ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman","serif"; mso-bidi-font-family:"Angsana New";}<![endif]-->ບັນຍັດ​ພັນ​ລະ​ຍາ 10 ປະການ

1. ສາມີ​ອອກ​ບ້ານ​ມາ                 ຢ່າ​ຖາມ​ວ່າ​ໄປ​ໃສ

​ໃຫ້​ຖາມ​ຢ່າງ​ເຕັມ​ໃຈ                ​ເອົາ​ເງິນ​ໃຊ້ ຫຼື ບໍ່​ອ້າຍ.

2. ສາມີ​ເຂົ້າບ້ານ                     ຢ່າ​ໄດ້​ຂານ​ໄປ​ໃສ​ມາ

​ໃຫ້​ຖາມ​ດ້ວຍ​ຄຳ​ວ່າ                 ​ໂອ​ອ້າ​ຍຈ໋າ ​ເມືອ​ຍບໍ່​ອ້າ​ຍ.

3. ສາມີ​ເຂົາ​ດຸ​ດາ                     ຢ່າ​ທຳ​ໜ້າ​ເໝືອນ​ເໝັນ​ຄາວ

ຖ້າ​ຖຽງ​ກໍ່​ເລື້ອງ​ລາວ                 ຍອມຮັບ​ຜິດ​ແຕ່​ໂດຍ​ດີ.

4. ສາມີ​ໂມ​ໂຫມາ                     ​ໃຫ້​ຮີບ​ຈາກ​ໄປ​ທັນທີ

ກະ​ວາ​ສົມຄວນ​ດີ                   ຮີບ​ກັບ​ມາ​ຢ່າ​ຊ້າ​ນານ.

5. ສາມີ​ເມົາ​ເຫຼົ້າ​ມາ                    ຢ່າ​ໂກດ​ວ່າ​ດ່າ​ລະ​ລາມ

ຜ້າ​ເຢັນ ​ແລະ ອາຫານ              ຂອງຄາວ​ຫວານຄວນ​ເອົາ​ມາ

6. ສາມີ​ຂໍ​ເງິນ​ໃຊ້                     ຫ້າ​ບໍ່​ໃຫ້​ໄຕ​ຖາມ​ຫາ

​ເອົາ​ໄປ​ເຮັດ​ຫຍັງ​ໜາ                ​ໃຫ້​ຖາມ​ວ່າ​ເອົາ​ເທົ່າ​ໃດ.

7. ສາມີ​ກັບ​ບ້ານ​ເດີກ                  ຢ່າ​ທັກ​ທຶກ​ຖາມ​ອັນ​ໃດ

ຜ້າຜ່ອນ​ທ່ອນ​ສະ​ໃບ                 ກຽມພ້ອມ​ໄວ້​ທັງ​ເຂົ້າປາ.

8. ສາມີ​ເງິນ​ເດືອນ​ອອກ                ຢ່າ​ໄດ້​ບອກ​ອອກປາກ​ວ່າ

ຮັບ​ໄດ້​ຫຼາຍ​ບໍ່​ອ້າຍ                  ​ໃຫ້​ຖາມ​ວ່າ​ພໍ​ໃຊ້​ບໍ່​ອ້າຍ.

9. ສາມີ​ຂໍ​ຮ່ວມ​ເພດ                    ປະຕິ​ເສດ​ຍ່ອມ​ບໍ່​ໄດ້

ຕ້ອງ​ສະໜອງ​ທຸກ​ຄັ້ງ​ໄປ              ໄດ້ທຸກເມື່ອທຸກເວລາ.

10.       ບັນຢັດ 10 ປະການ            ໃຫ້ນົງຄານພັນລະຍາ

ຢຶດຖືເທິດບູຊາ                   ດຸດັ່ງວ່າຄອງຫົວໃຈ.

( ອ່ານແລ້ວຊ່ວຍໃຫ້ຄຳຄິດເຫັນແດ່ ເພື່ອຈະໄດ້ປັບປຸງ )

Delicious Digg Fark Twitter