ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ແມ່ຈົນໆຄົນນີ້ບໍ່ແມ່ນບໍ ຫລືເຈົ້າລືມໄປແລ້ວ?

1. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕ້ອງອຸ້ມທ້ອງມາເກົ້າເດືອນ (ແລ້ວໃຜຢູ່ຂ້າງໃນ)

2. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຈະກີນຈະນອນກໍ່ຕ້ອງຄອຍລະມັດລະວັງເພື່ອບໍ່ໃຫ້ກະທົບກະເທືອນລູກນ້ອຍທີ່ຢູ່ໃນທ້ອງ

3. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕອນຄອດເຈົ້ານັ້ນເຈັບທໍລະມານເຫລືອເກີນ ຈົນເກືອບຈະເອົາຊີວິດບໍ່ລອດ

4. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍເຊັດຂີ້ເຊັດຍ່ຽວ ອາບນ້ຳແລະທຳຄວາມ

    ສະອາດໃຫ້ເຈົ້າຢູ່ຕະຫລອດເວລາ

5.ແມ່ຈົນໆຄົນນີ້ບໍ່ແມ່ນບໍ?....... ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍປ້ອນເຂົ້າປ້ອນນ້ຳ ໃຫ້ນົມໃຫ້ອາຫານເຈົ້າ

   ຢູ່ຕະຫລອດເວລາ ຫິວກໍ່ບໍ່ໄດ້ກິນຍ້ອນເຫັນແກ່ລູກນ້ອຍ

6. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍອົບຮົມສັ່ງສອນ ໃຫ້ທັງຄວາມຮັກແລະຄວາມຫ່ວງໃຍ

   ມົດກໍ່ບໍ່ໃຫ້ໄຕ່ ໄຮກໍ່ບໍ່ໃຫ້ຕອມ

7. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍດູແລເຈົ້າ ຍາມກີນບໍ່ໄດ້ກີນ ຍາມນອນບໍ່ໄດ້ນອນ

    ຕ້ອງຄອຍເຝົ້າກ່ອມເຈົ້າຫລັບແລ້ວ ຈື່ງໄດ້ນອນ

8. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກຕ່າງໆ ເພື່ອເຮັດວຽກເຮັດການຫາລ້ຽງເຈົ້າ

9. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ເມື່ອເຈົ້າໃຫຍ່ມາແລ້ວ ຕ້ອງຄອຍສົ່ງເຈົ້າເຂົ້າໂຮງຮຽນເພື່ອຫາວິຊາຄວາມຮູ້ 

10. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.....ເມື່ອເຈົາໃຫຍ່ຂື້ນມາແລ້ວ ກໍ່ຍັງຄອຍຊ່ວຍເຫລືອໃຫ້ຄຳປືກສາ ຫາອາຫານແຕ່ງກີນໃຫ້

    ກີນທຸກເຊົ້າທຸກຄໍ່າ (ແລ້ວມີຈັກເທື່ອບໍທີ່ເຈົ້າໄດ້ຊື່ນຊົມສີມື ການແຕ່ງກິນຂອງແມ່)

11. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອຍລ້ຽງເຈົ້າທັງທາງດ້ານຮ່າງກາຍແລະຈິດໃຈແລະຍັງເປັນຜູ້ຢູ່

    ເບື້ອງຫລັງຄວາມສຳເລັດຂອງເຈົ້າທັງຫມົດໃນວັນນີ້

12. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຈະຈາກເຈົ້າໄປແບບບໍ່ມີວັນຫວນກັບ ໃນເວລາອັນສັ້ນໆຂ້າງຫນ້ານີ້ .

             ແລ້ວວັນນີ້ ເຮົາໄດ້ເຮັດຫຍັງເພື່ອແມ່ແດ່ແລ້ວ? ເຈົ້າໄດ້ຕອບແທນບຸນຄຸນພໍ່ແມ່ແລ້ວຫລືຍັງ?

ຊີວິດຄົນເຮົານັ້ນສັ້ນຍີ່ງຫນັກ ບໍ່ແນ່ນອນ ມື້ນີ້ເຫັນຫນ້າກັນ ມື້ອື່ນອາດຈະເຫັນໂລງສົບກໍ່ໄດ້ ໃຜຈະໄປຮູ້

ສະນັ້ນໃນຍາມທີ່ພໍ່ແມ່ຍັງມີຊີວິດຢູ່ ກໍ່ຄວນລ້ຽງດູບົວລະບັດທ່ານ ໃຫ້ຢູ່ດີມີສຸກ ໃຫ້ເຂົ້າໃຈວ່າຜູ້ເຖົ້າມັກໃຈນ້ອຍ

(ໄດ້ຍີນແມ່ເວົ້າໃນຍາມຍັງນ້ອຍ) ຄຳເວົ້າເຮົາອາດຈະເຮັດໃຫ້ທ່ານເສຍໃຈໄດ້ບາງຄັ້ງຄາວ

ສະນັ້ນກໍ່ຄວນລະວັງຢ່າເວົ້າຫຍັງທີ່ຮຸນແຮງໃສ່ທ່ານ ແທ້ຈິງແລ້ວເລື່ອງອາຫານການກີນຜູ້ເຖົ້າກີນບໍ່ຫລາຍດອກ

ສອງສາມຄຳກໍ່ອີ່ມແລ້ວ ເຮົາກໍ່ຄວນຫາອາຫານແຊບໆໃຫ້ທ່ານກີນດ້ວຍ  ເຮັດໃຫ້ທ່ານຮູ້ວ່າເຮົາຫ່ວງໃຍຢູ່ຕະຫລອດເວລາ...(ແລະສຸດທ້າຍມໍລະດົກກໍ່ຈະເປັນຂອງເຮົາ ຮ່າຮ່າໆໆໆ ບໍ່ແມ່ນເນາະ)

   ລູກຄົນໃດກະທຳກຳແກ່ແມ່      ສຸດຊົ່ວແທ້ຕໍ່າຊ້າສິ້ນລາສີ

   ລູກດ່າພໍ່ຕີແມ່ລູກບໍ່ດີ               ລູກກາລີເຮັດໃຫ້ພໍ່ແມ່ຊ້ຳນ້ຳຕາລິນ

   ນ້ຳຕາພໍ່ແມ່ໄຫລລິນເມື່ອລູກຮ້າຍ      ນ້ຳຕາພໍ່ແມ່ໄຫລເປັນສາຍເມື່ອລູກຫມີ່ນ

   ນ້ຳຕາພໍ່ແມ່ໄຫລລົງຫົດພື້ນດິນ         ເມື່ອໄດ້ຍິນວ່າລູກເສເພເນລະຄຸນ

   

   ທຽນໃຫ້ແສງສະຫວ່າງ        ພໍ່ແມ່ຊີ້ທາງດີໃຫ້ລູກເດີນ

   ລູກເອີຍ!!! ຢ່າຫລົງເພີນ      ເດີມຕາມທາງຂອງຄົນຜີດ


   ພໍ່ກັບແມ່ມີແຕ່ຈະແກ່ເຖົ້າ     ຈະໃຫ້ລ້ຽງເຈົ້າເລື້ອຍໆໄປນັ້ນຢ່າຫມາຍ

   ລູກເອີຍ!!! ຈົ່ງໃຊ້ວິຊາຄວາມຮູ້    ເປັນຄູ່ມືໄປຈົນຕາຍ

   ເຈົ້າສະບາຍ      ພໍ່ກັບແມ່ກໍ່ຊື່ນໃຈ.


   ຈົ່ງຈຳໄວ້ເດີ! ລູກສຸດທີ່ຮັກຂອງແມ່.  ຮັກແລະຫ່ວງລູກສະເຫມີ.

Delicious Digg Fark Twitter