ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ຂ້າມນ້ຳແລ້ວຢ່າໄດ້ປົດຂົວ ເອົາຜົວເອົາເມຍແລ້ວຢ່າລືມຄຸນພໍ່ແມ່

***ຄັນໄດ້ຍິນຄຳເວົ້າຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິຫວານ

***ຄັນໄດ້ຟັງທຳແລ້ວບໍ່ທຳຕາມກໍໄຮ້ຄ່າ ເຫມືອນມີຢາບໍ່ເອົາໃສ່ທ້ອງໂລຄາໄຂ້ກໍບໍ່ຫາຍ

***ຄັນວ່າທຽວທາງເວີ້ງໄປມາໃຫ້ມີຫມູ່ ລາງເທື່ອໂຈນເຂັ່ນຂ້າຍັງສິໄດ້ຊ່ວຍກັນ

***ງ້ວນຂອງເບື່ອຢ່າເອົາໄວ້ໃນເຮືອນ ຄົນໃຈເບືອນຢ່າເອົາເປັນພີ່ນ້ອງ

***ແຈ້ງຂໍໃຫ້ແຈ້ງດັ່ງດາວ ຂາວຂໍໃຫ້ຂາວດັ່ງຝ້າຍ ໃສງາມຄືຈັ່ງແວ່ນ ຢ່າໄດ້ເປັນດັ່ງຫມໍ້

ຫມອງມົ້ວທົ່ວຄິງ

***ໃຈບໍ່ໃສຕໍ່ແກ້ວແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງຕີໄດ້ກະບໍ່ດັງ

***ສິບປີລ້ຳຊາວປີລ້ຳຈຶ່ງເຫັນກວາງມາຢາມມັ່ງ ບາດວ່າເຂົ້າຂຶ້ນເຫລົ້າຈຶ່ງເຫັນເຈົ້າເທ່ືອດຽວ

***ຊາດແຫ່ງຄົນຮູ້ຈະຢູ່ໃສ ເຂົາບໍ່ອວດໂຕ ໆ

***ຊື່ວ່າ ແນວຄວາມຮູ້ສິລທັມພຣະເຈົ້າໃຫຍ່ ຄັນແມ່ນຮຽນໄດ້ແລ້ວ ສິເປັນແກ້ວແກ່ນມະໂນ

***ຊື່ວ່າ ແນວຄວາມຮູ້ໃນເຮືອນຫາຍາກ ຄັນບໍ່ພາກຈາກບ້ານບໍ່ມີໄດ້ທໍ່ໄຍ

***ຊື່ວ່າ ເປີງເປັນແລ້ວ ຈຳໃຈຈຳຈາກ ຄັນບໍ່ພາກຈາກບ້ານ ຄວາມຮູ້ກູບໍ່ເຮືອງ

................

.................................

..........................................................

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຜູ້ສາວນ້ອຍໃນພາຍພາກຫນ້າສິຂີ້ຄ້ານ ບໍ່ເອົາວຽກເອົາການ ມີແຕ່ແຕ່ງຕົວອອຍຜູ້ບ່າວນ້ອຍ
ບໍ່ຟັງຄວາມພໍ່ຄວາມແມ່ ລຸງປ້ານ້າອາ ແມ່ບອກໄປໄຮ່ວ່າເຈັບຂາ ແມ່ບອກໄປນາວ່າເຈັບທ້ອງ
ແມ່ບອກເອົານ້ອງວ່າເຈັບຫົວ ບາດແມ່ບອກເອົາຜົວລະມື້ໃດອີ່ແມ່ ???


ອະນາຄົດພາຍພາກຫນ້າ ສາສະຫນາພຣະໂຄດົມຈະເສື່ອມສູນເສົ້າ ຄົນສິພາກັນເມົາບ້າໃນກາມບໍ່ສ່ວງ
ພໍ່ແມ່ລູກເຕົ້າສິພາກັນຫລິ້ນເຊິງຊູ້ສ່ຳສາວ ເຂົາສິເຊີງກັນຫລິ້ນປານຫມູຫມາເປັດໄກ່ ບໍ່ໃສ່ໃຈສິລທັມຄຳພຣະເຈົ້າ
ຜູ້ເພີ່ນສອນສັ່ງ ເຖິງສະໄຫມຄາວນັ້ນຄົນຫນຸ່ມສາວ 5​ ຂວບປີເຕັມ ເຂົາສິເປັນຜົວເມຍຢູ່ຄອງເຮືອນຢ້າວ ສິບປີຖ້ວນ
ຕາຍໄປເກີດໃຫມ່ ບາບກໍ່ເກື້ອ ເວນນັ້ນຈູ່ໂຈມ ຄົນຈະເມົາກາມ ອາຍຸຈະສັ້ນ ເປັນດັ່ງນັ້ນແລ ......................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດີຊົ່ວສອງສິ່ງນີ້ ເປັນຄູ່ທຽມເງົາ

ເຮັດດີຄົນເຂົາຂານໄຂ ຍົກຍໍນິຍົມຍ້ອງ

ເຮັດຊົ່ວຄົນເຂົາເຢີ້ຍ ເບະສົບເຫມັນຂີ້ດຽດ

ໃຫ້ພຽນເຮັດດີໄວ້ ຈະໄດ້ສະບາຍເມື່ອລຸນ................

.............................................

ຄັນເຮົາເຮັດດີແລ້ວ ເຂົາຊັງກໍ່ຕາມຊ່າງ

ຄັນເຮົາເຮັດຖືກແລ້ວ ສິຫຍັນຍໍ້ກໍ່ຊ່າງເຂົາ

ເຂົາສິພາກັນທ້ວງ ທັງເມືອງກໍ່ຢ່າຈົ່ມ

ເຂົາສິຕິທັງຄ້າຍ ຂາຍຫນ້າກໍ່ບໍ່ອາຍ.........................

.....................

................................................

...............................................................................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

+ ຕຶກແຫໄດ້ປາໄຂ່ ເອົາເມຍໃຫມ່ໄດ້ລູກພ້ອມ ບຸນສ້າງແຕ່ປາງຫລັງ

+ ບຸນບາບນີ້ເປັນຄູ່ຄືເງົາ ເງົານັ້ນໄປຕາມເຮົາຊູ່ວັນບໍ່ມີເວັ້ນ

+ ເດັກນ້ອຍມີຄວາມຮູ້ສອງສາມຄຳກໍ່ອວດອົ່ງ ຜູ້ໃຫຍ່ຮູ້ຕັ້ງລ້ານກໍ່ອຳໄວ້ບໍ່ຂານໄຂ

+ ຢ່າລືມຊຸບຫມາກມີ້ຂອງດີຕັ້ງແຕ່ປູ່ ຢ່າລືມປາແດກດ້ວງຕຳສົ້ມຫມາກຮຸ່ງເຮົາເດີຄົນລາວເອີຍ !

+ ແມ່ຮ້າງນີ້ຫາຍາກພານພົບ ໃຜຜູ້ທຳບຸນຫລາຍກໍ່ຈຶ່ງຫວນເຫັນພໍ້ ຫະຫະໆ

+ ພຣະເຫັນກັນອ້າງພັນສາ ຫມາເຫັນກັນອ້າງແຂ້ວ ແມວເຫັນເຫັນກັນອ້າງສຽງ

ສຳນຽງພາສາບອກຊາດ ມາລະຍດບອກຕະກູນ

+ ຜູ້ສາວໄດ້ຜົວເຖົ້າກຳລາວຕັ້ງແຕ່ເກົ່າ ຜູ້ບ່າວໄດ້ແມ່ຮ້າງບຸນສ້າງແຕ່ປາງຫລັງ

+ ປຸກເຮືອນຜິດຄິດຈົນເຮືອນເພ ເອົາເມຍຜິດຄິດຈົນວັນຕາຍ ຈະເຮັດຫຍັງໃຫ້ຄິດຄັກໆ

+ ເຫັນວ່າໂຕງາມແລ້ວ ວາຈາໃຫ້ວາດຄ່ອງ ສິນທຳເປັນເຄື່ອງຍ້ອງ ຕົວເຈົ້າຫາກຕື່ມງາມ

+ ເຫັນໂຕດີຢ່າຟ້າວທ້າ ເຫັນໂຕເປັນກຳພ້າຢ່າຟ້າວຫມອງ

+ ລາບໃສ່ເພ້ຍບໍ່ຂົມຂື່ນປານບີ ຄົນບໍ່ມີສິນທຳປົກຄອງເມືອງສູນເສົ້າ

..............................

..............................................................................................

.............................................................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

+ ລາງເຖົ້າໂລພາລົ້ນ ໂລພາໂລບລ່າຍ ກິນຫລາຍກະດ່າປ້ອຍ ກິນຫນ້ອຍກະໃສ່ເວນ

+ ລາງເຖົ້າຕີງໂຕໄດ້ໄປມາດິ້ນດ່າວໆ ຕາຂຸ່ນປານນ້ຳເຂົ້າ ເວົ້າແຕ່ເລື່ອງສາວໆ

+ ລາງເຖົ້າກິນກອຍປ້ອຍເກັ່ງ ກິນບອນປາກເຮັ່ງຮ້ອນ ດີຮ້າຍບໍ່ຮ່ຳເພິງ

+ ລາງເຖົ້າຫົວຂາວແລ້ວ ແອວກະແງນດາກກະແອ່ນ ຍັງເລາະເຫາະຫ່ອນຫລິ້ນ ຫລົງເຕັ້ນບໍ່ເບິ່ງໂຕ

+ ລາງເຖົ້າເປັນຄົນດື້ຫົວຂາວຈ່ອນພ່ອນ ຍັງເລົ່າເລາະຫ່ອນຫລິ້ນ ຊີງຊູ້ສວາກສະເນ

+ ລາງເຖົ້າເປັນຄົນຊ້າທຳການບໍ່ທັນເພິ່ນ ບາດວ່າຍາມເຂົ້າສ້ວມແນວນັ້ນພັດລື່ນເຂົາ

+ ລາງເຖົ້າເຮຮົນດິ້ນ ຄືກະບວນສາວບ່າວ ກະດູກສິເຂົ້າຫມໍ້ຍັງບໍ່ຮູ້ເມື່ອຄິງ

+ ລາງຄົນເຖົ້າເອົາແຕ່ຫລານໄລ່ແຕ່ໄກ່ ວັດວາບໍ່ເຂົ້າໃກ້ຫັນຫນ້າເຂົ້າແຕ່ດົງ

+ ລາງເຖົ້າໂມໂຫຮ້າຍເຫລືອຕາຍຕັ້ງແຕ່ຈົ່ມ ບໍ່ທັນຄິດຖີ່ຖ້ວນຫາຕົ້ມຕັ້ງແຕ່ຫລານ

+ ລາງເຖົ້າສິລະທັມບໍ່ໄດ້ຮ່ຳ ຄຳແຕ່ທ້ອງນ້ອຍສິນຫ້າບໍ່ຄະນຶງ

+ http://laolanexangpaya.blogspot.com/

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ຄົນເຮົາກໍ່ຖືກຈັດວ່າເປັນສັດປະເພດຫນຶ່ງເຫມືອນສັດທົ່ວໆໄປເຊັ່ນ: ງົວ ຄວາຍ ຫມູ ຫມາ ເປັດ ໄກ່

ແຕ່ຄົນເຮົາເປັນສັດປະເສີດ ປະເສີດຢູ່ທີ່ວ່າສາມາດຝຶກຝົນພັດທະນາຕົນໃຫ້ເປັນຄົນທີ່ດີໄດ້ ສະນັ້ນຖ້າ

ຈະເອົາສິ່ງມາວັດກໍ່ວັດໄດ້ທີ່ໃຈນັ້ນເອງຄື: ໃຈທີ່ປະເສີດ ບໍ່ມີຄວາມອິດສາບັງບຽດ ຄວາມໂລບ ໂກດ ຫລົງ

ຄວາມຂັບແຄ້ນໃຈ ແລະອື່ນໆ ແຕ່ເປັນໃຈທີ່ມີີຄວາມເມດຕາກະລຸນາ ມີຄວາມເອື້ອເຟື້ອເຜື່ອແຜ່ ແບ່ງປັນ

ມີນ້ຳຈິດນ້ຳໃຈງາມ ຮູ້ຈັກຊ່ວຍເຫລືອກັນ ແບ່ງປັນກັນ ເຫັນໃຈເພື່ອນມະນຸດດ້ວຍກັນ.........................

***ຖ້າມະນຸດເຮົາມີໃຈທີ່ເຕັມໄປດ້ວຍຄວາມໂລບ ໂກດ ຫລົງ ຄວາມເຫັນແກ່ຕົວຈັດ ຄວາມແຄ້ນໃຈ ຄວາມປອງຮ້າຍ

ຕໍ່ເພື່ອນມະນຸດດ້ວຍກັນແລ້ວ ເຮົາຍັງຈະກ້າເວົ້າວ່າຄົນໆນັ້ນປະເສີດຢູ່ບໍ...??? ສຳລັບຂ້າພະເຈົ້າແລ້ວບໍ່ເລີຍ ມັນຄົງ

ເປັນວິນຍານທີ່ຊົ່ວຮ້າຍ ຕ່ຳຊ້າສາມານທີ່ແຝງຊ່ອນຕົວຢູ່ໃນຮ່າງຄົນເທົ່ານັ້ນເອງ ທີ່ຄອຍແຕ່ຈະກັດກິນ ແລະເອົາປຽບຜູ້ອື່ນ

ຕາມຄວາມປາດຖະຫນາຂອງມັນ...........................ແລ້ວຄຸນຄ່າທີ່ແທ້ຈິງຂອງຄວາມເປັນຄົນຢູ່ໃສວາ.............???

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ຄວາມເມົານັ້ນມີຫລາຍຢ່າງເຊັ່ນ: ເມົາເຫລົ້າ ເມົາຮັກ ເມົາລາບຍົດສັນລະເສີນສຸກ ເມົາໃນບຸດພັນລະຍາ ແລະຊັບສົມບັດ

ເມົາເຫລົ້າຄືການດື່ມນ້ຳເມົາຢ່າງໃດຢ່າງຫນຶ່ງຈົນມີອາການມືນເມົາ ອາການມືນເມົານັ້ນຢູ່ໃນລະດັບທີ່ຕ່າງໆກັນ ຫລາຍຫລືນ້ອຍ

ຂຶ້ນຢູ່ກັບນ້ຳເມົາທີ່ດື່ມເຂົ້າໄປ ເມົາເຫລົ້າເຊົ້າສາຍກໍ່ຫາຍໄປ ແຕ່ເມົາໃຈນີ້ປະຈຳທຸກຄ່ຳຄືນ ຄວາມເມົາຮັກຄືອາການລຸ່ມຫລົງໃນເພດ

ກົງກັນຂ້າມ ຈົນກະທັ້ງລືມເຫດຜົນ ຜິດຖືກຊົ່ວດີ ຢ່າງທີ່ວ່າ ເມົາຕັນຫາບ້າກາມເພາະຄວາມຮັກ ມັກຈູງຊັກໃຫ້ເສບຜິດເຫມືອນຕິດຝິ່ນ

ລືມມິດແທ້ ແມ່ພໍ່ ເພາະມົນທິນ ຈຶ່ງເຫັນອິນຫນ້າຂຽວບໍ່ຫລຽວແລ ອາການຂອງຜູ້ທີ່ເມົາຮັກຄືບໍ່ເຫັນອິຫຍັງດີໄປກ່ວາຍິງຫລືຊາຍທີ່ຕົນຮັກ

ຍອມສະຫລະທຸກຢ່າງເພື່ອຄວາມຮັກ ເມົາລາບເຮັດໃຫ້ເກີດຄວາມຕ້ອງການທີ່ບໍ່ສິ້ນສຸດ ຕ້ອງລຳບາກໃນການສະແຫວງຫາແລະການຮັກສາ

ຫາໄດ້ມາເທົ່າໃດກໍ່ບໍ່ຮູ້ສຶກພໍເປັນເຫດໃຫ້ຫາຄວາມສຸກໃນຊີວິດໄດ້ຍາກ ເມົາຍົດເຮັດໃຫ້ຫລົງໄປວ່າຕົນດີກ່ວາຜູ້ອື່ນ ເປັນເຫດຍົກຕົນຂົ່ມຜູ້ອື່ນ

ຢຽບຢ່ຳເພື່ອນມະນຸດດ້ວຍກັນວ່າຕ່ຳຕ້ອຍກ່ວາຕົນ ຈິດໃຈແຂງກະດ້າງ ອວດດີອວດເກັ່ງ......................

***ເມົາສັນລະເສີນເຫມືອນຕິດໃນລົດຫວານ ຢາກກິນເລື້ອຍໆໃຜຕຳຫນິຫນ້ອຍດຽວກະບໍ່ພໍໃຈ ເມື່ອເມົາແລ້ວກໍ່ຫລົງ ແຍກບໍ່ອອກວ່າ

ອັນໃດສັນລະເສີນແທ້ຫລືປອມ ໂດຍສະເພາະຄົນທີ່ຢູ່ໃນຕ່ຳແຫນ່ງສູງຍ່ອມໄດ້ຮັບຄຳສັນລະເສີນປອມໄດ້ງ່າຍ ເຮັດຜິດກໍ່ບໍ່ຄ່ອຍມີໃຜ

ກ້າຕຳຫນິ ຄຳສັນລະເສີນມີຄຸນຄ່າໃນການໃຫ້ກຳລັງໃຈ ແຕ່ກໍ່ເປັນອັນຕະລາຍໄດ້ສຳລັບຄົນທີ່ຫລົງແລະເມົາມັັນ ເມົາສຸກເຮັດໃຫ້ຕິດໃນຄວາມ

ສຸກນັ້ນໆ ພໍມີເລື່ອງທຸກກໍ່ທົນບໍ່ໄດ້ ເພາະສະບາຍມາຈົນຊິນ..............

***ເມົາບຸດພັນລະຍາ ເຮັດໃຫ້ບໍ່ມີເວລາເປັນຂອງຕົນເອງ ເພາະຍຸ້ງຢູ່ກັບບຸດແລະພັນລະຍາ ຕະຫລອດວັນ ເດືອນ ປີ ມີຄວາມເພີດເພີນ

ຫລົງໄຫລໃນບຸດພັນລະຍາຈົນລືມນຶກເຖິງຮ່າງການຂອງຕົນ ແລະຄວາມເປັນໄປທີ່ແທ້ຈິງຂອງຕົນ ຄວາມເພີດເພີນແລະຄວາມທຸກໂສກ

ຄວາມຍຸ້ງໃຈ ແລະຄວາມກັງວົນໃນບຸດພັນລະຍາຍ່ອມມີປະປົນກັນໄປ ດຽວສຸກ ດຽວທຸກ ດຽວຍິ້ມ ດຽວເສົ້າ ສະນັ້ນຈຶ່ງບໍ່ຄວນຮັກຈົນຫລົງ

ລືມຕົນ ເພາະຄວາມຫລົງເຮັດໃຫ້ບຸດແລະພັນລະຍາເສຍຄົນໄດ້ງ່າຍ..............

***ເມົາຊັບສົມບັດ ຜູ້ມີປັນຍາອາໄສຊັບສົມບັດເປັນເຄື່ອງອຸປະກອນໃນການດຳລົງຊີວິດທີ່ດີ ເປັນນາຍຂອງຊັບສົມບັດ ສ່ວນຄົນໂງ່ເອົາຕົນ

ເປັນທາດຂອງຊັບສົມບັດ ຍອມເຮັດຄວາມຊົ່ວເພື່ອຊັບສົມບັດເຊັ່ນ ປຸ້ນ ໂກງ .....ຊັບນັ້ນມີທັງຄຸນແລະໂທດ ສຸດແລ້ວແຕ່ຈະເຂົ້າໄປກ່ຽວຂ້ອງ

ກັບມັນ.............ການມີສະຕິຈຶ່ງເປັນເຂັມທິດໃນການກະທຳທຸກຢ່າງໆໆ

........................................

..........................................................

...........................................................................................

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ຄະລຳ ຫມາຍເຖິງສິ່ງບໍ່ດີທີ່ຫ້າມບໍ່ໃຫ້ເຮັດ ຜູ້ເຖົ້າຜູ້ແກ່ ຜູ້ໃຫຍ່ເພີ່ນຈະບອກສອນແກ່ລູກໆຫລານ

ສະເຫມີເຖິງສິ່ງເຫລົ່ານີ້ ອັນໃດທີ່ມັນບໍ່ຈົບບໍ່ງາມ ເພີ່ນກໍ່ບອກວ່າຄະລຳຄືເພີ່ນບໍ່ຢາກໃຫ້ເຮັດນັ້ນເອງ................

***ຟັັນຟືນແຕ່ເຊົ້າໆ ຝັດເຂົ້າຍາມກາງຄືນ ຄະລຳ.......ໃຫ້ພິຈາລະນາເອົາເອງວ່າມັນເປັນຫຍັງຈຶ່ງຄະລຳ ????

***ຟືນບໍ່ແກ້ມັດໂຍນຂຶ້ນເຮືອນ ຄະລຳ

***ຍ່າງຂຶ້ນເຮືອນທືບຕື່ງໆຕ່າງໆ ຄະລຳ

***ເວລາເຮັດຢູ່ຄົວກິນ ຢິບກິນນຳຢິບນ້ອບຢິບໃຫຍ່ ຄະລຳ

***ກິນເຂົ້າປາກດັງຈິບໆແຈັບໆ ຄະລຳ

***ກິນເຂົ້າເວົ້າພື້ນນັ້ນພື້ນນີ້ ຄະລຳ

***ຊົດນ້ຳແກງດັງແຮງ ຄະລຳ

***ກິນເຂົ້າບໍ່ເປັນຄາບແລງງາຍ ຄະລຳ

***ກິນເຂົ້າບໍ່ພ້ອມພຽງກັນ ຄະລຳ

***ກິນຍ່າງກິນເດີນ ຄະລຳ

***ນອນເອົາຕີນຂຶ້ນເມືອຫົວບ່ອນນອນ ຄະລຳ

***ນອນກິນຂອງທຸກຢ່າງ ຄະລຳ

***ມັກປ້ອຍດ່າຮ່າຫຸງ ຄະລຳ

***ຄົ້ນຜີລຸກປຸກຜີຕື່ນ ຄະລຳ

***ນັ່ງຄ້າງຂັ້ນໄດຕັນປະຕູ ຄະລຳ

***ຢືນຕັນຂັ້ນໄດຕັນປະຕູ

***ປັດເຮືອນກາງຄືນ

***ເວລາປັດເຮືອນເອົາມືຊຸກຫລັງຜົວ ຄະລຳ

***ລູກເວົ້າຄຳຫຍາບໃສ່ພໍ່ແມ່ ຄະລຳ

***ເມຍເອົາຂອງເງື່ອນໃຫ້ຜົວກິນ ຄະລຳ

***ເມຍເຕະທຳຜົວ ຄະລຳ

***ເມຍກິນເຂົ້າກ່ອນຜົວ ຄະລຳ

***ເມຍຈັບຫລີ້ນຫົວຜົວໂດຍບໍ່ໄດ້ບອກ ຄະລຳ

***ຂອງຕ່ຳເອົາໄວ້ສູງ ຂອງສູງເອົາໄວ້ຕ່ຳ ຄະລຳ

***ເຄື່ອງນຸ່ງຊາຍຍິງໄວ້ປົນກັນ ຄະລຳ

***ເດັນ້ອຍນັ່ງສູງກ່ວາຜູ້ເຖົ້າ ຄະລຳ

***ລູກດ່າພໍ່ແມ່ ນົບໃຫ້ພໍ່ແມ່ຕາຍ ຄະລຳ

***ຮ້າຍດ່າແດດດ່າຝົນ ຄະລຳ

***ເຫັນເພີ່ນນຸ່ງເຄື່ອງຂີ້ຮ້າຍຫົວຂວັນ ຄະລຳ

***ເວລາກິນເຂົ້າ ຫລືກິນຂອງຕ່າງໆ ຖົ່ມນ້ຳລາຍຄາຍຂີ້ມູກ ຄະລຳ

***ຜູ້ສາວທ່ຽວກາງຄືນ ຫລືໄປສອງຕໍ່ສອງກັບຜູ້ບ່າວ ຄະລຳ

***ຜູ້ສາວໄປຊູຜູ້ບ່າວ ອັນນີ້ກໍ່ຄະລຳ.........................

.........................ຈາກຫນັງສື: ນາໆຄະຕິບູຮານລາວ ຂໍຂອບໃຈໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2012 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ໄຊຊະນະເປັນສິ່ງທີ່ທຸກຄົນຕ້ອງການ  ທຸກຄົນປາຖະຫນາທີ່ຈະຊະນະ

ຊະນະ ຊະນະ ແລະກໍ່ຊະນະ ບໍ່ມີໃຜເລີຍທີ່ຢາກຈະພ່າຍແພ້.................

ໄຊຊະນະທີ່ມີຕໍ່ບຸກຄົນອື່ນ ທີ່ວ່າຍາກແສນຍາກ ສາຫັດແສນສາຫັດ ກໍ່ຍັງ

ຖືວ່າເປັນເລື່ອງທຳມະດາ ເພາະການຊະນະຄົນອື່ນເປັນລ້ານໆຄົນກໍ່ຍັງຖືວ່າ

ບໍ່ເປັນໄຊຊະນະທີ່ປະເສີດ ແລະສຸງສຸດເທື່ອ...ແຕ່ການເອົາຊະນະຕົນເອງໄດ້ພຽງ

ຄົນດຽວຈຶ່ງນັບວ່າເປັນໄຊຊະນະທີ່ປະເສີດ ແລະສູງສຸດຍິ່ງກ່ວາສິ່ງໃດ...ການຊະນະ

ທີ່ຫນ້າພາກພູມໃຈຄືການຊະນະໃຈຕົວເອງ ບັງຄັບໃຈໄດ້ບໍ່ໃຫ້ຢາກ ບໍ່ໃຫ້ໂລບ

ບໍ່ໃຫ້ດື້ ບໍ່ໃຫ້ຫລົງມົວເມົາໃນສິ່ງທີ່ຊົ່ວແລະຕໍ່າຊ້າ.........ແຕ່ບັງຄັບໃຈຕົນໃຫ້ໄດ້

ໃຫ້ສ້າງແຕ່ຄຸນງາມຄວາມດີ ຊື່ສັດບໍລິສຸດ ມີຄຸຸນນະທຳພາຍໃນໃຈ ຝຶກຝົນຕົນເອງ

ໃຫ້ໃຈສະອາດ ສະຫວ່າງ ສະຫງົບລະງັບຈາກສິ່ງຊົ່ວຮ້າຍຕ່າງໆ ຈົນສາມາດເອົາຊະນະ

ໃຈຕົນເອງໄດ້ຕາມລຳດັບ ຈຶ່ງຈະເປັນໄຊຊະນະທີ່ປະເສີດ ເປັນໄຊຊະນະທີ່ແທ້ຈິງ ແລະ

ກໍ່ຈະເປັນເຫດໃຫ້ປະສົບກັບໄຊຊະນະຕະຫລອດໄປ....ຖ້າເອົາຊະນະໃຈຕົນໄດ້ແລ້ວ ການທີ່

ຈະເອົາຊະນະຄົນອື່ນກໍ່ຄົງບໍ່ຍາກ...ເພາະຕົນນັ້ນແລຊະນະຍາກຍິ່ງກ່ວາສິ່ງໃດໆ..........

..........................

...........................................

.............................................................ທີ່ 7 ເດືອນ 2 ປີ 2555..........

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

***ຊາວນາເອົານ້ຳເຂົ້ານາ ຊາວສວນກໍ່ປູກຜັກ ຊ່າງໄມ້ກໍ່ຖາກໄມ້ ຄົນດີຍ່ອມຝຶກຕົນ...

***ທຸກຄົນລ້ວນຕ້ອງການຄວາມສຸກ ຜູ້ທີ່ຕ້ອງການຄວາມສຸກແກ່ຕົນ ແລ້ວບໍ່ບຽດບຽນຄົນອື່ນ

ເຂົາຍ່ອມຈະມີຄວາມສຸກທັງໃນໂລກນີ້ແລະໂລກຫນ້າ...

***ຄຳເວົ້າທີ່ໄຮ້ປະໂຫຍດຕັ້ງພັນຄຳ ສູ້ຄຳເວົ້າທີ່ດີໆຫນຶ່ງຄຳບໍ່ໄດ້ ເພາະຟັງແລ້ວຍ່ອມເກີດປະໂຫຍດ ມີປັນຍາ...

***ບໍ່ຄວນເຮັດຊົ່ວເພາະເຫັນແກ່ຕົວ ຫລືຍາດຕິພີ່ນ້ອງ ແຕ່ຄວນກະທຳທຸກຢ່າງດ້ວຍຄວາມບໍລິສຸດໃຈ ຄວນມີສິນ ມີທຳ

ມີປັນຍາ ແລະຕັ້ງຫມັ້ນຢູ່ໃນຄວາມດີ...

***ຄົນພານໄດ້ຄວາມຮູ້ມາເພື່ອການທຳລາຍຝ່າຍດຽວ ຄວາມຮູ້ນັ້ນເຮັດໃຫ້ຄຸນຄວາມດີເຂົາສິ້ນໄປ ແລະມັນສະຫມອງຕ່ຳຊ້າລົງ...

***ຄົນໂງ່ທີ່ຮູ້ຕົວເອງວ່າໂງ່ຍັງເປັນບັນດິດໄດ້ ແຕ່ຄົນໂງ່ທີ່ອວດສະຫລາດ ນັ້ນແຫລະຄືຄົນໂງ່ຕົວຈິງ...

***ຫາກສະແຫວງຫາບໍ່ພໍ້ເພື່ອນທີ່ດີກ່ວາຕົນຫລືສະເຫມີຕົນ ກໍ່ຄວນເດີນທາງໄປຄົນດຽວ ເພາະມິດຕະພາບບໍ່ມີໃນຫມູ່ຄົນພານ...

***ເດີນທາງຄົນດຽວປະເສີດກ່ວາການເດີນທາງນຳຄົນພານເປັນຮ້ອຍ ຈົ່ງເດີນທາງໄປແລະບໍ່ກະທຳຄວາມຊົ່ວ ບໍ່ດີ້ນຮົນໄຝ່ຫາຫລາຍ

ຈົນທຸກໃຈ ເຫມືອນພະຍາຊ້າງສານທີ່ເດີນທ່ຽວໄປໃນປ່າພຽງລຳພັງ...

***ຄວາມບໍ່ປະຫມາດເປັນຫົນທາງອຳມະຕະ ຄວາມປະຫມາດເປັນທາງແຫ່ງຄວາມຕາຍ ຜູ້ບໍ່ປະຫມາດ ບໍ່ມີວັນຕາຍ ສ່ວນຜູ້ທີ່

ປະຫມາດມີຊີວິດຢູ່ກໍ່ເຫມືອນຄົນຕາຍແລ້ວ...

***ສອນຄົນອື່ນແບບໃດ ກໍ່ຄວນເຮັດແບບນັ້ນ ຝຶກຕົນເອງດີແລ້ວ ຈຶ່ງຝຶກຄົນອື່ນ ເພາະຕົນເອງນັ້ນແລຝຶກຍາກຍິ່ງກ່ວາສິ່ງໃດໆ...

***ຖ້າຮູ້ວ່າຕົນເອງເປັນທີ່ຮັກຍິ່ງກ່ວາສິິ່ງໃດ ກໍ່ຄວນຮັກສາຕົນໄວ້ໃຫ້ດີ ບັນດິດຄວນກະທຳຢ່າງນີ້ແລຈຶ່ງບໍ່ເດືອດຮ້ອນພາຍຫລັງ...

...........................

....................................................

..............................................................................ທີ່ 3 ເດືອນ 2 ປີ ແຫ່ງຄວາມສຸກ 555............................

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

        **ສຸດອັດສະຈັນ 16 ຄໍາທໍານາຍຂອງພະພຸດທະເຈົ້າ ຊີ້ຊະຕາມະນຸດໂລກ**
    

    ໃນຍຸກໂລກາພິວັດ...ທີ່ຄວາມຈະເລີນທາງດ້ານວັດຖຸກ້າວຫນ້າໄປຢ່າງບໍ່ຢຸດຢັ້ງ ແຕ່ສິ່ງທີ່

ຫນ້າສັງເກດກໍ່ຄືວ່າ: ເປັນຫຍັງຄົນໃນໂລກຈຶ່ງມີຄວາມສຸກນ້ອຍລົງ ແລະກໍ່ມີແນວໂນ້ມວ່າບັນຫາ

ການດໍາເນີນຊີວິດກໍ່ມີເພີ່ມຂຶ້ນ ໂດຍສະເພາະບັນຫາທາງດ້ານ ສິລທັມ (ສິນທໍາ) ຈຣິຍທັມ ອັນ

ເປັນຄວາມຈະເລີນ ງົດງາມ ທາງດ້ານຈິດໃຈ...
ທຸກວັນນີ້ ເຮົາຮູ້ດີວ່າມີເຫດການທີ່ຮ້າຍແຮງ

ເກີດຂຶ້ນໃນໂລກ ບໍ່ວ່າຈະເປັນບ້ານເພິ່ນບ້ານເຮົາເຊັ່ນ: ໄພພິບັດທາງທໍາມະຊາດແລະໄພທີ່ເກີດ

ຈາກນໍ້າມືຂອງມະນຸດດ້ວຍກັນເອງ ຫລາຍໆສິ່ງທີ່ເຄື່ອງມືທາງວິທະຍາສາດກໍ່ສາມາດນໍາມາໃຊ້

ຄາດການລ່ວງຫນ້າໄດ້ ແລະຮັບມືໄດ້ທັນເວລາ...ແຕ່ກໍ່ມີອີກຫລາຍໆສິ່ງ ທີ່ເຄື່ອງມືທາງວິທະ

ຍາສາດຍັງເຂົ້າບໍ່ເຖິງ ແຕ່ຢາກຈະບອກວ່າ: ເຫດການຫລາຍໆຢ່າງ ທີ່ເກີດຂຶ້ນໃນປັດຈຸບັນນີ້

ເປັນສິ່ງທີ່ພະພຸດທະເຈົ້າ ໄດ້ທໍານາຍລ່ວງຫນ້າມາແລ້ວກ່ວາ 2,700 ປີ ຫລາຍໆຄົນອາດຈະ

ບໍ່ເຊື່ອ ຫລືບໍ່ເຄີຍໄດ້ຟັງມາກ່ອນເລີຍກໍ່ມີ...ດັ່ງນັ້ນຜູ້ກ່ຽວຈຶ່ງຢາກຂໍນໍາສະເຫນີເລື່ອງ: ພຸດທະທໍາ

ນາຍ ອັນປາກົດຢູ່ໃນອັດຖະກະຖາ ພະໄຕປີດົກມະຫາສຸບິນນິມິດຊາດົກ...ເຊິ່ງເປັນເລື່ອງເລົ່າໃນ

ສະໄຫມພະພຸດທະເຈົ້າໄດ້ທໍານາຍພະສຸບິນ (ຄວາມຝັນ) ໃຫ້ພະເຈົ້າປະເສນທິໂກສົນມີ 16 ຂໍ້

ດັ່ງຕໍ່ໄປນີ້: ເຫດການ:: ວັນຫນຶ່ງພະເຈົ້າປະເສນທິໂກສົນ ຜູ້ຄອງກຸງສາວັດຖີ ໄດ້ຝັນເຫັນນິມິດ

ອັນໃຫຍ່ຫລວງ 16 ປະການຄື: ອັນເປັນຄວາມຝັນທີ່ແປກປະຫລາດ ຈຶ່ງຕົກພະໄທ (ໃຈ) ຕື່ນ

ບັນທົມທັນທີ ແລະເມື່ອຮຸ່ງເຊົ້າກໍ່ໄດ້ເຊີນໃຫ້ພາມປຸໂລຫິດປະຈໍາລາດຊະສໍານັກມາທໍານາຍ ພວກ

ພາມປຸໂລຫິດຕ່າງກໍ່ພາກັນທໍານາຍວ່າ: ຈະມີເຫດຮ້າຍເກີດຂຶ້ນ ພະອົງຈະປະສົບໄພຮ້າຍສາມປະ

ການຄື: ບໍ່ເສຍລາຊະຊັບ ກໍ່ຈະມີໂລກໄພໄຂ້ເຈັບມາບຽດບຽນ ຫລືບໍ່ກໍ່ຕ້ອງສະຫວັນຄົດ (ຕາຍ)

ຢ່າງໃດຢ່າງຫນຶ່ງ ແລະກໍ່ແນະນໍາໃຫ້ພະອົງບູຊາຍັນສັດເພື່ອສະເດາະເຄາະ ແລະເມື່ອພະນາງ

ມັນລິກາ ພະມະເຫສີໄດ້ຮູ້ເລື່ອງຈຶ່ງທູນໃຫ້ໄປຂໍຄໍາແນະນໍາຈາກພະພຸດທະເຈົ້າເຊິ່ງພະພຸດທະເຈົ້າ

ກໍ່ໄດ້ທໍານາຍວ່າ: ເຫດຮ້າຍນັ້ນຈະເກີດຂຶ້ນແນ່ນອນ ພຽງແຕ່ມັນຈະບໍ່ເກີດຂຶ້ນກັບພະເຈົ້າປະເສນ

ທິໂກສົນ ຫລືແວ່ນແຄວ້ນຂອງພະອົງແຕ່ຢ່າງໃດ ແຕ່ເຫດຮ້າຍນັ້ນຈະເກີດຂຶ້ນແກ່ສັດໂລກທົ່ວໆ

ໄປແລະແກ່ສາສະຫນາຂອງພະອົງ ໃນພາຍພາກຫນ້າເມື່ອລ່ວງເລີຍສະໄຫມພຸດທະການໄປແລ້ວ

2,500 ປີ ເມື່ອສາສະຫນາເສື່ອມລົງ (ກ່າວກັນວ່າສາສະຫນາຂອງພະພຸດທະອົງຈະຍືນຍາວ

ຮອດ 5,000 ປີ ຫລັງຈາກນັ້ນຕ້ອງຖ້າຈົນຮອດຍຸກຂອງພະສີອະລິຍະເມດໄຕ ພະພຸດທະເຈົ້າ

ອົງຕໍ່ໄປລົງມາໂປຣດ)

         ຄວາມຝັນຂອງພະເຈົ້າປະເສນທິໂກສົນ ແລະຄໍາທໍານາຍຂອງພະພຸດທະເຈົ້າ

                                                    16 ຂໍ້ ມີດັ່ງຕໍ່ໄປນີ້:

1.       ຊົງຝັນວ່າ: ມີຄວາຍຜູ້ສີ່ໂຕຄິດຈະຊົນກັນ ຕ່າງກໍ່ພາກັນແລ່ນມາສູ້ທ້ອງພະລານຫລວງຈາກ

ທິດທັງສີ່ ຝູງຊົນຕ່າງກໍ່ພາກັນເຝົ້າເບິ່ງ ຄວາຍທັງສີ່ກໍ່ພາກັນສົ່ງສຽງຮ້ອງຄວນຄາງ ດັງລັ່ນ

ແຕ່ສຸດທ້າຍກໍ່ຖອຍອອກໄປບໍ່ຊົນກັນຊໍ້າ...ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດໃນຊ່ວງ

ສາສະຫນາຂອງພະອົງ ເມື່ອໂລກຫມູນໄປສູ່ຈຸດທີ່ເສື່ອມລົງ ມະນຸດບໍ່ຕັ້ງຢູ່ໃນສິລທັມອັນດີງາມ

ຝົນຟ້າຈະແລ້ງ ໄພຮ້າຍຈະເກີດຂຶ້ນ ເຫມືອນເມກຕັ້ງເຄົ້າຄ້າຍຈະມີຝົນຕົກ ມີສຽງຟັ້າຮ້ອງຕຶ່ງໆ!

ດັງລັ່ນ ແຕ່ແລ້ວສຸດທ້າຍຝົນກໍ່ບໍ່ຕົກກັບຫາຍໄປເສີຍເລີຍ...ເຫມືອນຄວາຍທັງສີ່ທໍາທ່າວ່າຈະຊົນ

ກັນ ແຕ່ສຸດທ້າຍກໍ່ບໍ່ຊົນ ແຍກກັນໄປທາງໃຜທາງມັນບໍ່ຊົນກັນຊໍ້າ.

2.       ຊົງຝັນວ່າ: ຕົ້ນໄມ້ນ້ອຍໆ ແລະກໍໄຜ່ທີ່ສູງໃຫຍ່ພຽງຄືບ ພຽງສອກ ກໍ່ອອກດອກອອກຜົນ

ແລ້ວ...ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປໃນອະນາຄົດເມື່ອໂລກເສື່ອມ ມະນຸດເຖິງແມ່ນວ່າຈະຍັງ

ສາວ ມີອາຍຸຍັງນ້ອຍ ກໍ່ຈະມີລາຄະອັນແກ່ກ້າ ແລະສົມສູ່ກັນຕັ້ງແຕ່ຍັງນ້ອຍ ແລະຈະມີລູກຕັ້ງ

ແຕ່ຍັງນ້ອຍ...ເຫມືອນກັບຕົ້ນໄມ້ນ້ອຍໆ ກໍ່ມີດອກອອກຜົນແລ້ວ.


3.   ຊົງຝັນວ່າ: ເຫັນຄວາຍແມ່ເຖົ້າ ພາກັນດື່ມນົມຂອງຝູງລູກໆທີ່ຫາກໍ່ເກີດໃຫມ່...ພະພຸດທະເຈົ້າ

ທຳນາຍວ່າ: ຕໍ່ໄປໃນອະນາຄົດຕະການ ການເຄົາລົບນົບນ້ອມຜູ້ໃຫຍ່ ເຊັ່ນ: ພໍ່ແມ່ ຄູບາອາຈານຈະ

ເສື່ອມຖອຍລົງ ຜູ້ເຖົ້າຜູ້ແກ່ຈະບໍ່ມີທີ່ເພິ່ງພາອາໄສ ຫາລ້ຽງຕົນເອງບໍ່ໄດ້ ກໍ່ຕ້ອງໄປງໍ້ ປະຈົບປະແຈງ

ລູກໆ ເຫມືອນດັ່ງແມ່ຄວາຍເຖົ້າ ທີ່ຕ້ອງກິນນົມລູກໆຂອງຕົນເອງ.

4.   ຊົງຝັນວ່າ: ຄົນບໍ່ໃຊ້ຄວາຍໃຫຍ່ ທີ່ສົມບູນແຂງແຮງທຽມແອກລາກກວຽນ ແຕ່ກັບໄປໃຊ້ຄວາຍ

ທີ່ຍັງອ່ອນໆ ທີ່ປາດສະຈາກກໍາລັງແຮງມາລາກ  ເມື່ອມັນລາກໄປບໍ່ໄດ້ມັນກໍ່ສະບັດແອກນັ້ນຖິ້ມ...

ພະພຸດທະເຈົ້າທຳນາຍວ່າ: ໃນອະນາຄົດຂ້າງຫນ້າເມື່ອຜູ້ມີອໍານາດບໍ່ຕັ້ງຢູ່ໃນທໍາ ແທນທີ່ຈະຍົກຍ້ອງ

ແລະມອບຫມາຍອໍານາດໃຫ້ແກ່ຜູ້ມີສະຕິປັນຍາຄວາມຮູ້ ແຕ່ກັບໄປມອບໃຫ້ກັບຄົນຫນຸ່ມໆທີ່ອ່ອນ

ປະສົບການ ດ້ອຍຄວາມຮູ້ ເຮັດໃຫ້ປະຕິບັດຫນ້າທີ່ບໍ່ໄດ້ດີ  ກິດຈະການຕ່າງໆ  ກໍ່ເຮັດບໍ່ສໍາເລັດກໍ່ໃຫ້

ເກີດຄວາມເສຍຫາຍຂຶ້ນມາ ເຫມືອນການໃຊ້ຄວາຍອ່ອນໆມາທຽມແອກລາກກວຽນ ກວຽນບໍ່ສາມາດ

ເຄື່ອນທີ່ໄປໄດ້ ສັນໃດ ກໍ່ ສັນນັ້ນ ບໍ່ຕ່າງກັນເລີຍ.

5.  ຊົງຝັນວ່າ: ເຫັນມ້າໂຕຫນຶ່ງມີປາກສອງຂ້າງ ແລະຝູງຊົນກໍ່ພາກັນເອົາຫຍ້າໄປປ້ອນທີ່ປາກທັງ

ສອງຂ້າງ ມ້າມັນກໍ່ກິນທັງສອງຂ້າງຢ່າງແຊບຊ້ອຍ...ພະພຸດທະເຈົ້າທຳນາຍວ່າ: ໃນອະນາຄົດເມື່ອ

ຜູ້ບໍລິຫານ ຫລືຜູ້ມີອໍານາດບໍ່ດຳລົງຕົນຢູ່ໃນສິນທໍາ ແຕ່ງຕັ້ງຄົນພານ  ຫລືຄົນບໍ່ດີໄວ້ໃນຕໍ່າແຫນ່ງ

ທີ່ມີຜົນຕໍ່ບຸກຄົນອື່ນ  ຄົນເຫລົ່ານັ້ນກໍ່ຈະບໍ່ນຶກເຖິງ ບາບ ບຸນ ຄຸນ ໂທດ ແຕ່ຈະຕັດສິນຄະດີຕ່າງໆ

ຕາມໃຈຊອບ ໂດຍເອົາສິນບົນຈາກທັງສອງຝ່າຍເປັນປະມານ ເຫມືອນກັບມ້າທີ່ກິນຫຍ້າທັງສອງ

ປາກ ສັນໃດ ກໍ່ສັນນັ້ນ ບໍ່ຕ່າງກັນເລີຍ.

6.  ຊົງຝັນວ່າ: ຝູງຊົນເອົາຖາດຄໍາລາຄາແພງ ໄປໃຫ້ຫມາຈິ້ງຈອກເຖົ້າໂຕຫນຶ່ງພ້ອມທັງເຊີນໃຫ້

ຫມາຈິ້ງຈອກເຖົ້າໂຕນັ້ນຍ່ຽວໃສຖາດຄໍານັ້ນ...ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປໃນພາຍພາກຫນ້າ

ຄົນມີຕະກຸນດີໆທັງຫລາຍຈະສິ້ນອໍານາດວາດສະຫນາ ຄົນຕະກຸນຕໍ່າ ຫລືຄົນພານ ຄົນບໍ່ດີຈະໄດ້

ເປັນໃຫຍ່ ແລະຄົນມີຕະກຸນທັງຫລາຍກໍ່ຈະຍົກເອົາລູກສາວໃຫ້ແກ່ຜູ້ໄຮ້ຕະກຸນດີໆ (ຄົນຊົ່ວ) ເຫລົ່ານັ້ນ

ເຫມືອນຝູງຊົນເອົາຖາດຄໍາໄປໃຫ້ຫມາຍ່ຽວໃສ່ ສັນໃດ ກໍ່ ສັນນັ້ນ.

7.  ຊົງຝັນວ່າ: ເຫັນຊາຍຄົນຫນຶ່ງກໍາລັງນັ່ງຝັ້ນເຊືອກຢູ່ ແລະຢ່ອນລົງໄປກ້ອງຕີນຂອງຕົວເອງ ມີຫມາ

ແມ່ຈິ້ງຈອກປ່ວຍໂຕຫນຶ່ງນອນຢູ່ກ້ອງຕັ່ງນັ່ງນັ້ນທີ່ຊາຍຄົນນັ້ນນັ່ງຢູ່ ແລ້ວມັນກໍ່ກັດກິນເຊືອກນັ້ນໂດຍ

ທີ່ຊາຍຄົນນັ້ນບໍ່ຮູ້ຕົວເລີຍ...ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດຂ້າງຫນ້າ ຜູ້ຍິງຈະເຫລາະແຫລະ

ໂລເລ ລຸ່ມຫລົງມົວເມົາໃນສຸລາຢາເມົາຕ່າງໆ ເອົາແຕ່ແຕ່ງໂຕທ່ຽວຫລີ້ນ ປະພຶດຕົວທຸສິນຕໍ່າຊ້າ ແລ້ວ

ກໍ່ຈະເອົາຊັບສົມບັດທີ່ຜົວຫາມາໄດ້ດ້ວຍຄວາມຍາກລຳບາກໄປໃຊ້ ຫລືເອົາໄປໃຫ້ຊາຍຊູ້ ເຫມືອນຫມາ

ແມ່ຈິ້ງຈອກປ່ວຍໂຊທີ່ຄອຍກັດກິນເຊືອກ ທີ່ຊາຍຄົນນັ້ນຝັ້ນຢູ່.

8.  ຊົງຝັນວ່າ: ມີອ່າງນໍ້າຫນ່ວຍຫນຶ່ງທີ່ເຕັມປ່ຽມຢູ່ວາງຢູ່ປະຕູວັງ ພ້ອມດ້ວຍອ່າງນໍ້າເປົ່າອີກຫລາຍໆ

ຫນ່ວຍ ແຕ່ຄົນກໍ່ຍັງໄປປຕັກນໍ້າໃສ່ອ່າງທີ່ເຕັມນັ້ນ ຈົນລົ້ນແລ້ວລົ້ນອີກ ໂດຍບໍ່ມີໃຜສົນໃຈທີ່ຈະຕັກໃສ່

ອ່າງນໍ້າທີ່ວ່າງເລີຍ...ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດຂ້າງຫນ້າ ເມື່ອສາສະຫນາເສື່ອມລົງ

ຄົນເປັນໃຫຍ່ ຫລືຜູ້ມີອຳນາດຈະບຽດບຽນ ຫລືເອົາປຽບຜູ້ນ້ອຍກ່ວາ ຄົນທີ່ລວຍຢູ່ແລ້ວ ກໍ່ຈະຍິ່ງລວຍໆ

ຂຶ້ນໄປ (ກົງກັບພາສິດລາວທີ່ວ່າ: ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ) ເພາະມີຄົນຈົນຫາລາຍໄດ້ໄປສົ່ງໃຫ້

ລວຍຍິ່ງໆຂຶ້ນໄປກ່ວາເກົ່າ  ດັ່ງຝູງຊົນທີ່ຕັກນໍ້າໄປໃສ່ອ່າງນໍ້າທີ່ເຕັມຢູ່ແລ້ວ ຈົນລົ້ນແລ້ວລົ້ນອີກ

ບາດໄຫນ້ອຍພັດບໍ່ມີໃຜສົນໃຈ.

9.  ຊົງຝັນວ່າ: ເຫັນຫນອງແຫ່ງຫນຶ່ງ ມີດອກບົວນາໆຊະນິດຂຶ້ນຢູ່ເຕັມ ແລະກໍ່ມີທ່າຂຶ້ນທ່າລົົງອ້ອມ

ຮອບຫນອງນັ້ນ ສັດຕ່າງໆກໍ່ພາກັນກິນດື່ມນໍ້າໃນຫນອງນັ້ນ ແຕ່ແທນທີ່ນໍ້າໃນບໍລິເວນທີ່ມີສັດຢຽບຢໍ່າ

ຈະຂຸ່ນ ແຕ່ກັບໃສສະອາດ ສ່ວນນໍ້າທີ່ຢູ່ບໍລິເວນເລິກກາງຫນອງ ບ່ອນທີ່ສັດບໍ່ໄປຢຽບຊໍ້າພັດຂຸ່ນ...

ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປເມື່ອຄົນມີອໍານາດບໍ່ຕັ້ງຢູ່ໃນສິນທຳ ຂາດຄວາມເມດຕາກະລຸນາ

ມີແຕ່ໃຊ້ອໍານາດລີດໄຖປະຊາຊົນ ຫລືກິນສິນບົນຊາວບ້ານຊາວເມືອງ ຊາວບ້ານຊາວເມືອງກໍ່ຈະພາກັນ

ຫນີໄປຢູ່ຕາມຊາຍແດນຕ່າງໆ ຫລືຍ້າຍໄປທີ່ອື່ນໆທີ່ສະດວກກ່ວາ ເຮັດໃຫ້ບ່ອນນັ້ນ ບ່ອນທີ່ຄົນພາກັນ

ຍ້າຍໄປຢູ່  ມີຄວາມຫມັ້ນຄົງ ເປັນປຶກແຜ່ນຂຶ້ນມາ ເຫມືອນນໍ້າໃນອ້ອມໆແຄມຫນອງທີ່ໃສສະອາດ

ສ່ວນເມືອງໃຫຍ່ພັດວ່າງເປົ່າ ເຫມືອນກາງຫນອງນ້ຳທີ່ຂຸ່ນ.

10.  ຊົງຝັນວ່າ: ເຫັນເຂົ້າທີ່ຄົນຫຸງໃນໄຫດຽວກັນສຸກບໍ່ເທົ່າກັນ ໂດຍແບ່ງອອກເປັນສາມສ່ວນຄື: ເຂົ້າ

ແສະ ເຂົ້າບໍ່ສຸກ ແລະເຂົ້າທີ່ສຸກດີ...ພະພຸດທະເຈົ້າທໍານາຍວ່າ: ຊົງທໍານາຍວ່າໃນອະນາຄົດຂ້າງຫນ້າ

ເມື່ອຄົນທັງຫລາຍບໍ່ຕັ້ງຢູ່ໃນສິນທໍາກັນຫລາຍຂຶ້ນ ກໍ່ຈະເຮັດໃຫ້ຝົນຟ້າຕົກບໍ່ຖືກຕ້ອງຕາມລະດູການ

ຫລືຕົກບໍ່ທົ່ວເຖິງ ເຮັດໃຫ້ການເພາະປູກບາງແຫ່ງໄດ້ຜົນ ບາງແຫ່ງກໍ່ບໍ່ໄດ້ຜົນ ເຫມືອນກັບເຂົ້າທີ່ສຸກ

ແດ່ ບໍ່ສຸກແດ່ ແລະແສະແດ່.

11.  ຊົງຝັນວ່າ: ຄົນເອົາແກ່ນໄມ້ຈັນ (ໄມ້ທີ່ມີຄ່າຊະນິດຫນຶ່ງ) ໄປແລກປ່ຽນກັບປຽງເນົ່າ (ມີສາມຄວາມ

ຫມາຍຄື: ນົມສົ້ມປະສົມກັບນໍ້າແລ້ວຈືນໃຫ້ນໍ້າມັນອອກ, ນໍ້າມັນຈາກໄຂຂໍ້ງົວ, ແລະເຖົາວັນປຽງ=ໄມ້

ຊະນິດຫນຶ່ງ) ແຕ່ໃນທີ່ນີ້ຫນ້າຈະຫມາຍເຖິງເຖົາວັນປຽງ=ໄມ້ຊະນິດຫນຶ່ງ ທຽບກັບແກ່ນຈັນທີ່ເປັນໄມ້

ເຫມືອນກັນຫລາຍກ່ວາ ສອງຄວາມຫມາຍທໍາອິດ...ພະພຸດທະເຈົ້າທໍານາຍວ່າ: ໃນອະນາຄົດຂ້າງຫນ້າ

ພະພິກຂຸອະລັດຊີ (ພະນອກຮີດນອກຮອຍ) ຈະເຫັນແກ່ໄດ້ຫລາຍ ແທນທີ່ຈະນໍາເອົາທໍາມະອັນເປັນ

ຄໍາສັ່ງສອນຂອງພະພຸດທະເຈົ້າໄປສັ່ງສອນໃຫ້ຄົນຫລຸດພົ້ນຈາກທຸກ ແລະຄວາມໂລບຕ່າງໆ ແຕ່ກັບ

ເອົາໄປໃຊ້ເປັນເຄື່ອງມືເພື່ອຊອກຫາກິນ ຫາປັດໄຈບໍລິຈາກເຂົ້າຕົວເອງ ເຫມືອນເອົາແກ່ນຈັນ  

(ທໍາມະຄໍາສອນທີ່ດີແລະສູງສົ່ງ) ໄປແລກເອົາເຖົາວັນເນົ່າ (ລາບຍົດຕ່າງໆທີ່ໄດ້ມາແລ້ວບໍ່ຈິລັງຢັ່ງຢືນ

ແລະທີ່ສໍາຄັນບໍ່ເຮັດໃຫ້ພົ້ນທຸກໄດ້).

12. ຊົງຝັນວ່າ: ບັ້ງນ້ຳເຕົ້າແຫ້ງ (ຫມາກນໍ້າເຕົ້າແຫ້ງທີ່ເອົາມາໃສ່ນໍ້າ) ຈົມນໍ້າໄດ...ພະພຸດທະເຈົ້າທໍາ

ນາຍວ່າ: ໃນອະນາຄົດຄໍາເວົ້າຂອງຄົນທີ່ບໍ່ສົມຄວນໄດ້ຮັບຄວາມເຊື່ອຖື ແຕ່ກັບຈະໄດ້ຮັບຄວາມເຊື່ອຖື

ໂດຍປຽງທຽບຄໍາເວົ້າຂອງຄົນທີ່ບໍ່ຫນ້າເຊື່ອຖືວ່າ: ມີນໍ້າຫນັກເບົາເຫມືອນກັບບັ້ງນໍ້າເຕົ້າ ເຊິ່ງປົກກະຕິ

ຈະຟູນໍ້າ (ບໍ່ສາມາດຈົມນໍ້າໄດ້) ແຕ່ເມື່ອຄົນເຊື່ອຄໍາເວົ້າເຫລົ່ານັ້ນວ່າມີນໍ້າຫນັກຫລືຫນັກແຫນ້ນ ຈຶ່ງປຽບ

ຄໍາເວົ້າເຫລົ່ານັ້ນວ່າມີນໍ້າຫນັກ ເຫມືອນກັບນໍ້າເຕົ້າທີ່ຈົມນໍ້າໄດ້.

13. ຊົງຝັນວ່າ: ສີລາກ້ອນໃຫຍ່ (ຫີນ)ທີ່ມີຂະຫນາດເທົ່າເຮືອນລອຍນໍ້າໄດ້ເຫມືອນເຮືອ...ພະພຸດທະ

ເຈົ້າທໍານາຍວ່າ: ຖ້ອຍຄໍາຂອງຄົນທີ່ສົມຄວນໄດ້ຮັບຄວາມເຊື່ອຖື ເຊິ່ງຫນັກແຫນ້ນມີນໍ້າຫນັກປຽບດັ່ງ

ຫີນກ້ອນໃຫຍ່ ກັບບໍ່ໄດ້ຮັບຄວາມເຊື່ອຖື ຫລືກາຍເປັນຖ້ອຍຄໍາທີ່ບໍ່ມີນໍ້າຫນັກໄປ ເຫມືອນເຮືອທີ່ລອຍ

ນໍ້າໄດ້ (ຂໍ້ນີ້ກົງກັນຂ້າມກັບຂໍ້ທີ່ສິບສອງ) ຄື: ຄົນຫັນໄປເຊື່ອຄໍາເວົ້າຂອງຄົນທີ່ບໍ່ຫນ້າເຊື່ອຖື ເຫມືອນສິ່ງ

ທີ່ຄວນລວຍນໍ້າແຕ່ກັບຈົມນໍ້າໄປເສີຍເລີຍສ່ວນສິ່ງທີ່ຄວນຈົມກໍ່ພັດກັບລວຍນໍ້າໄດ້...ແປກຫນໍໂລກ

ໃນອະນາຄົດຂ້າງຫນ້າ...ກໍ່ຄືປັດຈຸບັນນີ້ແຫລະ...ມັນກໍາລັງເປັນໄປແລ້ວທຸກໆວັນ.

14. ຊົງຝັນວ່າ: ເຫັນຝູງຂຽດຕົວນ້ອຍໆ ແລ່ນໄລ່ງູເຫົ່າຕົວໃຫຍ່ໆແລະກໍ່ກັດກິນຫນັງງູເຫົ່າຂາດເຫມືອນ

ກັບກັດກ້ານບົວ...ພະພຸດທະເຈົ້າທໍານາຍວ່າ: ເມື່ອມະນຸດປ່ອຍຕົວປ່ອຍໃຈໄປຕາມກິເລດຕັນຫາ ສາມີ

ຈະຕົກຢູ່ໃຕ້ອໍານາດຂອງເມຍນ້ອຍ (ເດັກ) ແລະຈະຖືກດຸດ່າວ່າກ່າວ ເຫມືອນກັບຄົນຮັບໃຊ້ ເຫມືອນກັບ

ຂຽດຕົວນ້ອຍໆແຕ່ກັບສາມາດກິນງູເຫົ່າຕົວໃຫຍ່ໆໄດ້ ສັນໃດ ກໍ່ ສັນນັ້ນ.

15. ຊົງຝັນວ່າ: ເຫັນຝູງພະຍາຫົງທອງທີ່ມີຂົນເປັນສີທອງຖືກແວດລ້ອມດ້ວຍກາ...ພະພຸດທະເຈົ້າ

ທໍານາຍວ່າ: ໃນອະນາຄົດຜູ້ມີຕະກຸນຈະຕ້ອງໄປທ່ຽວປະຈົບ ແລະສະວາມິພັກ (ຍອມຈຳນົນຕໍ່) ຕໍ່ຜູ້ບໍ່ມີ

ຕະກຸນ ເຫມືອນຫົງທອງທີ່ຖືກແວດລ້ອມດ້ວຍກາ.

16.  ຊົງຝັນວ່າ: ເຫັນຝູງແກະພາກັນໄລ່ຝູງເສືອ ແລ້ວກໍ່ກັດກິນ ເຮັດໃຫ້ເສືອຊະນິດອື່ນໆສະດຸ້ງກວາ

ຈົນຕ້ອງແອບຫນີໄປລີ້ໃຫ້ປອດໄພຈາກຝູງແກະ...ພະພຸດທະເຈົ້າທໍານາຍວ່າ: ຕໍ່ໄປໃນພາຍພາກຫນ້າ

ຄົນຊົ່ວຫລືຄົນບໍ່ດີຈະມີອໍານາດວາດສະຫນາສູງສົ່ງ ແລະຈະໃຊ້ອໍານາດນັ້ນເປັນທໍາ ເຮັດໃຫ້ຄົນດີໆ

ຖືກທໍາຮ້າຍ ຫລືບໍ່ໄດ້ຮັບຄວາມເປັນທໍາ ຕ້ອງພາກັນຫລົບຫລີກຫນີ ຊ່ອນຕົວຈາກໄພຮ້າຍຕ່າງໆ

ເຫລົ່ານັ້ນ ເຫມືອນຝູງເສືອທີ່ຕ້ອງຊ່ວນຕົວຈາກຝູງແກະ ສັນໃດ ກໍ່ ສັນນັ້ນ......ຈົບ......

          ..........ບົດວິເຄາະ...ວິເຄາະເບິ່ງເອງເດີວ່າປັດຈຸບັນນີ້ຖືກຕ້ອງບໍ?............

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເສັ້ນທາງຊີວິດ

ຊີວິດຄົນເຮົາ
ຄືກັບເສັ້ນທາງທີ່ເລາະລຽບໄປຕາມຮ່ອມພູ
ບາງຄັ້ງສູງຊັນຫນ້າໃຈຫາຍ
ບາງຄັ້ງງົດງາມຫນ້າປະທັບໃຈ
ບໍ່ມີໃຜອາດຈະຄາດຄະເນໄດ້ວ່າ
ທາງຂ້າງຫນ້າຈະເປັນແນວໃດ

ສິ່ງທີ່ບໍ່ຂາດຝັນອາດຈະເກີດຂຶ້ນໄດ້ທຸກເວລາ
ຫິມະອາດຈະໂປຍລົງມາ
ຟ້າຝົນອາດຈະກະຫນໍ່າ
ແລະແສງແດດອາດຈະເຜົາຜານ

ດ້ວຍວ່າຊີວິດນີ້ສັ້ນ
ຮັກກັນໄວ້ນັ້ນລະດີກ່ວາ
ທໍາຄວາມດີໄວ້ນັ້ນບໍ່ມີວັນເສັຽຫາຍ
ເພາະເຖິງເວລາທີ່ເຮົາຈະພາກຈາກກັນ
ໃນຊ່ວງນຶ່ງຂອງຄວາມຄິດ
ໃນວູບນຶ່ງຂອງຄວາມຊົງຈໍາ
ຈະໄດ້ລະນຶກວ່າ


ຊີວິດເຮົານີ້ໄດ້ມອບໃຫ້ແລ້ວ
ເພື່ອສິ່ງທີ່ດີງາມ
ເພື່ອຄົນທີ່ເຮົາຮັກ
ແລະເພື່ອຄົນທີ່ຮັກເຮົາ

ຂໍ້ມູນຈາກ:

*****ລາວເກົ່າ*****www.panya.1colony.com

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຮ້ອນທີ່ສຸດ .... ຄື ....ຮ້ອນໃຈ . ຫນາວທີ່ສຸດ .... ຄື ... ຫນາວໃຈ

ອຸ່ນທີ່ສຸດ ... ຄື ... ອຸ່ນໃຈ . ເຢັນທີ່ສຸດ ... ຄື ... ເຢັນໃຈ

ຫນັກທີ່ສຸດ ... ຄື ... ຫນັກໃຈ . ເບົາທີ່ສຸດ .... ຄື ... ເບົາໃຈ

ແຂງທີ່ສຸດ ... ຄື ... ແຂງໃຈ . ອ່ອນທີ່ສຸດ ... ຄື ... ອ່ອນໃຈ

ເຈັບທີ່ສຸດ ... ຄື ... ເຈັບໃຈ . ສະບາຍທີ່ສຸດ ... ຄື ... ສະບາຍໃຈ

ດີທີ່ສຸດ ... ຄື ... ດີໃຈ . ເສຍທີ່ສຸດ ... ຄື ...​ ເສຍໃຈ

.....................................

..............................................................

............................................................................................

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ລູກກະຕັນຍູ ... ຢາກຢູ່ໃກ້ໆ ຫ່ວງໃຍພໍ່ ແລະ ແມ່

ວັນທີ 20 ເມສາ 2011 - ເວລາ 15:46:08 ວຽນທຽນໃຫມ່

ປີ​ໃໝ່ ! ໄດ້​ໂນ້ມ​ນ້າວ​ຈູງ​ໃຈ​ເອົາ​ຝູງ​ຊົນ​ຈໍານວນ​ຫຼາຍ ໃຫ້​ມາ​ເຕົ້າ­ໂຮມ​ກັນ ສະ­ນັ້ນ ບາງ​ຄອບ­ຄົວ​ກໍ​ໄດ້​ຖື​ເອົາ​ໂອ­ກາດ​ປີ​ໃໝ່ ເປັນ​ມື້​ຂຶ້ນ​ເຮືອນ​ໃໝ່ ... ຊີ­ວິດ​ທີ່​ອີ່ມ​ໜໍາ​ສໍາ­ລານ ໄດ້​ເຮັດ​ໃຫ້​ຄົນ​ໃນ​ນະ­ຄອນ­ຫຼວງ ມີ​ຄວາມ​ຜາ​ສຸກ ຍິ້ມ​ຫົວ ແລະ ມ່ວນ­ຊື່ນ ແຕ່​ຄວາມ​ຜູກ​ພັນ​ກະ­ຕັນ­ຍູ​ຂອງ​ຄົນ​ພາຍ​ໃນ​ຄອບ­ຄົວ​ຂອງ​ລູກໆ ທີ່​ມີ​ຕໍ່​ພໍ່​ແມ່ ກໍ​ຍັງ​ຫວານ​ຊື່ນ ຄຽງ​ຄູ່​ກັບ​ບຸນ­ປີ­ໃໝ່​ລາວ ປະ­ເພ­ນີ​ປີ​ໃໝ່​ອັນ​ດີ­ງາມ ໄດ້​ຜ່ານ​ກາຍ­ໄປ​ອີກ​ໜຶ່ງ​ລະ­ດູ​ການ ແຕ່​ຮູບ​ພາບ​ແຫ່ງ​ຄວາມ​ຊົງ​ຈໍາ​ທີ່​ແສນ​ປະ​ທັບ​ໃຈ ຍັງ​ຖືກ​ເກັບ​ຮັກ­ສາ​ໄວ້​ໃນ​ຄອບ­ຄົວ ແລະ ຫົວ­ໃຈ​ຂອງ​ຄົນ​ທີ່​ມີ​ຄວາມ​ກະ­ຕັນ­ຍູ ແລະ ລູກໆ​ທີ່​ຮັກ​ພໍ່​ກັບ​ແມ່​ຢ່າງ​ສຸດ​ຫົວ­ໃຈ.

ປີ​ໃໝ່​ປີ​ນີ້ ! ເຮືອນ​ທຸກ​ຫຼັງ ຖະ­ໜົນ​ທຸກ​ສາຍ ຈະ​ກາຍ­ເປັນ​ປາງ​ບຸນ​ນ້ອຍ ທີ່​ສະ­ໜຸກ​ສະ​ໜານ ມີ​ການ​ຈັດ​ງານ ມິ​ນິ​ຄອນ­ເສີດ​ຂອງ​ຄອບ­ຄົວ ແບບ​ບໍ່​ຕ້ອງ​ແຈ້ງ​ລ່ວງ​ໜ້າ ບາງ​ເຮືອນ​ມີ​ຕູ້​ລໍາ​ໂພງ​ນ້ອຍ​ໜ້ວຍ​ດຽວ ແຕ່​ເປີດ​ເພງ​ເຕັ້ນ​ຍ່ອງ​ກັນ​ໄດ້​ໝົດ​ມື້​ໝົດ​ຄືນ ກໍ​ຍັງ​ມ່ວນ­ຊື່ນ​ລື້ນ​ເລີງ ທ່າມ­ກາງ​ສາຍ​ນໍ້າ​ໄຫຼ​ທີ່​ໃສ​ເຢັນ ໂດຍ​ບໍ່​ໄດ້​ນັດ​ໝາຍ ສຽງ​ເພງ​ທີ່​ຄຶກ­ຄື້ນ ອອນ­ຊອນ ຢາດ​ນໍ້າ​ໃສ​ເຢັນ ຍິງ​ຊາຍ ບ່າວ​ສາວ ເຖົ້າ ແລະ ແກ່ ແມ່ ແລະ ລູກ ຍັງ​ຄົງ​ເປັນ​ສະ­ເໜ​ຂອງ​ບຸນ­ປີ­ໃໝ່​ລາວ ທຸກ​ຄົນ​ຕ່າງ​ກໍ​ມ່ວນ­ຊື່ນ​ເບີກ­ບານ​ຕາມ​ໄວ ອາ­ຍຸ​ທີ່​ເອື້ອ​ອໍານວຍ​ໃຫ້​ຢູ່​ຫຼາຍ​ບ້ານ ເຊັ່ນ: ໂນນ​ຫວາຍ ສີ​ໄຄ ສີ​ສະ­ຫວາດ ວັດ​ນາກ ພູ​ຄໍາ ດົງ​ໂດກ ໜອງ​ບອນ ແລະ ທາດ­ຫຼວງ ... ສຽງ​ອວຍ​ໄຊ​ໃຫ້​ພອນ​ຜູກ​ແຂນ ສົງ​ນໍ້າຕໍາຈອກ ຍັງ​ຄົງ​ສ້າງ​ຄວາມ​ພໍ​ອົກ​ພໍ­ໃຈ​ໃຫ້​ແກ່​ຊຸມ​ຜູ້​ເຖົ້າ ສອງ​ເຖົ້າ​ຜົວ​ເມຍ ຍົກ​ແຂນ​ສອງ​ເບື້ອງ ທີ່​ມີ​ຝ້າຍ­ຜູກ­ແຂນ ມັດ​ດ້ວຍ​ໃບ​ເງິນ​ຫຼາຍ​ຊະ­ນິດ ເຕັ້ນ​ດີດ​ເດາະ​ດ່ອງ ຈົນ​ລືມ​ຄວາມ​ຊະ­ລາ ອາ­ຍຸ​ສັງ­ຂານ ເພື່ອ​ໃຫ້​ໝູ່­ຄູ່​ທີ່​ນັ່ງ​ຢູ່​ທາງ​ຂ້າງ ໄດ້​ແນມ​ເຫັນ​ເຖິງ​ຄວາມ​ກະ­ຕັນ­ຍູ ອຸ­ດົມ­ສົມ­ບູນ​ພູນ​ສຸກ​ຂອງ​ລູກ­ເຕົ້າ ຮອຍ​ຍິ້ມ​ທີ່​ອີ່ມ​ເອີບ​ຢູ່​ເທິງ​ໃບ​ໜ້າ ແລະ ສອງ​ພວງ​ແກ້ມ​ຂອງ​ຄົນ​ເຖົ້າ ມັນ​ມີ​ຄວາມ​ໝາຍ​ສູງ​ຄ່າ ໝູ່​ຄົນ​ໜຶ່ງ​ຢູ່​ບ້ານ​ໂນນ​ຫວາຍ ເວົ້າ​ສູ່​ຟັງ​ວ່າ: ມີ​ຄົນ​ຖາມ​ວ່າ ລະ­ຫວ່າງ​ເປົ້າ​ໝາຍ​ກັບ​ຄວາມ​ຝັນ ຈະ​ເລືອກ​ສິ່ງ​ໃດ ? ສໍາ­ລັບ​ເຮົາ​ແລ້ວ ຂໍ​ເລືອກ​ເອົາ​ຄວາມ​ກະ­ຕັນ­ຍູ​ຕໍ່​ພໍ່ ແລະ ແມ່​ສາ­ກ່ອນ ເພາະ​ຍາມ​ທີ່​ພໍ່​ແມ່​ຍັງ​ຢູ່​ກັບ​ເຮົາ ເຮົາ​ກໍ​ຢາກ​ເຫັນ​ເພິ່ນ​ມີ​ຄວາມ­ສຸກ ແລະ ມີ​ຮອຍ​ຍິ້ມ ... ປີ​ໃໝ່​ປີ​ນີ້ ເຮົາ​ຈຶ່ງ​ຕັ້ງ­ໃຈ​ຢາກ​ຢູ່​ໃກ້ໆ​ພໍ່​ກັບ​ແມ່ ເຮັດ​ໃຫ້​ພໍ່​ກັບ​ແມ່​ເພິ່ນ​ມີ​ຄວາມ­ສຸກ ຮອຍ​ຍິ້ມ ສຽງ​ຫົວ​ຂອງ​ຜູ້​ຄົນ ນ້ອຍ​ໜຸ່ມ​ຍິງ​ສາວ ທີ່​ມາ​ອວຍ­ພອນ​ມີ​ມາກ​ໜ້າ​ຫຼາຍ​ຕາ ຈົນ​ໄດ້​ຕໍ່​ແຖວ ຄົນ​ລາວ​ເປັນ​ຄົນ​ມີ​ນໍາ­ໃຈ ຄົນ​ລາວ​ມີ​ຄວາມ​ຈິງ​ໃຈ ຮັກ­ແພງ​ແບ່ງ­ປັນ​ຜູກ​ພັນ​ບໍ່​ຫ່າງ​ເຫີນ ສຽງ​ເພງ ສຸກ​ສັນ​ໃນ​ວັນ​ປີ​ໃໝ່ ຍັງ​ແມ່ນ​ສ່ວນ​ສໍາ­ຄັນ​ໃນ​ການ​ບອກ​ຜ່ານ​ຄວາມ​ຮັກ.

ຄວາມ​ຮັກ ຄວາມ​ກະ­ຕັນ­ຍູ ແມ່ນ​ວັດ­ທະ­ນະ­ທໍາອັນ​ດີ­ງາມ ທີ່­ຢູ່​ຄຽງ​ຄູ່​ກັບ​ວິ​ຖິ​ຊີ​ວິດ​ຂອ​ຄົນ​ລາວ ແລະ ບຸນ­ປີ­ໃໝ່​ລາວ​ຕະ­ຫຼອດ​ມາ ເຮັດ​ຫຍັງ​ກໍ​ດີ ຖ້າ​ເຮັດ​ແລ້ວ​ມີ​ຄວາມ­ສຸກ ກໍ​ຖື​ວ່າ​ໄດ້​ບຸນ ເພື່ອ​ພໍ່​ກັບ​ແມ່​ທີ່​ໃຫ້​ກໍາເນີດ ແລະ ລ້ຽງ​ດູ​ພວກ​ເຮົາ ປີ​ໃໝ່​ປີ​ນີ້ ຂໍ​ໃຫ້​ຄົນ​ທີ່​ມີ​ຄວາມ​ກະ­ຕັນ­ຍູ ຈົ່ງ​ມີ​ອາ­ຍຸ​ວັນ­ນະ ສຸ​ຂະ​ພາ­ລະ ມີ​ໂຊກ​ໄຊ ມີ​ເງິນ​ມີ​ຄໍາ ມີ​ຄວາມ­ສຸກ​ຄວາມ​ຈະ­ເລີນ ແລະ ສົມ​ຫວັງ ເໝືອນ​ດັ່ງ​ກະ­ຕ່າຍ​ຜູ້​ໃຈ­ດີ ມີ​ເມດ​ຕາ ແລະ ກະ­ຕັນ­ຍູ.

...........................................................

.............................................................................

..................................................................................................www.vientianemai.net

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

...ນົກບໍ່ມີຂົນຄົນບໍ່ມີຄວາມຮູ້ຍ່ອມຂຶ້ນສູ້ທີ່ສູງບໍ່ໄດ້ ສະນັ້ນຈົ່ງໃສ່ໃຈໃຫ້ຫລາຍໆ

 ໃນການສຶກສາຮໍ່າຮຽນ...

ການສຶກສາຮໍ່າຮຽນນັ້ນເປັນສິ່ງຈໍາເປັນທີ່ສຸດໃນຊີວິດ

 

...ແຕ່ຄວາມສໍາເລັດຂອງການສຶກສາຮໍ່າຮຽນນັ້ນວັດກັນທີ່ການສ້າງສັນສິ່ງດີໆເພື່ອສັງຄົມ

ສາມາດເຮັດໃຫ້ຄົນໃນສັງຄົມເປັນຄົນດີ ມີຄວາມສຸກ ມີຈິດໃຈເອື້ອອາລີຕໍ່ກັນ

ທຸກຄົນມີຄວາມສາມັກຄີຮັກແພງກັນ ຊ່ວຍເຫລືອກັນ

ແລະກ້າວໄປດ້ວຍກັນພ້ອມຮອຍຍິ້ມທີ່ສົດໃສ...ແຕ່ບໍ່ໄດ້ວັດກັນທີ່ເມື່ອຈົບມາແລ້ວວ່າ:

ໃຜຈະໂກງ...ໃຜຈະເຫັນແກ່ຕົວໄດ້ຫລາຍກ່ວາກັນ

ຖ້າວັດກັນທີ່ນີ້ຂ້າພະເຈົ້າຄິດວ່າການສຶກສາຂອງຄົນເຮົານັ້ນ

ຄົງຈະບໍ່ມີຄວາມຫມາຍຫຍັງຂຶ້ນມາເລີຍ!!!

.......................................................................................

..........................................

..........................

ອັນນີ້ຄືຄວາມຄິດເຫັນສ່ວນຕົວ

ເຈົ້າຄິດວ່າແນວໃດ??

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການເວລາຍ່ອມກືນກິນທຸກສິ່ງແມ່ນແຕ່ຕົວມັນເອງ ພວກເຮົາກໍ່ຖືກການເວລາຕາມລ່າທຸກວັນ

ບໍ່ຮູ້ວ່າມັນຈະທັນຍາມໃດ (ຫມາຍເຖິງຫມົດລົມຫາຍໃຈ) ສະນັ້ນເຮົາຈຶ່ງຄວນໃສ່ໃຈຄົນຮອບຂ້າງ

ໃຫ້ຫລາຍໆໂດຍສະເພາະອີ່ພໍ່ອີ່ແມ່ ສ່ວນການຢູ່ໃນສັງຄົມນັ້ນກໍ່ແມ່ນຫມູ່ເພື່ອນເຮົາ ເຮົາຄວນເຮັດດີ

ຕໍ່ກັນແລະກັນ ແບບວ່າຢູ່ໃຫ້ເຂົາວ່າດີ ຫນີໃຫ້ເຂົາຄິດຮອດ ມີແຕ່ຄວາມດີເທົ່ານັ້ນທີ່ຄົນອື່ນຈະນຶກເຖິງເຮົາ

ແລະເຮັດໃຫ້ເຂົາມີຄວາມສຸກໄດ້ໃນຍາມທີ່ຫ່າງໄກກັນ ຄົນເຮົາຈະເກີດກໍ່ມາຄົນດຽວ ຈະຕາຍກໍ່ໄປຄົນດຽວ

ດັ່ງນັ້ນຄວາມສຳພັນຂອງຄົນເຮົາກໍ່ພຽງແຕ່ຢູ່ທີ່ການມາພົບປະກັນເທົ່ານັ້ນ ແລະສ້າງສັນຄວາມດີໃຫ້ແກ່ກັນ

ທຳຄວາມລຶ້ງເຄີຍກັນແລະຢູ່ນຳກັນຢ່າງມີຄວາມສຸກໃນຊາດນີ້ ເຮົາຈະໂລບໄປເຮັດຫຍັງໃນເມື່ອເຮົາບໍ່ໄດ້ຢູ່ໃນ

ໂລກນີ້ພຽງລຳພັງ ເຮົາຈະອິດສາຄົນອື່ນໄປເຮັດຫຍັງ ໃນເມື່ອໃຈເຮົາຈະເສົ້າຫມອງ ເຮົາຈະແຕກແຍກກັນໄປເຮັດ

ຫຍັງ ໃນເມື່ອຄວາມສາມັກຄີກຳລັງຮຽກຮ້ອງຫາເຮົາຢູ່ ເຮົາຈະມົວຫລີ້ນມົວກິນໄປຮອດໃສ ໃນເມື່ອໂລກນີ້ຍັງມີ

ສິ່ງຕ່າງໆທີ່ງົດງາມໃຫ້ເຮົາຄົ້ນຫາ ການເວລາບໍ່ໄດ້ເຫັນໃຈແລະລໍຖ້າເຮົາຈົ່ງຮີບເຮັດເຖີດ...ຄວາມດີໄດ໋!!

ບໍ່ແມ່ນຄວາມຊົ່ວ...ຄົນເຮົາເຮັດແນວໃດໄດ້ແນວນັ້ນ ປູກກ້ວຍໄດ້ກິນກ້ວຍ

ປູກເຂົ້າໄດ້ກິນເຂົ້າ ປູກອ້ອຍໄດ້ກິນອ້ອຍ ປູກຜັກໄດ້ກິນຜັກ ປູກການຮຽນກໍ່ໄດ້ຄວາມຮູ້

ເຮັດດີກໍ່ໄດ້ດີ ເຮັດຊົ່ວກໍ່ໄດ້ຊົ່ວ...ຮີບເຮັດເຖີດການເວລາບໍ່ລໍຖ້າ!!!

ຈະເອ໋!!!