ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

...ວັນຫນຶ່ງທີ່ບາງກອກ ຄົນລາວໄດ້ຊຸກເຊື່ອງຢາມ້າຈຳນວນຫນຶ່ງ

ໄວ້ໃນຖົງໂສ້ງແລ້ວກໍຂຶ້ນລົດເມເພື່ອເດີນທາງ

ໃນຂະນະທີ່ລົດກຳລັງຈະອອກນັ້ນ ມີຄົນບອກວ່າ *ຈັບລາວ*

ຄົນລາວຜຼ້ນີ້ ກິນປູນເລີຍຮ້ອນທ້ອງ ຮ້ອງອອກມາວ່າຈັບຂ້ອຍແມ

ຈະຍິງໃຫ້ໃສ້ແຕກເລີຍ ໆໆ ໆໆ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

+++ ເລື່ອງມີຢູ່ວ່າ ສອງຜົວເມຍພໍ່ຄ້າໄປຄ້າມາ ພໍດີຝົນຕົກກະເລີຍເຂົ້າໄປລີ້ຝົນຢູ່ວັດ

ເມື່ອໄປຮອດແລ້ວກະເຂົ້າໄປຫລົບຝົນຢູ່ກ້ອງກຸດຕິສົມພານຫນຸ່ມ ບັງເອີນສົມພານ

ຜູ້ນີ້ເປັນຄົນຂີ້ຖີ່ ຫນຽວແຫນ້ນອີຫລີ ແມ່ນແຕ່ກ້ອງກຸດຕິກະບໍ່ໃຫ້ໃຜມາຫລົບຝົນ

ກໍ່ເລີຍລົງໄປບອກໃຫ້ສອງຜົວເມຍນັ້ນໄປຫລົບບ່ອນອື່ນ ສອງຜົວເມຍນັ້ນກະທຳທ່າໄປ

ຫລັງຈາກສົມພານຂຶ້ນກຸດຕິແລ້ວ ກະກັບມາຄືເກົ່າ ແລະລົມກັນວ່າ.........................

ຜົວ:  ວ່າແລ້ວ ລູກສາວເຮົາກະງາມໄດເນາະ ເຖົ້າເອີຍ !! ຖ້າໄດ້ສົມພານນີ້ເປັນລູກເຂີຍຄືສິດີ

ເມຍ:​ ແມ່ນແລ້ວ...ເຖົ້າເອີຍ !! ສົມພານນີ້ເຖິງວ່າຈະຂີ້ຖີ່...ແຕ່ເບິ່ງແລ້ວຄືສິໃຈດີຢູ່ເນາະເຖົ້າ

ສົມພານ: ໄດ້ຍິນກະເວົ້າຂຶ້ນວ່າ: ຂຶ້ນມາຫລົບຝົນຢູ່ເທິງພີ້ແມ ສະບາຍກ່ວາໆ ມີຫມອນນຳ

ແລ້ວຄວາມຈິງກະຄື: ສອງຜົວເມຍຄູ້ນັ້ນບໍ່ມີລູກສາວ ຕົວະສົມພານຫລິ້ນໆ ຫະຫະໆ


...............................ຈົບ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

***ໃນວັນທີ່ເປີດສົກຮຽນໃຫມ່ ຜູ້ຄົນກຳລັງຄຶກຄັກມາລົງທະບຽນຮຽນ ແລະນາຍຄູກໍ່ໄດ້ຖາມຊື່

ຂອງນັກຮຽນແຕ່ລະຄົນເພື່ອຈົດຊື່ເຂົ້າຮຽນ ແລະແລ້ວກໍ່ມາຮອດຄົນສຸດທ້າຍ ນາຍຄູໄດ້ຖາມວ່າ:

ນາຍຄູ:     ຫລານຊື່ຫຍັງ??

ທ້າວນ້ອຍຕອບວ່າຫລານຊື່ອະສິຈິ........

ນາຍຄູ:      ຫລຽວເບິ່ງຫນ້າແລະຖາມວ່າຫລານເປັນລູກເຄິ່ງຍີ່ປຸ່ນບໍ ຈຶ່ງໃສ່ຊື່ແບບນີ້ນ່າ??

ທ້າວນ້ອຍຕອບວ່າບໍ່ນ່ານາຍຄູ ຫລານເປັນຄົນລາວຮ້ອຍເປີເຊັນ..............

ນາຍຄູ:       ແລ້ວເປັນຫຍັງຊື່ຄືມາຄືຄົນຍີ່ປຸ່ນແທ້??

ທ້າວນ້ອຍຕອບດ້ວຍຄວາມພູມໃຈວ່າ *ອະສິຈິ* ແປງມາຈາກຄຳວ່າ *ອະສຸຈິ* ຂອງພໍ່ຫລານເອງໆໆ ຮ່າໆໆ

ນາຍຄູ:   ພໍ່ມືງນໍ (ຄິດໃນໃຈ) ....................................

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ສອງສ່ຽວນັ່ງລົມກັນຢູ່ຮ້ານກິນດື່ມ ຊື່: ກ ແລະ ຂ

ສ່ຽວ ກ: ບອກສ່ຽວ ຂ ວ່າ ສ່ຽວໆ ມື້ວານນີ້ມີສາວງາມໆມາຂໍເຮົາເປັນແຟນ ແຕ່ເຮົາບໍ່ຍອມເປັນ...

ສ່ຽວ ຂ: ເປັນຫຍັງວະສ່ຽວໂຕຈຶ່ງບໍ່ຍອມເປັນນ່າ? ສ່ຽວ ຂ ຖາມດ້ວຍຄວາມແປກໃຈ...

ສ່ຽວ ກ: ຈະຍອມໄດ້ຈັ່ງໃດວະສ່ຽວ ໂຕກະຊ່າງວ່າເນາະ!!

ສ່ຽວ ຂ: ອ້າວໆ !! ເປັນຫຍັງວະສ່ຽວ?

ສ່ຽວ ກ: ກໍ່ສາວ  ຄົນນີ້ມາຂໍເຮົາໃຫ້ເປັນແຟນກັບສາວ... ຄົນນີ້.............ນ່າສ່ຽວ

ສ່ຽວ ຂ: ............................ຮ່າໆໆໆ........................

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

ສາມສາວ ຈິ້ມ ຈອຍ ຈຸກ ເປັນເພື່ອນຮັກກັນ ວັນຫນຶ່ງສອງສາວ ຈິ້ມ ກັບ ຈອຍ

ໄປຟັງເທດທີ່ວັດ ແລ້ວມາເລົ່າໃຫ້ຫມູ່ຮັກຫມູ່ແພງ ຈຸກ ຟັງວ່າ:

ຈອຍ......ຈຸກໆ!!  ໂຕບໍ່ໄປຟັງເທດນຳຈຸ໋ເຮົາເດ໋...ຄູບາເທດມວ່ນໆ...ໄດ້ຄວາມຮູ້ນຳ

ຈຸກ.........ຫວາ!!  ຕາເສຍດາຍເນາະເຮົາບໍ່ຫວ່າງ

ຈອຍ.......ອີ່ຈິ້ມນີ້ແຮ່ງສຸດຢອດ...ນັ່ງອິງຝານ້ຳລາຍໄຫລເລີຍ

ຈຸກ.........ຫວາ!! ຊຶ້ງຂະຫນາດນັ້ນເລີຍບໍ?

ຈອຍ......ບໍ່ນ່າ.......ມັນນັ່ງອີງຝາຫລັບ...ນ້ຳລາຍໄຫລໆໆໆ

ຈິ້ມ........

...........ຈົບແລ້ວ...........ໃຜອ່ານບໍ່ເມັ້ນເປັນຫມັນ............ພ້ຽງໆໆໆ

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນຫນຶ່ງ ທ້າວ ປໍ້ ໄປຊື້ກາເຟກິນ ແລະກໍ່ໄດ້ມາບອກໃຫ້ສ່ຽວຮັກສ່ຽວແພງຟັງວ່າ:

ທ້າວປໍ້:  ສ່ຽວໆ...ມື້ວານເຮົາໄປຊື້ກາເຟກິນ...ໂອໂຫໂຄດໆໆໆເລີຍ!

ສ່ຽວ:  ເປັນຫຍັງວະ...ສ່ຽວປໍ້, ມັນແຊບບໍ?

ທ້າວປໍ້: ບໍ່ນ່າ...ເຂົາຖາມເຮົາວ່າເອົາແບບໃດ...ເຂັ້ມຂົ້ນບໍ? ເຮົາກະຕອບວ່າ ເຂັ້ມຂົ້ນ...(ໂດຍບໍ່ຮູ້ວ່າມັນເປັນແນວໃດ?)

ປາໂທ້!!! ເຂັ້ນຂົ້ນຂອງມັນ...ເຮົາກິນແລ້ວນອນບໍ່ຫລັບ ສາມ ວັນ ເລີຍ !!

ສ່ຽວ:  ຮ່າໆໆໆໆໆໆໆ ເຂັ້ມຂົ້ນອີຫລີວະ!.............ຈົບ....................

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ເອົາເລີຍເນາະໆໆ: ເຄີຍໄດ້ຟັງມາວ່າມີຄົນບ້ານນອກຄົນຫນຶ່ງ ເຂົ້າມາຢາມພີ່ນ້ອງຢູ່ວຽງຈັນ

ວັນຫນຶ່ງກໍ່ຂີ່ລົດຈັກຝ່າໄຟແດງ...ຕຳຫລວດເຫັນກະເລີຍກວັກລົດບອກໃຫ້ຢຸດໆໆ...ແລ້ວຕຳຫລວດຖາມວ່າ

ຕຳຫລວດ: ເປັນຫຍັງເຈົ້າຈຶ່ງຝ່າໄປແດງ?

ຊາຍຄົນນັ້ນ: ຂ້ອຍບໍ່ຈັກເດ໋! ເຫັນບໍ່ມີລົດຂ້ອຍກະໄປເລີຍໆໆໆ

ຕຳຫລວດ: ເຈົ້າເຮັດຜິດກົດຈະລາຈອນເດີຮູ້ບໍ...ເອົາໄປຂັບຂີ່ມາເບິ່ງດຸ໋!

ຊາຍຄົນນັ້ນ: ບໍ່ມີໃບຂັບຂີ່.....ຂ້ອຍບໍ່ຮູ້ຈັກ....ຕົ້ນມັນກະຍັງບໍ່ຮູ້ເລີຍວ່າເປັນແນວໃດ!!!

ຕຳຫລວດ: .............................ມືນເລີຍໆໆ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທີ່ບ້ານນ້ອຍໆແຫ່ງຫນຶ່ງ ພໍ່ເປັນຄົນທີ່ຫວງລູກສາວຫລາຍ ເວລາມີບ່າວມາລົມລູກກໍ່ຈະຄອຍຂວາງຕະຫລອດ

ເພາະລູກສາວຍັງຮຽນຢູ່ແດ່ ກໍ່ເລີຍບໍ່ຢາກໃຫ້ລູກລົມບ່າວເທື່ອ ດຽວມັນຈະທ້ອງກ່ອນແຕ່ງ ແຮ່ໆໆ

ບ່າວ:  ນ້ອງຄືມາງາມແທ້ ກິນອິຫຍັງກັບເຂົ້ານໍ?

ສາວ:  ອຸ້ຍ! ອ້າຍກະວ່າໄປ....

ບ່າວ: ອ້າຍເວົ້າອີຫລີເດີ...ນ້ອງງາມຫລາຍ...ນ້ອງງາມແທ້ງາມວ່າຈົນອ້າຍບໍ່ຢາກລົງເຮືອນເລີຍ!

(ອ້າຍບ່າວກະບໍ່ມີຫຍັງຈະຍ້ອງ ກໍ່ເວົ້າຄຳດຽວນີ້ແຫລະຢູ່ເປັນຫລາຍໆເທື່ອ)

ທັນໃດນັ້ນ: ຜູ້ເປັນພໍ່ຜູ້ສາວລຳຄານກໍ່ເລີຍຕົດດັງ ປູ໋ດ ປ໋າດ ປູ໋ດ ປ໋າດ ແລະເວົ້າວ່າ: ມັນຈະງາມອິຫຍັງເດ໋ ຕົດກະເຫມັນ ຂີ້ກະເຫມັນບໍ່ເຫມັນພີ໋!!

.....................ຈົບກັນ............................

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ທີ່ຫມູ່ບ້ານຊົນນະບົດແຫ່ງຫນຶ່ງ ນ້ອງຕິກຜູ້ຫນ້າຮັກແລະສະຫລາດ

ຖາມພໍ່ເຖົ້າຜູ້ເຄີຍອາບນ້ຳຮ້ອນມາກ່ອນວ່າ:

ນ້ອງຕິກ: ພໍ່ເຖົ້າ! ຫລານໄປຮຽນມື້ນີ້ນາຍຄູບອກວ່າຄົນລາວເປັນຄົນສຸພາບຫລາຍໆ ແມ່ນບໍ?

ພໍ່ເຖົ້າ:    ແມ່ນແລ້ວ ຫລານເອີຍ! ຄົນລາວເຮົາເປັນຄົນສຸພາບຮຽບຮ້ອຍ ເວົ້ານົວຫົວມ່ວນ ຮູ້ຈັກນົບໄຫວ້ຜູ້ໃຫຍ່

             ແລະທີ່ສຳຄັນເປັນຜູ້ຍ່າຜູ້ຍິງ ຕ້ອງນັ່ງພັບແພບເປັນ...ແລ້ວຫລານເດ ນັ່ງເປັນບໍ?

ນ້ອງຕິກ: ອໍ້! ຫລານກະນັ່ງເປັນ....ແຕ່ຫລານວ່າຄົນລາວບໍ່ເປັນຄົນສຸພາບດອກພໍ່ເຖົ້າ...ເພາະຄົນລາວເຂົ້າຫ້ອງນ້ຳ (ຂີ້) ບໍ່ນັ່ງພັບແພບ....ຮ່າໆໆໆ

ພໍ່ເຖົ້າ: ......................ປາກຫຍັງບໍ່ອອກ!!

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງປໍ 4 ຄ ສາວຄູສອນເລື່ອງມາລະຍາດໃຫ້ແກ່ນັກຮຽນ

ສາວຄູບອກໃຫ້ ທ້າວ ຈ່ອຍ ລຸກຂຶ້ນແລ້ວບອກວ່າ:

ສາວຄູ:            ຖ້າເວົ້າກັບຜູ້ໃຫຍ່ໃຫ້ຕອບວ່າ ໂດຍ ເດີ ທ້າວຈ່ອຍຈື່ໄດ້ບໍ?

ທ້າວຈ່ອຍ:       ເອີ່ ສາວຄູ

ສາວຄູ:            ບອກອີກເປັນເທື່ອທີ່ສອງ ທ້າວຈ່ອຍຖ້າເວົ້າກັບຜູ້ໃຫຍ່ໃຫ້ຕອບວ່າໂດຍເດີ ຈື່ໄດ້ບໍ?

ທ້າວຈ່ອຍ:       ເອີ່ ສາວຄູ

ສາວຄູ:            ບອກເທື່ອທີ່ສາມ ທ້າວຈ່ອຍກະຍັງຕອບວ່າເອີ່ຢູ່

ສາວຄູ:            ໃຈຮ້າຍແຮງ ກະເລີຍຕອບໄປວ່າ ລະສາວຄູບໍ່ແມ່ນຜູ້ໃຫຍ່ບໍ ທ້າວຈ່ອຍ !!!

ທ້າວຈ່ອຍ: .................................

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ມອບໃຫ້ເອົາໄວ້ປ້ອງກັນຕົວ ຮ່າໆໆ ເຂົາບອກວ່າເຈົ້າຂອງເດີມມີໂອກາດໃຊ້ຄັ້ງດຽວເທົ່ານັ້ນ !!

ຮ່າໆໆ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງຮຽນປໍ 3 ນາຍຄູໄດ້ຖາມ ທ້າວ ຄ ວ່າ ມື້ນີ້ຫລານກິນເຂົ້າກັບຫຍັງ? ທ້າວ ຄ ກໍຕອບວ່າ ອຸ້ຍ!!

ນາຍຄູຢູ່ເຮືອນຫລານແມ່ຂ້າງົວໃຫ້ກິນທຸກວັນເລີຍ...ແຊບໆ

ນາຍຄູ:  ຫລານຕົວະໄດ້ຫັ້ນ...ແມ່ນບໍ?

ທ້າວ ຄ: ບໍ່ໄດ້ຕົວະນາຍຄູ...ແມ່ຫລານຂ້າງົວໃຫ້ກິນທຸກວັນອີຫລີ...ມື້ອື່ນຫລານສິເອົາມາຝາກນາຍຄູນຳເດີ່!!

ນາຍຄູ: ໄດ້ໆໆ ຂອບໃຈຫລານລ່ວງຫນ້າເດີ໋!! ອຸ້ຍ!! ຫລານນີ້ໃຈດີອີຫລີ

ທ້າວ ຄ: ມື້ຕໍ່ມາກໍເອົາ ຂົ້ວງາ ມາຝາກນາຍຄູ............ບໍ່ແມ່ນຊີ້ນງົວຊ້ຳ!!!

ນາຍຄູ: ແມ໋!!! ແສບອີຫລີມືງນີ່!! ກູນືກວ່າຊີ້ນງົວ (ເບົາໆໃນໃຈ)

..................................................................

.....................................................................................

.......................................................................................................

ບໍ່ຕະຫລົກຂໍອະໄພ...ແຕ່ງເອງກັບຫົວເລີຍ!!

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເຄີຍໄດ້ຟັງມາວ່າ ມີບ່າວທະຫານຄົນຫນື່ງໄປລົມສາວ ແລະນັ່ງກິນເຂົ້າກັບໄກ່

ຢູ່ນອກເຮືອນ (ເຊຍ) ເພາະເຂີນອາຍບໍ່ກ້າກິນຮ່ວມຄອບຄົວສາວ ແຕ່ບັງເອີນຕົວເອງພັດມັກຊີ້ນກວາງ

ຊະນິດທີ່ວ່າຕາຍກໍຍອມຖ້າໄດ້ກິນ ແລະໃນຂະນະນັ້ນ ແມ່ເຖົ້າກໍເວົ້າຂຶ້ນວ່າ:

ແມ່ເຖົ້າ: ຫລານເອີຍເຂົ້າມາກິນກວງພີ້ແມ໋!! ແຊບໄດ໋ກິນຫລາຍຄົນນ່າ!!

ບ່າວທະຫານ: ນຶກວ່າແມ່ນຊີ້ນກວາງກໍເລີຍຕັດສິນໃຈຖິ້ມຊີ້ນໄກ່ໃຫ້ຫມາກີນແລະເຂົ້າໄປໃນເຮືອນເພື່ອຫວັງຈະ

ກິນຊີ້ນກວາງອັນແຊບຊ້ອຍ...ຮ່າໆໆ....ສຸດທ້າຍກໍບໍ່ໄດ້ກີນທັງກວາງແລະໄກ່ ເພາະຊີ້ນໄກ່ຖິ້ມໄປແແລ້ວ ສ່ວນກວງກໍແປວ່າໃນ...

ແຮ່ໆໆໆ....ແຕ່ອ້າຍບ່າວທະຫານນືກວ່າແມ່ນຊີ້ນກວາງເຂົ້າໃຈຜິດເອງ....ຈົບຂ່າວ

 

.......................................

..................................................

...............................................................ຕະຫລົກບ່ອບໃດບຸ໋!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງປໍ 3 ສາວຄູໄດ້ບອກນັກຮຽນໃຫ້ແຕ້ມຮູບຕາມໃຈ ຄື ແຕ້ມຫຍັງກະໄດ້

ແຕ່ບັນຫາມັນເກີດຂຶ້ນກັບທ້າວ ຫຳນ້ອຍ ເພາະແຕ້ມຮູບບໍ່ເກັ່ງ ... ຫຳນ້ອຍ ... ກໍເລີຍຕັດສິນໃຈແຕ້ມຫມີແພ່ນດ່າ

ທີ່ເມື່ອສາວຄູເບີ່ງແລ້ວຕ້ອງງົງ ເພາະເບີ່ງຈັ່ງໃດກໍເປັນຫມາແນ່ນອນ ກໍເລີຍຖຽງກັນຂຶ້ນ ຮ່າໆໆ

ສາວຄູ: ທ້າວ ຫຳນ້ອຍ ແຕ້ມຮູບຫຍັງ...ເອົາມາໃຫ້ສາວຄູເບີ່ງແນ່?

ຫຳນ້ອຍ: ແຕ້ມຮູບຫມີແພ່ນດ່າ...ສາວຄູ

ສາວຄູ: ໃສຫມີແພ່ນດ່າ...ນີ້ມັນແມ່ນໂຕຫມາ!!!

ຫຳນ້ອຍ: ຖຽງສາວຄູຕໍ່ໄປວ່າ...ບໍ່ນ່າສາວຄູ...ນ້ອງແຕ້ມຫມີໄດ໋!!

ສາວຄູ: ຍັງຈະມາຖຽງອີກ...ກໍເຫັນຢູ່ວ່າຮູບຫມາຊັດໆ

ຫຳນ້ອຍ: ບໍ່ຮູ້ຈະເຮັດຫຍັງ ກໍຕອບວ່າ:::ໂດຍໆໆ ຫມາກໍຫມາ...ແຕ່ເປັນຫມາແພ່ນດີ້ໄດ໋ສາວຄູ!!

ສາວຄູ: ເອີ່ໆໆຍອມມັນກະໄດ໋!!! (ຄິດໃນໃຈ) ກໍເລີຍໃຫ້ 10

ຫຳນ້ອຍ: ແນ໋!! ສຸດທ້າຍກໍແພ້ເຮົາເວີ້ຍ!! 555+++


 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ພໍ່ຕູ້ສາອາໄສຢູ່ກັບຄົນໃຊ້ ເຊິ່ງພໍ່ຕູ້ສາເປັນຄົນມັກຫລີ້ນເລກຫລີ້ນຫວຍ

ມື້ຫນື່ງຝັນດີກໍ່ເລີຍທຸ່ມສຸດຕົວ ໂດຍບອກໃຫ້ຄົນໃຊ້ໄປຊື້ເລກໃຫ້...

ພໍ່ຕູ້ສາ:  ຫຳເອີຍ!! ໄປຊື້ເລກໃຫ້ກູແນ່ 555 ເອົາຮູດຽວເລີຍ 100,000 ກີບ

ຄົນໃຊ້: ແລ້ວຖ້າບໍ່ມີເດ! ເພື່ອວ່າມັນຫມົດນ່າ

ພໍ່ຕູ້ສາ:  ຖ້າມັນຫມົດ ຊື້ຫຍັງມາກະໄດ້!!! ມືງເລືອກເອົາເລີຍ!

ຄົນໃຊ້:  ກໍເລີຍຊື້ເບຍມາ 1 ລາງ ເພາະຫາຊື້ເລກ 555 ບໍ່ມີ....ມັນຫມົດແລ້ວ!!

ພໍ່ຕູ້ສາ: ......................................!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ໃນມື້ເປີດສົດສາວຄູຄົນຫນຶ່ງ...ແມ໋ໆໆເລີ່ມຕະຫລົກແລ້ວເຫັນບໍ? ບໍ່ແມ່ນເນາະ!! ໃນມື້ເປີດສົກຮຽນໃຫມ່ສາວຄູກໍ່ໄດ້

ຈົດຊື່ນັກຮຽນແຕ່ລະຄົນແລະບັນທຶກໄວ້ ຊຶ່ງເຫດເກີດຂຶ້ນທີ່ຄົນສຸດທ້າຍ ສາວຄູໄດ້ຖາມຊື່ນັກຮຽນຊາຍຄົນນັ້ນວ່າ

ສາວຄູ:  ນ້ອງໆໆ ຊື່ຫຍັງ?

ນັກຮຽນ:  ແກ່ງຫົວ 2, 3 ບາດ ບໍ່ປາກຫຍັງ!

ສາວຄູ:  ຖາມອີກ...ນ້ອງໆ ຊື່ຫຍັງ?

ນັກຮຽນ:  ແກ່ງຫົວເຫມືອນເດີມ!

ສາວຄູ:  ເຖິງວ່າຈະງາມແຕ່ກໍ່ໃຈຮ້າຍເປັນ ຮ່າໆໆ

ເລີຍຖາມໄປວ່າ ເປັນຫຍັງຄືບໍ່ຮູ້ຊື່ຕົວເອງ?

ນັກຮຽນ:  ນ້ອງບໍ່ຮູ້ວ່າ ນ້ອງຊື່ອິຫຍັງແທ້!! ເພາະ ແມ່ເອີ້ນວ່າ ຫຳ ພໍ່ເອີ້ນວ່າ ກໍ່າ

ເອີ້ອຍກໍ່ເອີ້ນວ່າ ກໍ່າ ແຕ່ຫມູ່ມັກເອີ້ນວ່າ ດຳດຳ ສຸດທ້າຍນ້ອງກໍ່ເລີຍບໍ່ຮູ້ວ່ານ້ອງຊື່ອິຫຍັງກັນແທ້!!! ຮ່າໆໆ

ສາວຄູ:  .............................ເລີຍຈົດຊື່ວ່າ ທ້າວ ຫຳກໍ່າກໍ່າ ນາມສະກຸນ ດຳດຳ !!!

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ສອງຜົວເມຍນອນນຳກັນ ເຊິ່ງຫາກໍ່ແຕ່ງດອງໃຫມ່ໆ

ຊູ່ຄົນຊູ່ອາຍ ເມຍກໍ່ຄິດໄປວ່າຜົວຄົງບໍ່ເຮັດຫຍັງຕິເບາະຄືນນີ້!!

ຫລັງຈາກນັ້ນກໍ່ນອນ....ຫລັງຈາກຕື່ນນອນແລ້ວ ເມຍກໍ່ໄດ້ເວົ້າກັບຜົວວ່າດັ່ງຕໍ່ໄປນີ້:

ເມຍ:  ອ້າຍໆ ນ້ອງນອນບໍ່ຫລັບຫມົດຄືນ

ຜົວ:   ອ້າວ!! ເປັນຫຍັງນ້ອງ ໆ ຝັນຮ້າຍບໍ?

ເມຍ:  ແມ່ນແລ້ວອ້າຍ...ນ້ອງຝັນບໍ່ດີ

ຜົວ:  ນ້ອງຝັນຫຍັງລະ?

ເມຍ:  ນ້ອງຝັນວ່າຜີມັນມາບາຍຫົວ!!!

ຜົວ:  ໂອ້ຍໆໆ!! ນ້ອງບໍ່ໄດ້ຝັນໄປດອກ.. ແຕ່ອ້າຍບາຍອີຫລີ!!! 555+++

                                     The End

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຟັງມາ::: ມີຍາພໍ່ອົງຫນື່ງນອນບໍ່ຫລັບກໍ່ເລີຍໄປຫາຫມໍ...

ແຕ່ຫມໍກໍ່ບໍ່ເຂົ້າໃຈພາສາວັດຫລືພາສາພຣະ ກໍ່ເລີຍເກີດເລື່ອງ:

ຫມໍ:    ຍາພໍ່ເປັນອິຫຍັງ?

ຍາພໍ່:  ຈຳວັດບໍ່ໄດ້ !!!

ຫມໍ: (ທຳຫນ້າງົງໆ) ແລ້ວຈະກັບວັດແນວໃດ?

ຍາພໍ່: (ທຳຫນ້າງົງໆ) ອໍ!!! ມານຳຫລານຊາຍ...ຕ້ອງໃຫ້ຫລານຊາຍພາກັບ!

ຫມໍ: (ທຳຫນ້າງົງໆ) ແລ້ວຫລານຊາຍຈຳວັດໄດ້ບໍຍາພໍ່?

ຍາພໍ່: (ທຳຫນ້າງົງໆ) ຫລານຊາຍຈຳວັດບໍ່ໄດ້ດອກ...ມີແຕ່ຍາພໍ່ທີ່ຈຳວັດໄດ້!

ຫມໍ: (ທຳຫນ້າງົງໆ) ອ້າວ!!! ໃສ! ທີ່ບອກວ່າຈຳວັດບໍ່ໄດ້!

ຍາພໍ່: ບວກ...ລົບ...ຄູນ...ຫານ...ງົງຫມໍ ???

ກໍ່ເລີຍບອກວ່າ: ຈຳວັດ ພາສາພຣະ ແປວ່າ ນອນ

ຫມໍ: ອໍອໍອໍອໍອໍ!! ຍາພໍ່ນອນບໍ່ຫລັບ! ຮ່າຮ່າໆ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຮາຂີ້ແຕກແນ່ນອນຖ້າໃຜໄດ້ອ່ານ...ເລື່ງກໍ່ບໍ່ມີຫຍັງຫລາຍດອກ

ມັນເປັນພຽງການອຸທານ!!!ຂອງຄົນຈັງຫວັດຊຽງໃຫມ່ເສີຍໆ

ຄຳວ່າ ຮາ ນັ້ນຫມາຍເຖິງ ຂ້ອຍ ດັ່ງນັ້ນ ຮາຂີ້ແຕກຈຶ່ງຫມາຍເຖິງ

ຂ້ອຍຂີ້ແຕກນັ້ນເອງ ຮ່າ..ຮ່າ...ຮ່າ ... ຖ້າຈະເປັນຕະລົກກໍ່ເປັນທີ່ຫົວຂໍ້ນັ້ນນີ້ແຫລະ

ເພາະຊື່ຮາຂີ້ແຕກ...

ເຮົາຜູ້ບໍ່ຮູ້ພາສາກໍ່ນືກວ່າເຮື່ອງຕະລົກ ຮ່າ..ຮ່າ...ຮ່າ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງຮຽນປໍ 5 ແຫ່ງຫນຶ່ງສາວຄູປະຈຳຫ້ອງເປັນຄົນໃຈຮ້ອນ ມັກຈະຮ້າຍນັກຮຽນສະເຫມີ

ເມື່ອຕອບບົດຮຽນບໍ່ໄດ້ເຊິ່ງກໍ່ມີທ້າວ ເຜັດ ຜູ້ຫນື່ງທີ່ຮຽນປືກ ສາວຄູຖາມຍາມໃດກໍ່ຕອບບໍ່ໄດ້

ແຕ່ຢູ່ມາວັນຫນື່ງສາວຄູກໍ່ຮ້າຍທ້າວ ເຜັດ ຍ້ອນຕອບບົດຮຽນບໍ່ໄດ້ ແຕ່ເທື່ອນີ້ສາວຄູໂດນສວນ

ກັບ.....ເປັນແນວໃດມາອ່ານນຳກັນ:

ສາວຄູ:      ທ້າວເຜັດລຸກຂຶ້ນຕອບສາວຄູ

ທ້າວເຜັດ:  ຫລານຕອບບໍ່ໄດ້

ສາວຄູ:      ຖາມອີກເທື່ອຫນື່ງ ທ້າວເຜັດກໍ່ຕອບໄດ້ບໍ່ອີກ? (ຕັ້ງໃຈຂຽນປີ້ນ)

ທ້າວເຜັດ:  ຕອບບໍ່ໄດສາວຄູ

ສາວຄູ:      ຖາມເທື່ອທີ່ສາມທ້າວເຜັດກໍ່ຕອບບໍ່ໄດ້ອີກ... ສາວຄູ

ຈຶ່ງຮ້າຍແລະເວົ້າອອກໄປວ່າ ປຶກ...ປຶກ...ປຶກໆໆໆໆໆໆໆໆໆໆໆໆ ນັກຮຽນໃນຫ້ອງຫົວຂຶ້ນ

ທ້າວເຜັດ:     ໃຈຮ້າຍຫລາຍ ຄຽດໃຫ້ສາວຄູແຮງ ເພາະບໍ່ເຄີຍມີໃຜຮ້າຍຈັກເທື່ອ

ຈຶ່ງເວົ້າອອກໄປແບບນັກຮຽນຂີ້ດື້ວ່າ: ເຖິງຫລານຈະປຶກແຕ່ກໍ່ບໍ່ໄດ້ເດືອດຮ້ອນສາວຄູໄດ໋!!

ແລະເວົ້າອອກໄປອີກວ່າສາວຄູຫັ້ນແຫລະ ປຶກ...ປຶກ...ປຶກໆໆໆໆໆໆ ທີ່ດ່າຫລານ...

ສາວຄູ:     ງົງເລີຍ??? 555+ ອາດຈະຄິດອອກກໍ່ໄດ້ວ່າຕົນເອງປຶກທີ່ດ່ານັກຮຽນ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ເລຶ່ອງມີຢູ່ວ່າ ::: ບ່າວຄົນຫນຶ່ງເຫັນສາວງາມຢູ່ທີ່ສາລາຮີມທາງກໍ່ເລີຍຢາກເຂົ້າໄປຖາມຊື່ເພື່ອທຳຄວາມຮູ້ຈັກ

ພໍເຂົ້າໄປແລ້ວກໍ່ເອີ່ຍຖາມຂຶ້ນວ່າ:

ບ່າວ: ຂໍໂທດເດີ ນ້ອງຊື່ຫຍັງ?

ສາວ: ນ້ອງອາຍ (ເຮັດແບບເຂີນໆໄປນຳ)

ບ່າວ: ມັນຈະອາຍໄປໃສ (ຄິດໃນໃຈ)

ບ່າວ: ກໍ່ເລີຍຖາມອີກວ່າ ນ້ອງຊື່ຫຍັງ?

ສາວ: ນ້ອງອາຍ (ເຂີນໆໄປນຳ)

ບ່າວ: ນ້ອງຈະອາຍເຮັດຫຍັງ?

ສາວ: ນ້ອງບໍ່ໄດ້ອາຍ...ແຕ່ນ້ອງຊື່ອາຍ

ບ່າວ: ເອ້!! ເຂົາກໍ່ບອກລະເດ໊ເຮົາບໍ່ເຂົ້າໃຈເອງ!!! (ຄິດໃນໃຈ)

ບໍ່ຕະລົກກໍ່ຕ້ອງຫົວແລ້ວ 555+

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າວົງການສົນທະນາຫນຶ່ງ ມີຄົນສະເຫນີໃຫ້ສອງສຽ່ວລາວລຸ່ມແລະລາວມົ້ງ

ແລກປ່ຽນສຳນຽງພາສາກັນ ກ່ອນທີ່ຈະເລີ່ມກໍ່ໄດ້ໃຫ້ສອງສ່ຽວລຸກຂຶ້ນແລະກໍ່

ແລກປ່ຽນກັນ ມາຟັງກັນເລີຍ... 

                                ລາວລຸ່ມ  ....................... ລາວມົ້ງ

                                                ໂລກແຕກ                        ໂລະແຕະ

                                ຜູ້ສາວເຈົ້າຈະໄປໃສ           ຜູ້ສາຈ້າຈະໄປໃສ

                                ກິນເຂົ້າ                            ກີຂ້າ

                                ອາຈານ                           ອາຈັງ

                                ຄິດອອກແລ້ວ                   ຂີ້ເອາະແລ້

                                ຢາກກິນນໍ້າ                       ຢະກີນ້າ

                                ເຈັບຫົວ                           ເຈະຫົວ

                                ຄິດຮອດຫນ້າຮອດຕາ        ຂີ້ຮວດຫນ້າຮວດຕາ

                                ເຈົ້າຄິດເກັ່ງ                      ຈ້າຂີ້ເກ່, ເຈົ້າຂີ້ເກັ່ງ

                                       555 ...................................555

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ຮູ້ແລ້ວວ່າການສູບຢາກອກຫນຶ່ງນັ້ນເຮັດໃຫ້ອາຍຸສັ້ນລົງ 5 ເຖິງ 7 ນາທີ ແຕ່ຕອນນີ້

ຈະມາເລົ່າເລຶ່ອງອາການຕາຍຂອງຄົນທີ່ສູບຢາແລະບໍ່ສູບຢາ ເຊິ່ງອາການຕາຍກໍ່ຈະຕ່າງກັນ

ຈະສົມທຽບໃຫ້ເບິ່ງເປັນແນວໃດຄ່ອຍວ່າກັນ...ເຂົ້າເລຶ່ອງເລີຍ!!!

1. ຄົນທີ່ສູບຢາອາການຕາຍເປັນແບບນີ້: ເປັນການສັ່ງເສຍຄັ້ງສຸດທ້າຍຕໍ່ລູກກ່ອນຈາກໄປ

ລູກເຂົ້າມາໃກ້ໆແລ້ວເວົ້າວ່າ: ລູກ...ລູກ....ລູກ...ເຮັດ...ເຮັດ...ເຮັດ...ບຸນ...ບຸນ...ບຸນ...ໃຫ້...

ໃຫ້...ໃຫ້...ພໍ່...ພໍ່...ພໍ່...ແດ່...ແດ່...ແດ່...ເດີ!!! ອຶບຄໍຕົກຕາຍ ວິນຍານອອກຈາກຮ່າງ...ຈົບ

2. ສຳລັບຄົນທີ່ບໍ່ສູບຢາຈະເວົ້າຊັດເຈນເຊັ່ນ: ລູກພໍ່ລູກພໍ່ ຈົ່ງເຮັດບຸນເຮັດທານອຸທິດໃຫ້ພໍ່ແດ່ເດີ

!!! ອຶບຄໍຕົກຕາຍ ວິນຍານອອກຈາກຮ່າງ....ຈົບ

ຈະຕະລົກບໍນໍ້? ພະຍາຍາມອ່ານໃຫ້ຕະລົກກໍ່ແລ້ວກັນ 555+++

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າ: ພໍ່ຂອງບັກຫຳເປັນຄົນກິນເຫລົ້າເກັ່ງ ແຕ່ລະມື້ຫລັງຈາກເລີກການແລ້ວຕ້ອງຊຸມແຊວກັບເພື່ອນ

ທຸກມື້ຕ້ອງມີເມົາກັບບ້ານມາຕ້ອນລູກຕ້ອນເມຍສະເຫມີ (ຈະເຮັດແນວໃດໄດ້ເນາະເພາະເພີ່ນຮັກລູກແລະເມຍ)

ແຕ່ມີຢູ່ວັນຫນຶ່ງພໍ່ຢ່າງໂຊເຊເຂົ້າມາເຮືອນຊືມໆໆຫນ້ອຍຫນຶ່ງ ບັກຫຳກໍ່ຖາມພໍ່ດ້ວຍຄວາມ

ໄຮ້ດຽງສາວ່າ:

ບັກຫຳ:    ພໍ່ໆ ຫມາຕົວຫນຶ່ງກິນເຂົ້າໃນຖ້ວຍຫມົດພາຍໃນ 10 ນາທີ...ຖ້າມີຫມາ 2 ໂຕກິນນຳກັັນຈະຕ້ອງໃຊ້ເວລາເທົ່າໃດ?

ພໍ່:          ໂອ້ຍ!!! ງ່າຍໆລູກ ກໍ່ໃຊ້ເວລາ 5 ນາທີ ຈຳໄວ້ເດີ!!!

ບັກຫຳ:   ບໍ່ແມ່ນພໍ່......

ພໍ່:         ບໍ່ແມ່ນໄດ້ຈັ່ງໃດ? ລູກລອງຄູນກັນເບີ່ງດູ້ແລ້ວມາບອກພໍ່

ບັກຫຳ:   ຄິດຫນ້ອຍຫນຶ່ງ ແລ້ວຕອບພໍ່ວ່າ ມັນຕ້ອງໃຊ້ເວລາຫາຍກ່ວາ 10 ນາທີ ພໍ່

ພໍ່:        ອ້າວ!! ເປັນຫຍັງຈຶ່ງເປັນແນວນັ້ນ ລູກໄລ່ຜິດແລ້ວຕິ໋

ບັກຫຳ:   ບໍ່ຜິດພໍ່ ມັນຕ້ອງໃຊ້ເວລາຫລາຍກ່ວາ 10 ນາທີແນ່ນອນ ເພາະມັນຕ້ອງກັດກັນກ່ອນຈຶ່ງກິນ 555+++

ກໍ່ເຫມືອນກັບອີ່ພໍ່ຫັ້ນແຫລະ ກິນເຫລົ້າ 2-3 ຈອກກັບຫມູ່ໃຊ້ເວລາດົນແທ້ດົນວ່າ ບໍ່ເຫມືອນກັບຕອນພໍ່ກິນຄົນດຽວ!!!!

2-3 ອຶບກໍ່ຫມົດແລ້ວ...

ພໍ່:      ເອີ່!! ແມ່ນຄວາມມັນແທ້ (ຄິດໃນໃຈ) ....ຈົບຂ່າວ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າໃນຊົ່ວໂມງຮຽນວິຊາຄະນິດສາດ ປໍ1 ທີ່ສອນໂດຍຄູສາວລາວສູງ (ມົ້ງ) ເຊີ່ງເວົ້າພາສາລາວບໍ່ຄ່ອຍຊັດ

ປານໃດ ສາວຄູໃຫ້ນັກຮຽນແກ້ເລກແລ້ວກໍ່ຖາມວ່າ ໃຜຄິ (ສຳນຽງມົ້ງ) ອອກແລ້ວໃຫ້ລຸກຂຶ້ນຕອບສາວຄູ:

ສາວຄູ:     ໃຜຄິອອກແລ້ວ?

ນັກຮຽນ:   ຍັງງຽບບໍ່ມີໃຜຄິດອອກ

ສາວຄູ:     ຖາມເທື່ອທີ່ສອງ ໃຜຄິອອກແລ້ວ?

ນັກຮຽນ:    ຍັງງຽບເຫມືອນເດີມ

ສາວຄູ:      ຖາມເທື່ອທີ່ສາມ ໃຜຄິອອກແລ້ວ?

ນັກຮຽນ:    ທ້າວ ກໍ ລຸກຂຶ້ນແລ້ວຕອບວ່າ ນ້ອງ ຂີ້ ອອກຕັ້ງດົນແລ້ວ ແຕ່ບໍ່ກ້າລຸກຂຶ້ນ,

                                        ຫລັງຈາກນັ້ນກໍ່ເຫມັນທົ່ວຮ້ອງ ອິອິອິ !!!

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ມີເລື່ອງເລົ່າວ່າ ບ່າວຜູ້ຫນື່ງໄປລົມສາວມົ້ງ ຄິດວ່າຈະລົມໄປຫລີ້ນໆ ທັງຕົວະກິນນີ້ກີນນັ້ນ

ແຕ່ບໍ່ແມ່ນຂອງສະຫງວນໄດ໋. ຫມາຍເຖີງຂອງກີນ ສາວຄົນນັ້ນເຫັນອ້າຍນີ້ມາຫລາຍເທື່ອກໍ່

ຄິດວ່າເຂົາຄົງຈະຮັກ ແລະຢາກແຕ່ງງານນຳຕົນເອງຈິງໆ ກໍ່ເລີຍຖາມໄປວ່າ:

ສາວ:    ອ້າຍໆໆ ຮັກນ້ອງອີຫລີບໍ?

ບ່າວ:    ແມ່ນແລ້ວ ອ້າຍຮັກນ້ອງອີຫລີ? (ບ່າວເວົ້າຕົວະເພາະບໍ່ໄດ້ຮັກຈິງ)

ສາວ:    ຖ້າອ້າຍຮັກນ້ອງອີຫລີ ອ້າຍສັນຍາໄດ້ບໍເພື່ອພິສູດຄວາມຈິງໃຈຂອງອ້າຍ? 

ບ່າວ:    ໄດ້ໆໆໆ ແລ້ວຈະໃຫ້ອ້າຍເຮັດຫຍັງ?

ສາວ:    ຖ້າອ້າຍຮັກນ້ອງຈິງໆ.....ຂໍໃຫ້ອ້າຍຕົດດັງໆ ແລະໃນເວລານັ້ນກໍ່ມີສຽງຕົດແປດໆໆດັງຂື້ນ

ແຕ່ແມ່ນສຽງຂອງວ່າທີ່ພໍ່ຕາ... ສຸດທ້າຍກໍໄດ້ແຕ່ງງານກັນແບບຊ້ຳໃຈຝ່າຍຊາຍ ເພາະສຽງຕົດ...ຂອງພໍ່ຕາ.

ຖ້າບໍຫົວບໍ່ຕະຫລົກໄດ໋ 55555++