ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 4  ຈອມມາຣ ຄື:   1. ສຸຣາ, 2. ກາມຣາຄະ, 3. ສົມບັຕ, 4. ໂມຫະ, ນີ້ຄື 4 ຈອມມາຣທີ່ເປັນອຸປະສັກຂວາງກັ້ນການບັນລຸຜົລຕ່າງໆ  ຈົ່ງຢ່າໄດ້ປະຫມາດ 4

ຈອມມາຣນີ້ ມະນຸດເຮົາມັກເຂົ້າໄກ້ ແລະ ຫລົງໄຫລທີ່ສຸດ ເພາະ 4 ຈອມມາຣນີ້ມີມົນຕ໌ຂັງແຮງຫລາຍ ສາມາດເຮັດໃຫ້ຜູ້ຄົນລຸ່ມຫລົງຈົນຖອນຕົວບໍ່ຂື້ນ ຕັ້ງແຕ່

ອະດີດຈົນເຖິງປັຈຈຸບັນ ມີບິຣະບຸຣຸສຜູ້ເກັ່ງກ້າສາມາດນັບບໍ່ຖ້ວນທີ່ຕ້ອງຕົກຢູ່ໃນອຳນາຈຂອງຈອມມາຣທັ້ງ 4 ນີ້;

   ຂໍນຳເລື່ອງຣິດເດຊອຳນາຈຂອງ 4 ຈອມມາຣມາເລົ່າໂດຍຫຍໍ້ດັ່ງຕໍ່ໄປນີ້  ເພື່ອເປັນອຸທາຫອຣ ເຕືອນສຕິເຕືອນໃຈໃຫ້ທ່ານ ແລະ ລູກໆ ຫລານໆ ທັ້ງຫລາຍໄດ້

ເນັ້ນຫນັກເຖິງມະຫັນຕະພັຍທີ່ຈະເກີດຕາມມາສູ່ຕົວທ່ານ ແລະ ລູກຫລານທັ້ງຫລາຍ ຄື້:

         1. ມາຣສຸຣາ

         ຊາວໂລກມັກເຂົ້າໃຈວ່າ  ສຸຣາຫລືເຫລົ້າທຳຈາກທັນຍະພືຊ ຄິດວ່າດື່ມແລ້ວຄົງບໍ່ເປັນຫຍັງ  ຊ້ຳຍັງອາດເປັນປະໂຫຍດຕໍ່ຮ່າງກາຍ  ມີການນຳໄປເປັນ

ເຄື່ອງເຊັ່ນໄຫ້ວເຈົ້າຜູດຜີເທວະດາ  ບາງຄົນແຍ້ງວ່າການດື່ມເຫົ້ລາເປັນການກະຕຸ້ນປະສາທ  ທຳໃຫ້ເລືອດລົມໄຫລວຽນແຮງຂື້ນ  ນີ້ເປັນເພາະບໍ່ຮູ້ທອ່ງແທ້ເຖິງ

ໂທດຂອງການດື່ມເຫົ້ລາ,

        ຜູ້ມັກດື່ມເຫົ້ລາ  ມັກເມົາເປັນປະຈຳ  ເມື່ອເຫົ້ລາອອກຣິທກໍ່ເກີດອາຣົມຂວາງ  ສະລຶມສະລື  ຄອງສະຕິບໍ່ຢູ່  ເວົ້າເອະອະໂວຍວາຍ  ຈົນເປັນເຫຕນຳໄປສູ່

ການຜິດຖຽງວິວາສກັນ  ຫລືບາງຄັ້ງໃຊອາຣົມເຫົ້ລາຖືມີດ ໄມ້ ໄປທຳຮ້າຍເຊັ່ນຄ່າຜູ້ອື່ນ  ສ້າງຄວາມເດືອດຮ້ອນແກ່ຕົນ ແລະ ຄອບຄົວກໍ່ມີບໍ່ນ້ອຍ  ດັ່ງຄຳກ່າວ

ສຸຣາສາມາດທຳໃຫ້ຄົນເສັຍສະຕິ  ໃນອາດີຕກະວີເອກ *ຫລີ່ໄປ່* ຕ້ອງຈົມນ້ຳຕາຍເພາະຫລົງໄປງົມພຣະຈັນໃນນ້ຳ ແລະ ຫລິວຖາງ ເຫຕເພາະເມົາສຸຣາ ຈຶ່ງທຳ

ໃຫ້ບ້ານເມືອງຕ້ອງລົ່ມສລາຍ  ດັ່ງທີ່ກ່າວຂ້າງຕັ້ນນີ້ ລ້ວນມີສາເຫຕມາຈາກສຸຣາທັ້ງນັ້ນ;

         2. ມາຣກາມຣາຄະ

         ກາມນັ້ນທຸກຄົນຕ່າງມັກເຂົ້າໄກ້  ແຕ່ວ່າກາມຣາຄະຮ້າຍກາດຍິ່ງກວ່າຄົມດາບ  ກາມຣາຄະສາມາດທຳລາຍຜູ້ຄົນ ຜູ້ໃດເຂົ້າໄກ້ຈະທຳໃຫ້ສູນເສັຍພະລັງ

ທຳໃຫ້ຜິດສີລທັມ  ທຳໃຫ້ອາຍຸສັ້ນເພາະກາມຣາຄະ  (ປະພຶດຜິດໃນກາມ)  ເຮັດໃຫ້ຄອບຄົວບໍ່ສງົບສຸກ ສາມີພັນຣະຍາແຕກຣ້າວ  ທພໃຫ້ເກີດການຫຶງຫວງ

ຈົນເຂັ່ນຄ່າກັນຫລືຄ່າຕົວຕາຍກໍ່ມີບໍ່ນ້ອຍ;

        ໃນອະດີຕ ເຈັຍອ໋ອງຕ້ອງຕາຍເພາະນາງເມີ່ຍຮີ່  ແລະ ໂຈອ໋ອງ ບ້ານເມືອງຕ້ອງລົ່ມສລາຍເພາະນາງຕ໋າຈີ່  ເຫົ່ລານີ້ລ້ວນເພາະກາມຣາຄະ ເປັນຕົ້ນເຫຕ.

        3. ມາຣສົມບັຕ    ບໍ່ແມ່ນວ່າດິ້ນຣົນແລ້ວຈະໄດ້ ການມີສົມບັຕມາກກໍ່ບໍ່ແມ່ນວ່າຈະໂຊກດີໃນອະດີຕ ຕອນທີ່ບ້ານເມືອງເກີດກລີຍຸກ ຄອບຄົວທີ່ຮັ່ງມີ

ມັກຖືກຄົນອິຈສາ ຈົນເກີດພັຍແກ່ຕົວເພາະມັກຖືກພວກໂຈຣຄອຍດັກປຸ້ນຈົນບາງຄັ້ງ ຖືກທຳຮ້າຍຈົນບາດເຈັບຫລືເສັຍຊີວິດກໍ່ມີ ຖ້າມີສົມບັດມາກເກັບໄວ້

ໃຫ້ລູກ ຫລານ ກໍ່ບໍ່ແນ່ວ່າລູກຫລານຈະຮັກສາໄວ້ໄດ້ສະເໝີໄປ  ຖ້າຫາກເອົາແຕ່ລຸ່ມຫລົງສຸຣານາຣີ ສິ່ງອະບາຍຍະມຸກໃຊ້ຈ່າຍຢ່າງສະຊ່າຍ ບໍ່ເຮັດວຽກເຮັດງານ

ການມີສົມບັຕມາກ   ກັບເປັນການເພາະເຊື້ອແຫ່ງການຫາຍຍະນະ  ຫລືອາດເປັນຫົນທາງແຫ່ງພັຍພິບັຕໄດ້  ຂໍແຕ່ພຽງໃຫາເປັນຄົນຊື່ ມີຄຸນນະທັມ ບໍ່ດິ້ນຮົນ

ສະແຫວງຫາຈົນເກີນໄປ....!

        ຫລູກຫລານຍ່ອມມີບຸນວາສນາຂອງເຂົາເອງ  ບໍ່ຈຳຕ້ອງເປັນງົວ   ຄວາຍເພື່ອລູກຫລາານ ປົກກະຕິໃຫ້ຮູ້ຈັກປະຫຍັດພໍຢູ່ໄປໄດ້ກໍ່ພໍ ຈົ່ງຈຳໄວ້ວ່າພໍມັຈຈຸ

ຣາຊມາຫາເມື່ອໃດ,ເຖິງມີຊັພສົມບັດມາກມາຍພຽງໃດກໍ່ບໍ່ອາດພາໄປນຳໄດ້ແມ້ແຕ່ນ້ອຍ ມາແຕ່ໂຕກໍ່ກັບໄປແຕ່ໂຕ  ຢ່າມຸ່ງຫວັງໃນຊັພອັນບໍ່ຊອບທັມ ຄວນຖື

ວ່າຊັພສົມບັຕເປັນຂອງນອກກາຍ ແລ້ວກໍ່ຈະບໍ່ຖືກ ມາຣສົມບັຕຮ້ອຍຮັດຈົນເກີດຄວາມທຸກຂ໌....!

         4. ມາຣ ໂມຫະ

         ຈິຕອາຣົມຂອງຄົນຄວນຮັກສາໄວ້ໃຫ້ດີ  ໃຫ້ຮູ້ວ່າຍາມອາຣົມສງົບຣະບົບໄຫລວຽນຂອງໂລຫິຕກໍ່ຈະເປັນໄປຕາມປົກກະຕິ  ຍາມອາຣົມເສັຍຣະບົບໄຫລ

ວຽນຂອງໂລຫິຕກໍ່ຈະຜິດປົກກະຕິ  ອາຣົມເປັນຫນຶ່ງໃນສາມສຶ່ງປະເສີດ (ສະຕິ   ລົມປ່ານ   ພຣົມມະຈັນຍ໌)  ຂອງມະນຸດຍ໌  ຖ້າຜິດຈາກນີ້ແມ້ແຕ່ນ້ອຍ ກໍ່ຈະ

ສູນເສັຍພລັງເດີມ  ຜູ້ຄົນມັກມີຄວາມບໍ່ມີສງົບສຸກຂ໌ ເນື່ອງຈາກບໍ່ມີການຮັກສາອາຣົມ,  ເຮັດໃຫ້ເກີດ  ໂມຫະ  ຄື  ທາຕໄຟ  ເປັນອັນຕະລາຍຕໍ່ຕັບ ແລະ ອະ

ວັຍຍະວະຕ່າງໆ  ຂອງຮ່າງກາຍ  ເປັນສາເຫຕຂອງການເຈັບປ່ວຍ ແລະ ອາຍຸສັ້ນ

         ລອງຢ້ອນຄືນເບິ່ງຄົນທີ່ໄດ້ຮັບຄວາມເດືອດຮ້ອນເພາະສາເຫຕບໍ່ສາມາດຣະງັບໂມຫະຊົ່ວຄະນະ  ຈົນເຮັດໃຫ້ເກີດການຣບຂື້ນ ເພາະໂມຫະ ເຮັດໃຫ້ເກີດ

ການລົ້ມຕາຍ ແລະ ເມື່ອມີໂມຫະສຸດຂີດຈົນຄ່າຕົວຕາຍ  ຫລືໂມຫະເປັນເຫຕພາໃຫ້ຜົວເມັຍແຕກແຍກ  ແລະ ໂມຫະຕົວນີ້ສາມາດເຮັດໃຫ້ພີ່ນ້ອງເກີດການວິ

ວາດບບາດຫມາງກັນ  ດ້ວຍເຫຕນີ້ມາຣໂມຫະຈື່ງເປັນອັນຕລາຍຕໍ່ຄົນບໍ່ນ້ອຍເລີຍທີ່ດຽວ

               ສຸຣາ  ກາມຣາຄະ  ສົມບັຕ  ໂມຫະ  ດ່ານທັ້ງ 4  ນີ້  ຜູ້ບຳເພັນທັມ ຈະຕ້ອງຜ່ານ (ປົງ)  ໃຫ້ໄດ້  ຢ່າໃຫ້ຖືກຄອບງຳໂດຍເຫົ່ລາຈອມມາຣ ດັ່ງກ່າວຂ້າງຕົ້ນນັ້ນ  ມັນຈຶ່ງຈະເຖິງແກ່ນທັມ

ໂດຍງ່າຍ            4  ຈອມມາຣມີຄວາມຮ້າຍກາຈເຊັ່ນນີ້  ນັກປະຕິບັຕຈຶ່ງບໍ່ຄວນປະຫມາດ ຖ້າເຜີມື້ໃດຈະຕ້ອງຖືກຈູ່ໂຈມທັນທີ  ຂໍໃຫ້ຈົ່ງສັງວອນເອົາໄວ້ເດີ່ທ່ານທັງຫລາຍເອີ່ຍ...! ຈົບ  4 ຈອມ

ມາຣພຽງເທົ່ານີ້ທ່ານເອີຍ.!

Delicious Digg Fark Twitter