ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເຫລ໋າຈື້ ສອນວ່າ ::: ສິ່ງສາມສິ່ງທີ່ທຸກຄົນຄວນຍົກຍ້ອງ ແລະຍອມຮັບວ່າ

ປະເສີດ ຊຶ່ງຄວນແກ່ການຮັກສາໄວ້ຕະຫລອດການກໍຄື​ :::

ຫນຶ່ງ::: ຄວາມເມດຕາກະລຸນາ

ສອງ ::: ຄວາມປະຫຍັດ

ສາມ ::: ຄວາມອ່ອນນ້ອມຖ່ອມຕົນ

ເຕ໋າວ່າ​:::ຜູ້ຮູ້ຈັກສາມສິ່ງນີ້ຄືຜູ້ຈະເລີນ ...

ຫມາຍເຫດ::: (ເຫລ໋າຈື້ ເປັນສາດສະດາຂອງລັດທິເຕ໋າ)

...............................

ຄວາມບໍ່ຫນັກແຫນ້ນ ເຮັດໃຫ້ຮາກຖານບໍ່ຫມັ້ນຄົງ

ຄວາມຮີບຮ້ອນຟ້າວຟັ່ງ ຍ່ອມກໍ່ຄວາມຜິດພາດ ແລະບໍ່ສະຫງົບ

ປາດເປັນບຸກຄົນທີ່ຫນັກແຫນ້ນ ດັ່ງນັ້ນ ປາດຈຶ່ງບໍ່ຫວັ່ນໄຫວ

ສາມາດເດີນທາງໄດ້ທັ້ງວັນ ເພາະປາດມີຄວາມສະຫງົບ ແລະຫນັກແຫນ້ນ

ແມ່ນວ່າ ເຈົ້າຈະມີຊື່ສຽງກຽດຕິຍົດລົ້ນຟ້າ ກໍຫາຄວາມສະຫງົບບໍ່ໄດ້ ຖ້າໃຈບໍ່ຮູ້ຈັກພໍ

ແລະຊື່ນຊົມກັບສິ່ງທີ່ມີຢູ່...

........................................

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ເຕ໋າຄືຫຍັງຂ້ອຍບໍ່ຮູ້ ::: ແຕ່ຄຳສອນເຂົາຫນ້າສົນໃຈ

ເຕ໋າຄື​::: ທຳຈິດໃຈໃຫ້ພົ້ນຈາກຄວາມມົວຫມອງ

ຊຳລະລ້າງຍານທັດສະນະ (ຄວາມຄິດ) ໃຫ້ຫາຍມືດມົວ

ທຳໃຈຕົນເອງໃຫ້ເປັນກາງ ບໍ່ທຸກຮ້ອນ

ສະແຫວງຫາຄວາມຮູ້ແຈ້ງ

ເພື່ອລະອະວິດຊາ (ຄວາມໂງ່)

ບໍ່ຖືສິດ ໃນຄວາມເປັນເຈົ້າຂອງ

ເພາະສິ່ງຕ່າງ ໆ ເຫລົ່ານັ້ນບໍ່ແມ່ນຂອງເຮົາ (ຕະຫລອດໄປ)

ກະທຳສິ່ງໃດ ບໍ່ແມ່ນເພື່ອຕົວເອງ (ແຕ່ຝ່າຍດຽວ)

ແຕ່ເພື່ອປະໂຫຍດສຸກຂອງຜູ້ອອື່ນນຳ...

..............................................

ນັກປາດ (ບໍ່ແມ່ນປາດຊີ້ນ) ຈະເລືອກສະຖານທີ່ອັນຄວນເປັນທີ່ພັກ

ໃຈປາດ  ຖືຄວາມສະຫງົບເປັນທີ່ຕັ້ງ

ຄົບມິດ ຜູກມິດ ດ້ວຍຄວາມດີ

ຄຳເວົ້າທ່ານ ຖືຄວາມຈິງໃຈ

ການປົກຄອງ  ໃຊ້ຄວາມຍຸດຕິທຳ

ວຽກງານ   ໃຊ້ຄວາມສາມາດ (ບໍ່ແມ່ນເສັ້ນສາຍ)

ການກະທຳ ທ່ານເລືອກກາລະເທສະ

ຄຳຕິຕຽນກ່າວຮ້າຍ  ບໍ່ມີໃນປາດ

ປາດຈຶ່ງມີລັກສະນະເຫມືອນນ້ຳ (ເຂົ້າກັບທຸກສິ່ງໄດ້ດີ)

...................................

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
  • ທຳການສ້າງອັນໃດ ໃຫ້ຮີ່ນຕອງແດ່ຖ້ອນ ຢ່າໄດ້ເຫັນແກ່ໃກ້ ກິນກ້ວຍໂມ່ມເລີຍ
  •  
  • ອັນວ່າ...ໂທໂສໂມໂຫນີ້ ສິພາໂຕຕົກຕ່ຳ ໃຫ້ຄ່ອຍຄິດຄ່ອຍເວົ້າ ຈາຕ້ານໃຫ້ມ່ວນຫູ
  •  
  • ຄຳປາກພໍ່ແມ່ນີ້ ຫນັັກເກິ່ງທໍລະນີ ໃຜຜູ້ຢຳແຢງນົບ ຫາກສິເຮືອງເມືອຫນ້າ
  •  
  • ຂໍໃຫ້ເຈົ້າອົດສາສູ້ ພຽນໄປໃຫ້ຖືກປ່ອງ ຄຸນພໍ່ແມ່ ຄູບາ ອາຈານ ໃຫ້ຍົກໃສ່ເກົ້າຄະນິງໄວ້ຢ່າຊູລືມ
  •  
  • ຄວາມຄິດໃຫ້ຖ່ອງເຖິງພື້ນ ສະເຫມີບົວຮາກຢັ່ງ ໃຈໃຫ້ອ່ອນດັ່ງຝ້າຍ ຫລາຍລໍ້ຍືດຍາວ
  •  
  • ຢ່າໄດ້ທຳໃຈພ້ຽນ ເຂົາຮໍຂົມຂື່ນ ຄວາມຄິດຢ່າໄດ້ຕື້ນ ສະເຫມີຫມໍ້ປາກບານ
  •  
  • ຮັກກັນໄວ້ ດີກ່ວາຊັງກັນ ໃຫ້ມັນຍາວໆໄວ້ ຄືເສົາໂທລະເລກ ຢ່າໃຫ້ສັ້ນຂໍ້ລໍ້ ຄືຂໍ້ຫມາກຂາມ
  •  
  • ໃຫ້ເຈົ້າຄ່ອຍພຽນສາສ້າງ ສະເຫມີແຕນແປງຊໍ່ ໃຫ້ເຈົ້າຄ່ອຍສືບຕໍ່ໄວ້ ສະເຫມີເຜິ້ງສືບຮັງ
  •  
  • ທຽວທາງບໍ່ສຸດເສັ້ນ ຢ່າຖອຍຫລັງເຂົາສິຢຽບ ແຫນງວ່າຕາຍຫນ້າພຸ້ນ ເຂົາສິຍ້ອງວ່າດີ

................................................

...........................................................................

.................................................................................................

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງປໍ 4 ຄ ສາວຄູສອນເລື່ອງມາລະຍາດໃຫ້ແກ່ນັກຮຽນ

ສາວຄູບອກໃຫ້ ທ້າວ ຈ່ອຍ ລຸກຂຶ້ນແລ້ວບອກວ່າ:

ສາວຄູ:            ຖ້າເວົ້າກັບຜູ້ໃຫຍ່ໃຫ້ຕອບວ່າ ໂດຍ ເດີ ທ້າວຈ່ອຍຈື່ໄດ້ບໍ?

ທ້າວຈ່ອຍ:       ເອີ່ ສາວຄູ

ສາວຄູ:            ບອກອີກເປັນເທື່ອທີ່ສອງ ທ້າວຈ່ອຍຖ້າເວົ້າກັບຜູ້ໃຫຍ່ໃຫ້ຕອບວ່າໂດຍເດີ ຈື່ໄດ້ບໍ?

ທ້າວຈ່ອຍ:       ເອີ່ ສາວຄູ

ສາວຄູ:            ບອກເທື່ອທີ່ສາມ ທ້າວຈ່ອຍກະຍັງຕອບວ່າເອີ່ຢູ່

ສາວຄູ:            ໃຈຮ້າຍແຮງ ກະເລີຍຕອບໄປວ່າ ລະສາວຄູບໍ່ແມ່ນຜູ້ໃຫຍ່ບໍ ທ້າວຈ່ອຍ !!!

ທ້າວຈ່ອຍ: .................................

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ເຫລາຈື້ກ່າວໄວ້ວ່າ:

ຜູ້ທີ່ຮູ້ຈັກຄົນອື່ນ     ຊື່ວ່າຜູ້ສັງເກດ

ຜູ້ທີ່ຮູ້ຈັກຕົນເອງ     ຊື່ວ່າຜູ້ມີປັນຍາ

ຜູ້ຊະນະຄົນອື່ນ      ຊື່ວ່າຜູ້ແຂງແຮງ

ຜູ້ຊະນະຕົນເອງ      ຊື່ວ່າຜູ້ເຂັ້ມແຂງ

ຜູ້ຮູ້ຈັກພໍ               ຊື່ວ່າຜູ້ລ່ຳລວຍ

ຜູ້ພາກພຽນ           ຊື່ວ່າຜູ້ມີຈິດຫມັ້ນຄົງ

ຜູ້ທີ່ບໍ່ຕົກຢູ່ໃນອຳນາດຂອງຄວາມຢາກ  ຊື່ວ່າຜູ້ຍືນຍົງ

....................................

ຄົນທີ່ຢືນເດ່ຕີນ ຍ່ອມຢືນຢູ່ບໍ່ໄດ້ດົນ

ຄົນທີ່ກ້າວຂາຍາວເກີນໄປ ຍ່ອມເດີນໄປບໍ່ໄດ້ໃກ

ຄົນທີ່ມັກສະແດງຕົນ ຈະບໍ່ໄດຮັບຄວາມຍົກຍ້ອງ

ຄົນທີ່ມັກຍົກຕົນຂົ່ມຄົນອື່ນ ຈະບໍ່ໄດ້ຮັບຄວາມນັບຖື

ຄົນທີ່ມັກໂອ້ອວດ ຈະບໍ່ໄດ້ຮັບອິຫຍັງເລີຍ

..............................

ຄຳເວົ້າທີ່ຈິງໃຈ ອາດຈະບໍ່ມ່ວນ

ຄຳເວົ້າທີ່ມ່ວນ ອາດຈະບໍ່ຈິງໃຈ

ຄົນດີບໍ່ເວົ້າໂຕ້ຖຽງເພື່ອຕົນເອງ

ຄົນທີ່ມັກເວົ້າໂຕ້ຖຽງເພື່ອຕົນເອງ

ສ່ວນຫລາຍຈະເປັນຄົນບໍ່ດີ

................................ທໍ່ນີ້ກະພໍໃຈແລ້ວ

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ຄຳວ່າບຸນບຸນນີ້            ບໍ່ມີໃຜປັນແຈກ

ມັນບໍ່ແຍກອອກໄດ້       ຄືໄມ້ຜ່າກາງ

ປຽບດັ່ງເຮົາກິນເຂົ້າ      ເຮົາກິນເຮົາກໍອີ່ມ

ມັນບໍ່ໄປອີ່ມທ້ອງ         ເຂົານັ້ນຜູ້ບໍ່ກິນ

.......................................................


ຫາກວ່າໃຈປະສົງສົ້ງ    ກາງດົງກໍວ່າບ້ານ

ຫາກວ່າໃຈຂີ້ຄ້ານ        ກາງບ້ານກໍວ່າຫນາມ

ຫາກວ່າໃຈອາດຫານ    ກັນດານກໍວ່າງ່າຍ

ຫາກວ່າໃຈວຸ່ນວາຍ      ແລ້ວຈະສະບາຍໄດ້ຈັ່ງໃດ...ທ່ານເອີຍ


ທຸກເພີ່ນບໍ່ວ່າດີ     ມີເພີ່ນຈັ່ງວ່າພີ່ນ້ອງ   ລຸງປ້າຈຶ່ງເອີ້ນວ່າຫລານ

     (ເຮົາຄົນຈົນຕ້ອງທຳໃຈ....ແຕ່ຍັງຍິ້ມໄດ້ເວີ່ຍ...ຮ່າໆໆ)

ຫມາຍເຫດ: ໄປເກັບມາ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

+ ຍິງຮູບຮ້າຍຄອງວັດພາງາມ ຊາຍຮູບຊາມວິຊາພາຮຸ່ງ

+ ຢ່າເສວະນາກັບຄົນຊົ່ວ ຢ່າມົ້ວອະບາຍຍະມຸກ ຢ່າຊີງສຸກ

ກ່ອນຫ່າມ ຢ່າຖາມໂດຍບໍ່ໄດ້ຄິດ ບັນດິດເຂົາບໍ່ສັນສັນລະເສີນ

+ ກິນຢູ່ກັບປາກ ຢາກຢູ່ກັບທ້ອງ ທຽວຂີ້ພັດແມ່ນຂາ

+ ເງິນເຕັມຖົງຢ່າໄດ້ອົ່ງອວດອ້າງ ຜູ້ເພິ່ນກວ້າງ ມີມາກກ່ວາໂຕ

+ ໃຈໂມໂຫພາໂຕມັກມາກ ປາກໄປກ່ອນມັນບໍ່ເປັນທຳ

 

ສາດສະຫນາ

 
ສາດສະຫນາ ແປວ່າ: ຄຳສອນ ແລະ ທຸກສາດສະຫນາ
 
ກໍ່ສອນ ໃຫ້ທຸກຄົນເປັນຄົນດີ ... ໃຫ້ສົມກັບທີ່ໄດ້ເກີດມາເປັນ
 
ມະນຸດ ເພື່ອບໍ່ໃຫ້ເສຍຊາດເກີດ...ສະນັ້ນເຮົາຈຶ່ງຄວນທຳ
 
ຄວາມດີ ຕາມທີ່ບັນດິດເພີ່ນ ແນະນຳ ແລະ ສັັນລະເສີນ

***ເພີ່ນຈຶ່ງວ່າ***  
 
+ ສາດສະຫນາ ເປັນແກ່ນເຫງົ້າ ຊູຊ່ວຍໃຫ້ທຳດີ 
 
+​ ສາດສະຫນາ ເປັນແສງທຽນ   ສ່ອງທາງໃຫ້ເຫັນແຈ້ງ
 
+ ສາດສະຫນາ ເປັນວັງນໍ້າ        ໃຫ້ປວງຊົນລ້າງສ່ວຍ
 
+ ສາດສະຫນາ ເປັນບ່ອນສ້າງ   ໃຫ້ຄົນຮູ້ຄ່າຄົນ...ແທ້ແລ້ວ!!!
............................................
.......................
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
  • ຍິງໃດສົມບູນໄດ້ດ້ວຍ ເຮືອນສາມນ້ຳສີ່

ເປັນຍິງທີ່ດີເລີດລ້ຳ ສົມຄວນແທ້ແມ່ເຈົ້າເຮືອນ

  • ຢ່າໃຫ້ແມງງ່ອງແງ່ງ ລົງຫລີ້ນນໍ້າແອ່ງກີນ
ຢ່າໃຫ້ມີຂີ້ໝີ່ນມ້ຽງ ສະນິມໄຄໃຕ້ກົ້ນແອ່ງ ຢ່າໃຫ້ນໍ້າ
 
ຂອດແຫ້ງ ແລງເຊົ້າໃຫ້ເຈົ້າຂົນໃສ່ເດີ
  • ຢ່າໃຫ້ໄຫໃນບ້ານ ຂາດແຫ້ງ ຢ່າໃຫ້ແອ່ງ

ຂາດກ້ຽງ ຊາວບ້ານຊິກ່າວຂວັນ

  • ຢ່າໄດ້ມີຄຳຂົມ ຕໍ່ໃຜພໍນ້ອຍ ຢ່າໄດ້ຄອຍຫາຂໍ້

   ງໍແງຮ້ອຍແງ່ ຄຽດຂໍ້ລໍ້ແຂ່ແຫລ້ແນວນີ້ມັນບໍ່ດີ

,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,

,,,,,,,,,,,,,,,,,,,,,,,,,,,,,,,,,

,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,

ຄັດບາງຕອນຈາກເຮືອນສາມນ້ຳສີ່ ປະເພນີຂອງແມ່ຍິງລາວບູຮານ

ກິ້ວໆໆໆໆ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເກີດມາເປັນຄົນ

ຈົ່ງສ້າງຕົນໃຫ້ມີຄ່າ

ຢ່າປະປ່ອຍໃຫ້ເສຍລ້າໆ

ກັບຄ່າຂອງຄົນທີ່ໄດ້ເກີດມາ


(ຄ່າຂອງຄົນ ຢູ່ທີ່ຜົນຂອງງານ)

 

ອັນວ່າ ສຸລາເລົ້າ

ສິ່ງມືນເມົາ ຄືຢາຝິ່ນ

ກິນບໍ່ມີປະໂຫຍດແທ້

ເປັນໄພຮ້າຍແກ່ຮ່າງກາຍ


(ປົກກະຕິເຫລົ້າເຂົາເອົາໄວ້ໃຊ້ລ້າງແຜ ແຕ່ຄົນພັດເອົາມາກິນ)

.....................................................

..............................................................................................

..................................

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ມອບໃຫ້ເອົາໄວ້ປ້ອງກັນຕົວ ຮ່າໆໆ ເຂົາບອກວ່າເຈົ້າຂອງເດີມມີໂອກາດໃຊ້ຄັ້ງດຽວເທົ່ານັ້ນ !!

ຮ່າໆໆ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 21 ຄຳເຫັນ ແລະ 0 trackback(s)
 
  • ເຫລັກຄົດເອົາໄວ້ເຮັດຂໍ ເຫລັກງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວເອົາໄວ້ບໍ່ດີ
  • ຄົນບໍ່ອອກຈາກບ້ານບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນຍ່ອມບໍ່ມີຄວາມຮູ້
  • ເງີນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ
  • ໄປຢຽບຫມາ ມາຢຽບຂຽດ
  • ຢູ່ໃຫ້ເພີ່ນວ່າດີ ຫນີໃຫ້ເພີ່ນຄິດຮອດ
  • ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ວຍ
  • ເກົ້າອົດເກົ້າເຍື້ອນ ຫາກສິໄດ້ທ່ອນຄຳ ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ນັ້ນ
  • ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ
  • ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈຶ່ງດີ
  • ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີກາຍເປັນອື່ນ
  • ຄວາມສາມັກຄີຄື ບໍ່ເກີດຂອງຄວາມສຳເລັດ
  • ຮັກຊາດໃຫ້ຫມັ່ນສຶກສາ ຮັກສາດສະຫນາໃຫ້ຫມັ່ນທຳຄວາມດີ
  • ຮຽນຫນັງສື ແມ່ນຮັກຊາດ
  • ພາສາບອກຊາດ ມາລະຍາດບອກຕະກຸນ
  • ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນສິຈົນໃຈໂຕ
  • ໄມ້ລຳດຽວອ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ
  • ປາໂຕດຽວ ເນົ່າເຫມັນຫມົດຂ້ອງ
  • ເຂົ້າເພີ່ນຂາວ ເພາະລູກສາວເພີ່ນງາມ
  • ນາດີຍ້ອນຝຸ່ນ ບ້ານອົບອຸ່ນຍ້ອນຜູ້ສາວຫລາຍ
  • ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ
  • ສາວງາມນາມຄ່ອງ ສາວຈອງຫອງມີແຕ່ຄົນຊັງ
  • ຄົບເພື່ອນດີມີສີແກ່ຕົວ ຄົບເພື່ອນຊົ່ວພາຕົວຫມົ່ນຫມອງ
  • ໂຮມກັນເຮົາຢູ່ ແຍກຫມູ່ເຮົາຕາຍ
  • ຫລົງທາງເສຍເວລາ ຫລົງຕິດຢາເສຍອະນາຄົດ
  • ສິບປາກເວົ້າ ບໍ່ເທົ່າຕາເຫັນ
  • ນາດີຍ້ອນກ້າ ຟ້າເຂົ້າຍ້ອນຫີນຊາ
  • ຊື່ກິນບໍ່ຫມົດ ຄົດກິນບໍ່ນານ
  • ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ
  • ບຸນຄຸນພໍ່ແມ່ນີ້ ຫນັກກ່ວາແຜ່ນທໍລະນີ
  • ບຸນຄຸນພໍ່ທໍ່ພູເຂົາກ້າ ບຸນຄຸນແມ່ທໍ່ຟ້າກັບແຜ່ນດີນ
  • ຊີ້ນໄປປາມາ ເພື່ອຮັກສາຄວາມສາມັກຄີ
  • ຄວາມປະຫມາດຄື ທາງແຫ່ງຄວາມຕາຍ
  • ກິນເຂົ້າຢ່າລືມບຸນຄຸນຄວາຍ
  • ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
  • ຫນູກັດຜ້າຈຶ່ງຮູ້ຄຸນແມວ ລູກແຂນແອວຈຶ່ງຮູ້ຄຸນພໍ່ແມ່
  • ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ
  • ຄວາມກະຕັນຍູ ເປັນເຄື່ອງຫມາຍຂອງຄົນດີ
  • ລູກເວົ້າຢາກ ພໍ່ແມ່ປາກປຽກ
  • ສິຖົ່ມນ້ຳລາຍ ໃຫ້ຫລຽວເບີ່ງປ່ອງ ສິນັ່ງຢ່ອງຢໍ້ໃຫ້ຫລຽວເບີ່ງວ່າງຂາ
  • ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
  • ຮີດຄອງລາວ ເກົ້າຜົມບ່ຽງແພ ເຂົ້າວັດຟັງທຳ
  • ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫລົງລືມ
  • ໄວປາກເສຍສິນ ໄວຕີນຕົກກົກໄມ້
  • ໃຈຮ້າຍເປັນຜີ ໃຈດີເປັນພຣະເຈົ້າ
  • ກິນໃນເຮືອນ ຂີ້ໃສ່ເທິງຫລັງຄາ

(ມື້ນີ້ຄິດໄດ້ທໍ່ນີ້...ເຈີກັນໃຫມ່ສະບັບຫນ້າ ຖ້າໃຜມີກໍແບ່ງແນ່ເນີ!)

ທີ່ມາ phengpuan.blogspot.com


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີ ນ້ອຍ, ເປັນແນວເລີສະບາຍດີບໍ?

ບໍ່ໄດ້ສົ່ງຂ່າວຫາດົນແລ້ວ ເປັນແນວເລີຢູ່ທາງພີ້ນ່າ ພໍ່ແມ່ເດເພີ່ນແຂງແຮງດີຢູ່ບໍ?

ສ່ວນຂ້ອຍທຸກຢ່າງແມ່ນດີ ບໍ່ມີຫຍັງກັງວົນແຕ່ດຽວນີ້ມີວຽກຫລາຍຫນ້ອຍຫນື່ງ ຈຳຕ້ອງເດີນທາງຕະຫລອດ

ບາງຄັ້ງກໍເມື່ອຍແຕ່ກໍສຸກໃຈ...ເພາະໄດ້ເຮັດໃນສິ່ງທີ່ມັກ.

ເປັນແນວເລີການຮຽນເດ, ບໍ່ຍາກປານເລີຕິເບາະ ມີຫຍັງໃຫ້ຊ່ວຍກະບອກເດີ.

ຂໍໃຫ້ຕັ້ງໃຈຮຽນເດີ ຢ່າຟ້າວຫລົງເພີດເພີນ ເພາະການຮຽນແລະທຸກສິ່ງທຸກຢ່າງມັນຈະມີບັນຫາ

ຢ່າໄປຂາຍຢາເສບຕິດນຳເຂົາເດີ ຖ້າຢາກມີອະນາຄົດ...ທີ່ດີ

ພໍ່ແມ່ມີຄວາມຫວັງ ຄອຍເປັນກຳລັງໃຈໃຫ້ ແລະລໍຄອຍຄວາມສຳເລັດຈາກເຈົ້າສະເຫມີ

ທໍ້ແທ້ ຫມົດຫວັງ ຂາດກຳລັງໃຈໃຫ້ໂທຫາພໍ່ແມ່ ຮ້ອງໃຫ້ ເສຍໃຈ ອົກຫັກໃຫ້ໂທຫາພໍ່ແມ່

ເພີ່ນຈະຢູ່ຄຽງຂ້າງເຈົ້າສະເຫມີ...

.........................................................................

......................................

..............

ໂຊກດີ...ນີ້ເປັນຈົດຫມາຍຈາກແດນໄກ


 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ວັນສຸກວັນທີ 21 ຕຸລາ 2011 ເວລາ 08: 43 | PostAuthorIconຂຽນໂດຍ ວັດທະນະທຳ
      

         ຂັບລຳທ້ອງຖ່ິນຫລາຍຄົນອາດຈະຮູ້ ແລະ ເຂົ້າໃຈດີ ເພາະວ່າມັນແມ່ນສິລະປະ ວັນນະຄະດີປະເພດໜຶ່ງ ເຊ່ິງ ຜູ້ແຕ່ງໄດ້ແຕ່ງຂຶ້ນໃນຮູບການຂອງກາບກອນທ່ີປະສົມ ປະສານກັບລັກສະນະຂອງສິລະປະເຊິ່ງໃນແຕ່ລະທ້ອງຖ່ິນແມ່ນມີເອກະລັກແຕກຕ່າງກັນ. ການຂັບຫລືລຳ ແມ່ນ ໃຊ້ສະແດງສຳລັບງານບຸນ ຕ່າງໆຂອງລາວເຮົາ, ການສະ ແດງຂັບລຳທ້ອງຖ່ິນເປັນປະ ເພດສິລະປະວັນນະຄະດີອີກປະເພດຫນຶ່ງທ່ີໄຮັບຄວາມນິຍົມຊົມຊອບເປັນຢ່າງດີ ຈາກພໍ່ແມ່ປະຊາຊົນບັນດາເຜົ່າແຕ່ເຫນືອຮອດໃຕ້ຕັ້ງ ແຕ່ບູຮານນະການ,ດ້ວຍເຫດ ນັ້ນສິລະປະວັນນະຄະດີປະເພດການລຳນີ້ຈຶ່ງໄດ້ມີການ ກຳນົດ ແລະ ຂະຫຍາຍຕົວ ແຮງໃນຫຼາຍຮູບການ. ຫລາຍ ຈັງຫວະໃນແຕ່ລະທ້ອງຖິ່ນ ແຕກຕ່າງກັນ, ປະເພດຂັບລຳ ທ້ອງຖ່ິນທ່ີປະຊາຊົນບັນດາເຜົ່າໃຫ້ຄວາມນິຍົມຊົມຊອບຫຼາຍກ່ວາຫມູ່ແມ່ນ: ຂັບ ງື່ມ,ຂັບຊຳເຫນືອ,ຂັບທຸ້ມ,ຂັບ ຊຽງຂວາງ,ລຳໂສມ, ລຳຜູ້ໄທ, ລຳສາລະວັນ, ລຳຕັ່ງຫວາຍ, ລຳມະຫາໄຊ ແລະ ລຳສີພັນ ດອນ ເປັນຕົ້ນ. ການຂັບລຳ ທ້ອງຖ່ິນຢູ່ໃນແຕ່ລະພາກສິ່ງຫນຶ່ງທ່ີຂາດບໍ່ໄດ້ກໍ່ແມ່ນສຽງ ແຄນແລະ ກອງເຊິ່ງເປັນການ ປະສົມປະສານສຽງກັນໃຫ້ ກົມກືນປະກອບກັບຈັງຫວະ ແລະ ທ່າທາງຂອງຫມໍລຳ ( ຜູ້ ລຳ )  ເຊິ່ງໃນຂັບລຳທ້ອງຖ່ິນ ປະເພດຕ່າງໆແມ່ນມີໜຶ່ງຫລື ສອງຄົນຫຼືລຳຄູ່ກັນລະຫວ່າງຍິງ-ຊາຍ ເຊິ່ງເປັນການລຳ ແບບກ້ຽວພາລາສີ, ຢອກໄຍ ກັນເຊິ່ງກັນແລະກັນລະຫວ່າງ ຄູ່ບ່າວສາວອັນໄດ້ສະແດງ ເຖິງຂະນົບທຳນຽມ, ຮີດຄອງ ປະເພນີທ່ີປະຊາຊົນລາວບັນດາຊົນເຜົ່າແຕ່ເຫນືອຮອດໃຕ້ໄດ້ສືບທອດກັນມາແຕ່ບູຮານເພື່ອໃຫ້ລູກຫລານຜູ້ເກີດ ໃຫມ່ໃຫຍ່ລຸນໄດ້ສຶກສາຄົ້ນຄ້ວາ ແລະ ສືບທອດຮັກສາໄວ້ ໄດ້ໃຫ້ຄຽງຄູ່ກັບຄົນລາວຕະ ຫຼອດໄປ. ດັ່ງນັ້ນພວກເຮົາຜູ້ເກີດ ໃຫມ່ໃຫຍ່ລຸນຄວນທ່ີຈະສຶກ ສາຮ່ຳຮຽນ ແລະ ປົກປັກຮັກ ສາສິລະປະວັດທະນະທຳ ທ້ອງຖ່ິນທ່ີປູ່ຍ່າຕາຍາຍໄດ້ ຕົກທອດໄວ້ໃຫ້ເປັນມູນມໍລະດົກທາງປັນຍານີ້ ແລະ ພ້ອມ ກັນເສີມຂະຫຍາຍ, ເຜີຍແຜ່ ອອກສູ່ສາກົນໃຫ້ກວ້າງຂວາງເພື່ອໃຫ້ຊາວໂລກໄດ້ຮັບຮູ້ ເຖິງຂະນົບທຳນຽມ ແລະ ຮີດ ຄອງປະເພນີອັນດີງາມຂອງ ຄົນລາວເຮົາ.

....................................

...................................................................

....................................................................................................

ແມ່ນຄວາມເພີ່ນ


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ວັນອັງຄານວັນທີ 25 ຕຸລາ 2011 ເວລາ 09: 10 | PostAuthorIconຂຽນໂດຍ ເສດຖະກິດສັງຄົມ

       ທຸກໆປະເທດຢູ່ໃນໂລກ ກ່ອນທ່ີຈະມີຄວາມຈະເລີນ ຮຸ່ງເຮືອງສີວິໄລ ກ່ອນທ່ີຈະມີການພັດທະນາທາງດ້ານເສດຖະກິດນັ້ນ

ສິ່ງທ່ີຂາດບໍ່ໄດ້ປະເທດຕ້ອງມີບຸກຄະລາກອນທ່ີມີຄວາມຮູ້ຄວາມສາ ມາດທາງດ້ານສະຕິປັນຍາ

ແລະມັນສະຫມອງກ້າຄິດ ກ້າກະທຳຕໍ່ກັບຫນ້າວຽກທ່ີ ຕົນໄດ້ຮັບການມອບຫມາຍ ຈາກພັກ-ລັດ ດ້ວຍເຫດນັ້ນ ກ່ອນຈະໄດ້ມາແຕ່ຄວາມສຳ

ເລັດດັ່ງກ່າວທຸກໆຄົນຈະຕ້ອງໄດ້ຮັບການສຶກສາຮ່ຳຮຽນຫາຄວາມຮູ້ຄວາມສາມາດ ແລະ ຊ່ືສັດບໍລິສຸດເພື່ອມາຮັບໃຊ້

ປະເທດຊາດບ້ານເມືອງດ້ວຍເຫດນັ້ນທາງພັກ-ລັດ ຂອງ ພວກເຮົາຈຶ່ງໃຫ້ຄວາມສຳຄັນຕໍ່ການສຶກສາ ແລະ ການພັດ

ທະນາຊັບພະຍາກອນມະນຸດໃຫ້ດີຂຶ້ນເປັນກ້າວໆຕະຫຼອດມາເຊິ່ງໃນນັ້ນຈະສຸມໃສ່ໃຫ້ພໍ່ແມ່ປະຊາຊົນລາວບັນດາຊົນເຜ່ົາຊຸກຍູ້

ໃຫ້ລູກຫລານຂອງຕົນເອງໄດ້ຮຽນຫນັງສືນັບແຕ່ປະຖົມຈົນເຖິງມັດທະຍົມ

ຕາມລຳດັບເພື່ອຫລີກເວັ້ນໃຫ້ລູກຫລານຂອງປະຊາຊົນທ່ີຢູ່ບ່ອນຫ່າງໄກສອກຫລີກບໍ່ໃຫ້ກືກຫນັງສື. ເຊິ່ງມັນເປັນສິ່ງ

ສຳຄັນສຳລັບການບັນລຸຄາດຫມາຍສະຫັດສະວັດດ້ານ ການພັດທະນາຫມາຍຄວາມວ່າ: ຕ້ອງໃຫ້ເດັກທ່ີຢູ່ໃນໄວ ຮຽນຈົບປະຖົມຫມົດ, ຕ້ອງ

ເຮັດໃຫ້ຄົນລາວເຮົາຫລາຍ ກ່ວາເຄິ່ງຫນຶ່ງມີຄວາມຮູ້ຈົບ ຊັ້ນມັດທະຍົມ ເຊິ່ງໃນຄາດ ຫມາຍສູ້ຊົນທ່ີກອງປະຊຸມ ໃຫຍ່ຄັ້ງທີ IV ວາງອອກເພື່ອ

ຢາກໃຫ້ປະເທດຂອງພວກ ເຮົາຫຼຸດພົ້ນອອກຈາກຄວາມ ທຸກຍາກຫລືດ້ອຍພັດທະນາ ສິ່ງສຳຄັນແມ່ນຈະຕ້ອງບຸກ

ທະລຸຢ່າງແຂງແຮງດ້ານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການ ບຳລຸງສ້າງ ແລະ ກໍ່ສ້າງໃຫ້ ແກ່ພະນັກງານກໍ່ຄືນັກສຶກ

ສາໃຫ້ມີຄວາມຮູ້ຄວາມສາ ມາດ  ໃຫ້ພວກເຂົາເຫລົ່ານັ້ນ ແນະນຳ ແລະ ຊ່ວຍເຫລືອ ປະຊາຊົນໃນການຜະລິດ ແລະ ແກ້ໄຂຄວາມທຸກຍາກ

ເພື່ອບັນລຸເປົ້າຫມາຍສະ ຫັດສະວັດດ້ານການພັດ ທະນາໃນປີ 2015. ນອກ ນັ້ນເພື່ອເຮັດໃຫ້ປະເທດ

ເຮົາກາຍເປັນປະເທດພັດທະນາບຸກຄະລາກອນຈະຕ້ອງມີມານະຈິດປະຕິວັດມີນ້ຳໃຈ ຫ້າວຫັນບຸກບືນສູ້ຊົນໃນ ການເຮັດວຽກ, ເສີມສ້າງທັດ

ສະນະຄະຕິມີນ້ຳໃຈຮັບໃຊ້ ປະຊົນຢ່າງສູງສຸດ ແລະ ສັດ ຊ່ືບໍລິສຸດຕໍ່ຊາດ ບໍ່ມີການສໍ້ລາດບັງຫລວງຈຶ່ງຈະເຮັດ ໃຫ້ປະເທດຊາດຂອງພວກ

ເຮົາມີຄວາມຈະເລີນຮຸ່ງເຮືອງ ມີຄວາມເຂັ້ມແຂງທາງດ້ານ ເສດຖະກິດຈຶ່ງຈະເຮັດໃຫ້ປະເທດຂອງພວກເຮົາຫລຸດພົ້ນ

ອອກຈາກການເປັນປະເທດດ້ອຍພັດທະນາ.

..............................................................

........................................................................................

........................ແມ່ນຄວາມເພີ່ນ!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

Westlife ປະກາດແຍກວົງແລ້ວ ວົງນີ້ມັກສຸດໆ ເພງຂອງເຂົາ My Love...

Tonight...ຫາຟັງໃນ youtube

www.singhasquare.com/subnetwork_blog.php

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງຮຽນປໍ 3 ນາຍຄູໄດ້ຖາມ ທ້າວ ຄ ວ່າ ມື້ນີ້ຫລານກິນເຂົ້າກັບຫຍັງ? ທ້າວ ຄ ກໍຕອບວ່າ ອຸ້ຍ!!

ນາຍຄູຢູ່ເຮືອນຫລານແມ່ຂ້າງົວໃຫ້ກິນທຸກວັນເລີຍ...ແຊບໆ

ນາຍຄູ:  ຫລານຕົວະໄດ້ຫັ້ນ...ແມ່ນບໍ?

ທ້າວ ຄ: ບໍ່ໄດ້ຕົວະນາຍຄູ...ແມ່ຫລານຂ້າງົວໃຫ້ກິນທຸກວັນອີຫລີ...ມື້ອື່ນຫລານສິເອົາມາຝາກນາຍຄູນຳເດີ່!!

ນາຍຄູ: ໄດ້ໆໆ ຂອບໃຈຫລານລ່ວງຫນ້າເດີ໋!! ອຸ້ຍ!! ຫລານນີ້ໃຈດີອີຫລີ

ທ້າວ ຄ: ມື້ຕໍ່ມາກໍເອົາ ຂົ້ວງາ ມາຝາກນາຍຄູ............ບໍ່ແມ່ນຊີ້ນງົວຊ້ຳ!!!

ນາຍຄູ: ແມ໋!!! ແສບອີຫລີມືງນີ່!! ກູນືກວ່າຊີ້ນງົວ (ເບົາໆໃນໃຈ)

..................................................................

.....................................................................................

.......................................................................................................

ບໍ່ຕະຫລົກຂໍອະໄພ...ແຕ່ງເອງກັບຫົວເລີຍ!!

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໄດ້ອ່ານມາເຫັນວ່າມ່ວນແລະສະອອນເລີຍເອົາມາແຈກຕໍ່: ທີ່ງານລຳວົງແຫ່ງຫນື່ງໂຄສົກເວົ້າແບບ

ບໍ່ຈຽມເນື້ອຈຽມຕົວວ່າ ສາວງາມນາມຄ່ອງເຈົ້າຂອງພວງມາໄລຮອບນີ້ໄດ້ແກ່ສາວ......ອຸ້ຍ! ນັ້ນໆນ້ອງທີ່ກຳລັງ

ຂຶ້ນສູ່ເວທີນັ້ນ ຍິ້ມເປີ່ນເວີ່ນມາພຸ້ນ ອຸ້ຍ! ຈັ່ງແມ່ນງາມນໍ ງາມຫມົດທຸກສ່ວນ ງາມແຄ່ງງາມຂາ

ງາມກະໂພກຫນ້າອົກກໍພໍດີ ຄິ້ວກົ່ງຄໍກົມ ສົມກັບເປັນເຈົ້າຂອງພວງມາໄລຮອບນີ້ອີຫລີ ຢ່າງກໍງາມ

ສິລອງຖາມເພີ່ນເບີ່ງເບີ່ງກ່ອນນ໋າວ່າ ມີຊູ້ມີແຟນຫລືຍັງ...ອຸ້ຍໆໆ!! ເພີ່ນຍິ້ມອາຍໆແບບນີ້ຮັບຮອງວ່າ

ຫົວໃຈຍັງວ່າງ ໃຜຊ່າງເວົ້າຊ່າງລົມກໍເຊີນໂລດເດີ ບ່າວເຫີ່ມບ່າວແກ່ທີ່ມີແມ່ເດັກນ້ອຍແລ້ວຕະຫລອດຮອດ

ຢາພໍ່ອ້າຍທັງຫລາຍ...ນ້ອງນີ້ເພີ່ນໃຈດີດີ໋ມີສະເຫນຄົງບໍ່ລັງກຽດ ທີ່ຈະເປັນມິດທີ່ດີ ຫລືນ້ອງທີ່ຮັກແພງຂອງພວກທ່ານ

ເຊີນໆ...ທ່ານນາຍພົນເພີ່ນມີສັດທາອັນແຮງກ້າ ເຫມົາຮອບພິເສດນີ້ໂດຍການມອບເງີນໃຫ້ແກ່ວັດຈຳນວນ 50 ພັນກີບ

ຖ້ານ້ອງ......ຍິ້ມໃສ່ເພີ່ນຫນື່ງນາທີ ຫລືລົງໄປຍົກຈອກເຫລົ້າປ້ອນເພີ່ນຮັບຮອງວ່າໄດ້ເຖີງ 2 ແສນກີບ...ເອົ້າໆ!! ທ່ານ

ນາຍພົນຂຶ້ນມາແລ້ວ ເຊີນຕົບມືເປັນກຽດໃຫ້ເພີ່ນແດ່...ຮອບນີ້ມາໃນຈັງຫວະສະລຸບປີ່....ຈະຕື່ງຈື່ງ...ລະຈະຕື່ງຈື່ງ

.....................................

................................................................

..............................................................................................

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຮ້ອນທີ່ສຸດ .... ຄື ....ຮ້ອນໃຈ . ຫນາວທີ່ສຸດ .... ຄື ... ຫນາວໃຈ

ອຸ່ນທີ່ສຸດ ... ຄື ... ອຸ່ນໃຈ . ເຢັນທີ່ສຸດ ... ຄື ... ເຢັນໃຈ

ຫນັກທີ່ສຸດ ... ຄື ... ຫນັກໃຈ . ເບົາທີ່ສຸດ .... ຄື ... ເບົາໃຈ

ແຂງທີ່ສຸດ ... ຄື ... ແຂງໃຈ . ອ່ອນທີ່ສຸດ ... ຄື ... ອ່ອນໃຈ

ເຈັບທີ່ສຸດ ... ຄື ... ເຈັບໃຈ . ສະບາຍທີ່ສຸດ ... ຄື ... ສະບາຍໃຈ

ດີທີ່ສຸດ ... ຄື ... ດີໃຈ . ເສຍທີ່ສຸດ ... ຄື ...​ ເສຍໃຈ

.....................................

..............................................................

............................................................................................

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເຄີຍໄດ້ຟັງມາວ່າ ມີບ່າວທະຫານຄົນຫນື່ງໄປລົມສາວ ແລະນັ່ງກິນເຂົ້າກັບໄກ່

ຢູ່ນອກເຮືອນ (ເຊຍ) ເພາະເຂີນອາຍບໍ່ກ້າກິນຮ່ວມຄອບຄົວສາວ ແຕ່ບັງເອີນຕົວເອງພັດມັກຊີ້ນກວາງ

ຊະນິດທີ່ວ່າຕາຍກໍຍອມຖ້າໄດ້ກິນ ແລະໃນຂະນະນັ້ນ ແມ່ເຖົ້າກໍເວົ້າຂຶ້ນວ່າ:

ແມ່ເຖົ້າ: ຫລານເອີຍເຂົ້າມາກິນກວງພີ້ແມ໋!! ແຊບໄດ໋ກິນຫລາຍຄົນນ່າ!!

ບ່າວທະຫານ: ນຶກວ່າແມ່ນຊີ້ນກວາງກໍເລີຍຕັດສິນໃຈຖິ້ມຊີ້ນໄກ່ໃຫ້ຫມາກີນແລະເຂົ້າໄປໃນເຮືອນເພື່ອຫວັງຈະ

ກິນຊີ້ນກວາງອັນແຊບຊ້ອຍ...ຮ່າໆໆ....ສຸດທ້າຍກໍບໍ່ໄດ້ກີນທັງກວາງແລະໄກ່ ເພາະຊີ້ນໄກ່ຖິ້ມໄປແແລ້ວ ສ່ວນກວງກໍແປວ່າໃນ...

ແຮ່ໆໆໆ....ແຕ່ອ້າຍບ່າວທະຫານນືກວ່າແມ່ນຊີ້ນກວາງເຂົ້າໃຈຜິດເອງ....ຈົບຂ່າວ

 

.......................................

..................................................

...............................................................ຕະຫລົກບ່ອບໃດບຸ໋!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ລູກກະຕັນຍູ ... ຢາກຢູ່ໃກ້ໆ ຫ່ວງໃຍພໍ່ ແລະ ແມ່

ວັນທີ 20 ເມສາ 2011 - ເວລາ 15:46:08 ວຽນທຽນໃຫມ່

ປີ​ໃໝ່ ! ໄດ້​ໂນ້ມ​ນ້າວ​ຈູງ​ໃຈ​ເອົາ​ຝູງ​ຊົນ​ຈໍານວນ​ຫຼາຍ ໃຫ້​ມາ​ເຕົ້າ­ໂຮມ​ກັນ ສະ­ນັ້ນ ບາງ​ຄອບ­ຄົວ​ກໍ​ໄດ້​ຖື​ເອົາ​ໂອ­ກາດ​ປີ​ໃໝ່ ເປັນ​ມື້​ຂຶ້ນ​ເຮືອນ​ໃໝ່ ... ຊີ­ວິດ​ທີ່​ອີ່ມ​ໜໍາ​ສໍາ­ລານ ໄດ້​ເຮັດ​ໃຫ້​ຄົນ​ໃນ​ນະ­ຄອນ­ຫຼວງ ມີ​ຄວາມ​ຜາ​ສຸກ ຍິ້ມ​ຫົວ ແລະ ມ່ວນ­ຊື່ນ ແຕ່​ຄວາມ​ຜູກ​ພັນ​ກະ­ຕັນ­ຍູ​ຂອງ​ຄົນ​ພາຍ​ໃນ​ຄອບ­ຄົວ​ຂອງ​ລູກໆ ທີ່​ມີ​ຕໍ່​ພໍ່​ແມ່ ກໍ​ຍັງ​ຫວານ​ຊື່ນ ຄຽງ​ຄູ່​ກັບ​ບຸນ­ປີ­ໃໝ່​ລາວ ປະ­ເພ­ນີ​ປີ​ໃໝ່​ອັນ​ດີ­ງາມ ໄດ້​ຜ່ານ​ກາຍ­ໄປ​ອີກ​ໜຶ່ງ​ລະ­ດູ​ການ ແຕ່​ຮູບ​ພາບ​ແຫ່ງ​ຄວາມ​ຊົງ​ຈໍາ​ທີ່​ແສນ​ປະ​ທັບ​ໃຈ ຍັງ​ຖືກ​ເກັບ​ຮັກ­ສາ​ໄວ້​ໃນ​ຄອບ­ຄົວ ແລະ ຫົວ­ໃຈ​ຂອງ​ຄົນ​ທີ່​ມີ​ຄວາມ​ກະ­ຕັນ­ຍູ ແລະ ລູກໆ​ທີ່​ຮັກ​ພໍ່​ກັບ​ແມ່​ຢ່າງ​ສຸດ​ຫົວ­ໃຈ.

ປີ​ໃໝ່​ປີ​ນີ້ ! ເຮືອນ​ທຸກ​ຫຼັງ ຖະ­ໜົນ​ທຸກ​ສາຍ ຈະ​ກາຍ­ເປັນ​ປາງ​ບຸນ​ນ້ອຍ ທີ່​ສະ­ໜຸກ​ສະ​ໜານ ມີ​ການ​ຈັດ​ງານ ມິ​ນິ​ຄອນ­ເສີດ​ຂອງ​ຄອບ­ຄົວ ແບບ​ບໍ່​ຕ້ອງ​ແຈ້ງ​ລ່ວງ​ໜ້າ ບາງ​ເຮືອນ​ມີ​ຕູ້​ລໍາ​ໂພງ​ນ້ອຍ​ໜ້ວຍ​ດຽວ ແຕ່​ເປີດ​ເພງ​ເຕັ້ນ​ຍ່ອງ​ກັນ​ໄດ້​ໝົດ​ມື້​ໝົດ​ຄືນ ກໍ​ຍັງ​ມ່ວນ­ຊື່ນ​ລື້ນ​ເລີງ ທ່າມ­ກາງ​ສາຍ​ນໍ້າ​ໄຫຼ​ທີ່​ໃສ​ເຢັນ ໂດຍ​ບໍ່​ໄດ້​ນັດ​ໝາຍ ສຽງ​ເພງ​ທີ່​ຄຶກ­ຄື້ນ ອອນ­ຊອນ ຢາດ​ນໍ້າ​ໃສ​ເຢັນ ຍິງ​ຊາຍ ບ່າວ​ສາວ ເຖົ້າ ແລະ ແກ່ ແມ່ ແລະ ລູກ ຍັງ​ຄົງ​ເປັນ​ສະ­ເໜ​ຂອງ​ບຸນ­ປີ­ໃໝ່​ລາວ ທຸກ​ຄົນ​ຕ່າງ​ກໍ​ມ່ວນ­ຊື່ນ​ເບີກ­ບານ​ຕາມ​ໄວ ອາ­ຍຸ​ທີ່​ເອື້ອ​ອໍານວຍ​ໃຫ້​ຢູ່​ຫຼາຍ​ບ້ານ ເຊັ່ນ: ໂນນ​ຫວາຍ ສີ​ໄຄ ສີ​ສະ­ຫວາດ ວັດ​ນາກ ພູ​ຄໍາ ດົງ​ໂດກ ໜອງ​ບອນ ແລະ ທາດ­ຫຼວງ ... ສຽງ​ອວຍ​ໄຊ​ໃຫ້​ພອນ​ຜູກ​ແຂນ ສົງ​ນໍ້າຕໍາຈອກ ຍັງ​ຄົງ​ສ້າງ​ຄວາມ​ພໍ​ອົກ​ພໍ­ໃຈ​ໃຫ້​ແກ່​ຊຸມ​ຜູ້​ເຖົ້າ ສອງ​ເຖົ້າ​ຜົວ​ເມຍ ຍົກ​ແຂນ​ສອງ​ເບື້ອງ ທີ່​ມີ​ຝ້າຍ­ຜູກ­ແຂນ ມັດ​ດ້ວຍ​ໃບ​ເງິນ​ຫຼາຍ​ຊະ­ນິດ ເຕັ້ນ​ດີດ​ເດາະ​ດ່ອງ ຈົນ​ລືມ​ຄວາມ​ຊະ­ລາ ອາ­ຍຸ​ສັງ­ຂານ ເພື່ອ​ໃຫ້​ໝູ່­ຄູ່​ທີ່​ນັ່ງ​ຢູ່​ທາງ​ຂ້າງ ໄດ້​ແນມ​ເຫັນ​ເຖິງ​ຄວາມ​ກະ­ຕັນ­ຍູ ອຸ­ດົມ­ສົມ­ບູນ​ພູນ​ສຸກ​ຂອງ​ລູກ­ເຕົ້າ ຮອຍ​ຍິ້ມ​ທີ່​ອີ່ມ​ເອີບ​ຢູ່​ເທິງ​ໃບ​ໜ້າ ແລະ ສອງ​ພວງ​ແກ້ມ​ຂອງ​ຄົນ​ເຖົ້າ ມັນ​ມີ​ຄວາມ​ໝາຍ​ສູງ​ຄ່າ ໝູ່​ຄົນ​ໜຶ່ງ​ຢູ່​ບ້ານ​ໂນນ​ຫວາຍ ເວົ້າ​ສູ່​ຟັງ​ວ່າ: ມີ​ຄົນ​ຖາມ​ວ່າ ລະ­ຫວ່າງ​ເປົ້າ​ໝາຍ​ກັບ​ຄວາມ​ຝັນ ຈະ​ເລືອກ​ສິ່ງ​ໃດ ? ສໍາ­ລັບ​ເຮົາ​ແລ້ວ ຂໍ​ເລືອກ​ເອົາ​ຄວາມ​ກະ­ຕັນ­ຍູ​ຕໍ່​ພໍ່ ແລະ ແມ່​ສາ­ກ່ອນ ເພາະ​ຍາມ​ທີ່​ພໍ່​ແມ່​ຍັງ​ຢູ່​ກັບ​ເຮົາ ເຮົາ​ກໍ​ຢາກ​ເຫັນ​ເພິ່ນ​ມີ​ຄວາມ­ສຸກ ແລະ ມີ​ຮອຍ​ຍິ້ມ ... ປີ​ໃໝ່​ປີ​ນີ້ ເຮົາ​ຈຶ່ງ​ຕັ້ງ­ໃຈ​ຢາກ​ຢູ່​ໃກ້ໆ​ພໍ່​ກັບ​ແມ່ ເຮັດ​ໃຫ້​ພໍ່​ກັບ​ແມ່​ເພິ່ນ​ມີ​ຄວາມ­ສຸກ ຮອຍ​ຍິ້ມ ສຽງ​ຫົວ​ຂອງ​ຜູ້​ຄົນ ນ້ອຍ​ໜຸ່ມ​ຍິງ​ສາວ ທີ່​ມາ​ອວຍ­ພອນ​ມີ​ມາກ​ໜ້າ​ຫຼາຍ​ຕາ ຈົນ​ໄດ້​ຕໍ່​ແຖວ ຄົນ​ລາວ​ເປັນ​ຄົນ​ມີ​ນໍາ­ໃຈ ຄົນ​ລາວ​ມີ​ຄວາມ​ຈິງ​ໃຈ ຮັກ­ແພງ​ແບ່ງ­ປັນ​ຜູກ​ພັນ​ບໍ່​ຫ່າງ​ເຫີນ ສຽງ​ເພງ ສຸກ​ສັນ​ໃນ​ວັນ​ປີ​ໃໝ່ ຍັງ​ແມ່ນ​ສ່ວນ​ສໍາ­ຄັນ​ໃນ​ການ​ບອກ​ຜ່ານ​ຄວາມ​ຮັກ.

ຄວາມ​ຮັກ ຄວາມ​ກະ­ຕັນ­ຍູ ແມ່ນ​ວັດ­ທະ­ນະ­ທໍາອັນ​ດີ­ງາມ ທີ່­ຢູ່​ຄຽງ​ຄູ່​ກັບ​ວິ​ຖິ​ຊີ​ວິດ​ຂອ​ຄົນ​ລາວ ແລະ ບຸນ­ປີ­ໃໝ່​ລາວ​ຕະ­ຫຼອດ​ມາ ເຮັດ​ຫຍັງ​ກໍ​ດີ ຖ້າ​ເຮັດ​ແລ້ວ​ມີ​ຄວາມ­ສຸກ ກໍ​ຖື​ວ່າ​ໄດ້​ບຸນ ເພື່ອ​ພໍ່​ກັບ​ແມ່​ທີ່​ໃຫ້​ກໍາເນີດ ແລະ ລ້ຽງ​ດູ​ພວກ​ເຮົາ ປີ​ໃໝ່​ປີ​ນີ້ ຂໍ​ໃຫ້​ຄົນ​ທີ່​ມີ​ຄວາມ​ກະ­ຕັນ­ຍູ ຈົ່ງ​ມີ​ອາ­ຍຸ​ວັນ­ນະ ສຸ​ຂະ​ພາ­ລະ ມີ​ໂຊກ​ໄຊ ມີ​ເງິນ​ມີ​ຄໍາ ມີ​ຄວາມ­ສຸກ​ຄວາມ​ຈະ­ເລີນ ແລະ ສົມ​ຫວັງ ເໝືອນ​ດັ່ງ​ກະ­ຕ່າຍ​ຜູ້​ໃຈ­ດີ ມີ​ເມດ​ຕາ ແລະ ກະ­ຕັນ­ຍູ.

...........................................................

.............................................................................

..................................................................................................www.vientianemai.net

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເຂົ້າເວບ http://www.youtube.com ແລ້ວຄົ້ນຫາເພງທີ່ຕ້ອງການ ແລ້ວກ໋ອບໂຄ້ດໃນຊ່ອງ Embed ກໍຈະໄດ້ແບບນີ້

<object width=”320″ height=”265″><param name=”movie” value=”http://www.youtube.com/v/rixeV0bk5fs&hl=en_US&fs=1&“></param><param name=”allowFullScreen” value=”true”></param><param name=”allowscriptaccess” value=”always”></param><embed src=”http://www.youtube.com/v/rixeV0bk5fs&hl=en_US&fs=1&” type=”application/x-shockwave-flash” allowscriptaccess=”always” allowfullscreen=”true” width=”320″ height=”265″></embed></object>

ກ໋ອບຄຳວ່າ ;autoplay=1 ໄປໃສ່ຫລັງ url ເພງ ທີ່ເປັນສີຟ້າ 2 ເທື່ອ

ກໍຈະໄດ້ແບບນີ້
<object width=”320″ height=”265″><param name=”movie” value=”http://www.youtube.com/v/rixeV0bk5fs&hl=en_US&fs=1&;autoplay=1“></param><param name=”allowFullScreen” value=”true”></param><param name=”allowscriptaccess” value=”always”></param><embed src=”http://www.youtube.com/v/rixeV0bk5fs&hl=en_US&fs=1&;autoplay=1” type=”application/x-shockwave-flash” allowscriptaccess=”always” allowfullscreen=”true” width=”320” height=”265“</embed></object>

ສາມາດປັບຂອບເພງໄດ້ບ່ອນສີມ່ວງໂດຍການໃສ່ເລກເຂົ້າໄປ................

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງປໍ 3 ສາວຄູໄດ້ບອກນັກຮຽນໃຫ້ແຕ້ມຮູບຕາມໃຈ ຄື ແຕ້ມຫຍັງກະໄດ້

ແຕ່ບັນຫາມັນເກີດຂຶ້ນກັບທ້າວ ຫຳນ້ອຍ ເພາະແຕ້ມຮູບບໍ່ເກັ່ງ ... ຫຳນ້ອຍ ... ກໍເລີຍຕັດສິນໃຈແຕ້ມຫມີແພ່ນດ່າ

ທີ່ເມື່ອສາວຄູເບີ່ງແລ້ວຕ້ອງງົງ ເພາະເບີ່ງຈັ່ງໃດກໍເປັນຫມາແນ່ນອນ ກໍເລີຍຖຽງກັນຂຶ້ນ ຮ່າໆໆ

ສາວຄູ: ທ້າວ ຫຳນ້ອຍ ແຕ້ມຮູບຫຍັງ...ເອົາມາໃຫ້ສາວຄູເບີ່ງແນ່?

ຫຳນ້ອຍ: ແຕ້ມຮູບຫມີແພ່ນດ່າ...ສາວຄູ

ສາວຄູ: ໃສຫມີແພ່ນດ່າ...ນີ້ມັນແມ່ນໂຕຫມາ!!!

ຫຳນ້ອຍ: ຖຽງສາວຄູຕໍ່ໄປວ່າ...ບໍ່ນ່າສາວຄູ...ນ້ອງແຕ້ມຫມີໄດ໋!!

ສາວຄູ: ຍັງຈະມາຖຽງອີກ...ກໍເຫັນຢູ່ວ່າຮູບຫມາຊັດໆ

ຫຳນ້ອຍ: ບໍ່ຮູ້ຈະເຮັດຫຍັງ ກໍຕອບວ່າ:::ໂດຍໆໆ ຫມາກໍຫມາ...ແຕ່ເປັນຫມາແພ່ນດີ້ໄດ໋ສາວຄູ!!

ສາວຄູ: ເອີ່ໆໆຍອມມັນກະໄດ໋!!! (ຄິດໃນໃຈ) ກໍເລີຍໃຫ້ 10

ຫຳນ້ອຍ: ແນ໋!! ສຸດທ້າຍກໍແພ້ເຮົາເວີ້ຍ!! 555+++


 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ພໍ່ຕູ້ສາອາໄສຢູ່ກັບຄົນໃຊ້ ເຊິ່ງພໍ່ຕູ້ສາເປັນຄົນມັກຫລີ້ນເລກຫລີ້ນຫວຍ

ມື້ຫນື່ງຝັນດີກໍ່ເລີຍທຸ່ມສຸດຕົວ ໂດຍບອກໃຫ້ຄົນໃຊ້ໄປຊື້ເລກໃຫ້...

ພໍ່ຕູ້ສາ:  ຫຳເອີຍ!! ໄປຊື້ເລກໃຫ້ກູແນ່ 555 ເອົາຮູດຽວເລີຍ 100,000 ກີບ

ຄົນໃຊ້: ແລ້ວຖ້າບໍ່ມີເດ! ເພື່ອວ່າມັນຫມົດນ່າ

ພໍ່ຕູ້ສາ:  ຖ້າມັນຫມົດ ຊື້ຫຍັງມາກະໄດ້!!! ມືງເລືອກເອົາເລີຍ!

ຄົນໃຊ້:  ກໍເລີຍຊື້ເບຍມາ 1 ລາງ ເພາະຫາຊື້ເລກ 555 ບໍ່ມີ....ມັນຫມົດແລ້ວ!!

ພໍ່ຕູ້ສາ: ......................................!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

                                                     ເຜີແປ໋ບດຽວອາຍຸກໍ່ຊາວສອງແລ້ວເຊິ່ງຄົບວັນນີ້ພໍດີ...ໂອ້ຍ!! ຄືມາເຖົ້າໄວແທ້ຮ່າງກາຍນີ້

ແຕ່ກົງກັນຂ້າມສະຫມອງພັດດ້ອຍຄວາມຮູ້ ປູ້ປັນຍາ ແຕ່ຢ່າງໃດກໍຕາມ ມາເຖິງວັນນີ້ໄດ້
 
ກໍບຸນຫລາຍແລ້ວ ຂໍຂອບໃຈທຸກສິ່ງທຸກຢ່າງທີ່ໄດ້ຜ່ານພົບ ທັງດີແລະຮ້າຍ ເພາະຢ່າງຫນ້ອຍ
 
ມັນກໍສອນໃຫ້ຮູ້ວ່າ ເຮົາຄວນຈະດຳເນີນຊີວິດຕໍ່ໄປຢ່າງໃດ...ຕະຫລອດເວລາທີ່ຜ່ານມາຢູ່ໃນໂລກໃບນີ້
 
ກໍໄດ້ເຫັນຫລາຍສິ່ງຫລາຍຢ່າງ ໄປໃຕ້ໄປເຫນືອກໍໄດ້ພົບປະຜູ້ຄົນທີ່ແຕກຕ່າງກັນໄປ
 
ຕ່າງຄົນກໍຕ່າງນິດໄສໃຈຄໍ ເຊິ່ງມັນຈະເປັນໄປບໍ່ໄດ້ເລີຍທີ່ຈະໃຫ້ມັນເຫມືອນກັນຫມົດທຸກຢ່າງ
 
ແຕ່ກໍເພາະຄວາມແຕກຕ່າງນີ້ແຫລະ ມັນໄດ້ຄ່ອຍໆສອນໃຫ້ເຮົາຮູ້ວ່າເຮົາຄວນຈະປະພຶດຕົວຢ່າງໃດ
 
ໃນເມື່ອເຮົາຢູ່ກັບຄົນອື່ນ ເຊິ່ງຄວາມເຫັນອົກເຫັນໃຈກັນນັ້ນກໍເປັນສິ່ງຫນື່ງທີ່ເຮົາຈະຕ້ອງມີ
 
ໃນຖານະທີ່ໄດ້ເກີດມາເປັນມະນຸດຄົນຫນື່ງ ມີຄວາມຮູ້ສຶກນຶກຄິດ ມີປັນຍາທີ່ປະເສີດ
 
ກ່ວາສັດອື່ນໆ ເມື່ອເປັນແບບນີ້ເຮົາກໍຢ່າໄປປະພຶດຕົວເຫມືອນສັດອື່ນເລີຍທີ່ບໍ່ມີຄວາມອາຍ
 
ເຫມືອນກັນກັບມະນຸດ ຊີວິດຫນໍຊີວິດຮູ້ແຕ່ມື້ເກີດບໍ່ຮູ້ມື້ຕາຍ
 
ແລະເຮົາຈະປະຫມາດໄປເຮັດຫຍັງ ເຮົາຈະມົວຫລິ້ນອິຫຍັງຢູ່ ຈົ່ງຮິບທຳຕົນໃຫ້ມີປະໂຫຍດ
 
ທັງຕໍ່ຕົນເອງແລະສວ່ນລວມຈະບໍ່ດີກວ່າບໍ?
 
ວັນນີ້ກໍ 22 ເຕັມແລ້ວ ຕໍ່ນີ້ໄປຈະຂໍຮໍ່າຮຽນສຶກສາໄປເລື້ອຍໆ ຈະໃຫ້ການຮຽນຮູ້ລະຫວ່າງທາງ
 
ເປັນຄວາມງົດງາມຂອງການມີຊີວິດຢູ່ ແລະຈະເຊີດຊູບູຊາຄຸນຄ່າຂອງຄວາມເປັນຄົນຕໍ່ໄປ
 
***ຂໍຂອບໃຈ*** ພໍ່ແມ່ຜູ້ໃຫ້ກຳເນີດ
 
***ຂໍຂອບໃຈ*** ຄູບາອາຈານຜູ້ໃຫ້ການສິດສອນ
 
***ຂໍຂອບໃຈ*** ເຂົ້ານ້ຳປາອາຫານທີ່ລ້ຽງຊີວິດ
 
***ຂໍຂອບໃຈ*** ທຸກສິ່ງທຸກຢ່າງທີ່ໄດ້ຜ່ານພົບມາຕະຫລອດໄລຍະເວລາ 22 ປີ
 
***ຂໍຂອບໃຈ*** ທຸກກຳລັງໃຈທີ່ເຄີຍໄດ້ຮັບ
 
***ຂໍຂອບໃຈ*** ທີ່ຍັງມີລົມຫາຍໃຈໃນວັນນີ
..........................................
....................................................................
...........................................................................................
ຊິວິດຕ້ອງກ້າວຕໍ່ໄປ............ຂອບໃຈ
 
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ໃນມື້ເປີດສົດສາວຄູຄົນຫນຶ່ງ...ແມ໋ໆໆເລີ່ມຕະຫລົກແລ້ວເຫັນບໍ? ບໍ່ແມ່ນເນາະ!! ໃນມື້ເປີດສົກຮຽນໃຫມ່ສາວຄູກໍ່ໄດ້

ຈົດຊື່ນັກຮຽນແຕ່ລະຄົນແລະບັນທຶກໄວ້ ຊຶ່ງເຫດເກີດຂຶ້ນທີ່ຄົນສຸດທ້າຍ ສາວຄູໄດ້ຖາມຊື່ນັກຮຽນຊາຍຄົນນັ້ນວ່າ

ສາວຄູ:  ນ້ອງໆໆ ຊື່ຫຍັງ?

ນັກຮຽນ:  ແກ່ງຫົວ 2, 3 ບາດ ບໍ່ປາກຫຍັງ!

ສາວຄູ:  ຖາມອີກ...ນ້ອງໆ ຊື່ຫຍັງ?

ນັກຮຽນ:  ແກ່ງຫົວເຫມືອນເດີມ!

ສາວຄູ:  ເຖິງວ່າຈະງາມແຕ່ກໍ່ໃຈຮ້າຍເປັນ ຮ່າໆໆ

ເລີຍຖາມໄປວ່າ ເປັນຫຍັງຄືບໍ່ຮູ້ຊື່ຕົວເອງ?

ນັກຮຽນ:  ນ້ອງບໍ່ຮູ້ວ່າ ນ້ອງຊື່ອິຫຍັງແທ້!! ເພາະ ແມ່ເອີ້ນວ່າ ຫຳ ພໍ່ເອີ້ນວ່າ ກໍ່າ

ເອີ້ອຍກໍ່ເອີ້ນວ່າ ກໍ່າ ແຕ່ຫມູ່ມັກເອີ້ນວ່າ ດຳດຳ ສຸດທ້າຍນ້ອງກໍ່ເລີຍບໍ່ຮູ້ວ່ານ້ອງຊື່ອິຫຍັງກັນແທ້!!! ຮ່າໆໆ

ສາວຄູ:  .............................ເລີຍຈົດຊື່ວ່າ ທ້າວ ຫຳກໍ່າກໍ່າ ນາມສະກຸນ ດຳດຳ !!!

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ສອງຜົວເມຍນອນນຳກັນ ເຊິ່ງຫາກໍ່ແຕ່ງດອງໃຫມ່ໆ

ຊູ່ຄົນຊູ່ອາຍ ເມຍກໍ່ຄິດໄປວ່າຜົວຄົງບໍ່ເຮັດຫຍັງຕິເບາະຄືນນີ້!!

ຫລັງຈາກນັ້ນກໍ່ນອນ....ຫລັງຈາກຕື່ນນອນແລ້ວ ເມຍກໍ່ໄດ້ເວົ້າກັບຜົວວ່າດັ່ງຕໍ່ໄປນີ້:

ເມຍ:  ອ້າຍໆ ນ້ອງນອນບໍ່ຫລັບຫມົດຄືນ

ຜົວ:   ອ້າວ!! ເປັນຫຍັງນ້ອງ ໆ ຝັນຮ້າຍບໍ?

ເມຍ:  ແມ່ນແລ້ວອ້າຍ...ນ້ອງຝັນບໍ່ດີ

ຜົວ:  ນ້ອງຝັນຫຍັງລະ?

ເມຍ:  ນ້ອງຝັນວ່າຜີມັນມາບາຍຫົວ!!!

ຜົວ:  ໂອ້ຍໆໆ!! ນ້ອງບໍ່ໄດ້ຝັນໄປດອກ.. ແຕ່ອ້າຍບາຍອີຫລີ!!! 555+++

                                     The End

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຈະຣິຍະສາດ ແປວ່າ ສາດແຫ່ງຄວາມປະພຶດ ຈະຣິຍະແປວ່າ ຄວາມປະພຶດ

ຫລືຂໍ້ທີ່ຄວນປະພຶດ ສາດແປວ່າ ວິຊາຫລືຄວາມຮູ້

ປະໂຫຍດຂອງການສຶກສາຈະຣິຍະສາດພໍສະຫລຸບໄດ້ດັ່ງນີ້:

1. ເຮັດໃຫ້ຮູ້ວ່າແມ່ນຫຍັງດີ ແມ່ນຫຍັງຊົ່ວ ແມ່ນຫຍັງຖືກແມ່ນຫຍັງຜິດ ແມ່ນຫຍັງຄວນຫລືບໍ່ຄວນເຮັດ

ແລະສາມາດເລືອກປະຕິບັດຂໍ້ທີ່ດີທີ່ສຸດໄດ້.

2. ເຮັດໃຫ້ຮູ້ຫລັກໃນການດຳເນີນຊີວິດ ທັງດ້ານສ່ວນຕົວແລະສັງຄົມ ແລະເຮັດໃຫ້ຮູ້ວ່າເມື່ອຢູ່ໃນສັງຄົມ

ຄວນຈະເຮັດແນວໃດ ແລະປະຕິບັດຕົວແນວໃດດີ.

3. ໄດ້ພັດທະນາຄຸນນະພາບຂອງຊີວິດດີຂຶ້ນແລະສູງຂຶ້ນ ເພາະຖ້າຫາກຄົນເຮົາຂາດການພັດທະນາທາງດ້ານ

ຈະຣິຍະທຳແລະຈະຣິຍະສາດແລ້ວ ເຮົາກໍ່ຈະບໍ່ແຕກຕ່າງຈາກສັກອື່ນຫລາຍປານໃດ.

4. ວິຊາຈະຣິຍະສາດເປັນວິຊາທີ່ສະເຫນີແນະທາງປະຕິບັດທີ່ມີຄຸນຄ່າຕໍ່ທຸກຄົນ ແລະຈະເຮັດໃຫ້ເຮົາເຫັນຄຸນ

ຄ່າຂອງຄົນວ່າຢູ່ໃສ ບ່ອນໃດ ເຮັດແນວໃດຊີວິດຈຶ່ງຈະມີຄຸນຄ່າ.

5. ວິຊາຈະຣະຍາສາດເປັນວິຊາທີ່ສະເຫນີແນະດ້ານອຸດົມຄະຕິອັນສູງສົ່ງຂອງຊີວິດ ເຮັດໃຫ້ຜູ້ສຶກສາຮູ້ວ່າເຮົາ

ມີຊີວິດຢູ່ເພື່ອຫຍັງ ເກີດມາເຮັດຫຍັງ ແລະສິ່ງທີ່ເຮົາຄວນຈະໄດ້ຮັບໃນຊີວິດຄືຫຍັງ.

6. ການສຶກສາຈະຣິຍະສາດ ເປັນການສຶກສາເລື່ອງກົດແຫ່ງທຳມະຊາດຂອງຊີວິດ ເຮັດໃຫ້ເຮົາຮູ້ວ່າຊີວິດທີ່ແທ້ຈິງ

ຂອງຄົນເຮົານັ້ນຕ້ອງການຫຍັງ ແລະຮູ້ກົດທຳມະຊາດຂອງຊີວິດດີຂຶ້ນ ເມື່ອເກີດເຫດການຕ່າງໆຂຶ້ນ

ກັບຕົວເອງກໍ່ຈະຮູ້ວິທີການຮັບມືກັບບັນຫານັ້ນໄດ້ຢ່າງສະຫລາດ.

.....................................................

..........................................................................

..................................................................................................................

4 / 10 / 54

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2011 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

++ ຈະໂລບໄປຮອດໃສ? ຫລືວ່າຍັງມີບໍ່ພໍ...ແລ້ວຄວາມພຽງພໍຢູ່ບ່ອນໃດ?

++ ຈະໂກດໄປຮອດໃສ? ຫລືວ່າໃຈຍັງບໍ່ເສົ້າຫມອງພໍ?

++ ຈະຫລົງໄປຮອດໃສ? ຫລືວ່າໃຈເຮົາຍັງໂງ່ຢູ່?

++ ຈະຫລິ້ນໄປຮອດໃສ? ຫລືວ່າວຽກງານບໍ່ມີເຮັດ?

++ ຈະເຮັດໄປຮອດໃສຄວາມຊົ່ວ? ຫລືວ່າຍັງມີບໍ່ພໍ?

++ ຈະຖຽງກັນໄປຮອດໃສ? ຫລືນຶກວ່າໂຕເອງສະຫລາດກວ່າຄົນອື່ນ?

++ ຈະແຕກແຍກກັນໄປຮອດໃສ? ຫລືວ່າສະກົດບໍ່ເປັນຄໍາວ່າ ...ສາມັກຄີ...?

++ ຈະຫລົງໂຕເອງໄປຮອດໃສ? ຫລືຄິດວ່າຄົນອື່ນໂງ່...ບໍ່ມີຫົວຄິດ?

++ ຈະໂອ້ອວດໄປຮອດໃສ? ຫລືວ່າມີຄວາມສຸກ?

++ ຈະລວຍໄປຮອດໃສ? ຫລືຄິດວ່າຕາຍໄປຈະເອົາໄປນຳໄດ້?

++ ຈະຮຽນໄປຮອດໃສ? ໃນເມື່ອຈົບມາເປົ້າຫມາຍຄືການຄົດໂກງແລະເຫັນແກ່ຕົວ?

++ ຈະແຂງກະດ້າງໄປຮອດໃສ? ໃນເມື່ອຄວາມອ່ອນໂຍນຍັງມີຢູ່!!

++ ຈະອົກຮັກໄປຮອດໃສ? ໃນເມື່ອຄົນອື່ນໆຍັງມີດີໃຫ້ຄົ້ນຫາ!!!

++ ຈະອິດສາຄົນອື່ນໄປຮອດໃສ? ໃນເມື່ອມີແຕ່ທຸກ!!!

++ ຢ່າຕົກເປັນທາດຂອງກິເຫລດຈົນເກີນໄປ...ຈົນໂງຫົວບໍ່ຂຶ້ນ!!

..............................

.................................................

..............................................................................

3 /10/ 54

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

    ເຮົາຢາກໄດ້ໃຜຈັກຄົນມາເປັນເພື່ອນແທ້ ຈົ່ງຄິດວ່າເຮົາຈະເປັນເພື່ອນແທ້ໃຫ້ໃຜແດ່ ສະນັ້ນ ເຮົາຄວນເຮັດໃຫ້ໄດ້ສະເໝີວ່າ

ໃຫ້ສິ່ງໃດກັບເພື່ອນ ເພື່ອນຍ່ອມໃຫ້ສິ່ງນັ້ນຕອບ ແລະຄິດສະເໝີວ່າ ຄວນລືມຄວາມດີທີ່ໄດ້ທໍາໄວ້ກັບຄົນອື່ນ ແຕ່ຄວນຈໍາຄວາມດີທີ່

ຄົນອື່ນໄດ້ທໍາໄວ້ ຂໍຝາກໄວ້ເດີ... 

            ມິດແທ້ແລະມິດທຽມແຕ່ລະຢ່າງມີ 4 ຈໍາພວກຄື

         ມິດແທ້ມີ 4 ຈໍາພວກ

       1. ມິດມີອຸປະກາລະ 2. ມິດຮ່ວມສຸກຮ່ວມທຸກ3. ມິດແນະນໍາປະໂຫຍ 4. ມິດມີຄວາມຮັກໄຄ່

         ມິດທຽມ 4 ຈໍາພວກ

       1. ຄົນປອກຫລອກ2. ຄົນດີແຕ່ເວົ້າ3. ຄົນຫົວປະຈົບ4. ຄົນຊັກຊວນໃນທາງເສື່ອມ              

      ຢ່າງໃດກໍ່ຕາມ ຂໍໃຫ້ເຮົາມີສະຕິໃນການຄົບຫາເພື່ອນ ການມີເພື່ຶອນເປັນຄວາມຈໍາເປັນຢ່າງຫນຶ່ງໃນຊີວິດ ຂະຫນາດພໍ່ເຮົາຍັງ

ມີແມ່ເປັນເພື່ອນຊີວິດເລີຍ ເຊິ່ງແຕ່ລະຄົນກໍ່ຕ້ອງຊ່ວຍເຫລືອກັນ ແບ່ງເບົາພາລະຫນ້າທີ່ກັນຕາມຄວາມເຫມາະສົມ

ໃຫ້ຄວາມຮັກຄວາມເຂົ້າໃຈຕໍ່ກັນແລະປົກປ້ອງຄຸ້ມຄອງກັນໃນຍາມທີ່ຕົກທຸກໄດ້ຍາກ ເມື່ອໃດກໍ່ຕາມທີ່ພໍ່ຂາດແມ່ກໍ່ເຫມືອນປາຂາດນໍ້າ

ແລະເມື່ອໃດກໍ່ຕາມທີ່ເຮົາຂາດເພື່ອນດີໆໃນຊີວິດ ເຮົາກໍ່ຈະເຫມືອນກັບຄົນທີ່ຕາບອດໄປແລ້ວຂ້າງຫນຶ່ງ

ພໍເບິ່ງເຫັນຫົນທາງໄດ້ແຕ່ກໍ່ບໍ່ເຫມືອນກັບຄົນທີ່ມີຕາດີທັງສອງຂ້າງ... ແນ່ນອນຕ້ອງເຫັນແລະເບິ່ງໄດ້ຊັດເຈນກວ່າຄົນທີ່ຕາບອດ

ໄປແລ້ວຂ້າງຫນຶ່ງ. ພໍເຖີງເວລາໃດເວລາຫນຶ່ງໃນຊີວິດ ເຮົາຈະຮູ້ວ່າການຫາເພື່ອນແທ້ຫລືເພື່ອນທີ່ດີໆນັ້ນຍາກເຫລືອເກີນ

ແຕ່ພໍເມື່ອໄດ້ມາແລ້ວຈະຮູ້ສຶກວ່າມີຄວາມສຸກ

ມີຄວາມສະບາຍກາຍ ສະບາຍໃຈແລະອົບອຸ່ນ ຢູ່ຕະຫລອດເວລາ ແຕ່ສິ່ງທີ່ສໍາຄັນກວ່ານັ້ນ ຄື

ເຮົາຕ້ອງຄິດສະເຫມີວ່າໃນຂະນະທີ່ເຮົາກໍາລັງຄົບກັບຄົນໃດຄົນຫນຶ່ງເປັນເພື່ອນຢູ່ນັ້ນ ເຂົາກໍ່ສຶກສາຮຽນຮູ້ນິດໃສໃຈຄໍເຮົາຢູ່ເຫມືອນກັນ

ຢ່າຄິດວ່າເຂົາເທົ່ານັ້ນຕ້ອງປັບຕົວເຂົ້າຫາເຮົາໆກໍ່ຕ້ອງປັບນິດໃສໃຈຄໍຂອງເຮົາໃຫ້ເຂົ້າກັບເຂົາດ້ວຍເຫມືອນກັນ ຄື

ຕ້ອງຮຽນຮູ້ເຊິ່ງກັນແລະກັນທັງສອງຝ່າຍ ແຕ່ຂໍໃຫ້ນັບຫນຶ່ງທີ່ຕົວເຮົາກ່ອນສະເຫມີ (ເຮົາຕ້ອງເລີ່ມກ່ອນ) ຫາກວ່າໄດ້ເພື່ອນມາແລ້ວ

ສິ່ງສໍາຄັນຄື ເຮົາຕ້ອງຮັກສາຄວາມເປັນເພື່ອນນັ້ນໄວ້ໃຫ້ຍືນຍາວ (ນີ້ຄືພາລະກິດຕໍ່ໄປ) ຜົນປະໂຫຍດພຽງເລັກນ້ອຍ

ແລະຄວາມຄິດເຫັນທີ່ແຕກຕ່າງກັນ ອາດຈະເຮັດໃຫ້ເຮົາແຕກແຍກຈາກເພື່ອນໄດ້ ແລະອີກຢ່າງຫນຶ່ງຄື ຄວາມຖືຕົວຂອງເຮົາເອງ

ສະນັ້ນຂໍໃຫ້ເຮົາຈົ່ງລະວັງຄວາມຄິດຂອງເຮົາເອງ ແລະທີ່ສໍາຄັນຄວນມີສະຕິກໍາກັບຢູ່ຕະຫລອດເວລາ.

ຄົນເຮົາແຕ່ລະຄົນຕາມທໍາມະຊາດແລ້ວກໍ່ເຫມືອນກັບອະໄວຍະວະຕ່າງໆໃນຮ່າງກາຍ ເຊິ່ງແຕ່ລະຢ່າງກໍ່ມີຄວາມຈໍາເປັນແລະສໍາຄັນບໍ່

ເທົ່າກັນເວົ້າງ່າຍໆກໍ່ຄື ມີພາລະຫນ້າທີ່ຕ່າງກັນ ເຊັ່ນ ຕາມີໄວ້ເບິ່ງສິ່ງຕ່າງໆ ສ່ວນຫູກໍ່ມີຫນ້າທີ່ຟັງສຽງຕ່າງໆທີ່ຜ່ານເຂົ້າມາ...

ແຕ່ຖ້າຫາກເຮົາຝືນທໍາມະຊາດຂອງມັນຄື ຢາກເອົາຫູໄປເບິ່ງແລະເອົາຕາໄປຟັງ ຫລື ສາມາດເຮັດໄດ້ ນັ້ນກໍ່ສະແດງວ່າ

ຄົນນັ້ນຜິດປົກກະຕິ ຫລືຜິດທໍາມະຊາດແລ້ວ ຄົນເຮົາກໍ່ເຫມືອນກັບອະໄວຍະວະຕ່າງໆໃນຮ່າງກາຍ ຄື ມີດີຕ່າງກັນແລະມີ

ຄວາມສາມາດບໍ່ເທົ່າກັນ ເກັ່ງຄົນລະດ້ານ ຖະຫນັດຄົນລະດ້ານ ແລະການທີ່ເຮົາບໍ່ຖືກໃຈກັບໃຜຄົນໃດຄົນຫນຶ່ງ

ກໍ່ຢ່າຄິດວ່າເຂົາເປັນສັດຕູຕົວຮ້າຍກາດຂອງເຮົາ ຫລືຢ່າສະແດງຕົວເປັນສັດຕູກັບເຂົາ

ແຕ່ຂໍໃຫ້ເຮົາເວັ້ນໄລຍະຫ່າງຈາກຄວາມເປັນເພື່ອນຂອງເຂົາກັບເຮົາເອົາໄວ້ຕາມຄວາມເຫມາະສົມກ່ອນ

ຂໍໃຫ້ເພື່ອນໆຈໍາໄວ້ໃນໃຈສະເຫມີວ່າ ຄົນແຕ່ລະຄົນມີຄວາມດີຕ່າງກັນ ມີຫນ້າທີ່ຕ່າງກັນ ແລະມີຄວາມຈໍາເປັນໃນເວລາ

ແລະສະຖານທີ່ຕ່າງກັນ ຮັກກັນໄວ້ດີກວ່າຊັງກັນ ສະນັ້ນ ສາມັກຄີຮັກແພງກັນໄວ້  ດີກວ່າແຕກແຍກກັນ

ເປັນຄໍາເວົ້າທີ່ມີຄວາມຫມາຍຫລາຍ... ເພື່ອນໆວ່າແມ່ນບໍ?

ຢ່າງໃດກໍ່ຕາມຂໍໃຫ້ເຮົາທຸກຄົນຈໍາໄວ້ສະເຫມີວ່າ ຄົນເຮົານັ້ນ ຕາມທໍາມະຊາດແລ້ວມັກຈະຫລົງລືມແນວງ່າຍໆ

ຈົ່ງເຕືອນສະຕິຕົວເອງໄວ້ວ່າ ເພື່ອນແທ້ນັ້ນບໍ່ກ່ຽວກັບຕໍາແຫນ່ງ ຖານະ ຄອບຄົວ ຄວາມຮັ່ງມີ ຫລືຄວາມຈົນຕ່າງໆ

ແລະກໍ່ບໍ່ກ່ຽວກັບຮູບຮ່າງຫນ້າຕາດ້ວຍ

ບາງທີຄົນທີ່ມີຮູບຮ່າງຫນ້າຕາຂີ້ຮ້າຍ ແຕ່ຈິດໃຈເຂົາອາດຈະດີກໍ່ໄດ້ ແຕ່ບາງຄົນເບິ່ງພາຍນອກຮູບຮ່າງຫນ້າຕາດີຈົນບໍ່ມີທີ່ຕິ

ແຕ່ໃຜຈະຮູ້ວ່າຈິດໃຈຂ້າງໃນຂອງເຂົານັ້ນອາດຈະເຕັມໄປດ້ວຍຄວາມໂລບ ຄວາມໂກດແລະຄວາມຫລົງຈໍານວນ

ມະຫາສານກໍ່ເປັນໄດ້ ສະນັ້ນ ຢ່າເບິ່ງຄົນແຕ່ພຽງຮູບຮ່າງຫນ້າຕາພາຍນອກຢ່າງດຽວ ເຮົາຕ້ອງສໍາຫລວດ

ແລະເບິ່ງເຂົ້າໄປຂ້າງໃນຈິດໃຈຂອງເຂົາ ເຮົາຈຶ່ງຈະໄດ້ຂໍ້ມູນທີ່ຈິງແລະຖືກຕ້ອງຂອງເຂົາ ດັ່ງຄໍາສຸພາສິດຫນຶ່ງທີ່ວ່າ

ຖ້າພິຈາລະນາຄົນດ້ວຍໃຈ ຈະພິຈາລະນາໄດ້ແມ່ນຢໍາກວ່າໃຊ້ຕາຫລາຍເທົ່າມິດຕະພາບທີ່ແທ້ຈິງແລະຈິງໃຈ

ນັ້ນຈະຢູ່ທີ່ມິດຕະພາບລະຫວ່າງໃຈຕໍ່ໃຈ. ວັນນີ້ທ່ານມີມິດຕະພາບລະຫວ່າງໃຈແລ້ວຫລືຍັງ?

ຖ້າຍັງບໍ່ມີກໍ່ຂໍເປັນກໍາລັງໃຈໃຫ້ຫາຕໍ່ໄປໆໆໆ ແລ້ວຢ່າລືມເປັນກໍາລັງໃຈໃຫ້ຂ້ອຍເດີ

ເພາະກໍາລັງຈະໄປຫາເຫມືອນກັນໆໆ. ຂໍໃຫ້ເພື່ອນໆມີຄວາມສຸກ ຄວາມຈະເລີນໃນການຫາເພື່ອນແທ້

ແລະການສຶກສາຮໍ່າຮຽນ ມີຄວາມສະບາຍກາຍສະບາຍໃຈ ມີສຸກຂະພາບເຂັ້ມໆ (ໂອຍ! ບໍ່ແມ່ນສຸກຂະພາບແຂ້ມແຂງ)

ແລະປາສະຈາກໂລກໄພໄຂ້ເຈັບທັງຫລາຍໃນປີໃຫມ່ນີ້ ແລະປະກອບໄປດ້ວຍພອນສີ່ປະການຄື

ອາຍຸ ວັນນະ ສຸຂະ ພາລະດ້ວຍເທີ້ນ ສາທຸສາທຸ.

.................................................................................

............................................................

......................................

ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຄໍາວ່າ “ເພື່ອນ” ຄໍາດຽວສັ້ນໆ ແຕ່ພໍຄິດແລະພິຈາລະນາໃຫ້ລະອຽດແລ້ວຈະຮູ້ວ່າເພື່ອນນັ້ນມີຄວາມຫມາຍແລະຈໍາເປັນຢ່າງຍິ່ງ

ໃນຊີວິດຂອງເຮົາ ແຕ່ເພື່ອນນັ້ນກໍ່ມີຫລາຍຮູບແບບມີທັງເພື່ອນດີແລະບໍ່ດີປະປົນກັນໄປດັ່ງນັ້ນຖ້າເຮົາຢາກໄດ້ເພື່ອນແບບໃດກໍ່

ເລືອກໄດ້ຕາມໃຈປາດຖະຫນາ ເພາະຄົງບໍ່ມີໃຜຈັບຈອງເປັນລິຂະສິດໄວ້ ແມ່ນບໍ? ເພື່ອນໆທັງຫລາຍ ຢອກກັນຫລີ້ນເດີ...

ແຕ່ຈົ່ງຄິດສະເຫມີວ່າມີເພື່ອນດີເຫມືອນມີທຸກສິ່ງທຸກຢ່າງ ແຕ່ຫາກມີເພື່ອນບໍ່ດີກໍ່ຈະສູນເສຍທຸກສິ່ງທຸກຢ່າງເຫມືອນກັນ

ສະນັ້ນເພື່ອນຈຶ່ງມີຄວາມຫມາຍຕໍ່ຊີວິດເຮົາຫລາຍ ມິດຕະພາບລະຫວ່າງເພື່ອນນັ້ນຍິ່ງໃຫຍ່ມະຫາສານ

ຍິ່ງໃຫຍ່ກວ່າທ້ອງຟ້າແລະມະຫາສະມຸດ ແລະມິດຕະພາບກໍ່ຄືຄວາມເປັນເພື່ອນແທ້ທີ່ເຮົາສາມາດມອບໃຫ້ແກ່ກັນໄດ້

ແລະມິດຕະພາບແທ້ນັ້ນຈະຕ້ອງຢູ່ເຫນືອອາລົມສະເຫມີ ໃນຍາມທີ່ເຮົາໂສກເສົ້າ ເຫງົາໃຈ ຜິດຫວັງ ທໍ້ແທ້ໃນຊີວິດ ມິດຕະພາບ

ສາມາດໃຫ້ຄວາມອົບອຸ່ນແລະຄວາມຫມັ້ນໃຈແກ່ເຮົາໄດ້ ຂໍໃຫ້ເພື່ອນໆລອງຄິດເບິ່ງວ່າໃນຍາມທີ່ເຮົາຈາກບ້ານໄປໄກ

ຫາກໄດ້ເພື່ອນທີ່ດີໆຈັກຄົນຫນຶ່ງເຮົາຈະຮູ້ສຶກຢ່າງໃດ.. ແນ່ນອນເຮົາຕ້ອງຮູ້ສຶກອົບອຸ່ນແລະສະບາຍໃຈ

ເຫມືອນໄດ້ຢູ່ໃນອ້ອມກອດອັນອົບອຸ່ນຂອງແມ່ເຮົາອັນເປັນທີ່ຮັກຍິ່ງ ແຕ່ວ່າ ຫາກເຮົາຫລົງໄປຄົບເພື່ອນທີ່ບໍ່ດີ

ກໍ່ອາດຈະເຮັດໃຫ້ເຮົາຕ້ອງທຸກໃຈແລະເສຍໃຈໄດ້ເຫມືອນກັນ ຄໍາວ່າ ເພື່ອນ ເປັນສິ່ງທີ່ຍິ່ງໃຫຍ່ໃນຊີວິດ ການສະແຫວງຫາກໍ່ຍາກ

ແຕ່ການທີ່ຈະຮັກສາໄວ້ນັ້ນຍາກຫລາຍກວ່າ ຄວາມເປັນເພື່ອນບໍ່ສາມາດທີ່ຈະເກີດຂຶ້ນໄດ້ໃນຊ່ວງເວລາອັນສັ້ນ ຫມາຍຄວາມວ່າ

ເຮົາຕ້ອງໃຊ້ເວລາຫລາຍແລະຍາວນານ ໃນການສະແຫວງຫາເພື່ອນດີໆຄົນຫນຶ່ງເຮົາບໍ່ອາດຈະເອີ້ນໃຜວ່າເພື່ອນແທ້ໄດ້ໃນການພົບກັນ

ຄັ້ງທໍາອິດ ແຕ່ເຮົາຕ້ອງສຶກສາແລະຮຽນຮູ້ນິດໄສໃຈຄໍກິລິຍາມາລະຍາດກັນອີກຍາວນານຈົນເກີດຄວາມຫມັ້ນໃຈແລະແນ່ໃຈວ່າ

ເຮົາສາມາດເຂົ້າກັນໄດ້ແລະຖືກຄໍກັນສ່ວນເຮົາເອງກໍ່ຕ້ອງເປັນທີ່ໄວ້ວາງໃຈຂອງເຂົາເຫມືອນກັນ (ຕ້ອງຈິງໃຈຕໍ່ກັນທັງສອງຝ່າຍ).

ເພື່ອນໆອາດຈະເຄີຍໄດ້ຍິນໄດ້ຟັງມາຫລາຍແລ້ວວ່າ ທໍາມະຊາດຂອງຊີວິດຕ້ອງມີເພື່ອນໆປຽບເຫມືອນເງົາຂອງຊີວິດ

ແຕ່ເພື່ອນນັ້ນກໍ່ມີສອງຢ່າງຄືເພື່ອນແທ້ແລະເພື່ອນທຽມ ເພື່ອນແທ້ນໍາສຸກມາໃຫ້ ແຕ່ເພື່ອນທຽມນັ້ນນໍາທຸກມາໃຫ້ ໃຜຢາກໄດ້ແບບໃດ

ກໍ່ເລືອກເອົາເພື່ອນແທ້ນັ້ນຫາຍາກເຫມືອນຊອກງົມເຂັມໃນແມ່ນໍ້າມະຫາສະມຸດອັນເລິກກວ້າງ ແຕ່ເພື່ອນທຽມນັ້ນຫາໄດ້ງ່າຍ

(ເພາະມີຂາຍຕາມຮ້ານຂາຍຢາທົ່ວໄປ) ຢອກກັນຫລີ້ນອີກແລ້ວເດີ ໆ ໆ ຄາຍຄຽດເນາະ...ຍີ້ມກ່ອນເດີ ຈຶ່ງອ່ານຕໍ່.

....................................

........................................................................

........................................................................................................

ຕໍ່ສ່ວນທີ່ ສອງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປະເທດຂ້ອຍ;;;;;;;;;;;;;;;;;;;;;ເອີ້ນຊື່ເມືອງລາວ

ລວງກ້ວາງຍາວ;;;;;;;;;;;;;;;; ສຸດຕາເຫລືອອ່ານ

ນໍ້າຂອງຜ່ານ;;;;;;;;;;;;;;;;;;;;ໄຫລລອ່ງລົງຄອນ

ເຮົາສະອອນ;;;;;;;;;;;;;;;;;;;;;  ຫົນທາງສະອາດ

ປະເທດຊາດ ;;;;;;;;;;;;;;;;; ກ້ວາງໃຫຍ່ໄພສານ

ເຮົາລູກຫລານ;;;;;;;;;;;;;;;;;;; ເກີດໃຫມ່ໃຫຍ່ລຸນ

ຈົ່ງເພີ່ມພູນ;;;;;;;;;;;;;;;;;  ຄວາມສາມັກຄີໃຫ້ໄດ້

ແລ້ວນຳໄປ ;;;;;;;;;;;;;;;;; ພັດທະນາບ້ານເມືອງ

ໃຫ້ຮຸ່ງເຮືອງ ;;;;;;;;;;;;;;;;;;;;; ຈະເລີນກ້າວຫນ້າ

ຢ່າໃຫ້ລ້າ  ;;;;;;;;;; ຫລັງບ້ານອື່ນເຂົາ...ໄດເນີ!!!

..........................................

.................................

.......................

ແປງມາຈາກບົດທ່ອງປະຖົມ

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

...ນົກບໍ່ມີຂົນຄົນບໍ່ມີຄວາມຮູ້ຍ່ອມຂຶ້ນສູ້ທີ່ສູງບໍ່ໄດ້ ສະນັ້ນຈົ່ງໃສ່ໃຈໃຫ້ຫລາຍໆ

 ໃນການສຶກສາຮໍ່າຮຽນ...

ການສຶກສາຮໍ່າຮຽນນັ້ນເປັນສິ່ງຈໍາເປັນທີ່ສຸດໃນຊີວິດ

 

...ແຕ່ຄວາມສໍາເລັດຂອງການສຶກສາຮໍ່າຮຽນນັ້ນວັດກັນທີ່ການສ້າງສັນສິ່ງດີໆເພື່ອສັງຄົມ

ສາມາດເຮັດໃຫ້ຄົນໃນສັງຄົມເປັນຄົນດີ ມີຄວາມສຸກ ມີຈິດໃຈເອື້ອອາລີຕໍ່ກັນ

ທຸກຄົນມີຄວາມສາມັກຄີຮັກແພງກັນ ຊ່ວຍເຫລືອກັນ

ແລະກ້າວໄປດ້ວຍກັນພ້ອມຮອຍຍິ້ມທີ່ສົດໃສ...ແຕ່ບໍ່ໄດ້ວັດກັນທີ່ເມື່ອຈົບມາແລ້ວວ່າ:

ໃຜຈະໂກງ...ໃຜຈະເຫັນແກ່ຕົວໄດ້ຫລາຍກ່ວາກັນ

ຖ້າວັດກັນທີ່ນີ້ຂ້າພະເຈົ້າຄິດວ່າການສຶກສາຂອງຄົນເຮົານັ້ນ

ຄົງຈະບໍ່ມີຄວາມຫມາຍຫຍັງຂຶ້ນມາເລີຍ!!!

.......................................................................................

..........................................

..........................

ອັນນີ້ຄືຄວາມຄິດເຫັນສ່ວນຕົວ

ເຈົ້າຄິດວ່າແນວໃດ??

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 

35. ທໍາມະຊາດສ້າງມະນຸດໃຫ້ມີສອງຫູສອງມືແຕ່ມີປາກດຽວ

ສະນັ້ນມະນຸດຄວນຟັງແລະກະທໍາຫລາຍກ່ວາເວົ້າ.

36. ເປົ້າຫມາຍການສຶກສາຄືສຶກສາເພື່ອຊີວິດ ເປົ້າຫມາຍຂອງຊີວິດຄື

ດໍາລົງຕົນເປັນຜູ້ມີສະຕິ ມີຄຸນນະທໍາແລະກ້າຫານ.

37. ເຮົາຄວນເບີ່ງໂລກໃນແງ່ດີ ມີເມດຕາ ບໍ່ລິດສະຫຍາໃຜແລະຕ້ອງໃຫ້ອະໄພເຊີ່ງກັນແລະກັນ

ຈື່ງຈະຢູ່ນໍາກັນຢ່າງສັນຕິໄດ.

38. ມັກກ່າວກັນວ່າການເວລາປ່ຽນແປງທຸກສິ່ງ ແຕ່ຈິງໆແລ້ວ

ເຮົາຕ້ອງປ່ຽນແປງທຸກສິ່ງດ້ວຍຕົວເຮົາເອງຕ່າງຫາກ.

39. ຢາກໃຫ້ຄົນອື່ນປະຕິບັດຕໍ່ເຮົາເຊັ່ນໃດ ເຮົາກໍ່ຄວນປະຕິບັດຕໍ່ຄົນອື່ນເຊັ່ນນັ້ນ

ເພາະນີ້ຄືກົດເກນແລະເຫດຜົນ.

40. ຫນ້ານອກບອກຄວາມງາມ ຫນ້າໃນບອກຄວາມດີ ຫນ້າທີ່ບອກເຖິງຄວາມສາມາດ.

41. ໄຮ້ວາດສະຫນາຢ່າຂໍພອນ ຄວາມລໍ່າລວຍຫາກຂໍກັນໄດ້ ໃນໂລກນີ້ຄົງບໍ່ມີຄົນຈົນ

ທຸກສິ່ງເກີດຈາກການກະທໍາຢ່າອ້ອນວອນຂໍພອນເລີຍ!

42. ອະດິດບໍ່ຂະຫຍັນ ປັດຈຸບັນບໍ່ຂົນຂວາຍ ອະນາຄົດບໍ່ຕ້ອງທໍານາຍ

ໂຊກຮ້າຍແນ່ນອນຕອບໃຫ້ກະໄດ້!!!

43. ຫຍາດເຫື່ອຂອງພໍ່ແມ່ຄືກະແສແຫ່ງຄວາມຫວັງ ຄວາມສໍາເລັດຂອງລູກຄືຄວາມສຸກຂອງພໍ່ແມ່

(ຕັ້ງໃຈຮຽນໃຫ້ສໍາເລັດພໍ່ແມ່ຈະໄດ້ສຸກໃຈ)

44. ລາງວັນຊີວິດຍ່ອມມາຕາມຫລັງຄວາມລໍາບາກສະເຫມີ (ມີຢູ່ໃສໃຫ້ລາງວັນແລ້ວຈື່ງເຮັດວຽກ ມີແຕ່ບອກວ່າຖ້າເຮັດວຽກແລ້ວຈະມີລາງວັນໃຫ້...ແມ່ນບໍ?)

45. ຄອຍແຕ່ບຸນມາຄໍ້າບໍ່ທໍາການມັນບໍ່ແມ່ນ ຄອຍແຕ່ບຸນສົ່ງໃຫ້ ມັນຊິໄດ້ຮ່ອມໃດ

ຄືດັ່ງເຮົາມີເຂົ້າບໍ່ເອົາກິນມັນກໍ່ບໍ່ອີ່ມມີລາບແຊບໆ ຄັນບໍ່ອົາເຂົ້າຄຸ້ຍທາງທ້ອງຮ່ອນເຕັມໄດ້ເດ!!!

46. ແສງສະຫວ່າງຮຸ່ງແຈ້ງພົ້ນພຸ່ງໃນນະພາ ຍັງບໍ່ທໍ່ປັນຍາຂອງຄົນຜູ້ສະຫລຽວ

ສະຫລາດ ປັນຍາເປັນແສງສະຫວ່າງໃນໂລກ

47. ພໍ່ແມ່ຄືໃຜ? ຕອບໃຫ້ກະໄດ້ວ່າ: ພໍ່ແມ່ຄື ແສງທຽນສ່ອງທາງຊີວິດ

ຊ່ວຍຊີ້ທິດຊ່ວຍນໍາທາງຊ່ວຍສ້າງສັນ ໃຫ້ຄວາມຮັກໃຫ້ຄວາມຮູ້ຊູຊີວັນ ລູກຈົ່ງຫມັ້ນກະ

ຕັນຍູຮູ້ແທນຄຸນເດີ!!! ສາທຸສາທຸ.!!!

 48. ພັດທະນາສະຫມອງດ້ວຍການຄິດ ພັດທະນາຊີວິດດ້ວຍການຮຽນຮູ້

ຖ້າຊີວິດຂາດການຮຽນຮູ້ແລ້ວຍ່ອມຂຶ້ນສູ່ທີ່ສູງບໍ່ໄດ້.

 

 49. ນົກບໍ່ມີຂົນຄົນບໍ່ມີຄວາມຮູ້ຍ່ອມບິນຂຶ້ນສູ້ທີ່ສູງບໍ່ໄດ້ ຈົ່ງໃສ່ໃຈໃຫ້ຫລາຍໆ

 

ໃນການສຶກສາຮໍ່າຮຽນ.

...ຄວາມສໍາເລັດຂອງການສຶກສາຮໍ່າຮຽນນັ້ນວັດກັນທີ່ການສ້າງສັນສິ່ງດີໆເພື່ອສັງຄົມ

ເຮັດໃຫ້ຄົນໃນສັງຄົມເປັນຄົນດີມີຄວາມສຸກ ມີຈິດໃຈເອື້ອອາລີຕໍ່ກັນ

ທຸກຄົນມີຄວາມສາມັກຄີຮັກແພງກັນ

ແລະກ້າວໄປດ້ວຍກັນພ້ອມຮອຍຍິ້ມທີ່ສົດໃສ ແຕ່ບໍ່ໄດ້ວັດກັນທີ່ເມື່ອຈົບມາແລ້ວ

ໃຜຈະໂກງໃຜຈະເຫັນແກ່ຕົວໄດ້ຫລາຍກ່ວາກັນ

ຖ້າວັດກັນທີ່ນີ້ຂ້າພະເຈົ້າຄິດວ່າການສຶກສາຂອງເຮົາຄົງຈະບໍ່ມີຄວາມຫມາຍຫຍັງຂຶ້ນມາເລີຍ!!!

ບັນທຶກສຸພາສິດຈາກການເດີນທາງເພື່ອຮຽນຮູ້.
ໂດຍ: ເພັງ ມະນີວົງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

24. ຄວາມກະຕັນຍູເປັນເຄື່ອງຫມາຍຂອງຄົນດີ ຄົນລາວບູຮານເຊື່ອວ່າ

ເຂົ້າເມັດຫນື່ງນັ້ນມີຄ່າ ປາໂຕຫນື່ງນັ້ນມີຄຸນ

ນໍ້າດື່ມຈອກຫນື່ງນັ້ນກໍ່ມີຄວາມຫມາຍຕໍ່ຊີວິດ ເຮົາຕ້ອງຄິດແທນຄຸນ.

25. ຄວາມສໍາເລັດເກີດຈາກຄວາມສະຫລາດ 1% ບວກກັບຄວາມພຽນພະຍາຍາມອີກ

99% ລວມກັນເປັນເຈະສິ...ອິອິ!!!

26. ຄົນສະຫລາດກໍ່ຄືຄົນໂງ່ທີ່ຮູ້ຈັກປັບປຸງ ແລະພັດທະນາຕົນເອງຢູ່ສະເຫມີ

27. ຄວາມຮັກແລະຄວາມເຂົ້າໃຈກັນ ເປັນຄວາມສຸກຢ່າງຍິ່ງຂອງຄົນທີ່ມີພູມປັນຍາ

ເພາະເຂົາເຫັນແລ້ວວ່າເງິນບໍ່ແມ່ນທຸກສິ່ງທຸກຢ່າງ.

28. ຄໍາເວົ້າດ້ວຍຄວາມໂມໂຫພຽງຄັ້ງດຽວ ອາດຈະຢູ່ໃນໃຈຂອງຄົນອື່ນຕະຫລອດຊີວິດ

ຢູ່ຮ່ວມມິດໃຫ້ລະວັງວາຈາພິຈາລະນາດີແລ້ວຈື່ງເວົ້າອອກໄປ.

29. ສະຕິປຽບເຫມືອນແມ່ເອົາໄວ້ແກ້ບັນຫາຊີວິດ ສະຕິມາຫມາບໍ່ກັດແຕ່ຖ້າສະຕິຖືກຕັດ

ມັກຈະກັດກັບຫມາ. (ແຖມເຫົ່າເປັນດ້ວຍ...ອິອິອິ)

30. ສິ່ງທີ່ລໍ້າຄ່າທີ່ສຸດຂອງຄົນເຮົາຄືຊີວິດ ແລະສິ່ງທີ່ສວຍງາມທີ່ສຸດຂອງຄົນເຮົານັ້ນ

ກໍ່ຄືຄຸນງາມຄວາມດີທີ່ເຮົາສ້າງຂື້ນ.

31. ຍິ້ມວັນລະຫນ້ອຍ ຊີວິດຂອ້ຍຈະໄດ້ສົດໄສ ຍິ້ມໄວ້ໃຈຈະສົດຊື່ນອາຍຸຍືນໄຮ້ໂລຄາພິວພັນ

ງາມໂສພາເປັນສະເຫນແກ່ຕົວເອງ.

32. ຍິນດີໃນສິ່ງທີ່ຕົນໄດ້ພໍໃຈໃນສິ່ງທີ່ຕົນມີ ຍາກຈົນກໍ່ເຫມືນຄົນຮັ່ງມີ

ເມື່ອບໍ່ມີສິ່ງທີ່ເຮົາມັກກໍ່ຈົ່ງມັກສິ່ງທີ່ເຮົາມີ.

33. ບໍ່ຍິນດີໃນສິ່ງທີ່ຕົນໄດ້ ບໍ່ພໍໃຈໃນສິ່ງທີ່ຕົນມີ ເປັນເສດຖີກໍ່ເຫມືອນຄົນຈົນ

ຈົນເພາະມີບໍ່ພໍ ບໍ່ແມ່ນເພາະບໍ່ມີ.

34. ດື່ມເຫລົ້າເພື່ອເຂົ້າສັງຄົມເປັນຄ່ານິຍົມທີ່ຜິດ ຜິດສິນຜິດທໍາແລະຈະນໍາໄປສູ່ຄວາມພິນາດ

ທັງທໍາລາຍຕົວເອງແລະຜູ້ອື່ນອີກດ້ວຍ.

...............ຕໍ່ສະບັບ 4.................

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

 

13. ຄວາມອົດທົນເປັນສີ່ງທີ່ຂົມຂື່ນ ແຕ່ຜົນຂອງມັນຫວານຊື່ນສະເຫມີ
 

14. ຄົນທີ່ອ່ອນແອຍ່ອມແພ້ທຸກຢ່າງ ແມ່ນແຕ່ໃຈຕົວເອງ.

15. ຄົນສະຫລາດຖ້າຂາດສິນທໍາຄວາມດີ ກໍ່ເປັນຄົນອັບປີຂອງສັງຄົມ.

16. ຄໍາເວົ້ານັ້ນສໍາຄັນ, ແຕ່ການກະທໍາສໍາຄັນຍິ່ງກ່ວາ.

ເພາະຄົນຈະສົງໄສໃນສິ່ງທີ່ທ່ານເວົ້າແຕ່ເຂົາຈະເຊື່ອໃນສິ່ງທີ່ທ່ານເຮັດ.

17. ຄວາມຂັດແຍ້ງທໍາໃຫ້ມີແຮງສູ້ ການມີສັດຕູກໍ່ເຮັດໃຫ້ຊີວິດມີຄວາມຕື່ນຕົວ.

18. ຄົນເຮົາຈະເປັນແບບໃດຢູ່ທີ່ໃຈແລະມັນສະຫມອງ ສອງມືຈະສ້າງສັນເອົາເອງ

ບໍ່ໄດ້ຢູ່ທີ່ເທວະດາ ຟ້າແຖນໃດໆເຮົາເປັນທີ່ເພິ່ງຂອງເຮົາເອງ.

19. ຄວາມສໍາເລັດຂອງຄົນບໍ່ແມ່ນຢູ່ທີ່ຕົນມີປະລິນຍາ, ແຕ່ຢູ່ທີ່ຄວາມຫມຸ່ງຫມັ້ນ

ທີ່ຈະເດີນທາງຕາມຫາຄວາມສໍາເລັດນັ້ນ ແລະກ້າວໄປຢ່າງບໍ່ຢຸດຢັ້ງ.

20. ຄວາມປ່ຽນແປງຄືສັດຈະທໍາຂອງໂລກ ແລະຄວາມທຸກກໍ່ເປັນສິ່ງທີ່ທຸກຄົນຫນີບໍ່ພົ້ນ

ເພາະມັນເປັນສິ່ງທີ່ທໍາມະຊາດສົ່ງມາທົດສອບຄົນເຮົາຢູ່ສະເຫມີ.

21. ຄົນຈົນລໍ່າລວຍເພາະມີວິຊາ ເສດຖີສູງສົ່ງເພາະມີປັນຍາແລະຄວາມຮູ້.

22. ຄົນສະຫລາດຈະບໍ່ນັ່ງຄໍ່າຄວນເຖິງຄວາມສູນເສຍ ແຕ່ເຂົາຈະສະແຫວງ

ຫາຫົນທາງແກ້ໄຂສິ່ງນັ້ນດ້ວຍຈິດໃຈທີ່ລ່າເລີງແຈ່ມໃສ.

23. ຄົນເຮົາຈະຍິ່ງໃຫຍ່ຢູ່ໃນໂລກນີ້ໄດ້ຕ້ອງຮູ້ຈັກການປັບຕົວເຂົ້າກັບສິ່ງອື່ນໆເຊັ່ນ:

ທໍາມະຊາດແວດລ້ອມ ແລະສັງຄົມ.

.........ຕໍ່ສະບັບ 3..........

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

1. ເສຍເງີນ...ຫາໃຫມ່ໄດ້...ແຕ່ເສຍໃຈນັ້ນອັນຕະລາຍ...ຮີບແກ້ໄຂດ່ວນ!

2. ເພື່ອນກີນ...ຫາງ່າຍ...ເພື່ອນຕາຍຫາຍາກ.

3. ເງີນທອງເປັນຂອງນອກກາຍ (ແຕ່ກໍ່ສໍາຄັນກັບຊີວິດ) ພໍ່ແມ່ສຸກໃຈເມື່ອພີ່ນ້ອງຮັກກັນ

(ຢ່າໃຫ້ມໍລະດົກມາທໍາລາຍຄວາມເປັນພີ່ນ້ອງເຮົາ)

4. ຮ່ວມກັນເຮົາຢູ່...ແຍກຫມູ່ເຮົາອັນຕະລາຍ ຫາຄວາມສາມັກຄີໃຫ້ພົບ...ໃນຄົນຫມູ່ມາກ.

5. ພໍ່ແມ່ຄື: ພຣະ (ຜູ້ປະເສີດ) ໃນເຮືອນ...ຢ່າເຮັດໃຫ້ເພີ່ນເສຍໃຈ...

ຈົ່ງຄອຍຊ່ວຍວຽກພໍ່ແມ່ໃຫ້ເພີ່ນໄດ້ຢູ່ສະບາຍ...ເພາະເພີ່ນທຸກມາຫລາຍແລ້ວ.

6. ພາສາບອກຊາດ...ມາລະຍາດບອກຕະກຸນ...ຄຸນຄວາມດີຕ້ອງຫາເຂົ້າໃສ່ຕົວ!

7. ແກ້ວບໍ່ຜັດສາມປີເປັນແຮ່...ພີ່ນ້ອງບໍ່ແວ່ສາມປີກາຍເປັນອື່ນ. (ພີ່ນ້ອງກັນຕ້ອງຫມັ່ນໄປມາຫາສູ່)

8. ການພິຈາລະນາເບີ່ງຄົນດ້ວຍໃຈ ຈະພິຈາລະນາໄດ້ແມ່ນຢໍາກ່ວາການໃຊ້ຕາຫລາຍເທົ່າ.

9. ການຄິດແລະການກະທໍາໃນຕອນນີ້ ເປັນຕົວກໍາຫນົດຜົນໃນອະນາຄົດ.

10. ຄອ້ງກອງຈະດັງເມື່ອຖືກຕີ ຄົນຈະດີເມື່ອຖືກຄົນອື່ນເຕືອນ. (ແນະນໍາສັ່ງສອນ)

11. ກ້າວທໍາອິດທີ່ພາດພັ້ງຄືກ້າວຫລັງທີ່ຫມັ້ນໃຈ ກ້າວຫນື່ງທີ່ພາດໄປ, ຈົ່ງກ້າວໃຫມ່ໃຫ້ຫມັ້ນຄົງ.

12. ຄົນເຮົາມີເວລາໂງ່ດ້ວຍກັນຫມົດທຸກຄົນ, ແຕ່ບໍ່ມີໃຜໂງ່ຕະຫລອດການ

ເພາະບົດຮຽນຈະສອນຄວາມຄິດໃຫ້ເຮົາໃຫຍ່ຂື້ນ

ເຂົ້າໃຈໂລກຫລາຍຂື້ນ ແລະຮູ້ຈັກເປົ້າຫມາຍຫລາຍຂື້ນ.

..........................ຕໍ່ສະບັບ2..........................

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຕອນເຊົ້າຂອງວັນທີ່ 13 ເດືອນ 9 ປີ 54 ທີ່ຜ່ານມານີ້ໄດ້ເກີດເຫດການຫນ້າເສົ້າໃຈຂຶ້ນ

ເມື່ອໄຟໄດ້ໄຫມ້ຕະຫລາດກະສິກຳທີ່ແຂວງຊຽງຂວາງ ເຊິ່ງເຮັດໃຫ້ຮ້ານຄ້າເສຍຫາຍ

ໄປຫລາຍເຕີບ...ໄຟນັ້ນໄຫມ້ປະມານເຄິ່ງຕະຫລາດ ສ່ວນສາເຫດນັ້ນຫນ້າ

ຈະມາຈາກໄຟຟ້າລັດວົງຈອນ ເຫດການໃນຄັ້ງນີ້ເຮັດໃຫ້ປະຊາຊົນ

ຊືມໆໄປຕາມໆກັນ ເພາະແນ່ນອນວ່າທຸກຄົນຕ້ອງເສຍໃຈ

ໂດຍສະເພາະກໍ່ແມ່ນແມ່ຄ້າຊາວຂາຍ ທີ່ອາໄສຫາກີນຢູ່ແຖວຕະຫລາດນັ້ນ

ຈຶ່ງຂໍສະແດງຄວາມເສຍໃຈມາໃນໂອກາດນີ້ດ້ວຍ!!!

.....................................

.........................................................

................................................................................

ແລ້ວມັນຈະຜ່ານໄປ...

ເວ­ລາ 6 ໂມງ​ເຊົ້າ​ຂອງ​ວັນ​ທີ 13 ກັນ­ຍາ 2011 ໄດ້​ເກີດ​ເຫດ​ໄຟ​ໄໝ້​ຕະ­ຫຼາດ​ກະ­ສິ­ກຳ​ເມືອງ​ໂພນ​ສະ­ຫວັນ ແຂວງ​ຊຽງ​ຂວາງ ຕາມ​ຜູ້​ເຫັນ​ເຫດ­ການ​ເວົ້າ​ວ່າ: ເວ­ລາ 6 ໂມງ ໄດ້​ເຫັນ​ໄຟ​ລຸກ​ໄໝ້​ຂຶ້ນ​ທີ່​ແຝງ​ຂາຍ­ເຄື່ອງ​ສຳ­ອາງ ແຖວ​ທີ 2 ຊັ້ນ​ທາງ​ໃນ​ຕະ­ຫຼາດ ໃນ​ຂະ­ນະ​ທີ່​ເຈົ້າ​ຂອງ​ຮ້ານ​ບໍ່​ທັນ​ມາ​ຕະ­ຫຼາດ ແລະ ເປັນ​ຮ້ານ​ທີ່​ຫາ​ກໍ​ເຂົ້າ​ມາ​ຂາຍ​ໄດ້ 3 ເດືອນ ຫຼັງ​ຈາກ​ເຫດ­ການ​ເກີດ​ຂຶ້ນ ພົນ­ລະ­ເມືອງ​ດີ​ໄດ້​ແຈ້ງ​ຫາ​ເຈົ້າ​ໜ້າ­ທີ່​ມອດ​ໄຟ ແລະ ເຈົ້າ​ໜ້າ­ທີ່​ມອດ​ໄຟ​ໄດ້​ນຳ​ລົດ​ດັບ​ເພີງ 2 ຄັນ​ມາ​ມອດ​ໄຟ ເນື່ອງ​ຈາ​ກວ່າ​ສະ­ພາບ​ເສັ້ນ­ທາງ​ຄັບ­ແຄບ ຄົນ​ມາ​ອັ່ງ​ອໍ​ກັນ​ຫຼາຍ​ໂພດ ຈິ່ງ​ເຮັດ​ໃຫ້​ລົດ​ມອດ​ໄຟ​ເຂົ້າ​ບໍ່​ເຖິງ ເມື່ອ​ໄຟ​ໄໝ້​ລາມ​ຫຼາຍ​ແລ້ວ ເຈົ້າ​ໜ້າ​ທີ່​ພ້້ອມ​ກັບ​ຊາວ​ຄ້າ­ຂາຍ ໄດ້​ສຸມ​ກຳ­ລັງ​ເຂົ້າ​ໃນ​ການ​ດັບ​ໄຟ​ປະ­ມານ2ຊົ່ວ­ໂມງ ໄຟ​ຈິ່ງ​ສະ­ຫງົບ​ລົງ.

 

ຕາມ​ການ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່ ແລະ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ພັດ­ທະ­ນາ ຜູ້​ຮັບ­ຜິດ­ຊອບ​ຕະ­ຫຼາດ​ແຫ່ງ​ນີ້ ໄດ້​ກວດ­ກາ​ສັນ​ລະ​ສູດ ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ: ມີ​ຮ້ານ​ຂາຍ­ເຄື່ອງ 44 ຮ້ານ​ຖືກ​ໄຟ​ໄໝ້ ແລະ ອາ­ຄານ​ໃຫຍ່​ຂອງ​ຕະ­ຫຼາດ ລວມ​ມູນ​ຄ່າ​ເສຍ​ຫາຍ​ເຖິງ 4.750.000.000 ກ່ວ​າ​ກີບ ໃນ​ນີ້ ເຄື່ອງ​ຂອງ​ຜູ້​ຄ້າ­ຂາຍ​ເສຍ​ຫາຍ 3.650.000.000 ກີບ ແລະ ຕົວ​ອາ­ຄານ​ໃຫຍ່​ເສຍ​ຫາຍ 1.100.000.000 ກີບ ສ່ວນ​ສາ­ເຫດ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ຄັ້ງ​ນີ້ ເຈົ້າ​ໜ້າ­ທີ່​ຍັງ​ສືບ­ສວນ-ສອບ​ສວນ​ຫາ​ສາ­ເຫດ​ທີ່­ແທ້​ຈິງ​ຢູ່.

 

ທ່ານ ຄຳ​ພູ ວັນ­ນະ​ຈັກ ຫົວ­ໜ້າ​ອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ​ ຂອງ​ແຂວງ ຜູ້​ຮັບ­ຜິດ­ຊອບ​ຕະ­ຫຼາດ​ແຫ່ງ​ນີ້​ກ່າວ​ວ່າ: ພວກ​ເຮົາ​ໄດ້​ນຳ​ເອົາ​ວິ­ຊາ​ການ​ໄຟ­ຟ້າ​ມາ​ກວດ­ກາ ແລະ ສ້ອມ­ແປງ​ປ່ຽນ​ຖ່າຍ​ສາຍ​ໄຟ­ຟ້າ​ເປັນ​ທີ່​ຮຽບ​ຮ້ອຍ​ມາ​ໄດ້​ເກືອບ​ປີ​ແລ້ວ ແລະ ກາງ­ຄືນ​ພວກ​ເຮົາ​ກໍ​ຕັດ​ໄຟ ແລະ ກໍ​ມີ​ພະ­ນັກ­ງານ​ເວນ­ຍາມ​ຮັກ­ສາ​ຄວາມ​ປອດ​ໄພ​ຕະ­ຫຼອດ 24 ຊົ່ວ­ໂມງ ສະ­ນັ້ນ ການ​ລອບ​ວາງ​ເພີງ ແລະ ການ​ຂັດ­ຂ້ອງ​ດ້ານ​ໄຟ­ຟ້າ ແມ່ນ​ອາດ​ບໍ່­ເກີດ​ຂຶ້ນ​ໄດ້ ການ​ໄຕ້­ໄຟ​ໄວ້​ກໍ​ອາດ​ເປັນ​ໄປ​ບໍ່​ໄດ້ ແຕ່​ຍັງ​ຈະ​ໄດ້​ສືບ­ສວນ​ເບິ່ງ​ກໍ­ລະ­ນີ​ຜູ້​ໃຊ້​ໄຟ­ຟ້າ​ນັ້ນ​ບໍ່​ປະ­ຕິ­ບັດ​ ຕາມ​ຫຼັກ­ການ ຫຼື ບໍ່.

ທີ່ມາ ວຽນທຽນໃຫມ່

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເພງລາວທີ່ຢູ່ໃນຫົວໃຈ

ເພງຊາດລາວ: ຮ້ອງລວມ

ສະກຸນລາວ: ບຸນເຫລືອ ວາລິເດດ

ຊີວິດທະຫານ: ບຸນຄໍ້າ ສິດທິເດດ

ບຸນຄຸນແມ່: ສົມບັດ ແກ້ວຄຳດີ

ສາວຜົມທອງ: ອາຄົມ ສົມຫວັງ

ສາວນາໄກຖີ່ນ: ນ້ອຍ ວິລະເສນ

ກອດຫມອນປ້ອງຂ້າງ: ອິນຕອງ ສ່ອງໃສ

ຂໍເປັນພຽງອ້າຍ: ແອນ້ອຍ ນິພົນ

ຫນຸ່ມໂສ້ງຂາດເຂົ່າ: ແອນ້ອຍ ນິພົນ

ຄວາມດີ: ບໍ່ຮູ້ໃຜຮ້ອງ

ຄິດຮອດຄົນບາງຄົນ: ຂັນໄຊ ໄຊນຳໂຊກ

ຄິດຮອດບ້ານເກົ່າ: ປະເສີດສິນ

ຄິດເຖີງລຳຍອມ: ບໍ່ຮູ້ໃຜຮ້ອງ

ຄິດເຖີງແຟນເກົ່າ: ບໍ່ຮູ້ໃຜຮ້ອງ

ຄົນທີ່ເຂົາລືມ: ອາຄົມ ສົມຫວັງ

ຄົນໂຫລໆ: ເທວັນ ເທບເທວາ

ຊີວິດຕ້ອງສູ້: ຄົມສັນ ຄຳສອນ

ຂຸດຄົ້ນຮັກເກົ່າ: ໃຜຮ້ອງບໍ່ຮູ້

ພາບແທນກາຍ: ໃຜຮ້ອງບໍ່ຮູ້

ຢູ່ແບບລາວໆ: ໃຜຮ້ອງບໍ່ຮູ້

ລາວເຂົ້າຫນຽວສຽງແຄນ: ບົວເງິນ ຊາພູວົງ

ລືມນ້ອງບໍ່ລົງ: ວັນໄຊ ສົມສຸກ

ໄກເກີນຝັນ: ວັນໄຊ ສົມສຸກ

ວອນນ້ອງກັບຄືນບ້ານເກີດ: ເອກ ສຸລິຍາ

ໄກບ້ານ: ຊາຍ ອິນດາລາ

ເຫມືອນຄວາຍຍາມນາ: ຄຳສະຖິດ

ເຢັນສະບາຍຊາວນາ: ບົວເງິນ ຊາພູວົງ

ເຜົ່າລາວເອີຍ: ໃຜຮ້ອງບໍ່ຮູ້

ສາວຊຽງຂວາງ: ໃຜຮ້ອງບໍ່ຮູ້

ແດນແຫ່ງອິດສະຫລະ: ໃຜຮ້ອງບໍ່ຮູ້

ຄິດເຖີງຊູ້ຜູ້ເປັນດວງໃຈ: ນ້ອຍ ວິລະເສນ

ຢາກໃຫ້ໂລກນີ້ມີແຕ່ຮອຍຍິ້ມ: ບໍ່ຮູ້ໃຜຮ້ອງ

ໄຕດຳລຳພັນ: ໃຜຮ້ອງບໍ່ຮູ້

ລາກ່ອນຈາກ: ໃຜຮ້ອງບໍ່ຮູ້

ສາວພັນໄຊ: ແສງມະນີ

ສຶກສາພາດີ: ກົງລາ ວົງສຳພັນ

ນໍ້າສອງສີ: ບຸນເຫລືອ ວາລິເດດ

ທາງດຽວຄືສູ້: ຕ. ຕະວັນ

ນົກເຂົາລືມຄອນ: ມານິດ ເພຍວົງສາ

ຜູ້ງາມແທ້: ຄົມສັນ ຄຳສອນ

ກູ້ຊາດ: ຮ້ອງລວມ

 

...................................

....................................................

.........................................

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

         

          ຄົນລາວແຕ່ກ່ອນກີ້ ;;;;;;;;;;;;;; ສາມັັກຄີກັນເປັນຫມູ່ໃຫຍ່

ມີນໍ້າໃຈເອື້ອເຟື້ອ ;;;;;;;;;;;;;;;;;;;;;;;;;; ຊ່ວຍເຫລືອກັນໃນຍາມຍາກ

ລຳບາກມາກໍ່ໄດ້ ;;;;;;;;;;;;;;;;;;;;; ແຮງໃຈເພື່ອນບ້ານອຸ້ມຊູອຸປະຖຳ

ນຳມາເຊິ່ງຄວາມສາມັກຄີ ;;;;;; ຕ່ອຍຕີກັບມານຮ້າຍ...ໃຫ້ກາຍຫນີພົ້ນ

          ຄວາມສາມັກຄີນັ້ນ ;;;;;;;;;;;;;;; ຄົນລາວບູຮານວ່າຍິ່ງໃຫຍ່

ແມ່ນຈະເອົາເງິນຄຳທຽບໄທ້ ;;;;;;;;;;;;;; ກໍ່ສູ້ໄດ້ບໍ່ປຽບປານ

ຄົນລາວບູຮານຈຶ່ງຖະຫນອມໄວ້ ;;;;;;;;;;;;;; ຄວາມສາມັກຄີຫມັ້ນແກ່ນ

ຜູກແຂນແທນກາຍາ ;;;;;;;;;;;; ໃຫ້ເຮົາຮັກສາໄວ້ເຊິ່ງຄວາມສາມັກຄີ...ພີ່ນ້ອງລາວເຮົາ!

 

             ຜ່ານເກນບໍນໍ້? ຢາກແຕ່ງກອນກໍ່ເລີຍລອງ ໃຜຮູ້ຊ່ວຍແນະນຳແດ່!!!


 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການເວລາຍ່ອມກືນກິນທຸກສິ່ງແມ່ນແຕ່ຕົວມັນເອງ ພວກເຮົາກໍ່ຖືກການເວລາຕາມລ່າທຸກວັນ

ບໍ່ຮູ້ວ່າມັນຈະທັນຍາມໃດ (ຫມາຍເຖິງຫມົດລົມຫາຍໃຈ) ສະນັ້ນເຮົາຈຶ່ງຄວນໃສ່ໃຈຄົນຮອບຂ້າງ

ໃຫ້ຫລາຍໆໂດຍສະເພາະອີ່ພໍ່ອີ່ແມ່ ສ່ວນການຢູ່ໃນສັງຄົມນັ້ນກໍ່ແມ່ນຫມູ່ເພື່ອນເຮົາ ເຮົາຄວນເຮັດດີ

ຕໍ່ກັນແລະກັນ ແບບວ່າຢູ່ໃຫ້ເຂົາວ່າດີ ຫນີໃຫ້ເຂົາຄິດຮອດ ມີແຕ່ຄວາມດີເທົ່ານັ້ນທີ່ຄົນອື່ນຈະນຶກເຖິງເຮົາ

ແລະເຮັດໃຫ້ເຂົາມີຄວາມສຸກໄດ້ໃນຍາມທີ່ຫ່າງໄກກັນ ຄົນເຮົາຈະເກີດກໍ່ມາຄົນດຽວ ຈະຕາຍກໍ່ໄປຄົນດຽວ

ດັ່ງນັ້ນຄວາມສຳພັນຂອງຄົນເຮົາກໍ່ພຽງແຕ່ຢູ່ທີ່ການມາພົບປະກັນເທົ່ານັ້ນ ແລະສ້າງສັນຄວາມດີໃຫ້ແກ່ກັນ

ທຳຄວາມລຶ້ງເຄີຍກັນແລະຢູ່ນຳກັນຢ່າງມີຄວາມສຸກໃນຊາດນີ້ ເຮົາຈະໂລບໄປເຮັດຫຍັງໃນເມື່ອເຮົາບໍ່ໄດ້ຢູ່ໃນ

ໂລກນີ້ພຽງລຳພັງ ເຮົາຈະອິດສາຄົນອື່ນໄປເຮັດຫຍັງ ໃນເມື່ອໃຈເຮົາຈະເສົ້າຫມອງ ເຮົາຈະແຕກແຍກກັນໄປເຮັດ

ຫຍັງ ໃນເມື່ອຄວາມສາມັກຄີກຳລັງຮຽກຮ້ອງຫາເຮົາຢູ່ ເຮົາຈະມົວຫລີ້ນມົວກິນໄປຮອດໃສ ໃນເມື່ອໂລກນີ້ຍັງມີ

ສິ່ງຕ່າງໆທີ່ງົດງາມໃຫ້ເຮົາຄົ້ນຫາ ການເວລາບໍ່ໄດ້ເຫັນໃຈແລະລໍຖ້າເຮົາຈົ່ງຮີບເຮັດເຖີດ...ຄວາມດີໄດ໋!!

ບໍ່ແມ່ນຄວາມຊົ່ວ...ຄົນເຮົາເຮັດແນວໃດໄດ້ແນວນັ້ນ ປູກກ້ວຍໄດ້ກິນກ້ວຍ

ປູກເຂົ້າໄດ້ກິນເຂົ້າ ປູກອ້ອຍໄດ້ກິນອ້ອຍ ປູກຜັກໄດ້ກິນຜັກ ປູກການຮຽນກໍ່ໄດ້ຄວາມຮູ້

ເຮັດດີກໍ່ໄດ້ດີ ເຮັດຊົ່ວກໍ່ໄດ້ຊົ່ວ...ຮີບເຮັດເຖີດການເວລາບໍ່ລໍຖ້າ!!!

ຈະເອ໋!!!

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຟັງມາ::: ມີຍາພໍ່ອົງຫນື່ງນອນບໍ່ຫລັບກໍ່ເລີຍໄປຫາຫມໍ...

ແຕ່ຫມໍກໍ່ບໍ່ເຂົ້າໃຈພາສາວັດຫລືພາສາພຣະ ກໍ່ເລີຍເກີດເລື່ອງ:

ຫມໍ:    ຍາພໍ່ເປັນອິຫຍັງ?

ຍາພໍ່:  ຈຳວັດບໍ່ໄດ້ !!!

ຫມໍ: (ທຳຫນ້າງົງໆ) ແລ້ວຈະກັບວັດແນວໃດ?

ຍາພໍ່: (ທຳຫນ້າງົງໆ) ອໍ!!! ມານຳຫລານຊາຍ...ຕ້ອງໃຫ້ຫລານຊາຍພາກັບ!

ຫມໍ: (ທຳຫນ້າງົງໆ) ແລ້ວຫລານຊາຍຈຳວັດໄດ້ບໍຍາພໍ່?

ຍາພໍ່: (ທຳຫນ້າງົງໆ) ຫລານຊາຍຈຳວັດບໍ່ໄດ້ດອກ...ມີແຕ່ຍາພໍ່ທີ່ຈຳວັດໄດ້!

ຫມໍ: (ທຳຫນ້າງົງໆ) ອ້າວ!!! ໃສ! ທີ່ບອກວ່າຈຳວັດບໍ່ໄດ້!

ຍາພໍ່: ບວກ...ລົບ...ຄູນ...ຫານ...ງົງຫມໍ ???

ກໍ່ເລີຍບອກວ່າ: ຈຳວັດ ພາສາພຣະ ແປວ່າ ນອນ

ຫມໍ: ອໍອໍອໍອໍອໍ!! ຍາພໍ່ນອນບໍ່ຫລັບ! ຮ່າຮ່າໆ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າເດັກຫນຸ່ມຄົນຫນຶ່ງຮຽນຈົບຕ່າງປະເທດກັບບ້ານມາຕ້ອງໄດ້ຂີ່ເຮືອຂ້າມແມ່ນ້ຳ

ເພາະເຮືອນຢູ່ອີກຝາກຫນື່ງຂອງແມ່ນ້ຳ ໃນຂະນະທີ່ໃຊ້ບໍລິການເຮືອນຳພໍ່ເຖົ້າຄົນຫນື່ງນັ້ນ

ເດັກຄົນນີ້ກໍ່ຄຸຍໂຕໂອ້ອວດ ຕາມສະຕາຍເດັກເມືອງນອກ ຫາວ່າບ້ານນອກບໍ່ທັນສໄຫມ...

ເຊີຍ ລ້າຫລັງ...ມາຟັງບົດໂອ້ອວດກັນເລີຍ!!!

ເດັກເມືອງນອກ: ບ້ານເຮົານີ້ບໍ່ພັດທະນາເລີຍເນາະລຸງ ອິນເຕີເນັດລຸງໃຊ້ເປັນບໍ?

ລຸງບ້ານນອກ: ລຸງໃຊ້ບໍ່ເປັນດອກຫລານເອີຍ!

ເດັກເມືອງນອກ: ແລ້ວລຸງຮູ້ບໍວ່າເສດຖະກິດໂລກເປັນໄປແນວໃດໃນທຸກມື້ນີ້?

ລຸງບ້ານນອກ: ເສດຖະກິດໂລກແຫ່ງໄກລຸງບໍ່ຮູ້ເລີຍ!!! ຮູ້ແຕ່ວ່າຈະຫາກິນແນວໃດ?

ເດັກເມືອງນອກ: ຖາມອີກ...ແລ້ວລຸງຮູ້ເລື່ອງດາວທຽມບໍ? ລຸງຍິ່ງງົງເຂົ້າໄປອີກ

ກໍ່ເລີຍຕອບວ່າລຸງຮູ້ແຕ່ຫົວທຽນບໍ່ຮູ້ດອກດາວທຽມ!!!

ເດັກເມືອງນອກ: ໂອໂຫ! ຖ້າລຸງບໍ່ຮູ້ສາມເລື່ອງນີ້ ລົດຊາດຊີວິດລຸງຂາດໄປແລ້ວ 95%

ໃນຂະນະທີ່ພາຍເຮືອຢູ່ນັ້ນຟ້າລົມຝົນແຮງກໍ່ຜ່ານເຂົ້າມາເຮືອກໍ່ຈະຈົມນ້ຳລຸງກໍ່ເລີຍຖາມເດັກເມືອງນອກວ່າ:

ລຸງບ້ານນອກ: ຫລານເອີຍ! ແລ້ວມືງລອຍນ້ຳເປັນບໍ? ຖ້າມືງລອຍບໍ່ເປັນ ຊີວິດມືງກຳລັງຈະຫາຍໄປ 100%

ເດັກເມືອງນອກ: ຫລານລອຍບໍ່ເປັນລຸງ!!!

ລຸງບ້ານນອກ: ເຮືອຈະຈົມແລ້ວ...ຄັນຊັ້ນເຮົາແຍກທາງກັນບ່ອນນີ້!!! ທາງໃຜທາງມັນ...ໂຊກດີເດີຫລາຍເອີຍ!

                             555+   ສົມນ້ຳຫນ້າອວດເກັ່ງຫລາຍ!!! ສຸດທ້າຍເອົາຕົວບໍ່ລອດ...

                         ຄົນລາວບູຮານຈຶ່ງມີຄຳສຸພາສິດວ່າ: ຄວາມຮູ້ທ້ວມຫົວ...ເອົາຕົວບໍ່ລອດ.

                                                                          ເຊົ້າວັນທີ່ 13 ເດືອນ 9 ປີ 54


 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນໂລກນີ້ບໍ່ມີໃຜທີ່ຈະຫລອດພົ້ນຈາກຄຳດ່າໄປໄດ້ ແຕ່ຄຳດ່ານັ້ນແນ່ນອນໃຜກໍ່ບໍ່ມັກ...ຫລືວ່າເຈົ້າມັກ?

ແຕ່ທີ່ສຳຄັນມັນກໍ່ຢູ່ທີ່ໃຈຂອງເຮົານັ້ນແຫລະ ຖ້າເຂົາໂຍນມາເຮົາບໍ່ຮັບກໍ່ຫມົດເລື່ອງ ວິທີເອົາຊະນະມັນກໍ່ຄືວ່າ

ຖ້າເຂົາດ່າມາເຮົາກໍ່ຟັງໄວ້ເສີຍໆຖ້າເຮົາບໍ່ຄິດມັນກໍ່ບໍ່ເຈັບ ແບບວ່າຟັງແລ້ວກໍ່ປ່ອຍມັນໄປ...ເຮັດໄດ້ບໍ?

ພຣະພຸດທະເຈົ້າກ່າວປຽບທຽບໄວ້ດັ່ງນີ້: ຖ້າມີແຂກມາຢາມເຮົາໆເອົານໍ້າມາສູ່ແຕ່ແຂກບໍ່ກິນແຂກລົງ

ເຮືອນໄປແລ້ວນ້ຳຈະເປັນຂອງໃຜ? ກໍລະນີທີ່ສອງຖ້າເຮົາເຫັນວ່າລູກນ້ອງເຮົາເປັນຄົນດຸຫມັ່ນເຮັດວຽກ

ເຮົາໃຫ້ລາງວັນເຂົາເປັນເງິນຫນ້ອຍຫນຶ່ງແຕ່ເຂົາ (Say No) ຕອບປະຕິເສດບໍ່ຮັບເງິນນັ້ນ ແລ້ວມັນຈະ

ເປັນຂອງໃຜ? ແນ່ນອນເນາະມັນກໍ່ຍັງຕ້ອງເປັນຂອງເຮົາຄືເກົ່າ ເຫມືອນກັບຄົນທີ່ດ່າເຮົາເຂົາດ່າມາເຮົາບໍ່ຮັບ

ເຮົາບໍ່ເກັບເອົາມາຄິດ ເຮົາກໍ່ບໍ່ເຈັບ ຜູ້ທີ່ດ່ານັ້ນແຫລະຈິດໃຈເຂົາຈະເສົ້າຫມອງເອງ ບໍ່ເຊື່ອລອງສັງເກດເວລາ

ທີ່ເຈົ້າເອງດ່າໃຜເບິ່ງ ເຈົ້າເອງຈະມີປະຕິກິລິຍາໃນໃຈ ເຫມືອນໆກັບວ່າ ເສຍໃຈພາຍຫລັງທີ່ດ່າເຂົາ

ຫລືຢ່າງຫນ້ອຍໃຈເຈົ້າກໍ່ເສົ້າຫມອງແລ້ວ ຄົນອື່ນເບິ່ງເຈົ້າຕີລາຄາເຈົ້າຕໍ່າລົງແລ້ວ...

ຫລືວ່າເຈົ້າສະໃຈທີ່ໄດ້ດ່າຄົນອື່ນ? ດ່າເອງຊໍ້າເອງ...ສົມນໍ້າຫນ້າ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເຄີຍໄດ້ຟັງມາກໍ່ພໍຈຳໆໄດ້ເລີຍເອົາມາຂຽນ: ເລື່ອງເອົາພໍ່ເຖົ້າໄປໂຍນລົງນໍ້າໃຫ້ຕາຍໆໄປສາ!!!

ເລື່ອງມີຢູ່ວ່າມີຄອບຄົວຄົນຈີນ...ມີ 3 ຄົນ ພໍ່ເຖົ້າ, ພໍ່ ແລະລູກ ແຕ່ພໍ່ເຖົ້າເປັນຄົນພິການຂະຫຍັບຕົວບໍ່ໄດ້

ໄປໃສມາໃສກໍ່ຕ້ອງອາໄສຄົນອື່ນພາໄປຕະຫລອດ ທຸກວັນພໍ່ແລະລູກຈະຕ້ອງເອົາໄປອາບນໍ້າ ປ່ຽນໂສ້ງເສື້ອ

ປ້ອນເຂົ້າປ້ອນນໍ້າເຊັດຂີ້ເຊັດຍ່ຽວເພາະເຮັດເອງບໍ່ໄດ້ ພໍຫລາຍໆປີມາກໍ່ຫນ້າຈະເບື່ອຜູ້ເປັນພໍ່ຈຶ່ງບອກກັບລູກຊາຍວ່າ

ນີ່ລູກ!!! ພໍ່ເຖົ້າເຈົ້າຢູ່ແບບນີ້ມາດົນແລ້ວ ຊ່ວຍຕົວເອງກໍ່ບໍ່ໄດ້ ຢູ່ໄປກໍ່ບໍ່ມີປະໂຫຍດ ຕ້ອງເປັນພາລະໃຫ້ເຮົາສອງພໍ່ລູກ

ພໍ່ວ່າເອົາພໍ່ເຖົ້າໄປໂຍນລົງນໍ້າດີກ່ວາ...ລູກຊາຍແຫງນເບິ່ງຫນ້າພໍ່ແຕ່ບໍ່ເວົ້າຫຍັງ...ຢູ່ມາຄືນຫນື່ງພໍ່ກໍ່ເອົາເຄ່ງຫລືໂກ໋ຍ

ຫາບກ້າມາໃສ່ພໍ່ເຖົ້າແລະພາກັນຫາບໄປແຄມນໍ້າ ພໍເຖິງແລ້ວກໍ່ວາງລົງເພື່ອຈະໂຍນ (ກໍ່ຄະດີຊັດໆແບບນີ້)

ພໍ່ຍົກຫູເຄ່ງແລະບອກໃຫ້ລູກຈັບອີກຂ້າງຫນື່ງ...ແຕ່ລູກຊາຍບອກວ່າ: ຢ່າຟ້າວ ພໍ່...ພໍ່ ໆໆໆ

ພໍ່ຖາມກັບ: ເປັນຫຍັງລະ? ລູກຕອບວ່າ: ເຄ່ງມັນຍັງໃຫມ່ຢູ່ເສຍດາຍເອົາເກັບໄວ້ກ່ອນ...ເສຍດາຍ

ພໍ່ຖາມເອົາໄວ້ເຮັດຫຍັງ? ລູກຊາຍຕອບວ່າ: ເອົາໄວ້ຕອນພໍ່ແກ່ໆເຫມືອນພໍ່ເຖົ້າຫັ້ນເດ!!!

ລູກຈະໄດ້ເອົາໃສ່ພໍ່ມາໂຍນລົງນໍ້າ..ບໍ່ຕ້ອງໄປຫາຊື້ໃຫມ່ເສຍເງິນລ້າໆ....ພໍ່ບໍ່ເວົ້າຫຍັງຕໍ່ຮີບຍົກພໍ່ເຖົ້າຂຶ້ນ

ແລ້ວເອົາກັບບ້ານເຫມືອນເດີມ...ດີແລ້ວທີ່ບໍ່ໂຍນ...ຖ້າບໍ່ດັ່ງນັ້ນກຳຕາມມາທັນແນ່...

ນີ້ແຫລະເພິ່ນຈຶ່ງວ່າ: ເວນກຳມີຈິງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຫລາຍໆຄົນຄົງເຄີຍໄດ້ຍິນຄໍາວ່າ ກະຕ່າຍຕື່ນຕູມເຊິ່ງກໍ່ມີເລື່ອງເລົ່າແລະເປັນເລື່ອງ

ໃນສາສະຫນາມີດັ່ງນີ້ເລົ່າສັ້ນໆເດີ: ໂດຍທໍາມະຊາດແລ້ວກະຕ່າຍເປັນສັດມັກນອນ ມີວັນຫນື່ງຫລັງຈາກກະຕ່າຍຊອກຫາອາຫານກິນອິ່ມແລ້ວກໍ່ມານອນຢູ່ກ້ອງໃບຕານ

ແລະຄິດໄປວ່າຖ້າແຜ່ນດິນນີ້ຖະລົ່ມເຮົາຈະຫນີໄປໃສຫນໍ? ແລະໃນຂະນະນັ້ນເອງ

ຫມາກຕູມສຸກກໍ່ລົ່ນລົງມາໃສ່ໃບຕານນັ້ນເພາະສຽງໃບຕານນັ້ນກະຕ່າຍຈຶ່ງຄິດວ່າ

ແຜ່ນດິນຖະລົ່ມແນ່ຈຶ່ງກະໂດດອອກໄປແບບບໍ່ຫລຽວຫລັງເລີຍ...ກະຕ່າຍຕົວອື່ນໆ

ເຫັນກະຕ່າຍຕົວນັ້ນແລ່ນຫນີໄປດ້ວຍຄວາມໄວເພາະຢ້ານໄພຈຶ່ງຖາມວ່າ: ນີ້ເຈົ້າຢ້ານອິຫຍັງ?

ຈຶ່ງແລ່ນຫນີມາແບບນີ້...ກະຕ່າຍຕອບວ່າຢ່າມົວມາຖາມເລີຍຮີບຫນີກັບເຮົາເຖີດ...ກະຕ່າຍຕົວນັ້ນ

ກໍ່ແລ່ນຕາມຫລັງໄປແລ້ວຮ້ອງຖາມວ່າເຈົ້າຢ້ານອິຫຍັງຫນໍ? ກະຕ່າຍຕົວນັ້ນບໍ່ຫລຽວຫລັງມາເບີ່ງ

ແຕ່ກ່າວວ່າແຜ່ນດິນຖະລົ່ມເມື່ອໄດ້ຍິນດັ່ງນີ້ແລ້ວກະຕ່າຍຕົວນັ້ນກໍ່ຮີບແລ່ນໄປໃຫ້ທັນຕົວທີ່ກ່າວ

ນັ້ນແລ້ວພ້ອມກັນແລ່ນຫນີເມື່ອກະຕ່າຍຕົວອື່ນເຫັນກໍ່ພາກັນແລ່ນຫນີໄປຕາມໆກັນລວມວ່າ

ກະຕ່າຍເກືອບພັນແລ່ນຫນີຕາມກັນໄປຫມົດຫມູ່ສັດອື່ນໆເຫັນກໍ່ແລ່ນຫນີໄປນໍາໄດ້ຫລາຍກິໂລເຕີບ...

ຈົນມີລາຊະສີ (ເຊິ່ງເປັນພຣະໂພທີສັດ) ເຫັນເຫດການຈຶ່ງມາຖາມແລະພິສູດຄວາມຈິງດ້ວຍການພາກະຕ່າຍ

ຕົວຕົ້ນເລື່ອງໄປເບິ່ງບ່ອນທີ່ເກີດເຫດ...ຈຶ່ງເຮັດໃຫ້ຮູ້ຄວາມຈິງວ່າ ກະຕ່າຍຕົວນັ້ນໄດ້ຍິນສຽງຫມາກຕູມລົ່ນໃສ່

ໃບຕານດັງ ຕູ່ມ...ຕູ່ມ...ໆໆໆ ກໍ່ແລ່ນຫນີໄປດ້ວຍການຄິດວ່າແຜ່ນດິນຖະລົ່ມ

ແລະຫມູ່ສັດຕົວອື່ນໆໄດ້ຟັງຄໍາຂອງກະຕ່າຍ...ກໍ່ແລ່ນຫນີໄປນໍາໂດຍບໍ່ໄດ້ພິສູດຄວາມຈິງ

ບໍ່ຮູ້ກົກປາຍສາຍເຫດໃດໆເລີຍ!!! ກໍ່ເລີຍເປັນທີ່ມາຂອງຄໍາວ່າກະຕ່າຍຕື່ນຕູມ: ເລື່ອງນີ້ສອນ

ຫຍັງເຮົາແດ່? ຢ່າເຊື່ອສິ່ງໃດງ່າຍໆໂດຍບໍ່ໄດ້ພິສູດຖ້າເຊື່ອໄປງ່າຍໆສຸດທ້າຍກໍ່ຈະເປັນ

ແບບນີ້ແຫລະ ຖ້າດີກໍ່ດີໄປ ແຕ່ຖ້າຜິດກໍ່ຜິດໄປ ລະວັງເອົາກໍ່ແລ້ວກັນ....ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຄວາຍເວົ້າຢາກແຕ່ເຮັດງ່າຍ...ຄົນເວົ້າງ່າຍແຕ່ເຮັດຍາກ ສັງເກດໄດ້ຈາກການຝຶກແອບຄວາຍໄຖນາ

ບໍ່ດົນກໍ່ເປັນແລ້ວ ແຕ່ສຳລັບຄົນເຮົາເວົ້າງ່າຍແຕ່ເຮັດຍາກ ບໍ່ເຊື່ອລອງເຮັດນີ້ເບິ່ງ::ຂັ້ນໄດ 8 ຂັ້ນສຳລັບ

ພັດທະນາຄຸນນະທຳຄວາມເປັນຄົນດີ:

1. ຝຶກວິໄນໃນຕົນເອງ ເຊັ່ນ ການກົງຕໍ່ເວລາ

2. ຝຶກດູແລຕົນເອງ ເຊັ່ນ ຄວາມສະອາດຂອງຮ່າງກາຍ ສຸຂະພາບອະນາໄມ

ອິລິຍາບົດທີ່ເຫມາະສົມໃນການເຮັດວຽກເປັນຕົ້ນ

3. ຝຶກດູແລສົມບັດສ່ວນຕົວ ເຊັ່ນ ມ້ຽນສິ່ງຂອງໆຕົນໃຫ້ຮຽບຮ້ອຍ ແຍກແຍະສ່ວນເກີນ

ແລະຂອງຈຳເປັນໄດ້

4. ຝຶກດູແລສົມບັດສ່ວນລວມ ເຊັ່ນ ຄວາມສະອາດຂອງສາທາລະນະສົມບັດ ສາສະນະສົມບັດ

ຮັບຜິດຊອບວຽກງານຂອງຫມູ່ຄະນະຢ່າງເຕັມທີ່

5. ຝຶກມາລະຍາດທີ່ດີແລະສາສະນະພິທີ ເຊັ່ນ ມາລະຍາດແລະການປະຕິບັດຕົວ

ທີ່ເຫມາະສົມຕໍ່ໂອກາດ ສະຖານທີ່ ແລະສັງຄົມຕ່າງໆ

6. ຝຶກຮັກສາແລະປະຕິບັດຕາມວິໄນຂອງສ່ວນລວມ ເຊັ່ນ ເຮັດວຽກເປັນທີມ ຢູ່ໃນກົດຫມູ່

ແລະກົດຫມາຍ ຮູ້ຈັກປັບຕົວເຂົ້າກັບສ່ວນລວມ

7. ສຶກສາທຳມະວິໄນ ນຳມາໃຊ້ໃນຊີວິດປະຈຳວັນໄດ້ຢ່າງເຫມາະສົມ

8. ເປົ້າຫມາຍຫມັ້ນຄົງແລະຊັດເຈນ ເມື່ອເຮັດ 7 ຂັ້ນຕອນໄດ້ແລ້ວກຳລັງໃຈແລະເປົ້າຫມາຍ

ໃນການສ້າງຄວາມດີຈະຊັດເຈນແລະຫມັ້ນຄົງເອງ.

ຂຽນຫລີ້ນໆ...ບາງທີມີປະໂຫຍດ

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຮາຂີ້ແຕກແນ່ນອນຖ້າໃຜໄດ້ອ່ານ...ເລື່ງກໍ່ບໍ່ມີຫຍັງຫລາຍດອກ

ມັນເປັນພຽງການອຸທານ!!!ຂອງຄົນຈັງຫວັດຊຽງໃຫມ່ເສີຍໆ

ຄຳວ່າ ຮາ ນັ້ນຫມາຍເຖິງ ຂ້ອຍ ດັ່ງນັ້ນ ຮາຂີ້ແຕກຈຶ່ງຫມາຍເຖິງ

ຂ້ອຍຂີ້ແຕກນັ້ນເອງ ຮ່າ..ຮ່າ...ຮ່າ ... ຖ້າຈະເປັນຕະລົກກໍ່ເປັນທີ່ຫົວຂໍ້ນັ້ນນີ້ແຫລະ

ເພາະຊື່ຮາຂີ້ແຕກ...

ເຮົາຜູ້ບໍ່ຮູ້ພາສາກໍ່ນືກວ່າເຮື່ອງຕະລົກ ຮ່າ..ຮ່າ...ຮ່າ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງຮຽນປໍ 5 ແຫ່ງຫນຶ່ງສາວຄູປະຈຳຫ້ອງເປັນຄົນໃຈຮ້ອນ ມັກຈະຮ້າຍນັກຮຽນສະເຫມີ

ເມື່ອຕອບບົດຮຽນບໍ່ໄດ້ເຊິ່ງກໍ່ມີທ້າວ ເຜັດ ຜູ້ຫນື່ງທີ່ຮຽນປືກ ສາວຄູຖາມຍາມໃດກໍ່ຕອບບໍ່ໄດ້

ແຕ່ຢູ່ມາວັນຫນື່ງສາວຄູກໍ່ຮ້າຍທ້າວ ເຜັດ ຍ້ອນຕອບບົດຮຽນບໍ່ໄດ້ ແຕ່ເທື່ອນີ້ສາວຄູໂດນສວນ

ກັບ.....ເປັນແນວໃດມາອ່ານນຳກັນ:

ສາວຄູ:      ທ້າວເຜັດລຸກຂຶ້ນຕອບສາວຄູ

ທ້າວເຜັດ:  ຫລານຕອບບໍ່ໄດ້

ສາວຄູ:      ຖາມອີກເທື່ອຫນື່ງ ທ້າວເຜັດກໍ່ຕອບໄດ້ບໍ່ອີກ? (ຕັ້ງໃຈຂຽນປີ້ນ)

ທ້າວເຜັດ:  ຕອບບໍ່ໄດສາວຄູ

ສາວຄູ:      ຖາມເທື່ອທີ່ສາມທ້າວເຜັດກໍ່ຕອບບໍ່ໄດ້ອີກ... ສາວຄູ

ຈຶ່ງຮ້າຍແລະເວົ້າອອກໄປວ່າ ປຶກ...ປຶກ...ປຶກໆໆໆໆໆໆໆໆໆໆໆໆ ນັກຮຽນໃນຫ້ອງຫົວຂຶ້ນ

ທ້າວເຜັດ:     ໃຈຮ້າຍຫລາຍ ຄຽດໃຫ້ສາວຄູແຮງ ເພາະບໍ່ເຄີຍມີໃຜຮ້າຍຈັກເທື່ອ

ຈຶ່ງເວົ້າອອກໄປແບບນັກຮຽນຂີ້ດື້ວ່າ: ເຖິງຫລານຈະປຶກແຕ່ກໍ່ບໍ່ໄດ້ເດືອດຮ້ອນສາວຄູໄດ໋!!

ແລະເວົ້າອອກໄປອີກວ່າສາວຄູຫັ້ນແຫລະ ປຶກ...ປຶກ...ປຶກໆໆໆໆໆໆ ທີ່ດ່າຫລານ...

ສາວຄູ:     ງົງເລີຍ??? 555+ ອາດຈະຄິດອອກກໍ່ໄດ້ວ່າຕົນເອງປຶກທີ່ດ່ານັກຮຽນ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄິດເປັນກໍ່ເຫັນຄ່າ....ຈະມີໃຜບໍນໍ້? ທີ່ຈະເຫັນຄຸນຄ່າຂອງຂີ້ຫມາ

ຫລືວ່າມີແຕ່ກີນຊີ້ນມັນຢ່າງດຽວ

ເຊິ່ງຕອນນີ້ກໍ່ກຳລັງມາແຮງໃນຫລາຍໆປະເທດ...ໂດຍສະເພາະກໍ່ແມ່ນຫວຽດນາມ

ອ້າຍນ້ອງລາວນີ້ແຫລະສຳລັບກອງຂີ້ຫມາເຖິງວ່າມັນຈະເຫມັນ

ແຕ່ຖ້າເບີ່ງເປັນກໍ່ເຫັນຄຸນຄ່າ ລອງຄິດແບບນີ້ເປັນກົນລະຍຸດໃຫມ່

ສຳລັບຜູ້ທີ່ບໍ່ເຄີຍຮູ້ຈັກ ..... ຖ້າເຫັນຂີ້ຫມາຢາກໃຫ້ມັນມີຄ່າກໍ່ຕ້ອງຄິດວ່າ

ມັນເປັນການຝຶກຄວາມອົດທົນຂອງເຮົາທີ່ຈະເກັບມ້ຽນມັນເພື່ອທີ່ຈະເຮັດໃຫ້ບ່ອນນັ້ນສະອາດ

ໂດຍສະເພາະແມ່ນຫນ້າບ້ານເຮົາ ແລະອີກກໍລະນີຫນື່ງໃຫ້ຄິດວ່າ

ມັນເປັນອຸປະສັກຂັດຂວາງຄວາມກ້າວຫນ້າຂອງເຮົາ ເຊິ່ງເຮົາຈະຕ້ອງພະຍາຍາມຫລົບຫລີກມັນ

ຫລືແກ້ໄຂໃຫ້ມັນດີຂຶ້ນ ຖ້າເຫັນຂີ້ຫມາສອງສາມກອງແລ້ວຄຽດ ໃຈຮ້າຍ ຈົ່ມ ຫລົບຫລີກບໍ່ໄດ້

ແລ້ວເຮົາຈະໄປຫລົບຫລີກອຸປະສັກບັນຫາໃນຊີວິດໄດ້ແນວໃດ???

ເພາະອຸປະສັກແລະບັນຫາໃນຊີວິດນັ້ນມີຫລາຍແລະເຫມັນກ່ວາກອງຂີ້ຫມາດ້ວຍຊໍ້າ...

ໂງ່ງ...ໂງ່ງ...ໂງ່ງ ສຽງຫມາເຫົ່າ...ຫລືຫມາບ້ານເຈົ້າເຫົ່າ 555+++

ວ່າແຕ່...ຢ່າລືມຂອບໃຈມັນເດີ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ເລຶ່ອງມີຢູ່ວ່າ ::: ບ່າວຄົນຫນຶ່ງເຫັນສາວງາມຢູ່ທີ່ສາລາຮີມທາງກໍ່ເລີຍຢາກເຂົ້າໄປຖາມຊື່ເພື່ອທຳຄວາມຮູ້ຈັກ

ພໍເຂົ້າໄປແລ້ວກໍ່ເອີ່ຍຖາມຂຶ້ນວ່າ:

ບ່າວ: ຂໍໂທດເດີ ນ້ອງຊື່ຫຍັງ?

ສາວ: ນ້ອງອາຍ (ເຮັດແບບເຂີນໆໄປນຳ)

ບ່າວ: ມັນຈະອາຍໄປໃສ (ຄິດໃນໃຈ)

ບ່າວ: ກໍ່ເລີຍຖາມອີກວ່າ ນ້ອງຊື່ຫຍັງ?

ສາວ: ນ້ອງອາຍ (ເຂີນໆໄປນຳ)

ບ່າວ: ນ້ອງຈະອາຍເຮັດຫຍັງ?

ສາວ: ນ້ອງບໍ່ໄດ້ອາຍ...ແຕ່ນ້ອງຊື່ອາຍ

ບ່າວ: ເອ້!! ເຂົາກໍ່ບອກລະເດ໊ເຮົາບໍ່ເຂົ້າໃຈເອງ!!! (ຄິດໃນໃຈ)

ບໍ່ຕະລົກກໍ່ຕ້ອງຫົວແລ້ວ 555+


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 77  |  ໜ້າຕໍ່ໄປ »