ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin:0in; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman","serif"; mso-bidi-font-family:"Angsana New";}<![endif]-->

ຄະຕິເຕືອນໃຈ

Ø ​ໃຜ​ຮັກ                  ​ໃຜ​ຊັງ             ຊ່າງ​ເຖີດ

Ø ​ໃຜ​ເຊີດ                 ​ໃຜ​ຊູ              ຂອບ​ໃຈ

Ø ​ໃຜ​ດ່າ                  ​ໃຜ​ຈົ່ມ             ທົນ​ເອົາ

Ø ​ໃຈ​ເຮົາ                 ຮົ່ມ​ເຢັນ            ​ເປັນ​ພໍ

Ø ສັດຕູ​ຄື​ສັດ​ຕີ              ນາລີ​ຄື​ຢາ​ພິດ

Ø ສິ່ງ​ທີ່​ຄິດ​                ຄື​ເງີ​ນຕາ

Ø ຍອດ​ປາ​ຖະໜາ           ຄື​ຄວາມສຸກ

Ø ໝົດ​ທຸກ                 ​ເມື່ອຕາຍ

Ø ສົມບັດ​ສິ້ນ​ສຸດ​ທ້າຍ         ຄື​ຫລຸມ​ຝັງ​ສົບ

Ø ​ເມົາ​ລາບ​                ລືມ​ຍົດ

Ø ​ເມົາ​ຍົດ​                 ລືມຕາຍ

Ø ​ເມົາ​ກາຍ                ລືມ​ແກ່

Ø ​ເມົາ​ຜົວ​ເມຍ             ລືມ​ພໍ່​ລືມ​ແມ່

Ø ​ເມົາ​ໄຮ່​ເມົາ​ນາ            ລືມ​ປູ່​ລືມ​ຕາ

Ø ​ເມົາ​ອຳນາດ             ລືມ​ສາສະໜາ

Ø ​ເມົາ​ຕັນຫາ              ຫູໜວກ​ຕາບອດ

Ø ​ເມົາ​ເພດ                ໝົດ​ລາຄາ

Ø ​ເມົາ​ສຸລາ                ໝົດ​ຄວາມ​ສຳຄັນ

Ø ​ເມົາ​ການ​ພະນັນ           ໝົດ​ຊັບ​ສິນ

Ø ​ເມົາ​ນຳ​ຄວາມ​ຫລິ້ນ         ພາ​ໃຫ້​ເຮືອນ​ຮົ່ວ

Ø ​ເມົາ​ນຳ​ຜູ້​ຊົ່ວ              ໝົດ​ຄວາມ​ເຫລື້ອມ​ໃສ

Ø ​ເມົາ​ນຳ​ການ​ປູກຝັງ​ລ້ຽງສັດ   ພາ​ໃຫ້​ລ້ຳ​ລວຍ

Ø ​ເມົາ​ນຳ​ໄພ້​ນຳ​ຫວຍ         ພາ​ໃຫ້​ຊວຍ​ຕະຫລອດ.

 

o   ອັນ​ລ້ຳ​ລວຍ​ທີ່​ສຸດ​ຂອງຊີວິດ           ຄື​ສຸຂະພາບ​ທີ່​ແຂງ​ແຮງ

o   ບາບກຳ​ໃຫ່ຍຫລວງ​ທີ່​ສຸດ​ຂອງ​ຊີວິດ     ຄື​ບໍ່​ມີ​ຄວາມ​ກະຕັນຍູ

o   ຄື​ໂງ່​ທີ່​ສຸດ​ຂອງ​ຊີວິດ                ຄື​ເມົາ​ຢາ​ເສບ​ຕິດ​ໃຫ້​ໂທດ

o   ຄວາມ​ຜ່າ​ຍ​ແພ້​ໃຫ່ຍທີ່​ສຸດ​ຂອງ​ຊີວິດ    ຄື​ການ​ອວດອົ່ງ​ທະ​ນົງ​ຕົວ

o   ສິ່ງ​ມີຄ່າ​ທີ່​ສຸດ​ຂອງ​ຊີວິດ              ຄື​ການ​ໃຫ້​ອະ​ໄພ

o   ຄວາມ​ປາ​ໄຊ​ທີ່​ສຸດ​ຂອງ​ຊີວິດ           ຄື​ການ​ຂົ່ມ​ເຫັງ​ຜູ້​ອື່ນ

o   ຄວາມ​ພາດ​ຝັ່ງ​ໃຫ່ຍທີ່​ສຸດ​ຂອງ​ຊີວິດ     ຄື​ຕິດ​ການ​ພະນັນ

o   ການ​ລົ້ມ​ລະລາຍ​ທີ່​ສຸດ​ຂອງ​ຊີວິດ        ຄື​ຄວາມ​ສິ້ນ​ຫັວງ

o   ຄວາມສຸກ​ຫລາຍ​ທີ່​ສຸດ​ຂອງ​ຊີວິດ        ຄື​ການ​ຊ່ວຍ​​ເຫລືອ​ຜູ້​ອື່ນ​”

 

ü ຮຽນ​ຄິດ​ແຕ່​ດ້ານ​ບວກ          ​ແລ້ວ​ຈະ​ຮູ້​ວ່າ​ມີ​ແຕ່​ສິ່ງ​ທີ່​ເປັນ​ໄປ​ໄດ້

ü ຮຽນ​ຝັນ                    ​ແລ້ວ​ຈະ​ຮູ້​ວ່າ​ໂລກ​ນີ້​ໜ້າ​ຢູ່

ü ຮຽນ​ເວົ້າ​ແຕ່​ດ້ານ​ບວກ         ​ແລ້ວ​ຈະ​ຮູ້​ວ່າ​ຍັງ​ມີ​ຄົນ​ຫລາກ​ຫລາຍ​ທີ່​ຮັກ​ເຮົາ

ü ຮຽນ​ຍິ້ມ​ໄວ້                 ​ແລ້ວ​ຈະ​ຮູ້​ວ່າ​ ເຮົາຄື​ຄົນ​ທີ່​ເປັນ​ຮັກ

ü ຮຽນ​ຜ່າ​ຟັນ​ກັບ​ອຸປະສັກ        ​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ຄື​ຄົນ​ທີ່​ເຂັ້ມ​ແຂງ

ü ຮຽນພາກ​ພຽນ               ​ແລ້ວ​ຈະ​ຮູ້​ວ່າ ​ເຮົາອົດທົນ​ຍິ່ງ​ກວ່າ​ໃຜ

ü ຮຽນ​ຄິດ​ວ່າ​ຕ້ອງ​ຊະນະ         ​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ສາມາດ​ເອົາ​ຊະນະ​           ຕົນ​ເອງ​ໄດ້​ບໍ່​ຍາກ

ü ຮຽນ​ຄິດ​ໃໝ່​                 ​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ມີ​ຄວາມ​ສາມາດ​            ຢ່າງ​ປະຫລາດ​ໃຈ​

ü ຢ່າ​ນຳ​ເອົາ​ຄວາມ​ຜິດ​ຫັວງ​ໃນ​ເມື່ອ​ວານ    ມາ​ເຜົາ​ຜານ​ຄວາມ​ຫັວງມື້​ຕໍ່ໜ້າ

ü ​ໂລບ​ຫລາຍ​ຈະ​ເປັນ​ທຸກ        ຜົນ​ປະ​ໂຫຍ​ດຫລາຍ​ຈະ​ເປັນ​ໄພ​              ຈົດ​ຈຳ​ໄວ້​ເປັນ​ການ​ດີ!

Delicious Digg Fark Twitter