ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຄວາມຫມາຍຂອງປັດຊະຍາ (ປຣັດຊະຍາ)

ປັດຊະຍາ (ປຣັດຊະຍາ) ເປັນພາສາສັນສະກິດມາຈາກຄໍາວ່າ ປະຣະ ແລະ ຊະຍາ ລວມເປັນ ປຣັດຊະຍາ

ແຕ່ພາສາລາວເຮົາຫນ້າຈະໃຊ້ຄໍາວ່າ ປັດຊະຍາ ເພາະມັນງ່າຍ ???

ປະຣະ ແປວ່າ ທົ່ວ, ຮອບ, ປະເສີດ. ຊະຍາ ແປວ່າ ຮູ້, ສະຫລາດ ເມື່ອລວມກັນແລ້ວຈື່ງໄດ້ຄວາມຫມາຍວ່າ ຄວາມຮູ້ທົ່ວ,

ຫລື ຄວາມຮູ້ອັນປະເສີດ...

ສ່ວນພາສາອັງກິດໃຊ້ຄໍາວ່າ Philosophy ເຊີ່ງເປັນຄໍາມາຈາກພາສາກຣີກ ຫລື ເກຣັກ (Greek) ບູຮານຄື: Philos+Sophos

ຫລື Sophis. Philos ແປວ່າ ຄວາມຮັກ, ຄວາມພໍໃຈ (Loving). Sophis ຫລື Sophia (Wisdom) ແປວ່າ ຄວາມຮູ້ ຫລື

ປັນຍາ. ເມື່ອລວມເຂົ້າກັນແລ້ວຈື່ງໄດ້ຄໍາວ່າ Philosophia ຫລື Philosophy ມີຄວາມຫມາຍຕາມສັບວ່າຄວາມຮັກໃນຄວາມຮູ້,

ຄວາມສົນໃຈ ຫລືຄວາມຮັກໃນການສະແຫວງຫາຄວາມຮູ້. ເມື່ອແປຕາມສັບແລ້ວຄວາມຫມາຍບໍ່ກົງກັນ

ແຕ່ເຖີງຢ່າງໃດກໍ່ຕາມຖືວ່າ ປັດຊະຍາ ເປັນຄໍາແປຂອງ Philosophy

ສະນັ້ນຈື່ງໃຊ້ໃນຄວາມຫມາຍດຽວກັນໃນຫນັງສືທາງວິຊາການ...

 

Delicious Digg Fark Twitter