ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 ການມອບ-ຮັບລົດ ກະບະວີໂກ

12:13:40 02/08/2011

ວັນທີ່ 29 ເດືອນ ກໍລະກົດ ປີ 2011 ຢູ່ທີບໍລິສັດ ສະຕາຣໂທລະຄົມ ຢູນີເທວໄດ້ມີການມອບ-ຮັບ ລົດກະບະ ວີໂກ້ ໃຫ້ແກ່ຜູ້ໂຊກດີ ຄື : ຄູບາ ບຸນນອ້ຍ ວົງວິຈິດ 

ໃນຕອນບາຍຂອງວັນທີ່ 29 ເດືອນ ກໍລະກົດ ປີ 2011 ຢູ່ທີບໍລິສັດ ສະຕາຣໂທລະຄົມ ຢູນີເທວ ໄດ້ມີການມອບ-ຮັບ ລົດກະບະ ວີໂກ້ ໃຫ້ແກ່ຜູ້ໂຊກດີ ຄື : ຄູບາ ບຸນນອ້ຍ ວົງວິຈິດ ປະຈຸບັນ ຢູ່ວັດເກົ້າຍອດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ,ເຊິ່ງ ໃນການມອບ-ຮັບຄັ້ງນີ້ໃຫ້ກຽດມອບໂດຍ ທ່ານ ອຸລະຫາ ທອງວັນທາ ປະທານສະພາບໍລິຫານ ບໍລິສັດ ສະຕາຣໂທລະຄົມ ແລະ ກໍ່ໄດ້ມີເຖົ້າແກ່ແນວໂຮມ ບ້ານເກົ້າຍອດ, ພ້ອມດ້ວຍພະນັກງານຂອງ ຢູນີເທວກໍ່ໄດ້ເຂົ້າຮວ່ມເປັນສັກຂີພິຍານ.

ໃນການມອບ-ຮັບລົດ ວີໂກຄັ້ງນີ້ ພໍ່ ແລະ ແມ່ ຂອງຄູບາ ບຸນນ້ອຍ ທີ່ມີອາຊີບເຮັດນາ ຢູ່ບ້ານສຸຂຸມາ ເມືອງ ສຸຂຸມາ ແຂວງຈຳປາສັກ ກໍ່ໄດ້ລົງມາ ເພື່ອມາຮວ່ມຮັບເອົາຂອງລາງວັນ ກັບຄູບາບຸນນ້ອຍ, ເຊິ່ງໃນເວລາມອບຮັບກັນນັ້ນ, ທາງ ຄູບາບຸນນ້ອຍ ກໍ່ໄດ້ກ່າວເຖິງຄວາມຮູ້ສຶກ ຂອງເພິ່ນທີ່ໄດ້ຮັບ ລົດວີໂກ້ ໃນຄັ້ງນີ້ດວ້ຍຄວາມດີອົກດີໃຈເປັນຢ່າງຍິ່ງ, ເຊັ່ນດຽວກັບ ພໍ່ ແລະ ແມ່ ຂອງຄູບາກໍ່ເຊັ່ນດຽວກັນ ທັງສອງທ່ານ ກໍ່ໄດ້ເວົ້າເຖິງຄວາມຮູ້ສຶກທີດີໃຈຫຼາຍ ແລະ ມີຄວາມປາບປຶ້ມປິຕິຍິນດີຫຼາຍທີ່ໄດ້ລາງວັນໃນຄັ້ງນີ້, ເຊິ່ງບາງຕອນເພິ່ນເວົ້າວ່າ: “ ບໍ່ຮູ້ວ່າຊິເວົ້າແນວໃດດີ ເວົ້າບໍ່ອອກເລີຍ, ເພາະບໍ່ເຄີຍຄິດມາກ່ອນວ່າຄອບຄົວຈະໄດ້ຮັບຂອງລາງວັນທີ່ມີຄ່າແບບນີ່ເລີຍ, ນັບແຕ່ເກີດມາກໍ່ຖືວ່າຄັ້ງນີ້ແຫຼະເປັນຄັ້ງທຳອິດທີ່ໄດ້ຮັບລາງວັນໃຫ່ຍແບບນີ້ ”ເຊິ່ງວ່າ ໃນເວລາເວົ້ານັ້ນ ທັງພໍ່ ແລະ ແມ່ ຂອງຄູບາ ທັງເວົ້າ ແລະທັງມີນໍ້າຕາ ເຊິ່ງສະແດງເຖິງຄວາມ ດີອົກດີໃຈ ຫຼາຍ ຫາອັນປຽບບໍ່ໄດ້, ພ້ອມກັນນັ້ນ, ເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ນຳບໍລິສັດ ສະຕາຣໂທລະຄົມ ຫຼື ຢູນີເທວ ທີ່ໄດ້ມີການແຈກຂອງລາງວັນແບບນີ້ໃຫ້ແກ່ລູກຄ້າ.

 

Delicious Digg Fark Twitter