ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອັນອ້ອຍຕານຫວານຢູ່ລິ້ນ..............ບໍ່ພໍເມື່ອຍາມໂມງ

ຫນ້ອຍກໍ່ເຫີຍຫາຍຈາງ.......ຈືດເລີຍລືມຈ້ອຍ

ສ່ວນວ່າຫວານຄຳເວົ້າ................... ຫວານຫູບໍ່ຮູ້ເບື່ອ

ຫວານເຈາະໃຈບໍ່ແລ້ວ...........ຫລາຍມື້ຈືດບໍ່ເປັນ...ທ່ານເອີຍໆ

......................................

ອັນວ່າການສຶກສາຫາຄວາມຮູ້.......ພຽນທຳຢ່າໄດ້ຂາດ

ມັນສິຄາດລາດລົ້ມ............ຕອນເຈົ້າເຂົ້າເຮັດການ

ເຈົ້າຢ່າໄດ້ຂີ້ຄ້ານ........ການງານໃຫ້ດຸຫມັ່ນ

ພຽນຂະຫຍັນສືບສ້າງ......................ທາງເຈົ້າຫາກສິເຮືອງ...

...........

ເກັບມາຝາກ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

+ ຄວາມຊົ່ວເຫມັນອຶດເອົ້າ........ເອົາຫຍັງຫໍ່ບໍ່ມີເປັນ

ເຫມັນກ່ວາພາຍສານດັບ................ຫມື່ນໂຕກອງໄວ້

ເຫມັນທັງໄກທັງໃກ້...............................ເຫມັນໄປທົ່ວທຸກບ່ອນ

ເຫມັນບໍ່ຢຸດຢ່ອນໄດ້.....................................ພໍນ້ອຍຫນຶ່ງຍາມ


+ ຄວາມດີແມ່ນສິຈົມຈຸ່ມນ້ຳ........ສະຫມຸດແມ່ຄົງຄາ

ຫລືເວີ່ນເທິງເວຫາ..........................ເມກຂະຫລາແດນດ້າວ

ຫລືວ່າເອົາຝັງຟື້ນ..................................ທະເລຕົມບູດເນົ່າ

ຄວາມດີຄືດັ່ງຄຳຢູ່ເບົ້າ..................................ບໍ່ເຄີຍເສົ້າຫມົ່ນຫມອງ...ດອກນາ


....................................ພໍ ພວງສະບາ ຄົມກະວີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

+ ແນວແກ່ນຈັນແມ່ນສິແຫ້ງ........ບໍ່ຖິ້ມກິ່ນດວງຫອມ

ກຸນຊະໂລໃນແນວຮົບ.......................ບໍ່ຖິ້ມລີລາຊ້ອຍ

ຊື່ວ່າແນວນາມອ້ອຍ..................................ລຳຫວານບໍ່ຫ່ອນຂື່ນ

ບັນດິດທຸກຫມື່ນຊັ້ນ...........................................ຄຸນນະທຳນັ້ນທ່ານບໍ່ວາງ.......ດອກນາ


+ ຄົນໃດເຫັນເມຍຜູ້ອື່ນນັ້ນ............ດ້າມດັ່ງມານດາ

ເຫັນສົມບັດຄົນອື່ນເຂົາ........................ດັ່ງກ້ອນດິນດາຍລ້າ

ເຫັນສັບພະສັດໃນດ້າວ.................................ເຫມືອນຕົນບໍ່ແປກຕ່າງ

ຜູ້ນັ້ນທ່ານກ່າວອ້າງ.................................................ບັນດິດແທ້ບໍ່ປ່ຽນແປງ


............................ຄົມກະວີຂອງ ພໍ ພວງສະບາ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄົນລາວເຮົາເອີຍ...............

ຈົ່ງສາມັກຄີກັນໄວ້ຄືເຂົ້າຫນຽວຫນຶ້ງໃຫມ່

ຢ່າໄດ້ເພແຕກມ້າງຄືນ້ຳຖືກເຂົ້າຫນຽວ

ຈົ່ງສາມັກຄີກົມກຽວກັນໄວ້ຄືຝົນແສນຫ່າ

ຕົກລົງມາຈາກຟ້າໄຫລໂຮມຫົ້ງຢູ່ຫນອງ

..............................

ຢ່າໄດ້ມົວເມົາໂມ້ໂອຫັງເຫນືອເຫດ

ຢ່າໄດ້ເພດກະດໍ້ບໍ່ຫລຽວຫນ້າເບິ່ງໃຜ

ຢ່າໄດ້ໄລລືມເຄົ້າພົງພັນພີ່ນ້ອງເກົ່າ

ຢ່າໄດ້ລະເຜົ່າເຊື້ອໄປຫລົງຍ້ອງຜູ້ອື່ນດີ

.........................................

.................................................................

..................................................................................................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ພໍ່ແລະແມ່ທ່ານປຽບໄວ້ດ້າມດັ່ງໂດຍພຣົມ

ສົມຊື່ເປັນອາຈານຫວ່ານຄວາມຄຳຕົ້ນ

ທ່ານນັ້ນມີຄຸນລົ້ນສັງຂະຫຍານັບບໍ່ໄຂ່ວ

ເພາະທ່ານເປັນຜູ້ໃຫ້ຫລາຍລົ້ນອະເນກນອງ

ພໍ່ແມ່ຮັກລູກນີ້ສະເຫມີດັ່ງດວງຕາ

ຮັກບໍ່ລາລືມໄລຊົ່ວພຽງພໍຫນ້ອຍ

ຫົວໃຂຕິດແຂວນຫ້ອຍຄອຍຄອງປອງລ່ຳ

ຄຳດີງາມເລີດລ້ຳນຳປ້ອນປ່ອນໃສ່ໃຈ........ລູກແລ້ວ

ລູກທີ່ດີຕ້ອງຮ່ຳຮູ້ຊູເຜົ່າວົງຕະກູນ

ຄຸນບິດາມານດາເທີດທູນທັນອ້າງ

ກະຕັນຍູເສີມສ້າງຄວາມດີດາແຕ່ງ

ມີແບ່ງສຸກຊ່ວຍຊວ້ານບໍ່ລວນດື້ລ່ວງເກີນ.....ຊອບແລ້ວ


.........................................ພໍ ພວງສະບາ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເກີດເປັນຄົນຕ້ອງຮູ້

ຮ່ຳຮຽນພຽນສຶກສາ

ເກີດຂຶ້ນມາເປັນຄົນຊົ່ວດີບໍ່ມີຮູ້

ເປັນຄົນຫຶກ ຄົນປູ້ ບໍ່ແຫລມຄົມຄຳຄ່ອງ

ມີແຕ່ຄອງນັ່ງຖ້າ ຜະຫລາຍູ້ຫ່ອນສິເປັນຊັ້ນບໍ ??

.......................................................

ເກີດເປັນຄົນຕ້ອງຮູ້

ຮ່ຳຮຽນພຽນສຶກສາ

ເພື່ອປະດັບກາຍາ

ຊ່ວຍໃຫ້ຈະເລີນກ້າວ

ເຂົາວ່າຄົນບໍ່ມີຄວາມຮູ້

ປູປາອ່ານບໍ່ອອກ ບອກວ່າຕົກຕ່ຳໃຕ້

ເປັນໃບ້ຍິ່ງກ່ວາ +ຄວາຍ+



ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ລາບຈົ່ງໄຫລສູ່ເບື້ອງ....ຄົນຍາກອະນາຖາ

ຄົນຮັ່ງມີເຂົາເຕັມ.....................ລາບພູມຈູມພົ້ນ

ຝົນຈົ່ງຕົກລົງກ້ຳ.............................ບົນບົກໂຄກປ່າ

ເພາະວ່າໃນທະເລຮ່ອງຫ້ວຍ....................ມີນ້ຳຍຶ່ງເຕັມ......ແລ້ວນາ

 

++ ຄົນຂີ້ຖີ່ເພີ່ນເວົ້າ...........ບໍ່ເຄີຍເມດຕາໃຜ

ສ່ວນວ່າແນວຄົນຫິວ................ຂາດແຄນຍາມແງ້ນ

ແມ່ນອາຫານຫວານສົ້ມ......................ເຫມັນອຶນກໍ່ຍັງແຊບ

ແບບຢ່າງຄົນມັກຮຽນຮ່ຳຮູ້...........................ຂະຫຍັນສູ້ຢູ່ບໍ່ເຊົາ...ແທ້ໃດ

 

                             .................................ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ໃຜຜູ້ເຮັດຫນ້າດ້ານ..........ຄານຫມູບເລືອເລຍ

ເຕັ້ຍຕ່ຳວາຈາໄຂ.......................ອິ່ນອອຍອົມອ້ອຍ

ຢ່າໄດ້ກອຍໃຈເກື້ອ...........................ເຝືອແຝງຝັນໄຝ່

ເພາະໃຈມັນຫໍ່ໄວ້.....................................ແນວງ້ວນເບື່ອເມົາ


++ ສອນສິດໂງ່ບໍ່ຮູ້ໄດ້.........ວິໄຈຄ່າຄວາມດີ

ຫລືວ່າມີພັນລະຍາຮຽງ.................ຊົ່ວຊະເລເລີງລົ້ວ

ຫລືວ່າເອົາຕົວກົ້ວ...............................ຄົນພານສັນດານຖ່ອຍ

ແມ່ນຕົນເປັນນັກປາດກໍ່ຕ່ຳຕ້ອຍ.........................ພອຍເສົ້າເສື່ອມເສຍ

 

..................................ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

++ ຍາມເມື່ອຊີວິດຢັ້ງ.........ຍັງຢູ່ເປັນຄົນ

ຢ່າຍອມຈົນຕາແຈ....................ນັ່ງແລດູລ້າ

ສອງຂາສອງແຂນພ້ອມ....................ຖະຫນອມຄິງເຄື່ອນຍ່າງ

ແມ່ນເສັ້ນທາງຄົດໂຄ້ງ..............................ຍາວເຍີ້ນກໍ່ດຸ່ງໄປ

 

++ ເບື້ອງຫນ້ານັ້ນ............ແສງສະຫວ່າງເຮືອງຮອງ

ເຮົາຈົ່ງປອງພຽນອົດ.................ຄືບຄານເລີງເລື້ອຍ

ອິດເມື່ອຍໂຮຍແຮງລ້າ......................ຫນັກຫນາລຳບາກ

ຍາກເຍື້ອນເຫມືອນຫມື່ນໄຫມ້...................ໃນເນື້ອກໍ່ຢ່າຖອຍ

 

++ ຈົ່ງເກົ້າອົດເກົ້າເຍື້ອນ...........ຜ່ານຜ່າມໍລະສຸມ

ໄປໃຫ້ເຖິງຈຸດຫມາຍ......................ເນັ່ງແນວວາງໄວ້

ຍາມໃດເຮົາພອຍພົ້ນ............................ອົນທະການຜ່ານຜ່າ

ປານວ່າໄດ້ຫມື່ນຕື້.......................................ຄຳເຂັ້ມໃສ່ມື

 

.......................ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2012 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ຄົນຜູ້ມີຊັບຫນ້ອຍ................ຄອຍຈ່າຍແຕ່ແນວເປືອງ

ເບື້ອງຄົນມີກຳລັງ.....................ຫນ້ອຍດຽວມັກຂັນທ້າ

ຄົນບໍ່ມີວິຊາຄວາມຮູ້..................ຊູຊີອວດສະຫລາດ

ມາດທັງສາມທ່ານີ້.....................ຄັນບໍ່ບ້າກໍ່ແມ່ນເມົາ................


++ ຄັນວ່າຄວາມຮູ້ຫນ້ອຍ..........ຢ່າປະເອີບວ່າມີຫລາຍ

ຢ່າໄດ້ມົວເມົາຫລົງ...................ວ່າຕົນເປັນຄົນຮູ້

ຄືດັ່ງກົບໃນສ້າງ......................ທາງທະເລບໍ່ເຄີຍຜ່ານ

ເຫັນແຕ່ນ້ຳສ້າງນ້ອຍ...............ວ່າໄກກວ້າງກ່ວາທະເລ....................


..............ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

++ ຫລີກລົດໃຫ້ຫ່າງໄວ້...............ປະມານວ່າຫ້າຫລາ

ຫລີກມ້າສິບຫລາທັດ....................ທ່ານຈາຈົງອ້າງ

ຫລີກຊ້າງຮ້ອຍຫລາຖ້ວນ..............ສົມຄວນພົ້ນຜ່ານ

ຫລີກຄົນພານບໍ່ປະມານວ່າໄວ້........ໄກໄດ້ຍິ່ງດີ......ວ່າຊັ້ນເດ


++ ຄັນເບິ່ງຄົນຊ່ວງໃຊ້................ໃຫ້ເຈົ້າເບິ່ງຍາມມີງານ

ເບິ່ງວົງວານພົງພັນ......................ເມື່ອເຮົາຈົນໄຮ້

ເບິ່ງມິດຄົນຄຽງໃກ້.......................ຍາມມີໄພບັງເກີດ

ເບິ່ງເມຍຍາມຊັບເຂີນຂາດຂ້ອນ......ຈາງຈ້ອຍບໍ່ຢູ່ຖົງ


++ 1 ຫລາເທົ່າທໍ່ໃດບໍ່ຈັກ ເຮໆໆ

............................ຄົມກະວີຂອງ ພໍ ພວງສະບາ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

++ ເພີ່ນວ່າຊົມຊ່ຳເຊື້ອ          ນາມຫນໍ່ແນວຍິງ

ຊົມທີ່ກາຍໃຈນາງ              ພ່ຳພຽນຄວາມຮູ້

ສິລະທັມພ້ອມ                 ຄອງຍິງບໍ່ປະປ່ອຍ

ບໍລິສຸດຊື່ນຊ້ອຍ               ສະເຫມີແກ້ວຫນ່ວຍມະນີ...ທ່ານເອີຍ

 

++ ເພີ່ນວ່າຫອມດອກໄມ້        ກໍ່ຫອມແຕ່ຕາມລົມ

ລົມບໍ່ມາໂຊຍພັດ              ກິ່ນລະອອງກໍ່ອາຍເອົ້າ

ອັນວ່າຫອມຄົນຮູ້              ຄົນດີທີ່ປະເສີດ

ຫອມບໍ່ເຫີຍເຫືອດແຫ້ງ         ໄກກວ້າງກ່ວາປ່ອງລົມ...ແທ້ໃດ


++ ຫວານໃດຈະຍິ່ງລ້ຳ         ຄຳປາກຂອງຄົນ...ເດນໍ

ເຫມັນໃດຈະປຸນປານ           ປາກຄົນຄຳຮ້າຍ

ອັນຕະລາຍໃດນັ້ນ             ຈະທຽມທັນຄົນເຖື່ອນ

ເຫນືອຫມື່ນມີດຫອກງ້າວ        ແສນເຫລັ້ມສຽບແທງ

 

...............................ຄົມກະວີຂອງ ພໍ ພວງສະບາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

++ ລາຕີເອ້ອາບດ້ວຍ.............ພະຈັນສ່ອງດາວໃສ

ໃນດ່ານແດນດິນຜືນ...............ອາບພະນາແນວໄມ້

ສ່ວນດວງໃຈຂອງເຈົ້າ............ເອົາຫຍັງນໍມາເອ້ອາບ

ບາບແລະບຸນສອງສິ່ງນີ້..........ມີໄວ້ເພື່ອອາບໃຈ...ຈື່ເອົາເນີ


++ ຍາມຕາຍໃຜບໍ່ຫ່ອນຫອບຫິ້ວ...ຊັບສິນເງິນຄຳໄປໄດ້

ຍາດມິດຕາມໄປເຖິງ....................ກໍ່ແຕ່ກອງຟອນນັ້ນ

ອັນທີ່ຕິດຕາມຫ້ອຍ......................ບໍ່ຖອຍວາງລາເລີກ

ດີ_ຊົ່ວ ສອງສິ່ງນີ້........................ຊິຕາມຕື້ຕໍ່ໄປ...ບໍ່ວາງແລ


++ ຄວາມຮູ້ມີທໍ່ຟ້າ.............ປັນຍາຍຶ່ງເຕັມຕົວ

ແຕ່ບໍ່ຄວາມືເຮັດ.................ໃຫ້ເກີດຜົນໃຜຊິຮູ້

ດູດັ່ງກັບຄົນໃບ້..................ນອນຝັນແກ້ບໍ່ອອກ

ບອກກັບໃຜກໍ່ບໍ່ໄດ້..............ວ່າຝັນພໍ້ສິ່ງໃດ............

            

             ຄົມກະວີຂອງ ພ ພວງສະບາ