ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ການແພ້ (ພ່າຍແພ້) ດ້ວຍສິນລະປະດີກ່ວາການຊະນະດ້ວຍອາລົມ...

ຄົນເຮົາມີຄວາມໂລບດ້ວຍກັນຫມົດທຸກຄົນ ຖ້າໂລບຫລາຍກໍຈະທຸກຫລາຍ

ຖ້າໂລບນ້ອຍກໍຈະທຸກນ້ອຍ ຖ້າບໍ່ໂລບກໍຈະບໍ່ທຸກເລີຍ...

ຖ້າຫາກຈະລືມ: ລືມຫຍັງກໍໄດ້ ແຕ່ຢ່າລືມຕົວ ຖ້າຫາກຈະເສຍ: ເສຍຫຍັງ

ກໍໄດ້ ແຕ່ຢ່າເສຍຄົນ ຖ້າຫາກຈະຜິດ: ຜິດຫຍັງກໍໄດ້ ແຕ່ຢ່າຜິດສິນຜິດທຳ...

ບາງຄັ້ງການກະທຳຂອງເຮົາເອງຍັງບໍ່ຖືກໃຈເຮົາເລີຍ...ແລ້ວຈະໃຫ້ຄົນອື່ນເຮັດ

ໃຫ້ຖືກໃຈເຮົາໄດ້ຢ່າງໃດ?

ນ້ຳໃຈງາມເປັນສີ່ງທີ່ປາດຖະຫນາຂອງຄົນທັງໂລກ: ຄົນເຮົາຖ້າຈະງາມຕ້ອງງາມທີ່ນ້ຳໃຈ

ບໍ່ແມ່ນໃບຫນ້າ ຖ້າຈະສວຍຕ້ອງສວຍທີ່ກິລິຍາມາລະຍາດ ບໍ່ແມ່ນຕາຫວານ ຖ້າຈະຄານກໍ

ຕ້ອງຄານໄປຂ້ງຫນ້າ ບໍ່ແມ່ນຄານກັບຫລັງ...

ຫນື່ງກ້າວທີ່ຍາວໄກ...ອາດຈະຫວັ່ນໄຫວແລະລົ້ມລົງ ຫນື່ງກ້າວທີ່ຫມັ້ນຄົງ...

ເຖີງແມ່ນວ່າຈະສັ້ນ...ແຕ່ກໍຫມັ້ນໃຈ...

ເຊົ້າ ວັນທີ່ 21 ເດືອນ 8 ພ.ສ. 54

 

Delicious Digg Fark Twitter