ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຢາບ້ານີ້ເຂົາສະກັດມາຈາກ ແອມເຟຕາມີນ Amphetamine ຜະລິດຂຶ້ນມາເພື່ອຮັກສາຄົນໄຂ້

ທີ່ເປັນໂລກຊືມເສົ້າ ຫລືບ້ານເຮົາເອີ້ນວ່າໂລກໄກ່ຕົກນ້ຳ ແມ່ນບໍນໍ້? ອິອິ

ຕອນທີ່ຍີ່ປຸ່ນແພ້ສົງຄາມຄົນຍີ່ປຸ່ນຊືມເສົ້າຫລາຍຫມໍກໍ່ເລີຍຜະລິດຂຶ້ນມາໃຫ້ຄົນຍີ່ປຸ່ນກິນ

ພໍກິນເຂົ້າໄປແລ້ວກໍ່ມີແຮງຫາຍຄຽດຫາຍເສົ້າ

ຍີ່ປຸ່ນກໍ່ເລັ່ງຜະລິດຢາອີກສົ່ງເຂົ້າໄປໃນໂຮງງານໃຫ້ທຸກຄົນກິນຫາຍເສົ້າ ແລະຕັ້ງໃຈເຮັດວຽກເພື່ອກູ້ເສດຖະກິດໃຫ້ຟື້ນກັບມາ

ກ່ວາຈະຮູ້ວ່າເປັນຢາເສບຕິດຄົນຍີ່ປຸ່ນກໍ່ຕິດໄປແລ້ວເກືອບ 2 ລ້ານຄົນ ຕ້ອງໃຊ້ເວລາ 4 ປີຈຶ່ງແກ້ບັນຫາຢາບ້າໄດ້

ຢາບ້ານີ້ຕອນກິນມັນບໍ່ບ້າແຕ່ມັນຫົວໃສ່ຄົນທີ່ກິນມັນ 555++ ມັນເຮັດໃຫ້ສະບາຍໃຈ ຂະຫຍັນ ຢາກເຮັດວຽກ

ແຕ່ພໍຢາບ້າຫມົດລິດມັນຈະບ້າທັນທີ ປານໄກ່ຖືກຄ້ອນ (ຂອງເຈ້ຍປາຊີຟິກ)

ມີຄວາມຮູ້ສຶກເຫມືອນປະສາດຫລອນ ມີຄວາມຮູ້ສຶກເຫມືອນມີຄົນຕາມຂ້າ ເລີຍຂັບລົດຫນີຫລືແລ່ນຫນີ

ສະນັ້ນບາງເທື່ອເຮົາຈຶ່ງເຫັນຄົນເມົາຢາບ້າ

ຈັບເດັກນ້ອຍເປັນຕົວປະກັນ ຫລືປີນຂຶ້ນເສົາໄຟຟ້າ ຖ້າມີຄົນມາເບີ່ງຫລາຍກໍ່ຈະຍິ່ງຢ້ານແລະມີຄວາມກ້າວລ້າວຮຸນແຮງຂຶ້ນ

ຖ້າເຮົາເຫັນແຕ່ບໍ່ເຮັດຫຍັງ ບໍ່ໄປເບິ່ງພໍຫມົດລິດຢາ ກໍ່ຈະຫາຍບ້າເອງ...

ຄວນບໍ່ຄວນແລ້ວແຕ່ຈະພິຈາລະນາ ແລງວັນທີ່ 1 ເດືອນ 9 ປີ 54

 

Delicious Digg Fark Twitter