ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

  ມີ​ຜູ້​ຄົນ​ຫຼາຍຄົນ ທັງ​ຄົນ​ທີ່​ຫົວ​ໃຈ​ອ່ອນ​ແອ​ແລະ​ຄົນ​ທີ່​ມີ​ຫົວ​ໃຈ​ເຂັ້ມ​ແຂງ ​ເຊ​ິ່ງ​ໃນ​ຊີ​ວິດ​ປະສົບ​ພົບ​ພໍ້ຄວາ​ມທຸກ​ຫຼວງຫຼາຍ ​ແຕ່​ສາມາດ​ປະ​ເຊິ​ນ​ເຫດການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຊີ​ວິດ​ໄດ້​ດ້ວຍ​ການ​ ມີ​ສະຕິ​ປັນຍາ ​ແລ້ວ​ເວລາ​ຈະ​ເຮັດ​ໃຫ້​ເຫດການ​ຮ້າຍໆ ນີ້ຜ່ານ​ໄປ​ເອງ.

      ຄົນ​ທີ່​ຜ່ານ​ຈຸດ​ນີ້ຖື​ວ່າ​ເປັນ​ຜູ້​ອົດ​ທົນ​ມີ​ຫົວ​ໃຈ​ເຂັ້ມ​ແຂງ, ສ່ວນ​ຄົນ​ອ່ອນ​ແອກໍຈະ​ກົງ​ກັນ​ຂ້າມ ​ເກີດ​ເຫດການ​ອັນ​ໃດ​ກໍ​ຮູ້​ສຶກວ່າ​ສູ້​ບໍ່​​ໄດ້​ຮູ້​ສຶກວ່າ​ຕົນ​ເອງ​ເປັນ​ ຄົນ​ບໍ່​ມີຄ່າ​ສະ​ເໝີ ​ເຊິ່ງມື້ນີ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ຄົນ​ທີ່​ມິ​ຫົວ​ໃຈ​ເຂັ້ມ​ແຂງ​ຈະ​ມີ​ ລັກສະນະ​ໃດ​ແດ່.

1. ບໍ່​ຮູ້​ຈັກ​ຈົ່ມຫຼື​ໂອຍ​ຄາງ

       ຄົນ​ຫົວ​ໃຈ​ເຂັ້ມ​ແຂງ​ຈະ​ມີ​ລັກສະນະ​ທໍລະ​ຫົດ​ອົດ​ທົນ. ອົດ​ທົນ​ຕໍ່​ການ​ເຮັດ​ວຽກ​ທີ່​ຍາກ​ລຳບາກ, ອົດ​ທົນ​ຕໍ່ວິ​ຖີຊີ​ວິດ​ທີ່​ຫຍຸ້ງ​ຍາກ, ຄວາມ​ອົດ​ທົນ​ເປັນ​ກ້າວ​ທຳ​ອິດ​ຂອງ​ຄົນ​ທີ່​ມີ​ຫົວ​ໃຈ​ເຂັ້ມ​ແຂງ.

2. ບໍ່ຕ້ອງການ​ຊາບ​ວ່າ ຄົນ​ອື່ນຈະ​ຄິດ​ເຫັນ​ວ່າ​ເປັນ​ແນວ​ໃດ

      ຄົນ​ຫົວ​ໃຈ​ເຂັ້ມ​ແຂງ​ຈະ​ບໍ່​ສົນ​ໃຈ​ຕໍ່​ຄຳ​ວິພາກ​ວິຈານ ບໍ່​ສົນ​ໃຈ​ຕໍ່​ຄວາມ​ຮູ້​ສຶກຂອງ​ຜູ້​ອື່ນ ບໍ່​ເປັນ​ຄົນ​ຫູ​ເບົາ​ສິ່ງ​ໃດ​ທີ່​ເຂົາ​ເຫັນ​ວ່າ​ຖືກ​ຕ້ອງ​ຄິດ​ວ່າ​ເປັນ​ ສິ່ງ​ທີ່​ດີ​ແລ້ວ ​ເຂົາ​ຈະ​ກ້າ​ລົງ​ມື​ເຮັດ​ແລະ​ຟັນ​ຝ່າ​ອຸປະສັກ ​ເຮັດ​ໄປ​ຈົນ​ສຳ​ເລັດ.

3. ບໍ່​ບອກ​ຄວາມ​ລັບ​ຂອງ​ຕົນ​ໃຫ້​ແກ່​ໃຜ ​ແລະ​ບໍ່​ຕ້ອງການ​ຮູ້​ຄວາມ​ລັບ​ຂອງ​ຜູ້​ອື່ນ

​     ເປັນ​ສິ່ງ​ທີ່​ແປກ​ຢູ່​ຄື​ກັນ ຖ້າ​ໃຜ​ຮູ້​ຄວາມ​ລັບ​ຂອງ​ໃຜ​ແລ້ວ​ມັກ​ຈະ​ບໍ່​ສາມາດ​ປົກ​ປິດ​ໄວ້​ໄດ້ ຢາ​ກ​ເລ​ົ່າ​ໃຫ້​ຜູ້​ອື່ນຟັງ. ສະນັ້ນ, ການ​ເຝິກ​ຝົນ​ເອງ​ໃຫ້​ເປັນ​ຄົນ​ມີ​ຫົວ​ໃຈ​ເຂັ້ມ​ແຂງຈະ​ຕ້ອງ​ເຝິກ​ຫັດ​ເກັບ​ ຄວາມ​ລັບ​ໃຫ້​ໄດ້​ສາ​ກ່ອນ. ນອກ​ຈາກ​ນີ້ ຈະ​ຕ້ອງ​ບໍ່​ສອດ​ສ່ອງາຍ​ຕາ​ຢາກ​ຮູ້​ຢາກ​ເຫັນ​ຄວາມ​ລັບ​ຂອງ​ຜູ້​ອື່ນ, ສົນ​ໃຈ​ແຕ່​ຈະ​ປັບປຸງ​ຕົນ​ເອງ ຄົນ​ຫົວ​ໃຈ​ເຂັ້ມ​ແຂງ​ຈະ​ບໍ່​ເປັນ​ຄົນ​ນິນທາ​ຜູ້​ອື່ນລັບ​ຫຼັງ.

4. ບໍ່ຄິດ​ວ່າ ​ໂຕ​ເອງ​ເປັນ​ຄົນ​ເຄາະ​ຮ້າຍ

      ຄົນ​ຫົວ​ໃຈ​ເຂັ້ມ​ແຂງ​ຈະ​ສາມາດ​ນຳ​ເອົາ​ເຫດການ​ຮ້າຍ​ຕ່າງໆ ມາ​ສ້າງ​ປະ​ໂຫຍ​ດ​ໃຫ້​ແກ່​ຕົນ​ເອງທັງນັ້ນ. ຈະ​ຕ້ອງ​ເບິ່ງ​ໂລກ​ໃນ​ແງ່​ດີ ຖ້າ​ເຮັດ​ສິ່ງ​ໃດ​ຜິດ​ພາດ​ລົງ​ໄປ ກໍ​ບໍ່​ມົວ​​ແຕ່​ເສ​ຍ​ໃຈ ​ແຕ່​ຈະ​ຖື​ວ່າ​ຂໍ້ຜິດ​ພາດ​ທຸກ​​ເທື່ອ​ເປັນ​ບົດ​ຮຽນ​ທີ່​ຈະ​ບໍ່​​ເຮັດ​ຜິດ​ ຕໍ່​ໄປ ວ່າ​ກັນ​ວ່າ ​ເຄາະ​ຮ້າຍ​ກໍ​ຄື​ຄົນ​ຮ້າຍ ຄື ຖ້າ​ມັນ​ຮູ້​ວ່າ​ເຮົາ​ບໍ່​ຍອມ​ແພ້ ມັນ​ກໍ​ຈະ​ບໍ່​ກ້າ​ທຳ​ລາຍ​ເຮົາ ​ແຕ່​ຖ້າ​ໃຜ​ຍິ່ງ​ອ່ອນ​ແອ ມັນ​ຈະ​ຍິ່ງ​ຊ້ຳ​ເຕີມ.

5. ມີ​ສະຕິ​ສຳ​ປະຊັນ​ຍະ​ຢູ່​ຕະຫຼອດ​ເວລາ

      ຄັນ​ຫົວ​ໃຈ​ເຂັ້ມ​ແຂງ​ເປັນ​ຄົນ​ທີ່​ເຮັດ​ຫຍັງ​ບໍ່​ເມີ່​ລອຍ​ຫຼືປະ​ໝາດ​ເຜີ​ ໂຕ ຈະ​ເຮັດ​ດ້ວຍ​ຄວາມໜັກ​ແໜ້ນຢ່າງ​ມີ​ຈຸດໝາຍ. ຄົນ​ມີ​ສະຕິ​​ໃນ​ການ​ເຮັດ​ທຸກ​ຍ່າງ​ຕະຫຼອດ​ເວລາ​ ​ເອີ້ນ​ໄດ້​ວ່າ​ເປັນ​ຄົນ​ທີ​່ມີ​ຫົວ​ໃຈ​ເຂັ້ມ​ແຂງ.

Delicious Digg Fark Twitter