ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ປະຫວັດ​ໂດຍ​ຫຍໍ້.

  ອີງ​ຕາມ​ຄຳ​ບອກ​ເລົ່າ​ຂອງ ຍາຄູ​ຄຳ​ດີ ຈັນທະ​ດາ​ພອນ, ​ເຈົ້າອາ​ວາດ​ວັດ​ສັນຕິພາບ​ໂພນ​ສະຫວັນ ອົງ​ປັດຈຸບັນ ວ່າ: ຊື່​ເດີມ​ຂອງ​ວັດ​ນີ້​ແມ່ນ ວັດ​ນາ​ເຮື້ອ, ບ້ານ​ນາ​ເຮື້ອ, ຕາ​ແສງ​ກັດ. ​ແຕ່​ໃນ​ປີ 1946 ນັ້ນ​ເຈົ້າ​ເມືອງ​ຫວັນ​ໄດ້​ປ່ຽນຊື່​ມາ​ເປັນ​ວັດ​ສັນຕິ​ພາບ​ໂພນ​ສະຫວັນໂດຍ​ໄດ້​ເອົາ​ຊື່ຂອງ​ເພີ່ນ​ມາ​ໃສ່​ນຳຄື: ຫວັນ, ​ແລະ​ແຍກ​ອອກ​ໄດ້​ດັ່ງ​ນີ້: ຄຳ​ວ່າສັນຕິພາບ​ນັ້ນ​​, ໄດ້ມາ​ຈາກຊື່​ຂອງ​ຄະນະສົງສູນ​ກາງ​ຄັງ​ໄຂ, ສ່ວນ​​ໂພນນັ້ນ​ໄດ້​ມາ​ຈາກ​ສະພາບ​ຂອງ​ວັດທີ່​ເປັນ​ໂພນ​ຢູ່​ກ່ອນ​ແລ້ວ​ ແລະສະ, ນັ້ນ​ໄດ້​ມາ​ຈາກ​ຊື່​ຂອງ​ສະນ້ຳຫນອງ​ບົວ ສ່ວນຫວັນ, ນັ້ນ​ໄດ້​ມາ​ຈາກຊື່​ຂອງ​ເຈົ້າ​ເມືອງ​ນັ້ນ​ເອງ.

   ສະພາບ​ແວດ​ລ້ອມ​ຂອງ​ວັດ​ສັນຕິພາບ​ໂພນ​ສະຫວັນ​ໃນ​ປະມານ​ປີ 1974¨ ທີ່​ຍາຄູ​ຄຳ​ດີ​ ຈັນທະ​ດາ​ພອນ ຍ້າຍ​ເຂົ້າມາ​ຢູ່​​ໃຫມ່ນັ້ນຍັງ​ເປັນ​ປ່າ​ໄມ້ປ່ອງ, ​ໄມ້​ຫົກ​ຕຶບຫນາຢູ່, ບໍລິ​ເວນ​ເດີ່ນ​ວັດ​ກໍ່ຄ້າຍ​ກັບ​ອອງ​ເຕົ່າ ມີ​ລັກສະນະ​ເປັນ​ໂພນ ​ແລະ​ມີ​ຕົ້ນ​ໄມ້​ໃຫຍ່​ຄື: ຕົ້ນຫມາກມ່ວງ, ຕົ້ນຫມາກ​ຄໍ້, ​ແລະ​ຕົ້ນຫມາກ​ສ່າ, ​ເຊີ່ງ​ໃນ​ປັດຈຸບັນ​ນີ້​ຍັງ​ມີ​ຢູ່. ຫລັງ​ຈາກ​ມາ​ຢູ່​ແລ້ວ​ກໍ່​ເລີ່​ມຖາງ​ປ່າ, ທຳ​ຄວາມ​ສະອາດ ​ແລະ​ຈູດ​ເຜົາ​ປ່າ​ໄມ້​ຫົກ​ເພື່ອ​ໃຫ້​ງ່າຍຕໍ່ການ​ຢູ່​ອາ​ໄສ​, ແລະ​ເຮັດ​ສວນປູກ​ຜັກ, ປູກ​ສາລີເພື່ອເອົາໄວ້ກິນເອງໃນຄາວຈຳເປັນ.

  ປະມານ​ປີ 1975 ຫລັງ​ຈາກປົດ​ປ່ອຍ​ແລ້ວ​ກໍ່​ໄດ້​ມີ​ການ​ປຶກສາ​ຫາລື​ກັນ ສ້າງກຸດຕິໃຫມ່ຂື້ນ​ເພື່ອ​ເປັນ​ທີ່ຢູ່​ອາ​ໄສ, ​ຕໍ່ມາ​ເຈົ້າຫົວຈົ໋ວພຣະພ້ອມ​ດ້ວຍ​ພໍ່ອອກ​ທັງຫລາຍ​ກໍ່​ໄດ້​ພາກັນ​ໄປຕັດ​ເອົາ​ໄມ້ຢູ່​ທີ່​ບ້ານຫວ້ານ​ແລະ​ບ້ານນ້ຳປາຍ, ຫລັງ​ຈາກ​ນັ້ນ​ໃນ​ປີ 1976 ກໍ່​ໄດ້​ພາກັນ​ຂົນ​ໄມ້​ມາ​ກົບ, ມາ​ແທກ​ແລະ​ປຸກ​ກຸດຕິ​​ໄມ້ຫລັງ​ໃຫມ່ຂື້ນ​ແລະ​ສຳ​ເລັດຮຽບຮ້ອຍ​ໃນ​ປີ 1977​ ​ໂດຍ​ມີ​ຍາພໍ່ມີ​ເປັນ​ຜູ້ນໍາພາ​ໃນ​ການ​ດໍາເນີນ​ການສ້າງ.

   ​ເມື່ອ​ມີ​ກຸດຕິ​ເປັນ​ທີ່​ຢູ່​ອາ​ໄສ​ແລ້ວໃນ​ປີ 1985 ກໍ່​ໄດ້​ເລີ່​ມສ້າງ​ສິມ​ຂື້ນ​ໂດຍ​ມີ ຍາຄູ​ຄໍາດີ, ຍາພໍ່ຫມັ້ນ ​ແລະ​ເຖົ້າ​ແກ່​ອີກຈໍ່ານວນ​ຫນື່ງ​ເປັນ​ຜູ້​ລິ​ເລີ່​ມປຶກສາ​ຫາລື​ກັນ​ໃນ​ການ​ດຳ​ເນີນ​ການກໍ່ສ້າງ. ທຳ​ອິດ​ນັ້ນກໍ່​ເລີ່​ມອອກ​ແບບ​ ແລະຂຸດ​ຂຸມ​ໂດຍ​ໃຊ້​ແຮງ​ງານ​ພຣະສົງ​ສາມະ​ເນນ​ທີ່ຢູ່​ໃນ​ວັດ​ເປັນ​ສ່ວນ​ຫລາຍ,​ ​ແລະ​ກໍ່ມີ​ພໍ່ອອກ​ຈໍ່ານວນ​ຫນື່ງຄອຍ​ຊ່ວຍ​ເຫລືອ​ແນະນໍາ ຫລັງ​ຈາກ​ຖອກ​ເສົາ​ສິມແລ້ວ​ (ເສົາເດີມ) ກໍ່ມີ​ພໍ່ອອກແມ່ອອກ​ ແລະ​ພໍ່ຄ້າ​ຊາວ​ຂາຍ​ມາ​ຈັບຈອງ​ເປັນ​ເຈົ້າສັດທາ​ໄດ້ເສົາ​ລະ 8,000ກີບ, ແຕ່​ບາງ​ຄົນ​ກໍ່​ໃຫ້​ຫລາຍ​ກວ່າ​ນັ້ນ ຄື: ​ເສົາ​ລະ 20000, 30000 ​ກໍ່ມີ​ຕາມ​ສັດທາ​ຂອງ​ຕົນ.

   ອຸປະສັກ​ໃນ​ການ​ສ້າງ​ສິມ​ກໍ່ມີ​ຫລາຍ​ຢ່າງ​ເຊັ່ນ: ປັດ​ໃຈ​ຍັງ​ມີ​ຫນ້ອຍ, ກຳລັງ​ແຮງ​ກຳລັງ​ສັດທາ​ກໍ່ຍັງ​ບໍ່ພໍ​ ​​ຂາດ​ຜູ້​ອອກ​ແບບ​ທີ່​ດີແລະຜູ້​ທີ່​ຊີ້​ນໍາ ກໍ່​ເລີຍ​ໄດ້​ຄ່ອຍ​ເຮັດ​ຄ່ອຍ​ໄປ​ເຊັ່ນ: ສິມ​ເກົ່າ​ນັ້ນບໍ່​ໄດ້​ມີ​ການວາງ​ແຜນ​ເຮັດ​ລະບຽງອອກ​ໄປ​ທາງ​ທິດ​ຕາ​ເວັນ​ອອກ, ພໍດີ​ຍາຄູ​ຄຳ​ດີ​ໄດ້​ໄປຮ່ວ​ມປະຊຸມຫນັງສື​ຜູກ​ໃບ​ລານ​ຢູ່​ວຽງຈັນ​ແລະໄດ້​ໄປ​ພັກ​ຢູ່​ວັດ​ມີ​ໄຊ,ຕື່ນ​​ເຊົ້າມາກໍ່ລໍ່າ​ເບີ່​ງລັກສະນະ​ຂອງສິມ​ວັດ​ມີ​ໄຊ, ​ແລ້ວ​ໃນ​ທີ່​ສຸດ​ກໍ່​ໄດ້​ນໍາເອົາ​ຄວາມ​ຄິດ​ນັ້ນມາ​ປຶກສາ​ຫາລື​ກັນ​ອີກ​ຄັ້ງ, ​ແລ້ວ​ກໍ່ຕົກລົງ​ປົງ​ໃຈ​ກັນ​ຖອກ​ລະບຽງສິມ​, ອອກ​ໄປທາງ​ດ້ານ​ທິດຕາ​ເວັນ​ອອກດັ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ວັນ​ນີ້.

  ຕໍ່ມາກໍ່ຍັງ​ມີ​ເພດານ​ອີກ ຈຳ​ເປັນ​ຕ້ອງ​ພະຍາຍາມ​ຕໍ່​ໄປ ​ຄວາມ​ສໍາເລັດ​ໃກ້​ເຂົ້າມາ​ທຸກ​ຂະນະແລ້ວ,​ ແລະໃນ​ທີ່​ສຸດກໍ່ຖອກ​ເພດານ​ສຳ​ເລັດ​ຍ້ອນ​ພະລັງ​ຄວາມ​ສາມັກຄີ ຂອງ​ພຣະ​ສົງ​ສາມະ​ເນນ​ພາຍ​ໃນ​ວັດ​ແລະ​ກຳລັງ​ສະ​ຕິ​ປັນຍາຂອງທ່ານ​ຜູ້​ຮູ້​ທັງຫລາຍ​​ໂດຍມີຍາຄູ​ຄຳ​ດີ, ແລະ​ພໍ່ອອກ​ຈານ​ທອງ​ດຳ​ເປັນ​ຜູ້​ຊີ້​ນຳໆພາ​ສ້າງ, ສີ່​ງທີ່​ຂາດ​ບໍ່​ໄດ້​ເລີຍ​ນັ້ນກໍ່ຄື: ກຳລັງ​ປັດ​ໃຈ​ຈາກ​ອອກ​ຕົນ​ຍາດ​ໂຍມ​ທັງຫລາຍ​ ແລະ​ສະຫນັບສະຫນູນ​ທາງ​ດ້ານ​ຊີມັງ, ​ໃຜ​ຊ່ວຍ​ໄດ້​ເທົ່າ​ໃດ​ກໍ່ຊ່ວຍ ຄົນ​ລະ​ເປົາສອງ​ເປົາ. ຫລັງ​ຈາກ​ສ້າງ​ເພດານ​ແລ້ວ,​ ຍາຄູ​ກໍ່ຍ້າຍ​ຂື້ນ​ໄປ​ນອນ​ຍູ່​ເທີ​ງສິມ​​ໂດຍ​ໃຊ້​ກະ​ແຕະ​ຫວຽດ​ເຮັດ​ປະຕູ​ບັງ​ໄປ​ກ່ອນ ຖື​ໄດ້​ວ່າ​ເປັນ​ເອກະລັກ​ສະ​ເພາະ​ຕົວ​ໄປ​ອີກ​ແບບ​ຫນື່ງ. ຫລັງ​ຈາກ​ນັ້ນທິດ​ຈັນທະ​ວົງກໍ່​ໄດ້​ນຳ​ຊ່າງ​ແຕ້ມ​ຮູບ​ຈາກ​ວຽງຈັນ ຊື່ ທ້າວ​ສະ​ແຫວ​ງ, ມາແຕ້ມຮູບໃນສິມ ສີມື​ການ​ແຕ້ມ​ຮູບ​ນີ້​ບໍ່​ເປັນ​ສອງ​ຮອງ​ໃຜ, ​ແຕ້ມ​ງາມ​ແທ້ໆ, ທຸກໆທ່ານ​ສາມາດ​ຊົມ​ໄດ້​ຢູ່​ຂ້າງ​ໃນ​ສິມ​ແລະ​ຝາ​ດ້ານ​ນອກ​ຂອງ​ສິມ. ຕໍ່ມາກໍ່​ເລີ່​ມ​ເຮັດ​​ຫລັງຄາ​ໂດຍ​ການໃຊ້​ຝ້າ​ມຸງ​ແລະຮັບ​ເຫມົາ​​ໂດຍ​ຄົນ​ຫວຽດນາມ (​ແກວ) ທີ່​ມາ​ເປັນ​ເຂີຍ​ຢູ່​ບ້ານ​ມອນແລະ​ໃນ​ທີ່​ສຸດ​ປີ 1995 ການ​ສ້າງສິມ​ວັດ​ສັນຕິພາບ​ໂພນ​ສະຫວັນ​ກໍ່​ໄດ້​ສຳ​ເລັດ​ລົງ, ໂດຍໃຊ້​ເວລາ​ໃນ​ການກໍ່ສ້າງ​ທັງ​ຫມົດ​ປະມານ 10 ປີ. (1985-1995).

   ໃນ​ປີ 1998 ກໍ່​ໄດ້​ເລີ່​ມສ້າງສາ​ລາ ແລະຕໍ່ມາອີກຫນື່ງປີກໍ່ໄດ້ສ້າງຫໍກອງຂື້ນ. ສ່ວນໂຮງຮຽນສົງນັ້ນສ້າງຂຶ້ນໃນປີ 1994 ໂດຍທືນຊ່ວຍເຫລືອຈາກປະຊາຊົນຍີ່ປຸ່ນ.

 

<!--[if !supportFootnotes]-->
<!--[endif]-->

¨ ຫລັງ​ປີ 1974 ນັ້ນບໍ່ຮູ້​ວ່າ​ເປັນ​ແນວ​ໃດ? ​ເພາະ​ບໍ່ມີ​ຫລັກ​ຖານ​ໃດໆບັນທຶກ​ໄວ້.

Delicious Digg Fark Twitter