ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 

***ສອນສາວ***
 
ເປັນສາວແລ້ວວາງໂຕໃຫ້ເຂົ້າທ່າ
ຄຳເວົ້າຈາໃຫ້ອ່ອນນ້ອມຖ່ອມໂຕໄວ້ຢ່າຂົ່ມຄົນ
ໃຫ້ວາງຕົນສົມຄວນໄວ້ກາຍວາຈາສະຫງົບງ່ຽມ
ຕິນຜົມໃຫ້ລ່ຳກ້ຽງຕີນສິ້ນໃຫ້ລ່ຳພຽງ
 
ຢ່າເປັນຄົນຖຽງສູ້ລູໆຄຽດງ່າຍ
ໃຫ້ຄິດອາຍພວກພີ່ນ້ອງເຮືອນໃກ້ສິຫນ່າຍແຫນງ
ໃຫ້ຮັກແພງເອົາໄວ້ເງິນທອງຂອງເກົ່າ
ຢ່າສິຟ້າວຈ່າຍຊື້ຂາຍສ້ຽງຄູ່ຊູ່ອັນ
 
ຢ່າຊວນກັນໄປຫລິ້ນເປັນຄົນບໍ່ເອົາງານ
ຢ່າເປັນຄົນຂີ້ຄ້ານຫມັ່ນໄປມົ້ວແຕ່ຜູ້ຊາຍ
ຢ່າເປັນຄົນປາກຮ້າຍເວົ້າຫລາຍສິເປັນຕາຫນ່າຍ
ປ່ຽນຜູ້ຊາຍບໍ່ຊ້ຳຫນ້າຫາກິນຫລິ້ນບໍ່ຫ່ວງຮຽນ
 
ໃຫ້ເຈົ້າຮຽນຢ່າທໍ້ຈົ່ງພໍໃຈທີ່ເປັນຢູ່
ເຊື່ອຟັງຄູພໍ່ແມ່ເວົ້າປູ່ຍ່າເຖົ້າເພິ່ນກ່າວສອນ
ຢ່າສະອອນແຕ່ນຳຫລິ້ນຕັ້ງໃຈຮຽນໃຫ້ຕິດຕໍ່
ໄດ້ເຮັດວຽກດີຜູ້ບ່າວສິງໍ້ມາຂໍເຈົ້າແຕ່ງເອງ...ດອກນາ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

...ວັນຫນຶ່ງທີ່ບາງກອກ ຄົນລາວໄດ້ຊຸກເຊື່ອງຢາມ້າຈຳນວນຫນຶ່ງ

ໄວ້ໃນຖົງໂສ້ງແລ້ວກໍຂຶ້ນລົດເມເພື່ອເດີນທາງ

ໃນຂະນະທີ່ລົດກຳລັງຈະອອກນັ້ນ ມີຄົນບອກວ່າ *ຈັບລາວ*

ຄົນລາວຜຼ້ນີ້ ກິນປູນເລີຍຮ້ອນທ້ອງ ຮ້ອງອອກມາວ່າຈັບຂ້ອຍແມ

ຈະຍິງໃຫ້ໃສ້ແຕກເລີຍ ໆໆ ໆໆ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
 
 

 

-    ເສັ້ນຜົມຄົນເຮົາທີ່ແຂງແຮງ ສາມາດຮັບນ້ຳນັກໄດ້ເຖິງ 3 ກິໂລ

-    ໂຕ O ເປັນສະຫລະທີ່ເກົ່າແກ່ທີ່ສຸດໃນພາສາອັງກິດ

-    ຖ້າອ່ຽນໄຟຟ້າຢູ່ໃນນ້ຳຈືດ ຈະຖືກຊັອດຕາຍ

-    ຂັ້ນໄດໃນປະເທດລາວຈະເປັນເລກຄີກ

-    ຄົນເຮົາມີໂອກາດຕາຍຍ້ອນເຜີ້ງຕອດ ຫລາຍກວ່າງູກັດ

-    ເມື່ອທ່ານຈາມຫົວໃຈຈະຢຸດເຕັ້ນ ​ຂະນະຫນຶ່ງ ​ແລະ ທຸກຄັ້ງທີ່ຈາມ ຄົນ​ເຮົາ​ມັກຈະລັບຕາ

-    ກ້າມເນື້ອທີ່ແຂງແຮງທີ່ສຸດຄືລີ້ນ

-    ອະນຸສາວະລີຂອງຄົນທີ່ຢູ່ເທິງຫລັງມ້າ ແລະ ມ້າຍົກສອງຂາຫນ້າຂຶ້ນ ສະແດງວ່າຄົນໆນັ້ນ ຕາຍໃນສົງຄາມ ແຕ່ຖ້າມາຍົກຂາຂ້າງດຽວສະແດງວ່າ ຄົນໆນັ້ນຖືກບາດເຈັບໃນສົງຄາມ ແລະ ຕາຍຈາກການບາດເຈັບນັ້ນ, ຖ້າມາບໍ່ຍົກຂາທຸກຂາ ສະແດງວ່າຄົນໆນັ້ນ​ຕາຍໂດຍທຳມະຊາດ

-    ໃນ 4.000 ປີ ທີ່ຜ່ານມາ ບໍ່ມີສັດຊະນິດໃດ ທີ່ຖືກສອນໃຫ້ຮູ້ຈັກຄວາມຄົນ

-    ການໃສ່ສາຍຫູຟັງສາມາດເພີ່ມເຊື້ອພະຍາດໃນຫູ​ໄດ້ຫລາຍ​ພັນເທົ່າ

-    ລິບສະຕິກສ່ວນໃຫຍ່ມີສ່ວນປະສົມຂອງເກັດປາ

-    ລາຍລີ້ນຂອງຄົນ​ເຮົາຕ່າງກັນ ດັ່ງ​ດຽວກັບລາຍມືທີ່​ບໍ່​ຄື​ກັນ

-    ຈຳນວນແຖວຂອງຫມາກສາລີສ່ວນ​ໃຫຍ່ເປັນເລກຄູ່

-    ຍຸງມັກເລືອດເດັກນ້ອຍຫລາຍກວ່າເລືອດຜູ້ໃຫຍ່

-    ແຂ້ວຂອງແມງສາບຢູ່ໃນທ້ອງ

-    ເຫມັ້ນທຸກໆໂຕສາມາດລອຍນ້ຳໄດ້

-    ແກ້ວບໍ່ແມ່ນທາດແຂງ ແຕ່ເປັນທາດແຫລວ

-    ອູດສາມາດຫມູນຫົວໄດ້ 180 ອົງສາ

ເລື່ອງແປກໆຂອງແມ່ຍິງບາງ​ປະ​ເທດ

-    ແມ່ຍິງຢູ່ເກາະຮາວາຍ ທີ່ເນັບດອກໄມ້ທີ່ຫູຂ້າງຊ້າຍ ສະແດງວ່າ: ພວກນາງມີເຈົ້າຂອງແລ້ວ

-    ແມ່ຍິງທີ່ປະເທດຄູເວດ ຄົນໃດທີ່ແຕ່ງດອງ ຈະໄດ້ຮັບເງິນສົດ 12.000 ດອນລາ ເປັນຂອງຂວັນ ຈາກກະສັດຂອງພວກເຂົາ

-    ແມ່ຍິງຄົນຝຣັ່ງ ພວກເຂົາສາມາດພັກວຽກໄດ້ 5 ອາທິດຕໍ່ປີ ເທົ່ານັ້ນຍັງບໍ່ພໍພວກເຂົາຍັງເຮັດວຽກ ພຽງ 35 ຊົ່ວໂມງ ຕໍ່ 1 ອາທິດ

-    ແມ່ຍິງຄົນ ບຣາຊິວ ພວກເຂົາເຫັນວ່າການມີຮູບຮ່າງດີ ສຳຄັນກວ່າການແຕ່ງດອງ

-    ແມ່ຍິງແມັກຊີໂກ ພວກເຂົາມັກ​ຈະ​ເລາະ​ຕະຫລາດ​ໃຊ້​ເວລາ​ປະມານ 2 ຊົ່ວໂມງ​ໃນຕອນພັກທ່ຽງ

-    ແມ່ຍິງຄົນອີຣັກເກືອບທຸກຄົນທີ່ໃຊ້ປືນເປັນ

 

ຮຽບຮຽງ ຈາກ​ວາລະສານ ວັດທະນະທຳ ເອົາມາຈາກ ເຊໂນທາມອີກທີຫນຶ່ງ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
  • ·         ຄຳປາກພໍ່ແມ່ນີ້ຫນັກເກິ່ງທໍລະນີ ໃຜຜູ້ຢຳແຢງນົບຫາກຈັກດີເມືອຫນ້າ
  •  
  • ·         ຄັນແມ່ນມີຄວາມຮູ້ເຕັມພຸງພຽງປາກກໍ່ຕາມທ້ອນ ສອນຕົວເອງບໍ່ໄດ້ໃຜສິຍ້ອງວ່າດີ
  •  
  • ·         ຄັນແມ່ນມີຄວາມຮູ້ພາໂລເຮັດມັນບໍ່ແມ່ນ ຄວາມຮູ້ມີທໍ່ຟ້າສິເປັນບ້າທໍ່ແຜ່ນດີນ
  •  
  • ·         ຄັນໄດ້ຟັງຄຳເວົ້າຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິດີ
  •  
  • ·         ຢ່າຟ້າວຕິຕຽນເວົ້າຜັກກະເດົາຂົມຂື່ນ ບາດໄດ້ກິນລາບກ້ອຍຍັງສິໄດ້ໂອ້ອ່າວຫາ
  •  
  • ·         ຊາດທີ່ແນວນາມບົ້ງແປນໂຕກາສິຕອດກິນແລ້ວ ເຮັດໃຫ້ເປັນດັ່ງມ້ອນໄຍຫຸ້ມຫໍ່ໂຕ ໄວ້ເນີ
  •  
  • ·         ຊື່ວ່າຄວາມຕາຍນີ້ແຂວນຄໍທຸກບາດຢ່າງ ໃຜກໍ່ແຂວນອ້ອຍຕ້ອຍສະເຫມີດ້າມດັ່ງກັນ ນັ້ນແລ້ວ
  •  
  • ·         ທາງຫລາຍເສັ້ນຕາມໃຈຜູ້ສິໄຕ່ ເຈົ້າຫາກມັກເສັ້ນເວີ້ງທາງລ້ຽວກໍ່ຫາກມີ
  •  
  • ·         ເປັນຊາຍຂໍໃຫ້ເປັນຊາຍແທ້ຢ່າເປັນຊາຍແກມແຮ່ ຊາຍກໍ່ຊາຍແທ້ໆຕົມນັ້ນຢ່າໃຫ້ມີ
  •  
  • ·         ເປັນຍິງຂໍໃຫ້ເປັນຍິງແທ້ແນໄປໃຫ້ມັນທ່ຽງ ຍິງຂໍໃຫ້ຍິງແທ້ໆແນແລ້ວຈຶ່ງຄ່ອຍຍິງ
  •  
  • ·         ເຮືອນບໍ່ມີສີຫນ້າກາບິນມາມັນສິລ່ວງ ມີເຮືອນຄັນບໍ່ມີພໍ່ຢ້າວໂຈນສິຂຶ້ນລ່ວງຂອງ
  •  
  • ·         ຢ່າໃຫ້ເສຍແຮງໄດ້ເປັນຄົນນຳເພິ່ນ ຄົນໃຫ້ຄົນແທ້ໆຫນຽວຕຸ້ຍຈຶ່ງແມ່ນຄົນ
  •  
  • ·         ຢ່າໄດ້ຫວັງສຸກຍ້ອນບຸນເຂົາມາເພິ່ງ ສຸກກໍ່ສຸກເພິ່ນພຸ້ນບໍ່ມາກຸ້ມຮອດເຮົາ ດອກນາ
  •  
  • ·         ເຮືອຄາແກ້ງກວຽນເຫັນໃຫ້ກວຽນແກ່ ບາດວ່າໄປຮອດນ້ຳເຮືອສິໄດ້ແກ່ກວຽນ
  •  
  • ·         ຄິດໄປຫລາຍນັບມື້ຫຍຸ້ງມຸ່ງມາຄືຮາກໄຜ່ ຄິດໄປຫລາຍນັບມື້ພໍ້ພໍແລ້ວບໍ່ຢາກເຫັນ
  •  
  • ·         ຄັນວ່າໃຈປະສົງແລ້ວກາງດົງກໍ່ວ່າທົ່ງ ຄັນວ່າໃຈຂີ້ຄ້ານກາງບ້ານກໍ່ວ່າດົງ
  •  
  • ·         ໃຈປະສົງແລ້ວເມືອງແກວກໍ່ດັ້ນຮອດ ໃຈປະສົງຕໍ່ແກ້ວໃນຖ້ຳກໍ່ກົ່ນຫາ
  •  
  • ·         ໃຈບໍ່ໃສຕໍ່ແກ້ວແຍງເງົາກໍ່ບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງຕີໄດ້ກໍ່ບໍ່ດັງ
  •  
  • ·         ໃຈບໍ່ໂສດາດ້ວຍເວົ້າມ່ວນກໍ່ເປັນຜິດ ໃຈບໍ່ໂສດາດອມເວົ້າດີກໍ່ເປັນຮ້າຍ
  •  
  •    ເຮືອນບໍ່ມີສີໜ້າກາບິນມາມັນສິລ່ວງ ມຸງຫຍ້າຄັນບໍ່ມີຕອກລິ້ວສິໄປໝັ້ນຢູ່ບ່ອນໃດ
  •  
  • ·        ອິດູຕົນເປັດນ້ອຍຢາກນອນຄອນນຳໄກ່ ຕີນເປີ່ມເປິະເປີ່ມເປີ້ຍປີນຂຶ້ນພະລາດລົງ
  •  
  • ·        ອັນວ່າລາຍຄົນນີ້ມັນບໍ່ຄືລາຍເສືອສາງຊ້າງປ່າ ອະທິບາຍບໍ່ໄດ້ໃຈນັ້ນສ່ອງບໍ່ເຫັນ

 


ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຜະຫຍາພາສິດບາວ-ສາວ

803. ເກົ້າຊິແຈ້ງສິບຊິແຈ້ງ ຢ່າມີເມກມາບັງ ຢ່າມີຍັງຣາຫູ ບຽດບຽນພຣະຈັນເຈົ້າ.

804. ຂົມຜັກ ຫຼືຂົມຫຍ້າ ຂົມຂີ້ກາມັນກືນຍາກ ຄັນແມ່ນຂົມຂີ້ເພ້ຍ ຊິກິນກ້ຽງບໍ່ເຫຼືອ.

805. ຄາດຊິເປັນຄູ່ຊ້ອນ ທຽມສະແນນບໍ່ມີຫຼີກ ເປັນເດ ຣາຫູ ບໍ່ຮ່ອນຄາຄາດຫ້າງ ຮາມແກ້ວໜ່ວຍພະຈັນ.

806. ເຄືອບຸນມາແລ່ນກ້ຽວ ເຄືອບຸນຊ້ຳພັດມາຍ ເຄືອຫວາຍກ້ຽວ ເຄືອຫວາຍຊ້ຳພັດເນົ່າ ມີແຕ່ພົງເຜົ່າຜູ້ ຊູລ້ຽງຈຶ່ງໃຫຍ່ສູງ.

807. ຄວາມມັກຫຼາຍຄວາມອາຍນ້ອຽ ພອຍຊິຕາຍບໍ່ຮູ້ເມື່ອ ຄວາມມັກມາແລ່ນກຸ້ມ ກຸມໄວ້ກໍບໍ່ຟັງ.

808. ຄັນແມ່ນ ໃຈປະສົງແລ້ວ ໜາມກະແທວກໍຊິຜ່າ ເຖິງແມ່ນປ່າຂີ້ອົ້ນ ພັນຊັ້ນກໍຊິໄປ.

809. ຄັນແມ່ນ ເປັນຕາໄດ້ ຊິຄາດຫ້າງລົງສະ ຄັນບໍ່ເປັນຕາມີ ຊິແບກກະເຊີຄອນໂຊ້.

810. ຄັນແມ່ນ ເປັນຕາໄດ້ ຊິຄາດຫ້າງລົງສະ ເອົາໃຫ້ເຫັນໂຕປາ ລ່ອງລອຍໃນນ້ຳ.

811. ຄັນແມ່ນ ເປັນຕາໄດ້ ຊິຄາດຫ້າງລົງສະ ຄັນບໍ່ເປັນຕາມີ ຊິແບກກະເຊີຄອນກະໂຊ້.

812. ຄັນຊິ ຫຍັບເຂົ້າໃກ້ ຢ້ານແຕ່ກີດພວງຫຼາ ນ້ອງນາ ຄັນຊິຫຍັບເຂົ້າຫາ ຢ້ານຊູ້ນາງທາງບ້ານ.

813. ຄັນບໍ່ ໄດ້ເຫັນໜ້າ ເຫັນແຕ່ນາກໍພໍຢູ່ ເຫັນແຕ່ເສື້ອພາດແຈ ເຫັນແຕ່ແພພາດຮົ້ວ ເຫັນແຕ່ບົວໃນບ້ານ ພໍປານໄດ້ນັ່ງນຳ.

814. ຄັນບໍ່ ເປັນຕາສ້ອນ ຊິຄອນຫວີງຄືນເມືອຕາກ ຊິຄອນດາກຂີ້ໂມ້ ເມືອຕ້ອນປ່າໝາກຢາງ.

815. ຄັນຕົມຕິດເອົາຕົມລ້າງ ເລືອລົງໃຫ້ມັນໝົ່ນ ຄັນນ້ຳຕິດເອົານ້ຳລ້າງ ແຊມຊ້ຳໃຫ້ຕື່ມງາມ.

816. ຄັນນ້ອງ ຄຶດຮອດອ້າຍ ແກງຫອຍໃຫ້ມັນເປື່ອຍ ແກງປາໃຫ້ເປື່ອຍກ້າງ ແກງຊ້າງໃຫ້ເປື່ອຍງາ.

817. ຄັນນ້ອງ ໄຂປາກຊ້າ ອ້າຍຊິງ່ຽງກະບຸງຕັກ ຄັນນ້ອງໄຂທໍຢາ ຊິຈິກຕອງມາພ້ອມ.

818. ຄັນນ້ອງ ມີຄູ່ຊ້ອນ ນ້ອງບໍ່ອອກເຮືອນມາ ນ້ອງຊິເນົາເຄຫາ ຮ່ວມຕຽງຄຽງຊ້ອນ.

819. ຄັນນ້ອງ ຕາຍເປັນນົກແອ່ນແສ້ວ ບິນແສ່ວຢູ່ກາງຫາວ ອ້າຍຊິເປັນແຫຼວຟານໂຕນ ແສ່ວລົງເອົານ້ອງ.

820. ຄັນນ້ອງ ຕາຍເປັນມ້າ ໂຕໃຫຍ່ສີລານ ອ້າຍຊິຕາຍເປັນອານ ຂີ່ເທິງຫຼັງມ້າ.

821. ຄັນນ້ອງ ຕາຍເປັນກ້າ ກາງນາຂຽວອ່ອນ ອ້າຍຊິຕາຍເປັນນາໃຮ່ໂຫຼ້ງ ລົງກ້ຽວກ່ອມກັນ.

822. ຄັນນ້ອງ ຕາຍເປັນເຂົ້າ ກາງນາຂຽວອ່ອນ ອ້າຍຊິເປັນຄວາຍດ່ອນນ້ອຍ ກິນຫຍ້າຢູ່ທົ່ງນາ.

823. ຄັນນ້ອງ ຕາຍເປັນມ້ອນ ປະສົງກ່ອມດອມໄໝ ອ້າຍຊິຕາຍເປັນມອນໃບຂຽວ ກ່ອມກັນໃນດົ້ງ.

824. ຄັນນ້ອງ ຕາຍເປັນບົ້ງ ປະສົງສອດສາຂາ ອ້າຍຊິເປັນສັກກູນາ ແສ່ວກິນແມງບົ້ງ.

825. ຄັນນ້ອງ ຕາຍເປັນດົງ ອ້າຍຊິຕາຍເປັນເນື້ອ ເຟືອກັນຄືໄໝກ່ອມ ຄັນນ້ອງ  ຕາຍເປັນຫອມ ອ້າຍຊິຕາຍເປັນຕ່ອນຊີ້ນ ລົງໝໍ້ອ່ອມໃສກັນ.

826. ຄັນນ້ອງ ຕາຍເປັນໄໝຄຳຝັ້ນ ພັນທະນັງຢູ່ໃນຫຼອດ ອ້າຍຊິຕາຍເປັນໄມ້ກ່ຳພັ້ນ ພັນເຂົ້າກ່ອມກະສວຍ.

827. ຄັນນາງ ຕາຍເປັນຝ້າຍ ຫຼາໃນໃຫ້ເຂົາແກວ່ງ ອ້າຍຊິເປັນໄມ້ກ່ຳຝັ້ນ ພັນກິ້ງກ່ອມແພ.

828. ຄັນຢາກ ເຫັນໃຈອ້າຍ ໃຫ້ມືນຕາໃສ່ນ້ຳແຈ່ວ ມັນຫາກແສບຈ້າວໆ ໃຈອ້າຍກໍດັ່ງດຽວ.

829. ຄັນວ່າ ໃຈປະສົງແລ້ວ ກາງດົງກໍເປັນທົ່ງ ຄັນແມ່ນໃຈຂີ້ຄ້ານ ກາງບ້ານກໍວ່າດົງ.

830. ຄັນວ່າ ໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ ສາຍຕາຈອດຈໍ່ຈ້ຳ ໃນຖ້ຳກໍກົ່ນຫາ.

831. ຄັນອ້າຍ ມີເມັຽແລ້ວ ຢ່າລົງເຮືອນໃຫ້ໝາເຫົ່າ ໃຫ້ອ້າຍນັ່ງເຄົ້າເມົ້າ ໄພຫຍ້າຢູ່ເຮືອນ.

832. ຄິດໄປ ຫຼາຍນັບມື້ຫຍຸ້ງ ຄືຍຸງຢູ່ໃນປ່າ ຄຶດໄປຫຼາຍນັບມື້ພໍ້ ພໍໄຫ້ຢູ່ຊູ່ຍາມ.

833. ເຈັບດ້ວຍ ຄວາມປາກນີ້ ໜັກກວ່າຂະຍຸງຕີ ແສນຊິປົວຢາຫຍັງ ກໍບໍ່ມີຫາຍໄດ້.

834. ເຈັບອົກ ປານໄຟໄໝ້ ເຈັບໃຈປານຟ້າຜ່າ ເຈັບບ່າແບກໄມ້ຕີ້ວ ເດືອນຫ້າກໍບໍ່ປານ.

835. ເຈັບອົກ ປານໄຟໄໝ້ ເຈັບໃຈປານຟ້າຜ່າ ເຈັບຕາປານໄມ້ຄ້ອນ ຄະເນີນປ້ຳຕ່ອຍຕີ.

836. ເຈົ້າຜູ້ ງູເຫຼືອມອໍ້ ຫາກິນຕາຍຕັ້ງແຕ່ເຕົ່າ ສັງບໍ່ຂຶ້ນໂຄກກວ້າງ ກິນຊ້າງຄ່າແພງ.

837. ເຈົ້າຜູ້ ຫົງຄຳຜ້າຍ ບໍ່ໝາຍງອຍຕົ້ນໄມ້ຕ່ຳ ເບັດໃສ່ໄມ້ແກ່ນສູງ ເບັດໃສ່ຍຸງແກ່ນຫຼ້ອນ ເບັດໃສ່ຂອນແກ່ນແຕ້ ລຳດົ້ວຈຶ່ງຈະງອຍ.

838. ເຈົ້າຜູ້ ຫົງຄຳຜ້າຍ ປາຍເຂົາຄັນທະມາດ ຮຸກຂາມີໝື່ນຕົ້ນ ຕົວເຈົ້າຫາກເພັນໜີ.

839. ເຈົ້າຜູ້ ຢູ່ອິ້ງຕິ້ງ ເຈົ້າຜູ້ຕິ່ງມັນແກວ ເຈົ້າຜູ້ແນວມັນພົວ ຢ່າໄດ້ລືມສຽມຫ້ຽນ.

840. ເຈົ້າຜູ້ ເດືອນເພັງແຈ້ງ ມີແສງສັງບໍ່ສ່ອງ ເຈົ້າຜູ້ດາວດາດຟ້າ ບໍ່ແຍງພື້ນພະສຸທາ.

841. ເຈົ້າຜູ້ ເຊື້ອຊາດຊ້າງ ຍົດໃຫຍ່ສະກຸນສູງ ຢຸ່ໃນຝູງສັກກາ ໄພ່ບົນພົງປ້ອງ ອ້າຍຢາກຢອງຫຼັງຂຶ້ນ ໄປຢືນເປັນແຢ່ງ ຢາກເປັນແຫຼ້ງຮັບໃຊ້ ນວນນ້ອງຄູ່ຊູ່ຍາມ.

842. ເຈົ້າຜູ້ ແນວນາມມ້າ ອາຊະໄນມະນີກາບ ສັງຊິມາໄຕ່ພື້ນ ຄືອ້າຍຮ່ອນຊິເປັນ.

843. ເຈົ້າຜູ້ ແນວນາມແກ້ວ ຢ່າໄດ້ເປີດດິນຊາຍ ເຈົ້າຜູ້ ແນວຄວາຍເຂົາ ຢ່າຊູ່ລືມຄວາຍຕູ້.

844. ເຈົ້າຜູ້ ແພຜຶນກວ້າງ ປູໄປໃຫ້ມັນເຫຼື່ອມ ນ້ອງເຫຼື່ອມອ້າຍ ອ້າຍເຫຼື່ອມນ້ອງ ຄືຟ້າເຫຼື່ອມດິນ.

845. ເຈົ້າຜູ້ ຕົ້ນດອກງີ້ວ ຄະນຶງຮອດປາບົກ ເຈົ້າຜູ້ ແນວນາມນົກ ຢ່າໄດ້ລືມໄລແຮ້ວ.

846. ເຈົ້າຜູ້ ເມືອວັ້ງໆ ບໍ່ຫຼຽວຫຼັງມາເອີ້ນສັ່ງ ຄັນບໍ່ເອີ້ນສັ່ງໃກ້ ກໍພໍເອີ້ນສັ່ງໄກ.

847. ເຈົ້າຜູ້ ບົວບານບ້າງ ກາງສະພັງກ້ານກ່ອງ ຢູ່ກາງໜອງຢ່ານກວ້າງ ມືອ້າຍເດ່ບໍ່ເຖິງ.

848. ເຈົ້າຜູ້ ຈັນເດີນດ້າວ ເດືອນເພັງສິບຫ້າຄ່ຳ ຂໍຈົ່ງໃສສ່ອງແຈ້ງ ແຍງອ້າຍຜູ້ປະສົງ ແດ່ທ້ອນ.

849. ເຈົ້າຜູ້ ຜັກອີ່ຕູ່ເຕັ້ຽ ຕົ້ນຕ່ຳໃບດົກ ກົກບໍ່ທັນທຽມໃບ ໄຍບໍ່ທັນໜາແໜ້ນ ສັງມາຈູມຈີຈໍ້ ງໍແງຈິບດອກ ຮາກບໍ່ທັນຫຍັ່ງພື້ນ ສັງມາປີ້ນປົ່ງໃບ.

850. ໃຈປະສົງຕໍ່ໄມ້ ຈຶ່ງໄດ້ແບກຂວານມາ ປະສົງເຮືອຊາວວາ ຈຶ່ງແບກພາຍມາພ້ອມ.

851. ໃຈບໍ່ ໃສຕໍ່ແກ້ວ ແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກໍບໍ່ດັງ.

852. ໃຈບໍ່ ໂສດາດ້ວຍ ເວົ້າແມ່ນກໍເປັນຜິດ ໃຈບໍ່ໂສດາດອມ ປາກດີກໍເປັນຮ້າຍ.

853. ໃຈມ່ອມອ້າຍ ຫມາຍມຸ່ງພຣະໄມມິດ ຊິຄ່ອຍປຸນປອງຮັກ ຮ່ວມຮຽງຮາວຖ້ານ ສົມພານເບື້ອງປາຣະມີຮຽງຮອດ ກັນແລ້ວ ສຸດຟາກລວງເລິກລໍ້າ ພິລາກ້ຽວກ່ອມລໍາ ໄດ້ເດ.

854. ເສັຽແຮງຫ້າງ ກະຖິນແຮບໍ່ໄດ້ແຫ່ ບາດວ່າເພິ່ນບໍ່ຫ້າງ ກໍຍັງໄດ້ແຫ່ໄປ.

855. ສິບປີລ້ຳຊາວປີລ້ຳ ບໍ່ເຫັນກວາງມາຢາມມັ່ງ ຕົ້ງແຕ່ເຂົ້າຂຶ້ນເລົ້າ ບໍ່ເຫັນເຈົ້າເທື່ອດຽວ.

856. ສິບຜືນຜ້າຊາວຜືນຜ້າ ບໍ່ປານຝາເນື້ອອຸ່ນ ສິບຄົນມາຢູ່ຊ້ອນ ຊາວຄົນມາຢູ່ຊ້ອນ ບໍ່ປານນ້ອງຜູ້ຢູ່ນຳ.

857. ສິບຄົນມານັ່ງແຫງນ ແສນຄົນມານັ່ງເຝົ້າ ບໍ່ປານເງົາເຈົ້າມາເຫຼື່ອມ ສິບຄົນມານັ່ງເວົ້າ ບໍ່ປານເຈົ້າຜູ້ນັ່ງນຳ.

858. ສິບແມ່ນ້ຳ ຊາວແມ່ນ້ຳ ກໍຊິທໍ່ເຮືອກາຍ ສິບຍ່ານພູຊາວຍ່ານຜາ ກໍຊິຖາງທາງດັ້ນ.

859. ສິບຜາຂັ້ນ ຫີນຜາຕັນກໍຊິສີ່ວ ຄັນແມ່ນສີ່ວບໍ່ໄດ້ ຊິເຊີນຟ້າຜ່າລົງ.

860. ສັດຈະຜູ້ຍິງນີ້ ຄືກວາຍຕາຮ່າງ ບາດວ່າຖີ້ມໃສ່ນ້ຳ ໄຫຼເຂົ້າຊູ່ທາງ.

861. ສັດຈະແມ່ຍິງນີ້ ສເມີກັນກັບຍອງນຸ່ນ ບາດວ່າລົມພັດຕ້ອງ ຄອງຖ້າແຕ່ຊິປີວ.

862. ສັດຈະຜູ້ຊາຍນີ້ ຄືຫີນໜັກທ່ອງ ບາດວ່າຖີ້ມໃສ່ນ້ຳ ຈົມຕິ້ງບໍ່ຟູ.

863. ຊ່າວ່າ ນ້ອງປູກຜັກທຽມຫ້າວ ກາງບ່ອນນອນ ບໍ່ເຫືອດບ່ອນ ຜັກເກົ່າຍັງບໍ່ກູ້ ປະສົງຕັ້ງປູກເຕັງ.

864. ຊາດທີ່ ເປັນຊາຍນີ້ ບໍ່ຍອມຄົນໂດຍງ່າຍ ບໍ່ຍອມຂາຍຂີ້ໜ້າ ໃຫ້ຊາວບ້ານເພິ່ນຫຍັນ.

865. ຊາດທີ່ ກັສສະໂປບົ້ງ ເລົາດຽວລູກຄູ່ ດີກໍຊິສູ້ ຮ້າຍກໍຊິສູ້ ຕາຍຖິ້ມແມ່ນບໍ່ແໜງ.

866. ຊາດທີ່ ກາດຳປີ້ ຊິທຽມຫົງກໍຍິນຍາກ ຊາດທີ່ແສງຫິ່ງຫ້ອຍ ຊິເຍືອງແຈ້ງແຂ່ງພຣະຈັນ ໄດ້ລື.

867. ຊາດທີ່ ຄຸງຄານ້ຳ ສມຸດຫຼວງບໍ່ມີຂາດ ສະເພົາແລ້ວ ບຸນນ້ຳຍັງປ່ຽມລົ້ນ ຫຼາຍຫ້ວຍຮ່ວມໂຮມ.

868. ຊາດທີ່ ດວງຫອມນີ້ ຊິບານດາຽບານດອກ ເປັນລື ຄວາມຄຶດແມງຜູ່ຍັງເທົ່າຟ້າ ຫວັງມ້ຽນກະດູກດອມ.

869. ຊາດທີ່ ມາລານີ້ ດວງຫອມຮົດຮ່ວງ ໃຜຜູ້ມານັ່ງໃກ້ ດົມແລ້ວບໍ່ຢາກໜີ.

870. ຊາດທີ່ ໂພສີສ້ອຍ ໃບບໍ່ໜານົກບໍ່ແກວ່ນ ໝາກບໍ່ຫວານຈ້ອຍໆ ກາອ້ຽງບໍ່ຢາກຊົມ.

871. ຊາດທີ່ ແນວນາມແບ້ ທຽມສານຫ່ອນຊິເກິ່ງ ຊາດທີ່ແນວນາມກາ ຫ່ອນຊິທຽມຫົງໄດ້.

872. ຕອງຕັດ ຍັງມີສົ້ນ ໄໝສົນຍັງມີເງື່ອນ ເຊີນນ້ອງປົງເງື່ອນໄວ້ ໝາຍໝັ້ນບ່ອນຊິເອົາ.

873. ຕົກກະເທີນ ລົງລາຍມ້ວນ ບໍ່ເປັນບຸງກໍເປັນຕ່າ ບໍ່ເປັນຊ້າຜ້າອ້ອມ ໃຫ້ເປັນຂ້ອງໃສ່ປາ.

874. ຕົກກະເທີນ ວ່າໄດ້ປ້ຳ ຊິນຳຮອນໝົດທຸກງ່າ ຕາບໃດພ້າບໍ່ບ່ານ ຂວານບໍ່ບ້ຽວ ຈຳບ້ອງແມ່ນບໍ່ເຊົາ.

875. ຕົກກະເທີນ ວ່າໄດ້ກຳຄໍແຂ້ ບໍ່ວາງມືໃຫ້ມັນຟາດ ຕົກກະເທີນໄດ້ກຳຄໍກະທ້າງ ບໍ່ວາງໃຫ້ແກ່ຜູ້ໃດ.

876. ຕົກກະເທີນ ໄປຄ້ອງຊ້າງ ຊິເອົາຈົນໄດ້ຂີ່ ມາແລ້ວ ຕົກກະເທີນວ່າເວົ້າ ຊິເອົາເຈົ້າເຂົ້າຮ່ວມເຮືອນ.

877. ຕົກກະເທີນ ໄປໜ້າ ຫາກິນແຕ່ໜອງໃໝ່ ໜອງເກົ່າມີບໍ່ແພ້ ແສນຊິບ້ອນກໍບໍ່ງົມ.

878. ຕົກໄດ້ ລົງທຶນຄ້າ ເສັຽດາຍທຶນ ມັນຊິແມ່ນ ຂ້າຄວາຍ ຫາກເສັຽດາຍໝາກເຜັດນ້ອຍ ຊິໄປກ້ອຍກັບອິຫຍັງ.

879. ຕີຫຼັງ ດ້ວຽໄມ້ແສ້ ແບມືມາລູບໄຫຼ່ ແສນຊິໃຊ້ນ້ຳອ້ອຍ ອອຍໄດ້ກໍບໍ່ລືມ.

880. ຕັ້ງໃຈ ຈານຳນ້ອງ ຄອງຄອຍແຕ່ຂັນໄກ່ ມັກບໍ່ມັກກໍໃຫ້ເວົ້າ ບໍ່ເອົາອ້າຍບໍ່ວ່າຫຍັງ.

881. ຕົວຮຽມນີ້ ນັບແຕ່ເປັນໜອງຂຶ້ນ ທະເລຫຼວງບຶງເບີກ ພີ່ເຮີ້ຍ ຮວກບໍ່ມີຊິຕີນ້ຳ ຊີວກຸ້ງບໍ່ລ່ອງລອຍ ຕົວຮຽມນີ້ ປຽບດັ່ງແມ່ນ້ຳນ້ອຍ ບໍ່ຄືແມ່ກະແສສິນ ຫົງບໍ່ບິນມາລົງງ ສ່ຳຕະຄອງໜອງນ້ອຍ ຕົວຮຽມນີ້ ປຽບດັ່ງໂພສີສ້ອຍ ສັກກູນາກໍບໍ່ແກວ່ນ ບໍ່ຄືຈິກແກ່ນຫຼ້ອນ ບໍ່ຄືຂອນແກ່ນແກ້ ບໍ່ຄືຍອດດໍ້ແດ້ ຫົງນ້ອຍກໍບໍ່ລົງ.

882. ນ້ອງຜູ້ ເຊື້ອຊາດນ້ຳ ກວ້າງໃຫຍ່ວັງເລິກ ອ້າຍຢາກລົງລອຍຊົມ ໃຫ້ຊ່ວງໃຈຫາຍຮ້ອນ.

883. ນ້ອງຜູ້ ເຊື້ອຊາດນ້ຳ ສ້າງໃຫຍ່ໃສເຢັນ ໃຜຊິເປັນຄົນຕັກ ມ່ອມພະນາງໄປຊ້ອນ.

884. ນ້ອງຜູ້ ເຊື້ອຊາດໄມ້ ລຳຍາວຂາວຊື່ ຄັນຊິໃຫ້ອ້າຍຊື້ ພັນລ້ານກໍຊິເອົາ.

885. ນ້ອງຜູ້ ເຊື້ອຊາດຊ້າງ ຫາກິນແຕ່ຮຽວໄຜ່ ອ້າຍນີ້ເຊື້ອຊາດມ້າ ກິນຫຍ້າແທບດິນ.

886. ນ້ອງຜູ້ ຄຳແດງເຂັ້ມ ສີເຄັມນ້ຳຄັ່ງ ແມ່ນຊິຂັງແຊ່ນ້ຳ ພັນມື້ກໍບໍ່ຈາງ.

887. ນ້ອງຜູ້ ທຽວທາງເວີ້ງ ໃຫ້ຖືທິງບັ້ງໃຫຍ່ ເຊົາຮົມບົກ ຍັງຊິໄດ້ຊ່ວຍໜ້າ ຮົ່ມຫວ້າຊ່ວຍຄີງ.

888. ນ້ອງນີ້ ແຈ້ງຄືດາວຂາວຄືຟ້າ ໃສງາມຄືໜ້າແວ່ນ ແບນຝາມືຮັບຕ້ອນ ເຊີນທ້ອນຜູ້ປະສົງ.

889. ນ້ອງນີ້ ຂໍໝາຍໝັ້ນ ພັນທະນັງແຕ່ນຳພີ່ ມີແສນຊາຍກ່າວຕ້ານ ໂອມນ້ອງກໍບໍ່ເອົາ.

890. ນ້ອງນີ້ ເບັດໃສ່ແກ້ງ ຊ້ຳພັດຖືກຫົວດອນ ເບັດໃສ່ຊາຍນອນພອຍ ຊ້ຳພັດມີເມັຽຊ້ອນ.

891. ນ້ອງນີ້ ປຽບດັ່ງໄມ້ ລຳດຽວດົງປ່ຽວ ບໍ່ມີເຄືອກອດກ້ຽວ ລຳດົ້ວດ່ຽວດາຍ.

892. ນ້ອງຊິ ໄລລືມຖີ້ມ ຄືຈອກຢູ່ກາງແຊງ ນ້ອງຊິໄລລືມຖີ້ມ ຄືແຕງຢູ່ກາງໄຮ່ ບາດວ່າກິນໝາກແລ້ວ ຊິໄລຖີ້ມຕັ້ງແຕ່ເຄືອ.

893. ນ້ອງວ່າ ນ້ອງບໍ່ມີຊູ້ ຂົນຄີ້ວສັງມາລາ ຂົນຕາສັງມາຍໍ່ ຫຼືນ້ອງໄຫ້ຕໍ່ຊູ້ ແຄມຮົ້ວປ່າໝາກເຍົາ.

894. ນ້ອງເຮີ້ຍ ອັນວ່າ ເບື້ອງຫຼັງອ້າຍ ແສນພັນອ້າຍຕັດຂາດ ອ້າຍຫາກຕັດຂາດຂັ້ນ ຟັນແລ້ວຈຶ່ງຄ່ອຍມາ.

895. ນົກເຂົາ ລົງກິນເຂົ້າ ຫົວນາເລົາ ນ້ອງບໍ່ໄລ່ ແພງເອີຍ ບາດວ່າ ນົກປີດນ້ອຍ ສັງນ້ອງໄລ່ບໍ່ເຊົາ.

896. ນົກບໍ່ ຍິນດີດ້ວຽ ສາຂາບໍ່ມີງ່າ ສະບໍ່ມີດອກໄມ້ ຄະນາເນື້ອບໍ່ສງວນ.

897. ແນວນາມແກ້ວ ທຽມຫີນມັນຊິແມ່ນ ອັນວ່າແຫວນຄ່າລ້ານ ທຽມສ້ອຍຮ່ອນຊິເປັນ.

898. ແນມເກົ່າເກື້ອ ເກີດຮ່ວມຮຽງຮັກ ແລ້ວນັ້ນ ໃຜຫ່ອນຂີນຂັດເຊີງ ສວາດດູດາຍໄດ້ ສົມຄວນໄດ້ ຊິໄລລາປະປ່ອຍ ເປັນລື ແມ່ນວ່າສຸດຟາກຟ້າ ທະຍານຢື້ຢ່ອງເຖີງ

899. ບຸນບໍ່ ເຄີຍເຂົ້າຖ້ຳ  ດຳໄປບໍ່ຮູ້ຊອດ ບຸນບໍ່ຮອດຍອດແກ້ວ ປີນຂຶ້ນກໍບໍ່ເຖິງ

900. ບຸນບໍ່ ເຄີຍຂີ່ຊ້າງຢ້ານແລ່ນສະເດັນຕົກ ບຸນບໍ່ເຄີຍຈົກຮູ ຍັ່ງລົງຊິຄາເງື້ອມ.

901. ບຸນຫົວ ບໍ່ສົມບຸນຮົ້ວ ບຸນງົວບໍ່ສົມແອກ ບຸນຕາແຮກບໍ່ສົມໄກ່ຕົ້ມ ງົມລ້ຽງກໍບໍ່ກິນ.

902. ບົວບໍ່ ມີຫ່າງນ້ຳ ຫວັງຟູມເທົ່າຊົ່ວ ພຣະຈັນບໍ່ມີຜ່າງຂ້າງ ແຝງລ້ອມຫຼ່ຽມສະເມັນ.

903. ບໍ່ມັກ ກໍໃຫ້ນ້ອງລົມຫຼີ້ນ ເຫງົານອນຕາງສວ່າງ ບາງທີເປັນພີ່ນ້ອງ ເມືອໜ້າສ່ອງບໍ່ເຫັນ.

904. ບໍ່ເຄີຍ ກໍລອງຫຼິ້ນ ບໍ່ເປັນກໍລອງເບິ່ງ ບຸນບໍ່ເຄີຍປັ່ນບ້າງ ຊິລອງຫຼິ້ນຮ່ອນຊາຍ.

905. ບໍ່ມີ ເສັຽສັງຍ້ອນ ທຳນຽມຄ່າຄຳປາກ ບໍ່ເສັຽຄຳຄ່າລ້ານ ຄັນນາງຕ້ານຕໍ່ພີ່ຊາຍ.

906. ເປັນຫຍັງນ້ອງ ອຶ້ງຕຶງມາບໍ່ປາກ ແມ່ນ້ອງປ້ອນຊີ້ນຊ້າງ ຄາງກະດ້າງປາກບໍ່ເປັນ.

907. ເປັນຫຍັງນ້ອງ ບໍ່ໄຂປ່ອງວາຈາ ຫຼືວ່າດວງມາລາ ຫ່ວງໃຍນຳຊູ້.

908. ໃຜຊິຫຼຽວເຫັນໄສ້ ໃນໃຈນົກຂີ້ຖີ່ ບາງທີຝັງກ່ຽວໄວ້ ໃນຫັ້ນໝື່ນດວງ.

909. ໃຜຊິຫຼຽວເຫັນໄສ້ ໃນໃຈນົກຂີ້ຖີ່ ຄວາມປາກຫວານຈ້ອຍໆ ໃຈສົ້ມດັ່ງໝາກນາວ.

910. ໃຜຊິຫຼຽວເຫັນໄສ້ ໃນໃຈນົກຂີ້ຖີ່ ມັນຫາກຮ້ອງປຶດປຶ້ງ ໃຈລ້ຽວໃສ່ກະປູ.

911. ໃຜຊິຫຼິງເຫັນໄດ້ ທາງໃນປ້ອງໄມ້ຊອດ ຢ້ານແຕ່ມອດລັກດັ້ນ ໃນຫັ້ນໝື່ນໂຕ.

912. ໃຜຊິຫຼິງເຫັນໄດ້ ທາງໃນປ້ອງໄມ້ໄຜ່ ໄມ້ຫາກເປັນກຳແພ້ງ ແມງຂໍ້ສ່ອງບໍ່ເຫັນ.

913. ໃຜຊິຫຼິງເຫັນໄດ້ ທາງໃນປ້ອງໄມ້ໄຜ່ ມອດຫາກມາລັກຊີ ແມງອີຫາກມາລັກດັ້ນ ໃນຫັ້ນສ່ອງບໍ່ເຫັນ.

914. ຜິດໃຈເດ້...ນາກຢູ່ນ້ຳ ສັງບໍ່ຊ່າງປັນແດນ ແຖນຢູ່ບົນ ສັງບໍ່ຊ່າງປັນເບົ້າ.

915. ຝົນຕົກ ຍາມເດືອນຫ້າ ປາຢາກຊົມແຕ່ນ້ຳໃໝ່ ນ້ຳເກົ່າມີບໍ່ແພ້ ປານັ້ນບໍ່ຢາກຊົມ.

916. ຝົນຕົກ ຍາມເດືອນຫ້າ ໃຜຊິມາກ້າແຂ່ງ ບໍ່ແມ່ນເຊື້ອໜໍ່ທ້າວ ຊິຂັນສູ້ຕໍ່ຕາວ.

917. ຝົນຕົກ ຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອີ່ມ ບາດວ່າອ້າຍຮັກນ້ອງ ບໍ່ມີມື້ອີ່ມເປັນ.

918. ເພິ່ນວ່າ ດາວສເດັດດົ້ວ ບໍ່ໝາຍມົວມາເກືອກຝຸ່ນ ເໝືອນດັ່ງນ້ອງອຸ່ນຫຼ້າ ບໍ່ໝາຍຊ້ອນບ່າວພີ່ຊາຍ.

919. ເພິ່ນຫາກ ລືຊາຊ້າງ ໄພສານຕົວອາດ ໃຜຜູ້ລວນນັ່ງໃກ້ ງາຊ້າງຊິສຽບແທງ.

920. ພີ່ນີ້ ໝາຍມາໝັ້ນ ພັນທະນັງ ບໍ່ເປັນອື່ນ ຊູ້ກໍເຈົ້າແຟນກໍເຈົ້າ ບໍ່ມີເຕື້ອງຕໍ່ຜູ່ໃດ

921. ພີ່ຂໍຖາມຂ່າວນ້ອງ ເນື້ອໃຫມ່ມາຣະສີ ມະໂນທວານຍັງ ທ່ຽງຊັນໃນຫັ້ນ ຫລືວ່າມະໂນທວານນ້ອງ ລົມຕີເປື້ອງແກ່ວງ ຂໍແກ່ອິນທະຣາດຮູ້ ຍານເຕື້ອງໄຕ່ຕອງ ພີ່ຖ້ອນ

922. ພີ່ຂໍຖາມຂ່າວນ້ອງ ນົງຖາວຖນອມສີ ຍັງຄ່ອຍທົງຄວາມສຸກ ປົ່ງຊອນແຊມຊ້ອນ ຫລືວ່າຍັງປະສົງສ້າງ ສົມພານພຽງພີ່ ຂໍແຕ່ນ້ອງນາດໄທ້ ພຣະໄມຊ້ອນຂອດຮຽມ

923. ຟ້າຊິຝົນ ຟ້າກໍຂາວດາວກໍແຈ້ງ ຟ້າຊິແລ້ງຟ້າມືດຟ້າມົວ.

924. ມາເຫັນນ້ຳ ວັງໃສຄຶດຢາກອາບ ຢ້ານແຕ່ເງືອກນັ່ງເຝົ້າ ໃນນ້ຳສ່ອງບໍ່ເຫັນ.

925. ມັນຫາກ ເຫຼືອແຮງອ້າຍ ມີທັງພາຍທັງທໍ່ ມີແຕ່ໄມ້ທໍ່ຈ້ຳ ມີແຕ່ນ້ຳທໍ່ຍ້ອຍ ເພົາຜ້າຊຸ່ມເລິງ.

926. ມັນຫາກ ເຫຼືອແຮງອ້າຍ ດິນແກມຊາຍປັ້ນບໍ່ຢູ່ ຂອນນຶ່ງຈັບຂອນນຶ່ງປັ້ນ ປານນັ້ນລອດງ່າມມື.

927. ມັນຫາກ ເຫຼືອແຮງແຮ້ງ ຄວາຍບໍ່ຕາຍສັງມາເວີ່ນ ກາບໍ່ມາຊ່ວຍແຮ້ງ ບໍ່ຄອງໄດ້ແຈ່ວແລງ.

928. ໄໝຄຳຫຍຸ້ງເຕັມບຸງບໍ່ເຫັນເງື່ອນ ບາດໄດ້ກຳເງື່ອນໄວ້ ແປນສົ້ນຄ່າວາກ

929. ໄໝກັບຝ້າຍ ປົນກັນມັນບໍ່ເບື່ອ ເຊື້ອພີ່ນ້ອງນອນໃກ້ແຫ່ງອຸ່ນດົນ.

930. ຢ້ານແຕ່ ປ່າຫຍ້າແປກ ບໍ່ເກີ່ງປ່າຫຍ້າຄວາຍ ຢ້ານແຕ່ປ່າຫຍ້າຫວາຍ ບໍ່ພຽງຫຍ້າອ້ອຍ.

931. ຢ້ານແຕ່ ປາດຸກບ້ອນ ວັງບອນບໍ່ແມ່ນບ່ອນ ຢ້ານແຕ່ປາຈາດບ້ອນ ກິນນ້ຳບໍ່ແມ່ນວັງ.

932. ຢ້ານແຕ່ ໃຈນ້ອງນັ້ນ ຈິດດຽວມີຫຼາຍໄສ້ ໃຈດຽວມີຫຼາຍປ່ອງ ຈິດນຶ່ງເປັນເຫຼື່ອງຫຼ້າງ ຄືນ້ຳຢູ່ປາງ.

933. ຢ້ານແຕ່ ໃຈນ້ອງນັ້ນ ຈິດດຽວມີຫຼາຍໄສ້ ໃຈດຽວມີຫຼາຍປ່ອງ ຢ້ານແຕ່ນ້ອງມ່ອມຫຼ້າ ຫາເວົ້າລ່າຍພະອວນ.

934. ຢ່າໄດ້ ຕິຕຽນເວົ້າ ຜັກກະເດົາຂົມຂື່ນ ລາງເທື່ອກິນລາບກ້ອຍຍັງຊິໄດ້ອ່າວຫາ.

935. ຢ່າໄດ້ ຕິຖແລງເວົ້າ ເອົາເລົາມາປູກ ບໍ່ແມ່ນເຊື້ອຊາດອ້ອຍ ກິນໄດ້ກໍບໍ່ຫວານ.

936. ຢ່າໄດ້ ຕິຖແລງເວົ້າ ເອົາເລົາມາຈັກຕອກ ລາງເທື່ອຈັກຖືກຂໍ້ ຫຍໍ້ບໍ່ຖືກປ້ອງ ມັນຊິສ້ຽວໃສ່ມື.

937. ຢ່າໄດ້ ຕິຖແລງຫຼິ້ນ ຖແລງກິນແກງໄກ່ ຊາດທີ່ຜູ້ໃຫຍ່ນີ້ ຫາເວົ້າກໍຫາກຄື.

938. ຢ່າໄດ້ ຕິຖແລງຫຼົ້ມ ຕົມບໍ່ມີພະລາດໝື່ນ ຢ່າໄດ້ຕິພະລາດລົ້ມ ເດືອນຫ້າກ່ອນຝົນ.

939. ຢ່າໄດ້ ຕິຖແລງຫຼົ້ມ ຕົມບໍ່ມີພະລາດໝື່ນ ເຈົ້າຜູ້ກືນນ້ຳກ້ຽງຫາເວົ້າລ່າຍຄວາມ.

940. ຢ່າໄດ້ ທຽວທາງເວີ້ງ ເຫິງຫຼາຍມັນຊິຄ່ຳ ໃຫ້ຕັດບາດຟາດເຟື້ອງ ລົງບັ້ນບ່ອນຊິເອົາ.

941. ຢ່າຊູ ມາລໍ້ແລ້ ຮັງແຕນມັນຊິໄລ່ ຢ່າໄດ້ເອົາໄມ້ແສ້ ມາລໍ້ແຍ່ແຕນ.

942. ເຫຼືອແຮງ ຝົນຕົກເທັ້ງ ນາໂພນນ້ຳບໍ່ອັ່ງ ເຫຼືອແຮງອ້າຍນັ່ງເວົ້າ ຕົວເຈົ້າຫາກບໍ່ຈາ.

943. ຫົນທາງ ມີຫຼາຍເສັ້ນ ຕາມໃຈຜູ້ຊິໄຕ່ ຄັນແມ່ນມັກເສັ້ນເວີ້ງ ກໍຕາມທ້ອນຜູ້ຊິໄປ.

944. ຫົນທາງ ມີຫຼາຍເສັ້ນ ຕາມໃຈຜູ້ຊິໄຕ່ ເອົາທ້ອນ ຄັນເຈົ້າມັກທາງເວີ້ງ ທາງລ້ຽວກໍຫາກມີ.

945. ເຫັນວ່າ ທຸກຍ້ອນໆ ຂໍນອນເຮືອນຢ່າຢ້ານແກ່ມ ອ້າຍບໍ່ແກ່ມດອກເຂົ້າ ແຕ່ຄຳເວົ້າແກ່ມທຸກຄົນ.

946. ເຫັນວ່າ ດຳຂີ້ຫຼີ້ຢ່າຟ້າວຂີ່ເຮືອກາຍ ເຫັນວ່າດຳຄອຍລອຍ ຢ່າຟ້າວພາຍເຮືອເວັ້ນ.

947. ໃຫ້ນ້ອງ ອົດສາລ້ຽງ ຄວາຍໂຊໄວ້ຖ້າຮ່າ ບາດວ່າຮ່າມາຮອດແລ້ວ ວາງຖີ້ມໃຫ້ຮ່າກິນ.

948. ອ້າຍນີ້ ມີແຕ່ປາຖນາຫ້ອຍ ນຳຮອຍຊູບາດຢ່າງ ປາຖນາຫຽາດນ້ຳ ນຳນ້ອງສູ່ຮົມໂພ.

949. ອ້າຍນີ້ ມາເຫັນນ້ຳວັງໃສຄຶດຢາກອາບ ຢ້ານແຕ່ເງືອກນັ່ງເຝົ້າ ໃນນ້ຳສ່ອງບໍ່ເຫັນ.

950. ອ້າຍນີ້ ວຽນຫານ້ອງ ຄືຄວາຍວຽນແຫຼ່ງ ມີແຕ່ປິ່ນຄວ້າງໆ ທາງເຂົ້າແມ່ນບໍ່ມີ.

951. ອ້າຍນີ້ ເວົ້າແລ້ວເອົາ ສົນເຄົາແລ້ວຈຶ່ງຂີ່ ປີ້ງຈີ່ແລ້ວ ສຸກລ້ວນຈຶ່ງຄ່ອຍກິນ.

952. ອ້າຍນີ້ ຄອຍຫານ້ອງ ນົກກະທາຄອຍປວກ ຄືດັ່ງຮວກຢູ່ນ້ຳ ຄອຍຖ້າຫ່າຝົນ.

953. ອ້າຍນີ້ ເປັນດັ່ງ ໄມ້ ໂງເງບໍ່ເປັນແອກ ຄົດກໍຄົດແຕ່ຕໍ ງໍກໍງໍແຕ່ໄມ້ ຕົວອ້າຍທ່ຽງທັມ.

954. ອ້າຍນີ້ ເປັນດັ່ງ ກວຽນສາລີຮ້າງ ບໍ່ມີງົວທຽມແອກ ຄວາຍບໍ່ທຽມແກ່ໃຫ້ ກວຽນຄ້າງໂຄກຊະເທີນ.

955. ອ້າຍນີ້ ເປັນດັ່ງ ຄວາຍບັກດຳນ້ອຍ ຫຼົງຮອຍພາກແມ່ ນ້ອງບໍ່ຫຼົກຫຍ້າປ້ອນ ນ້ອງບໍ່ຖອນຫຍ້າລ້ຽງ ຄວາຍນ້ອຍສ່ວນຊິຕາຍ.

956. ອ້າຍນີ້ ເປັນດັ່ງ ບົວບານບ້າງ ກາງສະພັງບໍ່ມີຄູ່ ຄັນແມງຜູ່ ຫາກບໍ່ມາຊ່ວຍຊ້ອນ ບົວຊິຄ້າງເຄິ່ງວັງ.

957. ອ້າຍນີ້ ເປັນດັ່ງ ມົດແດງເຝົ້າ ອຳພາໝາກມ່ວງ ກິນກໍກິນບໍ່ໄດ້ ທະລອນຕຸ້ມຕັ້ງແຕ່ໃບ.

958. ອ້າຍນີ້ ເປັນດັ່ງ ຜັກຈອກນ້ຳ ຮາກຍັ່ງບໍ່ເຖິງດິນ ມີແຕ່ເວີນໄປມາ ບໍ່ມີເພືອຍຄ້າງ.

959. ອ້າຍນີ້ ເປັນດັ່ງ ໝາດຳນ້ອຍ ແຫງນຄໍຢູ່ກ້ອງລ່າງ ນາງບໍ່ຖີ້ມກ້າງໃຫ້ ໝານ້ອຍສ່ວນຊິຕາຍ.

960. ອ້າຍນີ້ ເປັນດັ່ງ ຄວາຍບັກເລ່ເຖົ້າ ຫາກິນແຕ່ຫຍ້າອ່ອນ ຫຍ້າແກ່ມີບໍ່ແພ້ ບັກເລເຖົ້າບໍ່ກິນ.

961. ອ້າຍນີ້ ເປັນດັ່ງ ຄວາຍບັກດຳນ້ອຽ ຫຼົງຮອຍພາກແມ່ ນ້ອງບໍ່ຫຼົກຫຍ້າປ້ອນ ນ້ອງບໍ່ຖອນຫຍ້າລ້ຽງ ຄວາມນ້ອຍສ່ວນຊິຕາຍ.

962. ອ້າຍນີ້ ເປັນດັ່ງ ປາເຂັງຂ້ອນ ໃນນະທີນ້ຳເຂີນຂາດ ຝົນບໍ່ຕົກຢາດໃຫ້ ຕາຍແລ້ງແດດເຜົາ.

963. ອ້າຍນີ້ ເປັນດັ່ງ ເຮືອສະເພົາຄ້າ ບໍ່ໜີຟອງແກ້ງໃຫຍ່ ອ້າຍຊິເບັດໃສ່ເຝືອນ ອ້າຍຊິເບືອນໃສ່ກ້ອນ ອ້າຍຊິຍ້ອນໃສ້ແກ້ງ ຕຳແລ້ວຈັ່ງຊິຖອຍ.

964. ອ້າຍນີ້ ເໝືອນດັ່ງ ນົກເຕັນເຕັ້ນ ສະເດັນລົງເອົາກ່ອນ ນ້ອງນັ້ນເໝືອນດັ່ງນົກເຈົ່າຈັ້ງ ຄອຍລ້າຢູ່ດາຍ.

965. ອ້າຍນີ້ ແນວນາມນ້ອຍ ໝາກຫອຍນາໜ້າຕ່ຳ ແມ່ນຊິຕັດໄມ້ຄ້ຳ ແສນຊິປ້ຳໄມ້ຍູ້ ຊູຂຶ້ນກໍບໍ່ສູງ.

966. ອ້າຍນີ້ ແນວນາມແບ້ ຫາກິນໄກຖິ່ນ ມາພົບພຸ່ມໝາກເຂືອ ມາພົບເຄືອໝາກແຄ້ງ ມາພົບແຊງໝາກພ້າວ ຄາວນີ້ແມ່ນບໍ່ໜີ.

967. ອ້າຍນີ້ ບໍ່ແມ່ນແນວແຫຼວປີ້ ຊິໄປບຽດຝູງກາ ບໍ່ແມ່ນແນວຣາຫູ ຊິບຽດບຽນພຣະຈັນເຈົ້າ.

968. ອ້າຍຢາກ ຫຍັບບ່ອນບ້ານ ຮຽງຮ່ວມເຄຫາ ອ້າຍຢາກຫຍັບຖຽງນາ ມາຮ່ວມຮຽງນຳນ້ອງ.

969. ອ້າຍຢາກ ຕາຍເປັນເສື້ອ ດຳໝາກເກືອໃຫ້ນ້ອງນຸ່ງ ເປັນຄົນໄດ້ກ່ອມເນື້ອ ເປັນເສື້ອໄດ້ກ່ອມຄີງ.

970. ອ້າຍເຮີ້ຍ ອ້າຍວ່າອ້າຍ ບໍ່ມີເມັຽຊ້ອນ ເຊີງແພສັງມາກ່ານ ຫຼືວ່າລູກອ້າຍດ້ານ ຫຼານອ້າຍດື້ ເຊີງຜ້າຈຶ່ງກ່ານກາງ.

971. ອັນວ່າ ເຄືອເຂົາກ້ຽວ ລາມດົງຕາມປ່າ ໃຜ້ບໍ່ໄດ້ຊ່າຍ້ອງ ຫາເວົ້າຕັ້ງແຕ່ໂຕ.

972. ອັນວ່າ ຜັກກັບຊີ້ນປົນກັນມັນຊິເບື່ອ ເປັນລື ອັນວ່າເຮືອກັບນ້ຳ ຂອງແທ້ຄູ່ກັນ.

973. ອັນວ່າ ສິບຜາຂັ້ນ ຫີນຜາຕັນກໍຊິສີ່ວ ຄັນແມ່ນສີ່ວບໍ່ໄດ້ ຊິເຊີນຟ້າຜ່າລົງ.

974. ອັນວ່າ ນ້ຳກວ້າງຕື້ນຢ່າຟ້າວຊື່ນໃຈສະ ຄັນວ່ານ້ຳຮອມເລິກ ໃຫ້ຮີບຖອນໃຈໄວ້.

975. ອັນວ່າ ແນວນາມແກ້ວ ທຽມຫີນຫ່ອນຊິແມ່ນ ອັນວ່າແຫວນຄ່າລ້ານ ທຽມສ້ອຽຫ່ອນຊິຄື.

976. ອັນວ່າ ລາຍຄົນນີ້ ມັນບໍ່ຄືລາຍຊ້າງ ເສືອສາງຊ້າງປ່າ ອະທິບາຍບໍ່ໄດ້ ໃຈນັ້ນສ່ອງບໍ່ເຫັນ.

977. ອັສສະຈັນ ງູເຫຼືອມອໍ້ ກະສັນຕາຍດອມຂຽດ ອັນວ່າ ຂຽດບໍ່ເອື້ອ ເຫຼືອມອໍ້ຫາກກະສັນ.

978. ອິດູຕົນ ເປັດນ້ອຍ ຢາກນອນຄອນນຳໄກ່ ຕີນເປີ່ມເປິະເປີ່ມເປີ້ຍ ປີນຂຶ້ນພະລາດລົງ.

979. ອົ່ງຕົ່ງ ໝາກຂີ້ກາເຮີ້ຍ...ທາງໃນສັງມາຂົມແຂງຂື່ນ ບາດໝາກຂຽບໜ່ວຽຂີ້ຮ້າຍ ພັດຫວານຈ້ອຍຢູ່ໃນ.

980. ເຮືອນບໍ່ມີສີໜ້າ ກາບິນມາມັນຊິລ່ວງ ມຸງຫຍ້າ ຄັນບໍ່ມີຕອກລີ້ວ ຊິໄປໝັ້ນຢູ່ບ່ອນໃດ.

981. ຮອມຊິເປັນຕາໄດ້ ແມວກັບໜູຊ້ຳມາຜ່າ ຄັນບໍ່ມາຜ່າມ້າງ ຊິເອົາໄດ້ບ່ອນຂະມັງ.

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ໝວດທີ່ເປັນຄຳ ຜະຫຍາພາສິດ

ຫລາຍໂພດ ເລືອກເອົາໂລດ

803. ກົກບໍ່ຕ້ອງຕີງຕາຍຕັ້ງແຕ່ງ່າ ຄັນວ່າງ່າບໍ່ເຕື້ອງ ສັງມາເຫຼື້ອງຕັ້ງແຕ່ໃບ.

804. ກິນແກງໃຫ້ເຈົ້າຊອມດູກ້າງ ຄາຄໍຊິຈີ້ມຍາກ ດູກມັນໄປຢູ່ຄ້າງ ກິນນ້ຳຊິບໍ່ລົງ.

805. ກິນເຂົ້າຜີ ໃຫ້ເຈົ້າຈົກຄໍຮາກ ຄ້ຽວໝາກຜີ ໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ ກິນເຂົ້າເກົ່ານຳອາວນຳອາ.

806. ກິນໃຫ້ພິຈານແຈ້ງ ຄະເນດູສາມສ່ວນ ດີດາຍ ນອນໃຫ້ຄຶດສີ່ດ້ານ ຄນິງຖ້ວນຈຶ່ງຄ່ອຍນອນ.

807. ກຸນຊະໂລໂຕຊ້າງ ແນວສູງສັດໃຫຍ່ ຍັງໄດ້ມາຢູ່ບ້ານ ເມືອງກວ້າງກ່ອນຂຸນ.

808. ກຸນຊະໂລໂຕຊ້າງ ແນວສູງສັດໃຫຍ່ ຕາຍຍ້ອນນົກໄສ່ນ້ອຽ ຜຍາແພ້ຜາບຄືນ.

809. ຂອງບໍ່ເປັນຕາຈ້ຳ ຢ່າໄດ້ຈຸ່ມລົງຕັກ ຂອງບໍ່ເປັນຕາກັດ ຢ່າກິນຊິພວນທ້ອງ ຂອງບໍ່ເປັນຕາສົ້ມ ຢ່າງົມກິນຊິສົ້ມປາກ ມັນຊິຍາກແກ່ທ້ອງ ທຽວຂີ້ຍັ່ງຄືນ.

810. ຂ້າມເໜືອເພື່ອຕົກໃຕ້ ໄຫຼລົງມາຄ້ອມພໍແມ່ນ ພ້າອີ່ໂຕ້ບໍ່ເຂົ້າ ຟັນເຈີ້ຍໄວ້ແຕ່ໄກ.

811. ຂົນໄປ່ທັນປົກທ້າຍ ຢ່າຟ້າວເຫີນຫຽນແລ່ນ ປີກບໍ່ທັນຫຸ້ມກົ້ນ ຢ່າຟ້າວແຕ່ຊິຂັນ.

812. ຄຳຄ່າລົ້ນ ຂົດຂອດເປັນແຫວນ ສີແດງສຸກ ກໍເພາະມີຫົວແກ້ວ ຄືຄົນຮູ້ ວິຊາດີຫຼາຍຢ່າງ ກິຣິຍາຊ່ອຍຍູ້ ຊູຂຶ້ນຈຶ່ງຄ່ອຍເຮືອງ.

813. ຄຳປາກພໍ່ແມ່ນີ້ ໜັກເກີ່ງທໍຣະນີ ໃຜຜູ້ຢຳແຢງນົກ ຫາກຈັກເຮືອງເມືອໜ້າ. (ໜັງສືສຽວສວາດ)

814. ຄວາມຄຶດໃຫ້ ຖອງເຖິງພື້ນ ສເມີບົວຮາກຍັ່ງ ໃຈໃຫ້ອ່ອນສິ່ງຝ້າຍ ຫຼາຍລໍ້ຍືດຍາວ.

815. ຄິດໄປຫຼາຍນັບມື້ຫຍຸ້ງ ມຸງມາຄືຮາກໄຜ່ ຄຶດໄປຫຼາຍນັບມື້ພໍ້ ພໍແລ້ວບໍ່ຢາກເຫັນ.

816. ຄິດວ່າ ໃຈປະສົງສ້າງ ທຸງໄຊໄວ້ໃຫ້ອາດ ຕິແຕ່ຄັນຫາກສັ້ນ ແຂວນໄດ້ກໍບໍ່ປີວ.

817. ຄັນວ່າ ໄດ້ຂີ່ຊ້າງ ຢ່າລືມແຫ່ງຄຸນໝາ ລາງເທື່ອໂຈນມາລັກ ຊິເຫົ່າຫອນໃຫ້ມັນຢ້ານ ລາງເທື່ອກວາງຟານເຕັ້ນ ໃນດົງຊິໄດ້ໄລ່ ບາດວ່າໄດ້ຕ່ອນຊີ້ນ ຍັງຊິໂອ້ອ່າວຄຸນ.

818. ຄັນວ່າ ມີສອງແລ້ວ ບໍ່ກົວໃຜຢ່າຟ້າວວ່າ ລາງເທື່ອລີ້ນຫາກເຈັບຍ້ອນແຂ້ວ ນ້ຳຕາຍ້ອຍຍ່າວລົງ.

819. ຄັນແມ່ນ ມີຄວາມຮູ້ ເຕັມພຸງພຽງປາກ ກໍດີຖ້ອນ ສອນໂຕເອງບໍ່ໄດ້ໃຜຊິຍ້ອງວ່າດີ.

820. ຄັນແມ່ນ ມີຄວາມຮູ້ ພາໂລເຮັດບໍ່ແມ່ນ ຄວາມຮູ້ທໍ່ແຜ່ນຟ້າ ເປັນບ້າທໍ່ແຜ່ນດີ

821. ຄັນແມ່ນໃຈປະສົງແລ້ວ ກາງດົງກໍເປັນທົ່ງ ຄັນແມ່ນໃຈຂີ້ຄ້ານກາງບ້ານກໍວ່າດົງ.

822. ຄັນແມ່ນ ໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ ສາຍຕາຈອດຈໍ່ຈ້ຳ ໃນຖ້ຳກໍກົ່ນຫາ.

823. ຄັນເຈົ້າ ໄດ້ຂີ່ຊ້າງ ກັ້ງຮົ່ມເປັນພຍາ ຢ່າໄດ້ລືມເສນາ ຜູ້ແຫ່ນຳຕີນຊ້າງ.

824. ຄັນເຈົ້າ ໄຖນາແລ້ວ ຢ່າລືມຄວາຍກັບແອກ ຖືກວ່າເຂົ້າບາດພ້ອມ ຍັງຊິໂອ້ອ່າວຫາ.

825. ຄັນເຈົ້າ ມີເຂັມແລ້ວ ໃຫ້ຖາມໄໝດູກ່ອນ ໄໝບໍ່ມີຮ້ອຍກົ້ນ ສົນໄດ້ກໍບໍ່ງາມ.

826. ຄັນເຈົ້າ ມີແຫແລ້ວ ຢ່າລືມຊິງຫາງກະຕ່າຍ ຄັນເຈົ້າມີຂ່າຍແລ້ວ ຢ່າລືມແຮ້ວນົກໄກ່ນາ.

827. ຄັນໄດ້ ກິນລາບກ້ອຍ ຢ່າລືມແຈ່ວແພວຜັກ ຄັນໄດ້ກິນພາເງິນພາຄຳ ຢ່າຊິລືມກະບຽນຮ້າງ.

828. ຄັນໄດ້ ກິນປາແລ້ວ ຢ່າລືມປູປະປ່ອຍ ລາງເທື່ອປາຂາດຂ້ອງ ຍັງຊິໄດ້ປົ່ນປູ.

829. ຄັນໄດ້ ກິນຕ່ອນຊີ້ນ ຢ່າລືມແຫ່ງຄຸນໝາ ໂຈນບໍ່ມາຊອມລັກ ກໍຄອບໝານອນເຝົ້າ.

830. ຄັນໄດ້ ຟັງຄວາມເວົ້າ ຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພັ້ຽ ພາຍໜ້າຫາກຊິດີ.

831. ຄັນໄດ້ ຟັງທັມແລ້ວ ບໍ່ທຳຕາມກໍໄຮ້ຄ່າ ມີຢາ ບໍ່ກິນລົງໃສ່ທ້ອງ ໂຣຄໄຂ້ກໍບໍ່ຫາຍ.

832. ຄັນໄດ້ ເປັນແຫແລ້ວ ຢ່າລືມຊິງຫ້າງກະຕ່າຍ ຄັນໄດ້ເປັນຂ່າຍແລ້ວ ຢ່າລືມແຮ້ວນົກກະທາ.

833. ຄັນໄດ້ ເປັນນາຽແລ້ວ ຢ່າລືມຄຸນພວກໄພ່ ຄັນຫາກໄພ່ບໍ່ພ້ອມ ແປງບ້ານບໍ່ເຮືອງ.

834. ຄົນຜູ້ ມີຄວາມຮູ້ ຊູຊີເຮັດບໍ່ແມ່ນ ຄວາມຮູ້ທໍ່ແຜ່ນຟ້າ ເປັນບ້າທໍ່ແຜ່ນດິນ.

835. ຄອຍແຕ່ບຸນມາຄ້ຳ ບໍ່ທຳເອົາມັນຊິແມ່ນ ແສນຊິທຸກຍາກເຍື້ອນ ພຽນທ້ອນຫາກຊິຍັງ.

836. ເງິນຫາກ ໝົດເສັຽແລ້ວ ຂວັນຍັງຄ້າງໄຖ່ ອັນວ່າຜ້າຂາດແລ້ວ ແຊງນັ້ນຫາກຍັງ.

837. ໃຈບໍ່ໃສຕໍ່ແກ້ວ ແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກໍບໍ່ດັງ.

838. ໃຈບໍ່ໂສດາດ້ວຽ ເວົ້າແມ່ນກໍເປັນຜິດ ໃຈບໍ່ໂສດາດອມປາກດີກໍເປັນຮ້າຍ.

839. ໃຈໃຫ້ໃສສເມີນ້ຳ ຄຸງຄາສະມຸດໃຫຍ່ ໃຫ້ເຈົ້າຄິດຖີ່ຖ້ວນ ດີແລ້ວຈຶ່ງຄ່ອຍຈາ.

840. ເຈົ້າຜູ້ ຫົງເຫີນຜ້າຍ ກາຍເຂົາຄັນທະມາດ ເຈົ້າຊິແຍງໃສ່ໄມ້ ໂພດົ້ວຮົ່ມຂຽວ.

841. ເຈົ້າຜູ້ ມີຄວາມຮູ້ ເຕັມພຸງພຽງປາກ ສອນໂຕເອງບໍ່ໄດ້ ໃຜຊິຍ້ອງວ່າດີ.

842. ເຈົ້າຜູ້ ເຖົ້າແກ່ແລ້ວ ສັງມາຢາກແກງໜັງ ສັງບໍ່ກິນແກງເທົາ ຊິເລົ່າສົມໃຈເຖົ້າ.

843. ຈວງຈັນຫຼ້າງ ທະລອນຫອມແຕ່ມື້ໃໝ່ ບາດວ່າກົ້ວກິ່ນສົ້ມ ຊົມແລ້ວກໍເລົ່າເຫີຍ.

844. ຈັນໃສແຈ້ງ ດວງດຽວບໍ່ມີຄ່ອງ ບໍ່ມີດາວຢູ່ລ້ອມ ຈັນເຈົ້າກໍບໍ່ເຮືອງ.

845. ສິບຕ່ຳລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄນິງຫາ ສອງສລຶງ ຫາແລ່ນມາມື ໃຫ້ເຈົ້າກຳເອົາໄວ້.

846. ສຸກຄາຕົ້ນບໍ່ປານຝານຫົວບົ່ມ ເພິ່ນບົ່ມໃຫ້ບໍ່ປານເຈົ້າບົ່ມເອງ.

847. ສົງສານນີ້ວຽນຕາຍວຽນເກີດ ຄືມົດແດງໄຕ່ຂອບດົ້ງ ວຽນແລ້ວຫາກຄ່ອຍເລີງ ແທ້ແລ້ວ.

848. ສນຸກແຕ່ທາງຫຼີ້ນທາງກິນບໍ່ທໍ່ເພິ່ນ ສນຸກແຕ່ຄວາມເວົ້າຊູ້ ເມັຽຊິຊ້ອນກໍບໍ່ມີ.

849. ຊື່ວ່າຄວາມຕາຍນີ້ ແຂວນຄໍທຸກບາດຍ່າງ ເລິງແລ້ວ ໃຜກໍແຂວນອ້ອນຕ້ອນ ສເມີດ້າມດັ່ງກັນ.

850. ຊື່ວ່າຈັນໃສແຈ້ງ ບໍ່ປານແສງສຸຣິເຍດ ແສງກະບອງໝື່ນເຫຼັ້ມ ບໍ່ໃສແຈ້ງທໍ່ພຣະຈັນ ດອກນາ.

851. ຊື່ວ່າຈັນໃສແຈ້ງ ດວງດຽວບໍ່ມີຊື່ນ ດາວຢູ່ລ້ອມ ຫຼາຍຊັ້ນກໍຈຶ່ງເຮືອງ.

852. ເຊື່ອງເງື່ອນໄວ້ ເຫັນສົ້ນຄ່າວາ.

853. (ຂື້ນ)ຊື່ວ່າສາຍນ້ຳ ຫ້ວຍຮ່ອມເຂົາຂຽວ ໄຫຼລົງໂຮມວັງຂວາງ ສູ່ຄຸງຄາສ້ຽງ.

854. ຊື່ວ່າເປັນຄົນໃຫ້ ທຳນຽມນາມເຕົ່າ ມັນຫາກມ້ຽນໄຂ່ໄວ້ ເສັຽແລ້ວຈຶ່ງຄ່ອຍໜີ.

855. ຊາດທີ່ ຄຸງຄານີ້ ສມຸດຫຼວງບໍ່ເຂີນຂາດ ສະເພາະແລ້ວ ບຸນນ້ຳຍັງເປັ່ງກວ້າງ ຫຼາຍຫ້ວຍຮ່ອມໂຮມ.

856. ຊາດທີ່ ຍາມໜາວນີ້ ຝີງໄຟກໍຫາກອຸ່ນ ທວງແລ້ວ ເດືອນຫ້າມາຮອດແລ້ວ ກາຍໃກ້ກໍວ່າຄວັນ.

857. ຊາດທີ່ ດວງຫອມນີ້ ຊິບານດາຍແລ້ງເປົ່າ ເປັນລື ຄວາມຄຶດແມງຜູ່ຍັງທໍ່ຟ້າ ຊິໝາຍມ້າງກະດູກດອມ.

858. ຊາດທີ່ ດົງຫຼວງກວ້າງ ພຶງຄະນາເນື້ອຫາກແກວ່ນ ນົກຫາກຊົມຊື່ນດ້ວຍ ລຳໄມ້ງ່າງາມ.

859. ຊາດທີ່ ແນວນາມບົ້ງ ແປນໂຕກາຊິຕອດ ກິນແລ້ວ ເຮັດໃຫ້ເປັນດັ່ງມ້ອນ ໃຍຫຸ້ມຫໍ່ໂຕ ນັ້ນເນີ.

860. ຊາດທີ່ ແນວນາມຊ້າງ ໂຕສູງບໍ່ມີຕ່ຳ ຊາດທີ່ເຊື້ອໄກ່ກ້ອມ ຫາງສັ້ນບໍ່ຫ່ອນຍາວ.

861. ຊາດທີ່ ໂພສີສ້ອຍ ໃບບໍ່ມີນົກບໍ່ແກວ່ນ ໝາກບໍ່ຫວານຈ້ອຍໆ ກາອ້ຽງກໍບໍ່ຊຸມ.

862. ຊາດທີ່ ມາລານີ້ ດວງຫອມຮົດຮ່ວງ ໃຜຜູ້ໄດ້ຢູ່ໃກ້ ຊົມແລ້ວບໍ່ຢາກໜີ.

863. ຊາດທີ່ ພາສາເຊື້ອ ແນວເສືອຢ່າໄດ້ແອບ ເອົາເນີ້ ໃຫ້ແອບເອົາແຕ່ ເຊື້ອລູກຊ້າງ ມາສ້າງສືບເຮືອນ.

864. ຊາດທີ່ ເປັນຍິງນີ້ ຍິງໄປໃຫ້ມັນແນ່ ຍິງກໍຍິງແທ້ໆ ແນແລ້ວຈຶ່ງຄ່ອຍຍິງ.

865. ຊາດທີ່ ເປັນຊາຍນີ້ ຢ່າເປັນຊາຍແກມແຮ່ ຊາຍກໍຊາຍແທ້ໆ ຕົມນັ້ນຢ່າໃຫ້ມີ.

866. ຊາດທີ່ ມະນີແກ້ວ ມະຫານິນລູກປະເສີດ ບໍ່ມີຄຳຫໍ່ຫຸ້ມ ມະນີແກ້ວກໍບໍ່ເຮືອງ.

867. ຊີ້ນບໍ່ເປັນຕ່ອນຢ້າງ ຢ່າໄດ້ໃສ່ພາເຫວີຍ ຂອງບໍ່ເປັນຕາກັດ ຢ່າກິນຊິພວນທ້ອງ.

868. ຍຸງຍາງໄມ້ ລົມຕີຍັງຫັກຖ່ອງ ບາດວ່າເຄືອຫຍ້າປ້ອງລົມຕ້ອງກໍບໍ່ເພ.

869. ຍາມເມື່ອຊົລລະທີນ້ຳ ໄຫຼນອງຖ້ວມທົ່ງ ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຮີ່ຍຫົວ ຍາມເມື່ອເດືອນສາມສ້ຽງ ຊົລລະທີເຂີນຂາດ ມົດມັນກະເຈາະກະຈອກເວົ້າ ຫົວລໍ້ຕໍ່ປາ.

870. ຍາມເມື່ອເປັນມັນອ້ອນ ໃຜກໍຊອນສຽມໃສ່ ບາດວ່າເປັນອີ່ໂມ້ ໃຜກໍຫີ້ວກະຕ່າກາຍ.

871. ຍາມເມື່ອລີລາຍ້າຍ ແປງໂສມໃຫ້ມັນຄ່ອງ ຢ່າໄດ້ເປັນດັ່ງເຊື້ອ ຊະນີເຕັ້ນຂວ່າງໄປ.

872. ຍາມເມື່ອ ຊາຕາຂຶ້ນ ຂອນຍຸງຍາງກໍໄດ້ໄຕ່ ບາດວ່າພະລາດລົ້ມ ຫຍຸມຫຍ້າກໍບໍ່ທັນ.

873. ຍິງຮູບຮ້າຍ ຄອງວັດພາງາມ ຊາຍຮູບຊາມ ວິຊາພາເຮື້ອງ.

874. ໄດ້ວ່າເປັນເສືອແລ້ວ ລາຍບໍ່ລາຍ ເຂົາກໍຕູ່ ແໜງວ່າເອົາໜິ່ນໝໍ້ ມາແຕ້ມໃຫ້ຕື່ມລາຍ.

875. ຕິແຕ່ຄວາຍບັກເລ່ຮ້າຍ ຮາວສວນເຈົ້າບໍ່ຖີ່ ຕິແຕ່ແມງໜີ່ຮ້າຍ ຕີນສີ້ນບໍ່ຮ່ຳເພີງ.

876. ຕຶກແຫຫວັງເອົາປາ ເຮັດນາຫວັງເອົາເຂົ້າ ຟັນໂພນປູກໝາກຖົ່ວ ເອົາຜົວເອົາເມັ ຫວັງຢາກໄດ້ລູກເຕົ້າ ແທນເຊື້ອສືບແນວ.

877. ຕຶກແຫໄດ້ປາໄຂ່ ເອົາເມັຽໃໝ່ໄດ້ລູກພ້ອມ ບຸນສ້າງແຕ່ຫຼັງ.

878. ຕົກກະເທີນໄດ້ປ້ຳ ຊິນຳຮອນເໝີດທຸກງ່າ ງ່າໃດອອກນອກຮົ້ວ ຊິນຳມ້ວນເຂົ້າໃສ່ສວນ.

879. ຕົກກະເທີນວ່າໄດ້ກຳຄໍແຂ້ ບໍ່ຫວັງວາງໃຫ້ມັນຟາດ ຕົກກະເທີນວ່າໄດ້ເປັນ ມ້າບັກກ່ຳນ້ອຍ ໜີແສ້ຢ້ານຮ່າກິນ.

880. ຕາມໃຈນ້ຳ ຊິໄຫຼໄປຕາມຮ່ອມ ບໍ່ຮ່ອນໄຫຼເຜັ່ນຂື້ນ ເມືອຟ້າຍອດດອຍ.

881. ທາງຫຼາຍເສັ້ນ ຕາມໃຈຜູ້ຊີ່ໄຕ່ ຄັນເຈົ້າມັກເສັ້ນເວີ້ງ ທາງລ້ຽວກໍຫາກມີ.

882. ທຸກບໍ່ມີເສື້ອຜ້າ ຝາເຮືອນດີພໍລີ້ຢູ່ ທຸກບໍ່ມີເຂົ້າໃສ່ທ້ອງ ຊິໄປລີ້ບ່ອນໃດ.

883. ໂທດບໍ່ທັນເຖິງກວ້ານ ເຖິງສານໃຫ້ຄ່ອຍອ່ານ ເອົາທ້ອນ ສິ່ງທີ່ຜິດພາດພັ້ງ ອາພັຍໃຫ້ເທື່ອດຽວ.

884. ນົກເຂົາເຂົ້າຢູ່ຕຸ້ມ ເຫງົາຫງ່ວມແຕ່ຄວາມທຸກ ແມ່ນໄດ້ງອຍຄອນເງິນຄອນຄຳ ກໍບໍ່ລືມຄອນໄມ້.

885. ໜອງບໍ່ມີຂອນຂັ້ນ ພານແຫເຂົາຊິຫວ່ານ ລົງແລ້ວ ມີວັງຄັນບໍ່ມີເງືອກເຝົ້າ ຄົນໃບ້ກໍບໍ່ຢຳ.

886. ບຸນບໍ່ເຄີຍຕາຍນີ້ ແສນຊິເບືອກໍບໍ່ເບື່ອ ແມ່ນຊິເອົາຝັງໄວ້ ໃນດິນກໍຈຳເກີດ ໃນໝາກອຶໝາກແຕງ ຈົມຢູ່ພື້ນ ກໍຍັງປີ້ນປົ່ງໃບ.

887. ບຸນຫົວບໍ່ເຄີຍໄດ້ ສັງວານພຍານາກ ຂີ້ດິນດາກຕິດຫົວແຕ່ລະນ້ອຍ ງໍແງ້ງວ່າແມ່ນຫອນ.

888. ບວຍບໍ່ມີຍັງດ້າມ ຊິເອົາຫຍັງມາຄ້າງແອ່ງ ເຂົາຊິເອີ້ນກະໂປະໝາກພ້າວ ບໍ່ມີເອີ້ນວ່າບວຍ.

889. ປາບໍ່ຍິນດີດ້ວຽ ຊົລລະທີເຂີນຂາດ ຫົງຫາກຊົມຊື່ນເຕົ້າ ສະພັງດ້ວຍດອກບົວ.

890. ເປັນຂຸນໃຫ້ ວິຊາດີມີມາກ ຢ່າເປັນ ດັ່ງໜັງແຫ້ງ ໄຟຕ້ອງໂງດໂງ.

891. ເປັນຄົນໃຫ້ ທັມນຽວຄືນົກເຈົ່າ ຍາມເມື່ອບິນຜ່ານຜ້າຍ ຂາວແຈ້ງຈຶ່ງຄ່ອຍເຫັນ.

892. ເປັນຄົນໃຫ້ ທັມນຽວຄືນົກເຈົ່າ ຍາມເມື່ອບິນຜ່ານຜ້າຍ ຂາວແຈ້ງດັ່ງນົກຍາງ.

893. ເປັນຄົນໃຫ້ ລັກຂະນານາມປວກ ຫາກຊ່າງຢູ່ຫາກຊ່າງອົ້ນ ຄູນຂຶ້ນໃຫ້ໃຫຍ່ສູງ.

894. ເປັນຊາຍກໍໃຫ້ເປັນຊາຍແທ້ ຢ່າໃຫ້ແກມຫີນແຮ່ ຊາຍກໍໃຫ້ຊາຍແທ້ໆ ຕົມນັ້ນຢ່າແກມ.

895. ເປັນຍິງຂໍໃຫ້ເປັນຍິງແທ້ ແນໄປໃຫ້ມັນທ່ຽງ ຍິງຂໍໃຫ້ຍິງແທ້ໆ ແນແລ້ວຈຶ່ງຄ່ອຍຍິງ.

896. ເປັນຍິງນີ້ ໃຫ້ທຳນຽມນາມໄກ່ ໃຫ້ຊ່າງຟັກໃຫ້ຊ່າງປ້ອງ ປອງລູກໃຫ້ໃຫຍ່ສູງ.

897. ຜູ້ເຖົ້າໄດ້ເມັຽສາວ ປານໄດ້ຄວາຍຊາວແມ່ ສາວແກ່ໄດ້ບ່າວນ້ອຍ ຂອງຕ້ອນບໍ່ເຫືອດມື.

898. ຜົວເມັຽຮ້າຍ ຍາມດຽວເປັນເພິ່ນ ພີ່ນ້ອງຮ້າຍ ຄືຂີ້ບໍ່ເໝັນ.

899. ໃຜຜູ້ອາສາລ້ຽງ ງູເຫຼືອມໄວ້ດອກໄກ່ ຢ້ານແຕ່ມຸດມອດມ້ວຍ ເຂັນຮ້າຍເຂົ້າຮ່ວມເຮືອນ.

900. ຝົນຕົກຫົ້ງ ໄຫຼໂຮມແຕ່ບ່ອນຂຸ່ມ ບ່ອນສູງຢູ່ໃກ້ຟ້າ ຝົນເທ້ງແລ່ນກາຍ.

901. ຝົນຕົກຫົ້ງ ໄຫຼໂຮມແຕ່ໂພນປວກ ບວກໝູມີບໍ່ແພ້ ຝົນເທ້ງແລ່ນກາຍ.

902. ເພື່ອເໝືອຕົກລົງໃຕ້ ໄຫຼລົງມາຄ້ອມພໍແມ່ນ ພ້າອີ່ໂຕ້ບໍ່ເຂົ້າ ຟັນເຈີ້ຍແຕ່ໄກ.

903. ຟັນເຮືອໄວ້ ຫຼາຍລຳແຮທ່າ ມ່າເຂົ້າໄວ້ ຫຼາຍບ້ານທົ່ວເມືອງ.

904. ມະນີໂຊດແກ້ວ ມະຫານິນລູກປະເສີດ ບໍ່ມີຄຳຫໍ່ຫຸ້ມ ມະນີແກ້ວກໍເລົ່າຈາງ.

905. ມີເຮືອນບໍ່ມີຝາແອ້ມ ລົມມາໜາວໜ່ວງ ໜາວບໍ່ມີຜ້າຕູ້ມ ຊິໄປເອົ້າອຸ່ນບ່ອນໃດ.

906. ມີໄໝແລ້ວ ຢ່າລືມຄຸນມ້ອນຄວ່າງ ມ້ອນຫາກແປງເສັ້ນຫຍຸ້ງ ຍອງໃຫ້ກໍຈຶ່ງມີ.

907. ມີເງິນລົ້ນ ເຕັມຖົງຢ່າຟ້າວອົ່ງ ຫຼາຍເນີ ລາງເທື່ອ ທຸກຂະມອດໄຮ້ ເມືອໜ້າສ່ອງບໍ່ເຫັນ.

908. ມີເງິນ ບໍ່ມີຄົນຄ້າ ເຮັດແນວໃດ ມັນຊິຮັ່ງ ພຸທທັງ ທັມມັງ ສັງຄັງ ໃຈບໍ່ນ້ອມ ບຸນຊິໄດ້ບ່ອນໃດ.

909. ມີດົງບໍ່ມີໄມ້ ເອົາອັນໃດມາເປັນປ່າ ມີໜອງບໍ່ມີປ່າຫຍ້າປ້ອງ ປາຊິຊົ້ນຢູ່ບ່ອນໃດ.

910. ໂມໂຫໂທໂສນີ້ ພາໂຕຕົກຕ່ຳ ໃຫ້ຄ່ອຍຄຶດຄ່ອຍເວົ້າ ຄຳຣະຫ້ອຍມ່ວນຫູ.

911. ມັນຫາກເໝີດແຮງແລ້ວ ປາບີນຍາມເດືອນສີ່ ງ່ຽງກໍຫຼຸ້ຍຄຸຍກໍລົ້ມ ປານນັ້ນວ່າບໍ່ບືນ.

912. ມັນຫາກເຫຼືອແຮງ ຄວາຍບັກເລ່ເຖົ້າ ອົດສາເລັມກິນຫຍ້າອ່ອນ ດັງແມ່ນເຂາະນ້ອຍໆ ເປັນໜ້າອິດູ ໜ່າຍເດ.

913. ໄມ້ບໍ່ທັນແທກດ້າມ ຢ່າຟ້າວຮ່າວຫວນຕັດ ຢຽວວ່າເຖິງພາຍລຸນ ຊິເຄີກມືເມືອໜ້າ.

914. ໄໝບໍ່ມີຄັ່ງຍ້ອມ ຄືປ່ານຊາວກະເລີງ ດຳບໍ່ແດງພໍກະເທີນ ສ່ວນຊິເສັຽເຊີງຜ້າ.

915. ຢ່າຊູໄລລືມຖີ້ມ ພົງພັນພີ່ນ້ອງເກົ່າ ຢ່າຊູລະເຜົ່າເຊື້ອ ໄປຍ້ອງອື່ນໄກ.

916. ຢ່າໃຫ້ ເສັຽແຮງໄດ້ ເປັນຄົນນຳເພິ່ນ ຄົນກໍຄົນແທ້ໆ ໜຽວຕຶ້ງຈຶ່ງແມ່ນຄົນ.

917. ຢ່າໄດ້ ເກັບດອກຫວ້ານ ບ້ານເພິ່ນມາຊົມ ໃຫ້ເຈົ້າງອຍຊານເກັບ ດອກກະຈຽວແຄມຮົ້ວ.

918. ຢ່າໄດ້ ໄຂຜັກຕູໄວ້ ໂຈນຂະໂມຍຊິຮູ້ເມື່ອ ຢ່າໄດ້ປະປ່ອງທ້າງ ປາຊິຮູ້ເມື່ອຄີງ.

919. ຢ່າໄດ້ ຕິຖແລງເວົ້າ ຕີຈອນຟອນສຽດງູເຫົ່າ ຕີແຫຼວສຽດໄກ່ນ້ອຍ ປາຢ້າງຊິຕື່ນແມວ.

920. ຢ່າໄດ້ ຕິຖແລງເວົ້າ ເອົາເລົາມາປູກ ບໍ່ແມ່ນເຊື້ອຊາດອ້ອຍ ກິນໄດ້ກໍບໍ່ຫວານ.

921. ຢ່າໄດ້ ລືມຄຸນເຖົ້າ ແມວບັກຄຳໂຕເກີດກ່ອນ ໜູບໍ່ມາກັດເສື້ອ ກໍເປັນຍ້ອນເພາະແມວ ນັ້ນແລ້ວ.

922. ຢ່າໄດ້ ລືມຄຸນເຖົ້າ ແມວບັກຄຳໂຕເກີດກ່ອນ ຖົງໃໝ່ໜູບໍ່ຫຍ້ຳ ປາງນັ້ນກໍແມ່ນແມວ ນັ້ນແລ້ວ.

923. ຢ່າໄດ້ ຫວັງສຸກຍ້ອນ ເອົາບຸນເຂົາມາເພິ່ງ ສຸກກໍສຸກເພີ່ນພຸ້ນ ບໍ່ມາກຸ້ມຮອດເຮົາ ດອກນາ.

924. ຢ່າໄດ້ ອາສາລ້ຽງ ແນວຊະນີຮູບຄ່າງ ມັນຫາກຄຽວຜອກພົ້ນ ຜອງເທົ້າກະດູກດຳ ພຸ້ນແລ້ວ.

925. ຢ່າໄດ້ ພາໂລລົ້ນ ລືມໂຕບໍ່ເຂົ້າທ່າ ມັນຈັກຂາຍຂີ້ໜ້າ ພາຍຊ້ອຍເມື່ອລຸນ.

926. ຢ່າໄດ້ ທຳຕົນພ້ຽງ ຫົວພຽງສເມີອື່ງ ມັນຫາກເຫຼືອແຕ່ຮ້ອງ ລາງເຂັ້ມຂົ່ມແຂງ.

927. ຢ່າໄດ້ ທຳໃຈພ້ຽງ ເຂົາຮໍຂົມຂື່ນ ຄວາມຄຶດເຈົ້າຢ່າຕື້ນ ສເມີໝໍ້ປາກແບນ.

928. ຢ່າໄດ້ ເຫັນແກ່ໄດ້ ແຕງໂມໜ່ວຍໃຫຍ່ ລາງເທື່ອໂຊກບໍ່ໃຫ້ ເລີຍຊິໄດ້ໜ່ວຍປາຍ.

929. ຢ່າໄດ້ ຈົວໆຮ້ອງ ສເມີກາຄາບໄຂ່ ຢ່າເປັນນົກໄສ່ຮ້ອງ ລາງເຂັ້ມຂົ່ມແຂງ.

930. ຢ່າຟ້າວຕິຕຽນເວົ້າ ຜັກກະເດົາຂົມຂື່ນ ບາດໄດ້ກິນລາບກ້ອຍ ຍັງຊິໄດ້ອ່າວຫາ.

931. ລາບໃສ່ເພັ້ຽ ບໍ່ຂົມຂື່ນປານບີ ຄົນອັບປີຄອງເມືອງກໍສຸໂຊມສູນເສົ້າ.

932. ເຫຼືອແຮງແຮ້ງ ບິນແຮງອິດອ່ອນ ລົມບໍ່ມາຊ່ອຍແຮ້ງ ບິນໄດ້ກໍບໍ່ແຮງ.

933. ຫຼາຍຄົນຫຼາຍໄດ້ ຫຼາຍໄມ້ປຸກເຮືອນງາມ.

934. ວ່າເປັນຕໍກະຍູງແລ້ວ ແມວສີສັງມາໂຄ່ນ ວ່າເປັນໄມ້ແກ່ນຫຼ້ອນ ສັງມາປີ້ນປົ່ງໃບ.

935. ຫົງຮາມຮ້າງ ລາຄອນປະເປົ່າ ນົກເຈົ່າລາພຸ່ມໄມ້ ລົງນ້ຳລ່ອງລອຽ.

936. ເຫັນວ່າ ຂອນໄຫຼນ້ຳ ຢ່າຄອງຄອຍວ່າຂອນດອກ ລາງເທື່ອລົງແຊ່ນ້ຳ ຫຼາຍມື້ຊິປົ່ງໃບ.

937. ເຫັນວ່າ ເປັນໜ່ວຽແກ້ວ ຢ່າຟ້າວເປີບກະໃຈຫຼາຍ ລາງເທື່ອໂຮງໆໃສ ໜ່ວຍຂວາງໃຜຊີ່ຮູ້.

938. ເຫັນວ່າ ເປີເຄີຕັ້ງ ກາງພາຢ່າຟ້າວຢາກ ກິນເນີ ລາງເທື່ອເປັນຕ່ອນງ້ວນ ກິນແລ້ວຊິບໍ່ຍືນ.

939. ເຫັນວ່າ ຊອນລອນຕັ້ງ ກາງພາຢ່າຟ້າວຢາກ ຫຼາຍເນີ້ ລາງເທື່ອເປັນຕ່ອນງ້ວນ ກິນແລ້ວຊິບໍ່ຍັງ.

940. ເຫັນເສືອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພິ່ນສອນ.

941. ໃຫ້ຄ່ອຍເອົາໂສມພ້ຽງ ທຸງໄຊຊ້ອງພຣະເນດ ລົມບໍ່ມາລ່ວງຕ້ອງ ບໍ່ມີເປື້ອງປິ່ນຫາງ.

942. ໃຫ້ຄ່ອຍທຳພຽນສ້າງ ສເມີແຕນແປງຊໍ່ ໃຫ້ຊ່າງກໍສືບໄວ້ ສເມີເຜິ້ງສືບຮັງ.

943. ໃຫ້ຊ່າງບ້ອນ ສເມີດັ່ງປາລົດ ຢ່າໄດ້ແປນຄູຍລອຍ ດັ່ງປາກະໂທງໃບ້.

944. ໃຫ້ເຈົ້າເອົາຍາວໄວ້ ຄືກາຄາບເຕົ່າ ຢ່າໄດ້ເຮັດອຸ້ງປຸ້ງ ເໝືອນຮຸ້ງຄາບງູ.

945. ໃຫ້ເຈົ້າ ເອົາຍາວໄວ້ ຄືສິນໄຊຟັນໄຮ່ ປີນີ້ໄດ້ແຕ່ປ້ຳ ປີໜ້າໄດ້ແຕ່ຮອນ.

946. ອັນວ່າຜົວເມັຽຮ້າຍ ຍາມດຽວກໍ່ເປັນເພິ່ນ ບາດວ່າພີ່ນ້ອງຮ້າງ ຄືຂີ້ບໍ່ເໝັນ.

947. ອັນວ່າ ຍຸງຍາງໄມ້ ລົມຕີຍັງຫັກທ່ອງ ບາດວ່າເຄືອຫຍ້າປ້ອງ ລົມຕ້ອງກໍບໍ່ເພ.

948. ຮັກຜົວໃຫ້ ມີໃນຜາຍເພື່ອ ຮັກຜົວໃຫ້ຮັກພີ່ນ້ອງ ລູງປ້າແມ່ຜົວ.

949. ເຮືອຄາແກ້ງ ກວຽນເປັນໃຫ້ກວຽນແກ່ ບາດວ່າໄປຮອດນ້ຳ ເຮືອຊິໄດ້ແກ່ກວຽນ.

950. ເຮືອນບໍ່ມີສີໜ້າ ກາບິນມາມັນຊິລ່ວງ ມີເຮືອນຄັນບໍ່ມີພໍ່ຢ້າວ ໂຈນຊິເຂົ້າລ່ວງຂອງ.

951. ເຮືອນໃດຍາມກິນເຂົ້າ ຫຼາຍພາມັບແມບ ເຮືອນນັ້ນເສິກບໍ່ມົ້ວ ໃຈນ້ຳບໍ່ຄ່ອງປາ.

952. ເຮືອນໃດ ຍາມກິນເຂົ້າ ພາດຽວເປັນໝູ່ ຄຳຮັກຍັງຊ່າງຕູ້ມ ກັນໄວ້ໝື່ນອະສົງ.

953. ກາກິນປີງໄປຄາຄໍແຮ້ງ ເຮືອຄາແກ້ງ ໄປຫຼົ້ມເຄີ່ງວັງ.

954. ກາເວົາຮ້ອງ ເທິງຫົວຍິນໂສກ ໂກນໂດກຮ້ອງ ໄກຊູ້ຫ່າງຮຽມ.

955. ກວາງກິນໝາກຂາມປ້ອມ ໄປຄາກົ້ນຂີ້ມັ່ງ ບາດວ່າມັ່ງບໍ່ຂີ້ ສາມມື້ກະຕ່າຍຕາຍ.

956. ກັມສັງໂອ້ ໂອທອງສັງມາແຕກ ບາດກະໂປະໝາກພ້າວ ສັງມາໝັ້ນກວ່າໂອ.

957. ເກົ້າຊິຂ້າສິບຊິຂ້າ ໃຫ້ເອົາແກ່ນກະຍູງຕີ ຢ່າໄດ້ເອົາບາລີ ຕ່ອຍຕີຕາງຄ້ອນ.

958. ກອຍມັນຮ້າງ ຮາມດິນພັດພາກ ເຂົ້າກາກລາຈາກເຈົ້າ ຄວາມເຖົ້າຫງ່ວມເຫງົາ.

959. ຄົນເໝີດບ້ານກິນນ້ຳສ້າງດຽວ ທຽວທາງດຽວ ບໍ່ຢຽບຮອຍກັນ.

960. ເງິນຫາກໜົດເສັຽສິ້ນ ຂວັນຍັງຄ້າງໄຖ່ ຄັນວ່າຜ້າຂາດແລ້ວ ແຊງນັ້ນກໍຫາກຍັງ.

961. ໂຈດບໍ່ໃຫ້ຖາມ ຈຳເລີຍບໍ່ໃຫ້ແກ້ ໃຫ້ໄດ້ຂອງເກົ່າຄືນມາ.

962. ສີຕານ້ຳດັງອອກ ສີດັງນ້ຳຕາອອກ. (ໜັງສືສຽວສວາດ)

963. ເສື້ອຂາດຫຼັງ ໄປຕາບຂະນ່ອງໄກ່ ເສື້ອຂາດໄຫຼ່ໄປຕາບຂະນ່ອງລີງ ເສື້ອຂາດຂ້າງໄປຄ້າງເຂົາຄວາຍ.

964. ສັງມາຍາກແທ້ເດ...ຄວາມຫຼາຍໂຕດຶງຈ່ອງ ໂຕສອງຂ້ອງງ່າຂາມ ໂຕສາມຂ້ອງງ່າໝີ່ ໂຕສີ່ຂ້ອງງ່າຫວ້າ ໂຕຫ້າຂ້ອງງ່າບົກ ໂຕຫົກຂ້ອງງ່າແຕ້ ໃຜຊິມາຊ່ອຍແກ້ ຄວາຍຂ້ອຍຈັ່ງຊິໄປ.

965. ສັງມາໂຕນລົງຫ້ວຍ ຫາກິນແຕ່ແຕນຕໍ່ ສັງບໍ່ຂຶ້ນໂຄກກວ້າງ ຫາຊ້າງຄ່າແພງ.

966. ສອງເຂືອເຖົ້າທຳນາຢູ່ກາງໂຄກ ປີບໍ່ໂຊກໄດ້ສາມ ປີບໍ່ງາມໄດ້ສີ່ ປີບໍ່ໄດ້ແທ້ໆຢາຍໃຫ້ຊູ່ຄົນ.

967. ສິບຕ່ຳລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄນິງຫາ ສອງສລືງ ຫາແລ່ນມາມື ໃຫ້ເຈົ້າກຳເອົາໄວ້.

968. ຕາດີໄປຄ້ອງຊ້າງ ສາມຄືນມາເປົ່າ ຕາບອດໄປຄ້ອງຊ້າງ ຄາວມື້ໄດ້ຂີ່ມາ.

969. ຕົກຕາວ່າໄດ້ເປັນເສືອແລ້ວ ລາຍບໍ່ລາຍເຂົາກໍຕູ່ ແໜງວ່າເອົາໝິ່ນໝໍ້ ມາແຕ້ມໃຫ້ຕື່ມລາຍ.

970. ທັນຕາແຂ້ວ ສັດສິ່ງເປັນງາ ເອົາມາເປັນເຂື່ອນແຂງ ຢ້າວເຮືອນທາງບ້ານ. (ໜັງສືສຽວສວາດ)

971. ນົກຫົງມາຮາມຮ້າງ ລາຄອນປະເປົ່າ ນົກເຈົ່າລາພຸ່ມໄມ້ ລົງນ້ຳລ່ອງລອຍ.

972. ນົກອີ່ອ້ຽງກິນໝາກໄຮ ແຊວໆສຽງບໍ່ມີໂຕຮ້ອງ ແຊວໆຮ້ອງໂຕດຽວເໝີດໝູ່. (ໜັງສືສຽວສວາດ)

973. ບໍ່ຢາກພໍ້ຫຼົງຊາດມາພົບ ຫົວກົບເກີດເປັນທອງແດງ ຫົວປາກະແຍງ ເກີດເປັນທອງຄຳ ຊ່າງໃດຊິຕີໄດ້.

974. ບົວຂີ້ແບ້ສັງມາເກີດກາງໜອງ ບົວທອງໄປເກີດກ້ຳ ຫົວສວນບ້ານເກົ່າ ບ່ອນເລິກມາເລົ່າຕື້ນ ພໍຍື້ຍ່ອງເຖິງ.

975. ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ປາໃນໜອງເອົາກິນໃຫ້ໄດ້.

976. ບ້ານເມືອງຂ້ອນ ຂຸນກວານຍາດໄພ່ ເມືອງຂວາໄດ້ໄກ່ໂຈ້ນ ເມືອງຊ້າຍໄດ້ໄກ່ຍອງ.

977. ເປັດເປັນຜູ້ໄຂ່ ໄກ່ເປັນຟັກ ຂີ້ກະດັກກະເດືອນເປັນຜູ້ລ້ຽງ ບຸນຊິໄດ້ແກ່ໃຜ.

978. ເປັນສັງໂຕນລົງຫ້ວຍ ຫາກິນແຕ່ແຕນຕໍ່ ສັງບໍ່ຂຶ້ນໂຄກກວ້າງ ຫາຊ້າງຄ່າແພງ.

979. ແຜ່ນດິນໄຂ້ ເອົາຫຍັງມາຫົ່ມ ແຜ່ນດິນອອກໝາກໄມ້ ຢາແກ້ແມ່ນຫຍັງ.

980. ພີ່ຕາຍຍັງນ້ອງ ເຮືອໄຫຼທ່າຍັງ ນ້ຳເຕົ້າແຕກສາຍຍັງ ໄຟໄໝ້ປ່າຂອນຍັງ ນ້ຳເຕົ້າຈົມຫີນຟູ ຫີນຫັກຫີນຕໍ່. (ໜັງສືສຽວສວາດ)

981. ຟັນເຮືອໄວ້ ຫຼາຍລຳແຮທ່າ ມ່າເຂົ້າໄວ້ຫຼາຍບ້ານທົ່ວເມືອງ. (ໜັງສືສຽວສວາດ)

982. ຢ່າໄປເກັບດອກຫວ້ານ ບ້ານເພີ່ນມາຊົມ ໃຫ້ຄ່ອຍງອຍຊານເກັບ ດອກກະຈຽວແຄມຮົ້ວ.

983. ຢາກກິນເຂົ້າ ປູກໃສ່ພະລານຫີນ ຢາກມີສິນຂ້າພໍ່ຕີແມ່ ຢາກໃຫ້ຄົນແວ່ຂ້າໝູ່ດຽວກັນ ຢາກມີສີສັນໃຫ້ນອນເກືອກຝຸ່ນ ຢາກອຸ່ນອາບນ້ຳຍາມໜາວ ຢາກກິນສົ້ມປາຂາວ ໃຫ້ຖືປືນຂື້ນໂຄກ ຢາກກິນໄກ່ຜູ້ໂອກ ສັກສຸ່ມລົງໜອງ. (ໜັງສືສຽວສວາດ)

984. ຢາກເຫັດໃຫ້ແຍງລົງຫ້ວຍ ຢາກກິນຜັກພີພວຍ ໃຫ້ເຈົ້າແຍງລົງບຸ່ງ ຄັນວ່າຢາກໄດ້ກຸ້ງ ພາຍຂ້ອງຂື້ນງ່າຍາງ.

985. ລີງຕໍ່ລີງຊີງກັນຂຶ້ນໄມ້ ບາດຊີ່ໄດ້ບັກໂກກນາໂກ.

986. ລູກຜູ້ຮັກເອົາໄວ້ທາງຫຼັງ ລູກຜູ້ຊັງເອົາໄວ້ທາງໜ້າ ເອົາປາປ້ອນມ່າມ ຜູ້ຢູ່ທາງຫຼັງຮັກບໍ່ແພ້ ບໍ່ຫຼຽວໜ້າລ່ຳແລ.

987. ຫຼົວຟືນໜີຈາກໝໍ້ ກວຍກະທໍລາເຂົ້າປູກ ກົກຫູກລາຈາກໄມ້ກ່ຳພັ້ນ ພັນມື້ບໍ່ຈວບກັນ.

988. ວ່າຢາກໂຕນລົງສ້າງ ຫາຮັງມົດແດງໄຂ່ ວ່າຢາກຂື້ນຕົ້ນໄມ້ ຫາມຸ້ງກະຕ່າຍນອນ.

989. ວຽງຈັນຮ້າງເປັນໂພນຂີ້ໝາຈອກ ບາງກອກຮ້າງເປັນມຸ້ງກະຕ່າຍນອນ.

990. ຫ້າງທ້ອງໃສ່ໄຂ່ເຕົ່າໄຂ່ແລນ ຢ່າຄອງ. (ໜັງສືສຽວສວາດ)

991. ຫີນແຜ່ນລ້ານ ກ້ອນໃຫຍ່ຄືຊິໜັກ ບາດວ່າເອົາສະໂນຕິດ ສັ່ງຊາສັງມາໄດ້ ຜິວ່າຕາມຕາຄີ້ວ ຄືສະໂນຊິໜັກກວ່າ ຄັນແມ່ນຕາບໍ່ຄີ້ວ ຊິເບົາເບື້ອງຝ່າຍສະໂນ.

992. ໃຫ້ເຈົ້າເອົາຍາວໄວ້ ຄືກາຄາບເຕົ່າ ຢ່າໄດ້ເຮັດອຸ້ງປຸ້ງ ປານຮຸ້ງຄາບງູ.

993. ໃຫ້ເຈົ້າເອົາຍາວໄວ້ ຄືສິນໄຊຟັນໄຮ່ ປີກາຍໄດ້ແຕ່ປ້ຳ ປີໜ້າຈັ່ງຄ່ອຍຮອນ.

994. ເຫັນວ່າຜັກຫົມຫ້ຽນ ແຄມທາງຢ່າຟ້າວຢຽບ ຢ່ຳເນີ ບາດວ່າຖອດຍອດຂຶ້ນ ຍັງຊິໄດ້ກ່າຍເກີນ.

995. ຫຼົວຟືນໜີຈາກໝໍ້ ກວຍກະລາເຂົ້າປູກ ກົກຫູກລາຈາກໄມ້ກ່ຳພັ້ນ ພັນມື້ບໍ່ຈວບກັນ.

996. ຫອຍກາບກີ້ ຮູ້ປາກຄືຄົນ ປາຊີວເກີດມີເຂົາ ໄລ່ຊົນຄວາຍຮ້າຍ.

997. ອັສສະຈັນໃຈ ກຸ້ງ ກຸມກິນປາບຶກໃຫຍ່ ປາຊີວມາໄລ່ແຂ້ ໜີໄປຊົ້ນຫຼືບຫີນ.

998. ອັສສະຈັນໃຈ ແຂ້ ຫາງຍາວໆສັງບໍ່ໄດ້ຮອງນັ່ງ ບາດກະຕ່າຍຫາງກ້ອມໆ ສັງມາໄດ້ນັ່ງຮອງ.

999. ອັສສະຈັນໃຈ ນ້ຳວັງໃສສັງມາຂຸ່ນ ອັນວ່າໄມ້ແກ່ນຫຼ້ອນ ສັງມາປີ້ນປົ່ງໃບ.

1000.         ອັສສະຈັນໃຈ ໂອ້ຕັກແຕນໂມປ້ອງໝູ່ມັ່ງ ຂຽດຈ່ານາປ້ອງໝູ່ຊ້າງ ຢືນເກີ້ຢູ່ທົ່ງຫຼວງ.

1001.         ອັສສະຈັນໃຈ ໂອ້ເຂົ້າສານຢູ່ໃນໂອ ສັງມາຍໍຄໍຕອດໄກ່ ໄມ້ໄຜ່ຢູ່ກໍ ຍໍຄໍຕອດຊ້າງ ປາຢ້າງຢູ່ຫີ້ງທະຍານເຕັ້ນຄຸບແມວ ແມວເສັງໃຈແຖຫົວບວດ ໜູຊິງຕາສວດ ເປັນແມ່ອອກຄ້ຳ ຫຸງເຂົ້າໃສ່ເພນ.

1002.         ອັສສະຈັນໃຈ ໂອ້ໂອທອງສັງມາແຕກ ບາດກະໂປະໝາກພ້າວ ສັງມາໝັ້ນກວ່າໂອ.

1003.         ອັສສະຈັນໃຈ ມ້ອນກິນມອນສັງມາຍ່ຽວ ບາດວ່າໄກ່ຜູ້ໂຈ້ນ ກິນນ້ຳຍ່ຽວບໍ່ເປັນ.

1004.         ອັສສະຈັນໃຈ ໄມ້ລຳສະໂນເປັນໄມ້ແກ່ນ ຢ້ານແຕ່ພ້າຊິບານ ຢ້ານແຕ່ຂວານຊິບ້ຽວ ປີນີ້ບັ່ນສະໂນ.

1005.         ອັສສະຈັນໃຈ ແມ້ງປາຂະແຍງບໍ່ມີງ່ຽງ ປາຊີວປັກປວດດີ້ນ ເປັນຜ້ຳປ່ອງຜີ.

1006.         ອັສສະຈັນ ອັສສະຈ້ອຍ ໄກ່ນ້ອຍໄຫ້ກິນນົມກາ ໝູໝາໄຫ້ກິນນົມນຳເສືອໂຄ່ງ ສັຕຕຣູກັນແທ້ໆ ສັງມາໄຫ້ແອ່ວກິນ.

1007.         ອັສສະຈັນ ຕັ້ງແຕ່ໝາຂົບຊ້າງ ສານແຮງລົ້ມທ່າວ ບາດວ່າຊ້າງລຸກຂຶ້ນ ໝາຊິໄຫ້ຕໍ່ສານ.

1008.         ອັສສະຈັນ ຕັ້ງແຕ່ເວີນວັງກວ້າງ ສັງມາກາຍເປັນຫາດ ບາດວ່າຫາດແທ້ໆ ສັງມາປີ້ນປິ່ນເວີນ.

1009.         ອັນວ່າ ບົວຂີ້ແບ້ ສັງມາເກີດກາງໜອງ ບົວທອງໜີຈາກວັງ ຫ່າງຕະຄອງໜອງນ້ຳ ເລີຍເລົ່າໄປເກີດກ້ຳ ຫົວສວນບ້ານເກົ່າ ບ່ອນເລິກມາເລົ່າຕື້ນ ພໍຍື້ຍ່ອງເຖິງ.

1010.         ອັນວ່າ ຍຸງຍາງໄມ້ ລົມຕີຍັງຫັກທ່ອງ ບາດວ່າເຄືອຫຍ້າປ້ອງ ລົມຕ້ອງກໍບໍ່ເພ.

1011.         ອຸປປະຊົນຫົວຂວັນເຈົ້າ ຣາຊານັກປາດ  ແມ່ນ້ຳໃຫຍ່ຫົວຕໍ່ນ້ຳ ເຊນ້ອຍບວກໝູ.

1012.         ເຮືອນມຸງຫຍ້າ ຝົນຕົກມາສັງມາຮົ່ວ ບາດວ່າລົດຫຍ້າໄວ້ ຝົນເທັ້ງບໍ່ຖອງ.

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

____****ການລົ້ມເຮັດໃຫ້ເຈັບ ............... ຄວາມເຈັບເຮັດໃຫ້ຈຳ

............. ຄວາມຈຳເຮັດໃຫ້ເກີດການຮຽນຮູ້ ............... ການຮຽນຮູ້

ເຮັດໃຫ້ເກີດການພັດທະນາ ............. ການພັດທະນາເຮັດໃຫ້ເກີດ....

ຄວາມຈະເລີນກ້າວຫນ້າຂຶ້ນ ໆໆໆໆ _____****

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ຂ້າມນ້ຳແລ້ວຢ່າໄດ້ປົດຂົວ ເອົາຜົວເອົາເມຍແລ້ວຢ່າລືມຄຸນພໍ່ແມ່

***ຄັນໄດ້ຍິນຄຳເວົ້າຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິຫວານ

***ຄັນໄດ້ຟັງທຳແລ້ວບໍ່ທຳຕາມກໍໄຮ້ຄ່າ ເຫມືອນມີຢາບໍ່ເອົາໃສ່ທ້ອງໂລຄາໄຂ້ກໍບໍ່ຫາຍ

***ຄັນວ່າທຽວທາງເວີ້ງໄປມາໃຫ້ມີຫມູ່ ລາງເທື່ອໂຈນເຂັ່ນຂ້າຍັງສິໄດ້ຊ່ວຍກັນ

***ງ້ວນຂອງເບື່ອຢ່າເອົາໄວ້ໃນເຮືອນ ຄົນໃຈເບືອນຢ່າເອົາເປັນພີ່ນ້ອງ

***ແຈ້ງຂໍໃຫ້ແຈ້ງດັ່ງດາວ ຂາວຂໍໃຫ້ຂາວດັ່ງຝ້າຍ ໃສງາມຄືຈັ່ງແວ່ນ ຢ່າໄດ້ເປັນດັ່ງຫມໍ້

ຫມອງມົ້ວທົ່ວຄິງ

***ໃຈບໍ່ໃສຕໍ່ແກ້ວແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງຕີໄດ້ກະບໍ່ດັງ

***ສິບປີລ້ຳຊາວປີລ້ຳຈຶ່ງເຫັນກວາງມາຢາມມັ່ງ ບາດວ່າເຂົ້າຂຶ້ນເຫລົ້າຈຶ່ງເຫັນເຈົ້າເທ່ືອດຽວ

***ຊາດແຫ່ງຄົນຮູ້ຈະຢູ່ໃສ ເຂົາບໍ່ອວດໂຕ ໆ

***ຊື່ວ່າ ແນວຄວາມຮູ້ສິລທັມພຣະເຈົ້າໃຫຍ່ ຄັນແມ່ນຮຽນໄດ້ແລ້ວ ສິເປັນແກ້ວແກ່ນມະໂນ

***ຊື່ວ່າ ແນວຄວາມຮູ້ໃນເຮືອນຫາຍາກ ຄັນບໍ່ພາກຈາກບ້ານບໍ່ມີໄດ້ທໍ່ໄຍ

***ຊື່ວ່າ ເປີງເປັນແລ້ວ ຈຳໃຈຈຳຈາກ ຄັນບໍ່ພາກຈາກບ້ານ ຄວາມຮູ້ກູບໍ່ເຮືອງ

................

.................................

..........................................................

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກໍ່ກຳທຳເຂັນ

ກໍ່ຮ່າງສ້າງຕົວ

ເກີດດອກອອກຜົນ

ຂີ້ເຫລົ້າເມົາຢາ

ຄໍຂາດບາດຕາຍ

ຄູ່ຄຽງຮຽງຫມອນ

ເຄື່ອງດອງຂອງເມົາ

ງ່ວງເຫງົາຫາວນອນ

ຈັບມືຖືແຂນ

ຊັດເຊພະເນຈອນ

ດິ້ນຮົນຂົນຂວາຍ

ຊື້ງ່າຍຂາຍຫມານ

ຕົກລົງປົງໃຈ

ຕົ້ນຮ້າຍປາຍດີ

ຕີີຄ້ອງຮ້ອງປ່າວ

ນ້ຳໃສໃຈຈິງ

ບາບບຸນຄຸນໂທດ

ບຸກປ່າຜ່າດົງ

ໃຫຍ່ກ້າຫນ້າບານ

ເປົ່າປ່ຽວດຽວດາຍ

ເວົ້າຈາປາໄສ

ລົ້ມລຸກຄຸກຄານ

ຫນັກເອົາເບົາສູ້

ອົງອາດກ້າຫານ

................

.........................................

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ອັນວ່າສຸລາເຫລົ້າ.......ສິ່ງມືນເມົາຄືຢາຝິ່ນ

ກິນບໍ່ມີປະໂຫຍດແທ້.........ເປັນໄພຮ້າຍຕໍ່ຮ່າງກາຍ

ພາໃຫ້ອາຍຸສັ້ນ......................................ຜິວພັນເຫລືອງຫລ່າ

ຫາຄວາມສຸກ (ທີ່ແທ້ຈິງ) ບໍ່ໄດ້ ຄວນໃຫ່ຮິ່ນຕອງແດ່ທ້ອນ.......ທ່ານເອີຍ !!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

+++ ຄົນຜູ້ທີ່ໂງ່ຈ້າຜະຫຍາອ່ອນບົກເບົາ

ບໍ່ຮູ້ເອົາຕາຊອມງວາກຂວາຫລຽວຊ້າຍ

ບໍ່ຮູ້ຈັກດີຮ້າຍ ເອີເອົາຫມົດທຸກຢ່າງ

ວ່າແຕ່ເພິ່ນເວົ້າແລ້ວເຫັນພ້ອມຄູ່ສູ່ອັນ

........................

+++ ຄົນເຮົາເຖົ້າແກ່ແລ້ວຄວນມີຊັບແຮໂຕ

ຍາມເມື່ອເຈັບປ່ວຍໂຊສິໄດ້ນຳມາໃຊ້

ຄັນບໍ່ມີຫຍັງໄວ້ລູກຫລານເຂົາສິຈົ່ມ

ເຈົ້ານິ້ງຂ້ອຍ ຂ້ອຍນິ້ງໃຫ້ເຈົ້າ

ໃຜສິເຝົ້າເບິ່ງແຍງ...ເຈົ້າເດ !!

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

+ ຖ້າຢາກເປັນຄົນແນ່ແທ້

ຕ້ອງຫມັ່ນພຽນສຶກສາ

ຄົ້ນຄົ້ວທຸກວິຊາທີ່ຮ່ຳຮຽນມານັ້ນ

ນອກຈາກຮຽນນຳປຶ້ມ ຕ້ອງທຽວຖາມນຳຫມູ່

ຖາມຜູ້ທີ່ເພິ່ນຮູ້ເຫັນແຈ້ງກ່ວາເຮົາ ນັ້ນເນີ !!!


..........ໄດ້ມາຈາກລາວບລ໋ອກເກີ່.......ຂອບໃຈ


ດວງອາທິດສ່ອງແສງສະຫວ່າງສະເພາະກາງວັນ

ດວງຈັນສ່ອງແສງສະຫວ່າງສະເພາະກາງຄືນ

ສ່ວນດວງປັນຍາສ່ອງແສງສະຫວ່າງໄດ້ທັງກາງວັນແລະກາງຄືນ

ສະນັ້ນ ແສງສະຫວ່າງອື່ນຈະມາສະຫວ່າງທໍ່ແສງປັນຍານັ້ນແມ່ນບໍ່ມີ............

.................

.................................

..............................................................


 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

+ ຜືນແຜ່ນດິນທີ່ມີນ້ຳຂອງໄຫລຜ່ານຈາກເຫນືອສູ່ໃຕ້

ທີ່ເຢັນໃສສົດຊື່ນ ຜືນແຜ່ນດິນທີ່ມີເຂົ້າຫນຽວຄູ່ປາແດກ

ສຽງແຄນຄູ່ກັບສຽງຂັບລຳ ຜືນແຜ່ນດິນທີ່ມີຮີດຄອງປະເພນີ

ອັນງາມລ້ຳ ຜູ້ຄົນຈິດໃຈດີ ມີນ້ຳໃຈເສຍສະຫລະ ພິລະອາດຫານກ້າແກ່ນ

ຜືນແຜ່ນດິນນັ້ນແຫລະເຂົາຮຽກຂານວ່າປະເທດລາວ..........

 

...............ຄຳວ່າລາວ ມາຈາກດາວ ເມືອງສູງຊັ້ນຟ້າ ຈົ່ງພູມໃຈເຖີດຫນາ

ທີ່ເຮົາໄດ້ເກີດມາເປັນຄົນລາວ ເຈົ້າກໍລາວ ຂ້ອຍກໍລາວ ສື່ສານກັນດ້ວຍຫົວໃຈ

ເຮົາຄົນລາວຈົ່ງສາມັກຄີກັນໄວ້ ຄືເຂົ້າຫນຽວຫນຶ້ງໃຫມ່ ຢ່າໄດ້ເພແຕກມ້າງຄືນ້ຳ

ຖືກເຂົ້າຫນຽວເດີ ພີ່ນ້ອງລາວເຮົາ.............

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຜູ້ສາວນ້ອຍໃນພາຍພາກຫນ້າສິຂີ້ຄ້ານ ບໍ່ເອົາວຽກເອົາການ ມີແຕ່ແຕ່ງຕົວອອຍຜູ້ບ່າວນ້ອຍ
ບໍ່ຟັງຄວາມພໍ່ຄວາມແມ່ ລຸງປ້ານ້າອາ ແມ່ບອກໄປໄຮ່ວ່າເຈັບຂາ ແມ່ບອກໄປນາວ່າເຈັບທ້ອງ
ແມ່ບອກເອົານ້ອງວ່າເຈັບຫົວ ບາດແມ່ບອກເອົາຜົວລະມື້ໃດອີ່ແມ່ ???


ອະນາຄົດພາຍພາກຫນ້າ ສາສະຫນາພຣະໂຄດົມຈະເສື່ອມສູນເສົ້າ ຄົນສິພາກັນເມົາບ້າໃນກາມບໍ່ສ່ວງ
ພໍ່ແມ່ລູກເຕົ້າສິພາກັນຫລິ້ນເຊິງຊູ້ສ່ຳສາວ ເຂົາສິເຊີງກັນຫລິ້ນປານຫມູຫມາເປັດໄກ່ ບໍ່ໃສ່ໃຈສິລທັມຄຳພຣະເຈົ້າ
ຜູ້ເພີ່ນສອນສັ່ງ ເຖິງສະໄຫມຄາວນັ້ນຄົນຫນຸ່ມສາວ 5​ ຂວບປີເຕັມ ເຂົາສິເປັນຜົວເມຍຢູ່ຄອງເຮືອນຢ້າວ ສິບປີຖ້ວນ
ຕາຍໄປເກີດໃຫມ່ ບາບກໍ່ເກື້ອ ເວນນັ້ນຈູ່ໂຈມ ຄົນຈະເມົາກາມ ອາຍຸຈະສັ້ນ ເປັນດັ່ງນັ້ນແລ ......................

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

++ ດວງມະນີໂຊດແກ້ວ...........ບໍ່ຫ່ອນເກີດທຸກຈອມຜາ

ດວງມຸກດາບໍ່ຫ່ອນມີໃນຕົວ..........ທຸກກຸນສະໂລຊ້າງ

ອັນວ່າຈັນຫອມນັ້ນ..............................ໃສຈະມີທຸກປ່າ

ນັກປາດບັນດິດຊົນຜູ້ຮູ້.................................ໃສຈະພໍ້ທຸກສະຖານ ເດນໍ ???


++ ບັນດິດຜູ່ປ່ຽມລົ້ນ................ວິຊາສາດຕະສິນສູງ

ຢູ່ແຫ່ງຫົນທາງໃດ...........................ຖິ່ນສະຖານໄກໃກ້

ໃຜຜູ້ປອງປະສົງຮູ້...................................ຮຽນວິຊາດອມທ່ານ

ມານະຂານເຄັ່ງເຂັ້ມ........................................ເດີນດັ້ນດຸ່ງຫາ ຊອບແລ້ວ


ອະທິບາຍ: ປະມານວ່າຂອງດີມີຫນ້ອຍ ຫາຍາກ ຂະຫນາດແກ້ວມຸກດາໄມ້ຈັນ

ຂອງມີຄ່າຕ່າງໆ ກະບໍ່ໄດ້ມີທຸກປ່າທຸກສະຖານ ບັນດິດກໍ່ເຫມືອນກັນຫາຍາກ

ແຕ່ຜູ້ໃດເຫັນນັກປາດແລ້ວ ເຂົ້າໄປສຶກສາຮ່ຳຮຽນຈາກທ່ານ ຄົນນັ້ນຈະປະເສີດແທ້ແລ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

++ 1 ຫມື່ນ..............ຈຳນວນ 10,000 ສີບພັນ

++ 1 ໂກດ................ຈຳນວນ 10,000,000 ສິບລ້ານ

++ 1 ກື....................ຈຳນວນ 100,000,000 ຮ້ອຍລ້ານ ຫລື 10 ໂກດ

++ 1 ຕື້....................ຈຳນວນ 1,000,000,000 ພັນລ້ານ

++ 1 ຕິ່ວ.................ຈຳນວນ 10,000,000:000,000 ຫມື່ນລ້ານ

 

.................ປະຈຸບັນນີ້ ບໍ່ຄ່ອຍໃຊ້ປານໃດ ນອກຈາກທາງລັດຖະການ ບໍ່ຮູ້ວ່ານອກຈາກນີ້ມີຫຍັງອີກບໍ ??

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

+++ ເລື່ອງມີຢູ່ວ່າ ສອງຜົວເມຍພໍ່ຄ້າໄປຄ້າມາ ພໍດີຝົນຕົກກະເລີຍເຂົ້າໄປລີ້ຝົນຢູ່ວັດ

ເມື່ອໄປຮອດແລ້ວກະເຂົ້າໄປຫລົບຝົນຢູ່ກ້ອງກຸດຕິສົມພານຫນຸ່ມ ບັງເອີນສົມພານ

ຜູ້ນີ້ເປັນຄົນຂີ້ຖີ່ ຫນຽວແຫນ້ນອີຫລີ ແມ່ນແຕ່ກ້ອງກຸດຕິກະບໍ່ໃຫ້ໃຜມາຫລົບຝົນ

ກໍ່ເລີຍລົງໄປບອກໃຫ້ສອງຜົວເມຍນັ້ນໄປຫລົບບ່ອນອື່ນ ສອງຜົວເມຍນັ້ນກະທຳທ່າໄປ

ຫລັງຈາກສົມພານຂຶ້ນກຸດຕິແລ້ວ ກະກັບມາຄືເກົ່າ ແລະລົມກັນວ່າ.........................

ຜົວ:  ວ່າແລ້ວ ລູກສາວເຮົາກະງາມໄດເນາະ ເຖົ້າເອີຍ !! ຖ້າໄດ້ສົມພານນີ້ເປັນລູກເຂີຍຄືສິດີ

ເມຍ:​ ແມ່ນແລ້ວ...ເຖົ້າເອີຍ !! ສົມພານນີ້ເຖິງວ່າຈະຂີ້ຖີ່...ແຕ່ເບິ່ງແລ້ວຄືສິໃຈດີຢູ່ເນາະເຖົ້າ

ສົມພານ: ໄດ້ຍິນກະເວົ້າຂຶ້ນວ່າ: ຂຶ້ນມາຫລົບຝົນຢູ່ເທິງພີ້ແມ ສະບາຍກ່ວາໆ ມີຫມອນນຳ

ແລ້ວຄວາມຈິງກະຄື: ສອງຜົວເມຍຄູ້ນັ້ນບໍ່ມີລູກສາວ ຕົວະສົມພານຫລິ້ນໆ ຫະຫະໆ


...............................ຈົບ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

++ ລູກໆເອີຍ ເມື່ອເຈົ້າໃຫຍ່ຂຶ້ນມາເປັນບ່າວເປັນສາວ ເຈົ້າຈະມີຄວາມຮັກ ເມື່ອເຈົ້າມີຄວາມຮັກເຈົ້າຈະແຕ່ງງານ

ເມື່ອເຈົ້າແຕ່ງງານເຈົ້າຈະມີສາມີ ພັນລະຍາ ເມື່ອເຈົ້າມີສາມີພັນລະຍາ ເຈົ້າຈະມີລູກ ເມື່ອເຈົ້າມີລູກເຈົ້າຈະມີສະຖາ

ບັນຄອບຄົວ ສະຖາບັນຄອບຄົວຈະເປັນປຶກແຜ່ນຫມັ້ນຄົງ ແລະຈະເລີນຮຸ່ງເຮືອງ ກໍ່ເພາະເຫດ 4 ປະການຄື:

..................ພໍ່ແມ່ຕ້ອງຮັກກັນ ແລ້ວຄວາມຮັກນັ້ນຈະໄປລວມຢູ່ທີ່ລູກ

..................ພໍ່ແມ່ຕ້ອງຊື່ສັດຕໍ່ກັນ ບໍ່ນອກໃຈກັນ

..................ພໍ່ແມ່ມີຄວາມຮູ້ສຶກຮັບຜິດຊອບຕໍ່ສະຖາບັນຄອບຄົວ

..................ພໍ່ແມ່ເຮັດຫນ້າທີ່ຂອງຕົນຢ່າງເຕັມທີ່

ຖ້າຂາດເຫດໃດເຫດຫນຶ່ງໄປ ຄອບຄົວຈະແຕກແຍກໂດຍທັນທີ ຖ້າບໍ່ແຕກແຍກກໍ່ເປັນຄອບຄົວພິການ ມີຖານະບໍ່

ຫມັ້ນຄົງ ເດືອດຮ້ອນວຸ່ນວາຍ ແລະຂາດຄວາມອົບອຸ່ນ

..................ລູກໆເອີຍ ການຈະສ້າງຄອບຄົວບໍ່ແມ່ນເລື່ອງ່າຍ ບໍ່ແມ່ນວຽກງານທີ່ມ່ວນຊື່ນສະນຸກເຮຮາ ແຕ່ເປັນງານທີ່ຍາກລຳບາກ

ແລະເຕັມໄປດ້ວຍຄວາມທຸກ ໃນບາງຄັ້ງຄົນທີ່ບໍ່ເຂັ້ມແຂງ ແລະອົດທົນພໍ ຄົນທີ່ບໍ່ມີຄວາມຮູ້ສຶກຮັບຜິດຊອບ ຍ່ອມຕັ້ງສະ

ຖາບັນຄອບຄົວບໍ່ໄດ້ (ຂ້າພະເຈົ້າເປັນຕົ້ນ ຫະຫະໆ)

..................ສະນັ້ນ ກ່ອນຈະມີຄູ່ຄອງ ກ່ອນຈະແຕ່ງງານເຈົ້າຕ້ອງຄິດໃຫ້ດີໆ ຕັດສິນໃຈໃຫ້ດີກ່ອນວ່າ ເຈົ້າຈະສາມາດໃຫ້ຄວາມຮັກ ຄວາມ

ອົບອຸ່ນແກ່ຄູ່ຄອງແລະລູກໆໄດ້ຢ່າງເຕັມທີ່ ຫລືບໍ່ສະນັ້ນ ເຈົ້າກໍ່ຕ້ອງໃຫ້ສັນຍາກ່ອນວ່າຈະຊື່ສັດຕໍ່ຄູ່ຄອງຕະຫລອດໄປ.........ເຈົ້າມີຄວາມ

ຮັບຜິດຊອບຕໍ່ສະຖາບັນຄອບຄົວພຽງພໍແລ້ວຫລືຍັງ ເຈົ້າຈະສາມາດເຮັດຫນ້າທີ່ຂອງພໍ່ແມ່ທີ່ດີໄດ້ຫລືບໍ່ ?? ຖ້າເຈົ້າຄິດວ່າຍັງບໍ່

ມີຄຸນສົມບັດເຫລົ່ານີ້ ກໍ່ຢ່າຄິດສ້າງຄອບຄົວເດັດຂາດ ເພາະມັນຈະມີແຕ່ຄວາມທຸກ ແລະໄປບໍ່ລອດຮອດຝັ່ງເລີຍ...................

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອັນອ້ອຍຕານຫວານຢູ່ລິ້ນ..............ບໍ່ພໍເມື່ອຍາມໂມງ

ຫນ້ອຍກໍ່ເຫີຍຫາຍຈາງ.......ຈືດເລີຍລືມຈ້ອຍ

ສ່ວນວ່າຫວານຄຳເວົ້າ................... ຫວານຫູບໍ່ຮູ້ເບື່ອ

ຫວານເຈາະໃຈບໍ່ແລ້ວ...........ຫລາຍມື້ຈືດບໍ່ເປັນ...ທ່ານເອີຍໆ

......................................

ອັນວ່າການສຶກສາຫາຄວາມຮູ້.......ພຽນທຳຢ່າໄດ້ຂາດ

ມັນສິຄາດລາດລົ້ມ............ຕອນເຈົ້າເຂົ້າເຮັດການ

ເຈົ້າຢ່າໄດ້ຂີ້ຄ້ານ........ການງານໃຫ້ດຸຫມັ່ນ

ພຽນຂະຫຍັນສືບສ້າງ......................ທາງເຈົ້າຫາກສິເຮືອງ...

...........

ເກັບມາຝາກ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

+ຄົນເຮົາເວົ້າໄດ້ເພາະຫຍັງ ?......................................

+ແລ້ວເປັນຫັຍງເພີ່ນຈຶ່ງບໍ່ວ່າດີ ?.................................

+ຄົນເຮົາສາລະວົນເພາະຫຍັງ ?..................................

+ຄົນເຮົາເວົ້າຄືເພາະຫຍັງ ?........................................

+ເສືອ, ຊ້າງ, ພະຍາຕາຍເພາະຫຍັງ ?..........................

+ຄວາມດີມີຢູ່ໃສ ?...................................................

+ເຮົາເຫັນຄຸນແມວເມື່ອໃດ ?......................................

+ຍ້ອນຫຍັງຈຶ່ງບໍ່ໃຫ້ເວົ້າເລື່ອງການເມືອງ ?...................

+ຄົນເຮົາບໍ່ເຫັນແດນໄກເພາະຫຍັງ ?...........................

+ເປັນຫຍັງບ່າວລາວຈຶ່ງມັກໄປລົມສາວແກວ ?...............

+ຍິງຂີ້ຮ້າຍງາມເພາະຫຍັງ ?.......................................


..............ອື່ນໆ

ໃຜຕອບໄດ້ກະຕອບເລີຍ ໆໆໆໆ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

+ ຄວາມຊົ່ວເຫມັນອຶດເອົ້າ........ເອົາຫຍັງຫໍ່ບໍ່ມີເປັນ

ເຫມັນກ່ວາພາຍສານດັບ................ຫມື່ນໂຕກອງໄວ້

ເຫມັນທັງໄກທັງໃກ້...............................ເຫມັນໄປທົ່ວທຸກບ່ອນ

ເຫມັນບໍ່ຢຸດຢ່ອນໄດ້.....................................ພໍນ້ອຍຫນຶ່ງຍາມ


+ ຄວາມດີແມ່ນສິຈົມຈຸ່ມນ້ຳ........ສະຫມຸດແມ່ຄົງຄາ

ຫລືເວີ່ນເທິງເວຫາ..........................ເມກຂະຫລາແດນດ້າວ

ຫລືວ່າເອົາຝັງຟື້ນ..................................ທະເລຕົມບູດເນົ່າ

ຄວາມດີຄືດັ່ງຄຳຢູ່ເບົ້າ..................................ບໍ່ເຄີຍເສົ້າຫມົ່ນຫມອງ...ດອກນາ


....................................ພໍ ພວງສະບາ ຄົມກະວີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

++ ທາຍນິດໄສຈາກສີທີ່ທ່ານມັກ............................

Your preference for a certain color says something about your personality.

For example, if you like yellow, you are probably happy and outgoing,

you are also very productive. If your favorite color is blue, you are a calm person,

happy with your life, and at peace with other people. If you prefer red, you are very active

and love intense experiences. If green is your color, you work on  a healthy body

and a useful life. You also probably work to make society better.

In conclusion, your favorite color says alot about you.............

ມັກສີໃດ ຢ່າລືມຄອມເມັ້ນ...........

outgoing............ເປັນກັນເອງ

preference.............ຄວາມມັກ

productive..............ມີີຄວາມຄິດສ້າງສັນ

personality..............ບຸຸກຄະລິກກະພາບ

intense..............ຮຸນແຮງ

experience..............ປະສົບການ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

+ ແນວແກ່ນຈັນແມ່ນສິແຫ້ງ........ບໍ່ຖິ້ມກິ່ນດວງຫອມ

ກຸນຊະໂລໃນແນວຮົບ.......................ບໍ່ຖິ້ມລີລາຊ້ອຍ

ຊື່ວ່າແນວນາມອ້ອຍ..................................ລຳຫວານບໍ່ຫ່ອນຂື່ນ

ບັນດິດທຸກຫມື່ນຊັ້ນ...........................................ຄຸນນະທຳນັ້ນທ່ານບໍ່ວາງ.......ດອກນາ


+ ຄົນໃດເຫັນເມຍຜູ້ອື່ນນັ້ນ............ດ້າມດັ່ງມານດາ

ເຫັນສົມບັດຄົນອື່ນເຂົາ........................ດັ່ງກ້ອນດິນດາຍລ້າ

ເຫັນສັບພະສັດໃນດ້າວ.................................ເຫມືອນຕົນບໍ່ແປກຕ່າງ

ຜູ້ນັ້ນທ່ານກ່າວອ້າງ.................................................ບັນດິດແທ້ບໍ່ປ່ຽນແປງ


............................ຄົມກະວີຂອງ ພໍ ພວງສະບາ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເປັນຍິງໃຫ້ໃຈອ່ອນນ້ອມ ຄຳເວົ້າອ່ອນຫວານ

ເຫມືອນດັ່ງນ້ຳພູ່ເຜິ້ງ ຫວານເລີງບໍ່ຮູ້ຫາຍ

ເປັນຍິງຢ່າໄດ້ປາກກ່າວຕ້ານ ຄຳກ້າກ່ວາຊາຍ

ໃຫ້ຄ່ອຍເອົາໃຈຕັ້ງຄຳບູຮານສອນສັ່ງ

ຮີດສິບສອງ ຄອງສິບສີ່ ຮິີດຍີ່ຄອງຈຽງໃຫ້ມັນຮູ້

ໃຫ້ມີໃຈອ່ອນນ້ອມ ປະສົງຕັ້ງຕໍ່ລູກຜົວ

ໃຫ້ຄຶດຢ້ານກົວຄຳຮ້າຍ ສ່ວນຄຳໃດດີໃຫ້ຄຶດຮ່ຳ

ຫມັ່ນກະທຳດີຢູ່ເລື້ອຍ ເມືອຫນ້າຫາກສິເຮືອງ

.......................

........................................

........................................................

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດີຊົ່ວສອງສິ່ງນີ້ ເປັນຄູ່ທຽມເງົາ

ເຮັດດີຄົນເຂົາຂານໄຂ ຍົກຍໍນິຍົມຍ້ອງ

ເຮັດຊົ່ວຄົນເຂົາເຢີ້ຍ ເບະສົບເຫມັນຂີ້ດຽດ

ໃຫ້ພຽນເຮັດດີໄວ້ ຈະໄດ້ສະບາຍເມື່ອລຸນ................

.............................................

ຄັນເຮົາເຮັດດີແລ້ວ ເຂົາຊັງກໍ່ຕາມຊ່າງ

ຄັນເຮົາເຮັດຖືກແລ້ວ ສິຫຍັນຍໍ້ກໍ່ຊ່າງເຂົາ

ເຂົາສິພາກັນທ້ວງ ທັງເມືອງກໍ່ຢ່າຈົ່ມ

ເຂົາສິຕິທັງຄ້າຍ ຂາຍຫນ້າກໍ່ບໍ່ອາຍ.........................

.....................

................................................

...............................................................................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄົນລາວເຮົາເອີຍ...............

ຈົ່ງສາມັກຄີກັນໄວ້ຄືເຂົ້າຫນຽວຫນຶ້ງໃຫມ່

ຢ່າໄດ້ເພແຕກມ້າງຄືນ້ຳຖືກເຂົ້າຫນຽວ

ຈົ່ງສາມັກຄີກົມກຽວກັນໄວ້ຄືຝົນແສນຫ່າ

ຕົກລົງມາຈາກຟ້າໄຫລໂຮມຫົ້ງຢູ່ຫນອງ

..............................

ຢ່າໄດ້ມົວເມົາໂມ້ໂອຫັງເຫນືອເຫດ

ຢ່າໄດ້ເພດກະດໍ້ບໍ່ຫລຽວຫນ້າເບິ່ງໃຜ

ຢ່າໄດ້ໄລລືມເຄົ້າພົງພັນພີ່ນ້ອງເກົ່າ

ຢ່າໄດ້ລະເຜົ່າເຊື້ອໄປຫລົງຍ້ອງຜູ້ອື່ນດີ

.........................................

.................................................................

..................................................................................................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

+ ຕຶກແຫໄດ້ປາໄຂ່ ເອົາເມຍໃຫມ່ໄດ້ລູກພ້ອມ ບຸນສ້າງແຕ່ປາງຫລັງ

+ ບຸນບາບນີ້ເປັນຄູ່ຄືເງົາ ເງົານັ້ນໄປຕາມເຮົາຊູ່ວັນບໍ່ມີເວັ້ນ

+ ເດັກນ້ອຍມີຄວາມຮູ້ສອງສາມຄຳກໍ່ອວດອົ່ງ ຜູ້ໃຫຍ່ຮູ້ຕັ້ງລ້ານກໍ່ອຳໄວ້ບໍ່ຂານໄຂ

+ ຢ່າລືມຊຸບຫມາກມີ້ຂອງດີຕັ້ງແຕ່ປູ່ ຢ່າລືມປາແດກດ້ວງຕຳສົ້ມຫມາກຮຸ່ງເຮົາເດີຄົນລາວເອີຍ !

+ ແມ່ຮ້າງນີ້ຫາຍາກພານພົບ ໃຜຜູ້ທຳບຸນຫລາຍກໍ່ຈຶ່ງຫວນເຫັນພໍ້ ຫະຫະໆ

+ ພຣະເຫັນກັນອ້າງພັນສາ ຫມາເຫັນກັນອ້າງແຂ້ວ ແມວເຫັນເຫັນກັນອ້າງສຽງ

ສຳນຽງພາສາບອກຊາດ ມາລະຍດບອກຕະກູນ

+ ຜູ້ສາວໄດ້ຜົວເຖົ້າກຳລາວຕັ້ງແຕ່ເກົ່າ ຜູ້ບ່າວໄດ້ແມ່ຮ້າງບຸນສ້າງແຕ່ປາງຫລັງ

+ ປຸກເຮືອນຜິດຄິດຈົນເຮືອນເພ ເອົາເມຍຜິດຄິດຈົນວັນຕາຍ ຈະເຮັດຫຍັງໃຫ້ຄິດຄັກໆ

+ ເຫັນວ່າໂຕງາມແລ້ວ ວາຈາໃຫ້ວາດຄ່ອງ ສິນທຳເປັນເຄື່ອງຍ້ອງ ຕົວເຈົ້າຫາກຕື່ມງາມ

+ ເຫັນໂຕດີຢ່າຟ້າວທ້າ ເຫັນໂຕເປັນກຳພ້າຢ່າຟ້າວຫມອງ

+ ລາບໃສ່ເພ້ຍບໍ່ຂົມຂື່ນປານບີ ຄົນບໍ່ມີສິນທຳປົກຄອງເມືອງສູນເສົ້າ

..............................

..............................................................................................

.............................................................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

+ ລາງເຖົ້າໂລພາລົ້ນ ໂລພາໂລບລ່າຍ ກິນຫລາຍກະດ່າປ້ອຍ ກິນຫນ້ອຍກະໃສ່ເວນ

+ ລາງເຖົ້າຕີງໂຕໄດ້ໄປມາດິ້ນດ່າວໆ ຕາຂຸ່ນປານນ້ຳເຂົ້າ ເວົ້າແຕ່ເລື່ອງສາວໆ

+ ລາງເຖົ້າກິນກອຍປ້ອຍເກັ່ງ ກິນບອນປາກເຮັ່ງຮ້ອນ ດີຮ້າຍບໍ່ຮ່ຳເພິງ

+ ລາງເຖົ້າຫົວຂາວແລ້ວ ແອວກະແງນດາກກະແອ່ນ ຍັງເລາະເຫາະຫ່ອນຫລິ້ນ ຫລົງເຕັ້ນບໍ່ເບິ່ງໂຕ

+ ລາງເຖົ້າເປັນຄົນດື້ຫົວຂາວຈ່ອນພ່ອນ ຍັງເລົ່າເລາະຫ່ອນຫລິ້ນ ຊີງຊູ້ສວາກສະເນ

+ ລາງເຖົ້າເປັນຄົນຊ້າທຳການບໍ່ທັນເພິ່ນ ບາດວ່າຍາມເຂົ້າສ້ວມແນວນັ້ນພັດລື່ນເຂົາ

+ ລາງເຖົ້າເຮຮົນດິ້ນ ຄືກະບວນສາວບ່າວ ກະດູກສິເຂົ້າຫມໍ້ຍັງບໍ່ຮູ້ເມື່ອຄິງ

+ ລາງຄົນເຖົ້າເອົາແຕ່ຫລານໄລ່ແຕ່ໄກ່ ວັດວາບໍ່ເຂົ້າໃກ້ຫັນຫນ້າເຂົ້າແຕ່ດົງ

+ ລາງເຖົ້າໂມໂຫຮ້າຍເຫລືອຕາຍຕັ້ງແຕ່ຈົ່ມ ບໍ່ທັນຄິດຖີ່ຖ້ວນຫາຕົ້ມຕັ້ງແຕ່ຫລານ

+ ລາງເຖົ້າສິລະທັມບໍ່ໄດ້ຮ່ຳ ຄຳແຕ່ທ້ອງນ້ອຍສິນຫ້າບໍ່ຄະນຶງ

+ http://laolanexangpaya.blogspot.com/

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ພໍ່ແລະແມ່ທ່ານປຽບໄວ້ດ້າມດັ່ງໂດຍພຣົມ

ສົມຊື່ເປັນອາຈານຫວ່ານຄວາມຄຳຕົ້ນ

ທ່ານນັ້ນມີຄຸນລົ້ນສັງຂະຫຍານັບບໍ່ໄຂ່ວ

ເພາະທ່ານເປັນຜູ້ໃຫ້ຫລາຍລົ້ນອະເນກນອງ

ພໍ່ແມ່ຮັກລູກນີ້ສະເຫມີດັ່ງດວງຕາ

ຮັກບໍ່ລາລືມໄລຊົ່ວພຽງພໍຫນ້ອຍ

ຫົວໃຂຕິດແຂວນຫ້ອຍຄອຍຄອງປອງລ່ຳ

ຄຳດີງາມເລີດລ້ຳນຳປ້ອນປ່ອນໃສ່ໃຈ........ລູກແລ້ວ

ລູກທີ່ດີຕ້ອງຮ່ຳຮູ້ຊູເຜົ່າວົງຕະກູນ

ຄຸນບິດາມານດາເທີດທູນທັນອ້າງ

ກະຕັນຍູເສີມສ້າງຄວາມດີດາແຕ່ງ

ມີແບ່ງສຸກຊ່ວຍຊວ້ານບໍ່ລວນດື້ລ່ວງເກີນ.....ຊອບແລ້ວ


.........................................ພໍ ພວງສະບາ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເກີດເປັນຄົນຕ້ອງຮູ້

ຮ່ຳຮຽນພຽນສຶກສາ

ເກີດຂຶ້ນມາເປັນຄົນຊົ່ວດີບໍ່ມີຮູ້

ເປັນຄົນຫຶກ ຄົນປູ້ ບໍ່ແຫລມຄົມຄຳຄ່ອງ

ມີແຕ່ຄອງນັ່ງຖ້າ ຜະຫລາຍູ້ຫ່ອນສິເປັນຊັ້ນບໍ ??

.......................................................

ເກີດເປັນຄົນຕ້ອງຮູ້

ຮ່ຳຮຽນພຽນສຶກສາ

ເພື່ອປະດັບກາຍາ

ຊ່ວຍໃຫ້ຈະເລີນກ້າວ

ເຂົາວ່າຄົນບໍ່ມີຄວາມຮູ້

ປູປາອ່ານບໍ່ອອກ ບອກວ່າຕົກຕ່ຳໃຕ້

ເປັນໃບ້ຍິ່ງກ່ວາ +ຄວາຍ+



ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ລາບຈົ່ງໄຫລສູ່ເບື້ອງ....ຄົນຍາກອະນາຖາ

ຄົນຮັ່ງມີເຂົາເຕັມ.....................ລາບພູມຈູມພົ້ນ

ຝົນຈົ່ງຕົກລົງກ້ຳ.............................ບົນບົກໂຄກປ່າ

ເພາະວ່າໃນທະເລຮ່ອງຫ້ວຍ....................ມີນ້ຳຍຶ່ງເຕັມ......ແລ້ວນາ

 

++ ຄົນຂີ້ຖີ່ເພີ່ນເວົ້າ...........ບໍ່ເຄີຍເມດຕາໃຜ

ສ່ວນວ່າແນວຄົນຫິວ................ຂາດແຄນຍາມແງ້ນ

ແມ່ນອາຫານຫວານສົ້ມ......................ເຫມັນອຶນກໍ່ຍັງແຊບ

ແບບຢ່າງຄົນມັກຮຽນຮ່ຳຮູ້...........................ຂະຫຍັນສູ້ຢູ່ບໍ່ເຊົາ...ແທ້ໃດ

 

                             .................................ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ໃຜຜູ້ເຮັດຫນ້າດ້ານ..........ຄານຫມູບເລືອເລຍ

ເຕັ້ຍຕ່ຳວາຈາໄຂ.......................ອິ່ນອອຍອົມອ້ອຍ

ຢ່າໄດ້ກອຍໃຈເກື້ອ...........................ເຝືອແຝງຝັນໄຝ່

ເພາະໃຈມັນຫໍ່ໄວ້.....................................ແນວງ້ວນເບື່ອເມົາ


++ ສອນສິດໂງ່ບໍ່ຮູ້ໄດ້.........ວິໄຈຄ່າຄວາມດີ

ຫລືວ່າມີພັນລະຍາຮຽງ.................ຊົ່ວຊະເລເລີງລົ້ວ

ຫລືວ່າເອົາຕົວກົ້ວ...............................ຄົນພານສັນດານຖ່ອຍ

ແມ່ນຕົນເປັນນັກປາດກໍ່ຕ່ຳຕ້ອຍ.........................ພອຍເສົ້າເສື່ອມເສຍ

 

..................................ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

++ ຍາມເມື່ອຊີວິດຢັ້ງ.........ຍັງຢູ່ເປັນຄົນ

ຢ່າຍອມຈົນຕາແຈ....................ນັ່ງແລດູລ້າ

ສອງຂາສອງແຂນພ້ອມ....................ຖະຫນອມຄິງເຄື່ອນຍ່າງ

ແມ່ນເສັ້ນທາງຄົດໂຄ້ງ..............................ຍາວເຍີ້ນກໍ່ດຸ່ງໄປ

 

++ ເບື້ອງຫນ້ານັ້ນ............ແສງສະຫວ່າງເຮືອງຮອງ

ເຮົາຈົ່ງປອງພຽນອົດ.................ຄືບຄານເລີງເລື້ອຍ

ອິດເມື່ອຍໂຮຍແຮງລ້າ......................ຫນັກຫນາລຳບາກ

ຍາກເຍື້ອນເຫມືອນຫມື່ນໄຫມ້...................ໃນເນື້ອກໍ່ຢ່າຖອຍ

 

++ ຈົ່ງເກົ້າອົດເກົ້າເຍື້ອນ...........ຜ່ານຜ່າມໍລະສຸມ

ໄປໃຫ້ເຖິງຈຸດຫມາຍ......................ເນັ່ງແນວວາງໄວ້

ຍາມໃດເຮົາພອຍພົ້ນ............................ອົນທະການຜ່ານຜ່າ

ປານວ່າໄດ້ຫມື່ນຕື້.......................................ຄຳເຂັ້ມໃສ່ມື

 

.......................ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2012 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ຄົນຜູ້ມີຊັບຫນ້ອຍ................ຄອຍຈ່າຍແຕ່ແນວເປືອງ

ເບື້ອງຄົນມີກຳລັງ.....................ຫນ້ອຍດຽວມັກຂັນທ້າ

ຄົນບໍ່ມີວິຊາຄວາມຮູ້..................ຊູຊີອວດສະຫລາດ

ມາດທັງສາມທ່ານີ້.....................ຄັນບໍ່ບ້າກໍ່ແມ່ນເມົາ................


++ ຄັນວ່າຄວາມຮູ້ຫນ້ອຍ..........ຢ່າປະເອີບວ່າມີຫລາຍ

ຢ່າໄດ້ມົວເມົາຫລົງ...................ວ່າຕົນເປັນຄົນຮູ້

ຄືດັ່ງກົບໃນສ້າງ......................ທາງທະເລບໍ່ເຄີຍຜ່ານ

ເຫັນແຕ່ນ້ຳສ້າງນ້ອຍ...............ວ່າໄກກວ້າງກ່ວາທະເລ....................


..............ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພັດທະນາການຂອງເຟສບຸກ http://variety.teenee.com/foodforbrain/45056.html

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

++ ບໍ່ຮູ້ວ່າຫລາຍໆຄົນຍັງຈຳໄດ້ບໍ ແຕ່ສຳຫລັບຂ້າພະເຈົ້າແລ້ວ

ເປັນຫຍັງບຸ໋ !! ບໍ່ຈັກຄືກັນ ບໍ່ລືມຈັກເທື່ອ

ຫະຫະໆ ບໍ່ມີຫຍັງຫລາຍດອກ ມັນເປັນບົດທ່ອງປະຖົມຊື່ໆ

ກ່ຽວກັບວິທີກິນເຂົ້ານີ້ແຫລະ ເຊິ່ງ

ຄິດວ່າຕອນນີ້ຍັງຈຳຕິດປາກຢູ່

ກະເລີຍສິມາເລົ່າເບິ່ງວ່າມັນຖືກບໍ ???

ໃຜຈຳໄດ້ກະກວດແກ້ໃຫ້ແນ່ເດີ !!!

 

++ ເມື່ອກິນເຂົ້າບໍ່ຄວນກິນໄວ

ກິນອັນໃດຕ້ອງຫຍ້ຳໃຫ້ແຫລກ

ຄ້ຽວໃຫ້ແຕກອາຫານຍ່ອຍໄວ

ກືນລົງໄປຈຶ່ງບໍ່ເຈັບທ້ອງ

ເພາະຖືກຕ້ອງຫລັກອະນາໄມ

ເຮົາຕັ້ງໃຈເຮັດຕາມຄູສັ່ງ

ບໍ່ຟ້າວຟັ່ງຫຍ້ຳແຫລກຈຶ່ງກືນ

ຖ້າເຮົາຝືນກິນໄວ້ພ້າວໂພດ

ມັນໃຫ້ໂທດແຄ້ນເຂົ້າກໍ່ມີ

ທັງບໍ່ດີອາຫານຍ່ອຍຍາກ

ກືນລຳບາກກະເພາະອາຫານ.

(ແລ້ວບົດອື່ນໆເດ ໃຜຈຳໄດ້ແນ່ ມາແຊຣ໌ກັນເບິ໋ງ)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

++++++ ລູກໆ ຫລານໆເອີຍ ໆ

ລູກຢ່າດູຖູກຢຽບຫຍາມຄົນອື່ນ

ເພາະເຫັນວ່າເຂົາເປັນຄົນບ້ານນອກ

ເພາະເຫັນວ່າເຂົາໂງ່ກ່ວາລູກ

ເພາະວ່າເຂົາຈົນກ່ວາລູກ

ເພາະເຂົາຕ່ຳຕ້ອຍກວ່າລູກເດີ...ທຸກຄົນຖ້າ

ເລືອກເກີດໄດ້ ຄົງບໍ່ມີໃຜທີ່ຈະໄປເລືອກເກີດໃນປ່າໃນດົງພຸ້ນດອກ

ຫລືໃນຕະກຸນທີ່ຕ່ຳຕ້ອຍຍາກຈົນ

ເພາະຄົນເຮົາເລືອກເກີດບໍ່ໄດ້

ເຂົາຈຶ່ງຕ້ອງໄປເກີດຕາມແຮງກຳທີ່ເຂົາເຄີຍກະທຳໄວ້ສົ່ງໄປ

ສະນັ້ນ ລູກຄວນຈະເຫັນໃຈເຂົາ ສົງສານເຂົາ

ແລະພະຍາຍາມຫາທາງຊ່ວຍເຫລືອເຂົາ

ໃຫ້ພົ້ນຈາກທຸກໄພ ອັນຕະລາຍຕ່າງໆ ຕາມທີ່ຈະເຮັດໄດ້

ແບບນີ້ແຫລະທີ່ເພີ່ນເອີ້ນວ່າ ::

ເປັນການກະທຳທີ່ຊອບ ທີ່ຖືກຕ້ອງຂອງຄົນທີ່ຈະເລີນແລ້ວ.............


 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ຫລີກລົດໃຫ້ຫ່າງໄວ້...............ປະມານວ່າຫ້າຫລາ

ຫລີກມ້າສິບຫລາທັດ....................ທ່ານຈາຈົງອ້າງ

ຫລີກຊ້າງຮ້ອຍຫລາຖ້ວນ..............ສົມຄວນພົ້ນຜ່ານ

ຫລີກຄົນພານບໍ່ປະມານວ່າໄວ້........ໄກໄດ້ຍິ່ງດີ......ວ່າຊັ້ນເດ


++ ຄັນເບິ່ງຄົນຊ່ວງໃຊ້................ໃຫ້ເຈົ້າເບິ່ງຍາມມີງານ

ເບິ່ງວົງວານພົງພັນ......................ເມື່ອເຮົາຈົນໄຮ້

ເບິ່ງມິດຄົນຄຽງໃກ້.......................ຍາມມີໄພບັງເກີດ

ເບິ່ງເມຍຍາມຊັບເຂີນຂາດຂ້ອນ......ຈາງຈ້ອຍບໍ່ຢູ່ຖົງ


++ 1 ຫລາເທົ່າທໍ່ໃດບໍ່ຈັກ ເຮໆໆ

............................ຄົມກະວີຂອງ ພໍ ພວງສະບາ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

++ ເພີ່ນວ່າຊົມຊ່ຳເຊື້ອ          ນາມຫນໍ່ແນວຍິງ

ຊົມທີ່ກາຍໃຈນາງ              ພ່ຳພຽນຄວາມຮູ້

ສິລະທັມພ້ອມ                 ຄອງຍິງບໍ່ປະປ່ອຍ

ບໍລິສຸດຊື່ນຊ້ອຍ               ສະເຫມີແກ້ວຫນ່ວຍມະນີ...ທ່ານເອີຍ

 

++ ເພີ່ນວ່າຫອມດອກໄມ້        ກໍ່ຫອມແຕ່ຕາມລົມ

ລົມບໍ່ມາໂຊຍພັດ              ກິ່ນລະອອງກໍ່ອາຍເອົ້າ

ອັນວ່າຫອມຄົນຮູ້              ຄົນດີທີ່ປະເສີດ

ຫອມບໍ່ເຫີຍເຫືອດແຫ້ງ         ໄກກວ້າງກ່ວາປ່ອງລົມ...ແທ້ໃດ


++ ຫວານໃດຈະຍິ່ງລ້ຳ         ຄຳປາກຂອງຄົນ...ເດນໍ

ເຫມັນໃດຈະປຸນປານ           ປາກຄົນຄຳຮ້າຍ

ອັນຕະລາຍໃດນັ້ນ             ຈະທຽມທັນຄົນເຖື່ອນ

ເຫນືອຫມື່ນມີດຫອກງ້າວ        ແສນເຫລັ້ມສຽບແທງ

 

...............................ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

++ ລາຕີເອ້ອາບດ້ວຍ.............ພະຈັນສ່ອງດາວໃສ

ໃນດ່ານແດນດິນຜືນ...............ອາບພະນາແນວໄມ້

ສ່ວນດວງໃຈຂອງເຈົ້າ............ເອົາຫຍັງນໍມາເອ້ອາບ

ບາບແລະບຸນສອງສິ່ງນີ້..........ມີໄວ້ເພື່ອອາບໃຈ...ຈື່ເອົາເນີ


++ ຍາມຕາຍໃຜບໍ່ຫ່ອນຫອບຫິ້ວ...ຊັບສິນເງິນຄຳໄປໄດ້

ຍາດມິດຕາມໄປເຖິງ....................ກໍ່ແຕ່ກອງຟອນນັ້ນ

ອັນທີ່ຕິດຕາມຫ້ອຍ......................ບໍ່ຖອຍວາງລາເລີກ

ດີ_ຊົ່ວ ສອງສິ່ງນີ້........................ຊິຕາມຕື້ຕໍ່ໄປ...ບໍ່ວາງແລ


++ ຄວາມຮູ້ມີທໍ່ຟ້າ.............ປັນຍາຍຶ່ງເຕັມຕົວ

ແຕ່ບໍ່ຄວາມືເຮັດ.................ໃຫ້ເກີດຜົນໃຜຊິຮູ້

ດູດັ່ງກັບຄົນໃບ້..................ນອນຝັນແກ້ບໍ່ອອກ

ບອກກັບໃຜກໍ່ບໍ່ໄດ້..............ວ່າຝັນພໍ້ສິ່ງໃດ............

            

             ຄົມກະວີຂອງ ພ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 14, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂໍສະແດງຄວາມເສົ້າສະຫລົດໃຈມາຍັງແຟນ ຜີແດງ ແມນຍູ

ເພາະມື້ຄືນນີ້ ແມນຊີຕີ່ເອົາແຊ້ມໄປກິນແລ້ວ ໆ ແມນຍູເລີຍກິນແຫ້ວ

ເຂົາວ່ານີ້ແຫລະສົມບັດພັດກັນຊົມໆ ປີກາຍເຈົ້າໄດ້ ປີນີ້ກະໃຫ້ຂ້ອຍສາ

ປີຫນ້າຄ່ອຍວ່າກັນໃຫມ່ໆ ໃຜແກ່ນ ແຫນ້ນກ່ວາ ຜູ້ນັ້ນກະໄດ້ຊົມອີກ ຫະຫະໆ

ການແຂ່ງຂັນຍ່ອມມີແພ້ຊະນະ ຖ້າໄປຍຸ້ງກັບມັນມັນຫລາຍກະທຸກວ່າຊັ້ນສາເທາະໆ

ຂໍສະແດງຄວາມຍິນດີກັບແມນຊີຕີ່ລະກັນ ໆ ສ່ວນແມນຍູເຮົາປີຫນ້າເອົາໃຫມ່ໆ

ຈົບຂ່າວ..................

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

+ ເວົ້າບໍ່ມີປະໂຫຍດນັ້ນ.................ນິ້ງມິດຍັງດີດາຍ

ມີສະຫາຍເປັນຄົນຊົ່ວ....................ຫມື່ນຄົນກໍ່ດາຍລ້າ

ຄັນມີພັນລະຍາລົ້ວ.......................ງາມຕາຍກໍ່ຕາມຊ່າງ

ແຫນງວ່າຮູບຮ່າງຮ້າຍ..................ໃຈກ້ຽງປອດໃສ...ດີແທ້ແລ


+ ສັດຈະຈິງທ່ຽງແທ້.....................ບໍ່ແປປ່ຽນເຫີຍຫາຍ

ວັດທະນະທຳກັບຄົນ.....................ຄູ່ຄຽງປະດັບເອ້

ໃຜຜູ້ເຫຫັນຮ້າງ...........................ສິລະທຳບໍ່ຂ້ອງກ່ຽວ

ກາຍແລະໃຈຊິຫ່ຽວແຫ້ງ................ທັງກະແດ້ງດ່າງດຳ

.....................

.................................

.........................................................ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

***ທີ່ບອກວ່າບໍ່ມີຫຍັງເຮັດ ຫລືວ່າ ບໍ່ຍອມເຮັດຫຍັງ??

***ບໍ່ມີເວລາ ຫລືວ່າ ບໍລິຫານເວລາບໍ່ເປັນ??

***ບໍ່ວ່າງ ຫລືວ່າ ເຮົາທຳຕົວໃຫ້ຍຸ້ງ??

***ມັນເປັນໄປບໍ່ໄດ້ ແລ້ວເຮົາໄດ້ລອງແລ້ວຊັ້ນເບາະ??

***ຢ້ານລົ້ມເຫລວ ຫລືວ່າ ຢ້ານລຳບາກກັນແນ່??

***ຈະອິດສາຄົນອື່ນທີ່ດີກ່ວາ ຫລືວ່າຈະຕັດສິນໃຈລົງມືເຮັດຕາມຄວາມຝັນ??

***ຈະຕຳນິຄົນອື່ນ ຫລືວ່າ ຈະຮຽນຮູ້ຈາກປະສົບການຂອງເຂົາ??

***ລົ້ມເຫລວແລ້ວຈະຮຽນຮູ້ຈາກມັນ ຫລືວ່າ ຈະຍອມແພ້??

***ຈະກັດແຂ້ວສູ້ເພື່ອສິ່ງທີ່ດີກ່ວາ ຫລືວ່າ ຈະຖອຍໂດຍບໍ່ທັນລົງມືເຮັດ??

                 ***********ຄິດເອົາ**********

ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

..................................................ຄົນດີທີ່ສົມບູນແບບ...................................................

*** ອາຫມາດຜູ້ຫນຶ່ງໄດ້ລັກຫລິ້ນຊູ້ກັບສະຫນົມນາງຫນຶ່ງ ຂອງພຣະເຈົ້າພົມມະທັດ ແຫ່ງນະຄອນພາລານະສີ

ພຣະເຈົ້າພົມມະທັດເສຍໃຈຫລາຍ ແຕ່ກໍ່ອົດກັ້ນໄວ້ໄດ້ ບໍ່ສັ່ງໃຫ້ລົງໂທດອາຫມາດ ເພາະເຫັນວ່າອາຫມາດ

ຜູ້ນີ້ເຮັດວຽກດີ ງານເດັ່ນ ສ້າງປະໂຫຍດໃຫ້ແກ່ນະຄອນຢ່າງມາກມາຍມະຫາສານ.............

*** ທີ່ເຮືອນຂອງອາຫມາດມີຄົນໃຊ້ຊາຍຜູ້ຫນຶ່ງ ລັກລອບໄດ້ເສຍກັບຄົນໃນຄອບຄົວຂອງອາຫມາດ ອາຫມາດ

ໂມໂຫ ຄຽດຈັດ ຈຶ່ງນຳຕົວຄົນໃຊ້ໄປໃຫ້ພຣະລາຊາລົງໂທດ...ຂ້າແຕ່ສົມມຸດຕິເທບ, ຊາຍຄົນນີ້ເປັນຄົນໃຊ້ຂອງຂ້າ

ພະເຈົ້າ ທີ່ຊ່ວຍເຮັດວຽກເຮັດງານໄດ້ດີທຸກຢ່າງ ແຕ່ເຂົາມີຄວາມຜິດຢູ້ຂໍ້ຫນຶ່ງຊຶ່ງອະໄພໃຫ້ບໍ່ໄດ້ເລີຍຄື: ເຂົາລັກລອບ

ໄດ້ເສຍກັບຄົນໃນຄອບຄົວຂອງຂ້າພະເຈົ້າ ຂໍໃຫ້ພຣະອົງພິຈາລະນາຄວາມຜິດຂອງເຂົາດ້ວຍເຖີດ..............

*** ພຣະລາຊາຄິດໄຕ່ຕອງແລ້ວຕອບວ່າ: ຄົນແບບຄົນໃຊ້ຂອງທ່ານກໍ່ມີຢູ່ໃນລາດຊະສຳນັກຄືກັນ ເຮົາເປັນລາຊາ

ສັດຕະບູລຸດຈົ່ງຮູ້ຈັດອົດທົນອົດກັ້ນໄວ້ ເພາະຊາຍຄົນນັ້ນເຂົາເປັນຄົນເຮັດວຽກດີ

ມີປະໂຫຍດຕໍ່ນະຄອນມາກມາຍມະຫາສານ....................

ຄົນເຮົານັ້ນຍາກຍິ່ງທີ່ຈະຫາຄົນດີສົມບູນແບບໄດ້ ຄົນດີສົມບູນແບບຫາໄດ້ຍາກຍິ່ງໃນໂລກນີ້ ດັ່ງນັ້ນເຮົາຈຶ່ງອົດກັ້ນໄວ້ເສຍ

***ອາຫມາດຮູ້ວ່າ: ທີ່ພຣະລາຊາຕັດບອກມານັ້ນຫມາຍເຖິງຕົນເອງ ຈຶ່ງຮູ້ສຶກລະອາຍໃຈ ບໍ່ກ້າເປັນຊູ້ກັບສະຫນົມອີກ

ເລີຍຕັ້ງແຕ່ນັ້ນມາ ສ່ວນຄົນໃຊ້ຂອງອາຫມາດ ຮູ້ວ່າພຣະລາຊາຊົງຕຳນິຕິຕຽນຕົນ ກໍ່ບັງເກີດຄວາມລະອາຍແກ່ໃຈ ບໍ່ກ້າເປັນ

ຊູ້ກັບຍິງໃດໆອີກເລີຍນັບແຕ່ນັ້ນເປັນຕົ້ນມາ................

*** ນິທານນີ້ສອນໃຫ້ຮູ້ວ່າ:::::: ຄົນດີທີ່ສົມບູນແບບນັ້ນຫາໄດ້ຍາກຍິ່ງ ແລະຄວາມອົດທົນຕໍ່ຄົນບໍ່ດີນັ້ນກໍ່ເຮັດໄດ້ຍາກ........

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

*************ຮາໆໆໆໆ ບໍ່ມີຫຍັງເຮັດ

ຢູ່ບໍ່ຢູ່ກະໄດ້ເປັນອະພິມະຫາເສດຖີ ພັນລາວວ່າຊັ້ນ

ກໍ່ເລີຍຈະບໍລິຈາກເງິນຈຳນວນ 3 ລາງວັນ ລາງວັນລະ 5,000 ກີບ ຮາໆໆ

ງານນີ້ໃຜດີ ຜູ້ນັ້ນໄດ້ ຄວາມຫລໍ່ ຄວາມງາມບໍ່ກ່ຽວ ເຊັກຊີ່ກະພໍ ຮາໆໆ ບໍ່ແມ່ນເດີ

ພຽງແຕ່ 3 ຄົນທຳອິດທີ່ຂຽນຄອມເມັ້ນຂ້າງລ່າງກໍ່ໄດ້ແລ້ວ ........ງ່າຍໆໆໆໆ

 

ອັນດັບ: 66
ຖານະຂອງຂ້ອຍ: ອະພິມະຫາເສດຖີ
ເງິນທີ່ຫາມາໄດ້: 63450 ພັນລາວ.

« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 180  |  ໜ້າຕໍ່ໄປ »