ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 

35. ທໍາມະຊາດສ້າງມະນຸດໃຫ້ມີສອງຫູສອງມືແຕ່ມີປາກດຽວ

ສະນັ້ນມະນຸດຄວນຟັງແລະກະທໍາຫລາຍກ່ວາເວົ້າ.

36. ເປົ້າຫມາຍການສຶກສາຄືສຶກສາເພື່ອຊີວິດ ເປົ້າຫມາຍຂອງຊີວິດຄື

ດໍາລົງຕົນເປັນຜູ້ມີສະຕິ ມີຄຸນນະທໍາແລະກ້າຫານ.

37. ເຮົາຄວນເບີ່ງໂລກໃນແງ່ດີ ມີເມດຕາ ບໍ່ລິດສະຫຍາໃຜແລະຕ້ອງໃຫ້ອະໄພເຊີ່ງກັນແລະກັນ

ຈື່ງຈະຢູ່ນໍາກັນຢ່າງສັນຕິໄດ.

38. ມັກກ່າວກັນວ່າການເວລາປ່ຽນແປງທຸກສິ່ງ ແຕ່ຈິງໆແລ້ວ

ເຮົາຕ້ອງປ່ຽນແປງທຸກສິ່ງດ້ວຍຕົວເຮົາເອງຕ່າງຫາກ.

39. ຢາກໃຫ້ຄົນອື່ນປະຕິບັດຕໍ່ເຮົາເຊັ່ນໃດ ເຮົາກໍ່ຄວນປະຕິບັດຕໍ່ຄົນອື່ນເຊັ່ນນັ້ນ

ເພາະນີ້ຄືກົດເກນແລະເຫດຜົນ.

40. ຫນ້ານອກບອກຄວາມງາມ ຫນ້າໃນບອກຄວາມດີ ຫນ້າທີ່ບອກເຖິງຄວາມສາມາດ.

41. ໄຮ້ວາດສະຫນາຢ່າຂໍພອນ ຄວາມລໍ່າລວຍຫາກຂໍກັນໄດ້ ໃນໂລກນີ້ຄົງບໍ່ມີຄົນຈົນ

ທຸກສິ່ງເກີດຈາກການກະທໍາຢ່າອ້ອນວອນຂໍພອນເລີຍ!

42. ອະດິດບໍ່ຂະຫຍັນ ປັດຈຸບັນບໍ່ຂົນຂວາຍ ອະນາຄົດບໍ່ຕ້ອງທໍານາຍ

ໂຊກຮ້າຍແນ່ນອນຕອບໃຫ້ກະໄດ້!!!

43. ຫຍາດເຫື່ອຂອງພໍ່ແມ່ຄືກະແສແຫ່ງຄວາມຫວັງ ຄວາມສໍາເລັດຂອງລູກຄືຄວາມສຸກຂອງພໍ່ແມ່

(ຕັ້ງໃຈຮຽນໃຫ້ສໍາເລັດພໍ່ແມ່ຈະໄດ້ສຸກໃຈ)

44. ລາງວັນຊີວິດຍ່ອມມາຕາມຫລັງຄວາມລໍາບາກສະເຫມີ (ມີຢູ່ໃສໃຫ້ລາງວັນແລ້ວຈື່ງເຮັດວຽກ ມີແຕ່ບອກວ່າຖ້າເຮັດວຽກແລ້ວຈະມີລາງວັນໃຫ້...ແມ່ນບໍ?)

45. ຄອຍແຕ່ບຸນມາຄໍ້າບໍ່ທໍາການມັນບໍ່ແມ່ນ ຄອຍແຕ່ບຸນສົ່ງໃຫ້ ມັນຊິໄດ້ຮ່ອມໃດ

ຄືດັ່ງເຮົາມີເຂົ້າບໍ່ເອົາກິນມັນກໍ່ບໍ່ອີ່ມມີລາບແຊບໆ ຄັນບໍ່ອົາເຂົ້າຄຸ້ຍທາງທ້ອງຮ່ອນເຕັມໄດ້ເດ!!!

46. ແສງສະຫວ່າງຮຸ່ງແຈ້ງພົ້ນພຸ່ງໃນນະພາ ຍັງບໍ່ທໍ່ປັນຍາຂອງຄົນຜູ້ສະຫລຽວ

ສະຫລາດ ປັນຍາເປັນແສງສະຫວ່າງໃນໂລກ

47. ພໍ່ແມ່ຄືໃຜ? ຕອບໃຫ້ກະໄດ້ວ່າ: ພໍ່ແມ່ຄື ແສງທຽນສ່ອງທາງຊີວິດ

ຊ່ວຍຊີ້ທິດຊ່ວຍນໍາທາງຊ່ວຍສ້າງສັນ ໃຫ້ຄວາມຮັກໃຫ້ຄວາມຮູ້ຊູຊີວັນ ລູກຈົ່ງຫມັ້ນກະ

ຕັນຍູຮູ້ແທນຄຸນເດີ!!! ສາທຸສາທຸ.!!!

 48. ພັດທະນາສະຫມອງດ້ວຍການຄິດ ພັດທະນາຊີວິດດ້ວຍການຮຽນຮູ້

ຖ້າຊີວິດຂາດການຮຽນຮູ້ແລ້ວຍ່ອມຂຶ້ນສູ່ທີ່ສູງບໍ່ໄດ້.

 

 49. ນົກບໍ່ມີຂົນຄົນບໍ່ມີຄວາມຮູ້ຍ່ອມບິນຂຶ້ນສູ້ທີ່ສູງບໍ່ໄດ້ ຈົ່ງໃສ່ໃຈໃຫ້ຫລາຍໆ

 

ໃນການສຶກສາຮໍ່າຮຽນ.

...ຄວາມສໍາເລັດຂອງການສຶກສາຮໍ່າຮຽນນັ້ນວັດກັນທີ່ການສ້າງສັນສິ່ງດີໆເພື່ອສັງຄົມ

ເຮັດໃຫ້ຄົນໃນສັງຄົມເປັນຄົນດີມີຄວາມສຸກ ມີຈິດໃຈເອື້ອອາລີຕໍ່ກັນ

ທຸກຄົນມີຄວາມສາມັກຄີຮັກແພງກັນ

ແລະກ້າວໄປດ້ວຍກັນພ້ອມຮອຍຍິ້ມທີ່ສົດໃສ ແຕ່ບໍ່ໄດ້ວັດກັນທີ່ເມື່ອຈົບມາແລ້ວ

ໃຜຈະໂກງໃຜຈະເຫັນແກ່ຕົວໄດ້ຫລາຍກ່ວາກັນ

ຖ້າວັດກັນທີ່ນີ້ຂ້າພະເຈົ້າຄິດວ່າການສຶກສາຂອງເຮົາຄົງຈະບໍ່ມີຄວາມຫມາຍຫຍັງຂຶ້ນມາເລີຍ!!!

ບັນທຶກສຸພາສິດຈາກການເດີນທາງເພື່ອຮຽນຮູ້.
ໂດຍ: ເພັງ ມະນີວົງ

Delicious Digg Fark Twitter