ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ກ່ອນຈະອ່ານໃຫ້ອ່ານເປັນສຳນຽງອີ່ສານມັນຈື່ງມ່ວນຄັກ

ເລື່ອງມີຢູ່ວ່າຜູ້ໃຫຍ່ບ້ານແຫ່ງນຶ່ງໄດ້ເປີດການແຂ່ງຂັນບຸນຊ່ວງເຮືອໂດຍມີຜູ້ໃຫຍ່ບ້ານຫຼາຍບ້ານມາຮ່ວມໃນງານ

ຜູ້ໃຫຍ່ບ້ານຢູ່ເທິງເວທີຫຼຽວໄປປາກົດເຫັນນາງເມຍນັ່ງບໍ່ເອົາຕີນສິ້ນກໍ່ເລີຍປະກາດໃສ່ໄມວ່າ:

ຂໍຮຽນເຊີນແຂກທຸກທ່ານທີ່ມາໃນງານລຸກຂື້ນແລະນັ່ງໃໝ່ເພື່ອເປັນກຽດໃຫ້ແກ່ໂຕເເທນຜູ້ໃຫຍ້ບ້ານແຕ່ລະບ້ານ

ປາກົດວ່າແຂກທຸກຄົນລຸກແລະນັ່ງຕາມລະບຽບມີຄົນດຽວທີ່ບໍ່ລຸກນັ້ນແມ່ນເມຍຜູ້ໃຫຍ່ບ້ານ



ລະຍັງຖາມຄືນອີກວ່າ:          ອັນໆໆໆເມຍຜູ້ໃຫຍ່ບ້ານນີ້ກະໃຫ້ລຸກຢູ່ບໍຂາ

 





 

 

 

ຜູ້ໃຫຍ່ບ້ານແຂກໃສ່ໄມໝົດແຮງວ່າ:  ...........................................          ອັນມິງຫັ້ນລະໂຕການນະ

 

 

 

 

(ໂດຍຫຼານທິດຝອຍ)

 
ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ດົນແລ້ວບໍ່ໄດ້ຂຽນເລື່ອງແຕ່ກະມີເລື່ອງມ່ວນໆມາໃຫ້ອ່ານອີກຄືເກົ່າເຂົ້າເລື່ອງເລີຍ:

ມີຜົວເມຍຄູ່ນື່ງມັກຊື້ເລກເປັນປະຈຳຈົນຄົນໃນບ້ານຂະໜານນາມໃຫ້ບ້າເລກ

ເພາະວ່າພວກເຂົາທັງສອງກະໂພດແທ້ບໍ່ວ່າເຫັນຫຍັງກະຄິດໃສ່ເລກໂລດ,ມີຄືນນື່ງຜົວສະເດີດຕື່ນຂື້ນມາກາງເດິກ

ພ້ອມປຸກຜູ້ເປັນເມຍແລ້ວເວົ້າວ່າ:

ຜົວ:  ເຖົ້າຂ້ອຍຝັນ.........ຂ້ອຍຝັນ

ເມຍ:  ຝັນຫຍັງລະ?

ຜົວ:  ຂ້ອຍຝັນວ່າໄດ້ນອນນຳຜູ້ສາວລະໄດ້ຕັ້ງວ່າສາມເທື່ອພຸ້ນ

ເມຍ:  ຄິດໃນໃຈໂຮນອນນຳເມຍຍັງມີໜ້າໄປຝັນນອນນຳຜູ້ສາວອີກຫວາທັງໃຈຫ້າຍທັງຢາກນອນ

ຜົວ:  ຕີໃຫ້ແນ່.........................ຕີໃຫ້ແນ່

ເມຍ:  ບໍ່ໜ້າບໍ່ຫຼັງກະຝາມືຟາດໃສ່ໜ້າອ້າຍຜົວທັນທີໝົດແຮງ

ຜົວ:  ໂອະ!  ໂອຫ້າຫວາເຖົ້າພັດວ່າຊັ້ນອີກ,ເພີ່ນບໍ່ຮູ້ວ່າເມຍຢາກຫ້າຍ

 
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ມີທ້າວນ້ອຍຄົນນຶ່ງອາຍຸສີ່ປີເປັນຄົນຂີ້ໄຫ້ບໍ່ວ່າຍາມໃດເວລາໃດກໍ່ໃຫ້ຕະຫຼອດ,ຈົນຜູ້ເປັນແມ່ໄດ້ຕົວະວ່າ: ລູກຢ່າໄຫ້ບໍ່ຢ້ານບໍແຂກມາໃດ໋ຫັ້ນສ່ວນທ້າວນ້ອຍກໍ່ເຊົາໄຫ້ທັນທີແລະຖາມແມ່ວ່າແຂກເປັນແນວໃດແມ່?

ຜູ້ເປັນແມ່ກະຕອບວ່າແຂກກະມີໜວດຍາວໆຫຼາຍໆແລະດຳໆເດັກນ້ອຍຜູ້ເລີຍເລີຍຢ້ານມາຕະຫຼອດໄຊ້ວິທີນີ້

ຈົນມື້ນຶ່ງແມ່ພາທ້າວໄປຕະຫຼາດທ້າວນ້ອຍກະໃຊ້ນິໃສເກົ່າຂັດເອົານັ້ນຂັດເອົານີ້ແລະກໍ່ໄຫ້ເກືອກລົ ງກາງຕະຫຼາດ,ບັງເອີນມີຊາຍອິນເດຍສອງຄົນຍ່າງສວນທາງມາແມ່ກະລີຍເວົ້າວ່າຫັ້ນແຂກມາ

ທ້າວນ້ອຍຫຼຽວເຫັນກະເລີຍລຸກແລ່ນມາຫາແມ່ແລ້ວຮື້ກະໂປງແມ່ປົກຫົວໄວ້

ບໍ່ພໍຄາວກໍ່ແລ່ນຕາຕີ່ຕາລານອອກມາພ້ອມຮ້ອງຂື້ນວ່າແຂກໆໆໆໆໆໆໆ

ຜູ້ເປັນແມ່ງົງກະເລີຍຖາມວ່າລູກເປັນຫຍັງ?

ລູກ:  ແຂກໆໆໆໆໆໆໆໆໆໆ

 

 

 

 

ແມ່: ແຂກຢູ່ໃສອີກ?

 

 

 

 

ລູກ: ຫັ້ນເດໆໆໆໆໆໆໆໆ

 

 

 

 

 

ແມ່:ຢູ່ໃສ?










 

 

 

 

 

ລູກ: ຫັ້ນ...........................ໃນຫັ້ນ.............ໃນກະໂປງອີ່ແມ່ກະມີແຂກ.

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ໝູ່ບ້ານແຫ່ງນື່ງມີການແຂ່ງຂັນປະກວດຄົນຂີ້ຄ້ານສຸດໃນໝູ່ບ້ານ

ມີສາມລາງວັນທີ ໑ ຫາທີ ໓ ງານປະກວດຜ່ານໄປສາມມື້ສາມຄືນ

ຜົນປະກົດວ່າມີສາມຄົນຖືກຄັດເລືອກຮອບສຸດທ້າຍ

ແລະ ໄດ້ອັນດັບທີ ນື່ງ ສອງຄົນຍ້ອນວ່າສອງຄົນນີ້ຄ້ານທໍ່ກັນດັ່ງນີ້:

1.ທ. ບຸນເພັງ

1.   ທ. ບຸນລອດ

 3.   ທ. ບຸນເຫຼືອ

ແຕ່ຮອດມື້ປະກາດຮັບລາງວັນ,ໂຄສົກປະກາດລາງວັນທີ  3  ກ່ອນ  ທ.ບຸນເຫຼືອ ກໍ່ມາຮັບ

ແຕ່ຮອດທີນື່ງສອງຄົນໂຄສົກປະກາດສອງຄົນພ້ອມກັນວ່າ:

ທ.ບຸນເພັງ ແລະ ທ້າວບຸນລອດ ແຕ່ເກີດເຫດການບໍ່ຄາດຄິດ

ທ. ບຸນລອດ ບໍ່ມາດັ່ງນັ້ນໂຄສົກກໍ່ເລີຍປະກາດຍົກໃຫ້ ທ. ບຸນລອດຍ້ອນວ່າ:

ລາວຂີ້ຄ້ານມາຮັບລາງວັນ   ເລີຍສົມກຽດຮັບລາງວັນທີ ນື່ງແຕ່ພຽງຜູ້ດຽວ.

(ໂດຍປານີຫຼານທິດຝອຍ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ມີຄົນໃນຄຄຂພຈເປັນພະຍາດນີ້ກໍ່ເລີຍຖາມ ດຣ.ເພື່ອມາເລົ່າປັນພີ່ນ້ອງພັນລາວຟັງ.

ມະເຮັງແມ່ນແມ່ນພະຍາດອັນຕະລາຍກົ່ວໝູ່ໃນໂລກ,ພະຍາດນີ້ທຳລາຍພູມຄູ້ມກັນຂອງຮ່າງກາຍແລະ໖໗%ເເມ່ນເພດຍິງເປັນ

ມີຫຼາຍສາຍເຫດທີ່ພາໃຫ້ເກີດເປັນມະເຮັງຄື:

  1. ເກີດຈາກຮ່າງກາຍເອງ
  2. ດື່ມເຫຼົ້າາຍເກີນໄປ(ເຄື່ອງດື່ມມຶນເມົາທຸກປະເພດ):ມະເຮັງຕັບ....
  3. ສູບຢາຫຼາຍ(ສູບ,ດົມຄວນປະເພດຕ່າງໆ):ມະເຮັງປອດ....
  4. ຜູ້ຍິງກິນຢາຄຸມກຳເນີດເປັນເວລາດົນ(ຫຼາຍກົ່ວສອງປີ):ມະເຮັງມົດລູກ,ມະເຮັງເຕົ້ານົມ...
  5. ຜູ້ຍິງອາຍຸສູງເອົາລູກ(ເກີດລູກ):ມະເຮັງມົດລູກ,ມະເຮັງເຕົ້ານົມ....
  6. ອາຫານ(ກິນອາຫານບໍ່ສະອາດ,ອາຫານໄໝ້...):ມະເຮັງລຳໄສ້,ຕັບ.....
ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ແມ່ຕູ້ສີເປັນຄົນມັກເຂົ້າວັດຟັງທຳບໍ່ວ່າງານຕັກບາດ,ຈັກຫັນ,ສັນເພນກໍ່ມີໜ້າກ່ອນໝູ່

ສ່ວນວັດກະໄກເຮືອນແນ່ວັດຢູ່ເໜືອສຸດເຮືອນຕູ້ສີພັດຢູ່ໃຕ້ສຸດຂອງບ້ານນັ້ນ

ເຫດການເກີດຂື້ນມີຢູ່ວ່າ: ສວຍມື້ນື່ງ ຕູ້ສີໄປເພນຊ້າກະເລີຍຟ້າວມືນື່ງຫີ້ວຕ່າເພນ

ມືນື່ງຈ້ອນສີນແລ່ນອອກມາແຕ່ເຮືອນພໍດີພໍ້ທ້າວສິງຂີ່ລົດຈັກຜ່ານໜ້າໄປແລະຈອດຖາມວ່າ:

ທ້າວສິງ:        ຕູ້ສີຟ້າວໄປໃສ?

ຕູ້ສີ:               ຟ້າວໄປເພນ

ທ້າວສິງ:         ບໍ່ຊັ້ນໄປນຳເຮົາກະໄດ້ເຮົາຈະໄປສົ່ງ

ຕູ້ສີ:                ບໍ່ໄດ້ດຽວໄປບໍ່ທັນແມ່ຕູ້ຟ້າວໆໆໆ

ທ້າວສິງ:          ເປັນຫຍັງ?

ຕູ້ສີ:                 ແມ່ຕູ້ສິ.................ສິ.................ສິແລ່ນເອົາ

                                                                               (ໂດຍປານີຫຼານທິດຝອຍ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ມີວັດແຫ່ງນື່ງໃກ້ຈະຮອດບຸນພຣະເຫວດ(ບຸນປະຈຳປີ)ຍາພໍ່ຜູ້ເປັນເຈົ້າອະທິການວັດໄດ້ສັ່ງໃຫ້ບັນດາຄູບາແລະຈົວເລົ່າກັນເທດໃຫ້ມ່ວນເເລະຈົບເພື່ອບໍ່ໃຫ້ຂາຍໜາ້ວັດແຕ່ວ່າໃນນັ້ນມີຈົວນ້ອຍອົງນື່ງທີ່ເລົ່າກອນເທດບໍ່ຈົບຈັກເທື່ອ

ແມ່ນແຕ່ເລົ່າ''  ນະໂມຕະສະ.........''  ກະຍັງບໍ່ຈົບຈົນ ຍາພໍ່ໄດ້ໄປສອນເອງ.

ຕື່ນຕອນເຊົ້າຈົວນ້ອຍລຸກມາເລົ່າແຕ່ໄດ້ພຽງຄຳວ່າ  :   ນະ..........ນະ............ນະ..............ເທົ່ານັ້ນ.

ພໍຍາພໍ່ໄດ້ຍິນກໍ່ເລີຍບອກວ່າ  :  ນະ.......ຫຍັງເປັນໝາກຢູ່ໄຮ່ຢູ່ສວນຫັ້ນ

ຈົວຟັງແລະຄິດອອກກໍ່ເລີຍເລົ່າ  ນະໂມຕະສະ ໄດ້ ແລະ ຈົວນ້ອຍກໍ່ຈື່ຄຳນັ້ນມາຕະຫຼອດ

ຈົນມາຮອດມື້ບຸນຖືກຈົວນ້ອຍຂື້ນເທດຍ້ອນຕົກໃຈກໍ່ເທດອອກວ່າ:    ນະ...........ນະ.........ນະ............

ຍາພໍ່ໄດ້ຍີນເລີຍຮ້ອງໃສ່ວ່າ:    ນະຫຍັງເປັນໝາກຢູ່ໄຮ່ຢູ່ສວນ

ສ່ວນຈົວນ້ອຍໄດຍິນແລ້ວຄິດດົນເຕີບເລີຍເວົ້າອອກວ່າ:    ນະ...........ນະ..............ນະ ແຕງ.                                                                              

         (ໂດຍປານີຫຼານທິດຝອຍ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ເຫດການມີຢູ່ວ່າ :     

                  ແມ່ມານຖືພາແກ່ໃກ້ຈະເກີດລາວເຈັບແຂ້ວແມງ,

ຜູ້ເປັນຜົວເລີຍຂັບລົດພາໄປໂຮງຫມໍ                 

ພໍຮອດໂຮງຫມໍແລ້ວມີພະຍາບານຝຶກຫັດປະມານ໔ຄົນນຳເອົາລໍ້ຍູ້ມາເອົາ

ເມື່ອເຫັນຖືພາແກ່ແລະໄດ້ຍິນສຽງຄາງເຈັບດັງໂອຍ............

ກໍ່ຍູ້ເຂົ້າຫອງປະສູດ(ຫ້ອງເກີດ)ແລ້ວທ່ານໝໍກໍ່ມາກວດ

ໝໍສັ່ງງະຂາອອກແລ້ວກວດເບິ່ງຊ່ອງຄອດທັນທີ

ຜູ້ເຈັບສົງໄສກໍ່ເລີຍຖາມວ່າເອີ..........ເອີທ່ານໝໍອັນ..........???

ອັນຮາກແຂ້ວມັນກະຢັ່ງລົງເລິກຮອດພຸ້ນຫວາເບາະ

 

 

( ໂດຍປານີຫລານທິດຝອຍ)

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

              ມີມື້ນື່ງ ທ້າວ ທອງໃສ   ໄປໂຮງຮຽນ .

ບັງເອີນມີປາກສຽງກັບ ນາງ ນ້ຳອ້ອຍ ເລື່ອງຍາດໃນແກ່ນຂາມເຮັດໃຫ້ນ້ຳອ້ອຍໄຫ້ແລ້ວທັງສອງກໍ່ຖືກເອີ້ນໄປສຳຫຼວດ

ຄູ ຖາມ          :        ພວກເຈົ້າເປັນຫຍັງກັນ

ນ້ຳອ້ອຍ    :        ທ້າວ ທອງໃສຕີນ້ອງ  ຮຶ ໆ

ທອງໄສ     :            ນ້ອງບໍ່ໄດ້ຕີນ້ອງສັບໝາກກອກບາດດຽວ

ຄູ              :            ແມ່ນແລ້ວ!  ໄປຕີເຂົາເຮັດຫຍັງອັນນັ້ນລູກຜູ້ຍິງໄດ໋ຫັ້ນ

ທອງໃສຫນ້າແດງ  ແລະ  ຄິດດົນເຕີບແລ້ວຕອບວ່າ   ຂ້ອຍ,............ຂ້ອຍກະລູກຜູ້ຍິງຄືກັນ" ລູກແມ່ "

 

 

 

 

  (ໂດຍປານີຫຼານທິດຝອຍ)

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ປາດຸກ (cat fish) ແມ່ນປາຊະນິດນື່ງທີ່ລະບົບຫາຍໃຈ ພິເສດ , ສາມາດຢູ່ບົກໄດ້ຖ້າມີນ້ຳຊູ່ມໆ 

ເວົ້າລວມແລ້ວປາດຸກມັກຢູ່ນ້ຳນ້ອ

ປາດຸກກິນທາດຊີ້ນເປັນອາຫານ ແລະ ຫາກິນຕາມພື້ນນ້ຳ (  bottom  ).

ປາດຸກປະສົມພັນ ແລະ ວາງໄຂ່ເລີ້ມແຕ່ເດືອນ  3  -  10  (march - october)  .

ປາດຸກມີ  4  ຊະນິດຄື;

  1. ປາດຸກອຸຍ   (  ຢູ່ຕາມທົ່ງນາ  ,  ຫ້ວຍ  ,ໜອງ......).
  2.  ປາດຸກພັນລັດເຊຍ  ( ປາດຸກຍັກ ຫຼື ປາດຸກພັນ  ).
  3. ປາດຸກເອັນ ຫຼ ປາດຸກດານ .
  4. ປາດຸກພັນປະສົມ  (  ອຸຍ  +  ພັນລັດເຊຍ  ) .