ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

                ວັດທະນະທໍາ ຄວາມຫມາຍຕາມສັບ ວັດທະນະ ແປວ່າ ສະພາບທີ່ຈະເລີນ ຫລືກ້າວຫນ້າ

ສ່ວນ ທໍາ ແປວ່າ ທໍາມະຊາດ ຫລືຄວາມຈິງຂອງສິ່ງຕ່າງໆຖ້າມັນຈິງມັນກໍ່ທ່ຽງທໍາເມື່ອລວມຄວາມແລ້ວຈື່ງແປວ່າ

ທໍາທີ່ເປັນເຫດໃຫ້ຈະເລີນກ້າວຫນ້າ ຫລືວ່າທໍາຄືຄວາມຈະເລີນຂອງຄົນກຸ່ມຕ່າງໆ ສ່ວນຕາມຄວາມຫມາຍຂອງອົງການຍູເນສໂກ່

(UNESCO) ຫມາຍເຖິງ ວິຖີຊີວິດ ເຊີ່ງລວມເຖີງ ແນວທາງການດໍາລົງຊີວິດ ລະບຽບປະເພນີຕ່າງໆ ຂະນົບທໍານຽມ

ຂໍ້ຫ້າມຫລືຂໍ້ຄວນປະຕິບັດ ຄ່ານິຍົມແລະພຶດຕິກໍາໂດຍສ່ວນລວມທີ່ສັງຄົມຍອມຮັບ ແລະ ຖືປະຕິບັດສືບຕໍ່ກັນມາ

ໂດຍອາດຈະມີການປ່ຽນແປງ ແລະ ປັບປຸງໄປຕາມສະພາບແວດລ້ອມ ແລະການເວລາ...

..................................................................................................................

ອາລິຍະທໍາ ຄວາມຫມາຍຕາມສັບ ຄໍາວ່າ ອະລິຍະ ແປວ່າ ຜູ້ຮູ້ ຜູ້ຈະເລີນ ຫລືຜູ້ຮຸ່ງເຮືອງ ທໍາ ແປວ່າ ທໍາມະຊາດ

ຫລືຄວາມທ່ຽງທໍາ ຫລືຄວາມຈິງ ລວມຄວາມແລ້ວກໍ່ແປໄດ້ຄວາມວ່າ ທໍາມະຊາດຂອງຜູູ້ຈະເລີນ

ຜູ້ຮຸ່ງເຮືອງ ຫມາຍເຖີງຄວາມຈະເລີນຮຸ່ງເຮືອງຂອງກຸ່ມຄົນທີ່ອາໄສຢູ່ໃນຖີ່ນຕ່າງໆ ທີ່ສາມາດສ້າງສັນສີ່ງຕ່າງໆຂຶ້ນມາໄດ້

ມີທັງດ້ານວັດຖຸເຊັ່ນ: ສີ່ງກໍ່ສ້າງຕ່າງໆ ເຂົ້າຂອງເຄື່ອງໃຊ້ ແລະທາງດ້ານຈິດໃຈເຊັ່ນ:

ຂະນົບທໍານຽມປະເພນີຕ່າງໆລວມທັງກົດຫມາຍດ້ວຍ ເຊີ່ງສະແດງເຖີງຄວາມຈະເລີນກ້າວຫນ້າຂອງຄົນກຸ່ມນັ້ນໆ

ທີ່ອາໄສຢູ່ໃນຖີ່ນຕ່າງໆ ເຊັ່ນ ອາລິຍະທໍາຂອງຄົນອິນເດຍ ອານາຈັກໂລມ ແລະອານາຈັກກຣີກບູຮານ...

ເຊົ້າວັນທີ່ 22 ເດືອນ 8 ພ.ສ. 2554

Delicious Digg Fark Twitter