ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ມີວັດແຫ່ງນື່ງໃກ້ຈະຮອດບຸນພຣະເຫວດ(ບຸນປະຈຳປີ)ຍາພໍ່ຜູ້ເປັນເຈົ້າອະທິການວັດໄດ້ສັ່ງໃຫ້ບັນດາຄູບາແລະຈົວເລົ່າກັນເທດໃຫ້ມ່ວນເເລະຈົບເພື່ອບໍ່ໃຫ້ຂາຍໜາ້ວັດແຕ່ວ່າໃນນັ້ນມີຈົວນ້ອຍອົງນື່ງທີ່ເລົ່າກອນເທດບໍ່ຈົບຈັກເທື່ອ

ແມ່ນແຕ່ເລົ່າ''  ນະໂມຕະສະ.........''  ກະຍັງບໍ່ຈົບຈົນ ຍາພໍ່ໄດ້ໄປສອນເອງ.

ຕື່ນຕອນເຊົ້າຈົວນ້ອຍລຸກມາເລົ່າແຕ່ໄດ້ພຽງຄຳວ່າ  :   ນະ..........ນະ............ນະ..............ເທົ່ານັ້ນ.

ພໍຍາພໍ່ໄດ້ຍິນກໍ່ເລີຍບອກວ່າ  :  ນະ.......ຫຍັງເປັນໝາກຢູ່ໄຮ່ຢູ່ສວນຫັ້ນ

ຈົວຟັງແລະຄິດອອກກໍ່ເລີຍເລົ່າ  ນະໂມຕະສະ ໄດ້ ແລະ ຈົວນ້ອຍກໍ່ຈື່ຄຳນັ້ນມາຕະຫຼອດ

ຈົນມາຮອດມື້ບຸນຖືກຈົວນ້ອຍຂື້ນເທດຍ້ອນຕົກໃຈກໍ່ເທດອອກວ່າ:    ນະ...........ນະ.........ນະ............

ຍາພໍ່ໄດ້ຍີນເລີຍຮ້ອງໃສ່ວ່າ:    ນະຫຍັງເປັນໝາກຢູ່ໄຮ່ຢູ່ສວນ

ສ່ວນຈົວນ້ອຍໄດຍິນແລ້ວຄິດດົນເຕີບເລີຍເວົ້າອອກວ່າ:    ນະ...........ນະ..............ນະ ແຕງ.                                                                              

         (ໂດຍປານີຫຼານທິດຝອຍ)

Delicious Digg Fark Twitter