ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

   ຄົນສ່ວນໄຫຍ່ມຸ່ງຫາເງິນ ທຳງານ ຈົນລືມເວລາ ທຳໃຈ  ໃນເມື່ອມີອາຣົມທີ່ມັກຫລືຊັງມາກະທົບເຂົ້າ  ໃຈຈຶ່ງໄຫວຫວັ່ນສັ່ນສະເທືອນລ່ອງລາຍໄປຕາມອາຣົມນັ້ນໆ ຢ່າງລືມຕົວ

           ຍາມໄດ້ດີມີສຸກຂ໌ກໍ່ປ່ອຍໃຈໃຫ້ປື້ມຈົນລືມເປັນລືມຕາຍ  ຍາມໂຊກຮ້າຍໄດ້ທຸກກໍ່ປ່ອຍໃຫ້ຄວາມໂສກເສົ້າເຜົາລົນ ແລະ ກົດດັນຈິຕໃຈຈົນຕ້ອງຄິດຄ່າຕົວ

ຕາຍ  ການທີ່ຊີວິຕຄົນຕ້ອງເປັນເຊັ່ນນີ້ ທັ້ງໃນອະດີດ ປັຈຈຸບັນ ຫລືໃນການອື່ນໆກໍ່ເພາະຄົນຂາດການທຳໃຈ  ໃຈຈື່ງບໍ່ໄວພໍທີ່ຈະຮູ້ເທົ່າ ຮູ້ທັນກັບເຫຕການທີ່ມາ

ກະທົບ  

ຕໍ່ເມື່ອໄດ້ຝຶກ ທຳໃຈ ເອົາໄວ້ແດ່ ໃຈດວງນ້ອຍໆໃນຕົວນີ້ແຫລະຄ່ອຍໆພັດທະນາຈົນກາຍເປັນໃຈທີ່ມີຄຸນນະພາບ ຊື່ງຈະມີລັກສະນະປາກົດໃຫ້ເຫັນ 3 ປະການຄື:

      1. ຫນັກແນ່ນ ເຂັ້ມແຂງ ມັ່ນຄົງ (ສະມາຫິໂຕ)

      2. ສະອາດ ບໍຣິສຸທ (ປະຣິສຸທໂທ)

      3. ໄວຕໍ່ງານ ຫລື ຕໍ່ອາຣົມທີ່ມາກະທົບ (ກັມມະນິໂຍ)

      ຖ້າທ່ານຜູ້ໃດທຳໃຈໃຫ້ມີຄຸນລັກສະນະທັ້ງ 3 ປະການດັ່ງກ່າວມານັ້ນທ່ານຜູ້ນັ້ນກໍ່ເຫມືອນມີແກ້ວສາຣະພັດນຶກຢູ່ໃນຕົວ ເພາະ ໃຈ ທີ່ມີຄຸນລັກສະນະເຊັ່ນ

ນັ້ນ ຊຶ່ງຫາໄດ້ຍາກແສນຍາກໃນຄົນທົ່ວໄປ  ຍ່ອມເປັນໃຈທີ່ມີ ຣິດ ພ້ອມຈະນຳຊີວິຕກ້າວຂື້ນສູ່ຄວາມສຳເຣັດອັນຍິ່ງໃຫຍ່ໄດ້ເກືອບທຸກທາງ ຈົ່ງຢ່າລືມວ່າ

!ຈິຕເຕນະ ນິຍະຕິ ໂລໂກ !  ໂລກຄືຊີວິຕອັນຈິຕເປັນຕົວກຳຫນົດ ແລະ ເປັນຕົວນຳໄປ

        ອະດີດ ຄື ຄວາມຝັນ,  ປັຈຈຸບັນ ຄື ຄວາມຈິງ,  ອະນາຄົດເປັນສິ່ງບໍ່ແນ່ນອນ ຢ່າຈັບໃຫ້ມັ້ນ ຢ່າຄັ້ນໃຫ້ຕາຍ  ຖ້າຜິດຫວັງຈະເສັຍໃຈ!

                                                                                                           

altພຣະປາງຖວາຍເນຕ  ສຳຫລັບຜູ້ເກີດວັນອາທິຕ

      ປະຫວັດຫຍໍ້   ເມື່ອພຣະພຸທອົງຄ໌ໄດ້ຕັດສຣູ້ແລ້ວ ຈຶ່ງປະທັບຢັບຢັ້ງສະເຫີວຍວິມຸຕຕິສຸກຢູ່ໄຕ້ຮົ່ມໂພ ເປັນເວລາ 7 ວັນ ຈາກນັ້ນຈຶ່ງສະເດັດອອກຈາກພາຍ

ໄຕ້ຮົ່ມໂພໄປປະທັບຢືນຢູ່ທາງທິຕຕາເວັນອອກສຽງເຫືນອ  (ທິດອິສານ)  ທອດພຣະເນຕຕົ້ນມະຫາໂພໂດຍບໍ່ກະພິບພຣະເນຕເປັນເວລາ 7 ວັນ ເພື່ອລຳພຶງ

ເຖິງຄຸນປະໂຫຍດຂອງຕົ້ນມະຫາໂພທີ່ແຜ່ກິ່ງກ້ານປະທານຮົ່ມເງົາໃຫ້ຄວາມຊຸ່ມເຢັນເປັນການອຳນວຍຊ່ວຍພຣະອົງຄ໌ຈົນໄດ້ຕັດສຮູ້ເປັນພຣະພຸທເຈົ້າ.

                 ບົດສູດບູຊາພຣະປະຈຳວັນເກີດ

          ອຸເທຕະຍັນຈັກຂຸມາ  ເອກະຣາຊາ  ຫະຣິສສະວັນໂນ ປະຖະວິບປະພາໂສ ຕັງ ຕັງ ນະມັສສາມິ ຫະຣິສສະວັນນັງ  ປະຖະວິບປະພາສັງ ຕະຍັສຊະຄຸຕຕາ ວິ

ຫະເຣມຸທິວະສັງ ເຍ ພົຣມມະນາ ເວທະຄຸ ສັພພະ ທັມເມ ເຕ ເມ ນະໂມ ເຕ ຈະ ມັງ ປາລະຍັນຕຸ ນະມັດຖຸ ພຸທທານັງ ນະມັຕຖຸ ໂພທິຍາ ນະໂມ ວິມຸຕຕານັງ ນະ

ໂມ ວິມຸຕຕິຍາ ອິມັງ ໂສ ປະຣິຕຕັງ ກັຕຕວາ ໂມໂຣ ຈະຣະຕິ ເອສະນາ.ຯ       (ສູດກາງວັນ 6 ຈົບ)...!,

     ສູດວັນລະ 6 ຈົບ ຈະມີຄວາມຈະເຣີນຮຸ່ງເຮືອງ ແລະ ຄວາມສຸກສວັດດີຕລອດກາລ  ຜູ້ທີ່ເກີດວັນອາທິຕ ຈົ່ງໃຊ້ສີທີ່ເປັນມຸງຄຸນສຳຫລັບເປັນເຄື່ອງນຸ່ງຫົ່ມ

ປະດັບບ້ານເຮືອນ ຫລື ເຄື່ອງປະດັບຕົວ.

                                                            ::::::::::::::::::::::::::::::::::::::::::::::::::::

                             ພຣະປາງຫ້າມຍາຕ ສຳຫລັບຜູ້ເກີດວັນຈັນ

    ປະຫວັດຫຍໍ້:  ຄັ້ງຫນຶ່ງໄດ້ເກີດໂຣກລະບາດຄັ້ງໃຫຍ່ຂື້ນໃນເມືອງໄພສາລີ ມີປະຊາຊົນລົ້ມຕາຍເປັນຈຳນວນມາກ ກະສັຕລິຈສະຫວີເຈົ້າຜູ້ຄອງເມືອງຈຶ່ງກາບ

ທູນອະຣາທນາພຣະພຸທອົງຄ໌ ໃຫ້ສະເດັດມາໂຜດຊາວເມືອງ ພຣະພຸທອົງຄ໌ຊົງຮັບສັ່ງໃຫ້ພຣະອານົນຈະເຣີນຣັຕຕະນະສູຕ ແລະ ວິດນ້ຳພຣະພຸທມົນຕ໌ອ້ອມຮອບ

ພຣະນະຄອນ ຈົນຕໍ່ມາພາຍຫລັງໂຣກຮ້າຍກໍ່ໄດ້ຫາຍສິ້ນໄປຈາກພຣະນະຄອນດ້ວຍພຸທທານຸພາບ...

alt  ບົດສູດບູຊາພຣະປະຈຳວັນເກີດ  (ວັນຈັນ )

   ຍັນທູນນິມິຕຕັງ  ອະວະມັງຄະລັນຈະ  ໂຍ ຈາມະນາໂປ  ສະກຸນັສສະ ສັທໂທ ປາປັກຄະໂຫ ທຸສສຸປິນັງ ອະກັນຕັງ  ພຸທທານຸພາເວນະ  ວິນາສະເມນຕຸ

   ຍັນທູນນິມິຕຕັງ  ອະວະມັງຄະລັນຈະ ໂຍ  ຈາມະນາໂປ  ສະກຸນັສສະ ສັທໂທ ປາປັກຄະໂຫ ທຸສສຸປິນັງ ອະກັນຕັງ  ທັມມານຸພາເວນະ ວິນາສະເມນຕຸ

   ຍັນທູນນິມິຕຕັງ  ອະວະມັງຄະລັນຈະ ໂຍ  ຈາມະນາໂປ  ສະກຸນັສສະ ສັທໂທ ປາປັກຄະໂຫ ທຸສສຸປິນັງ ອະກັນຕັງ  ສັງຄານຸພາເວນະ  ວິນະສະເມນຕຸ.ຯ

                    ( ສູດວັນລະ 15 ຈົບ )    ສູດວັນລະ 15 ຈົບ ຈະມີຄວາມສຸກຄວາມຈະເຣີນຍິ່ງໆຂື້ນໄປ...

                        ພຣະປາງໄສຍາ (ນອນ) ຫລືປາງໂຜດອະສຸຣິນທຣາຫູ ສຳຫລັບຜູ້້ເກີດວັນອັງຄານ

      ປະຫວັດຫຍໍ້:  ໃນສມັຍຫນຶ່ງພຣະພຸທທະອົງຄ໌ປະທັບຢູ່ນະ ເຊຕະວັນ ໃນພຣະນະຄອນສາວັຕຖີ  ຄັ້ງນັ້ນອະສຸຣິນທຣາຫູຈອມອະສູຣຊຶ່ງສຳຄັນວ່າມີຮ່າງໃຫຍ່

ກວ່າພຣະພຸທເຈົ້າ  ຈຶ່ງບໍ່ຍອມສະແດງຄວາມອ່ອນນ້ອມ ພຣະພຸທເຈົ້າຊົງຫວັງຈະລົດທິຕຖິຈອມອະສູຣ ຈຶ່ງຊົງເນຣະມິຕກາຍໃຫ້ໃຫຍ່ກວ່າຈອມອະສູຣໃນທ່າປະ

ປະທັບນອນ ແລະ ສະແດງທັມໂຜດ ຈົນໃນທີ່ສຸດຈອມອະສູຣຈຶ່ງລະທິຕຖິຍອມອ່ອນນ້ອມຕໍ່ພຣະພຸທອງົຄ໌

alt

                        ບົດສູດບູຊາພຣະປະຈຳວັນອັງຄານ

           ຍັສສານຸພາວະໂຕ  ຍັກຂາ  ເນວະ  ທັສເສນຕິ  ພິງສະນັງຍັນຫິ  ເຈວານຸຍຸນຊັນໂຕ  ຣັຕຕິນທິວະມະຕັນທິໂຕ  ສຸຂັງ  ສຸປະຕິສຸຕໂຕ  ຈະ ປາປັງ  ກິນຈິ

       ນະປັສສະຕິ  ເອວະມາທິຄຸນູເປຕັງ  ປະຣິຕຕັນຕັມພະນາມະ ເຫ.ຯ      (ສູດວັນລະ  8  ຈົບ )

                             ສູດວັນລະ  8 ຈົບ  ຈະມີຄວາມສຸກສວັດດີຕລອດກາລນານ.

                                                :::::::::::::::::::::::::::::::::::::::::::::::::::::::::::::::::::::::::::::::::::::::

 

                                ພຣະປາງອູ້ມບາຕ  ສຳຫລັບຜູ້ເກີດວັນພຸດ

           ປະຫວັດຫຍໍ້ :   ຄັ້ງຫນື່ງຫລັງຈາກພຣະສັມມາສັມພຸທເຈົ້າໄດ້ຊົງສະແດງທັມເວສສັນດອນຊາດົກໂຜດພຣະພຸທບິດາ ແລະ ຫມູ່ພຣະຍາຕທັ້ງຫລາຍ

ບັນດາພຣະປະຍູນລະຍາຕຕ່າງມິຄວາມແຊ່ມຊຶມໂສມມະນັດຈົນລຶມກາບທູນອາຣາທະນາພຣະພຸທອົງຄ໌ໃຫ້ມາຮັບພັຕຫານເຊົ້າໃນພຣະຣາຊວັງດັ່ງນັ້ນ  ໃນວັນ

ຮຸ່ງຂຶ້ນພຣະສັມມາສັມພຸທເຈົ້າຈຶ່ງສະເດັດອອກຮັບບິນທະບາຕຈາກປະຊາຊົນທັ່ວໄປໃນກຸງກະບິນລະພັສ.

alt

                                                     ບົດສູດບູຊາພຣະປະຈຳວັນພຸດ

          ສັພພາສີວິສະຊາຕິນັງ  ທິພພະມັນຕາຄະທັງ ວິຍະຍັນນາເສຕິ ວິສັງ ໂຄຣັງ  ເສສັນຈາປິ  ປະຣິສສະຍັງອານັກເຂຕຕັມຫິ  ສັພພັຕຕະ ສັພພະທາ  ສັພ

ພະປານິນັງ ສັພພະໂສປິ  ນິວາເຣຕິ  ປະຣິຕຕັນຕັມ ພະນາມະ ເຫ.ຯ       (ສູດ 17 ຈົບ)       ສູດວັນລະ 17 ຈົບ  ຈະມີຄວາມສຸກສວັດດີຍິ່ງໆ ຂຶ້ນໄປ.

                                                  :::::::::::::::::::::::::::::::::::::::::::::::::::::::::::::::

 

 

 

 

                                      

     

 

 

 

 

Delicious Digg Fark Twitter