ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຕອນເຊົ້າຂອງວັນທີ່ 13 ເດືອນ 9 ປີ 54 ທີ່ຜ່ານມານີ້ໄດ້ເກີດເຫດການຫນ້າເສົ້າໃຈຂຶ້ນ

ເມື່ອໄຟໄດ້ໄຫມ້ຕະຫລາດກະສິກຳທີ່ແຂວງຊຽງຂວາງ ເຊິ່ງເຮັດໃຫ້ຮ້ານຄ້າເສຍຫາຍ

ໄປຫລາຍເຕີບ...ໄຟນັ້ນໄຫມ້ປະມານເຄິ່ງຕະຫລາດ ສ່ວນສາເຫດນັ້ນຫນ້າ

ຈະມາຈາກໄຟຟ້າລັດວົງຈອນ ເຫດການໃນຄັ້ງນີ້ເຮັດໃຫ້ປະຊາຊົນ

ຊືມໆໄປຕາມໆກັນ ເພາະແນ່ນອນວ່າທຸກຄົນຕ້ອງເສຍໃຈ

ໂດຍສະເພາະກໍ່ແມ່ນແມ່ຄ້າຊາວຂາຍ ທີ່ອາໄສຫາກີນຢູ່ແຖວຕະຫລາດນັ້ນ

ຈຶ່ງຂໍສະແດງຄວາມເສຍໃຈມາໃນໂອກາດນີ້ດ້ວຍ!!!

.....................................

.........................................................

................................................................................

ແລ້ວມັນຈະຜ່ານໄປ...

ເວ­ລາ 6 ໂມງ​ເຊົ້າ​ຂອງ​ວັນ​ທີ 13 ກັນ­ຍາ 2011 ໄດ້​ເກີດ​ເຫດ​ໄຟ​ໄໝ້​ຕະ­ຫຼາດ​ກະ­ສິ­ກຳ​ເມືອງ​ໂພນ​ສະ­ຫວັນ ແຂວງ​ຊຽງ​ຂວາງ ຕາມ​ຜູ້​ເຫັນ​ເຫດ­ການ​ເວົ້າ​ວ່າ: ເວ­ລາ 6 ໂມງ ໄດ້​ເຫັນ​ໄຟ​ລຸກ​ໄໝ້​ຂຶ້ນ​ທີ່​ແຝງ​ຂາຍ­ເຄື່ອງ​ສຳ­ອາງ ແຖວ​ທີ 2 ຊັ້ນ​ທາງ​ໃນ​ຕະ­ຫຼາດ ໃນ​ຂະ­ນະ​ທີ່​ເຈົ້າ​ຂອງ​ຮ້ານ​ບໍ່​ທັນ​ມາ​ຕະ­ຫຼາດ ແລະ ເປັນ​ຮ້ານ​ທີ່​ຫາ​ກໍ​ເຂົ້າ​ມາ​ຂາຍ​ໄດ້ 3 ເດືອນ ຫຼັງ​ຈາກ​ເຫດ­ການ​ເກີດ​ຂຶ້ນ ພົນ­ລະ­ເມືອງ​ດີ​ໄດ້​ແຈ້ງ​ຫາ​ເຈົ້າ​ໜ້າ­ທີ່​ມອດ​ໄຟ ແລະ ເຈົ້າ​ໜ້າ­ທີ່​ມອດ​ໄຟ​ໄດ້​ນຳ​ລົດ​ດັບ​ເພີງ 2 ຄັນ​ມາ​ມອດ​ໄຟ ເນື່ອງ​ຈາ​ກວ່າ​ສະ­ພາບ​ເສັ້ນ­ທາງ​ຄັບ­ແຄບ ຄົນ​ມາ​ອັ່ງ​ອໍ​ກັນ​ຫຼາຍ​ໂພດ ຈິ່ງ​ເຮັດ​ໃຫ້​ລົດ​ມອດ​ໄຟ​ເຂົ້າ​ບໍ່​ເຖິງ ເມື່ອ​ໄຟ​ໄໝ້​ລາມ​ຫຼາຍ​ແລ້ວ ເຈົ້າ​ໜ້າ​ທີ່​ພ້້ອມ​ກັບ​ຊາວ​ຄ້າ­ຂາຍ ໄດ້​ສຸມ​ກຳ­ລັງ​ເຂົ້າ​ໃນ​ການ​ດັບ​ໄຟ​ປະ­ມານ2ຊົ່ວ­ໂມງ ໄຟ​ຈິ່ງ​ສະ­ຫງົບ​ລົງ.

 

ຕາມ​ການ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່ ແລະ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ພັດ­ທະ­ນາ ຜູ້​ຮັບ­ຜິດ­ຊອບ​ຕະ­ຫຼາດ​ແຫ່ງ​ນີ້ ໄດ້​ກວດ­ກາ​ສັນ​ລະ​ສູດ ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ: ມີ​ຮ້ານ​ຂາຍ­ເຄື່ອງ 44 ຮ້ານ​ຖືກ​ໄຟ​ໄໝ້ ແລະ ອາ­ຄານ​ໃຫຍ່​ຂອງ​ຕະ­ຫຼາດ ລວມ​ມູນ​ຄ່າ​ເສຍ​ຫາຍ​ເຖິງ 4.750.000.000 ກ່ວ​າ​ກີບ ໃນ​ນີ້ ເຄື່ອງ​ຂອງ​ຜູ້​ຄ້າ­ຂາຍ​ເສຍ​ຫາຍ 3.650.000.000 ກີບ ແລະ ຕົວ​ອາ­ຄານ​ໃຫຍ່​ເສຍ​ຫາຍ 1.100.000.000 ກີບ ສ່ວນ​ສາ­ເຫດ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ຄັ້ງ​ນີ້ ເຈົ້າ​ໜ້າ­ທີ່​ຍັງ​ສືບ­ສວນ-ສອບ​ສວນ​ຫາ​ສາ­ເຫດ​ທີ່­ແທ້​ຈິງ​ຢູ່.

 

ທ່ານ ຄຳ​ພູ ວັນ­ນະ​ຈັກ ຫົວ­ໜ້າ​ອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ​ ຂອງ​ແຂວງ ຜູ້​ຮັບ­ຜິດ­ຊອບ​ຕະ­ຫຼາດ​ແຫ່ງ​ນີ້​ກ່າວ​ວ່າ: ພວກ​ເຮົາ​ໄດ້​ນຳ​ເອົາ​ວິ­ຊາ​ການ​ໄຟ­ຟ້າ​ມາ​ກວດ­ກາ ແລະ ສ້ອມ­ແປງ​ປ່ຽນ​ຖ່າຍ​ສາຍ​ໄຟ­ຟ້າ​ເປັນ​ທີ່​ຮຽບ​ຮ້ອຍ​ມາ​ໄດ້​ເກືອບ​ປີ​ແລ້ວ ແລະ ກາງ­ຄືນ​ພວກ​ເຮົາ​ກໍ​ຕັດ​ໄຟ ແລະ ກໍ​ມີ​ພະ­ນັກ­ງານ​ເວນ­ຍາມ​ຮັກ­ສາ​ຄວາມ​ປອດ​ໄພ​ຕະ­ຫຼອດ 24 ຊົ່ວ­ໂມງ ສະ­ນັ້ນ ການ​ລອບ​ວາງ​ເພີງ ແລະ ການ​ຂັດ­ຂ້ອງ​ດ້ານ​ໄຟ­ຟ້າ ແມ່ນ​ອາດ​ບໍ່­ເກີດ​ຂຶ້ນ​ໄດ້ ການ​ໄຕ້­ໄຟ​ໄວ້​ກໍ​ອາດ​ເປັນ​ໄປ​ບໍ່​ໄດ້ ແຕ່​ຍັງ​ຈະ​ໄດ້​ສືບ­ສວນ​ເບິ່ງ​ກໍ­ລະ­ນີ​ຜູ້​ໃຊ້​ໄຟ­ຟ້າ​ນັ້ນ​ບໍ່​ປະ­ຕິ­ບັດ​ ຕາມ​ຫຼັກ­ການ ຫຼື ບໍ່.

ທີ່ມາ ວຽນທຽນໃຫມ່

 

 

Delicious Digg Fark Twitter