ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

 

ພຣະເຢຊູຂອງເຮົາໜ້າຮັກ

ພຣະເຢຊູຮັກເຮົາເຖຶງແມ້ນວ່າເຮົາເປັນຄົນບໍ່ສາອາດມີແຕ່ຄວາມຜິດບາບ

ພຣະເຢຊູບໍ່ເຄີຍໜີເຮົາໄປມີຄວາມສຸກໃນຂະນະທີ່ເຮົາທຸກທົນເລີຍຈັກເທື່ອ

ເມື່ອເຮົາເຈັບພຣະເຢຊູກໍເຈັບ ແລ້ວດວ້ຍຄວາມເຈັບປວຍນີ້ເຮົາຈຶ່ງຮັກພຣະອົງຫຼາຍມາກຂື້ນ

ພຣະເຢຊູບໍ່ເຄີຍໃຫ້ເຮົາໄດ້ຮັບຄວາມເຈັບປວຍເກິນກວ່າທີ່ພຣະອົງເຄີຍທົນທຸກມາກ່ອນເລີຍ ອ້ອມກອດຂອງພຣະເຢຊູກໍອົບອຸ່ນ

ແລະພຣະເຢຊູກໍລໍຖ້າທີ່ຈະກອດລູກໆຂອງພຣະອົງທຸກໆທີ່ຢູ່ໃນໂລກໃບນີ້*-*ລູກຂອງພຣະອົງທີ່ເປີ້ເປື້ອນໄປດ້ວຍຄວາມຜິດບາບທີ່ສົກກະປົກບໍ່ສະອາດ

ແຕ່ໜ້າແປກເນາະ ພໍພຣະເຢຊູກອດເຮົາແລ້ວຄວາມເປີ້ເປື້ອນຄວາມຜິດບາບເຫລົ່ານັ້ນກະຫາຍໄປໂຕເຮົາສະອາດເລີຍ

ພຣະເຢຊູເປັນກະສັດແຫ່ງກະສັດ ແຕ່ພຣະເຢຊູກໍ່ບໍ່ຍອມສະເຫວີຍສຸກໃນຄວາມສຳລານຢ່າງກະສັດເນາະພຣະເຢຊູບໍ່ຍອມຢູ່ຢ່າງດູດາຍ

ພຣະເຢຊູຍອມຖວາຍພຣະອົງເອງລົງມາບາງເກິດໃນໂລກນີ້ ເພື່ອຊ່ວຍລູກໆຂອງພຣະອົງ

ເພື່ອໃຫ້ລູກຂອງພຣະອົງໄດ້ອົບອຸ່ນ

ພຣະເຢຊູບໍ່ໄດ້ໃຊ້ອຳນາດສັ່ງການຢ່າງກະສັດກັບລູກໆຂອງພຣະອົງ

ແຕ່ໃຫ້ລູກມີເສລີພາບໃນການເລືອກໃຊ້ຊີວິດທີ່ພຣະອົງປະທານມອບໃຫ້

ພ້ອມກັບຊີ້ນຳຫົນທາງທີ່ລູກຂອງພຣະອົງຄວນເລືອກທີ່ຈະເດິນໄປຢູ່ກັບພຣະອົງ

ແຕ່ໜ້າເສຍດາຍທີ່ພຣະເຢຊູຊົງຮັກຈຶ່ງໃຫ້ເສລີພາບກັບລູກໆຂອງພຣະອົງ

ທຳໃຫ້ລູກໆບາງສ່ວນເລື່ອກທີ່ຈະໄປຕາມທາງຂອງຕົວເອງຊຶ້ງບໍ່ແມ່ນທາງຂອງພຣະອົງເລີຍ ແຕ່ເປັນທາງໄປສູ່ຄວາມຕາຍ

ຄວາຍຕາຍຂອງພຣະເຢຊູມີຄ່າແລະມີຄວາມຫມາຍ

ພຣະເຢຊູບໍ່ໄດ້ຕາຍຢ່າງເປົ່າປະໂຫຍດ

ແຕ່ຄວາມຕາຍຂອງພຣະເຢຊູນັ້ນນຳທາງເຮົາໄປສູ່ສະຫວັນແລະນຳທາງເຮົາໄປຢູ່ກັບພຣະອົງຕະລອກໄປເປັນນິດ

ນີ້ເປັນເຫດຜົນທີ່ເຮົາຕອ້ງຮັກພຣະເຢຊູ

ກໍເພາະວ່າພຣະເຢຊູຮັກເຮົາກ່ອນສະເໝີ

ນັ້ນແມ່ນສາຍສຳພັນຂອງເຮົາກັບພຣະເຢຊູ

ນີ້ແຫລະດີອີຫລີ ເພາະບໍ່ມີໃຜຫຼືອີຫຍັງສາມາດປ່ຽນແປງຄວາມສຳພັນນັ້ນໄດ້ເລີຍ

*-*ພຣະເຢຊູຮັກເຮົາສະເໝີໄປ*-*

 

 

Delicious Digg Fark Twitter