ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

         ສຳຫລັບຄົນທີ່ບໍ່ມັກຟັງຄວາມພໍ່ແມ່...ແຕ່ມັກຟັງເພງ

1.  ຟັງຄວາມແມ່ຄວາມພໍ່...ຈະບໍ່ແລ໋ນແລ່ແລ໋ນລໍ່ ແຕ່ຖ້າໄປຟັງ Idolz ເຖິງວ່າມີຮັກແຕ່ບໍ່ກ້າບອກ (ແລ້ວຈະໄປຟັງມັນເອັດພີເລີເນາະ!!!)

2.  ຟັງຄວາມພໍ່ແມ່ແລ້ວ...ຈະບໍ່ອົກຫັກ ແຕ່ຖ້າໄປຟັງສັກວົງ Cells ຈະມີອາການ…ອາການຫຍັງ? ກໍ່ອາການຂອງຄົນຖືກຖີ້ມຫັ້ນເດ! ອິອິອິ!!!

3.  ຟັງຄວາມພໍ່ແມ່ແລ້ວ...ຈະເປັນຄົນດີ ແຕ່ຖ້າໄປຟັງ LOG ລໍແຟນເຈົ້າເຜີແລ້ວສອງເຮົາເຈີກັນ...ຈະພາໄປເກົາຫລີ!

4.  ຟັງຄວາມພໍ່ແມ່ແລ້ວ...ຈະບໍ່ຫງຸດງິດງຸກງິກ ແຕ່ຖ້າໄປຟັງ Tick Princes ແລ້ວເຈົ້າຈະເສຍໃຈ (ຢ່າໄປຟັງເດັດຂາດ)

5.  ຟັງຄວາມພໍ່ແມ່ແລ້ວ...ຈະຮໍ່າຮຽນດີ ແຕ່ຖ້າໄປຟັງ 3ສາວ Genii ຕ້ອງຍອມໃຈອ່ອນ (ໃຫ້ເຈົ້າອີກແລ້ວ)

6. ຟັງຄວາມພໍ່ແມ່ແລ້ວ...ຈະສະຫລາດ ທຸກຢ່າງຈະເຄລຍ (Clear) ແຕ່ຖ້າໄປຟັງເຈ້ຍ ຈະງົງປານໄກ່ຖືກຕອນຫຳ (ຖືກຄ້ອນ)

7.  ຟັງຄວາມພໍ່ແມ່ແລ້ວ...ຈະບໍ່ງົມງາຍ ແຕ່ຖ້າໄປຟັງກະຕ່າຍຈະເປັນຄົນດີທີ່ເຈົ້າບໍ່ຮັກ (ຕ້ອງເພີ່ງ Lady ຈະໄດ້ຂໍເວລາທໍາໃຈ)

8.  ຟັງຄວາມພໍ່ແມ່ແລ້ວ...ຈະສະບາຍ (ໄປຕະຫລອດຊາດ) ແຕ່ຖ້າໄປຟັງ Black Eyes ຈະຖືກແຟນບອກເລີກ ເພາະອິຫຍັງນໍ້? ເພາະເຈົ້າມັນເກົ່າ...ອະຫຶ..ອະຫຶ!!!

9.  ຟັງຄວາມພໍ່ແມ່ແລ້ວ...ຈະມີຄວາມຮູ້ ແຕ່ຖ້າໄປຟັງ Pretty Cool ຈະມີຮັກທີ່ເວົ້າແຕ່ (ປ້າກ) ສໍານຽງຫລວງພະບາງພະເຈົ້າຂ້າ!!!

10.  ຟັງຄວາມພໍ່ແມ່ແລ້ວ...ຈະບໍ່ເປັນຄົນເກເລ ແຕ່ຖ້າໄປຟັງ May ຈະອົກຮັກ ເພາະອິຫຍັງອີກນໍ້? ເພາະຮູ້ແລ້ວວ່າເຈົ້າບໍ່ຮັກ

11. ຟັງຄວາມພໍ່ແມ່ແລ້ວ...ຈະມີເວລາຫລາຍເພື່ອສືກສາຫາຄວາມຮູ້ ແຕ່ຖ້າໄປຟັງ ສິດ (54U) ຈະມີພຽງຫນື່ງນາທີທີ່ເຫລືອຢູ່...ອະຮູ້ໆໆໆ!!!

12. ສຸດທ້າຍຝາກໃຫ້ບ່າວວຽງຈັນ!!! ຟັງຄວາມພໍ່ແມ່ແລ້ວ...ຈະມີຢູ່ມີກິນ ແຕ່ຖ້າໄປຟັງຫນຸ່ມໂກສິນ ລະວັງໄວ້ບ່າວວຽງຈັນຈະຖືກຕົ້ມ ອິອິອິ...ອະຫື້ໆໆໆ

ແຈມໃຫ້ແນ່ເດີ...ໃຜຄິອອກ (ສຳນຽງມົ້ງພະເຈົ້າຂ້າ)

ເພື່ອຄວາມບັນເທິງ Not for sale!!!

Sale ໃນນີ້ຫມາຍເຖີງ ຫລົບລູ່

Delicious Digg Fark Twitter