ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຫລາຍໆຄົນຄົງເຄີຍໄດ້ຍິນຄໍາວ່າ ກະຕ່າຍຕື່ນຕູມເຊິ່ງກໍ່ມີເລື່ອງເລົ່າແລະເປັນເລື່ອງ

ໃນສາສະຫນາມີດັ່ງນີ້ເລົ່າສັ້ນໆເດີ: ໂດຍທໍາມະຊາດແລ້ວກະຕ່າຍເປັນສັດມັກນອນ ມີວັນຫນື່ງຫລັງຈາກກະຕ່າຍຊອກຫາອາຫານກິນອິ່ມແລ້ວກໍ່ມານອນຢູ່ກ້ອງໃບຕານ

ແລະຄິດໄປວ່າຖ້າແຜ່ນດິນນີ້ຖະລົ່ມເຮົາຈະຫນີໄປໃສຫນໍ? ແລະໃນຂະນະນັ້ນເອງ

ຫມາກຕູມສຸກກໍ່ລົ່ນລົງມາໃສ່ໃບຕານນັ້ນເພາະສຽງໃບຕານນັ້ນກະຕ່າຍຈຶ່ງຄິດວ່າ

ແຜ່ນດິນຖະລົ່ມແນ່ຈຶ່ງກະໂດດອອກໄປແບບບໍ່ຫລຽວຫລັງເລີຍ...ກະຕ່າຍຕົວອື່ນໆ

ເຫັນກະຕ່າຍຕົວນັ້ນແລ່ນຫນີໄປດ້ວຍຄວາມໄວເພາະຢ້ານໄພຈຶ່ງຖາມວ່າ: ນີ້ເຈົ້າຢ້ານອິຫຍັງ?

ຈຶ່ງແລ່ນຫນີມາແບບນີ້...ກະຕ່າຍຕອບວ່າຢ່າມົວມາຖາມເລີຍຮີບຫນີກັບເຮົາເຖີດ...ກະຕ່າຍຕົວນັ້ນ

ກໍ່ແລ່ນຕາມຫລັງໄປແລ້ວຮ້ອງຖາມວ່າເຈົ້າຢ້ານອິຫຍັງຫນໍ? ກະຕ່າຍຕົວນັ້ນບໍ່ຫລຽວຫລັງມາເບີ່ງ

ແຕ່ກ່າວວ່າແຜ່ນດິນຖະລົ່ມເມື່ອໄດ້ຍິນດັ່ງນີ້ແລ້ວກະຕ່າຍຕົວນັ້ນກໍ່ຮີບແລ່ນໄປໃຫ້ທັນຕົວທີ່ກ່າວ

ນັ້ນແລ້ວພ້ອມກັນແລ່ນຫນີເມື່ອກະຕ່າຍຕົວອື່ນເຫັນກໍ່ພາກັນແລ່ນຫນີໄປຕາມໆກັນລວມວ່າ

ກະຕ່າຍເກືອບພັນແລ່ນຫນີຕາມກັນໄປຫມົດຫມູ່ສັດອື່ນໆເຫັນກໍ່ແລ່ນຫນີໄປນໍາໄດ້ຫລາຍກິໂລເຕີບ...

ຈົນມີລາຊະສີ (ເຊິ່ງເປັນພຣະໂພທີສັດ) ເຫັນເຫດການຈຶ່ງມາຖາມແລະພິສູດຄວາມຈິງດ້ວຍການພາກະຕ່າຍ

ຕົວຕົ້ນເລື່ອງໄປເບິ່ງບ່ອນທີ່ເກີດເຫດ...ຈຶ່ງເຮັດໃຫ້ຮູ້ຄວາມຈິງວ່າ ກະຕ່າຍຕົວນັ້ນໄດ້ຍິນສຽງຫມາກຕູມລົ່ນໃສ່

ໃບຕານດັງ ຕູ່ມ...ຕູ່ມ...ໆໆໆ ກໍ່ແລ່ນຫນີໄປດ້ວຍການຄິດວ່າແຜ່ນດິນຖະລົ່ມ

ແລະຫມູ່ສັດຕົວອື່ນໆໄດ້ຟັງຄໍາຂອງກະຕ່າຍ...ກໍ່ແລ່ນຫນີໄປນໍາໂດຍບໍ່ໄດ້ພິສູດຄວາມຈິງ

ບໍ່ຮູ້ກົກປາຍສາຍເຫດໃດໆເລີຍ!!! ກໍ່ເລີຍເປັນທີ່ມາຂອງຄໍາວ່າກະຕ່າຍຕື່ນຕູມ: ເລື່ອງນີ້ສອນ

ຫຍັງເຮົາແດ່? ຢ່າເຊື່ອສິ່ງໃດງ່າຍໆໂດຍບໍ່ໄດ້ພິສູດຖ້າເຊື່ອໄປງ່າຍໆສຸດທ້າຍກໍ່ຈະເປັນ

ແບບນີ້ແຫລະ ຖ້າດີກໍ່ດີໄປ ແຕ່ຖ້າຜິດກໍ່ຜິດໄປ ລະວັງເອົາກໍ່ແລ້ວກັນ....ຈົບ

Delicious Digg Fark Twitter