ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ບໍ່ຄວນເວົ້າບໍ່ສຸພາບ
2. ບໍ່ເວົ້າສິ່ງທີ່ເຂົາເຈົ້າບໍ່ມັກ
3. ບໍ່ຄວນເວົ້າປະຊົດ
4. ບໍ່ເຊີຍເມີຍຈົນເກີນໄປ(ບໍ່ວ່າຍາມໃດກໍ່ຕາມ)
5. ບໍ່ເຮັດໃຫ້ເຂົາເຈົ້າຄິດດວ່າເຂົາເຈົ້າບໍ່ສຳຄັນ(ຕ້ອງເຮັດໃຫ້ເຂົາເຈົ້າສຳຄັນຕະຫຼອດເວລາ)
6. ບໍ່ຄວນຍ້ອງຫຼືເວົ້າວ່າຄົນອື່ນດີກວ່າລາວ(ເດັດຂາດ)
7. ບໍ່ຄວນລືມຄຳສັນຍາທີ່ໃຫ້ໄວ້(ເວົ້າສິ່ງໃດແລ້ວຄວນເຮັດໃຫ້ໄດ້)
8. ຢ່າລືມວັນສຳຄັນເຊັ່ນວັນເກີດຫຼືວັນພິເສດຕ່າງໆ(ບໍ່ມີຂອງຂວັນໃຫ້ເປັນຄຳອວຍພອນກໍ່ຍັງດີ)
9. ຢ່າທຳຮ້າຍຮ່າງກາຍຫຼືຈິດໃຈ(ບໍ່ວ່າການກະທຳຫຼືຄວາມຄິດ)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກບາງເທື່ອກໍ່ແປກນ່ະເວລາເຮົາແລ່ນຕາມບາງເທື່ອມັນກໍ່ມັກຈະແລ່ນໜີຈາກເຮົາແຕ່ພໍເຮົາເຫມື່ອຍແລະທໍ້ແທ້ບໍ່ຢາກຈະຕາມມັນແລ້ວເຈົ້າຄວາມຮັກນັ້ນມັນກັບມາຫຍຸດຢູ່ໄກ້ໆ ເຮົານີ້ເອງຫຼືເຮົາອາດຈະປຽບຄວາມຮັກໄດ້ກັບເງົາຂອງມະນຸດທີ່ບໍ່ອາດແຍກອອກຈາກກັນໄດ້.
ຕາບໃດທີ່ເຮົາຍັງມີຊີວິດມັນຄົງຍາກທີ່ຈະຫລີກລຽງທີ່ຈະມີຮັກຫຼາຍຄົນຄົງພະຍາຍາມທີ່ຈະໃຫ້ຄຳຈຳກັດຄວາມກັບຄວາມຮັກແຕ່ແທ້ຈິງແລ້ວຄົງຍາກທີ່ຈະຈຳກັດຂອບເຂດຂອງຄວາມຮັກ ເພາະເຮົາຄົງບໍ່ສາມາດໃຊ້ຂໍ້ກຳຫນົດອັນໃດມາເປັນຕົວກີດກັ້ນຄວາມຮັກບໍ່ວ່າຈະເປັນເຊື້ອຊາດ ສາສນາ ອາຍຸ ຫຼື ແມ່ນແຕ່ເພດ ກໍ່ຕາມຖ້າມີຄຳຖາມວ່າເມື່ອໃດຄວາມຮັກຈະເກິດຂື້ນກັບເຮົາຄົງຍາກທີ່ຈະຕອບແຕ່ເຮົາຈະຮູ້ດ້ວຍສັນຊາດຕະຍານເອງວ່າເມື່ອໃດຄວາມຮັກ ກຳລັງເຂົ້າມາຢ້ຽມເຢືອນເຮົາໃນຊີວິດຄົນເຮົານັ້ນຄົງບໍ່ມີຫລາຍຄັ້ງໜັກທີ່ເຮົາຈະໄດ້ສຳຜັສຄວາມຮູ້ສຶກວ່າໄດ້ຮັກໃຜ
ຫຼືກຳລັງຖືກຮັກໂດຍໃຜບາງຄົນ”