ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຫຼາຍທ່ານຄົງລຶ້ງເຄີຍກັບການເປີດແອທັນທີທີ່ຂຶ້ນລົດ ເພື່ອບັນເທົາຄວາມຮ້ອນ ແລະ ສ້າງບັນຍາກາດ​ໃຫ້ເຢັນສະບາຍ, ແຕ່ເຊື່ອບໍ່ວ່ານັ້ນເປັນວິທີທີ່ທຳລາຍສຸຂະພາບຕົວເອງ ໂດຍສະເພາະຢ່າງຍິ່ງ​ເມື່ອເວລາທີ່ທ່ານຈອດລົດຕາກແດດໄວ້. ທາງທີ່ດີຄວນເປີດແວ່ນ ຫຼັງຈາກຂຶ້ນລົດເພື່ອລະບາຍຄວາມຮ້ອນ ແລະ ຢ່າເປີດແອທັນທີ, ຈາກຜົນການວິໄຈ ແຜງ​ຄວບຄຸມການເດີນເຄື່ອງຂອງຈັກລົດ(Console), ເບາະນັ່ງ ແລະ ນ້ຳຫອມປັບອາກາດຈະສ້າງສານເບັນຊິນ ທີ່ເປັນສານກໍ່ມະເຮັງຂຶ້ນ. ນອກຈາກ​ເປັນສາເຫດໃຫ້ເປັນມະເຮັງ​ແລ້ວ ສານດັ່ງກ່າວຍັງເປັນພິດຕໍ່ກະດູກ ເຮັດໃຫ້ເກີດໂຣກເລືອດຈາງ ແລະ ຫຼຸດຈຳນວນເມັດເລືອດຂາວ ເຊິ່ງໃນໄລຍະຍາວອາດເຮັດໃຫ້ເປັນມະເລັງເມັດເລືອດຂາວ (Leukaemia) ແລະ ອາດເປັນອັນຕະລາຍຕໍ່ລູກໃນທ້ອງ​ຂອງແມ່ໄດ້. ລະດັບຂອງສານເບັນຊິນ​ທີ່ຍອມຮັບໄດ້​ໃນອາຄານ​ຫຼື​ໃນລົດ​ແມ່ນ 50 mg/ft2, ແຕ່​ລະດັບຂອງສານເບັນຊິນ ໃນລົດ​ທີ່ຈອດຢູ່ໃນບ່ອນຮົ່ມ​ມີຄ່າ​ຢູ່ 400 – 800 mg. ຫາກ​ລົດ​ຈອດຢູ່ກາງແຈ້ງ​ທີ່ມີອຸນຫະພູມສູງ​ເກີນກວ່າ 15.5˚c ລະດັບຂອງສານເບັນຊິນຈະສູງເຖິງ 2,000 – 4,000 mg ນັ້ນກໍ່ມາຍເຖິງສູງກວ່າລະດັບທີ່ຍອມຮັບໄດ້ເຖິງ 40 ເທົ່າ, ເຊິ່ງຄົນທີ່ຢູ່ໃນລົດ ຫາຍໃຈເອົາສານພິດ ທີ່ສູງເກີນມາດຕະຖານດັ່ງກ່າວເຂົ້າໄປຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ຄວນເປີດປະຕູ ແລະ ແວ່ນລົດໄວ້ຈັກໄລຍະໜຶ່ງເພື່ອໃຫ້ອາກາດຢູ່ໃນລົດອອກມາກ່ອນຈະເຂົ້າໄປນັ່ງ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

1. ກອນນອນເວັນ ປະມານ 20 ນາທີ ຫຼັງກິນເຂົ້າທ່ຽງ ຈະຊ່ວຍເພີ່ມພະລັງໃຫ້ຮ່າງກາຍ ແລະ ຈິດໃຈ ໄດ້ຫຼາຍ ເພາະວ່າເປັນໄລຍະຂອງການຖົດຖອຍຂອງພະລັງງານ ແລະ ສະມາທິ

2. ເມັດຖົ່ວຂຽວ ເມື່ອເກີດເປັນຖົ່ວງອກແລ້ວຈະມີວິຕາມິນ C ເພີ່ມຂື້ນ ເຖິງ 600 ເທົ່າ

3. ການຫວີຜົມເປັນປະຈຳ ອາດເຮັດໃຫ້ຜົມມັນ ແລະ ຫຼົ່ນໄດ້

4. ການກິນຊີ້ນສັດສີແດງເປັນປະຈຳ ຈະເຮັດໃຫ້ລຳໄສ້ເຮັດວຽກໜັກ ສ່ຽງຕໍ່ການເປັນໂຣກມະເຮັງໄດ້

5. ການກິນແກງໃບຂີ້ເຫຼັກ ຊ່ວຍບຳລຸງຮ່າງກາຍ ເຮັດໃຫ້ນອນຫຼັບດີ ແລະ ແກ້ອາການຖອກທ້ອງໄດ້

6. ຜູ້ທີ່ກຳລັງຫຼຸດນ້ຳໜັກຄວນຫຼົບຫຼີກການກິນໄຂ່ຈືນ ແລະ ໄຂ່ດາວ ເພາະມັນມີພະລັງງານຈາກນ້ຳມັນເຖິງ 210 ແຄຣໍຣີ

7. ໝາກນາວມີວິຕາມິນສູງ ຊ່ວຍປ້ອງກັນການຕິດເຊື້ອ, ແກ້ອາການເຈັບຄໍ ແລະ ບາດແຜໃນຊ່ອງປາກໄດ້

8. ໃນໝາກເຊີຣີມີສານທີ່ເຮັດໃຫ້ຄົນເຮົາຮູ້ສຶກມີຄວາມສຸກ ແລະ ຫຼຸດອາການໂສກເສົ້າໄດ້ອີກດ້ວຍ

9. ຄວນທຳຄວາມສະອາດອຸປະກອນຈຳພວກໂທລະສັບ ຫຼື ປຸ່ມກົດລິບ ເປັນປະຈຳ ເພາະອຸປະກອນເຫຼົ່ານີ້ ມັກເຕັມໄປດ້ວຍເຊື້ອໄວຣັດ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ເລືອດກຣຸບ A

ນິໄສພື້ນຖານຂອງຄົນເລືອດກຣຸບ A

ຄົນເລືອດກຣຸບ A ເປັນຄົນທີ່ຄອນຂ້າງຈະຮອບຄອບສຸຂຸມ ແລະ ໄວ້ໂຕຫນ້ອຍໆ ແຕ່ບໍ່ເຖິງກັບຍິ່ງ
ມັກຈະເປັນຄົນໂດດເດັ່ນຫລື ເປັນຫນື່ງຢູ່ສະເຫມີ
ຈົນບາງຄັ້ງເບິ່ງເປັນຄົນທີ່ຈິງຈັງເກິນໄປ
ມັກວາງແຜນການກ່ອນຈະເຮັດຫຍັງ ຫລື
ລ໊ອກໂປຣແກຣມເອົາໄວ້ລ່ວງຫນ້າສະເຫມີ ບໍ່ມັກຈັບນັ້ນມາຊົນນີ້ເຖິງຈະແກ້ສະເພາະຫນ້າໄດ້ເກັ່ງ

ຜູ້ຍິງເລືອດກຣຸບ A

ຂໍ້ດີຂອງລາວ
ເປັນຄົນທີ່ໃຫ້ຄວາມຮ່ວມມືກັບທຸກໆຄົນເປັນຢ່າງດີ
, ເປັນຫວ່ງເປັນໃຍຄົນອື່ນໆ ມີຄວາມສຳພັນທີ່ດີຕໍ່ຫມູ່ເພື່ອນ
ຄວາມຮູ້ສຶກຮັບຜິດຊອບກໍ່ສູງ
ເວົ້າຄຳໃດເປັນຄຳນັ້ນແລ້ວກໍ່ຈະພະຍາຍາມເຮັດຈົນເຖິງທີ່ສຸດ ເມື່ອຄາດຫວັງອັນໃດກໍ່ຈະຄ່ອຍໆເຮັດຄ່ອຍໆພະຍາຍາມເຮັດໄປ
ເຖິງຈະຄ່ອຍເຮັດແຕ່ກໍ່ເຮັດແທ້
ແລະ ເຮັດຢ່າງລະມັດລະວັງ ນອກຈາກນີ້ຍັງມີຄວາມຄິດທີ່ບໍລິສຸດ   ຖ້າເຊື່ອວ່າສິ່ງນັ້ນເປັນສິ່ງດີກໍ່ຈະຢືດຫມັ້ນໃນຄວາມເຊື່ອນັ້ນ
ທັງບໍ່ຫັກຫລັງຄົນອື່ນໆ
ຂໍ້ເສຍເລັກຫນ້ອຍອອກຈະເປັນຄົນໂລເລງ່າຍ
ເພາະຄິດນັ້ນຄິດນີ້ລະມັດລະວັງເກິນໄປ
ເລີຍບໍ່ເດັດຂາດ ຖ້າຄິດແຕ່ໃນແງ່ຮ້າຍ
ກໍ່ອາດກາຍເປັນຄົນເສື່ອຍຊາໄດ້
ຈະຕັດສິນໃນແຕ່ລະເທື່ອກໍ່ໃຫ້ເວລາດົນ ເພາະອ່ອນໄຫວ ແລະ
ຄິດເຖິງແຕ່ຜົນຮ້າຍຫລາຍເກິນໄປ
ພໍຄົນອື່ນເວົ້າໃນແງ່ບໍ່ດີກໍ່ຟ້າວເຊື່ອຄົນອື່ນທັນທີ ແລະ ສະຫລຸບວ່າມັນບໍ່ດີແທ້ໆ

ຜູ້ຊາຍເລືອດກຣຸບ A

ຂໍ້ດີຂອງລາວ ເປັນຄົນບໍ່ດື້ປານໃດ ເຖິງຈະເຊື່ອຫມັ້ນໃນຕົວເອງກໍ່ຍັງຍອມຮັບຟັງຄວາມຄິດເຫັນຂໍ້ສະເຫນີແນະນຳຈາກຄົນຮອບຂ້າງ ເອົາມາໄວ້ປັບປຸງໂຕເອງ
ຖ້າຄິດຈະເຮັດອັນໃດຫລີ້ນໆກັບລາວກໍ່ຄົງຄິດຜິດຂະຫນາດເລີຍ
ລາວເປັນຄົນເຂົ້າໃຈອັນໃດທີ່ຍາກໆໄດ້ງ່າຍ
ເຖິງເຈົ້າຈະນິນທາວ່າຮ້າຍລາວກໍ່ບໍ່ສົນໃຈ
ບໍ່ໂກດ, ເປັນສຸພາບບຸລຸດ ຕໍ່ໃຫ້ບໍ່ຖືກໃຈແນວໃດກໍ່ບໍ່ຍອມສະແດງສີຫນ້າບໍ່ພໍໃຈອອກມາໃຫ້ເຫັນ ຈະຄິດໃຫ້ດີກ່ອນເວົ້າກ່ອນທຳ
ຈະອາໃສອັນໃດກໍ່ເຮັດໃຫ້
ໂດຍສະເພາະເລື່ອງທີ່ກ່ຽວກັບຕົວເຈົ້າ ລາວກໍ່ຍັງບອກບໍ່ໄດ້ຊັດເຈນວ່າຮູ້ສຶກແນວໃດ ມັກຄິດແຕ່ໃນທາງຮ້າຍໆ ເປັນຄົນຂຶມ
ທີ່ຮ້າຍກວ່ານັ້ນບໍ່ມັກຄິດທີ່ຈະງໍ້
ສ່ວນເລື່ອງຂອງຄວາມຮັກຄົນເລືອດກຣຸບນີ້ກໍ່ຈະບໍ່ຫລົງຮັກໃຜແບບສົ່ງເດດ ຕ້ອງພິຈາລະນາເບິ່ງຄວາມເຫມາະສົມ ແລະ ຍັງວາງຟອຣ໌ມອີກຕ່າງຫາກ.

ບາງເທື່ອຜູ້ຍິງອາດຈະຕ້ອງເປັນຝ່າຍເລິ່ມຕົ້ນຈີບລາວກ່ອນກໍ່ໄດ້ ວິທີຊະນະໃຈລາວຄື ສະແດງຄວາມຈິງໃຈ ແລະ
ຈິງຈັງເຊື່ອຫມັ້ນ
ລວມທັງລູກຕື້ທີ່ມີສິດເຮັດໃຫ້ລາວໃຈອ່ອນໄດ້ ແຕ່ຕ້ອງພະຍາຍາມແນ່ຈັກຫນ່ອຍ

                       ເລືອດກຣຸບ B

ນິໄສພື້ນຖານຂອງຄົນເລືອດກຣຸບ B

ເປັນຄົນທີ່ມີເອກະລັກສະເພາະຕົວ
ເບິ່ງກໍ່ຮູ້ວ່າບໍ່ຄືໃຜ ຫລື
ບໍ່ມັກເຮັດອັນໃດແບບຄົນອື່ນຕ້ອງໃຫ້ດີກວ່າ ຫລື
ຍອດຢ້ຽມຢູ່ສະເຫມີ ເພາະມີຫົວຄິດສ້າງສັນ
ຫລື ຄິດດັດແປງພິກແພງໄດ້ເກັ່ງ
ການທີ່ບໍ່ມັກຄຽດຫລາຍກັບສິ່ງແວດລ້ອມທົ່ວໄປ
ເຮັດໃຫ້ເບິ່ງຄືເປັນຄົນທີ່ມີອຸປະນິໄສຍິ້ມແຍ້ມແຈ່ມໃສຢູ່ສະເຫມີ ບາງເທື່ອກໍ່ຍາກເປັນອິດສະລະ
ບໍ່ຫຍຸ້ງກ່ຽວກັບໃຜຄືກັນ ອາດເປັນເພາະຄວາມເບື່ອຫລື
ເຊັງອັນໃດໄດ້ງ່າຍໆ

ຜູ້ຍິງເລືອດກຣຸບ B

ຂໍ້ດີຂອງລາວ ເປັນຄົນທີ່ມີພະລັງຫລາຍ ວ່ອງໄວບໍ່ສົນໃຈອຸປະສັກນ້ອຍໆ
ຕັ້ງຫນ້າຕັ້ງຕາຊົນກັບມັນ ຢາກຮູ້ຢາກເຫັນໃນທາງທີ່ດີ
ຈຶ່ງເປັນຄົນກະຕືລືລົ້ນ ແລະ ມີຄວາມຄິດຄວາມອ່ານ
ຄິດໃນສິ່ງທີ່ຄົນອື່ນຄິດບໍ່ເຖິງ
ຍິ້ມແຍ້ມແຈ່ມໃສ ເຖິງວ່າຄົນອື່ນຈະງຽບຂຶມ
ແຕ່ຮັບຮອງວ່າຜູ້ຍິງເລືອດກຣຸບ
B ຈະບໍ່ຊຶມຕາມໄປນຳ ຄວາມມີອາລົມ ແລະ
ຄວາມສົດໃສຂອງລາວເຮັດເຮັດໃຫ້ມີຫມູ່ເພື່ອນຫລາຍ
ຄົບກັບຄົນໄດ້ທຸກປະເພດ ເມື່ອຫລີ້ນກັບໃຜກໍ່ຈະຫມົກມຸ້ນໃນການຫລີ້ນບໍ່ເຮັດອັນໃດແບບເຄິ່ງໆກາງໆ
ແລະ
ບໍ່ຄິດວ່າຄົນເຮົາຈະເຮັດບໍ່ອັນໃດຜິດພາດ ທັງຍັງເປັນຄົນພຶ່ງພາໄດ້ ຂໍ້ເສຍຫນ້ອຍຫນຶ່ງຈະບໍ່ຄ່ອຍອົດທົນປານໃດ
ເມື່ອໃຈຮ້າຍຫລືບໍ່ພໍໃຈມັກຈະຕຳຄົນອື່ນ
ຫາເລື່ອງຜິດກັນ ແລະ ຕໍ່ຕ້ານຈົນໄດ້ 
ດັ່ງນັ້ນອາດກ່າວໄດ້ວ່າເປັນຄົນຄົບຍາກ ຊັງ..... ຖ້າໃຜມາຊີ້ມືສັ່ງແລ້ວຈັກຫນ່ອຍກໍ່ຕື່ນເຕັ້ນ
ຈັກຫນ່ອຍສະຫງົບລົງ
ຖ້າບໍ່ພໍໃຈອັນໃດກໍ່ຈະບໍ່ຢາກເຮັດ.

ຜູ້ຊາຍເລືອດກຣຸບ B

ຂໍ້ດີ ເປັນຄົນທີ່ໄວ້ໃຈໄດ້ ຫນ້າເຊື່ອຖືໃນທຸກໆເລື່ອງ ມັກສິ່ງແປກໆໃຫມ່
ສົນໃຈໃນສິ່ງຕ່າງໆມີຄວາມຝັນ ແລະ
ຄວາມຫວັງອັນຍິ່ງໃຫຍ່, ເຂັ້ມແຂງ, ຖ້າຕັດສິນໃຈເຮັດອັນໃດແລ້ວກໍ່ຈະເຮັດໃຫ້ເຖິງທີ່ສຸດ ກ້າໄດ້ກ້າເສຍ ກ້າສ່ຽງອັນຕະລາຍ
ເວົ້າໄດ້ວ່າມີຄວາມເປັນຜູ້ຊາຍເຕັມໂຕ ຂໍ້ເສຍ
ຖ້າບໍ່ພໍໃຈອັນໃດຂື້ນມາກໍ່ຈະຜິດກັນໄດ້ທຸກເວລາ
ທັງຍັງສະແດງອອກທັງທາງສີຫນ້າ ແລະ
ຄຳເວົ້າອີກດ້ວຍ ຍິ່ງໄປກວ່ານັ້ນຍັງເປັນເຈົ້າອາລົມ ແລະ ເພາະວ່າເປັນຄົນສົນໃຈໃນສິ່ງນັ້ນສິ່ງນີ້
ບາງເທື່ອຈຶ່ງມັກເຮັດອັນໃດເຄິ່ງໆກາງໆ
ບາງເທື່ອກໍ່ຂາດຄວາມຮອບຂອບໄດ້ແນ່ ແບບວ່າມັກແກ້ບັນຫາສະເພາະຫນ້າ
ບໍ່ມັກກຽມການ ຫລື
ລ໊ອກໂປຣແກຣມເອົາໄວ້ລ່ວງຫນ້າ
ນອກຈາກນັ້ນອາລົມຍັງບໍ່ແນ່ນອນອີກນຳ
ຄວາມຮັກຂອງລາວເກິດໄດ້ຍາກແນ່
ເຖິງວ່າຈະມີຄົນມາຫຸ້ມຕອມແຕ່ເມື່ອຮັກໃຜແລ້ວ
ກໍ່ຈະພົວພັນບໍ່ຍົກເລິກແບບງ່າຍໆ
ບາງຄັ້ງເມື່ອໃຈຮ້າຍຂື້ນມາຈະຜັກດັນໃຫ້ຫນີໄປໃຫ້ໄກ້ໆ
ການເອົາຊະນະໃຈຄົນກຣຸບນີ້ຕ້ອງເບິ່ງສະຖານະການ ແລະ
ຫາຂໍ້ມູນໃຫມ່ໆ
ປະກອບຢູ່ສະເຫມີ.

                       ກຣຸບເລືອດ AB

ນິໄສພື້ນຖານຂອງຄົນເລືອດກຣຸບ AB

ຄົນເລືອດກຣຸບນີ້ສາມາດເຂົ້າກັບຄົນອື່ນໄດ້ດີ
ບໍ່ວ່າຈະເປັນຊ້າຍຫລື ຂວາ
ເພາະບໍ່ຄ່ອຍຈະເຄັ່ງຄັດຫລາຍ ແລະ ມີຄວາມເປັນມິດກັບຄົນທົ່ວໄປ ຍາກທີ່ຈະຫາຄົນທີ່ເປັນນັກເລັງ ຫລື ຫ້າວຈົນເກິນຕົວນອກຈາກຈະຖືກແຍ່ກ່ອນນັ້ນເປັນອີກເລື່ອງຫນື່ງ ຄວາມຍຸດຕິທຳຢູ່ໃນຕົວພໍສົມຄວນຈຶ່ງໄດ້ຮັບຄວາມໄວ້ວາງໃຈ ແຕ່ການຄິດຊ່ວຍເຫລືອຜູ້ອື່ນບາງເທື່ອກໍ່ບໍ່ໄດ້ຜົນເທົ່າທີ່ຄວນ ເນື່ອງຈາກບໍ່ເປັນຄົນທີ່ເດັດຂາດ
ບາງເທື່ອກໍ່ເຂົ້າເນື້ອຕົວເອງນຳ.


ຜູ້ຍິງເລືອດກຣຸບ AB

ຂໍ້ດີ ຜູ້ຍິງເລືອດກຣຸບ AB ເປັນຄົນຊັບຊ້ອນ ມີລັກສະນະນິໄສຫລາຍໆຢ່າງປະປົນກັນ ມີທັງລັກສະນະພິເສດຂອງຄົນເລືອດກຣຸບ A ແລະ ເລືອດກຣຸບ B ລວມກັນ ແຕ່ເນື່ອງຈາກເປັນຄົນທີ່ມີລັກສະນະຫລາຍຢ່າງລວມກັນ
ຈຶ່ງເປັນຄົນເກັ່ງໄປທຸກເລື່ອງ ແລະ
ອ່ານໃຈຄົນອອກ ບາງເທື່ອຄວາມລອກເລະຂອງຕົນກໍ່ເຮັດໃຫ້ຄົນຮອບໆຂ້າງງົງງວຍໄປຄືກັນ ສະຫມອງໄວເວົ້າຈາໂຕ້ຕອບລະອຽດ ຮູ້ຈັກຈັດການກັບຄົນ
ແລະ ມີຄວາມສະຫງົບເຍືອກເຢັນ
ບໍ່ວ່າຈະເວົ້າລົມກັບໃຜ ກໍ່ຈັບໃຈອີກຝ່າຍຫນື່ງຖືກ ນັບວ່າເປັນສະເຫນ່ມົນຄັງອັນຫນື່ງ.

ຂໍ້ເສຍຫນ້ອຍຫນື່ງ ບາງເທື່ອຕົວເອງກໍ່ບໍ່ເຂົ້າໃຈຕົວເອງຄືກັນ ບໍ່ຮູ້ວ່າອັນໃດຄືຄວາມຕ້ອງການທີ່ແທ້ຈິງຂອງຕົນເອງ
ນັ້ນເປັນເພາະວ່າໃນໃຈຂອງຄົນເລືອດກຣຸບ
AB ມີອັນໃດຫລາຍຢ່າງລີ້ຢູ່ ຢາກເຮັດຫລາຍໆຢ່າງໄປພ້ອມໆກັນ ສະຫລຸບເລີຍວ່າບໍ່ເຮັດອັນໃດຈັກຢ່າງ
ເລື່ອງການຄົບຫມູ່ເພື່ອນກໍ່ຄືກັນ
ບໍ່ຮູ້ວ່າຈະເອົາແນວໃດດີ ເລີຍຖືກຄົນອື່ນເຂົ້າໃຈຜິດເລື້ອຍໆ



ຜູ້ຊາຍເລືອດກຣຸບ AB

ຂໍ້ດີ ຄືເປັນຄົນເກັ່ງ, ສະຫມອງກໍ່ເຂົ້າໃຈສິ່ງອື່ນໄດ້ງ່າຍໆ
ຮູ້ໄປທຸກເລື່ອງ
, ບໍ່ຄ່ອຍເວົ້າຫລາຍ, ແຕ່ຈະຄິດໃຫ້ດີກ່ອນແລ້ວຄ່ອຍຕອບ
ເປັນຄົນສະຫລາດຫົວດີ
ຕ່າງຈາກຄົນອື່ນແຕ່ກໍ່ບໍ່ມັກໂອ້ອວດ, ມີຄວາມຮັບຜິດຊອບ, ເວົ້າຄຳໃດຄຳນັ້ນ, ເມື່ອຢູ່ໃນຫ້ອງມັກເປັນຫົວຫນ້າສະເຫມີ.

ຂໍ້ເສຍ ຜູ້ບ່າວເລືອດກຣຸບ AB ຈະມີຄວາມພາກພູມໃຈໃນຕົນເອງສູງ ຈຶ່ງບໍ່ຄ່ອຍຍອມຮັບຄວາມຄິດເຫັນຂອງຄົນອື່ນຄ່ອນຂ້າງຢາກເດັ່ນ, ເລີຍເຮັດໃຫ້ຄົນອື່ນໂກດໄດ້ ຈຸດສຳຄັນຄືຕ້ອງຊົມເຊີຍໃນຄວາມມີສະເຫນ່ຂອງລາວ
ກ່ຽວກັບຄວາມສະຫລາດ
ເລື່ອງຄວາມຮັກຈະມີຂໍ້ດີຢູ່ທີ່ບໍ່ມັກເຈົ້າຊູ້ ຮັກດຽວໃຈດຽວ, ຈຶ່ງບໍ່ຄ່ອຍເກິດບັນຫາເປັນຄວາມຮັກທີ່ລຽບງ່າຍ
ການເລິ່ມຕົ້ນອາດຕ້ອງໃຊ້ໄລຍະເວລາແນ່
ແຕ່ຫລັງຈາກນັ້ນກໍ່ຈະດຳເນີນໄປໄດ້ດ້ວຍດີ
ບາງເທື່ອຄວາມເສື່ອຍຊາ
, ເຢັນຊາ ອາດເຮັດໃຫ້ເສຍໂອກາດດີໆໄປໄດ້
ຫາກບໍ່ທຳໂຕໃຫ້ກະຕື້ລືລົ້ນຮູ້ຈັກສະແຫວງຫາເອົາໄວ້ແນ່
  ຖ້າຢາກເອົາຊະນະໃຈ
ຄືຕ້ອງເດີນຫນ້າແບບຊ້ຳໆແຕ່ຫມັ້ນຄົງ ຢ່າເຮັດເປັນນັກຮັກຕົວສະກັນ ຫລື
ມາດວອກແວກໃຫ້ຜູ້ສາວເຫັນຈະບໍ່ຄ່ອຍຈົບປານໃດ.

                    ເລືອດກຣຸບ O

ນິໄສພື້ນຖານຂອງຄົນເລືອດກຣຸບ O

ຄົນເລືອດກຣຸບ O ບໍ່ຢ້ານອຸປະສັກບໍ່ວ່າຈະເປັນເລື່ອງອັນໃດກໍ່ຕາມ ໂດຍສະເພາະດ້ານຄວາມຮັກກໍ່ຕ້ອງສູ້ແບບເອົາຫົວຊົນຝາ ຈະເມື່ອຍແນ່ຖ້າຄົນອື່ນຄິດຈະສູ້ກັບຄົນເລືອດກຣຸບນີ້ ພວກເຂົາເປັນຄົນທີ່ມີນ້ຳໃຈມັກຊ່ວມເຫລືອຄົນອື່ນ ກ້າຄິດກ້າທຳໃນສິ່ງທີ່ຕົວເອງເຊື່ອວ່າຖືກຕ້ອງ ແຕ່ບາງເທື່ອເບິ່ງແລ້ວກໍ່ຄ້າຍຄືຄົນເອົາແຕ່ໃຈຕົວເອງຫລາຍເກິນໄປຈັກຫນ່ອຍ ຫາກຮູ້ຈັກຢັບຢັ້ງຊັ່ງໃຈຟັງຄົນອື່ນແນ່ກໍຈະດີ.

ຜູ້ຍິງເລືອດກຣຸບ O

ຂໍ້ດີ ເປັນຄົນໃຈກ້າຫລາຍ ມີຄວາມເຫັນອົກເຫັນໃຈຜູ້ອື່ນ
ສັງເກດຜູ້ຄົນຮອບຂ້າງ ແລະ
ເຮັດໃຫ້ຄົນອື່ນມີອາລົມດີ
ຖ້າໃຜເຮັດອັນໃດທີ່ບໍ່ດີໃຫ້ກໍ່ຈະອະໄພເປັນຄົນດີ.. ຄົນດີ..
ຄົນກຣຸບ O ຖືວ່າເປັນຄົນທີ່ມີເພລງຢູ່ໃນຫົວໃຈ
ດັ່ງນັ້ນຈຶ່ງໃຫ້ຄວາມສຳຄັນກັບອາລົມ ແລະ
ຄວາມມີອາລົມກໍ່ຖືເປັນລັກສະນະພິເສດຂອງຄົນເລືອດກຣຸບ
O , ໂດຍສະເພາະຄວາມອ່ອນນ້ອມທີ່ມີ ເປັນຄົນທີ່ຮັກຂອງຄົນທົ່ວໄປ
ນັບໄດ້ວ່າຄົນເລືອດກຣຸບ
O ເຫມາະທີ່ເຮົາຈະຄົບຫາເປັນຫມູ່ເພື່ອນຫລາຍທີ່ສຸດ
ໃນຈຳນວນກຣຸບເລືອດທັງ
4 ຂໍ້, ເວລາຈະເຮັດອັນໃດ ບໍ່ຄ່ອຍຄິດກ່ອນມັກເຮັດໄປເລີຍ
ຈຶ່ງມັກເສຍໃຈພາຍຫລັງວ່າ
"ບໍ່ຄວນຈະເວົ້າແນວນັ້ນເລີຍ"
ຫລືບໍ່ "ບໍ່ໄດ້ຕັ້ງໃຈຈະເຮັດແນວນັ້ນເລີຍ" ແລະ
ເປັນສ່ວນທີ່ເຮັດໃຫ້ເສຍປຽບ
ລວມທັງຍັງປະຕິເສດຄົນບໍ່ເປັນອີກ
ອາດເປັນເພາະວ່າເປັນຄົນໃຈກວ້າງກໍ່ວ່າໄດ້.

ຜູ້ຊາຍເລືອດກຣຸບ O

ເປັນຄົນເກັ່ງທີ່ຈະເຮັດໃຫ້ທຸກຄົນເບິກບານ
ສ້າງບັນຍາກາດມ່ວນຊື່ນ
ຕິດຕາມຜົນງານຂອງໂຕເອງທີ່ຜູ້ຄົນຮອບຂ້າງຂໍຮ້ອງໃຫ້ເຮັດ ໃຫ້ຄວາມສຳຄັນກັບຫມູ່ເພື່ອນຫລາຍ ດົນໆ ຈຶ່ງຈະເຫັນລາວເຮັດຫນ້າເບະ
ບໍ່ມັກໂກດຄົນງ່າຍໆ ນອກຈາກນີ້ຄົນເລືອດກຣຸບ
O ຍັງເກັ່ງທີ່ຈະດຶງຈຸດດີຂອງຄົນອື່ນອອກມາອີກນຳ
ຂໍ້ເສຍທີ່ອາດມີແນ່
ເປັນຄົນທີ່ມັກເຮັດອັນໃດຝືນໃຈຕົວເອງ
ເພາະບໍ່ຢາກໃຫ້ຄົນອື່ນຊັງບາງເທື່ອ
ເລີຍເບິ່ງເປັນຄົນມັກປະຈົບປະແຈງເກັ່ງ ລວມທັງຫລາຍຄັ້ງຍັງເຮັດອັນໃດລົງໄປໂດຍບໍ່ທັນຄິດຈົນເປັນຜົນເສຍຕາມມານຳຫລັງ ຄວາມຮັກຂອງລາວບໍ່ມັກເຮັດເປັນເລື່ອງຫລີ້ນໆ
ແຕ່ຕ້ອງຈິງຈັງຈິງໃຈຫມັ້ນຄົງ


ແລ້ວຖ້າມັກໃຜແລ້ວບໍ່ວ່າເຂົາຈະມີແຟນຢູ່ກໍ່ຕາມ
ຫລື ຍັງ ຊຶ່ງເປັນຕາຢັບຢັ້ງໃຈໄວ້ແນ່
ເຖິງຈະມຸ້ງຫມັ້ນໃນເລື່ອງຄວາມຮັກ ແຕ່ກໍ່ໃຈ້ແຍກໄດ້ຖືກໃນເລື່ອງອື່ນ.

ຈຶ່ງບໍ່ຄິດທີ່ຈະເອົາມາປົນກັນນັບວ່າມີສະຫມອງ ແລະ ໃຊ້ມັນໄດ້ຄຸ້ມຄ່າເລີຍ
ການເອົາຊະນະຢ່າໃຊ້ວິທີອື່ນ
ນອກຈາກຈະເຮັດໃຫ້ລາວຍອມຮັບເຈົ້າໄປເອງ ບໍ່ຢ່າງນັ້ນຕ້ອງລຸ້ນກັນຕໍ່ໄປອີກເລື້ອຍໆ.

ຮູ້ນິໃສກັນແລ້ວຖ້າມັນຄ້າຍຄືກັນກັບຄົນຮັກຂອງຕົນກໍ່ຍັງໄຄແດ່ ແຕ່ຖ້າບໍ່ຄືກັນຈັກດີ້ກໍ່ຕ້ອງຄ່ອຍໆປັບເຂົ້າຫາກັນເອົາເອງເດີ