ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ການກິນເຫລົ້າຫລືຢາເສບຕິດຕ່າງໆ ກິນຂອງແປກປອມເຂົ້າໄປໃນຮ່າງກາຍຜ່ານຮູຄໍເຂົ້າໄປ

ແລ້ວແລ່ນເຂົ້າໄປໃນກະເພາະອາຫານທັນທີ ພໍຮອດກະເພາະປຸ໋ບ...ມັນກໍ່ປິດປັ໋ບ ແລ້ວກະເພາະກໍ່ສີດ

ນ້ຳຍ່ອຍເຂົ້າມາ ຖາມທັກທາຍສະບາຍດີ...ແລ້ວຍ່ອຍທັນທີ ແຕ່ຖ້າເຮົາກິນເຫລົ້າຫລືສິ່ງແປກໆເຂົ້າໄປ

ກະເພາະກໍ່ຈະລາຍງານໄປຫາສະຫມອງທັນທີເລີຍວ່າ: ເຮີ້ຍ!! ນີ້ມັນບໍ່ແມ່ນອາຫານ ມຶງແດກເຂົ້າມາໄດ້ແນວໃດວະນີ້?

ສະຫມອງກໍ່ຮີບສົ່ງ E-mail ໄປຫາປະຕູວ່າ: ເຮີ້ຍ!!! ເປີດປະຕູໄວໆ ທີ່ມຶງແດກມື້ກີ້ນັ້ນບໍ່ແມ່ນອາຫານ

ປະຕູເປີດປຸ໋ບ...ກະເພາະອາຫານກໍ່ບີບຕົວເອງຢ່າງແຮງ...ບິ໋ບໆໆ ເຮົາກໍ່ຮາກທັນທີເລີຍ

ສະນັ້ນຄົນທີ່ບໍ່ເຄີຍກິນເຫລົ້າຫລືດົນໆຈຶ່ງກິນ ຈຶ່ງຮາກງ່າຍ ບາງຄົນບອກວ່າກິນຫລາຍປານໃດກໍ່ບໍ່ຮາກ

ນັ້ນສະແດງວ່າ...ອັນຕະລາຍແລ້ວຕັບໃກ້ຈະແຂງ 555+ ເພາະກິນຫລາຍໆ ສະຫມອງຈະເບື່ອ ມັນຈະບໍ່ເຕືອນອີກຕໍ່ໄປ

ມັນບອກວ່າ: ກູເຕືອນແລ້ວ...ມືງບໍ່ຟັງ...ຕໍ່ໄປກູຈະບໍ່ເຕືອນມືງອີກ...ເຮົາເລີກກັນ...ຫຶຫຶໆໆໆ

ແລງວັນທີ່ 31 ເດືອນ 8 ປີ 54

 

 

Delicious Digg Fark Twitter