ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ລູກກະຕັນຍູ ... ຢາກຢູ່ໃກ້ໆ ຫ່ວງໃຍພໍ່ ແລະ ແມ່

ວັນທີ 20 ເມສາ 2011 - ເວລາ 15:46:08 ວຽນທຽນໃຫມ່

ປີ​ໃໝ່ ! ໄດ້​ໂນ້ມ​ນ້າວ​ຈູງ​ໃຈ​ເອົາ​ຝູງ​ຊົນ​ຈໍານວນ​ຫຼາຍ ໃຫ້​ມາ​ເຕົ້າ­ໂຮມ​ກັນ ສະ­ນັ້ນ ບາງ​ຄອບ­ຄົວ​ກໍ​ໄດ້​ຖື​ເອົາ​ໂອ­ກາດ​ປີ​ໃໝ່ ເປັນ​ມື້​ຂຶ້ນ​ເຮືອນ​ໃໝ່ ... ຊີ­ວິດ​ທີ່​ອີ່ມ​ໜໍາ​ສໍາ­ລານ ໄດ້​ເຮັດ​ໃຫ້​ຄົນ​ໃນ​ນະ­ຄອນ­ຫຼວງ ມີ​ຄວາມ​ຜາ​ສຸກ ຍິ້ມ​ຫົວ ແລະ ມ່ວນ­ຊື່ນ ແຕ່​ຄວາມ​ຜູກ​ພັນ​ກະ­ຕັນ­ຍູ​ຂອງ​ຄົນ​ພາຍ​ໃນ​ຄອບ­ຄົວ​ຂອງ​ລູກໆ ທີ່​ມີ​ຕໍ່​ພໍ່​ແມ່ ກໍ​ຍັງ​ຫວານ​ຊື່ນ ຄຽງ​ຄູ່​ກັບ​ບຸນ­ປີ­ໃໝ່​ລາວ ປະ­ເພ­ນີ​ປີ​ໃໝ່​ອັນ​ດີ­ງາມ ໄດ້​ຜ່ານ​ກາຍ­ໄປ​ອີກ​ໜຶ່ງ​ລະ­ດູ​ການ ແຕ່​ຮູບ​ພາບ​ແຫ່ງ​ຄວາມ​ຊົງ​ຈໍາ​ທີ່​ແສນ​ປະ​ທັບ​ໃຈ ຍັງ​ຖືກ​ເກັບ​ຮັກ­ສາ​ໄວ້​ໃນ​ຄອບ­ຄົວ ແລະ ຫົວ­ໃຈ​ຂອງ​ຄົນ​ທີ່​ມີ​ຄວາມ​ກະ­ຕັນ­ຍູ ແລະ ລູກໆ​ທີ່​ຮັກ​ພໍ່​ກັບ​ແມ່​ຢ່າງ​ສຸດ​ຫົວ­ໃຈ.

ປີ​ໃໝ່​ປີ​ນີ້ ! ເຮືອນ​ທຸກ​ຫຼັງ ຖະ­ໜົນ​ທຸກ​ສາຍ ຈະ​ກາຍ­ເປັນ​ປາງ​ບຸນ​ນ້ອຍ ທີ່​ສະ­ໜຸກ​ສະ​ໜານ ມີ​ການ​ຈັດ​ງານ ມິ​ນິ​ຄອນ­ເສີດ​ຂອງ​ຄອບ­ຄົວ ແບບ​ບໍ່​ຕ້ອງ​ແຈ້ງ​ລ່ວງ​ໜ້າ ບາງ​ເຮືອນ​ມີ​ຕູ້​ລໍາ​ໂພງ​ນ້ອຍ​ໜ້ວຍ​ດຽວ ແຕ່​ເປີດ​ເພງ​ເຕັ້ນ​ຍ່ອງ​ກັນ​ໄດ້​ໝົດ​ມື້​ໝົດ​ຄືນ ກໍ​ຍັງ​ມ່ວນ­ຊື່ນ​ລື້ນ​ເລີງ ທ່າມ­ກາງ​ສາຍ​ນໍ້າ​ໄຫຼ​ທີ່​ໃສ​ເຢັນ ໂດຍ​ບໍ່​ໄດ້​ນັດ​ໝາຍ ສຽງ​ເພງ​ທີ່​ຄຶກ­ຄື້ນ ອອນ­ຊອນ ຢາດ​ນໍ້າ​ໃສ​ເຢັນ ຍິງ​ຊາຍ ບ່າວ​ສາວ ເຖົ້າ ແລະ ແກ່ ແມ່ ແລະ ລູກ ຍັງ​ຄົງ​ເປັນ​ສະ­ເໜ​ຂອງ​ບຸນ­ປີ­ໃໝ່​ລາວ ທຸກ​ຄົນ​ຕ່າງ​ກໍ​ມ່ວນ­ຊື່ນ​ເບີກ­ບານ​ຕາມ​ໄວ ອາ­ຍຸ​ທີ່​ເອື້ອ​ອໍານວຍ​ໃຫ້​ຢູ່​ຫຼາຍ​ບ້ານ ເຊັ່ນ: ໂນນ​ຫວາຍ ສີ​ໄຄ ສີ​ສະ­ຫວາດ ວັດ​ນາກ ພູ​ຄໍາ ດົງ​ໂດກ ໜອງ​ບອນ ແລະ ທາດ­ຫຼວງ ... ສຽງ​ອວຍ​ໄຊ​ໃຫ້​ພອນ​ຜູກ​ແຂນ ສົງ​ນໍ້າຕໍາຈອກ ຍັງ​ຄົງ​ສ້າງ​ຄວາມ​ພໍ​ອົກ​ພໍ­ໃຈ​ໃຫ້​ແກ່​ຊຸມ​ຜູ້​ເຖົ້າ ສອງ​ເຖົ້າ​ຜົວ​ເມຍ ຍົກ​ແຂນ​ສອງ​ເບື້ອງ ທີ່​ມີ​ຝ້າຍ­ຜູກ­ແຂນ ມັດ​ດ້ວຍ​ໃບ​ເງິນ​ຫຼາຍ​ຊະ­ນິດ ເຕັ້ນ​ດີດ​ເດາະ​ດ່ອງ ຈົນ​ລືມ​ຄວາມ​ຊະ­ລາ ອາ­ຍຸ​ສັງ­ຂານ ເພື່ອ​ໃຫ້​ໝູ່­ຄູ່​ທີ່​ນັ່ງ​ຢູ່​ທາງ​ຂ້າງ ໄດ້​ແນມ​ເຫັນ​ເຖິງ​ຄວາມ​ກະ­ຕັນ­ຍູ ອຸ­ດົມ­ສົມ­ບູນ​ພູນ​ສຸກ​ຂອງ​ລູກ­ເຕົ້າ ຮອຍ​ຍິ້ມ​ທີ່​ອີ່ມ​ເອີບ​ຢູ່​ເທິງ​ໃບ​ໜ້າ ແລະ ສອງ​ພວງ​ແກ້ມ​ຂອງ​ຄົນ​ເຖົ້າ ມັນ​ມີ​ຄວາມ​ໝາຍ​ສູງ​ຄ່າ ໝູ່​ຄົນ​ໜຶ່ງ​ຢູ່​ບ້ານ​ໂນນ​ຫວາຍ ເວົ້າ​ສູ່​ຟັງ​ວ່າ: ມີ​ຄົນ​ຖາມ​ວ່າ ລະ­ຫວ່າງ​ເປົ້າ​ໝາຍ​ກັບ​ຄວາມ​ຝັນ ຈະ​ເລືອກ​ສິ່ງ​ໃດ ? ສໍາ­ລັບ​ເຮົາ​ແລ້ວ ຂໍ​ເລືອກ​ເອົາ​ຄວາມ​ກະ­ຕັນ­ຍູ​ຕໍ່​ພໍ່ ແລະ ແມ່​ສາ­ກ່ອນ ເພາະ​ຍາມ​ທີ່​ພໍ່​ແມ່​ຍັງ​ຢູ່​ກັບ​ເຮົາ ເຮົາ​ກໍ​ຢາກ​ເຫັນ​ເພິ່ນ​ມີ​ຄວາມ­ສຸກ ແລະ ມີ​ຮອຍ​ຍິ້ມ ... ປີ​ໃໝ່​ປີ​ນີ້ ເຮົາ​ຈຶ່ງ​ຕັ້ງ­ໃຈ​ຢາກ​ຢູ່​ໃກ້ໆ​ພໍ່​ກັບ​ແມ່ ເຮັດ​ໃຫ້​ພໍ່​ກັບ​ແມ່​ເພິ່ນ​ມີ​ຄວາມ­ສຸກ ຮອຍ​ຍິ້ມ ສຽງ​ຫົວ​ຂອງ​ຜູ້​ຄົນ ນ້ອຍ​ໜຸ່ມ​ຍິງ​ສາວ ທີ່​ມາ​ອວຍ­ພອນ​ມີ​ມາກ​ໜ້າ​ຫຼາຍ​ຕາ ຈົນ​ໄດ້​ຕໍ່​ແຖວ ຄົນ​ລາວ​ເປັນ​ຄົນ​ມີ​ນໍາ­ໃຈ ຄົນ​ລາວ​ມີ​ຄວາມ​ຈິງ​ໃຈ ຮັກ­ແພງ​ແບ່ງ­ປັນ​ຜູກ​ພັນ​ບໍ່​ຫ່າງ​ເຫີນ ສຽງ​ເພງ ສຸກ​ສັນ​ໃນ​ວັນ​ປີ​ໃໝ່ ຍັງ​ແມ່ນ​ສ່ວນ​ສໍາ­ຄັນ​ໃນ​ການ​ບອກ​ຜ່ານ​ຄວາມ​ຮັກ.

ຄວາມ​ຮັກ ຄວາມ​ກະ­ຕັນ­ຍູ ແມ່ນ​ວັດ­ທະ­ນະ­ທໍາອັນ​ດີ­ງາມ ທີ່­ຢູ່​ຄຽງ​ຄູ່​ກັບ​ວິ​ຖິ​ຊີ​ວິດ​ຂອ​ຄົນ​ລາວ ແລະ ບຸນ­ປີ­ໃໝ່​ລາວ​ຕະ­ຫຼອດ​ມາ ເຮັດ​ຫຍັງ​ກໍ​ດີ ຖ້າ​ເຮັດ​ແລ້ວ​ມີ​ຄວາມ­ສຸກ ກໍ​ຖື​ວ່າ​ໄດ້​ບຸນ ເພື່ອ​ພໍ່​ກັບ​ແມ່​ທີ່​ໃຫ້​ກໍາເນີດ ແລະ ລ້ຽງ​ດູ​ພວກ​ເຮົາ ປີ​ໃໝ່​ປີ​ນີ້ ຂໍ​ໃຫ້​ຄົນ​ທີ່​ມີ​ຄວາມ​ກະ­ຕັນ­ຍູ ຈົ່ງ​ມີ​ອາ­ຍຸ​ວັນ­ນະ ສຸ​ຂະ​ພາ­ລະ ມີ​ໂຊກ​ໄຊ ມີ​ເງິນ​ມີ​ຄໍາ ມີ​ຄວາມ­ສຸກ​ຄວາມ​ຈະ­ເລີນ ແລະ ສົມ​ຫວັງ ເໝືອນ​ດັ່ງ​ກະ­ຕ່າຍ​ຜູ້​ໃຈ­ດີ ມີ​ເມດ​ຕາ ແລະ ກະ­ຕັນ­ຍູ.

...........................................................

.............................................................................

..................................................................................................www.vientianemai.net

Delicious Digg Fark Twitter