ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຊີວິດຂອງຄົນເຮົາບໍ່ວ່າຈະຍາກດີມີຈົນ ສຸດທ້າຍທັງຫມົດກໍ່ມີຈຸດຈົບຄືກັນຫມົດຄື: ສະຫລຸບລົງທີ່

ຄວາມເກີດ ຄວາມແກ່ ຄວາມເຈັບ ແລະຄວາມຕາຍ...

ສະນັ້ນ, ຄວາມລວຍຄວາມຈົນ

ຈື່ງບໍ່ແມ່ນເຄື່ອງວັດຄວາມດີຂອງຄົນ

ຄົນລວຍດີກໍ່ມີຫລາຍ

ຄົນລວຍຊົ່ວກໍ່ມີຫລາຍ

ຄົນຈົນດີກໍ່ມີຫລາຍ

ຄົນຈົນຊົ່ວກໍ່ມີຫລາຍ

ສະນັ້ນ: ເຄື່ອງວັດຄວາມດີຂອງຄົນຈື່ງຢູ່ທີ່

ການກະທຳທາງກາຍ ທາງວາຈາ ແລະ ທາງໃຈໃຫ້ບໍລິສຸດ...

ແລງວັນທີ່ 25 ເດືອນ 8 ປີ 54

 

Delicious Digg Fark Twitter