ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

    ເຮົາຢາກໄດ້ໃຜຈັກຄົນມາເປັນເພື່ອນແທ້ ຈົ່ງຄິດວ່າເຮົາຈະເປັນເພື່ອນແທ້ໃຫ້ໃຜແດ່ ສະນັ້ນ ເຮົາຄວນເຮັດໃຫ້ໄດ້ສະເໝີວ່າ

ໃຫ້ສິ່ງໃດກັບເພື່ອນ ເພື່ອນຍ່ອມໃຫ້ສິ່ງນັ້ນຕອບ ແລະຄິດສະເໝີວ່າ ຄວນລືມຄວາມດີທີ່ໄດ້ທໍາໄວ້ກັບຄົນອື່ນ ແຕ່ຄວນຈໍາຄວາມດີທີ່

ຄົນອື່ນໄດ້ທໍາໄວ້ ຂໍຝາກໄວ້ເດີ... 

            ມິດແທ້ແລະມິດທຽມແຕ່ລະຢ່າງມີ 4 ຈໍາພວກຄື

         ມິດແທ້ມີ 4 ຈໍາພວກ

       1. ມິດມີອຸປະກາລະ 2. ມິດຮ່ວມສຸກຮ່ວມທຸກ3. ມິດແນະນໍາປະໂຫຍ 4. ມິດມີຄວາມຮັກໄຄ່

         ມິດທຽມ 4 ຈໍາພວກ

       1. ຄົນປອກຫລອກ2. ຄົນດີແຕ່ເວົ້າ3. ຄົນຫົວປະຈົບ4. ຄົນຊັກຊວນໃນທາງເສື່ອມ              

      ຢ່າງໃດກໍ່ຕາມ ຂໍໃຫ້ເຮົາມີສະຕິໃນການຄົບຫາເພື່ອນ ການມີເພື່ຶອນເປັນຄວາມຈໍາເປັນຢ່າງຫນຶ່ງໃນຊີວິດ ຂະຫນາດພໍ່ເຮົາຍັງ

ມີແມ່ເປັນເພື່ອນຊີວິດເລີຍ ເຊິ່ງແຕ່ລະຄົນກໍ່ຕ້ອງຊ່ວຍເຫລືອກັນ ແບ່ງເບົາພາລະຫນ້າທີ່ກັນຕາມຄວາມເຫມາະສົມ

ໃຫ້ຄວາມຮັກຄວາມເຂົ້າໃຈຕໍ່ກັນແລະປົກປ້ອງຄຸ້ມຄອງກັນໃນຍາມທີ່ຕົກທຸກໄດ້ຍາກ ເມື່ອໃດກໍ່ຕາມທີ່ພໍ່ຂາດແມ່ກໍ່ເຫມືອນປາຂາດນໍ້າ

ແລະເມື່ອໃດກໍ່ຕາມທີ່ເຮົາຂາດເພື່ອນດີໆໃນຊີວິດ ເຮົາກໍ່ຈະເຫມືອນກັບຄົນທີ່ຕາບອດໄປແລ້ວຂ້າງຫນຶ່ງ

ພໍເບິ່ງເຫັນຫົນທາງໄດ້ແຕ່ກໍ່ບໍ່ເຫມືອນກັບຄົນທີ່ມີຕາດີທັງສອງຂ້າງ... ແນ່ນອນຕ້ອງເຫັນແລະເບິ່ງໄດ້ຊັດເຈນກວ່າຄົນທີ່ຕາບອດ

ໄປແລ້ວຂ້າງຫນຶ່ງ. ພໍເຖີງເວລາໃດເວລາຫນຶ່ງໃນຊີວິດ ເຮົາຈະຮູ້ວ່າການຫາເພື່ອນແທ້ຫລືເພື່ອນທີ່ດີໆນັ້ນຍາກເຫລືອເກີນ

ແຕ່ພໍເມື່ອໄດ້ມາແລ້ວຈະຮູ້ສຶກວ່າມີຄວາມສຸກ

ມີຄວາມສະບາຍກາຍ ສະບາຍໃຈແລະອົບອຸ່ນ ຢູ່ຕະຫລອດເວລາ ແຕ່ສິ່ງທີ່ສໍາຄັນກວ່ານັ້ນ ຄື

ເຮົາຕ້ອງຄິດສະເຫມີວ່າໃນຂະນະທີ່ເຮົາກໍາລັງຄົບກັບຄົນໃດຄົນຫນຶ່ງເປັນເພື່ອນຢູ່ນັ້ນ ເຂົາກໍ່ສຶກສາຮຽນຮູ້ນິດໃສໃຈຄໍເຮົາຢູ່ເຫມືອນກັນ

ຢ່າຄິດວ່າເຂົາເທົ່ານັ້ນຕ້ອງປັບຕົວເຂົ້າຫາເຮົາໆກໍ່ຕ້ອງປັບນິດໃສໃຈຄໍຂອງເຮົາໃຫ້ເຂົ້າກັບເຂົາດ້ວຍເຫມືອນກັນ ຄື

ຕ້ອງຮຽນຮູ້ເຊິ່ງກັນແລະກັນທັງສອງຝ່າຍ ແຕ່ຂໍໃຫ້ນັບຫນຶ່ງທີ່ຕົວເຮົາກ່ອນສະເຫມີ (ເຮົາຕ້ອງເລີ່ມກ່ອນ) ຫາກວ່າໄດ້ເພື່ອນມາແລ້ວ

ສິ່ງສໍາຄັນຄື ເຮົາຕ້ອງຮັກສາຄວາມເປັນເພື່ອນນັ້ນໄວ້ໃຫ້ຍືນຍາວ (ນີ້ຄືພາລະກິດຕໍ່ໄປ) ຜົນປະໂຫຍດພຽງເລັກນ້ອຍ

ແລະຄວາມຄິດເຫັນທີ່ແຕກຕ່າງກັນ ອາດຈະເຮັດໃຫ້ເຮົາແຕກແຍກຈາກເພື່ອນໄດ້ ແລະອີກຢ່າງຫນຶ່ງຄື ຄວາມຖືຕົວຂອງເຮົາເອງ

ສະນັ້ນຂໍໃຫ້ເຮົາຈົ່ງລະວັງຄວາມຄິດຂອງເຮົາເອງ ແລະທີ່ສໍາຄັນຄວນມີສະຕິກໍາກັບຢູ່ຕະຫລອດເວລາ.

ຄົນເຮົາແຕ່ລະຄົນຕາມທໍາມະຊາດແລ້ວກໍ່ເຫມືອນກັບອະໄວຍະວະຕ່າງໆໃນຮ່າງກາຍ ເຊິ່ງແຕ່ລະຢ່າງກໍ່ມີຄວາມຈໍາເປັນແລະສໍາຄັນບໍ່

ເທົ່າກັນເວົ້າງ່າຍໆກໍ່ຄື ມີພາລະຫນ້າທີ່ຕ່າງກັນ ເຊັ່ນ ຕາມີໄວ້ເບິ່ງສິ່ງຕ່າງໆ ສ່ວນຫູກໍ່ມີຫນ້າທີ່ຟັງສຽງຕ່າງໆທີ່ຜ່ານເຂົ້າມາ...

ແຕ່ຖ້າຫາກເຮົາຝືນທໍາມະຊາດຂອງມັນຄື ຢາກເອົາຫູໄປເບິ່ງແລະເອົາຕາໄປຟັງ ຫລື ສາມາດເຮັດໄດ້ ນັ້ນກໍ່ສະແດງວ່າ

ຄົນນັ້ນຜິດປົກກະຕິ ຫລືຜິດທໍາມະຊາດແລ້ວ ຄົນເຮົາກໍ່ເຫມືອນກັບອະໄວຍະວະຕ່າງໆໃນຮ່າງກາຍ ຄື ມີດີຕ່າງກັນແລະມີ

ຄວາມສາມາດບໍ່ເທົ່າກັນ ເກັ່ງຄົນລະດ້ານ ຖະຫນັດຄົນລະດ້ານ ແລະການທີ່ເຮົາບໍ່ຖືກໃຈກັບໃຜຄົນໃດຄົນຫນຶ່ງ

ກໍ່ຢ່າຄິດວ່າເຂົາເປັນສັດຕູຕົວຮ້າຍກາດຂອງເຮົາ ຫລືຢ່າສະແດງຕົວເປັນສັດຕູກັບເຂົາ

ແຕ່ຂໍໃຫ້ເຮົາເວັ້ນໄລຍະຫ່າງຈາກຄວາມເປັນເພື່ອນຂອງເຂົາກັບເຮົາເອົາໄວ້ຕາມຄວາມເຫມາະສົມກ່ອນ

ຂໍໃຫ້ເພື່ອນໆຈໍາໄວ້ໃນໃຈສະເຫມີວ່າ ຄົນແຕ່ລະຄົນມີຄວາມດີຕ່າງກັນ ມີຫນ້າທີ່ຕ່າງກັນ ແລະມີຄວາມຈໍາເປັນໃນເວລາ

ແລະສະຖານທີ່ຕ່າງກັນ ຮັກກັນໄວ້ດີກວ່າຊັງກັນ ສະນັ້ນ ສາມັກຄີຮັກແພງກັນໄວ້  ດີກວ່າແຕກແຍກກັນ

ເປັນຄໍາເວົ້າທີ່ມີຄວາມຫມາຍຫລາຍ... ເພື່ອນໆວ່າແມ່ນບໍ?

ຢ່າງໃດກໍ່ຕາມຂໍໃຫ້ເຮົາທຸກຄົນຈໍາໄວ້ສະເຫມີວ່າ ຄົນເຮົານັ້ນ ຕາມທໍາມະຊາດແລ້ວມັກຈະຫລົງລືມແນວງ່າຍໆ

ຈົ່ງເຕືອນສະຕິຕົວເອງໄວ້ວ່າ ເພື່ອນແທ້ນັ້ນບໍ່ກ່ຽວກັບຕໍາແຫນ່ງ ຖານະ ຄອບຄົວ ຄວາມຮັ່ງມີ ຫລືຄວາມຈົນຕ່າງໆ

ແລະກໍ່ບໍ່ກ່ຽວກັບຮູບຮ່າງຫນ້າຕາດ້ວຍ

ບາງທີຄົນທີ່ມີຮູບຮ່າງຫນ້າຕາຂີ້ຮ້າຍ ແຕ່ຈິດໃຈເຂົາອາດຈະດີກໍ່ໄດ້ ແຕ່ບາງຄົນເບິ່ງພາຍນອກຮູບຮ່າງຫນ້າຕາດີຈົນບໍ່ມີທີ່ຕິ

ແຕ່ໃຜຈະຮູ້ວ່າຈິດໃຈຂ້າງໃນຂອງເຂົານັ້ນອາດຈະເຕັມໄປດ້ວຍຄວາມໂລບ ຄວາມໂກດແລະຄວາມຫລົງຈໍານວນ

ມະຫາສານກໍ່ເປັນໄດ້ ສະນັ້ນ ຢ່າເບິ່ງຄົນແຕ່ພຽງຮູບຮ່າງຫນ້າຕາພາຍນອກຢ່າງດຽວ ເຮົາຕ້ອງສໍາຫລວດ

ແລະເບິ່ງເຂົ້າໄປຂ້າງໃນຈິດໃຈຂອງເຂົາ ເຮົາຈຶ່ງຈະໄດ້ຂໍ້ມູນທີ່ຈິງແລະຖືກຕ້ອງຂອງເຂົາ ດັ່ງຄໍາສຸພາສິດຫນຶ່ງທີ່ວ່າ

ຖ້າພິຈາລະນາຄົນດ້ວຍໃຈ ຈະພິຈາລະນາໄດ້ແມ່ນຢໍາກວ່າໃຊ້ຕາຫລາຍເທົ່າມິດຕະພາບທີ່ແທ້ຈິງແລະຈິງໃຈ

ນັ້ນຈະຢູ່ທີ່ມິດຕະພາບລະຫວ່າງໃຈຕໍ່ໃຈ. ວັນນີ້ທ່ານມີມິດຕະພາບລະຫວ່າງໃຈແລ້ວຫລືຍັງ?

ຖ້າຍັງບໍ່ມີກໍ່ຂໍເປັນກໍາລັງໃຈໃຫ້ຫາຕໍ່ໄປໆໆໆ ແລ້ວຢ່າລືມເປັນກໍາລັງໃຈໃຫ້ຂ້ອຍເດີ

ເພາະກໍາລັງຈະໄປຫາເຫມືອນກັນໆໆ. ຂໍໃຫ້ເພື່ອນໆມີຄວາມສຸກ ຄວາມຈະເລີນໃນການຫາເພື່ອນແທ້

ແລະການສຶກສາຮໍ່າຮຽນ ມີຄວາມສະບາຍກາຍສະບາຍໃຈ ມີສຸກຂະພາບເຂັ້ມໆ (ໂອຍ! ບໍ່ແມ່ນສຸກຂະພາບແຂ້ມແຂງ)

ແລະປາສະຈາກໂລກໄພໄຂ້ເຈັບທັງຫລາຍໃນປີໃຫມ່ນີ້ ແລະປະກອບໄປດ້ວຍພອນສີ່ປະການຄື

ອາຍຸ ວັນນະ ສຸຂະ ພາລະດ້ວຍເທີ້ນ ສາທຸສາທຸ.

.................................................................................

............................................................

......................................

ຈົບ

Delicious Digg Fark Twitter