ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຄຳຖາມ : ເຈົ້າໄດ້ຮັບຊິວີດນິລັນແລ້ວຫຼືຍັງ >>>?

ພຣະຄຳພີໄດ້ສະແດງໃຫ້ເຫັນັຫົນທາງໄປສູ່ຊີວິດນິລັນຢ່າງຊັດເຈັນອັຮທຳອິດທີ່ເຮົາຕອ້ງຮູ້ເສຍກ່ອນວ່າເຮົາໄດ້ກະທຳບາບຕໍ່ພຣະເຈົ້າ ໃນພຣະທຳ ( ໂຣມ 3:3 ) ໄດ້ກ່າວໄວ້ວ່າ : "ເພາະວ່າທຸກຄົນທຳບາບແລະຂາດຈາກພຣະສີລີຂອງພຮະເຈົ້າ" ເຮົາໄດ້ກະທຳບາບຫລາຍສິ່ງຫລາຍຢ່າງ ເຮັດໃຫ້ພຣະເຈົ້າເສຍພຣະໄທ ຊຶ່ງເຮັດໃຫ້ເຮົາບໍ່ສົມຄວນໄດ້ຮັບໂທດຂອງຄວາມບາບນັ້ນແລະເນື້ອງຈາກຄວາມຜິດບາບຂອງເຮົາ ເຮັດໃຫ້ເຮົາຂາດຈາກພຣະລັດສະໝີຂອງພຣະເຈົ້າຜູ້ຊົງບໍລິສຸດແລະຢູ່ນິລັນ

ສະນັ້ນການໄດ້ຮັບໂທດຈຶ່ງເປັນຢູ່ນິລັນ ພຣະທຳ ( ໂຣມ 6:23 ) ໄດ້ກ່າວໄວ້ວ່າ : "ເພາະວ່າຄາຈ້າງຂອງຄວາມບາບນັ້ນຄືຄວາມຕາຍ ແຕ່ຂອງພຣະທານຈາກພຣະເຈົ້າຄື ຊີວິດອັນຕະລອດໄປເປັນນິດໃນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງເຮົາ"

ແຕ່ພຣະເຢຊູຄຣິດເຈົ້າເປັນຜູ້ບໍລິສຸດປາສະຈາກຄວາມຜິດບາບທັງປວງ ພຣະທຳ ( 1 ເປໂຕ 2:22 ) ຊົງເປັນພຣະບຸດອົງດຽວຂອງພຣະເຈົ້່າສະເດັດລົງມາເປັນມະນຸດ ແລະ ໄດ້ສິ້ນພຣະຊົນເພື່ອໄຖ່ບາບຂອງເຮົາ "ແຕ່ພຣະເຈົ້າຊົງສຳແດງຄວາມຮັກຂອງພຣະອົງແກ່ເຮົາທັງຫລາຍ ຄືໃນຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຮິດໄດ້ຊົງສີິ້ນພຮະຊົນເພື່ອເຮົາ"  ພຣະທຳ  ( ໂຣມ 5:8 ) ແລະຊົນສິ້ນພຣະຊົນເທິ່ງໄມ້ກາງແຂນ ( ໂຢຮັນ 19:31-42 ) ພຣະອົງຊົນຮັບໂທດແທນເຮົາ ( 2 ໂກລິນໂທ 5:21 ) ແລະໃນວັນທີ່ສາມ ພຣະອົງຊົງຟື້ນມາຈາກຄວາມຕາຍ ( 1ໂກລິນໂທ 15:1-4 ) ຊຶ່ງເປັນຂໍ້ພິສູດເຖິງໄຊຊະນະເຫນືອຄວາມຕາຍຂອງພຣະອົງ

ໃນພຣະຄຳ ( 1 ເປໂຕ 1:3 ) ກ່າວວ່າ : "ສາທຸການແດ່ພຣະເຈົ້າ ພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາ ຜູ້ຊົງໄດ້ໂຜດເມດຕາກະລຸນາແກ່ເຮົາຊົງໂປດໃຫ້ເຮົາບັງເກິດໃຫມ່ ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່ ໂດຍການຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ "

ໂດຍທາງຄວາມເຊື່ອເຮົາຈຶ່ງຕອ້ງຫັນຫລັງໃຫ້ກັບຄວາມບາບ ແລະຫັນເຂົ້າມາຫາພຣະຄຣິດ ເພື່ອໄດ້ຮັບການໄຖ່ ( ກິດຈະການ 3:19 ) ຫາກເຮົາມີຄວາມເຊື່ອໃນພຣະອົງ ແລະໄວ້ວາງໃຈ ວ່າການຊົນພຣະຊົນຂອງພຣະອົງເທິ່ງໄມ້ກາງແຂນເປັນການຮັບໂທດ ແລະໄດ້ຮັບຊີວິດນິລານໃນສະຫວັນ

ໃນພຣະທຳ ( ໂຢຮັນ 3:19 ) ໄດ ກ່າວໄວ້ວ່າ :"ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ຈະມີຊີວິດອັນຕະລອດໄປເປັນນິດ"

ໃນພຣະທຳ ( ໂຮມ 10:9 ) ໄດ້ ກ່າວໄວ້ວ່າ: "ຄືວ່າຖ້າທ່ານຈະຮັບດ້ວຍປາກຂອງທ່ານວ່າ ພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ ແລະເຊື່ອດ້ວຍຈິດໃຈວ່າ ພຣະເຈົ້າໄດ້ຊຸບໃຫ້ພຣະອົງໄດຟື້ນຄືນມາຈາກຄວາມຕາຍ ທ່ານຈະໄດ້ພົ້ນ "  ທາງທີ່ຈະນຳໄປສູ່ຊີວິດນິລັນດອນມີພຽງທາງດຽວເທົ່ານັ້ນ ຄືການມີຄວາມເຊື່ອໃນພາລະກິດຂອງພຣະຄຣິດເທິ່ງໄມ້ກາງແຂນ

ພຣະທຳ ( ເອເຟໂຊ 2:8-9 ) ໄດ້ ກ່າວໄວ້ວ້າ: "ດ້ວຍວ່າຊຶ່ງທ່ານທັງຫລາຍໄດລອດພົ້ນນັ້ນກໍລອດພົ້ນໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນຕົວທາງທັງຫລາຍກະທຳເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມລອດພົ້ນນັ້ນຈະເນື່ອງດ້ວຍການກະທຳກໍບໍ່ໄດ້ ເພື່ອບໍ່ໃຫ້ຄົນໃດຄົນຫນຶ່ງອວຍໄດ້ ".

 

 

 

Delicious Digg Fark Twitter