ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ເລື່ອງມັນເກີດຂຶ້ນຢູ່ເທິງລົດເມສາຍອຸດອນມາໜອງຄາຍ...ດ້ວຍຄວາມທີ່ຜູ້ຂ້າເດີນທາງມາໝົດຄືນຈາກຈຽງຮາຍມາອຸດອນ ຈຶ່ງນອນຫຼັບເກືອບຕະຫຼອດທາງລະຫວ່າງທີ່ນັ່ງລົດເມຈາກອຸດອນມາໜອງຄາຍ, ແລ້ວມາສະເດີດຕື່ນກ່ອນທີ່ລົດເມຈະເຂົ້າຮອດຕົວເມືອງໜອງຄາຍ (ແຕ່ຕອນນັ້ນບໍ່ຮູ້ວ່າຮອດໃສແລ້ວ) ພໍດີຫຼຽວໄປເຫັນແມ່ຕູ້ອັນໜຶ່ງຢືນຢູ່ຂ້າງໆພ້ອມເຄື່ອງຂອງເຕັມສອງແຂນ ດ້ວຍຄວາມທີ່ກຳລັງຢູ່ໃນອາການຟາງນອນຢູ່ ແລະດ້ວຍຄວາມ ເປັນສຸພາບບູລຸດທີ່ຝັງຢູ່ໃນສາຍເລືອດແຕ່ກຳເນີດ (ຄິໆໆຄັນບໍ່ຕົວະ) ຈຶ່ງຮີບລຸກອອກແລ້ວບອກແມ່ຕູ້ໃຫ້ມານັ່ງບ່ອນນັ່ງຂອງຕົນ ແລ້ວຖາມອາສາເອົາເຄື່ອງຂອງທີ່ລາວຫິ້ວເຕັມສອງມືນັ້ນ ເພື່ອທີ່ຈະເກັບມ້ຽນໃຫ້ເປັນລະບຽບ ແຕ່ລາວກໍປະຕິເສດ! ຕົນເອງຄິດວ່າລາວຄືຊິເກງໃຈແລະບໍ່ກ້ານັ່ງ ຈຶ່ງຊູຊີລາວຕໍ່ໄປ ຈົນທຸກຄົນໃນລົດຫຼຽວເບິ່ງໜ້າຜູ້ຂ້າໝົດລົດ! ແລະແລ້ວກໍມີສຽງດອດມາຈາກທັງຫຼັງວ່າ ລາວກຳລັງຊິລົງປ້າຍໜ້ານີ້...! ແຕ໋ວໆໆໆໆໆໆໆໆໆ!

 

ໜ້າແຕກຊະນິດທີ່ໝໍບໍ່ຮັບຍິບເລີຍ!

Delicious Digg Fark Twitter