ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ວັນສຸກວັນທີ 21 ຕຸລາ 2011 ເວລາ 08: 43 | PostAuthorIconຂຽນໂດຍ ວັດທະນະທຳ
      

         ຂັບລຳທ້ອງຖ່ິນຫລາຍຄົນອາດຈະຮູ້ ແລະ ເຂົ້າໃຈດີ ເພາະວ່າມັນແມ່ນສິລະປະ ວັນນະຄະດີປະເພດໜຶ່ງ ເຊ່ິງ ຜູ້ແຕ່ງໄດ້ແຕ່ງຂຶ້ນໃນຮູບການຂອງກາບກອນທ່ີປະສົມ ປະສານກັບລັກສະນະຂອງສິລະປະເຊິ່ງໃນແຕ່ລະທ້ອງຖ່ິນແມ່ນມີເອກະລັກແຕກຕ່າງກັນ. ການຂັບຫລືລຳ ແມ່ນ ໃຊ້ສະແດງສຳລັບງານບຸນ ຕ່າງໆຂອງລາວເຮົາ, ການສະ ແດງຂັບລຳທ້ອງຖ່ິນເປັນປະ ເພດສິລະປະວັນນະຄະດີອີກປະເພດຫນຶ່ງທ່ີໄຮັບຄວາມນິຍົມຊົມຊອບເປັນຢ່າງດີ ຈາກພໍ່ແມ່ປະຊາຊົນບັນດາເຜົ່າແຕ່ເຫນືອຮອດໃຕ້ຕັ້ງ ແຕ່ບູຮານນະການ,ດ້ວຍເຫດ ນັ້ນສິລະປະວັນນະຄະດີປະເພດການລຳນີ້ຈຶ່ງໄດ້ມີການ ກຳນົດ ແລະ ຂະຫຍາຍຕົວ ແຮງໃນຫຼາຍຮູບການ. ຫລາຍ ຈັງຫວະໃນແຕ່ລະທ້ອງຖິ່ນ ແຕກຕ່າງກັນ, ປະເພດຂັບລຳ ທ້ອງຖ່ິນທ່ີປະຊາຊົນບັນດາເຜົ່າໃຫ້ຄວາມນິຍົມຊົມຊອບຫຼາຍກ່ວາຫມູ່ແມ່ນ: ຂັບ ງື່ມ,ຂັບຊຳເຫນືອ,ຂັບທຸ້ມ,ຂັບ ຊຽງຂວາງ,ລຳໂສມ, ລຳຜູ້ໄທ, ລຳສາລະວັນ, ລຳຕັ່ງຫວາຍ, ລຳມະຫາໄຊ ແລະ ລຳສີພັນ ດອນ ເປັນຕົ້ນ. ການຂັບລຳ ທ້ອງຖ່ິນຢູ່ໃນແຕ່ລະພາກສິ່ງຫນຶ່ງທ່ີຂາດບໍ່ໄດ້ກໍ່ແມ່ນສຽງ ແຄນແລະ ກອງເຊິ່ງເປັນການ ປະສົມປະສານສຽງກັນໃຫ້ ກົມກືນປະກອບກັບຈັງຫວະ ແລະ ທ່າທາງຂອງຫມໍລຳ ( ຜູ້ ລຳ )  ເຊິ່ງໃນຂັບລຳທ້ອງຖ່ິນ ປະເພດຕ່າງໆແມ່ນມີໜຶ່ງຫລື ສອງຄົນຫຼືລຳຄູ່ກັນລະຫວ່າງຍິງ-ຊາຍ ເຊິ່ງເປັນການລຳ ແບບກ້ຽວພາລາສີ, ຢອກໄຍ ກັນເຊິ່ງກັນແລະກັນລະຫວ່າງ ຄູ່ບ່າວສາວອັນໄດ້ສະແດງ ເຖິງຂະນົບທຳນຽມ, ຮີດຄອງ ປະເພນີທ່ີປະຊາຊົນລາວບັນດາຊົນເຜົ່າແຕ່ເຫນືອຮອດໃຕ້ໄດ້ສືບທອດກັນມາແຕ່ບູຮານເພື່ອໃຫ້ລູກຫລານຜູ້ເກີດ ໃຫມ່ໃຫຍ່ລຸນໄດ້ສຶກສາຄົ້ນຄ້ວາ ແລະ ສືບທອດຮັກສາໄວ້ ໄດ້ໃຫ້ຄຽງຄູ່ກັບຄົນລາວຕະ ຫຼອດໄປ. ດັ່ງນັ້ນພວກເຮົາຜູ້ເກີດ ໃຫມ່ໃຫຍ່ລຸນຄວນທ່ີຈະສຶກ ສາຮ່ຳຮຽນ ແລະ ປົກປັກຮັກ ສາສິລະປະວັດທະນະທຳ ທ້ອງຖ່ິນທ່ີປູ່ຍ່າຕາຍາຍໄດ້ ຕົກທອດໄວ້ໃຫ້ເປັນມູນມໍລະດົກທາງປັນຍານີ້ ແລະ ພ້ອມ ກັນເສີມຂະຫຍາຍ, ເຜີຍແຜ່ ອອກສູ່ສາກົນໃຫ້ກວ້າງຂວາງເພື່ອໃຫ້ຊາວໂລກໄດ້ຮັບຮູ້ ເຖິງຂະນົບທຳນຽມ ແລະ ຮີດ ຄອງປະເພນີອັນດີງາມຂອງ ຄົນລາວເຮົາ.

....................................

...................................................................

....................................................................................................

ແມ່ນຄວາມເພີ່ນ


Delicious Digg Fark Twitter