................ອາທິດສ່ອງສາຍແສງ
ຊາຕຊື່: ! ລາຍມວຍລາວ.........................ບໍ່ຖິ້ມລາຍໃຫ້ເສັຍເຊື້ອ
ເອີ້ນວ່າເສືອສະຫນາມແລ້ວ......................ບໍ່ລົ້ມມວຍໃຫ້ຄົນຊ່າ ລາວເອີຍ !
ຮອຍຕີນປູ່ ! ຍ່າງອອກຫນ້າ......................ພວກຫລານຫລ້າຊິໄຕ່ຕາມ ຊອບແລ້ວ !!!!

Delicious Digg Fark Twitter